ທາງການລາວຍັງສືບຫາ ທ່ານ ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 22 ມັງກອນ 2020

ໃນກອງປະຊຸມທົບທວນ ການປະຕິບັດ ສິທທິມະນຸດ ໃນລາວ ປະຈຳໄລຍະ ຫຼື UPR ທີ່ຈັດຂຶ້ນຢູ່ ນະຄອນເຈນິວາ, ປະເທດ ສະວິດເຊີແລນດ໌, ວັນທີ 21 ມົກຣາ 2020, ທ່ານ ພູໂຂງ ສີສຸລາດ (ແຖວໜ້າ-ກາງ) ເອກອັຄຣັຖທູຕລາວ ປະຈຳ ປະເທດເບລຢ່ຽມ ຊີ້ແຈງວ່າ ການສືບສວນ ກໍຣະນີ ທ່ານ ສົມບັດ ຕ້ອງໃຊ້ເວລາ. UPR-Video

ໃນຣະຫວ່າງກອງປະຊຸມ ທົບທວນ ການປະຕິບັດ ສິທທິມະນຸດ ໃນລາວ ປະຈຳໄລຍະ ຫຼື UPR ທີ່ຈັດຂຶ້ນ ໃນນະຄອນເຈນິວາ, ປະເທດ ສະວິດເຊີແລນດ໌ ໃນວັນທີ 21 ມົກຣາ 2020 ນີ້, ທາງການລາວ ຍອມຮັບວ່າ ຍັງຄົງສືບຕໍ່ ແກ້ໄຂບັນຫາການ ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຢູ່, ເຖິງວ່າ ຄຳຖາມຫຼາຍຢ່າງ ຍັງຄົງສືບຕໍ່ບໍ່ຈະແຈ້ງເທື່ອ ໃນຂນະທີ່ນາໆປະເທດຮຽກຮ້ອງ ໃຫ້ທາງການລາວເລັ່ງແກ້ ໄຂບັນຫາ ດັ່ງກ່າວ ແລະ ແນະນຳໃຫ້ ຣັຖບານລາວ ປະຕິບັດ ສິທທິມະນຸດ ຕາມຫຼັກການ ສາກົລ.

ຕາງໜ້າໃຫ້ຣັຖບານລາວ, ທ່ານ ບຸນເກີດ ສັງສົມສັກ, ຣັຖມົນຕຣີປະຈຳສຳນັກງານ ນາຍົກຣັຖມົນຕຣີ ແລະ ທັງເປັນຫົວໜ້າຄນະຜູ້ແທນ ລາວ ດ້ານສິທທິມະນຸດ ໄດ້ຂຶ້ນກ່າວ ບົດຣາຍງານແຫ່ງຊາຕ ໃນກອງປະຊຸມ ແລະ ທ່ານໄດ້ກ່າວບາງຕອນ ຕໍ່ກໍຣະນີ ທີ່ນາໆປະເທດ ໄດ້ທວງຖາມເຖິງ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ວ່າ:

“ຕໍ່ກໍຣະນີການຫາຍສາບສູນຂອງ ທ່ານ ສົມບັດ ສົມພອນ ນັ້ນ, ຣັຖບານລາວຂໍຢືນຢັນວ່າ ພວກເຮົາຍັງບໍ່ໄດ້ຍຸຕິຄວາມພຍາຍາມ ໃນການສືບສວນສອບສວນ ເພື່ອໃຫ້ໄດ້ຂໍ້ສລຸບ ຕໍ່ກໍຣະນີດັ່ງກ່າວ ຕາມກົດໝາຍ ແລະ ຕາມການຮ້ອງຂໍ ຂອງສະມາຊິກ ຄອບຄົວ. ເຖິງຢ່າງໃດກໍຕາມ, ຫຼາຍຄຳຖາມ ກໍຍັງສືບຕໍ່ ບໍ່ຈະແຈ້ງເທື່ອ.”

ໃນຂນະດຽວກັນ, ທ່ານ ພູໂຂງ ສີສຸລາດ, ເອກອັຄຣັຖທູຕລາວ ປະຈຳປະເທດເບລຢ່ຽມ ກໍໄດ້ຊີ້ແຈງໃນທຳນອງດຽວກັນວ່າ ການສືບສວນ ກໍຣະນີ ທ່ານ ສົມບັດ ຕ້ອງໃຊ້ເວລາ ຄືກັບກໍຣະນີອື່ນໆ ໃນສາກົນ ທີ່ບາງກໍຣະນີ ກໍໃຊ້ເວລາຫຼາຍປີ ຈຶ່ງແກ້ໄຂໄດ້ ແລະ ບາງກໍຣະນີ ກໍອາຈບໍ່ສາມາດ ແກ້ໄຂໄດ້ເລີຍ.

“ກໍຣະນີຂອງທ່ານ ສົມບັດ ສົມພອນ ພວກເຮົາຄຶດວ່າ ຈະຕ້ອງໃຊ້ເວລາຫຼາຍ ເພື່ອທຳການສືບສວນສອບສວນ.”

ຕາງໜ້າປະເທດສິງກະໂປ En Yu Keefe Chin ກໍໄດ້ທວງຖາມ ແລະ ຮຽກຮ້ອງໃຫ້ທາງການລາວ ເລັ່ງແກ້ໄຂບັນຫາ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ເພື່ອໃຫ້ຄຳຕອບ ແກ່ຄອບຄົວຂອງທ່ານ.

