ຂໍ້ສະເໜີແນະພາຍໃຕ້ກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ: ຮອບ 3

Unofficial Translation

ຂໍ້ສະເໜີແນະທັງ 226 ຂໍ້ ແມ່ນໄດ້ລະບຸໄວ້ລຸ່ມນີ້, ຕາມດ້ວຍເຄື່ອງໝາຍວ່າໄດ້ມີການ ເຫັນດີ ຫຼື ໄດ້ຜ່ານ ແລ້ວ. ຄຳຕອບຈາກລັດຖະບານ ແມ່ນໄດ້ລະບຸໄວ້ດ້ວຍຕົວອັກສອນງ່ຽງ.

115.1      ໃຫ້ສັດຕະຍາບັນອະນຸສັນຍາທາງເລືອກທີສອງຕໍ່ສົນທິສັນຍາສາກົນ ວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ, ແນໃສ່ການລົບລ້າງໂທດປະຫານຊີວິດ (ແບນຊິກ) (ໄຊປຣັດ) (ເອດໂຕເນຍ) (ຮອນດູຣັດ);

ໄດ້ຜ່ານ: The Lao PDR cannot support these recommendations as they are against the provisions of the Penal Code, which has newly been codified through extensive consultations, including the special debate and vote in the National Assembly specifically on maintaining the death penalty in the Penal Code. The decision to keep the death penalty as a result of majority vote in the National Assembly shall be respected and upheld. The remaining provisions of the Penal Code prescribe the death penalty in line with the article 6 of ICCPR.

115.2      ພິຈາລະນາຮັບຮອງເອົາ ຫຼື ໃຫ້ສັດຕະຍາບັນອະນຸສັນຍາທາງເລືອກທີສອງຕໍ່ສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ, ແນໃສ່ການລົບລ້າງໂທດປະຫານຊີວິດ, ດັ່ງທີ່ໄດ້ແນະນຳໃນເມື່ອກ່ອນ (ສະໂລເວນີ); ເພີ່ມທະວີຄວາມພະຍາຍາມໃນການໃຫ້ສັດຕະຍາບັນອະນຸສັນຍາທາງເລືອກທີສອງຕໍ່ສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ, ເພື່ອແນໃສ່ການລົບລ້າງໂທດປະຫານຊີວິດ (ຢູເຄຣນ); ໃຫ້ສັດຕະຍາບັນອະນຸສັນຍາທາງເລືອກທີສອງຕໍ່ສົນທິສັນຍາສາກົນ ວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ, ເພື່ອແນໃສ່ການລົບລ້າງໂທດປະຫານຊີວິດ, ພິຈາລະນາເປົ້າໝາຍການພັດທະນາແບບຍືນຍົງທີ 16  (ປາຣາໄກວ); ໄດ້ຜ່ານ: ເບິ່ງ 115.1

115.3      ໃຫ້ສັດຕະຍາບັນອະນຸສັນຍາທາງເລືອກທີສອງຕໍ່ສົນທິສັນຍາສາກົນ ວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ, ເພື່ອແນໃສ່ການລົບລ້າງໂທດປະຫານຊີວິດ ແລະ ປະກາດໃຊ້ນິຕິກຳທີ່ຍົກເລີກໂທດປະຫານຊີວິດສຳລັບທຸກອາຊະຍາກຳ ແລະ ໃນທຸກສະພາບການ (ໂຄຣເອເຊຍ); ໄດ້ຜ່ານ: ເບິ່ງ 115.1

115.4      ສ້າງຕັ້ງການໂຈະການລົງໂທດປະຫານຊີວິດຢ່າງເປັນທາງການດ້ວຍການໃຫ້ສັດຕະຍາບັນອະນຸສັນຍາທາງເລືອກທີສອງຕໍ່ສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ, ແນໃສ່ການລົບລ້າງໂທດປະຫານຊີວິດ (ອົດສະຕາລີ); ໄດ້ຜ່ານ: ເບິ່ງ 115.1

115.5      ຍົກເລີກການລົງໂທດປະຫານຊີວິດຢ່າງເຕັມສ່ວນ ແລະ ໃຫ້ສັດຕະຍາບັນອະນຸສັນຍາທາງເລືອກທີສອງຕໍ່ສົນທິສັນຍາສາກົນ ວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ, ແນໃສ່ການລົບລ້າງໂທດປະຫານຊີວິດ (ໄອສແລນ); ໄດ້ຜ່ານ: ເບິ່ງ 115.1

115.6      ໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ, ທີ່ລົງນາມໃນປີ 2008 (ຝຣັ່ງ); ເຫັນດີ

115.7      ໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ (ຊິລີ) (ມອນເຕເນໂກຣ); ໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນໂດຍບໍ່ລັງເລ (ຢູເຄຣນ); ພິຈາລະນາໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ (ອູຣູກວາຍ); ປະຕິບັດຕາມສົນທິສັນຍາສາກົນເພື່ອປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ (ອີຣັກ);

ໄດ້ຜ່ານ:  Like other countries, the Lao PDR will continue to thoroughly study the contents of those conventions as recommended, however the questions on when and whether it is possible to ratify any of them shall remain open.

115.8      ໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ ແລະ ຮັບປະກັນການຈັດຕັ້ງປະຕິບັດ (ສະວິດເຊີແລນ); ເຫັນດີ

115.9      ໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ ແລະ ຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ (ແບນຊິກ); ເຫັນດີ

115.10     ສະຫຼຸບຂະບວນການໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນໂດຍໄວ, ແລະ ສືບສວນທຸກກໍລະນີຂອງການບັງຄັບໃຫ້ຫາຍສາບສູນ, ລວມທັງຄະດີຂອງທ່ານ ສົມບັດ ສົມພອນ, ແລະ ຊາວລາວທີ່ຢູ່ຕ່າງປະເທດ, ແລະ ນຳຕົວຜູ້ກະທຳຜິດມາດຳເນີນຄະດີ (ເຢຍລະມັນ); ໄດ້ຜ່ານ: ເບິ່ງ 115.7

115.11     ໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ ແລະ ເລີ່ມຕົ້ນການສືບສວນຢ່າງເຕັມສ່ວນ ແລະ ທ່ຽງທຳຕໍ່ຂໍ້ກ່າວຫາທີ່ກ່ຽວກັບການຫາຍສາບສູນ, ການທໍລະມານ ແລະ ການການປະຕິບັດທີ່ໂຫດຮ້າຍອື່ນໆ (ອິຕາລີ); ໄດ້ຜ່ານ

115.12     ນອກເໜືອຈາກການພິຈາລະນາການໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ, ສືບຕໍ່ຄວາມພະຍາຍາມເພື່ອແກ້ໄຂຄະດີຂອງຜູ້ປົກປ້ອງສິດທິມະນຸດທີ່ຫາຍສາບສູນ (ຍີ່ປຸ່ນ); ໄດ້ຜ່ານ: ເບິ່ງ 115.7

115.13     ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການລົບລ້າງການຈຳແນກຕໍ່ແມ່ຍິງທຸກຮູບແບບ (ຮອນດູຣັດ); ເຫັນດີ

115.14     ໃຫ້ສັດຕະຍາບັນສົນທິສັນຍາສາກົນວ່າດ້ວຍການປົກປ້ອງສິດຂອງແຮງງານອົບພະຍົບທຸກຄົນ ແລະ ສະມາຊິກໃນຄອບຄົວຂອງພວກເຂົາ (ສີລັງກາ); ໄດ້ຜ່ານ: ເບິ່ງ 115.7

115.15     ໃຫ້ສັດຕະຍາບັນອະນຸສັນຍາທາງເລືອກຕໍ່ສົນທິສັນຍາຕ້ານການທໍລະມານ ແລະ ການປະຕິບັດ ຫຼື ການລົງໂທດທີ່ໂຫດຮ້າຍປ່າເຖື່ອນ, ບໍ່ມີມະນຸດສະທຳ ແລະ ທຳລາຍສັກສີ (ໄຊປຣັດ) (ເດັນມາກ) (ຮອນດູຣັດ); ໄດ້ຜ່ານ: ເບິ່ງ 115.7

115.16     ພິຈາລະນາການເຂົ້າເຖິງອະນຸສັນຍາທີ່ເປັນທາງເລືອກໃນສົນທິສັນຍາຕ້ານການທໍລະມານ ແລະ ການປະຕິບັດ ຫຼື ການລົງໂທດທີ່ໂຫດຮ້າຍປ່າເຖື່ອນ, ບໍ່ມີມະນຸດສະທຳ ແລະ ທຳລາຍສັກສີ (ສີລັງກາ); ໄດ້ຜ່ານ: ເບິ່ງ 115.7

115.17     ໃຫ້ສັດຕະຍາບັນ ແລະ ຈັດຕັ້ງປະຕິບັດອະນຸສັນຍາທາງເລືອກຕໍ່ສົນທິສັນຍາຕ້ານການທໍລະມານ ແລະ ການປະຕິບັດ ຫຼື ການລົງໂທດທີ່ໂຫດຮ້າຍປ່າເຖື່ອນ, ບໍ່ມີມະນຸດສະທຳ ແລະ ທຳລາຍສັກສີ, ແລະ ສ້າງຕັ້ງກົນໄກການປ້ອງກັນລະດັບຊາດທີ່ເປັນເອກະລາດ, ມີປະສິດທິພາບ ແລະ ມີການສະໜັບສະໜູນທີ່ດີ ພ້ອມດ້ວຍອຳນາດໃນການໄປຢ້ຽມຢາມສະຖານທີ່ກັກຂັງທຸກບ່ອນໂດຍບໍ່ມີຂໍ້ຈຳກັດ (ໂຄຣເອເຊຍ); ໄດ້ຜ່ານ: ເບິ່ງ 115.7

