ທາງການລາວບໍ່ຢາກໄດ້ຍິນຊື່ ທ.ສົມບັດ

ວິທະຍຸເອເຊຍເສຣີ: 18 ມີນາ 2015

S-somphoneທາງການ ລາວ ບໍ່ຢາກໃຫ້ ຄນະ ກັມມະການ ຮັບ ຜິດຊອບ ຈັດ ກອງ ປະຊຸມ ພາກ ປະຊາຊົນ ເອົາ ຊື່ ຂອງ ທ່ານ ສົມບັດ ສົມພອນ ເຂົ້າໃນ ຖແລງການ ຂອງ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຫລື APF ທີ່ ຈະ ຈັດຂຶ້ນ ຢູ່ ປະເທດ ມະເລເຊັຽ ແຕ່ ວັນທີ 21 ຫາ 24 ເມສາ 2015.

ທ່ານ ໄມດົມ ຈັນທະນາສິນ ຊຶ່ງ ເປັນນຶ່ງ ໃນ ຄນະ ກັມມະການ ຈັດ ກອງ ປະຊຸມ ພາກ ປະຊາຊົນ ອາຊຽນ ຝ່າຍ ລາວ ໄດ້ ສເນີ ຕໍ່ ສະມາຊິກ ຄນະ ກໍາມະການ ວ່າ ໃຫ້ເອົາ ຊື່ ທ່ານ ສົມບັດ ອອກຈາກ ຖແລງການ ໂດຍ ສະເພາະ ຈຸດທີ່ ເວົ້າເຖິງ ເຣື້ອງ ການ ບັງຄັບ ບຸກຄົນ ໃຫ້ ຫາຍສາບສູນ ແລະ ການ ຣະເມີດ ສິດທິ ມະນຸດ. ອີງຕາມ ການ ບອກເລົ່າ ຂອງ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ທາງ ສັງຄົມ ທ່ານນຶ່ງ.

ການສເນີ ໃຫ້ເອົາ ຊື່ ຂອງ ທ່ານ ສົມບັດ ອອກຈາກ ຖແລງການ ມີຂຶ້ນ ໃນ ກອງປະຊຸມ ວັນທີ 10-11 ມິນາ 2015 ຢູ່ ນະຄອນ ຫລວງ ວຽງຈັນ ທີ່ ມີຜູ້ ເຂົ້າຮ່ວມ ຕາງໜ້າ ອົງການ ຈັດຕັ້ງ ທາງ ສັງຄົມ ໂດຍການ ເປັນ ປະທານ ຂອງ ທ່ານ ໄຊສີ ສັນຕິວົງ ຣັຖມົນຕຣີ ກະຊວງ ພາຍໃນ ຫົວຂໍ້ ຊື່ວ່າ ເພື່ອ ແລກປ່ຽນ ຄວາມຮູ້ ຊຶ່ງກັນ ແລະກັນ ຣະຫວ່າງ ພາກຣັຖ ແລະ ອົງການ ຈັດຕັ້ງ ທາງ ສັງຄົມ.

ເຈົ້າໜ້າທີ່ ທ່ານ ນັ້ນ ຍັງ ກ່າວວ່າ, ໃນ ຕອນທ້າຍ ຂອງ ກອງ ປະຊຸມ ນັ້ນ ຄນະ ປະທານ ຈັດ ກອງ ປະຊຸມ ກໍໄດ້ ສເນີ ຂໍມະຕິ ວ່າຈະ ເຫັນດີ ສເນີ ໃຫ້ ເອົາຊື່ ທ່ານ ສົມບັດ ອອກຈາກ ຖແລງການ ພາກ ປະຊາຊົນ ອາຊຽນ ຫລືບໍ່. ຜົນ ປະກົດ ວ່າ ມີຜູ້ຍົກມື ເຫັນດີ ໃຫ້ ສເນີ ເອົາ ຊື່ ທ່ານ ສົມບັດ ອອກຈາກ ຖແລງການ ປະມານ 20 ຄົນ ໃນ ຈໍານວນ ຜູ້ ເຂົ້າຮ່ວມ ທັງໝົດ 100 ຄົນ, ແຕ່ ຄນະ ປະທານ ຈັດ ກອງປະຊຸມ ສລຸບວ່າ ເປັນ ມະຕິ ຂອງ ກອງ ປະຊຸມ ວ່າເຫັນດີ.

ສຳພາດທ່ານ / Interview with Phil Robertson

ວິທະຍຸເອເຊຍເສຣີ / Radio Free Asia: 17 March 2015

Phil Robertsonສຳພາດ ທ່ານ Phil Robertson ຮອງ ຜູ້ ອຳນວຍການ ອົງການ ສິດທິ ມະນຸດ ປະຈຳ ເອເຊັຽ ທີ່ ໄດ້ ກ່າວເຖິງ ການ ລ່ວງ ຣະເມີດ ສິດທິ ມະນຸດ ຢູ່ ສປປ ລາວ. ສຽງ

Interview with Phil Robertson, Deputy Director of Human Rights Watch in Asia, who speaks  about human rights violations in Laos. Audio

