ຄຳຖາມສົງໃສ

Question Markການຂາດການສືບສວນຢ່າງຈິງຈັງກ່ຽວກັບກໍລະນີລັກພາຕົວ ສົມບັດ ສົມພອນ ໄດ້ພາໃຫ້ເກີດມີຫຼາຍ ຄຳຖາມ. ຕໍ່ໄປນີ້ແມ່ນຄຳຖາມທີ່ໄດ້ຖືກຍົກຂຶ້ນໃນສື່ສັງຄົມອອນລາຍ:

——————–

26 December 2016

If the authorities are “still seriously conducting the investigation,” why did they refuse to meet with staff from the UN Human Rights Office?

——————–

26 ຕຸລາ 2015

ຖ້າເຈົ້າໜ້າທີ່ “ຍັງຈິງຈັງຕໍ່ການດຳເນີນການສືບສວນ,” ເປັນຫຍັງຄືບໍ່ມີການລາຍງານເລີຍຕັ້ງແຕ່ ເດືອນມິຖຸນາ 2013, ບໍ່ວ່າຈະຕໍ່ສາທາລະນະຊົນ ຫຼືພາຍໃນເອງ?

——————–

14-police-checks-motorcycle16 ມີນາ 2015

ຍ້ອນຫຍັງເຈົ້າໜ້າທີ່ລາວ ຈິ່ງບໍ່ຍອມບອກຊື່ຂອງຕຳຫຼວດຜູ້ທີ່ຢຸດ ສົມບັດ, ຫຼືລາຍຊື່ຂອງຄະນະ ກຳມະການຮັບຜິດຊອບການສືບສວນກໍລະນີຫາຍຕົວຂອງສົບບັດ?

——————–

02 ກຸມພາ 2015

ຍ້ອນຫຍັງ, ໃນບົດຂ່າວລາຍງານວັນທີ 31 ມັງກອນ ກ່ຽວກັບກອງປະຊຸມທົບທວນປະຈຳໄລຍະທີ່ ສປປ ລາວ ເຂົ້າຮ່ວມ, ໜັງສືພິມວຽງຈັນ ທາມສ ຕີພິມເປັນ 430 ຄຳ ອະທິບາຍເຖິງສິ່ງທີ່ລັດຖະບານ ລາວເວົ້າກ່ຽວກັບ ສົມບັດ ສົມພອນ, ແຕ່ບໍ່ມີຈັກຄຳທີ່ກ່າວເຖິງສິ່ງທີ່ຜູ້ເຂົ້າຮ່ວມກອງປະຊຸມຄົນອື່ນ ໄດ້ເວົ້າ?

——————–

15 ມັງກອນ 2015

ເຈົ້າໜ້າທີ່ລາວ ໄດ້ສະເໜີຊ້ຳແລ້ວຊ້ຳອີກວ່າ ການລັກພາຕົວສົມບັດ ອາດເປັນຍ້ອນ “…ຄວາມຂັດ ແຍ່ງສ່ວນຕົວ ຫຼືທາງທຸລະກິດ.” ເປັນຫຍັງ, ພາຍຫຼັງຈາກຕັ້ງ 2 ປີ ຂອງການສືບສວນຢ່າງ “ຈິງຈັງ” ແລະ “ລະອຽດ”, ພວກເພິ່ນຄືຍັງບໍ່ສາມາດສະເໜີຫຼັກຖານໃດໆເພື່ອສະໜັບສະໜຸນການສັນນິຖານ ນີ້, ທັງຕໍ່ສາທາລະນະຊົນ ກໍ່ຄືພາຍໃນເອງ?

——————–

29 ພະຈິກ 2014

ເຫດການຍົນຖ້ຽວບິນ QV301 ຕົກ ຖືເປັນຄວາມໂສກເສົ້າແທ້. ໃນກໍລະນີນີ້, ເຈົ້າໜ້າທີ່ ຍອມຮັບ ການຊ່ວຍເຫຼືອຈາກສາກົນໃນການສືບສວນ, ແລະບົດລາຍງານໄດ້ຖືກສົ່ງໃຫ້ຄອບຄົວຂອງຜູ້ຖືກ ເຄາະຮ້າຍ. ແຕ່ສິ່ງນີ້ ບໍ່ໄດ້ຖືກສະໜອງໃຫ້ສົມບັດ ແລະຄອບຄົວຂອງເພິ່ນ.