115.18     ໃຫ້ສັດຕະຍາບັນສົນທິສັນຍາຊົນພື້ນເມືອງ ແລະ ຊົນເຜົ່າ ປີ 1989 (ສະບັບເລກທີ 169) ຂອງອົງການແຮງງານສາກົນ (ILO) (ຮອນດູຣັດ); ໄດ້ຜ່ານ: ເບິ່ງ 115.7

115.19     ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍແຮງງານພາຍໃນຂອງ ILO ປີ 2011 (ສະບັບເລກທີ 189) ເພື່ອກ້າວໄປສູ່ເປົ້າໝາຍຂອງເປົ້າໝາຍການພັດທະນາແບບຍືນຍົງທີ 5.4, 8 ແລະ 16 (ປາຣາໄກວ); ເຫັນດີ

115.20     ພິຈາລະນາໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການລົບລ້າງແຮງງານບັງຄັບຂອງ ILO ປີ 1957 (ສະບັບເລກທີ 105) (ບຣາຊິນ); ໄດ້ຜ່ານ: ເບິ່ງ 115.7

115.21     ໃຫ້ສັດຕະຍາບັນທໍາມະນູນ​ໂຣມວ່າດ້ວຍສານອາຍາສາກົນ (ຮອນດູຣັດ); ໄດ້ຜ່ານ: ເບິ່ງ 115.7

115.22     ປະຕິບັດຕາມທໍາມະນູນ​ໂຣມວ່າດ້ວຍສານອາຍາສາກົນ ແລະ ຂໍ້ຕົກລົງວ່າດ້ວຍສິດທິພິເສດ ແລະ ຄວາມເປັນອິດສະຫຼະຂອງສານອາຍາສາກົນ (ເອດໂຕເນຍ); ໄດ້ຜ່ານ: ເບິ່ງ 115.7

115.23     ປະຕິບັດ ແລະ ປັບປຸງນິຕິກຳແຫ່ງຊາດຢ່າງເຕັມສ່ວນກັບທຸກໆພັນທະພາຍໃຕ້ຕາມທໍາມະນູນ​ໂຣມວ່າດ້ວຍສານອາຍາສາກົນ, ຕາມທີ່ໄດ້ແນະນຳໃນເທື່ອກ່ອນ (ລັດເວຍ); ໄດ້ຜ່ານ: ເບິ່ງ 115.7

115.24     ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການຕ້ານການຈຳແນກທາງການສຶກສາ (ເຊີເບຍ); ໄດ້ຜ່ານ: ເບິ່ງ 115.7

115.25     ເຮັດໃຫ້ກົດໝາຍແຫ່ງຊາດສອດຄ່ອງກັບຂໍ້ກຳນົດຂອງສົນທິສັນຍາວ່າດ້ວຍສິດທິເດັກ (ອີຣັກ); ເຫັນດີ

115.26     ພິຈາລະນາການຂະຫຍາຍການເຊື້ອເຊີນໃຫ້ຜູ້ທີ່ໄດ້ຮັບມອບໝາຍຈາກຂະບວນການພິເສດທັງໝົດຂອງສະພາສິດທິມະນຸດ, ຕາມທີ່ໄດ້ແນະນຳໃນເທື່ອກ່ອນ (ລັດເວຍ);

ໄດ້ຜ່ານ:  The Lao PDR will continue its cooperation with all special procedures of the Human Rights Council. However, a standing invitation is not applicable as the Lao PDR maintains a policy to consider extending the invitation to UN special rapporteurs on a case by case basis and also based on convenient timing for both sides.

115.27     ອອກໃບເຊີນໃຫ້ກັບຜູ້ທີ່ໄດ້ຮັບມອບໝາຍຈາກຂະບວນການພິເສດທັງໝົດຂອງສະພາສິດທິມະນຸດ (ໄຊປຣັດ) (ມອນເຕເນໂກຣ) (ຢູເຄຣນ); ໄດ້ຜ່ານ: ເບິ່ງ 115.26

115.28     ເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ສາກົນໃນຂົງເຂດສິດທິມະນຸດ (ມາເລເຊຍ); ເຫັນດີ

115.29     ສືບຕໍ່ວຽກງານຂອງປະເທດຕໍ່ທິດທາງການຮັບຮອງເອົາ ແລະ ຈັດຕັ້ງປະຕິບັດສົນທິສັນຍາດ້ານສິດທິມະນຸດໂດຍການໃຫ້ສັດຕະຍາບັນ ແລະ ນຳໃຊ້ສົນທິສັນຍາສິດທິມະນຸດສາກົນໂດຍການຮ່ວມມືກັບຫ້ອງການສິດທິມະນຸດຂອງສະຫະປະຊາຊາດ ແລະ ອົງການອື່ນໆຂອງສະຫະປະຊາຊາດ (ອາເມເນຍ); ເຫັນດີ

115.30     ສືບຕໍ່ການຮ່ວມມືທີ່ມີສ້າງສັນກັບອົງການສົນທິສັນຍາ ແລະ ຂັ້ນຕອນພິເສດ (ອີຢິບ); ເຫັນດີ

115.31     ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດຕາມຂໍ້ຕົກລົງປາຣີ (ແຟງລັງ) (ເຢຍລະມັນ) (ເມັກຊິໂກ); ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດທີ່ເປັນເອກະລາດຕາມຂໍ້ຕົກລົງປາຣີ (ຢູເຄຣນ); ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດທີ່ເປັນເອກະພາບໂດຍມີຊັບພະຍາກອນທີ່ພຽງພໍຕາມຂໍ້ຕົກລົງປາຣີ (ສະເປນ); ຜັນຂະຫຍາຍບັນດາຄວາມມານະພະຍາຍາມສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ, ສອດຄ່ອງກັບຂໍ້ຕົກລົງປາຣີ (ຊິລີ); ພິຈາລະນາສ້າງສະຖາບັນສິດທິມະນຸດແຫ່ງຊາດທີ່ເປັນເອກະລາດໂດຍສອດຄ່ອງກັບຂໍ້ຕົກລົງປາຣີ (ຕຸຍນີຊີ); ພິຈາລະນາສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດໃຫ້ສອດຄ່ອງກັບຂໍ້ຕົກລົງປາຣີ (ອັຟການິສະຖານ) (ສາທາລະນະລັດເກົາຫຼີ);

ໄດ້ຜ່ານ:  After extensive consultations and studies, as well as exchanging lessons learnt from other countries, the Lao PDR has come to the conclusion that it will continue to maintain its existing domestic mechanism, namely the National Committee on Human Rights (NCHR), as the overarching human rights mechanism for the promotion and protection of human rights at the national level. In addition, there are other domestic mechanisms for the promotion and protection of human rights of certain groups such as the National Commission on Advancement of Women, Mothers-Children (NCAWMC), the National Committee for Persons with Disabilities and the Elderly, the National Steering Committee on Anti-Human Trafficking, and the National Assembly with its complaint mechanism.

115.32     ປັບປຸງກົນໄກສິດທິມະນຸດແຫ່ງຊາດໃຫ້ສອດຄ່ອງກັບຂໍ້ຕົກລົງປາຣີ (ອິນເດຍ);  ໄດ້ຜ່ານ: ເບິ່ງ 115.31

115.33     ເສີມສ້າງຄວາມເຂັ້ມແຂງໃຫ້ສະຖາບັນສິດທິມະນຸດແຫ່ງຊາດຕາມຂໍ້ຕົກລົງປາຣີ (ເນປານ);  ໄດ້ຜ່ານ: ເບິ່ງ 115.31

115.34     ເລີ່ມຕົ້ນຂັ້ນຕອນການສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດໃຫ້ສອດຄ່ອງກັບຂໍ້ຕົກລົງປາຣີຢ່າງເຕັມສ່ວນ (ແຊມເບຍ);  ໄດ້ຜ່ານ: ເບິ່ງ 115.31

115.35     ສືບຕໍ່ດຳເນີນການຕາມຂັ້ນຕອນເປົ້າໝາຍເພື່ອປັບປຸງກົດໝາຍແຫ່ງຊາດກ່ຽວກັບສິດທິມະນຸດ ແລະ ເສລີພາບ (ສະຫະພັນລັດເຊຍ); ເຫັນດີ

115.36     ສືບຕໍ່ເຊື່ອມໂຍງບັນດາມາດຕະຖານສາກົນກ່ຽວກັບສິດທິມະນຸດເຂົ້າໃນກົດໝາຍແຫ່ງຊາດ (ອຸສເບກິສະຖານ); ເຫັນດີ

115.37     ສ້າງຂີດຄວາມສາມາດໃຫ້ພະນັກງານຂອງລັດກ່ຽວກັບສິດທິມະນຸດ, ລວມທັງຜ່ານການຮ່ວມມືກັບປະເທດອື່ນໆ (ອິນໂດເນເຊຍ); ເຫັນດີ

115.38     ນຳໃຊ້ມາດຕະການເພີ່ມຕື່ມເພື່ອປູກຈິດສຳນຶກ ແລະ ຄວາມເຂົ້າໃຈກ່ຽວກັບສິດທິມະນຸດໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ຍີ່ປຸ່ນ); ເຫັນດີ

115.39     ສືບຕໍ່ການກະທຳເພື່ອຮ່ວມມືກັບສາກົນເພື່ອປັບປຸງຄວາມສາມາດຂອງປະເທດ (ຈໍແດນ); ເຫັນດີ

115.40     ສືບຕໍ່ເພີ່ມທະວີຄວາມພະຍາຍາມໃນການສຶກສາກ່ຽວກັບສິດທິມະນຸດ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ຜູ້ປະຕິບັດໜ້າທີ່ ແລະ ຜູ້ມີສ່ວນຮ່ວມ (ປະເທດຟີລິບປິນ); ເຫັນດີ

115.41     ສືບຕໍ່ຄວາມພະຍາຍາມເພື່ອໃຫ້ການຝຶກອົບຮົມ ແລະ ຂໍ້ມູນກ່ຽວກັບມາດຕະຖານດ້ານສິດທິມະນຸດໃຫ້ແກ່ເຈົ້າໜ້າທີ່ ແລະ ຜູ້ພິພາກສາຂອງລັດຖະບານ, ພ້ອມທັງໃຫ້ຄວາມຮູ້ກ່ຽວກັບສິດທິມະນຸດກັບ ນັກທຸລະກິດ, ນັກສຶກສາ ແລະ ປະຊາຊົນທົ່ວໄປ (ປະເທດໄທ); ເຫັນດີ

115.42     ສືບຕໍ່ເພີ່ມກິດຈະກຳປູກຈິດສຳນຶກ ແລະ ຝຶກອົບຮົມກ່ຽວກັບສິດທິມະນຸດໃຫ້ແກ່ພະນັກງານຂອງລັດ ແລະ ປະຊາຊົນທົ່ວໄປເພື່ອຍົກສູງຄວາມຮັບຮູ້ດ້ານກົດໝາຍໃນຂອບເຂດທົ່ວປະເທດ (ເຕີກເມນິສະຖານ); ເຫັນດີ

115.43     ຮັບຮອງເອົາຍຸດທະສາດແຫ່ງຊາດທີ່ສົມບູນແບບກ່ຽວກັບສິດທິຂອງເດັກ ເຊິ່ງລວມເຖິງງົບປະມານສະເພາະ ແລະ ກົນໄກການຕິດຕາມກວດກາທີ່ເໝາະສົມ (ສະເປນ);

ໄດ້ຜ່ານ:  The Lao PDR cannot support it due to its unclear nature.