ສຳພາດຍານາງວະນິດາ ເທພສຸວັນ

ວິທະຍຸເອເຊຍເສຣີ:  24 ກຸມພາ 2015

LMHR-Logoສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ສະມາຊິກ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ) ອອກ ຖແລງ ການ ຮຽກຮ້ອງ ໃຫ້ ຣັຖບານ ລາວ ເພີ້ມການ ສືບຫາ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ທີ່ ຫາຍສາບສູນ ເປັນ ເວລາ 800 ວັນ ແລ້ວ ຈົນຮອດ ທຸກ ມື້ນີ້ ກໍຍັງ ບໍ່ໄດ້ ຄຳຕອບ ຫຍັງຈາກ ທາງການ ລາວ ເລີຍ ສົມເນ ໄດ້ນໍາ ເອົາ ການ ສັມພາດ ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນ ການ ລາວ ເພື່ອ ສິດທິມະນຸດ ທີ່ ມີ ສຳນັກງານ ຢູ່ ນະຄອນ ຫລວງ ປາຣີ ປະເທດ ຝຣັ່ງ ມາ ສເນີ ທ່ານ. ຟັງເນື້ອເຣື້ອງ

ສປປ ລາວ: ຜູ້ນຳ ພັທນາ ປະຊາ ສັງຄົມ, ສົມບັດ ສົມພອນ, ຫາຍ ສາບສູນ ເປັນ ເວລາ 800 ວັນ ແລ້ວ

ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ): (23 ກຸມພາ 2015)

FIDH-Logoລັຖະບານ ສປປ ລາວ ຄວນ ຜ່ານ ຈາກ ຄຳເວົ້າ ໄປ ຫາ ການກະທຳ ແລ້ວ ເພີ້ມ ທະວີ ສືບສວນ ກ່ຽວກັບ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ ຂອງ ທ່ານ ສົມບັດ ສົມພອນ ແລະ ເປີດເຜີຍ ເປັນ ທາງການ ຕໍ່ ປວ່ງຊົນ ເຖີງ ຜົນ ຂອງ ການ ສືບສວນ. ນີ້ ຄື ຄຳ ຖແລງ ຂອງ ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ). ທັງສອງ ອົງການ ທໍາການ ຣຽກຣອ້ງ ດັ່ງກ່າວ ເນື່ອງໃນ ໂອກາດ ຄົບຣອບ 800 ວັນ ຂອງ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ເມື່ອ ວັນທີ 15 ທັນວາ 2012 ທີ່ ນະຄອນຫລວງ ວຽງຈັນ.

LMHR-Logoຢູ່ ກອງປະຊູມ ກວດກາ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ສປປ ລາວ ຄັ້ງ ວັນທີ 20 ມົກກະລາ 2015 ທີ່ ເມືອງ ເຊີແນວ, ທ່ານ ພົງສະວັດ ບຸຜາ ຜູ້ ຕາງໜ້າ ຂອງ ລັຖະບານ ສປປ ລາວ ໄດ້ ກ່າວ ວ່າ ທາງ ເຈົ້າໜ້າທີ່ ຍັງ ສືບຕໍ່ ການ ສືບສວນ ກ່ຽວກັບ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ຢູ່ ແລະ ແຈ້ງ ວ່າ ຄະນະ “ພອ້ມ ແລ້ວ ທີ່ຈະ ຣັບ ຄຳ ແນາະນຳ ຈາກ ທຸກໆ ຝ່າຍ ທີ່ ກ່ຽວຂອ້ງ ແລະ ສົນໃຈ ນຳ ການ ສືບສວນ ນີ້.” ເຖີງ ແມ່ນວ່າ ໃດ້ ກ່າວ ຄໍານີ້ ໄປ ກໍ່ຕາມ, ເປັນທີ່ ສັງເກດ ເຫັນໄດ້ ຢ່າງ ຈະແຈ້ງ ວ່າ ທາງການ ວຽງຈັນ ບໍ່ ສາມາດ ນຳ ຂໍ້ມູນ ໃຫ້ໃດ້ ນັບແຕ່ ວັນທີ 7 ມົກກະລາ 2013 ເປັນ ຕົ້ນມາ.

“ເປັນ ເວລາ ດົນນານ ເກີນຄວນ ແລ້ວ ທີ່ ທາງການ ວຽງຈັນ ໄດ້ ຊັກຊ້າ ທ່ວງ ເວລາ ໃນ ກໍຣະນີ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ. ມາ ບັດນີ້ ເຖີງ ແກ່ ເວລາ ແລ້ວ ທີ່ ລັຖະບານ ສປປ ລາວ ຈະ ຕອ້ງ ນັບຖື ຂໍ້ ເງື່ອນໄຂ ຂອງ ສົນທິ ສັນຍາ ນາໆ ຊາດ ແລະ ຈະ ຕອ້ງ ປະຕິບັດ ຕາມ ຂໍ້ ສເນີ ຂອງ ກອງ ປະຊູມ ກວດກາ ແຫ່ງ ອົງການ ສະຫະປະຊາຊາດ ວ່າ ດວ້ຍ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ” ທ່ານ ກາຣີມ ລາຣິດຊີ, ປະທານ ຂອງ ສະຫະພັນ ສິດິ ມະນຸດ ນາໆ ຊາດ (FIDH) ໄດ້ກ່າວ. Continue reading “ສປປ ລາວ: ຜູ້ນຳ ພັທນາ ປະຊາ ສັງຄົມ, ສົມບັດ ສົມພອນ, ຫາຍ ສາບສູນ ເປັນ ເວລາ 800 ວັນ ແລ້ວ”

UNHRC ມີ ​196 ​ຂໍ້ກັງວົນ ​ກ່ຽວກັບ ສິດທິ ມະນຸດ ທີ່ສະ​ເໜີ ໃຫ້ລາວດຳ​ເນີນ ​ການ​ແກ້​​ໄຂ

Voice of America: 03 ກຸມພາ 2015

thediplomat_2013-12-17_03-36-21-386x289
​ບັນດາອົງການປົກປ້ອງສິດທິມະນຸດ ໃນໄທໄດ້ທຳການ​ເຄື່ອນ​ໄຫວຢູ່ໜ້າສະຖານທູດລາວ ເພື່ອ​ນຳ​ສະ​ເໜີ​ ກໍລະນີ​ການ​ຫາຍ​ໂຕ​ໄປ​ ຂອງທ່ານ​ສົມບັດ ​ສົມພອນ ເຂົ້າສູ່​ກອງ​ປະຊຸມ​ຄັ້ງຫລ້າ​ສຸດ​ນີ້ ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ທີ່ໄດ້ມີຂຶ້ນເມື່ອ ທ້າຍເດືອນມັງກອນຜ່ານມາ.

ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ ສະ​ເໜີ​ແນະ​ໃຫ້ ລັດຖະບານ​ລາວ​ຈັດຕັ້ງຄະນະ​ກຳມະການ​ພິ​ເສດ ເພື່ອ​ຮັບ ຜິດຊອບ​ການ​ສືບສວນ​ສອບ​ສວນ​ຫາ​ຄວາມ​ຈິງ ກ່ຽວ​ກັບການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ສົມ​ພອນ.

ກອງ​ປະຊຸມ​ຄັ້ງທີ 21 ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ (UNHRC) ທີ່​ໄດ້​ພິຈາລະນາ​ທົບ​ທວນ​ກ່ຽວ​ກັບ ສະພາບ​ການ​ດ້ານ​ສິດທິ​ມະນຸດ​ໃນ 14 ປະ​ເທດ​ ທີ່​ລວມທັງ ສປປ ລາວ ດ້ວຍ​ນັ້ນ ​ໄດ້​ນຳ​ສະ​ເໜີ​ຂໍ້​ແນະນຳ​ຕໍ່​ຄະນະ​ຜູ້​ຕາງ​ໜ້າ ​ຂອງ​ລັດຖະບານ​ລາວ ທີ່​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ​ຄັ້ງນີ້​ດ້ວຍ ມີ​ຈຳນວນ​ເຖິງ 196 ຂໍ້​ທີ່​ເປັນ​ການສະ​ແດງເຖິງຂໍ້ ກັງວົນ ກ່ຽວ​ກັບ​ສະພາບ​ການລະ​ເມີດ​ສິດທິ​ມະນຸດ​ໃນ​ລາວ ​ແລະ​ໄດ້​ສະ​ເໜີ​ແນະ​ໃຫ້​ລັດຖະບານ​ລາວ ​ດຳ​ເນີນ​ມາດ​ຕະການ​ ແກ້ໄຂ​ຢ່າງ​ຈິງ​ຈັງ ​ແລະຮີບ​ດ່ວນ ເມື່ອ​ທ້າຍ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ຢູ່​ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ ສະ​ວິດ​ເຊີແລນ.

ໂດຍ​ທີ່​ຖື​ວ່າ​ເປັນ​ເນື້ອ​ໃນ​ສຳຄັນ​ ຂອງ​ການສະ​ເໜີ​ແນ​ະ​ໃນ​ຄັ້ງນີ້ ກໍ​ຄື​ການ​ສະ​ເໜີ​ແນະ​ໃຫ້​ ລັດຖະບານ​ລາວ​ເລັ່ງ ການຈັດຕັ້ງປະຕິບັດ​ສົນທິສັນຍາ ວ່າ​ດ້ວຍ​ສິດທິ​ມະນຸດ ທີ່​ລາວ​ເຊັນ ​ໄປ​ແລ້ວນັ້ນ ​ໃຫ້​ປາກົດ​ເປັນ​ຈິງ ​ແລະ​ໃຫ້​ເຊັນ​ຮັບຮອງ​ເອົາສົນທິສັນຍາ​ສິດທິ​ມະນຸດ​ຂອງ​ ສະຫະ​ປະຊາ​ຊາດ ​ເພີ້​ມຕື່ມ​ອີກຫຼາຍສະບັບ​ເປັນຕົ້ນ​ແມ່ນ​ສະບັບ ທີ່​ວ່າ​ດ້ວຍ​ການ​ບັງຄັບໃຫ້ຫາ​ຍ​ສາບ​ສູນ.

ທັງ​ນີ້​ໂດຍ​ກອງ​ປະຊຸມ ​ໄດ້​ເພ່ງ​ເລັງ​ເຖິງ​ກໍລະນີ​ຂອງ​ທ່າ​ນສົມ​ບັດ ສົມ​ພອນ ນັກ​ພັດທະນາລາວ​ຜູ້ດີ​ເດັ່ນ​ໃນ​ອາ​ຊ່ຽນ ທີ່​ໄດ້​ຖືກ​ລັກພາ​ໂຕ​ນັບ​ເປັນ​ເວລາ​ຫຼາຍກວ່າ​ 2 ປີ​ມາ​ແລ້ວ ​ແຕ່ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ ​ໃນ​ການ​ສືບສວນ​ສອບ​ສວນ​ຄະດີ​ ຈາກ​ທາງ​ການ​ຕຳຫລວດ​ລາວແຕ່​ຢ່າງ​ໃດ ດັ່ງນັ້ນ ກອງ​ປະຊຸມ​ຈຶ່ງ​ໄດ້​ແນະນຳ​ໃຫ້​ທາງ​ການ​ລາວ​ ຈັດຕັ້ງຄະນະ​ກຳມະການ
​ທີ່​ເປັນ​ເອກະລາດ​ຈາກ​ລັດຖະບານ​ລາວ ​ຂຶ້ນມາ​ສືບ​ຫາ​ຄວາມ​ຈິງ ​ແລະ​ຈັບ​ຜູ້​ກະທຳ​ຄວາມ​ຜິດ​ມາ​ດຳ​ເນີນ​ຄະດີ ​ແລະ​ຮັບ​ໂທດ​ຕາມ​ກົດໝາຍ​ຕໍ່​ໄປ. Continue reading “UNHRC ມີ ​196 ​ຂໍ້ກັງວົນ ​ກ່ຽວກັບ ສິດທິ ມະນຸດ ທີ່ສະ​ເໜີ ໃຫ້ລາວດຳ​ເນີນ ​ການ​ແກ້​​ໄຂ”

