ຜົນງານຂອງທ່ານສົມບັດ ຍັງເປັນທີ່ ຈາຣຶກ

ວິທະຍຸເອເຊຍເສລີ: 15 ທັນວາ 2020

ຜ່ານໄປເວລາ 8 ປີເຕັມ ທີ່ທ່ານ ສົມບັດ ສົມພອນ ໄດ້ຖືກກຸ່ມຄົນບໍ່ດີ ລັກພາໂຕໄປ ແລ້ວຖືກບັງຄັບໃຫ້ຫາຍສາບສູນ. ແຕ່ເຖິງ ຢ່າງໃດກໍຕາມ, ຊີວິຕ ແລະ ຜົລງານ ຂອງທ່ານ ສົມບັດ ສົມພອນ ທີ່ທ່ານໄດ້ສ້າງໄວ້ ຖືເປັນສິ່ງທີ່ມີຄຸນູປະການ ຕໍ່ປະເທດລາວ ແລະ ຍັງຍືນຍົງຢູ່ໃນໃຈຊາວລາວ ທີ່ເຮັດວຽກດ້ານການພັທນາ ໃນທົ່ວປະເທດ ຢ່າງບໍ່ເສື່ອມຄາຍ.

ເມື່ອເວົ້າເຖິງຄຸນູປະການ ຂອງທ່ານ ສົມບັດ ສົມພອນ ແລ້ວ, ຜູ້ທີ່ເຄີຍເຮັດວຽກໃກ້ຊິດທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 14 ທັນວາ ວ່າ ທ່ານ ສົມບັດ ເປັນນັກພັທນາທີ່ເຂົ້າໃຈສະພາບການພັທນາ ໃນປະເທດລາວເປັນຢ່າງດີ ພາຍຫຼັງທີ່ໄດ້ເຮັດວຽກໂຕຈິງ 30 ປາຍປີ ແລະ ຖືເປັນສິ່ງທີ່ມີຄຸນຄ່າ ຕໍ່ປະເທດລາວ ແລະ ຊາວລາວໃນທົ່ວປະເທດ ທີ່ຈະເຮັດໃຫ້ ປະເທດ ມີການພັທນາທີ່ຍືນຍົງ.

“ຄວາມຈິງນີ້ ທ່ານ ສົມບັດ ສົມພອນ ເປັນນັກພັທນາທີ່ເຂົ້າໃຈບໍລະບົດ ການພັທນາ ຂອງເມືອງລາວໄດ້ດີ ຫຼັງຈາກທີ່ເພິ່ນເຮັດໂຕຈິງ ຫຼາຍກວ່າ 30 ປີເນາະ. ຢູ່ໃກ້ຊິດກັບຊຸມຊົນບໍ່ ກັບຊົນເຜົ່າບໍ່ ເນາະ, ວັຍໜຸ່ມ ແລະ ອື່ນໆ. ລະເພິ່ນເຂົ້າໃຈວ່າ ການພັທນານີ້ມັນຈະ ຍືນຍົງໄດ້ ກໍຕໍ່ເມື່ອວ່າ ມັນເກີດຈາກພາຍໃນ. ນັ້ນໝາຍຄວາມວ່າ ທຸກຄົນຈະຕ້ອງມີສ່ວນຮ່ວມ ໃນການເຂົ້າຮ່ວມ ບັນດາກິຈກັມ ຕ່າງໆ ທີ່ກ່ຽວພັນກັບຊີວິຕເຂົາເຈົ້າເອງ. ບໍ່ວ່າຈະເປັນເຣື່ອງການວາງແຜນ, ການວິເຄາະບັນຫາ ລວມໄປເຖິງການປະຕິບັດ ກິຈກັມຕ່າງໆ. ນັ້ນຄືວ່າ ທຸກຄົນຈະຕ້ອງມີສ່ວນຮ່ວມ ໃນຂະບວນການ ຂອງການພັທນາ ບໍ່ວ່າຈະນ້ອຍ ຫຼືໃຫຍ່ກະແລ້ວແຕ່, ຈະຕ້ອງເຂົ້າມາຮ່ວມນຳກັນ.”

ທ່ານກ່າວຕື່ມວ່າ ທ່ານ ສົມບັດ ສົມພອນ, ຍັງເປັນຜູ້ທີ່ຮັກຊາດ ແລະ ປະຊາຊົນລາວອັນດູດດື່ມ ດັ່ງຈະສາມາດເຫັນໄດ້ ເມື່ອ ສົນທະນາ ແລະ ແລກປ່ຽນບົດຮຽນກັບທ່ານ, ເວລາໃດ ເພິ່ນກໍມັກຈະຊອກຫາວິທີຊ່ອຍເຫຼືອ ບ້ານເກີດເມືອງນອນ ໃຫ້ເປັນໄປຕາມ ແຜນພັທນາເສຖກິຈ-ສັງຄົມ ຂອງຣັຖບານລາວ ສເມີ.