115.44     ຂໍຄວານຮ່ວມມືຈາກຫ້ອງການສິດທິມະນຸດຂອງສະຫະປະຊາຊາດ ເພື່ອສ້າງກົນໄກແຫ່ງຊາດຖາວອນໃນການຈັດຕັ້ງປະຕິບັດ, ລາຍງານ ແລະ ຕິດຕາມຂໍ້ສະເໜີແນະດ້ານສິດທິມະນຸດ, ໃນກອບຂອງເປົ້າໝາຍການພັດທະນາແບບຍືນຍົງທີ 16 ແລະ 17 (ປາຣາໄກວ);

ໄດ້ຜ່ານ:  The Lao PDR will maintain the existing mechanisms, namely, the National Committee on Human Rights to follow-up and report on the implementation of human rights Recommendations.

115.45     ສືບຕໍ່ເພີ່ມທະວີການກະທຳເພື່ອຈັດຕັ້ງປະຕິບັດ ແລະ ຕິດຕາມຄຳແນະນຳທີ່ໄດ້ຮັບ ພ້ອມທັງຍອມຮັບໃນສະພາບການຂອງຂະບວນການທົບທວນຄືນ, ສ້າງກົນໄກເຊື່ອມໂຍງສິ່ງນີ້ກັບວາລະການພັດທະນາແບບຍືນຍົງປີ 2030 (ສາທາລະນະລັດໂດມິນິກັນ); ເຫັນດີ

115.46     ຮັບຮອງເອົາກົດໝາຍຕ້ານການຈຳແນກທີ່ຄອບຄຸມ ເຊິ່ງລະບຸເຖິງການຈຳແນກໂດຍກົງ ແລະ ທາງອ້ອມ ເຊິ່ງລວມເຖິງຮູບແບບຂອງການຈຳແນກທັງໝົດ, ລວມທັງລົດນິຍົມທາງເພດ ແລະ ເອກະລັກຂອງເພດ (ໄອສແລນ);

ໄດ້ຜ່ານ:  Despite not having a comprehensive law on anti-discrimination, the Constitution and relevant laws prohibit any discrimination irrespective of their gender, ethnicity, religion or belief, and social strata. Most notably, such provisions are clearly stipulated in the Law on Gender Equality, Law on Education, Law on Medical Treatment, among others. Regarding the LGBTI, the reasons have been provided in para. 13 below.

115.47     ສືບຕໍ່ປະຕິບັດຂັ້ນຕອນເພື່ອປັບປຸງສິດຂອງແມ່ຍິງມັກແມ່, ເກ, ຄົນມັກສອງເພດ, ຜູ້ປ່ຽນເພດ ແລະ ຄົນທີ່ມີສອງເພດ, ໂດຍສະເພາະໂດຍການລະບຸຄວາມຕ້ອງການຂອງພວກເຂົາ, ແລະ ພິຈາລະນາການມີສ່ວນຮ່ວມຂອງຜູ້ຕາງໜ້າຂອງແມ່ຍິງມັກແມ່, ເກ, ຄົນມັກສອງເພດ, ຜູ້ປ່ຽນເພດ ແລະ ຄົນທີ່ມີສອງເພດ ໃນຂະບວນການຕັດສິນໃຈ (ມອລຕາ);

ໄດ້ຜ່ານ:  The Constitution of the Lao PDR stipulates that Lao citizens are equal before the law irrespective of their ethnicity and gender. Lao citizens, both men and women, enjoy equal rights in the political, economic, cultural, social and family spheres, including the rights to elect and to stand as a candidate at the elections, and the rights to participate in public affairs. Therefore, the Lao PDR cannot support the Recommendation No. 47 as the Lao laws do not acknowledge any other gender identity other than female and male.

115.48     ໃຊ້ມາດຕະການທີ່ຈຳເປັນເພື່ອປ້ອງກັນ ແລະ ຕ້ານການຈຳແນກ, ການຂົ່ມເຫັງຕໍ່ຊົນເຜົ່າກຸ່ມນ້ອຍທາງຊາດພັນ ແລະ ສາສະໜາ, ຮັບປະກັນສິດເສລີພາບໃນການສະແດງອອກ ແລະ ຈິດສຳນຶກ, ພ້ອມທັງການເຂົ້າເຖິງບໍລິການສາທາລະນະສຸກ, ການສຶກສາ ແລະ ມາດຕະຖານການດຳລົງຊີວິດທີ່ເໝາະສົມ (ເມັກຊິໂກ); ເຫັນດີ

115.49     ນຳໃຊ້ແນວທາງທີ່ຄອບຄຸມ, ຕອບສະໜອງຕໍ່ບົດບາດຍິງ – ຊາຍ ແລະ ຄວາມພິການ ໃນນະໂຍບາຍການປັບຕົວ ແລະ ການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ສອດຄ່ອງກັບກອບສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ ແລະ ກອບເຊັນໄດເພື່ອການຫຼຸດຜ່ອນຄວາມສ່ຽງໄພພິບັດປີ 2015–2030, ເພື່ອແກ້ໄຂບັນຫາທາງເສດຖະກິດ, ວັດທະນະທຳ ແລະ ຜົນກະທົບທາງສັງຄົມ ແລະ ສິ່ງທ້າທາຍທີ່ເກີດຈາກການປ່ຽນແປງດິນຟ້າອາກາດ, ເພື່ອສິດທິມະນຸດທີ່ມີປະສິດທິຜົນສຳລັບທຸກຄົນ (ຟິຈິ); ເຫັນດີ

115.50     ສືບຕໍ່ໃຊ້ມາດຕະການທີ່ມີປະສິດຕິຜົນເພື່ອຮັບມືກັບການປ່ຽນແປງດິນຟ້າອາກາດ (ນີກາຣາກົວ); ເຫັນດີ

115.51     ເສີມຂະຫຍາຍຍຸດທະສາດຂອງປະເທດໃນການຫຼຸດຜ່ອນຄວາມສ່ຽງຕໍ່ໄພແຫ້ງແລ້ງ ແລະ ນ້ຳຖ້ວມທີ່ຍາວນານ ໂດຍຜ່ານໂຄງການປັບຕົວຕໍ່ສະພາບດິນຟ້າອາກາດທີ່ເຂັ້ມແຂງ (ເອທິໂອເປຍ); ເຫັນດີ

115.52     ທົບທວນຍຸດທະສາດດ້ານເສດຖະກິດຂອງລັດຖະບານ, ດຳເນີນການຕາມຂັ້ນຕອນທີ່ຈຳເປັນໃນການອະນຸລັກສິ່ງແວດລ້ອມ ໂດຍການພັດທະນາແນວທາງໃນການສຶກສາຜົນກະທົບຕໍ່ສິ່ງແວດລ້ອມຂອງໂຄງການລົງທຶນຂອງຕ່າງປະເທດ (ເມົາດີບ); ເຫັນດີ

115.53     ສັງລວມຄວາມຄືບໜ້າທີ່ບັນລຸໄດ້ຕໍ່ເປົ້າໝາຍການພັດທະນາແບບຍືນຍົງ ແລະ ໃນການປັບປຸງຕົວຊີ້ວັດການພັດທະນາມະນຸດ (ອິນເດຍ); ເຫັນດີ

115.54     ພະຍາຍາມທຸກທາງເພື່ອສົ່ງເສີມສິດທິໃນການພັດທະນາ, ເຊິ່ງສົ່ງຜົນກະທົບໃນທາງບວກຕໍ່ສິດທິຂອງປະຊາຊົນ, ໂດຍສະເພາະໃນຂົງເຂດເສດຖະກິດ ແລະ ສັງຄົມ (ສາທາລະນະລັດອິດສະລາມອີຣານ); ເຫັນດີ

115.55     ສືບຕໍ່ດ້ວຍຄວາມພະຍາຍາມຢ່າງໜັກໃນການລວມເອົາເປົ້າໝາຍ ແລະ ຕົວຊີ້ວັດຂອງເປົ້າໝາຍ ການພັດທະນາແບບຍືນຍົງເຂົ້າໃນແຜນແຫ່ງຊາດ (ນິກາຣາກົວ); ເຫັນດີ

115.56     ສ້າງແຜນດຳເນີນງານແຫ່ງຊາດສຳລັບການຈັດຕັ້ງປະຕິບັດຫຼັກການນຳພາຢ່າງເຕັມສ່ວນກ່ຽວກັບທຸລະກິດ ແລະ ສິດທິມະນຸດ (ນໍເວ);

ໄດ້ຜ່ານ:  The Lao PDR does not have the plan to develop an action plan for implementation of the UN Guiding Principles on Business and Human Rights within the next 4 years. In the meantime, the Lao PDR will focus on strengthening the existing legal measures on the promotion and protection of human rights in relation to obligation of the private sectors, while also continuing to raise awareness on the UN Guiding Principles on Business and Human Rights for both government and private sectors.

