ບໍ່ມີຄວາມຄືບໜ້າ ໃນວັນຫາຍສາບສູນ ສາກົລ

ວັນຜູ້ຫາຍສາບສູນ ສາກົລ ຈັດຂຶ້ນທີ່ບາງກອກ, ປະເທດໄທຍ, ວັນທີ 30 ສິງຫາ 2017

ວິທະຍຸເອເຊຍເສລີ: 30 ສິງຫາ 2021

ໃນວັນທີ 30 ສິງຫາ ຂອງທຸກໆປີ ຖືກກຳນົດ ໃຫ້ເປັນ ວັນຜູ້ຕົກເປັນເຫຍື່ອ ຂອງການບັງຄັບ ໃຫ້ຫາຍສາບສູນ ສາກົລ ຊຶ່ງໜ່ວຍງານ ທີ່ເຮັດວຽກ ກ່ຽວກັບ ສິດທິມະນຸດ ທົ່ວໂລກ ຕ່າງກໍສເນີ ບັນຫາ ກ່ຽວກັບ ຜູ້ຖືກບັງຄັບ ໃຫ້ຫາຍສາບສູນ ໃນໂລກ ນຶ່ງໃນນັ້ນ ກໍແມ່ນ ທ່ານສົມບັດ ສົມພອນ ນັກພັທນາ ສັງຄົມ ຊາວລາວ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ເມື່ອປະມານ 9 ປີ ຜ່ານມາ. ມາຮອດ ປັດຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການລາວ ຍັງບໍ່ເປີດເຜີຍ ຄວາມຄືບໜ້າ ຂອງຄະດີ ດັ່ງກ່າວ ແຕ່ຢ່າງໃດ.

ກ່ຽວກັບ ເຣື່ອງນີ້ ວິ​ທ​ຍຸເອເຊັຽເສຣີ ກໍໄດ້ ຕິດຕໍ່ ໄປຫາ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳຂົງເຂດ ແລະ ອົງການ ສຫະພັນ ສິດທິມະນຸດ ສາກົລ ເພື່ອສອບຖາມ ຄວາມເຫັນ ກ່ຽວກັບ ຄະດີດັ່ງກ່າວ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ທັນສະດວກ ທີ່ຈະໃຫ້ ຄຳເຫັນໄດ້.

ນັກວິຊາການໄທຍ ທ່ານນຶ່ງ ຜູ້ທີ່ ເຄີຍເຮັດວຽກ ກັບທ່ານສົມບັດ ສົມພອນ ເວົ້າວ່າ ທ່ານສົມບັດ ສົມພອນ ຖືກບັງຄັບ ໃຫ້ຫາຍສາບສູນ ເປັນເວລາ ເກືອບຮອດ 9 ປີ ມາຮອດ ປັດຈຸບັນ ທາງການລາວ ກໍຍັງບໍ່ໄດ້ ຣາຍງານ ກ່ຽວກັບ ຄວາມຄືບໜ້າ ໃນຄະດີ ດັ່ງກ່າວ ໃຫ້ສັງຄົມ, ຄອບຄົວ ແລະ ໂລກພາຍນອກ ຮູ້ແຕ່ຢ່າງໃດ. ດ່ັງທ່ານເວົ້າວ່າ:

“ມັນເປັນເຣື່ອງ ທີ່ຣັຖບານລາວ ປະຕິເສດ ໄດ້ຂ້ອນຂ້າງຍາກ ມັນມີ ຫລັກຖານ ບາງຢ່າງ ຊຶ່ງເປັນ ພາບວົງຈອນປິດ ແຕ່ບາດນີ້ ຫຼັງຈາກ​ນັ້ນ ຣັຖບານລາວ ກໍບໍ່ໄດ້ ມີການຕິດຕາມ ອີ່ຫຍັງ ຄື ບໍ່ເວົ້າອີ່ຫຍັງ ເຮັດຄື ກັບວ່າ ບໍ່ເຄີຍມີ ເຣື່ອງແບບນີ້ ເກີດຂຶ້ນ.”