ລາວແມ່ນ 1 ໃນ 14 ປະເທດ ທີ່​​ຖືກ​ທົບ​ທວນ​ ໂດຍສະພາ ສິດທິມະນຸດ ສປຊ

Voice of America: 30 ມັງກອນ 2015

AEPF-2014-004
ອົງການ Human Rights Watch ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ວ່າ ຕົນ​ໄດ້ນຳ​ສະ​ເໜີ​ ກໍລະນີ​ບັນຫາ​ການ​ຫາຍ​ຕົວ​ໄປ ​ຂອງ ທ່ານສົມບັດ ສົມ​ພອນ ເຂົ້າສູ່​ການ​ພິຈາລະນາ​ທົບ​ທວນ​ໃນ​ຄັ້ງນີ້.

ລາວເປັນ 1 ​ໃນ 14 ປະ​ເທດ​ທີ່​ຕົກ​ເປັນ​ເປົ້າໝາຍຂອງ​ການ​ພິຈາລະນາທົບ​ທວນ​ ກ່ຽວ​ກັບ​ສະພາບ​ການ ​ດ້ານ​ສິດທິ​ມະນຸດ ໃນ​ກອງ​ປະຊຸມ​ຄັ້ງທີ 21 ຂອງ​ສະພາ​ສິດທິ​ມະນຸດ​ແຫ່ງ​ສະຫະ​ປະຊາ​ຊາດ.

ສະພາ​ສິດທິ​ມະນຸດແຫ່ງ​ສະຫະ​ປະຊາ​ຊາດ (UNHRC) ກຳນົດ​ໃຫ້ ສປປ ລາວ ​ເປັນ​ປະ​ເທດ​ໜຶ່ງ ຈາກ​ທັງ​ໝົດ 14 ປະເທດ​ທີ່​ໄດ້​ຖືກ​ພິຈາລະນາ​ທົບ​ທວນ​ ກ່ຽວ​ກັບ​ສະພາບ​ ການ​ດ້ານ​ສິດທິ​ມະນຸດ​ ​ໃນລະຫວ່າງ​ກອງ​ປະຊຸມ​ຄັ້ງທີ 21 ທີ່​ໄດ້​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການໃນ​ວັນ​ທີ 19 ມັງກອນ ​ແລະ​ໄດ້ດຳ​ເນີນ​ການ​ປະ​ຊຸມ​ຕໍ່​ໄປ​ຈົນ​ເຖິງ ​ວັນ​ທີ 30 ມັງກອນມື້​ນີ້
ທີ່​ນະຄອນ​ເຈ​ນີວາ ປະ​ເທດ​ສະ​ວິສ​ເຊີ​ແລນ.

​ໂດຍ​ທີ່​ຖື​ເປັນຄວາມ​ເຄື່ອນ​ໄຫວ ​ທີ່​ສຳຄັນ​ທີ່​ກ່ຽວຂ້ອງ​ກັບ​ລາວ​ ໃນ​ກອງ​ປະຊຸມ​ຄັ້ງນີ້ ກໍ​ຄື​ ກໍລະນີ ທີ່​ອົງການ Human Rights Watch ​ໄດ້​ປະກາດ​ທ່າ​ທີ​ຢ່າງ​ຊັດ​ເຈນ​ວ່າ ຕົນໄດ້​ນຳ​ ສະ​ເໜີ​ກໍລະນີ​ບັນຫາ​ການ​ຫາຍ​ຕົວ​ໄປ ​ຂອງ ທ່ານສົມບັດ ສົມ​ພອນ ນັກ​ພັດທະນາ​ລາວ ​ທີ່​ດີ​ເດັ່ນ​ຂອງ​ອາ​ຊ່ຽນ ​ເຂົ້າສູ່​ການ​ພິຈາລະນາ​ທົບ​ທວນ​ ໃນ​ຄັ້ງນີ້​ດ້ວຍ ທັງ​ນີ້ ​ໂດຍເນັ້ນ ໜັກ​ເນື້ອ​ໃນ​ສຳຄັນ ​ເຖິງ​ຄວາມ​ບໍ່​ເອົາ​ໃຈ​ໃສ່ ຂອງ​ທາງການລາວ​ ຕໍ່​ບັນຫາ​ດັ່ງ​ກ່າວ​ນີ້ ລວມ​ເຖິງ​ການ​ຈຳກັດ​ສິດທິ​ພົນລະ​ເມືອງ​ລາວ ທັງ​ໃນ​ການສະ​ແດງ​ຄວາມ​ຄິດ​ເຫັນ ​ແລະ​ການສະ​ແດງ​ອອກທາງ​ການ​ເມືອງ​ຕາມ​ລັດຖະທຳ​ມະນູນ​ດ້ວຍ.