115.57     ລວມເອົາສິດທິຂອງແມ່ຍິງ, ເດັກນ້ອຍ, ຄົນພິການ ແລະ ກຸ່ມທີ່ກ່ຽວຂ້ອງອື່ນໆເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດຄັ້ງທີ 9 ຂອງປະເທດ, ແລະ ພິຈາລະນາເອົາວິທີການທີ່ລວມເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ນະໂຍບາຍສິດທິມະນຸດທີ່ເໝາະສົມ (ປະເທດໄທ); ເຫັນດີ

115.58     ເພີ່ມທະວີຄວາມພະຍາຍາມຢ່າງຕໍ່ເນື່ອງໄປສູ່ການຂະຫຍາຍຕົວທາງດ້ານເສດຖະກິດໂດຍລວມ, ການຫຼຸດຜ່ອນຄວາມທຸກຍາກ ແລະ ເພີ່ມການລົງທຶນໃນການບໍລິການສາທາລະນະສຸກໃນເຂດຊົນນະບົດ (ກໍາປູເຈຍ); ເຫັນດີ

115,59     ລົບລ້າງໂທດປະຫານຊີວິດ (ການາດາ) (ປອກຕຸຍການ); ໄດ້ຜ່ານ: ເບິ່ງ 115.1

115.60     ດຳເນີນມາດຕະການທີ່ແນໃສ່ການລົບລ້າງໂທດປະຫານຊີວິດ (ລັກເຊມເບີກ); ໄດ້ຜ່ານ: ເບິ່ງ 115.1

115.61     ພິຈາລະນາຍົກເລີກການລົງໂທດປະຫານຊີວິດສຳລັບທຸກອາຊະຍາກຳໃນທຸກສະພາບການ (ມອລຕາ); ໄດ້ຜ່ານ: ເບິ່ງ 115.1

115.62     ພິຈາລະນາເພິ່ມຕື່ມເພື່ອລົບລ້າງໂທດປະຫານຊີວິດ (ນິວຊີແລນ); ໄດ້ຜ່ານ: ເບິ່ງ 115.1

115.63     ອອກກົດໝາຍເພື່ອລົບລ້າງການລົງໂທດປະຫານຊີວິດສຳລັບທຸກອາຊະຍາກຳ ແລະ ໃນທຸກສະຖານະການ, ຕໍ່ຈາກການປັບປຸງປະມວນກົດໝາຍອາຍາ ເຊິ່ງຫຼຸດຜ່ອນຂອບເຂດຂອງການກະທຳຜິດທີ່ມີໂທດປະຫານຊີວິດ (ໄອແລນ); ໄດ້ຜ່ານ: ເບິ່ງ 115.1

115.64     ໃຫ້ຢຸດເຊົາການປະຫານຊີວິດ, ເພື່ອແນໃສ່ການລົບລ້າງການລົງໂທດປະຫານຊີວິດຢ່າງເຕັມສ່ວນ (ອິຕາລີ); ໄດ້ຜ່ານ: ເບິ່ງ 115.1

115.65     ສ້າງຕັ້ງການໂຈະການລົງໂທດປະຫານຊີວິດຢ່າງເປັນທາງການ, ເປັນຂັ້ນຕອນເບື້ອງຕົ້ນຂອງການຍົກເລີກຄັ້ງສຸດທ້າຍຂອງປະເທດ, ແລະ ດັດແກ້ປະມວນກົດໝາຍອາຍາເພື່ອຫຼຸດຜ່ອນອາຊະຍາກຳທີ່ມີໂທດປະຫານຊີວິດ (ສະເປນ); ໄດ້ຜ່ານ: ເບິ່ງ 115.1

115.66     ດຳເນີນຂັ້ນຕອນທີ່ຈຳເປັນເພື່ອລົບລ້າງການປະຫານຊີວິດຈາກກົດໝາຍແຫ່ງຊາດ (ອາເຈນຕິນາ); ໄດ້ຜ່ານ: ເບິ່ງ 115.1

115.67     ພິຈາລະນາການໂຈະການລົງໂທດປະຫານຊີວິດຢ່າງເປັນທາງການ, ເປັນຂັ້ນຕອນທຳອິດເພື່ອຫຼຸດຜ່ອນໂທດປະຫານຊີວິດ (ບຣາຊິນ); ໄດ້ຜ່ານ: ເບິ່ງ 115.1

115.68     ສ້າງຕັ້ງການໂຈະການລົງໂທດປະຫານຊີວິດຢ່າງເປັນທາງການ ໂດຍມີຈຸດປະສົງເພື່ອລົບລ້າງໂທດປະຫານຊີວິດ ແລະ ກຳນົດໂທດປະຫານຊີວິດໃຫ້ເປັນການຈຳຄຸກ (ຝຣັ່ງ); ໄດ້ຜ່ານ: ເບິ່ງ 115.1

115.69     ສືບຕໍ່ການໂຈະການປະຫານຊີວິດ ແລະ ລົບລ້າງການລົງໂທດປະຫານຊີວິດ (ເຊັກເກຍ); ໄດ້ຜ່ານ: ເບິ່ງ 115.1

115.70     ຮັບປະກັນການສືບສວນ ແລະ ການດຳເນີນຄະດີທີ່ຍຸຕິທຳ ແລະ ເປັນເອກະລາດ, ພ້ອມທັງນຳເອົາຜູ້ກະທຳຜິດທັງໝົດທີ່ກ່ຽວຂ້ອງກັບການບັງຄັບໃຫ້ຫາຍສາບສູນເຂົ້າສູ່ຂະບວນການຍຸຕິທຳ (ແຟງລັງ);

ໄດ້ຜ່ານ:  The Lao PDR cannot support these recommendations. However, the search for missing Lao citizens, including Sombath Somphone, is the duty of the Lao government. The decision to issue an official investigation order into the alleged cases of missing or disappearance shall be considered on a case by case basis, by competent agencies based on the credibility of information and legal grounds.

115.71     ສ້າງຕັ້ງອົງການອິດສະຫຼະເພື່ອສືບສວນການເສຍຊີວິດ ແລະ ການບັງຄັບໃຫ້ຫາຍສາບສູນໃນປະເທດ ແລະ ໃຫ້ອົງການນີ້ມີອຳນາດການສືບສວນທາງກົດໝາຍທີ່ຈຳເປັນເພື່ອດຳເນີນການສືບສວນໄດ້ຢ່າງເສລີ, ເປັນເອກະລາດ ແລະ ເຊື່ອຖືໄດ້ (ເມົາດີບ); ໄດ້ຜ່ານ: ເບິ່ງ 115.70

115.72     ສືບຕໍ່ນຳໃຊ້ມາດຕະການເພື່ອປັບປຸງການສືບສວນໃນກໍລະນີຂອງການບັງຄັບໃຫ້ຫາຍສາບສູນ (ມອລຕາ); ເຫັນດີ

115.73     ຮັບປະກັນການສືບສວນທີ່ເປັນເອກະລາດ ແລະ ບໍ່ລຳອຽງໃນກໍລະນີຂອງການບັງຄັບໃຫ້ຫາຍສາບສູນ ແລະ ນຳເອົາຜູ້ກະທຳຜິດມາລົງໂທດ (ເນເທີແລນ); ໄດ້ຜ່ານ: ເບິ່ງ 115.70

115.74     ດຳເນີນການສືບສວນຢ່າງເຕັມທີ່, ເປັນເອກະລາດໃນທຸກໆຄະດີທີ່ບໍ່ໄດ້ຮັບການແກ້ໄຂກ່ຽວກັບການບັງຄັບໃຫ້ຫາຍສາບສູນທີ່ຖືກກ່າວຫາ, ລວມທັງຄະດີຂອງທ່ານ ສົມບັດ ສົມພອນ (ນິວຊີແລນ); ໄດ້ຜ່ານ: ເບິ່ງ 115.70

115.75     ດຳເນີນການສືບສວນຢ່າງບໍ່ລຳອຽງ, ລະອຽດ ແລະ ໂປ່ງໃສກ່ຽວກັບການບັງຄັບໃຫ້ຫາຍສາບສູນ, ລວມທັງຂອງທ່ານ ສົມບັດ ສົມພອນ (ສະຫະລາດຊະອານາຈັກບຣິເຕນໃຫຍ່ ແລະ ໄອແລນເໜືອ); ໄດ້ຜ່ານ: ເບິ່ງ 115.70

115.76     ດຳເນີນການສືບສວນທີ່ເປັນເອກະລາດ, ບໍ່ລຳອຽງ ແລະ ໂປ່ງໃສໃນທຸກໆກໍລະນີທີ່ຖືກກ່າວຫາວ່າແມ່ນການບັງຄັບໃຫ້ຫາຍສາບສູນ ລວມທັງຂອງທ່ານ ສົມບັດ ສົມພອນ, ຮັບປະກັນໃຫ້ສະມາຊິກໃນຄອບຄົວໄດ້ຮັບຮູ້ເຖິງຄວາມກ້າວໜ້າຢ່າງເປັນປົກກະຕິ (ອົດສະຕາລີ); ໄດ້ຜ່ານ: ເບິ່ງ 115.70

115.77     ດຳເນີນການສືບສວນທີ່ໜ້າເຊື່ອຖື ແລະ ເລິກເຊິ່ງຕໍ່ທຸກໆຄະດີທີ່ຖືກກ່າວຫາວ່າແມ່ນການບັງຄັບໃຫ້ຫາຍສາບສູນ, ລວມທັງການຫາຍຕົວໄປຂອງທ່ານ ສົມບັດ ສົມພອນ ແລະ ຜູ້ປົກປ້ອງສິດທິມະນຸດອື່ນໆ (ການາດາ); ໄດ້ຜ່ານ: ເບິ່ງ 115.70