“ສິ່ງທີ່ລຸງເຫັນໂຕນຶ່ງ ກະຄືວ່າເພິ່ນເປັນຄົນຮັກຊາດ, ເນາະ. ຮັກຊາດ, ຮັກບ້ານເກີດເມືອງນອນ. ເປັນຫຍັງຈຶ່ງວ່າຈັ່ງຊັ້ນ ເພາະທຸກຄັ້ງທີ່ໄປພົບເພິ່ນ ໄປລົມເພິ່ນຫັ້ນນ່າ ເພິ່ນຈະບອກເລີຍວ່າ ເຮົາຈະຊ່ອຍບ້ານເຮົາແນວໃດ? ເຮົາຈະຊ່ອຍຣັຖບານ ປະຕິບັດແຜນພັທນາເພິ່ນໄດ້ແນວໃດ? ເຮົາຈະເຮັດແນວໃດໃຫ້ຊຸມຊົນ ເຂົ້າມາມີສ່ວນຮ່ວມ ເພື່ອຊ່ອຍພັທນາ ບໍ່ໃຫ້ເຮົາຫຼ້າຫຼັງ? ອັນນີ້ບົ່ງບອກວ່າ ເປັນສິ່ງນຶ່ງ ທີ່ເພິ່ນຮັກຊາດ ຮັກປະຊາຊົນຫັ້ນແຫຼະ ບໍ່ຕ່າງຈາກຄົນທົ່ວໄປ, ແຕ່ເຮົາເຫັນໄດ້ວ່າ ເພິ່ນຮັກຊາດ ສູງຫຼາຍ. ເຊິ່ງວ່າໂຕນີ້ ເປັນສິ່ງທີ່ເຮົາໄດ້ບອກກັນວ່າ ຄົນລາວທຸກຄົນ ນັກພັທນາທຸກຄົນນີ້ ແມ່ນມີຈິຕໃຈຮັກຊາດດີ. ແນ່ນອນ, ຮູບແບບການປະຕິບັດ ອາຈແຕກຕ່າງກັບຫຼາຍໆຄົນ, ເຊິ່ງຄວາມແຕກຕ່າງນີ້ແຫຼະ ຄືຄວາມຫຼາກຫຼາຍ ທີ່ເຮົາຄວນສງວນໄວ້ ແລະ ສືບຕໍ່ ເພື່ອໃຫ້ສັງຄົມລາວເຮົາ ມີຫຼາຍຄົນຄິດ ມີຫຼາຍຄົນເຮັດ ມີຫຼາຍຄົນທຳ. ມັນຈະເປັນ ເຂົາເອີ້ນວ່າ ຄວາມຮູ້ທີ່ຫຼາກຫຼາຍ.”

ອະດີດພະນັກງານ ແລະ ອາສາສມັກ ສູນອົບຮົມຮ່ວມພັທນາ ຫຼືຮູ້ຈັກກັນດີໃນໝູ່ຄົນລາວວ່າ (ສູນປາແດກ) ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຜົລງານສຳຄັນອັນນຶ່ງ ທີ່ລຸງ ສົມບັດ ສົມພອນ ໄດ້ຝາກຜົລງານໃຫ້ສັງຄົມລາວ ຜ່ານໂຄງການ ແລະ ວຽກງານຕ່າງໆ ແມ່ນເພິ່ນໄດ້ຖືເອົາ ການພັທນາທີ່ຍືນຍົງ ໂດຍການພັທນາຊາວໜຸ່ມ ແລະ ໄດ້ພັທນາຊາວໜຸ່ມ ໃຫ້ຮູ້ຈັກ ຮັບຜິດຊອບໂຕເອງ ເພື່ອຈະເປັນຊັພຍາກອນມະນຸດທີ່ດີ ແລ້ວກັບໄປພັທນາຊຸມຊົນ ຫຼືບ້ານເກີດເມືອງນອນ ຂອງໂຕເອງ.