ໃນຂນະດຽວກັນ ຄົນລາວ ນາງນຶ່ງເວົ້າວ່າ ມາຮອດ ປັດຈຸບັນ ຍັງບໍ່ຮູ້ເຣື່ອງຣາວ ຂອງ ທ່ານ ສົມບົດ ສົມພອນ ຍ້ອນທາງການລາວ ບໍ່ໄດ້ເຜີຍແຜ່ ຂໍ້ມູນດັ່ງກ່າວ ໃຫ້ປະຊາຊົນຮູ້ ດັ່ງນາງ ເວົ້າວ່າ:

“ມັນບໍ່ໄດ້ມີ ຣາຍງານ ເປັນທາງການ ເດ້ເນາະ ວ່າ ມີການບັງຄັບສູນຫາຍ ອີ່ຫຍັງ ຕ່າງໆນີ້ແຫລະ ເຮົາມັນບໍ່ມີໂຕນີ້ ຕ່າງແຕ່ວ່າ ຄັນເຮົາເບິ່ງສະພາບ ມັນບໍ່ເຫັນ ເລີຍນ່າ ບໍ່ຮູ້ວ່າ ຊິ່ໄປຊອກ ຂໍ້ມູນຢູ່ໃສ ອັນນີ້ ເປັນຈຸດອ່ອນ ມັນບໍ່ສາມາດ ກວດສອບ ໄດ້ເລີຍ ເຈົ້າໜ້າທີ່ ເພິ່ນກະວ່າ ເພິ່ນຕາມໃຫ້ ຫາກແຕ່ ເຮົາກະບໍ່ຮູ້ວ່າ ຕິດຕາມແນວໃດ ຈັ່ງໃດເນາະ.”

ຄົນລາວ ອີກທ່ານນຶ່ງ ເວົ້າວ່າ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ຖືເປັນ ກໍຣະນີນຶ່ງ ທີ່ສຳຄັນ ທີ່ເຮັດໃຫ້ ປະຊາຊົນ ທົ່ວໄປ ເກີດຄວາມລະມັດລະວັງ ໂຕເອງຫຼາຍຂຶ້ນ ໃນການສະແດງ ຄວາມຄິດເຫັນ ຜ່ານສື່ສັງຄົມ ອ໋ອນລາຍນ໌ ເພື່ອປ້ອງກັນ ບໍ່ໃຫ້ກະທົບ ຜູ້ອື່ນ ໂດຍສເພາະ ຜູ້ທີ່ມີ ອຳນາດ ໃນລາວ ບໍ່ດັ່ງນັ້ນ ຈະເປັນ ອັນຕະຣາຽ ຕໍ່ໂຕເອງໄດ້.

“ອັນໂຕນີ້ ເຮົາຊິ່ສາມາດ ເວົ້າໄດ້ບໍ່ ມັນກະໄດ້ ລະວັງໂຕ ມັນເກີດ ຄວາມລະວັງໂຕຫຼາຍ ຄັນເຮົາເວົ້າ ໂຕນີ້ແຫລ້ວ ມັນຊິ່ໄປ ກະທົບ ຜູ້ໃດແນ່  ຄຳວ່າ ຜູ້ໃດບໍ່ໄດ້ ໝາຍເຖິງ ຣັຖບານ ມັນໝາຍເຖິງ ສິ່ງທີ່ເຮົາ ຊິ່ເຮັດໄປນີ້ ມັນໄປກະທົບ ຕໍ່ບຸກຄົນ ທີ່ມີອຳນາດ ອຳນາດ ອັນທັງ ເຣື່ອງເງິນເນາະ ຫຼືວ່າ ທັງເຣື່ອງອີ່ຫຍັງ ຫຼາຍໆ ອັນແມ່ນບໍ່ລະ.”