——————–

23 ຕຸລາ 2014

ເປັນຫຍັງຄືບໍ່ມີນັກກົດໝາຍລາວ ຈັກຄົນ ທີ່ຢາກຊ່ວຍກໍລະນີນີ້?

——————–

29 ກັນຍາ 2014

ສະຖານທູດອິນເດຍ, ສິງກະໂປ, ແລະອໍສເຕຣເລຍ ຢູ່ໃກ້ໆກັບປ້ອມຕຳຫຼວດບ່ອນທີ່ສົມບັດ ຖືກເອົາ ຕົວໄປ. ມີຄົນເຄີຍໄປຖາມຍາມ, ຫຼືກວດເບິ່ງບັນທຶກຈາກກ້ອງວົງຈອນປິດຂອງສະຖານທູດດັ່ງກ່າວ ບໍ່?

——————–

21 ສິງຫາ 2014

ເປັນຫຍັງເພິ່ນຈິ່ງເຄື່ອນຍ້າຍລົດຈັກທີ່ຖືກລ໋ອກຄໍຢູ່ຂ້າງປ້ອມຕຳຫຼວດ, ແລະເປັນຫຍັງນັກສືບສວນ ຈິ່ງເຫັນວ່າສິ່ງນີ້ເປັນເລື່ອງ “ປົກກະຕິ”?

——————–

13 ສິງຫາ 2014

ລັດຖະບານລາວ ໄດ້ສະແດງຄວາມເປັນຫ່ວງຕໍ່ການຫາຍຕົວໄປຂອງສົມບັດ ເລື້ອຍໆ, ແລະເວົ້າວ່າ ກຳລັງດຳເນີນທຸກສິ່ງທີ່ເປັນໄປໄດ້ເພື່ອແກ້ໄຂກໍລະນີນີ້. ຖ້າເປັນແນວນັ້ນ ເປັນຫຍັງອົງການຈັດຕັ້ງ ທາງສັງຄົມ ຈິ່ງບໍ່ສາມາດກ່າວຊື່ຂອງສົມບັດ ຫຼືຍົກບັນຫານີ້ຂຶ້ນມາໄດ້?

——————–

4 ສິງຫາ 2014

ຍ້ອນຫຍັງ ລັດຖະບານລາວ, ເຊິ່ງຂົນຂວາຍເອົາການຊ່ວຍເຫຼືອຈາກສາກົນຕໍ່ທຸກສິ່ງ ນັບແຕ່ການ ຮ່າງກົດໝາຍ ເຖິງການບຳລຸງຮັກສາສວນສາທາລະນະ, ຈິ່ງປະຕິເສດການຊ່ວຍເຫຼືອໃນການວິເຄາະ ພາບບັນທຶກກ້ອງວົງຈອນປິດ ທີ່ເພິ່ນຍອມຮັບວ່າເພິ່ນແກະຄວາມໝາຍບໍ່ໄດ້?

——————–

21 ມີນາ 2014

ໃນ 2 ປະໂຫຍກ, ເຈົ້າໜ້າທີ່ອ້າງວ່າ ພາຍຫຼັງຈາກການກວດກາເອກະສານລົດຂອງສົມບັດ, “ພວກ ເພິ່ນໄດ້ສົ່ງຄືນໃຫ້ທ່ານສົມບັດ ແລ້ວສືບຕໍ່ໜ້າທີ່ກວດກາລົດຄັນອື່ນ.” ຍ້ອນຫຍັງ ຈິ່ງບໍ່ມີຫຼັກຖານວ່າ ພວກເພິ່ນຢຸດລົດຄັນອື່ນເລີຍໃນພາບບັນທຶກກ້ອງວົງຈອນປິດຍາວ 17 ກວ່ານາທີ?

——————–

25 ກຸມພາ 2014

13-pickup-departsພາຍຫຼັງຈາກ 14 ເດືອນ ຂອງ “ການສືບສວນກໍລະນີນີ້ຢ່າງລະອຽດ ແລະຈິງຈັງ,” ເຫັນໄດ້ວ່າ ຕຳຫຼວດຍັງບໍ່ໄດ້ພະຍາຍາມທີ່ຈະລະບຸປະເພດ ແລະອົງປະກອບຂອງລົດທີ່ເອົາສົມບັດ ໄປ. ທ່ານ ຊ່ວຍແດ່ໄດ້ບໍ່?