“ສິງກະໂປ ຍັງຄົງເປັນຫ່ວງຕໍ່ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຕັ້ງແຕ່ປີ 2012 ແລະ ຮຽກຮ້ອງໃຫ້ຣັຖບານລາວ ທຳການສືບສວນສອບສວນ ຢ່າງເອົາໃຈໃສ່ ແລະ ແກ້ໄຂບັນຫາຕໍ່ກໍຣະນີດັ່ງກ່າວ ເພື່ອໃຫ້ຄອບຄົວຂອງ ທ່ານ ສົມບັດ ສົມພອນ ຫາຍຂ້ອງໃຈ.”

ເຊັ່ນດຽວກັນກັບ ຍານາງ Lena Handwerk ຕາງໜ້າໃຫ້ປະເທດເຢັຽຣະມັນ ກໍໄດ້ຮຽກຮ້ອງໃຫ້ ທາງການລາວ ທຳການສືບສວນກໍຣະນີ ດັ່ງກ່າວ ແລະ ນຳເອົາຄົນບໍ່ດີ ມາສູ່ຂະບວນການຍຸຕິທັມ.

“ສລຸບຂະບວນການໃຫ້ສັຕຍາບັນຢ່າງໄວ ແລະ ທຳການສືບສວນສອບສວນ ທຸກກໍຣະນີການບັງຄັບໃຫ້ຫາຍສາບສູນ ລວມເຖິງກໍຣະນີຂອງ ທ່ານ ສົມບັດ ສົມພອນ ແລະ ຊາວລາວທີ່ອາສັຍຢູ່ ນອກປະເທດ ແລະ ນຳເອົາຄົນບໍ່ດີ ເຂົ້າມາສູ່ຂະບວນການ ຍຸຕິທັມ.”

ນອກຈາກນີ້, ນາໆຊາຕ ຍັງຄົງເປັນຫ່ວງໃນເຣື່ອງການຈຳກັດຮັດແຄບ ສິທທິເສຣີພາບ ໃນການສະແດງຄວາມຄຶດຄວາມເຫັນ, ການຈັດຕັ້ງ ສະມາຄົມ ແລະ ການໂຮມຊຸມນຸມຢ່າງສັນຕິ.

ເຢັຽຣະມັນເອງ ກໍໄດ້ແນະນຳຣັຖບານລາວ ໃຫ້ຍຸຕິ ການດຳເນີນຄະດີ ກັບທຸກຄົນ ທີ່ໃຊ້ສິທທິເສຣີພາບ ໃນການສະແດງຄວາມຄຶດເຫັນ ລວມເຖິງບຸກຄົນ ທີ່ຖືກດຳເນີນຄດີ ພຽງເພາະເຂົາເຈົ້າ ຕຳນິວິຈານ ຣັຖບານ ແລະ ເປີດເຜີຍຄວາມເປັນຈິງ ໃນເຣື່ອງ ຜົລກະທົບຈາກ ໂຄງການລົງທຶນ ແລະ ໂຄງການພັທນາຕ່າງໆ ຫຼືບາງກໍຣະນີ ທີ່ພົວພັນເຖິງ ການສໍ້ຣາສບັງຫຼວງ.

ທ່ານ François Gave ຕາງໜ້າໃຫ້ປະເທດຝຣັ່ງ ກໍໄດ້ຮຽກຮ້ອງ ໃຫ້ທາງການລາວ ຮັບປະກັນສິທທິເສຣີພາບ ໃນການປາກເວົ້າ, ສະແດງຄວາມຄຶດຄວາມເຫັນ ແລະ ໂຮມຊຸມນຸມຢ່າງສັນຕິ ໂດຍການປ່ອຍໂຕທຸກໆຄົນ ທີ່ຖືກກັກຂັງ ພຽງເພາະພວກເຂົາ ໃຊ້ສິທທິ ເສຣີພາບໂຕນີ້.

ຕໍ່ບັນຫາການໃຊ້ສິທທິເສຣີພາບ ໃນການສະແດງຄວາມຄຶດຄວາມເຫັນນີ້, ທ່ານ ປິ່ນປຣາຖນາ ພັນທະມາລີ, ເອກອະທິບໍດີ ກົມສື່ມວນຊົນ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວຂອງລາວ ກໍໄດ້ຊີ້ແຈງວ່າພົລເມືອງລາວມີສິທທິເສຣີພາບ ໃນການສະແດງຄວາມຄຶດ ຄວາມເຫັນ ຕາມຣັຖທັມມະນູນ.

“ຣັຖບານລາວເນັ້ນຢ້ຳວ່າ ສິທທິເສຣີພາບ ໃນການສະແດງຄວາມຄຶດຄວາມເຫັນ ຂອງພົລເມືອງລາວ ຖືກຮັບຮອງໂດຍຣັຖທັມມະນູນ ແຫ່ງຊາຕລາວ ແລະ ກົດໝາຍທີ່ກ່ຽວຂ້ອງ ຄືດັ່ງທີ່ໄດ້ອະທິບາຍ ໃນບົດຣາຍງານແຫ່ງຊາຕຂອງພວກເຮົາ ໃນຮອບວຽນທີ 3 ນີ້.”

ນອກຈາກນີ້ແລ້ວ, ອີກຫຼາຍໆປະເທດ ຍັງໄດ້ແນະນຳໃຫ້ຣັຖບານລາວ ສ້າງຕັ້ງສະຖາບັນ ສິທທິມະນຸດແຫ່ງຊາຕ ຕາມຫຼັກການສົນທິສັນຍາ ດ້ານສິທທິມະນຸດ ປາຣີສ ເພື່ອຮັບປະກັນວ່າ ບັນຫາສິທທິມະນຸດ ໃນລາວ ຈະໄດ້ຮັບການແ ກ້ໄຂໃຫ້ດີຂຶ້ນ ໃນ ອະນາຄົດ.

 

 

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.