ກ່ອນ​ໜ້າ​ນີ້ ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດ​ຂອງ 82 ອົງການ​ຈາກ​ທົ່ວ​ໂລກ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ ໃນ​ຖະ​ແຫລ​ງການ ທີ່​ໄດ້​ສົ່ງ​ເຖິງ​ບັນດາ​ລັດຖະບານ​ຂອງ​ປະ​ເທດ​ສະມາຊິກ​ຂອງ​ອາ​ຊ່ຽນ ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 15 ທັນວາ 2014 ອັນ​ເປັນ​ວັນ​ຄົບ​ຮອບ 2 ປີ ຂອງ​ການ​ຫາຍ​ຕົວ​ໄປ​ຢ່າງ​ບໍ່​ມີ​ຮ່ອງຮອຍ ຂອງ​ທ່ານ​ສົມບັດ ສົມ​ພອນ. Continue reading “ລາວແມ່ນ 1 ໃນ 14 ປະເທດ ທີ່​​ຖືກ​ທົບ​ທວນ​ ໂດຍສະພາ ສິດທິມະນຸດ ສປຊ”

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ ​ຮຽກຮ້ອງ​ຕໍ່ ອາ​ຊ່ຽນ ໃຫ້ກົດ​ດັນ​​ລາວ ເລື້ອງທ່ານສົມບັດ

Voice of America: 24 ທັນວາ 2014

AEPF-2014-004
ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດ​​ຂອງ 82 ອົງການ ຮຽກຮ້ອງໃຫ້ທາງການ​ລາວ ​​ດຳ​ເນີນ​ການ​ສືບສວນ​ສອບ​ສວນ ​ເພື່ອ​ຄົ້ນຫາ​ຄວາມ​ຈິງ​ ກ່ຽວ​ກັບ​ກໍລະນີ ການຫາຍຕົວໄປຂອງທ່ານສົມບັດ ສົມພອນ ຢ່າງຈິງຈັງ.

ບັນດາ​ນັກ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ​ຈາກ 82 ອົງການ ​ຮ່ວມ​ກັນ​ຮຽກຮ້ອງ​ຕໍ່​ລັດຖະບານ​ອາ​ຊ່ຽນ​ ເພື່ອ​ໃຫ້​ກົດ​ດັນ​ລັດຖະບານ​ລາວ ຕໍ່​ກໍລະນີທີ່ ​ທ່ານ​ສົມບັດ ສົມ​ພອນ ​ໄດ້​ຫາຍ​ຕົ​ວ​ໄປ​ເປັນ​ເວລາ​ກວ່າ 2 ປີແລ້ວນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດຂອງ 82 ອົງການ​ຈາກ​ທົ່ວ​ໂລກ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ຖະ​ແຫລ​ງການ ທີ່​ໄດ້​ສົ່ງ​ເຖິງ​ບັນດາ ລັດຖະບານ​ຂອງ​ປະ​ເທດ ສະມາຊິກ ​ໃນ​ກຸ່ມ​ອາ​ຊ່ຽນ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ວັນ​ທີ 15 ທັນວາ 2014 ທີ່​ຜ່ານ​ມາ ຊຶ່ງ​ເປັນ​ວັນ​ຄົບຮອບ 2 ປີ​ ຂອງການ​ຫາຍ​ຕົວ​ໄປ​ຢ່າງ​ບໍ່​ມີ​ຮ່ອງຮອຍ​ຂອງ​ທ່ານ​ສົມບັດ ສົມ​ພອນ ນັກ​ພັດທະນາ​ລາວ​ທີ່​ດີ​ເດັ່ນ​ຂອງ​ອາ​ຊ່ຽນ.

​ໂດ​ຍຖະ​ແຫ​ລງການ​ດັ່ງກ່າວ ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ລັດຖະບານ ​ຂອ​ງທຸກ​ປະ​ເທດ​ໃນ​ອາ​ຊ່ຽນ ຈົ່ງ​ໄດ້​ຮ່ວມ​ກັນ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ລັດຖະບານ​ລາວ​ຕໍ່​ກໍລະນີ ທີ່​ໄດ້​ມີ​ການລະ​ເມີ​ດສິດທິ​ມະນຸດ​ໃນ​ລາວ ຢ່າງ​ຮຸນ​ແຮງ ທັງ​ຍັງ​ບໍ່​ໄດ້​ດຳ​ເນີນ​ມາດ​ຕະການ​ ຢ່າງ​ຈິງ​ຈັງ​ໃນ​ການ​ສືບສວນ​ຫາ​ຄວາມ​ຈິງ ​ແລະ​ຕິດຕາມ​ຫາ​ທ່ານ​ສົມ​ບັດ ທີ່​ຖືກ​ຄວບ​ຄຸມ​ຕົວ​ໄປ​ຈາກ​ດ່ານ​ຕຳຫລວດ​ແຫ່ງ​ໜຶ່ງ​ໃນ​ນະຄອນຫລວງ​ວຽງ​ຈັນ ນັບ​ແຕ່​ຕອນ​ແລງ​ວັນ​ທີ 15 ທັນວາ 2012 ​ເປັນຕົ້ນມາ ​ແລະ​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຍັງ​ຄົງ​ບໍ່​ຮູ້​ຊະ​ຕາ​ກຳ​ຂອງ​ ທ່ານ​ສົມບັດ ​ແຕ່ຢ່າງ​ໃດ. Continue reading “ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ ​ຮຽກຮ້ອງ​ຕໍ່ ອາ​ຊ່ຽນ ໃຫ້ກົດ​ດັນ​​ລາວ ເລື້ອງທ່ານສົມບັດ”

ທ.ສົມບັດເປັນຕົວຢ່າງໃຫ້ ຊາວ ໜຸ່ມ

ວິທະຍຸເອເຊຍເສຣີ: 18 ທັນວາ 2014

SM-RFA-2014-12-18
ມາດາມ ອຶ້ງ ຊຸຍ ເມັງ ຍັງຕິດຕາມ ສືບທາວຫາ ທ່ານ ສົມບັດ ຕລອດມາ ຢ່າງບໍ່ທໍ້ຖອຍ ໃນ ຄວາມພຍາຍາມ

