ໝູ່ເພື່ອນຍັງຖ້າຮູ້ຂ່າວ ທ້າວ ອ໊ອດ

ວິທະຍຸເອເຊຍເສລີ: 24 ສິງຫາ 2020

ທີ່ຜ່ານມາ ມີຄົນລາວຫຼາຍຄົນ ທີ່ຫາຍສາບສູນ ທັງຢູ່ປະເທດລາວ ແລະ ຢູ່ຕ່າງປະເທດ…

ໝູ່ເພື່ອນຍັງເປັນຫ່ວງ ແລະຢາກຮູ້ຄວາມຈິງ ກ່ຽວກັບການຫາຍສາບສູນຂອງ ທ້າວ ອ໊ອດ ໄຊຍະວົງ ອາຍຸ 36 ປີ ຢູບາງກອກ ປະເທດ ໄທຍ ເປັນເວລາເກືອບ 1 ປີ. ດັ່ງ ໝູ່ຄົນນຶ່ງ ຂອງ ທ້າວ ອ໊ອດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ສິງຫາ:

“ຍັງບໍ່ມີຂ່າວດີຫຍັງຫັ້ນນ່າ ຕ່າງຄົນກະຕ່າງ ໄດ້ຮັບຂ່າວສຳຄັນ ວ່າຊັ້ນຊະ ຍັງບໍ່ທັນ ໄດ້ຮັບໃຜດີ ຫຼືວ່າກ່ຽວກັບ ອ໊ອດສະກາ ທີ່ຫາຍສາບສູນ ໄປ ມັນກະຍັງບໍ່ມີວີ່ແວວ ຍັງຄືເກົ່າຢູ່, ໃນນາມອົງກອນ ກະໄດ້ແຕ່ໂພສທາງ Facebook ເລື່ອງການຫາຍສາບສູນໄປ ຢູ່ຕລອດເວລາ ເພື່ອບໍ່ໃຫ້ລືມ ທຸກຄົນກະພຍາຍາມ ເຝົ້າລະລໍ ຄືກັນຫັ້ນແຫຼະ ລໍຄອຍວ່າ ຄວາມຈິງມັນ ເປັນຈັ່ງໃດ ທຸກຄົນກະຢາກຮູ້ຫັ້ນນ່າ.”

ທ່ານກ່າວຕື່ມວ່າ ໃນຮອບ 1 ປີ ທີ່ຜ່ານມານັ້ນ, ເຖິງວ່າຈະຢາກຮູ້ຄວາມຈິງ ກ່ຽວກັບຊະຕາກັມຂອງ ທ້າວ ອ໊ອດ ກໍຕາມ, ແຕ່ດ້ວຍຄວາມ ລະມັດລະວັງ ຕໍ່ຄວາມປອດໄພ ແລະຮູ້ດີວ່າ ພາກສ່ວນກ່ຽວຂ້ອງ ທັງໃນໄທຍ ແລະໃນລາວ ຄົງໃຫ້ການຮ່ວມມືໄດ້ບໍ່ຫຼາຍ ໃນການຊອກຫາ ທ້າວ ອ໊ອດ ນັ້ນ, ທາງຄອບຄົວ ແລະ ກຸ່ມໝູ່ເພື່ອນ ຈຶ່ງໄດ້ສງວນທ່າທີ ຕໍ່ກໍຣະນີ ດັ່ງກ່າວ.

ໃນໂອກາດຄົບຮອບ 1 ປີ ທີ່ ທ້າວ ອ໊ອດ ໄຊຍະວົງ ໄດ້ຫາຍສາບສູນ ໃນປະເທດໄທຍ, ເອເຊັຽເສຣີ ໄດ້ຕິດຕໍ່ຫາສະຖານທູດລາວ ຢູ່ ບາງກອກ ຫຼາຍເທື່ອ ເພື່ອຖາມຣາຍຣະອຽດ ກ່ຽວກັບ ຄະດີ ແລະ ການຄຸ້ມຄອງຄົນລາວ ທີ່ມາເຮັດວຽກຢູ່ໄທຍ ແຕ່ເຈົ້າໜ້າທີ່ ສະຖານທູດ ປະຕິເສດທີ່ຈະ ຕອບຄຳຖາມ. ແລະ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ສະຖານກົງສູນໃຫຍ່ລາວ ປະຈຳແຂວງຂອນແກ່ນ ປະເທດໄທຍ ແຕ່ບໍ່ມີ ເຈົ້າໜ້າທີ່ ຮັບໂທຣະສັບ.

ແຕ່ ເຈົ້າໜ້າທີ່ຜແນກສິດທິມະນຸດ ກົມສົນທິສັນຍາ ແລະ ກົດໝາຍ, ຜແນກຄຸ້ມຄອງຄົນລາວ ຢູ່ຕ່າງປະເທດ ກົມກົງສຸນ ແລະ ຫ້ອງການ ບໍຣິຫານ ກະຊວງການຕ່າງ ປະເທດຂອງລາວ ກ່າວວ່າບໍ່ຮູ້ຈັກ ທ້າວ ອ໊ອດ ໄຊຍະວົງ ຫາຍສາບສູນ ແລະບໍ່ສະດວກທີ່ຈະຕອບຄຳຖາມ ທາງໂທຣະສັບ.

ທີ່ຜ່ານມາ ມີຄົນລາວຫຼາຍຄົນ ທີ່ຫາຍສາບສູນ ທັງຢູ່ປະເທດລາວ ແລະ ຢູ່ຕ່າງປະເທດ ເຊັ່ນ:

ທ່ານ ສົມພອນ ຂັນທິສຸກ ເຈົ້າຂອງບ້ານພັກ Landing Boat ຢູ່ ແຂວງຫລວງນ້ຳ ຖືກລັກພາຕົວໄປ ໃນປີ 2007.

ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນ ຂອງລາວ ເຈົ້າຂອງຣາງວັນແມັກ ໄຊ ໄຊ ອາວອດ ປີ 2005 ຖືກລັກພາຕົວໄປ ໃນວັນທີ 15 ທັນວາ 2012 ຢູ່ນະຄອນຫລວງວຽງຈັນ.

ແລະ ຫຼ້າສຸດ ກໍແມ່ນ ກໍລະນີ ທ້າວ ອ໊ອດ ໄຊຍະວົງ ນັກເຂື່ອນໄຫວ ດ້ານສິດທິມະນຸດ ແລະ ປະຊາທິປະໄຕ ໃນລາວ ຫາຍສາບສູນ ໃນຕອນແລງ ຂອງວັນທີ 26 ສິງຫາ ປີ 2019 ໃກ້ກັບ ເຮືອນພັກ ເຂດບຶງກຸ່ມ ຢູ່ບາງກອກ ປະເທດໄທຍ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.