ທ່ານກ່າວຕື່ມວ່າ ການບັງຄັບ ໃຫ້ຄົນຫາຍສາບສູນ ຫຼື ການລັກພາໂຕນັ້ນ ບໍ່ແມ່ນ ຈະເກີດຂຶ້ນ ສະເພາະ ໃນວົງການເຄື່ອນໄຫວ ດ້ານສິດທິມະນຸດ ຫຼື ນັກພັທນາ ສັງຄົມ ເທົ່ານັ້ນ ແຕ່ຍັງຮວມໄປເຖິງ ກຸ່ມນັກທຸຣະກິດ ແລະ ກຸ່ມຜົລປໂຍດ ຕ່າງໆ ອີກຈຳນວນຫຼາຍ ທີ່ມີ ຜູ້ອຳນາດ ຢູ່ເບື້ອງຫຼັງ

ຊາວໜຸ່ມລາວ ທ່ານນຶ່ງເວົ້າວ່າ ລາວເອງ ຍັງບໍ່ຮູ້ເຣື່ອງ ການຫາຍສານູສນ ຂອງທ່ານສົມບັດ ສົມພອນ ແລະ ຄົນອື່ນໆ ຫຼາຍປານໃດ ຍ້ອນສື່ມວນຊົນລາວ ບໍ່ຣາຍງານ ກ່ຽວກັບ ເຣື່ອງນີ້ ແລະ ບໍ່ມີຊ່ອງທາງໃດ ທີ່ຈະຕິດຕາມ ເຣື່ອງດັ່ງກ່າວ ມີແຕ່ໄດ້ຍິນ ຈາກກອງປະຊຸມ ກ່ຽວກັບ ສິດທິມະນຸດ ເມື່ອຕອນ ເຂົ້າຮ່ວມປະຊຸມ ແລະ ການອົບຮົມ ກ່ຽວກັບ ສິດທິມະນຸດ ເທົ່ານັ້ນ.

“ເຄີຍ ມີບຸກຄົນ ທີ່ວ່າ ຊື່ສົມບົດ ສົມພອນ ເຮັດເຣື່ອງນີ້ ກໍໄດ້ ທວນກັນຄືນ ຄືກັນວ່າ ເພິ່ນຖືກເອິ້ນ ບັງຄັບ ໃຫ້ສູນຫາຍ ໃນມື້ນັ້ນ ມື້ນີ້ ຊິ່ນ່າ ເວົ້າປວັດເພິ່ນ ເລັກໆນ້ອຍໆ ຢູ່ກອງປະຊຸມບໍ່ ຢູ່ໃນອີ່ຫຍັງບໍ່ ມັນກະ ສາມາດ ເຮັດໄດ້ ສ່ຳນັ້ນແຫລະ.”

ທ່ານກ່າວຕື່ມວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ ໜ່ວຍງານ ທີ່ກ່ຽວຂ້ອງ ຣາຍງານ ຄວາມຄືບໜ້າ ກ່ຽວກັບ ຄະດີດັ່ງກ່າວ ໃຫ້ປະຊາຊົນ ແລະ ຄອບຄົວ ຂອງທ່ານຮູ້ ເຖິງແມ່ນ ບຸກຄົນ ເຫຼົ່ານັ້ນ ຈະຍັງມີ ຊີວິດ ຫຼື ເສັຽຊີວິດ ໄປແລ້ວ ກໍຕາມ.

ນອກຈາກທ່ານ ສົມບັດ ສົມພອນແລ້ວ, ກໍຍັງມີ ຜູ້ທີ່ຫາຍສາບສູນ ໃນລາວ ອີກຫຼາຍຄົນ ເປັນຕົ້ນ ທ່ານ ສົມພອນ ຂັນຕິສຸກ ນັກອະນຸຮັກ ສິ່ງແວດລ້ອມ ແລະ ນັກເຄື່ອນໄຫວ ດ້ານທີ່ດິນ ຫາຍສາບສູນ ໃນປີ 2007, ທ່ານ ອ໊ອດ ໄຊຍະວົງ ນັກເຄື່ອນໄຫວ ສິດທິແຮງງານ ຂ້າມຊາດ ພ້ອມທັງ ເປັນຜູ້ຮຽກຮ້ອງ ປະຊາທິປະຕັຍ ໃນລາວ ຫາຍສາບສູນ ໃນໄທຍ ໃນປີ 2019 ແລະ ບຸກຄົນອື່ນໆ ອີກຫຼາຍຄົນ.