ການ ສັມມະນາ ທີ່ ຈັດຂຶ້ນ ເມື່ອ ວັນທີ 15 ທັນວາ ຢູ່ ບາງກອກ ປະເທດໄທ  ເນື່ອງ ໃນວັນ ຄົບຮອບ 2 ປີ ຂອງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ຕົວຢ່າງ ໃນລາວ ເພື່ອ ຮັບຮູ້ ແລະ ຊາບຊຶ້ງ ເຖິງ ຄຸນງາມ ຄວາມດີ ຂອງ ທ່ານ ສົມບັດ ທີ່ ໄດ້ ສ້າງໄວ້, ໂດຍ ເວົ້າວ່າ ປະເທດລາວ ຄົງຈະມີ ກຽດສັກສີ ທີ່ ສູງສົ່ງ ທາງດ້ານ ວັທນະທັມ ແລະ ຈະມີ ພົລເມືອງ ຊາວ ຫນຸ່ມ ທີ່ ຫ້າວຫັນ ຫຼາຍຂຶ້ນ ຖ້າຫາກວ່າ ທ່ານ ສົມບັດ ສົມພອນ ບໍ່ຖືກ ຫາຍສາບສູນ, ຕາມ ຣາຍງານ ໜັງສືພິມ ບາງກອກ ໂພັສ.

ທ່ານ ສຸຣິໄຊ ວັງແກ້ວ ຜູ້ ອໍານວຍການ ສູນ ສຶກສາ ສັນຕິພາບ ແລະ ການຂັດແຍ້ງ ປະຈຳ ມະຫາ ວິທຍາໄລ ຈຸລາລົງກອນ ກ່າວວ່າ ທ່ານ ສົມບັດ ບໍ່ພຽງແຕ່ ເປັນ ປະຊາຊົນ ລາວ ເທົ່ານັ້ນ ແຕ່ ເປັນຊັພ ສົມບັດ ຂອງ ພູມີພາກ ນັບແຕ່ ທ່ານ ຖືກຮັບຮູ້ ຈາກການ ໄດ້ຮັບ ຣາງວັນ ຜູ້ດີເດັ່ນ ແມັກໄຊໄຊ ໃນປີ 2005. ທ່ານວ່າ ທ່ານ ສົມບັດ ເປັນຫ່ວງ ເປັນໄຍ ນໍາ ປະເທດ ລາວ ແລະ ພູມີພາກ, ທ່ານ ໄດ້ນຳ ເອົາ ແນວຄິດ ວິທີການ ອ່ອນໂຍນ ແລະ ຄວາມ ເມຕຕາ ສົງສານ ຄົນອື່ນ ໃນ ການສິດສອນ ຊາວຫນຸ່ມ ນ້ອຍ.

ການຈັດ ສັມມະນາ ຄັ້ງນີ້ ມີຫົວເຣື້ອງ ວ່າ ຖ້າຫາກວ່າ ໂລກນີ້ ປາສຈາກ ການ ຖືກບັງຄັບ ໃຫ້ ຫາຍສາບສູນ. ຍານາງ ເປຣັມຣຶດີ ດາວເຣືອງ ຜູ້ ປະສານງານ ໂຄງການ ທີ່ ມີຊື່ວ່າ ກ້າວໄປສູ່ ການຟື້ນຟູ ຣະບົບນິເວດ ແລະ ການເປັນ ພັນທະມິດ ພູມີພາກ ກໍ່ເວົ້າວ່າ ຄວາມຄິດ ແລະ ວິທີການ ຂອງ ທ່ານ ສົມບັດ ນັ້ນ ແມ່ນ ສຸມໃສ່ ເຮັດໃຫ້ຄົນ ຫນຸ່ມນ້ອຍ ເຂົ້າໃຈເຖິງ ການ ກະສິກັມ ແບບຍືນຍົງ ເພື່ອ ສົ່ງເສີມ ໃຫ້ ເຂົາເຈົ້າ ເພິ່ງພາ ຕົນເອງໄດ້ ແລະ ບໍ່ໃຫ້ໜັກໄປ ທາງ ວັດຖຸນິຍົມ.

ຕລອດທີ່ ຍານາງ ເຮັດວຽກ ຮ່ວມກັບ ທ່ານ ສົມບັດ ເປັນ ເວລາ 20 ປີ ນັ້ນ ຍານາງ ສັງເກດ ວ່າ ທ່ານ ສົມບັດ ພຍາຍາມ ທຸກວິທີ ທາງ ແລະ ເຮັດວຽກ ຮ່ວມກັບຄົນ ທຸກ ປະເພດ ຢູ່ ຣະດັບ ແຂວງ ແລະ ຣະດັບ ຊາຕ. ຍານາງ ວ່າ ຖ້າຫາກ ວ່າ ອ້າຍ ສົມບັດ ຍັງມີ ຊີວິດຢູ່ ແນ່ນອນ ຈະມີຊາວ ຫນຸ່ມນ້ອຍ ລາວ ຫລາຍຄົນ ກາຍເປັນ ຜູ້ນຳ ໃນ ຫລາຍຂແນງ ວຽກງານ ເພື່ອຊ່ວຍໃຫ້ ລາວ ກ້າວໄປໜ້າ ດ້ວຍກຽດ ສັກສີ ແລະ ຄວາມ ສງ່າງາມ.

ຍານາງ ເປຣັມຣືດີ ວ່າ ທາງການ ລາວ ບໍ່ ຫົວຊານຳ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ແຕ່ວ່າ ຫລາຍຄົນ ໃນ ທົ່ວໂລກ ແລະ ໃນກຸ່ມ ອາຊຽນ ໄດ້ ຣົນນະຣົງ ເພື່ອບໍ່ໃຫ້ ສົມບັດ ຖືກ ຫລົງລືມ.