115.78     ດຳເນີນການສືບສວນຢ່າງລະອຽດ, ເປັນອິດສະຫຼະ ແລະ ບໍ່ລຳອຽງເພື່ອຊີ້ແຈງການບັງຄັບໃຫ້ຫາຍສາບສູນຂອງຜູ້ປົກປ້ອງສິດທິມະນຸດໃນສາທາລະນະລັດປະຊາທິປະໄຕປະຊາຊົນລາວ (ໂປແລນ); ໄດ້ຜ່ານ: ເບິ່ງ 115.70

115.79     ດຳເນີນການສືບສວນທີ່ເປັນອິດສະຫຼະພາຍໃນປະເທດກ່ຽວກັບການຫາຍຕົວໄປ ແລະ ການເສຍຊີວິດຂອງນັກເຄື່ອນໄຫວເພື່ອປະຊາທິປະໄຕ ແລະ ສິດທິມະນຸດ (ສະຫະລັດອາເມລິກາ); ໄດ້ຜ່ານ: ເບິ່ງ 115.70

115.80     ດຳເນີນທຸກຂັ້ນຕອນທີ່ຈຳເປັນເພື່ອກຳນົດອາຊະຍາກຳຂອງການບັງຄັບໃຫ້ຫາຍສາບສູນເຂົ້າໃນກົດໝາຍແຫ່ງຊາດ ເພື່ອສືບສວນ ແລະ ລົງໂທດຜູ້ກະທຳຜິດໃນການກະທຳດັ່ງກ່າວ (ອາເຈນຕິນາ); ເຫັນດີ

115.81     ປ້ອງກັນ ແລະ ຕ້ານການຈັບກຸມທີ່ບໍ່ມີເຫດຜົນ, ການບັງຄັບໃຫ້ຫາຍສາບສູນ, ການທໍລະມານ ແລະ ການກະທຳທີ່ໂຫດຮ້າຍອື່ນໆ, ໂດຍສະເພາະຕໍ່ສະມາຊິກຂອງຊຸມຊົນມົ້ງ; ລິເລີ່ມການສືບສວນທີ່ບໍ່ລຳອຽງ ແລະ ເປັນອິດສະຫຼະຕໍ່ການກະທຳດັ່ງກ່າວ; ແລະ ໃຫ້ສັດຕະຍາບັນສົນທິສັນຍາສາກົນເພື່ອການ ປົກປ້ອງທຸກຄົນຈາກການບັງຄັບໃຫ້ຫາຍສາບສູນ(ປອກຕຸຍການ);

ໄດ້ຜ່ານ:  The Lao PDR upholds its laws which prohibit arbitrary arrests, torture and other ill-treatments, such protection of which is provided for all citizens regardless of gender, ethnicity, religion or belief and other social strata as stipulated in the Constitution and relevant laws. However, the Lao PDR considers these recommendations as entirely inaccurate and do not reflects the real situation in the country.

115.82     ປັບປຸງກົດໝາຍແຫ່ງຊາດເພື່ອຮັບປະກັນວ່າມັນສອດຄ່ອງຢ່າງເຕັມສ່ວນກັບພັນທະສິດທິມະນຸດສາກົນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ໂດຍສະເພາະເພື່ອໃຫ້ການດຳເນີນຄະດີທີ່ມີຄວາມຍຸຕິທຳ ແລະ ເປັນອິດສະຫຼະຈາກການທໍລະມານ ແລະ ການກັກຂັງທີ່ບໍ່ມີເຫດຜົນ (ຢູເຄຣນ); ເຫັນດີ

115.83     ສືບຕໍ່ຈັດຕັ້ງປະຕິບັດມາດຕະການ ແລະ ແຜນງານຕ່າງໆເພື່ອປັບປຸງສະພາບການກັກຂັງ ແລະ ຮັບປະກັນສິດທິຂອງຜູ້ທີ່ຖືກກັກຂັງ (ສາທາລະນະລັດໂດມິນິກັນ); ເຫັນດີ

115.84     ຄວາມພະຍາຍາມທີ່ໄດ້ຮັບການປັບປຸງຄືນໃໝ່ເພື່ອປັບປຸງສະພາບຂອງສະຖານທີ່ກັກຂັງໃຫ້ສອດຄ່ອງກັບສົນທິສັນຍາສາກົນກ່ຽວກັບສິດທິພົນລະເມືອງ ແລະ ການເມືອງ ແລະ ກົດລະບຽບຂັ້ນຕ່ຳສຸດຂອງສະຫະປະຊາຊາດສຳລັບການປະຕິບັດຕໍ່ນັກໂທດ (ຂໍ້ກຳນົດເນລສັນ ແມນເດລາ) (ແຊມເບຍ); ເຫັນດີ

115.85     ເພີ່ມທະວີຄວາມເປັນເອກະລາດຂອງອົງການຕຸລາການ, ແລະ ຮັບປະກັນການເຂົ້າເຖິງວິທີແກ້ໄຂໃນດ້ານກົດໝາຍສຳລັບບຸກຄົນທີ່ມີຄວາມສ່ຽງ ແລະ ຊົນເຜົ່າກຸ່ມນ້ອຍຢ່າງເຕັມສ່ວນ ແລະ ມີປະສິດທິຜົນ (ອິຕາລີ); ເຫັນດີ

115.86     ປະຕິບັດມາດຕະການທີ່ມີປະສິດທິຜົນໃນການປົກປ້ອງຄວາມເປັນເອກະລາດ ແລະ ຍຸຕິທຳຂອງອົງການຕຸລາການ (ເຊັກເກຍ); ເຫັນດີ

115.87     ສືບຕໍ່ຄວາມພະຍາຍາມໃນການສົ່ງເສີມລະບຽບກົດໝາຍ ແລະ ການປົກຄອງທີ່ດີ, ໂດຍສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ຂະແໜງຍຸຕິທຳ (ໂມລັອກໂກ); ເຫັນດີ

115.88     ສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງຂະແໜງຍຸຕິທຳ ແລະ ສ້າງຂີດຄວາມສາມາດຂອງນັກສຶກສາກົດໝາຍ ແລະ ຜູ້ຊ່ຽວຊານດ້ານກົດໝາຍ (ສາທາລະນະລັດອາຣັບຊີເຣຍ); ເຫັນດີ

115.89     ສ້າງຄວາມເຂັ້ມແຂງໃນຂະບວນການທີ່ພວມດຳເນີນຢູ່ເພື່ອປັບປຸງຂະແໜງຍຸຕິທຳ ແລະ ສ້າງການປົກຄອງ ແລະ ການບໍລິຫານທີ່ດີໂດຍຜ່ານແຜນແມ່ບົດຂອງຂະແໜງກົດໝາຍ ໃນປີ 2009-2020 (ເຕີກເມນິສະຖານ); ເຫັນດີ

115.90     ຮັບປະກັນສິດເສລີໃນການສະແດງຄວາມຄິດເຫັນ (ໄຊປຣັດ); ເຫັນດີ

115.91     ປັບປຸງສິດເສລີໃນການສະແດງຄວາມຄິດຄວາມເຫັນ, ຍົກເລີກຂໍ້ຈຳກັດສຳລັບສື່ອິດສະຫຼະ ແລະ ສ້າງສະພາບແວດລ້ອມທີ່ປອດໄພສຳລັບວຽກງານຂອງນັກຂ່າວ ແລະ ຜູ້ປົກປ້ອງສິດທິມະນຸດ (ອິຕາລີ);

ໄດ້ຜ່ານ:  The freedom of expression is guaranteed by the national legal framework. The Government of the Lao PDR has made efforts to facilitate freedom of expression by creating conditions to promote and protect the freedom of speech, writing, peaceful assembly and association, which are in conformity with the article 19 of the ICCPR.

115.92     ຮັບປະກັນວ່າເສລີພາບໃນການສະແດງຄວາມຄິດເຫັນໄດ້ຮັບການປົກປ້ອງໃນທຸກຮູບແບບ (ນໍເວ); ເຫັນດີ

115.93     ຮັບປະກັນສິດເສລີໃນການສະແດງອອກ ແລະ ເສລີພາບທາງສື່ໂດຍນຳເອົາກົດໝາຍແຫ່ງຊາດເຂົ້າສູ່ມາດຕະຖານສາກົນ (ລັດເວຍ); ເຫັນດີ

115.94     ຮັບປະກັນການໃຊ້ສິດເສລີພາບໂດຍສັນຕິວິທີ ໂດຍການທົບທວນຄືນນິຕິກຳທີ່ກ່ຽວຂ້ອງ, ລວມທັງມາດຕາ 65ຂອງປະມວນກົດໝາຍອາຍາ (ເດັນມາກ); ໄດ້ຜ່ານ: ເບິ່ງ 115.91

115.95     ຮັບປະກັນສິດເສລີໃນການສະແດງອອກ, ການຊຸມນຸມ ແລະ ສະມາຄົມຢ່າງມີປະສິດທິຜົນໂດຍການປັບປຸງນິຕິກຳຂອງປະເທດ ເພື່ອບໍ່ກີດຂວາງການເຮັດວຽກຂອງອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ແລະ ຜູ້ປົກປ້ອງສິດທິມະນຸດ (ລັກເຊມເບີກ); ໄດ້ຜ່ານ: ເບິ່ງ 115.91