“ທີ່ຈິງລາວກະບໍ່ໄດ້ເຮັດຕ່າງແນວໝູ່, ແຕ່ວ່າລາວເຮັດແທ້, ເວົ້າລະເຮັດ. ເວົ້າລະເຮັດແນວໃດ ຍົກໂຕຢ່າງຄືຈັ່ງວ່າ ພັທນາວັຍໜຸ່ມ ກະຕ້ອງແມ່ນໃຫ້ວັຍໜຸ່ມເຂົ້າມາ ບໍ່ແມ່ນຊິໄປພັທນາຜູ້ອື່ນ ໃຫ້ໄປເຮັດວຽກກັບວັຍໜຸ່ມ, ຈັ່ງຊີ້ຫັ້ນນ່າ. ຄືຈັ່ງຮູບແບບຂອງລາວນີ້ແມ່ນ ລຸງຫາກຊິເວົ້າຢູ່ຕລອດດອກວ່າ ອັນນີ້ບໍ່ແມ່ນລຸງຜູ້ດຽວເດີ້, ມັນມາເປັນທຸກມື້ນີ້ໄດ້ ກະຍ້ອນວ່າມີທີມງານ ມີໝູ່ຄູ່ ທີ່ວ່າໃຫ້ການປຶກສາ ແລ້ວລາວກະຖອດບົດຮຽນມາ ອີ່ຫຍັງຕ່າງໆ, ຫັ້ນນ່າ. ອັນນີ້ໂຕເອງ ໄດ້ລົມກັບລາວຕລອດດອກ ເພາະວ່າເຄີຍມີຄົນຕັ້ງຄຳຖາມ ນຳຄືກັນເນາະວ່າ ໃຫຍ່ຂຶ້ນມາ ຕອນນັ້ນຍັງເປັນ ອາສາສມັກຢູ່ເດເນາະ ຢາກເຮັດວຽກຫຍັງ? ໂຕເອງກະເລີຍຕອບໄປວ່າ ຢາກເປັນ ນັກພັທນາວັຍໜຸ່ມ, ຈັ່ງຊີ້ນ່າ. ເອ໋, ແລ້ວເຮົາກະເລີຍຄຶດ ໄປເອົາແນວຄວາມຄິດນີ້ມາແຕ່ໃສ? ຖາມຄືເຈົ້າຖາມຈັ່ງຊີ້ນີ້ແຫຼະເນາະ. ລະຄຶດໄປຄຶດມາ ກະໂອ ເອົາມາຈາກສິ່ງທີ່ເຮົາເຫັນວ່າລຸງ ຫຼືວ່າປາແດກຫັ້ນນ່າ ໃຫ້ກັບເຮົາ. ແລ້ວເຮົາເຫັນວ່າ ມັນເປັນສິ່ງທີ່ດີ, ມັນເປັນສິ່ງທີ່ດີ ເຮົາກະເລີຍຢາກສານຕໍ່ ເພາະວ່າຮູບແບບທີ່ວ່າ ທາງປາແດກ ຕ້ອງວ່າປາແດກເນາະ ຫຼືວ່າລຸງພາເຮັດນີ້ກະຄື ການຝຶກອາສາສມັກນີ້ແຫຼະ ຝຶກໃຫ້ວັຍໜຸ່ມນີ້ແຫຼະ ມີຄວາມເປັນຜູ້ນຳ. ຄຳວ່າຜູ້ນຳໃນທີ່ນີ້ ຫຼາຍຄົນຊິເຂົ້າໃຈວ່າໄປນຳຜູ້ອື່ນ, ບໍ່ແມ່ນໄດ໋. ຮູບແບບຂອງລຸງ ຮູບແບບຂອງປາແດກ ຝຶກໃຫ້ເຮົາເປັນຜູ້ນຳໂຕເອງໄດ໋.”

ທ່ານ ນິວັດ ຣ້ອຍແກ້ວ, ນັກພັທນາຊາວໄທຍ ທີ່ຮູ້ຈັກ ແລະ ໄດ້ເຄີຍແລກປ່ຽນບົດຮຽນກັບທ່ານ ສົມບັດ ສົມພອນ ກໍໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ທັນວາ ວ່າ ທ່ານ ສົມບັດ ສົມພອນ ຖືເປັນນັກພັທນາ ທີ່ມີຄວາມຕັ້ງໃຈສູງ ໃນການ ເຮັດວຽກງານ ຂອງທ່ານ ເພື່ອເປັນສ່ວນນຶ່ງ ທີ່ຊ່ອຍໃຫ້ປະເທດລາວ ມີການພັທນາທີ່ຍືນຍົງ, ໂດຍສະເພາະດ້ານການກະເສຕ.