ຂ່າວ ກ່ຽວກັນ: ກຸ່ມອາຊຽນບໍ່ຄວນເມີນເສີຍຕໍ່ ທ່ານ ສົມບັດ ແລະ ງານລຳລຶກທີ່ສູນອົບຮົມ ຮ່ວມ ພັທນາ

ອຶງຊຸຍເມັງບໍ່ລົດລະນຳຫາ ສາມີ

ວິທະຍຸເອເຊຍເສຣີ: 12 ທັນວາ 2014

FCCT-2014-12-11
ອຶງຊຸຍເມັງ(ຜູ້ທີສອງຈາກຂວາມື)ໃນກອງປະຊຸມ ຖແລງຂ່າວ ສື່ມວນຊົນ ຢູ່ບາງກອກ ປະເທດໄທ ວັນທີ 11 ທັນວາ

ຍານາງ ອຶງຊຸຍເມັງ ພັລຍາ ຂອງ ທ່ານ ສົມບົດ ສົມພອນ ນັກ ພັທນາ ຊຸມຊົນ ໃນລາວ ກ່າວ ໃນວັນ ຖແລງຂ່າວ ຕໍ່ ສື່ມວນຊົນ ຢູ່ ບາງກອກ ປະເທດໄທ ວັນທີ 11 ທັນວາ ວ່າ ຍານາງ ຈະເຮັດ ທຸກວິທີ ທາງ ເພື່ອ ສືບທາວຫາ ສາມີ ທີ່ ຖືກລັກພາ ຕົວໄປ ເກືອບ 2 ປີ ແລ້ວ. ຍານາງ ກ່າວວ່າ:

“ຂ້ອຍມີ ຄຳໝັ້ນ ສັນຍາ ຕໍ່ໂຕເອງ ແລະ ຕໍ່ຄອບຄົວ ຂອງ ສົມບັດ ຂ້ອຍ ຊິຊອກ ຈົນຮອດມື້ ຕາຍ ຖ້າວ່າບໍ່ໄດ້ ຄຳຕອບ ຂ້ອຍກໍຍັງ ຊອກຢູ່ ຈົນຮອດ ບໍ່ມີຊີວິດ ເລີຍ, ຂ້ອຍກໍຍັງ ບໍ່ຮູ້ ຕ້ອງຖ້າດົນ ປານໃດ ແຕ່ວ່າຂ້ອຍ ກ່າບໍ່ໄດ້ ສິ້ນສຸດ ການຖາມ ແລະ ການຮ້ອງຂໍ ຣັຖບາລ ລາວ”.

ກ່ອນວັນ ຄົບຮອບ 2 ປີ ວັນທີ 15 ທັນວາ ທີ່ ທ່ານ ສົມບັດ ສົມພອນ ຖືກລັກ ພາໂຕໄປ ນັ້ນ ຍານາງ ອຶງ ຊຸຍເມັງ ກໍໄດ້ໄປ ຮ່ວມການ ສົນທະນາ ກັບ ອົງກອນ ສິດທິ ມະນຸດ ສາກົນ ທີ່ ສຳນັກງານ ສະມາຄົມ ນັກຂ່າວ ຕ່າງ ປະເທດ ບາງກອກ ປະເທດໄທ. ຍານາງ ກ່າວຂອບໃຈ ບັນດາ ອົງກອນ ສາກົນ ແລະ ປະຊາຊົນ ທີ່ເຫັນໃຈ, ຜູ້ທີ່ໃຫ້ ກຳລັງໃຈ ແກ່ ຄອບຄົວ ທ່ານ ສົມບັດ ມາຕລອດ ໃນການ ຮ້ອງຮຽນ ໃຫ້ ທາງການ ລາວ ສືບສວນ ຊອກຫາ ທ່ານ ສົມບັດ. ຍານາງ ອຶງ ຊຸຍເມັງ ວ່າຍັງມີ ຄວາມຫວັງ ທີ່ ທ່ານ ສົມບັດ ຍັງມີ ຊີວິດ ຢູ່ບ່ອນໃດ ບ່ອນນຶ່ງ ແລະ ມື້ໃດ ມື້ນຶ່ງ ທ່ານ ຕ້ອງກັບຄືນ ບ້ານເຮືອນ ດ້ວຍຄວາມ ປອດພັຍ.

ຕາມ ຮູບພາບ ວີດີໂອ ນັ້ນ ທ່ານ ສົມບັດ ສົມພອນ ຖືກ ນຳໂຕໄປ ຢູ່ຕໍ່ໜ້າ ປ້ອມ ຕຳຣວດ ຫລັກ 3 ຖນົນ ທ່າເດື່ອ ນະຄອນ ຫລວງ ວຽງຈັນ. ທາງການ ລາວ ກໍວ່າໄດ້ ສືບສວນ ແລ້ວ ແຕ່ ທາງຄອບຄົວ ແລະ ອົງການ ສາກົນ ຕ່າງໆ ເຫັນວ່າ ບໍ່ເປັນທີ່ ແຈ້ງຂາວ ພໍ, ແລະ ຄວນເປັນ ຄວາມ ຮັບຜິດຊອບ ຂອງ ເຈົ້າໜ້າທີ່ ລາວ, ແຕ່ ທາງການລາວ ກໍກັບ ປະຕິເສດ ຕລອດມາ ວ່າ ບໍ່ໄດ້ມີ ສ່ວນພົວພັນ ນຳການ ຫາຍສາບສູນ ນັ້ນ ແຕ່ຢ່າງໃດ.