115.96     ຮັບປະກັນສິດເສລີໃນການສະແດງຄວາມຄິດເຫັນໂດຍການຍົກເລີກມາດຕາ 56 ຂອງປະມວນກົດໝາຍອາຍາ ວ່າດ້ວຍການທໍລະຍົດຕໍ່ຊາດ ແລະ ມາດຕາ 65 ຂອງປະມວນກົດໝາຍອາຍາວ່າດ້ວຍການໂຄສະນາໃສ່ຮ້າຍປ້າຍສີຕໍ່ລັດ, ໂດຍສອດຄ່ອງກັບສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ ພ້ອມທັງຖະແຫຼງການກ່ຽວກັບສິດ ແລະ ຄວາມຮັບຜິດຊອບຂອງບຸກຄົນ, ກຸ່ມ ແລະ ອົງການຈັດຕັ້ງທາງສັງຄົມເພື່ອສົ່ງເສີມ, ປົກປ້ອງສິດທິມະນຸດ ແລະ ເສລີພາບພື້ນຖານທີ່ໄດ້ຮັບການຍອມຮັບຈາກລະດັບສາກົນ (ຖະແຫຼງການກ່ຽວກັບຜູ້ປົກປ້ອງສິດທິມະນຸດ) (ເນເທີແລນ); ໄດ້ຜ່ານ: ເບິ່ງ 115.91

115.97     ກວດກາ ແລະ ປັບປຸງນິຕິກຳ ແລະ ການປະຕິບັດທີ່ກ່ຽວຂ້ອງກັບສິດເສລີໃນການສະແດງອອກ ພ້ອມທັງການຊຸມນຸມເພື່ອເຮັດໃຫ້ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ສັງຄົມພົນລະເຮືອນສາມາດເຮັດວຽກໄດ້ (ນິວຊີແລນ); ໄດ້ຜ່ານ: ເບິ່ງ 115.91

115.98     ທົບທວນຄືນໃໝ່ທຸກໆນິຕິກຳທີ່ກີດຂວາງເສລີພາບໃນການສະແດງຄວາມຄິດເຫັນ ແລະ ການສະແດງອອກທີ່ບໍ່ເໝາະສົມກັບມາດຕາ 19 ຂອງສົນທິສັນຍາສາກົນກ່ຽວກັບສິດທິພົນລະເມືອງ ແລະ ການເມືອງ (ສະຫະລາດຊະອານາຈັກບຣິເຕນໃຫຍ່ ແລະໄອແລນເໜືອ); ເຫັນດີ

115.99     ຮັບປະກັນວ່າຂໍ້ຈຳກັດໃນການໃຊ້ສິດເສລີໃນການສະແດງອອກ ແລະ ການຊຸມນຸມ ສອດຄ່ອງກັບຂໍ້ກຳນົດຂອງມາດຕາ 19 ແລະ 21 ຂອງສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ (ແບນຊິກ); ເຫັນດີ

115.100    ຮັບປະກັນສິດເສລີໃນການສະແດງຄວາມຄິດເຫັນຂອງສື່ມວນຊົນ, ການຊຸມນຸມ ແລະ ສະມາຄົມພ້ອມທັງເສລີພາບໃນການນັບຖືສາສະໜາ, ສອດຄ່ອງກັບສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ (ອູຣູກວາຍ); ເຫັນດີ

115.101    ປະຕິຮູບກົດໝາຍການກ່າວຟ້ອງທາງອາຍາໃຫ້ສອດຄ່ອງກັບມາດຕາ 19 ຂອງສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ (ເອດໂຕເນຍ); ເຫັນດີ

115.102    ປະຕິບັດບັນດາພັນທະພາຍໃຕ້ສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງໃນການເຄົາລົບ ແລະ ຮັບປະກັນສິດເສລີໃນການສະແດງອອກ (ການາດາ); ເຫັນດີ

115.103    ຮັບປະກັນການເຂົ້າເຖິງຂໍ້ມູນຂ່າວສານຂອງສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ດ້ວຍຄວາມປອດໄພ ແລະ ເປັນສ່ວນຕົວສຳລັບທຸກຄົນ, ທັງທາງປົກກະຕິ ແລະ ທາງອິນເຕີເນັດ (ເອດໂຕເນຍ); ເຫັນດີ

115.104    ດັດແກ້ປະມວນກົດໝາຍອາຍາໃຫ້ສອດຄ່ອງກັບພັນທະພາຍໃຕ້ສົນທິສັນຍາສາກົນວ່າດ້ວຍສິດທິພົນລະເມືອງ ແລະ ການເມືອງ ແລະ ປ່ອຍຕົວບຸກຄົນທີ່ຖືກຈັບກຸມ ແລະ ທີ່ຖືກກັກຂັງໂດຍໄວ ເຊິ່ງຂໍ້ກຳນົດດັ່ງກ່າວແມ່ນການຈຳກັດສິດເສລີທີ່ຖືກຕ້ອງຕາມກົດໝາຍໃນການສະແດງຄວາມຄິດເຫັນ ແລະ ການສະແດງອອກຂອງພວກເຂົາ (ສະຫະລັດອາເມລິກາ); ໄດ້ຜ່ານ: ເບິ່ງ 115.91

115.105    ຮັບປະກັນການໃຊ້ສິດເສລີໃນການສະແດງອອກຢ່າງມີປະສິດທິຜົນໂດຍການປັບປຸງນິຕິກຳຂອງປະເທດກ່ຽວກັບສື່ມວນຊົນ ພ້ອມທັງກົດໝາຍວ່າດ້ວຍການຕ້ານອາຊະຍາກຳທາງອິນເຕີເນັດ (ລັກເຊມເບີກ); ໄດ້ຜ່ານ: ເບິ່ງ 115.91

115.106    ປັບປຸງກົດໝາຍທີ່ຈຳກັດສິດເສລີໃນການສະແດງອອກ, ການຊຸມນຸມ ແລະ ສະມາຄົມເພື່ອປະຕິບັດຕາມກົດໝາຍສິດທິມະນຸດສາກົນ (ອົດສະຕາລີ); ໄດ້ຜ່ານ: ເບິ່ງ 115.91

115.107    ຮັບຮອງເອົາການປ່ຽນແປງດ້ານນິຕິກຳທີ່ຮັບປະກັນການປົກປ້ອງ ແລະ ການນຳໃຊ້ສິດທິເສລີພາບໃນການສະແດງອອກ, ການເຂົ້າຮ່ວມ ແລະ ການຊຸມນຸມແບບສັນຕິ (ສະເປນ); ໄດ້ຜ່ານ: ເບິ່ງ 115.91

115.108    ຮັບປະກັນສິດເສລີໃນການຊຸມນຸມ, ການສະແດງຄວາມຄິດເຫັນ ແລະ ການສະແດງອອກ, ແລະ ເສລີພາບຂອງສື່ໂດຍປ່ອຍຕົວຜູ້ທີ່ຖືກກັກຂັງໄວ້ ພຽງແຕ່ຍ້ອນວ່າພວກເຂົາປະຕິບັດ ຫຼື ປົກປ້ອງສິດທິເຫຼົ່ານີ້ (ຝຣັ່ງ); ເຫັນດີ

115.109    ຢຸດເຊົາການຈັບກຸມທີ່ບໍ່ມີເຫດຜົນ ພຽງແຕ່ຍ້ອນວ່າບຸກຄົນໃຊ້ສິດເສລີໃນການສະແດງຄວາມຄິດເຫັນ ແລະ ການສະແດງອອກ, ລວມທັງຜູ້ທີ່ຕຳນິຕິຕຽນລັດຖະບານໂດຍສັນຕິວິທີ, ກ່າວເຖິງຜົນກະທົບທາງລົບຂອງໂຄງລ່າງພື້ນຖານ ຫຼື ໂຄງການລົງທຶນ ຫຼື ເປີດເຜີຍຕົວຢ່າງຂອງການສໍ້ລາດບັງຫຼວງ (ເຢຍລະມັນ); ໄດ້ຜ່ານ: ເບິ່ງ 115.81

115.110    ປະຕິເສດທີ່ຈະດຳເນີນຄະດີທາງອາຍາຕໍ່ບຸກຄົນສຳລັບການໃຊ້ສິດທິພົນລະເມືອງຂອງພວກເຂົາ, ລວມທັງສິດທິໃນຄວາມເປັນສ່ວນຕົວ ແລະ ເສລີພາບໃນການສະແດງຄວາມຄິດເຫັນ, ສະມາຄົມ ແລະ ການຊຸມນຸມ, ໂດຍຄຳນຶງເຖິງຄວາມສຳຄັນຂອງການສ້າງ ແລະ ຮັກສາສະພາບແວດລ້ອມທີ່ປອດໄພ ແລະອຳນວຍຄວາມສະດວກໃຫ້ແກ່ນັກຂ່າວ, ຜູ້ປົກປ້ອງສິດທິມະນຸດ ແລະສັງຄົມພົນລະເຮືອນອື່ນໆ (ໄອແລນ); ໄດ້ຜ່ານ: ເບິ່ງ 115.81

115.111    ຮັບປະກັນສິດເສລີໃນການສະແດງອອກ, ການສະມາຄົມ ແລະ ການຊຸມນຸມໂດຍສະຫງົບ, ແລະ ກ້າວໄປສູ່ການສືບສວນຢ່າງເຕັມສ່ວນກ່ຽວກັບຂໍ້ກ່າວຫາຕ່າງໆທີ່ກ່ຽວກັບການຈັບກຸມໂດຍບໍ່ມີເຫດຜົນ, ການບັງຄັບໃຫ້ຫາຍສາບສູນ ແລະ ການຕັດສິນຄະດີອາຍາສຳລັບການສະແດງອອກຂອງການຄັດຄ້ານທາງການເມືອງ ຫຼື ວິພາກວິຈານຕໍ່ນະໂຍບາຍຂອງລັດ (ເຊັກເກຍ); ໄດ້ຜ່ານ: ເບິ່ງ 115.91