ໃນວັນດັ່ງກ່າວ ວິທຍຸເອເຊັຽເສຣີ ກໍໄດ້ ໂທຣະສັບ ຕິດຕໍ່ ໄປສອບຖາມ ກົມສົນທິສັນຍາ ແລະ ກົດໝາຍ ກະຊວງ ການຕ່າງປະເທດລາວ ໃນຖານະ ເປັນໜ່ວຍງານ ຂອງຣັຖບານລາວ ທີ່ຕິດຕາມ ການບັງຄັບ ໃຊ້ສົນທິສັນຍາ ລະຫວ່າງປະເທດ ແຕ່ບໍ່ມີ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຄົນໃດ ໃຫ້ຄວາມເຫັນໄດ້.

ນັບຕັ້ງແຕ່ ທ່ານສົມບັດ ສົມພອນ ຖືກກຸ່ມຄົນ ບັງຄັບ ໃຫ້ຂຶ້ນຣົດ ແລ້ວຫາຍສາບສູນໄປ ເປັນເວລາ ເກືອບຮອດ 9 ປີ ແລະ ເນື່ອງໃນວັນ ຜູ້ຕົກເປັນເຫຍື່່ອ ຂອງການຖືກບັງຄັບ ໃຫ້ຫາຍສາບສູນ ສາກົລ ໃນປີນີ້ນັ້ນ, ມາດາມ ອິ້ງ ຊຸ່ຍເມັ້ງ ພັລຍາ ຂອງທ່ານ ສົມບັດ ສົມພອນ ກໍໄດ້ ຂຽນໜັງສື ຜ່ານເວັບໄຊຍ໌ ເພື່ອ ສະທ້ອນເຖິງ ເວລາຜ່ານໄປ ແຕ່ລະເດືອນ ແລະ ແຕ່ລະປີ ທີ່ຍານາງ ແລະ ຄອບຄົວ ຍັງເຝົ້າ ແລະ ລໍຄອຍ ການກັບບ້ານ ຂອງສາມີ ຫຼື ຢ່າງນ້ອຍ ກໍຂໍໃຫ້ມີ ຄຳຕອບ ແນວໃດແນວນຶ່ງ ແກ່ຄອບຄົວ ແລະ ໝູ່ເພື່ອນ ອັນເປັນທີ່ຮັກ ແຕ່ພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການລາວ ກໍບໍ່ເຄີຍ ໃຫ້ຂໍ້ມູນ ແກ່ຄອບຄົວ ຂອງທ່ານເລີຍ.

ວັນຕົກເປັນເຫຍື່ອ ຂອງການຖືກບັງຄັບ ໃຫ້ຄົນຫາຍສາບສູນ ສາກົລ ຊຶ່ງກົງກັບ ວັນທີ 30 ສິງຫາ ຂອງທຸກໆປີ ໄດ້ກຳນົດຂຶ້ນ ເພື່ອ​ລຳລຶກເຖິງ ບຸກຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ຈາກການລະເມີດ ສິດທິມະນຸດ, ພາວະສົງຄາມ, ການປາບປາມ ຂອງຣັຖ, ຫຼື ການກໍ່ການຮ້າຍ ທີ່ເກີດຂຶ້ນ ໃນຫຼາຍປະເທດ ແລະ ເພື່ອສນັບສນູນ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ອອກມາ ແກ້ໄຂ ບັນຫາດັ່ງກ່າວ ຢ່າງເປັນທັມ ແລະ ຈິງຈັງ ຍ້ອນການບັງຄັບ ໃຫ້ຫາຍສາບສູນ ເປັນເຄື່ອງມື ທີ່ຖືກໃຊ້ ໃນການຮັກສາ ອຳນາດ ແລະ ປິດປາກ ຜູ້ທີ່ມີ ຄວາມຄິດແຕກຕ່າງ ໃນຫຼາຍປະເທດ ໃນໂລກ.

 

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.