ຂ່າວ ກ່ຽວກັນ: ອຶງຊຸຍເມັງຍຶດໝັ້ນຊອກຫາ ຄຳຕອບ

ຣັຖບານລາວຍັງເມີນເສີຍເຣື້ອງ ທ.ສົມບັດ

ວິທະຍຸເອເຊຍເສຣີ: 05 ທັນວາ 2014

ກຸ່ມ ສິດທິ ມະນຸດ ຮຽກຮ້ອງ ໃຫ້ ທາງການ ລາວ ສືບສວນ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໂດຍ ຮີບດ່ວນ.

ກ່ອນໜ້າ ຈະມີການ ທົບທວນ ປະຈຳ ລະຍະ ເຣື້ອງ ການ ປະຕິ ບັດ ສິດທິ ມະນຸດ ໃນລາວ ທີ່ ຈະມີຂຶ້ນ ໃນ ວັນທີ 20 ເດືອນ ມົກກະຣາ ປີ 2015 ທີ່ ນະຄອນ ເຈນີວາ ປະເທດ ສວິດເຊິແລັນ, ໃນວັນທີ 3 ທັນວາ ປີ 2014 ນີ້ ຫ້ອງການ ຂໍ້ມູນ ຂອງ ຢູພີອາ ໄດ້ຈັດ ກອງປະຊຸມ ຕຣຽມການ ໂດຍ ເຊື້ອເຊີນ ນັກການທູດ ເຂົ້າຟັງ ຄວາມ ເປັນຫ່ວງ ຂອງ ອົງການ ຈັດຕັ້ງ ທາງສັງຄົມ ຕ່າງໆ ເພື່ອຕຣຽມ ການທົບທວນ ປະຈຳ ລະຍະ ດັ່ງກ່າວ.

ມີຫຼາຍ ອົງການ ຮ່ວມທັງ ຂະບວນການ ລາວ ເພື່ອ ສິດທິມະນຸດ ທີ່ມີ ສຳນັກງານ ຢູ່ ນະຄອນຫຼວງ ປາຣີ ໄດ້ສົ່ງ ຄຳຮຽກຮ້ອງ ເຖິງ ທາງການ ລາວ ຊຶ່ງ ຫ້ອງການ UPR ພໍ ສລຸບໄດ້ ດັ່ງນີ້:

  1. ໃຫ້ ດຳເນີນ ການສືບສວນ ໃນ ທັນທີ ທັນໃດ ຣະອຽດ ຖີ່ຖ້ວນ ແລະ ບໍ່ພິກປີ້ນ ສອດຄ່ອງ ກັບ ມາຕຖານ ສາກົນ ກ່ຽວກັບ ການບັງ ຄັບ ໃຫ້ ຫາຍສາບສູນ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ລາວ, ໂດຍ ໃຫ້ເປີດເຜີຍ ຮູບພາບ ວີດີໂອ ໃນ ກ້ອງ ວົງຈອນປິດ ຕົ້ນສະບັບ ໃຫ້ ສາທາຣະນະຊົນ ຮູ້ເຫັນນຳ ແລະ ໃຫ້ຮັບເອົາ ຂໍສເນີ ຊ່ວຍເຫລຶອ ຈາກ ນັກຊ່ຽວຊານ ຕ່າງ ປະເທດ ໃນການ ວິເຄາະ ຫລັກຖານ ແລະ ຮູບພາບ ໃນ ວີດີໂອ.
  2. ໃຫ້ ທາງການ ລາວ ຈັດຕັ້ງ ປະຕິບັດ ພັນທະ ທີ່ ສັນຍາ ໄວ້ໃນ ການທົບທວນ ປະຈຳ ຣະຍະ ເຣື້ອງ ສິດທິ ມະນຸດ ປີ 2010, ຮ່ວມທັງ ໃຫ້ເຂົ້າຮ່ວມ ຢູ່ໃນ ICPPED ແລະ ຮັບເອົາ ຂໍ້ກົດໝາຍ ສາກົນ ຕ່າງໆ ກ່ຽວກັບ ສິດທິ ມະນຸດ ທີ່ ສປປລາວ ເປັນ ພາຄີ.
  3. ໃຫ້ ດັດແກ້ ກົດໝາຍ ແພ່ງ ໃຫ້ມີ ຄວາມ ຮັບຜິດຊອບ ຂຶ້ນ ກ່ຽວກັບ ການກະທຳ ວ່າດ້ວຍ ການບັງຄັບໃຫ້ ຫາຍສາບສູນ.
  4. ອະນຸຍາດ ໃຫ້ ມາດາມ ອຶງ ຊູຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ເຂົ້າເຖິງ ເອກກະສານ ການ ສອບສວນ ແລະ ຂໍ້ມູນອື່ນໆ ທີ່ ນາງ ມີສິດ ໄດ້ຮັບ.
  5. ໃຫ້ ສືບສວນ ການບັງຄັບ ໃຫ້ ຫາຍສາບສູນ ຮ່ວມທັງ ນັກ ເຄື່ອນໄຫວ 9 ຄົນ ທີ່ຖືກຈັບ ເມື່ອ ວັນທີ່2 ພຶສຈິກາ ປີ 2009 ທີ່ ກ່ຽວຂ້ອງ ກັບ ການວາງແຜນ ປະທ້ວງ ແບບ ສັນຕິ ເພື່ອ ຮຽກຮ້ອງ ປະຊາທິປະຕັຍ ຄວາມ ເປັນທັມ ແລະ ນັບຖື ສິດທິ ໃນການ ເປັນເຈົ້າຂອງ ທີ່ດິນ.

ຂ່າວ ກ່ຽວກັນ: ຕ່າງປະເທດອາຈລົດການຊ່ອຍ ເຫຼືອ ລາວ