115.112    ສ້າງ ແລະ ຮັກສາສະພາບແວດລ້ອມທີ່ປອດໄພ ແລະ ເອື້ອອຳນວຍໃຫ້ແກ່ຜູ້ປົກປ້ອງສິດທິມະນຸດ ແລະ ສັງຄົມພົນລະເຮືອນ ເພື່ອປະກອບສ່ວນຢ່າງສ້າງສັນເຂົ້າໃນການສ້າງນະໂຍບາຍ ແລະ ການພັດທະນາປະເທດຊາດ (ນໍເວ); ເຫັນດີ

115.113    ຍຸດຕິການຈັບກຸມຜູ້ທີ່ສະແດງຄວາມຄິດເຫັນຂອງພວກເຂົາໂດຍສັນຕິວິທີ (ສະວິດເຊີແລນ); ໄດ້ຜ່ານ: ເບິ່ງ 115.81

115.114  ປັບປຸງດຳລັດເລກທີ 238 ແລະ ການແກ້ໄຂທີ່ກ່ຽວຂ້ອງເພື່ອໃຫ້ສອດຄ່ອງກັບພັນທະ ແລະ ຂໍ້ຜູກພັນສິດທິມະນຸດສາກົນຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລວມທັງການລົບລ້າງສິ່ງຕໍ່ໄປນີ້: ຂໍ້ກຳນົດໃນການລົງທະບຽນທີ່ຫຍຸ້ງຍາກ; ຫຼຸດຜ່ອນກິດຈະກຳ ແລະ ການເງິນຂອງສະມາຄົມໂດຍບໍ່ມີເຫດຜົນ; ການກຳນົດອາຊະຍາກຳຂອງສະມາຄົມທີ່ບໍ່ໄດ້ລົງທະບຽນ ແລະ ການຂົ່ມເຫັງຂອງລັດຖະບານຕໍ່ສະມາຊິກຂອງພວກເຂົາ; ແລະ ຄວາມສາມາດໃນການຍຸບເລີກສະມາຄົມທີ່ບໍ່ຫວັງຜົນກຳໄລໄດ້ທຸກເມື່ອ, ໂດຍບໍ່ມີສິດໃນການອຸທອນ (ສະຫະລັດອາເມລິກາ);

ໄດ້ຜ່ານ: The Lao PDR cannot support recommendation no. 114 on making an amendment to the newly amended Decree No.238 on Associations because the drafting process of this Decree had gone through extensive consultations with all relevant stakeholders. Moreover, the Lao PDR considers some parts of this recommendation as entirely inaccurate and do not reflect the real situation in the country.

115.115    ສ້າງສະພາບແວດລ້ອມທີ່ສະໜັບສະໜູນ ເພື່ອຊ່ວຍໃຫ້ອົງການຈັດຕັ້ງສັງຄົມພົນລະເຮືອນສາມາດດຳເນີນງານໄດ້ດີກວ່າເກົ່າ (ອົດສະຕາລີ); ເຫັນດີ

115.116    ກວດກາ ແລະ ປັບປຸງດຳລັດສະບັບເລກທີ 315 ເພື່ອຮັບປະກັນວ່າຂັ້ນຕອນການບໍລິຫານສຳລັບກຸ່ມສາສະໜາແມ່ນມີເຫດຜົນ, ຈະແຈ້ງ ແລະ ບໍ່ຈຳແນກ, ກຳຈັດຄວາມຄິດກ່ຽວກັບການຈຳແນກ ແລະ ກົດຂີ່ຂົ່ມເຫັງຄົນຊົນເຜົ່າທາງສາສະໜາທີ່ພະນັກງານທ້ອງຖິ່ນມີ (ໝູ່ເກາະໂຊໂລມອນ); ເຫັນດີ

115.117    ໃຫ້ຊຸມຊົນສາສະໜາທັງໝົດສາມາດພົບປະ ແລະ ດຳເນີນກິດຈະກຳຕ່າງໆໄດ້ຢ່າງອິດສະຫຼະ, ໂດຍບໍ່ວ່າພວກເຂົາຈະຖືກຈັດຕັ້ງ ຫຼື ລົງທະບຽນ (ໝູ່ເກາະໂຊໂລມອນ);

ໄດ້ຜ່ານ:  The right to freedom of religion of the Lao citizen is guaranteed by the Constitution and relevant legislations. However, the conduct of religious activities shall abide by the Decree No. 315. The purpose of the Decree 315 is to facilitate the religious activities. The drafting process of this Decree also included extensive consultations with representatives of all legally recognized religious organizations in the Lao PDR.

115.118    ນຳສະເໜີກົນໄກໃນການຕິດຕາມກວດກາ ແລະ ຄຸ້ມຄອງເຈົ້າໜ້າທີ່ທ້ອງຖິ່ນ, ໂດຍສະເພາະໃນເຂດຊົນນະບົດ, ເພື່ອຮັບປະກັນໃຫ້ພວກເຂົາປະຕິບັດສອດຄ່ອງກັບມາດຕະຖານດ້ານສິດທິມະນຸດ ແລະ ບໍ່ຈຳແນກຄົນຄຣິດສະຕຽນ ແລະ ກຸ່ມຊົນເຜົ່າທາງສາສະໜາອື່ນໆ (ໝູ່ເກາະໂຊໂລມອນ); ເຫັນດີ

115.119    ເພີ່ມທະວີຄວາມພະຍາຍາມໃນການຕ້ານການຄ້າມະນຸດ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ, ລວມທັງການເພີ່ມທະວີວຽກງານຂອງຄະນະຊີ້ນຳລະດັບຊາດກ່ຽວກັບການຕ້ານການຄ້າມະນຸດ (ຈໍເຈຍ); ເຫັນດີ

115.120    ສ້າງ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດກ່ຽວກັບການຕ້ານການຄ້າມະນຸດ ແລະ ການຄ້າຂ້າທາດຍຸກໃຫມ່, ໂດຍນຳໃຊ້ແຜນງານນີ້ເປັນກອບເພື່ອປະເມີນຄວາມຄືບໜ້າໃນການຕ້ານການຄ້າຂ້າທາດຍຸກໃຫມ່, ແລະ ຈັດສັນງົບປະມານທີ່ໄດ້ຮັບທຶນເຂົ້າໃນແຜນປະຕິບັດງານແຫ່ງຊາດ (ສະຫະລາດຊະອານາຈັກບຣິເຕນໃຫຍ່ ແລະ ໄອແລນເໜືອ); ເຫັນດີ

115.121    ດຳເນີນການຕ້ານການຄ້າມະນຸດ ແລະ ການຂູດຮີດແຮງງານ ແລະ ການຄ້າໂສເພນີ, ໂດຍເນັ້ນໜັກເປັນພິເສດຕໍ່ຜູ້ຖືກເຄາະຮ້າຍທີ່ເປັນເດັກນ້ອຍ, ແມ່ຍິງ ແລະ ສະມາຊິກຂອງຊົນເຜົ່າກຸ່ມນ້ອຍ (ເຊັກເກຍ); ເຫັນດີ

115.122    ສືບຕໍ່ເສີມຂະຫຍາຍມາດຕະການ ແລະ ແຜນງານຕ່າງໆເພື່ອຕ້ານການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ຟີລິບປິນ); ເຫັນດີ

115.123    ເພີ່ມທະວີຄວາມພະຍາຍາມເພີ່ມຕື່ມໃນການຕ້ານການຄ້າມະນຸດ, ໂດຍສະເພາະໃນແມ່ຍິງ ແລະ ເດັກນ້ອຍ, ລວມທັງໂດຍການປັບປຸງການບັງຄັບໃຊ້ກົດໝາຍເພື່ອໃຫ້ມີຄວາມຍຸຕິທຳ ແລະ ລົງໂທດຜູ້ກະທຳຜິດ, ພ້ອມທັງໃຫ້ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດດ້ວຍການປົກປ້ອງ ແລະ ຟື້ນຟູ (ເບລາຣູດ); ເຫັນດີ

115.124    ສືບຕໍ່ຄວາມພະຍາຍາມເພື່ອຮັບປະກັນການປົກປ້ອງຜູ້ເຄາະຮ້າຍຈາກການຄ້າມະນຸດທີ່ເປັນແມ່ຍິງ ແລະ ເດັກນ້ອຍ, ລວມທັງການໃຫ້ພວກເຂົາມີການເຂົ້າເຖິງທີ່ພັກອາໄສທີ່ດີຂື້ນ (ສາທາລະນະລັດເກົາຫຼີ); ເຫັນດີ

115.125    ໃຊ້ທຸກມາດຕະການທີ່ຈຳເປັນເພື່ອຍຸດຕິການຄ້າເດັກ, ທີ່ມີຈຸດປະສົງເພື່ອການອອກແຮງງານ ແລະ ການຂູດຮີດທາງເພດ, ລວມເຖິງການປະຕິບັດທີ່ເປັນອັນຕະລາຍຕໍ່ແມ່ຍິງ ແລະ ເດັກຍິງ ລວມທັງເດັກນ້ອຍ, ການບັງຄັບ ແລະ ການແຕ່ງງານກ່ອນອາຍຸທີ່ເຫມາະສົມ (ອິຕາລີ); ເຫັນດີ

115.126    ເພີ່ມທະວີຄວາມພະຍາຍາມໃນການເສີມສ້າງການຮ່ວມມືສອງຝ່າຍ, ໃນພາກພື້ນ ແລະ ສາກົນເພື່ອຕ້ານການຄ້າມະນຸດ (ກາຕາ); ເຫັນດີ

115.127    ເພີ່ມທະວີຄວາມພະຍາຍາມໃນການລົບລ້າງການຄ້າມະນຸດໂດຍການໂຄສະນາປູກຈິດສຳນຶກໃຫ້ກຸ່ມທີ່ມີຄວາມສ່ຽງໃນເຂດຫ່າງໄກ (ອິນໂດເນເຊຍ); ເຫັນດີ

115.128    ປະຕິບັດມາດຕະການປ້ອງກັນ ແລະ ສ້າງຈິດສຳນຶກເພື່ອພັດທະນາການຕ້ານການຄ້າມະນຸດ (ອາເຊີໄບຈັນ); ເຫັນດີ