“ປະເດັນວ່າເຣື່ອງສິ່ງແວດລ້ອມ ເຣື່ອງພັທນາ ແກ້ໄຂຄວາມທຸກຍາກ ອັນໃດຕ່າງໆ ທີ່ທ່ານເຮັດ, ໂດຍສະເພາະເຣື່ອງການກະເສຕ ອີ່ຫຍັງຕ່າງໆນີ້. ຂ້າພະເຈົ້າວ່າ ສິ່ງສຳຄັນທີ່ ຂ້າພະເຈົ້າເຫັນວ່າ ທ່ານຕັ້ງໃຈເຮັດ ແລ້ວກໍຈະນຳພາປະເທດຂອງທ່ານ ໄປສູ່ຄວາມ ຍືນຍົງ ຄວາມຈະເຣີນ. ໂດຍສະເພາະ ທ່ານເຫັນໃນເຣື່ອງເຍົາວະຊົນ ຣຸ້ນໃໝ່ໆຫຼາຍຄົນ ທີ່ເຂົາໄດ້ຮັບການຖ່າຍທອດ ການອົບຮົມ ຫຼືການສ້າງຈາກອາຈານ ສົມບັດ, ຫັ້ນນ່າ.”

ສະມາຊິກຄອບຄົວ ຂອງທ່ານ ສົມບັດ ສົມພອນ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 10 ທັນວາ ວ່າ ທ່ານ ສົມບັດ ສົມພອນ ເປັນຜູ້ທີ່ມັກຮັກດ້ານການກະເສຕ ແລະ ໄດ້ອຸທິດຕົນ ພັທນາດ້ານນີ້ ໃຫ້ເປັນການກະເສຕທີ່ຍືນຍົງ ຢ່າງສເມີຕົ້ນສເມີປາຍ ເນື່ອງຈາກທ່ານເຫັນວ່າ ປະເທດລາວ ມີທ່າແຮງດ້ານນີ້ ແລະ ສາມາດພັທນາໃຫ້ແຂ່ງຂັນກັບນາໆປະເທດໄດ້.

“ເຣື່ອງກະສິກັມແບບຍືນຍົງນີ້ ທີ່ວ່າບໍ່ໃຊ້ສານເຄມີນີ້ ເປັນສິ່ງທີ່ລາວທຸ້ມດ້ວຍໂຕເອງ, ອັນນີ້ເປັນສິ່ງທີ່ລາວທຸ້ມ ໃນບັ້ນປາຍຂອງລາວ. ຫຼັງຈາກບຳນານແລ້ວ, ລາວກະຊິໄປພັທນາເອງ ໄປເຮັດເອງ ເປັນສວນຮຽນຮູ້ ເປັນເຣື່ອງກະສິກັມ ປອດສານພິດ ແບບປະສົມ ປະສານ ເພາະວ່າໄລຍະນັ້ນ ເຂົ້າໃຈວ່າສານເຄມີ ມັນເຂົ້າມາຫຼາຍ ເນາະ ຍຸກນຶ່ງເນາະ. ລະຄົນມີຄວາມຮູ້ ລະກະບໍ່ມີຄວາມຮູ້ ກະໃຊ້ເຄມີ ລະກະເຫັນວ່າ ເຮົາມີທ່າແຮງຫຼາຍ ເຣື່ອງພູຜາປ່າໄມ້, ເຣື່ອງດິນ, ເຣື່ອງນ້ຳ ທີ່ອຸດົມສົມບູນ ເຮົາຄວນຈະດຶງເອົາໂຕນີ້. ລາວກະເວົ້າຕລອດວ່າ ເຣື່ອງປະເທດລາວນີ້ ຖ້າຈະແຂ່ງກັບຕ່າງປະເທດນີ້ ເຮົາແມ່ນເຣື່ອງພູມປັນຍາ ລະກະເຣື່ອງທ່ອງທ່ຽວ ກັບທ້ອງຖິ່ນນີ້ ເປັນສິ່ງທີ່ມັນກ່ຽວຂ້ອງກັບກະສິກັມນີ້ ເປັນເຣື່ອງທີ່ເຮົາຈະໄດ້ປຽບປະເທດອື່ນ.”

ທັງໝົດນັ້ນ ກໍແມ່ນຫຼາກຫຼາຍຄວາມຄຶດເຫັນ ກ່ຽວກັບຜົລງານ ແລະ ຄຸນູປະການ ຂອງທ່ານ ສົມບັດ ສົມພອນ ທີ່ໄດ້ສ້າງໄວ້ໃຫ້ ສັງຄົມລາວ ຜ່ານການເຄື່ອນໄຫວວຽກງານ ຫຼາຍກວ່າ 30 ປີ ທີ່ທ່ານໄດ້ອຸທິດຕົນ ເພື່ອໃຫ້ປະເທດລາວ ມີການພັທນາທີ່ຍືນຍົງ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.