115.129    ໃຫ້ການປົກປ້ອງຄອບຄົວ ເຊິ່ງເປັນຜູ້ຄຸ້ມຄອງຫຼັກ ແລະ ເປັນພື້ນຖານສຳຄັນທີ່ສຸດຂອງສັງຄົມ ໃນລັກສະນະທີ່ມີປະສິດຕິຜົນກວ່າເກົ່າ (ສາທາລະນະລັດອິດສະລາມອີຣານ) ເຫັນດີ

115.130    ສືບຕໍ່ມາດຕະການໃນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ເພື່ອຍົກສູງມາດຕະຖານຄວານເປັນຢູ່ (ມຽນມາ); ເຫັນດີ

115.131    ຮັບປະກັນການຈັດຕັ້ງປະຕິບັດແຜນງານພັດທະນາເປົ້າໝາຍແຫ່ງຊາດຢ່າງມີປະສິດທິຜົນເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ (ອຸສເບກິສະຖານ); ເຫັນດີ

115.132    ສືບຕໍ່ປະຕິບັດຕົວຈິງເພື່ອແນໃສ່ການລົບລ້າງຄວາມທຸກຍາກ, ແລະ ສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ (ຄິວບາ); ເຫັນດີ

115.133    ສືບຕໍ່ປະຕິບັດມາດຕະການຕົວຈິງເພື່ອລົບລ້າງຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນຂອງປະເທດ (ປາກິດສະຖານ); ເຫັນດີ

115.134    ສືບຕໍ່ຄວາມພະຍາຍາມໃນການຫຼຸດຜ່ອນຄວາມທຸກຍາກຂອງປະເທດ ແລະ ຈັດຕັ້ງປະຕິບັດໂຄງການ ແລະ ແຜນງານຫຼຸດຜ່ອນຄວາມທຸກຍາກ (ພູຖານ); ເຫັນດີ

115.135    ສືບຕໍ່ສົ່ງເສີມການພັດທະນາເສດຖະກິດ – ສັງຄົມແບບຍືນຍົງ ແລະ ຫຼຸດຜ່ອນຈຳນວນປະຊາກອນທີ່ມີຄວາມທຸກຍາກ (ຈີນ); ເຫັນດີ

115.136    ສືບຕໍ່ພັດທະນານະໂຍບາຍ ແລະ ກົດໝາຍສຳລັບການເຕີບໂຕ ແລະ ການຫຼຸດຜ່ອນຄວາມທຸກຍາກ (ສິງກະໂປ); ເຫັນດີ

115.137    ສືບຕໍ່ຄວາມພະຍາຍາມໃນການພັດທະນາເສດຖະກິດ – ສັງຄົມ ແລະ ການລົບລ້າງຄວາມທຸກຍາກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຊົມໃຊ້ສິດທິມະນຸດຂອງປະຊາຊົນຂອງປະເທດ (ຫວຽດນາມ); ເຫັນດີ

115.138    ສືບຕໍ່ຄວາມພະຍາຍາມໂດຍການສະໜັບສະໜູນ ແລະ ການຊ່ວຍເຫຼືອຈາກປະຊາຄົມສາກົນ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ, ໂດຍສະເພາະແມ່ນສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງປະຊາຊົນໃນປະເທດ (ບັງກະລາເທດ); ເຫັນດີ

115.139    ເລັ່ງຄວາມພະຍາຍາມເພື່ອບັນລຸການຂະຫຍາຍຕົວທາງເສດຖະກິດເພື່ອແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທຸກຊັ້ນຄົນ, ລວມທັງຜູ້ທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ (ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ); ເຫັນດີ

115.140    ເພີ່ມທະວີຄວາມພະຍາຍາມໃນການສະໜອງການບໍລິການທາງສັງຄົມຢູ່ເຂດຫ່າງໄກສອກຫຼີກ (ສາທາລະນະລັດອາຣັບຊີເຣຍ); ເຫັນດີ

115.141    ສືບຕໍ່ປະຕິບັດແຜນພັດທະນາຂອງປະເທດເພື່ອຍົກສູງມາດຕະຖານການເປັນຢູ່ຂອງປະຊາກອນ ແລະ ໃຫ້ການບໍລິການທີ່ຈຳເປັນແກ່ພວກເຂົາ, ໂດຍສະເພາະໃນເຂດຊົນນະບົດ (ເຢເມນ); ເຫັນດີ

115.142    ສ້າງນະໂຍບາຍແຫ່ງຊາດເພື່ອໃຫ້ປະຊາຊົນໃນເຂດຊົນນະບົດໄດ້ຮັບຜົນປະໂຫຍດຈາກໂຄງການເສດຖະກິດເພື່ອແນໃສ່ຫຼຸດຜ່ອນຄວາມທຸກຍາກ (ກາຕາ); ເຫັນດີ

115.143    ສືບຕໍ່ຈັດຕັ້ງປະຕິບັດຄວາມພະຍາຍາມໃນການຫຼຸດຜ່ອນຄວາມທຸກຍາກໃນທົ່ວປະເທດ, ໂດຍສະເພາະໃນເຂດຊົນນະບົດ (ອາເຊີໄບຈັນ); ເຫັນດີ

115.144    ດຳເນີນຂັ້ນຕອນຕໍ່ໄປເພື່ອເສີມຂະຫຍາຍການເຂົ້າເຖິງການບໍລິການທາງສັງຄົມໃນຂະແໜງການທີ່ມີຄວາມສ່ຽງ, ລວມທັງແມ່ຍິງ, ເດັກນ້ອຍ, ຜູ້ສູງອາຍຸ, ຄົນພິການ, ແລະ ທີ່ກ່ຽວຂ້ອງອື່ນໆ (ຟີລິບປິນ); ເຫັນດີ

115.145    ສືບຕໍ່ຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກ ແລະ ການລົງທຶນໃນຂະແໜງສາທາລະນະສຸກ ແລະ ການສຶກສາ ແລະ ລວມເອົາຄວາມຮູ້ດ້ານສິດທິມະນຸດເຂົ້າໃນມາດຕະການດັ່ງກ່າວ ພ້ອມທັງໃນຫຼັກສູດການສຶກສາເພື່ອໃຫ້ມີຄວາມຮັບຮູ້ ແລະ ເພີ່ມທະວີການປູກຈິດສຳນຶກໃນທົ່ວປະເທດກ່ຽວກັບຫຼັກການສິດທິມະນຸດ (ອິນໂດເນເຊຍ); ເຫັນດີ

ເຫັນດີ115.146    ໂດຍການສະໜັບສະໜູນຈາກປະຊາຄົມສາກົນ, ສືບຕໍ່ເສີມຂະຫຍາຍນະໂຍບາຍເປົ້າໝາຍຂອງການລົງທຶນໃນຂົງເຂດສາທາລະນະສຸກ, ການສຶກສາ ແລະ ການຫຼຸດຜ່ອນຄວາມທຸກຍາກ (ສາທາລະນະລັດໂບລິວາເວເນຊູເອລາ); ເຫັນດີ

115.147    ເລັ່ງຄວາມພະຍາຍາມເພື່ອບັນລຸການຂະຫຍາຍຕົວທາງເສດຖະກິດເພື່ອແນໃສ່ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທຸກຄົນ, ໂດຍສະເພາະກ່ຽວກັບການບໍລິການສາທາລະນະສຸກ ແລະ ຜູ້ທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ (ຄູເວດ); ເຫັນດີ

115.148    ສືບຕໍ່ບັນດາມາດຕະການຕໍ່ການພັດທະນາເສດຖະກິດ – ສັງຄົມໂດຍລວມຜ່ານການລົງທຶນໃນຂະແໜງສາທາລະນະສຸກ ແລະ ການສຶກສາ, ລວມທັງໃນເຂດຊົນນະບົດ (ເນປານ); ເຫັນດີ

115.149    ສືບຕໍ່ຄວາມພະຍາຍາມໃນການລົບລ້າງຄວາມທຸກຍາກ ແລະ ສົ່ງເສີມການເຂົ້າເຖິງການສຶກສາສຳລັບພົນລະເມືອງທຸກຄົນ (ບັງກະລາເທດ); ເຫັນດີ

115.150    ຮັບປະກັນວ່າການຍົກຍ້າຍປະຊາກອນທີ່ເປັນຜົນມາຈາກການສຳປະທານທີ່ດິນເພື່ອໂຄງການພັດທະນາ ໄດ້ດຳເນີນໄປຕາມມາດຕະຖານສາກົນທີ່ກ່ຽວຂ້ອງ, ໂດຍສະເພາະຫຼັກການບໍ່ຈຳແນກ, ແລະ ມີການປຶກສາຫາລື ແລະ ການຊົດເຊີຍທີ່ພຽງພໍ (ໂປແລນ); ເຫັນດີ

115.151    ປັບປຸງການວາງແຜນໂຄງການພັດທະນາ ແລະ ການລົງທຶນເພື່ອຫຼີກລ່ຽງການບັງຄັບໃຫ້ຍ້າຍຖິ່ນຖານ, ແລະ ປັບປຸງແຜນການຈັດສັນພູມລຳເນົາ ແລະ ຄ່າຊົດເຊີຍສຳລັບການເວນຄືນທີ່ດິນ (ລັກເຊມເບີກ); ເຫັນດີ

115.152    ຄຸ້ມຄອງທຸກໂຄງການພື້ນຖານໂຄງລ່າງລວມທັງເຂື່ອນ ແລະ ຄວາມປອດໄພຂອງເຂື່ອນ ໄປຈົນເຖິງຄວາມພະຍາຍາມໃນການຫຼີກລ່ຽງການບັງຄັບໃຫ້ຍ້າຍຖິ່ນຖານ, ປຶກສາຫາລືກັບຊຸມຊົນທີ່ກ່ຽວຂ້ອງໃນຂະບວນການຕັດສິນໃຈ ແລະ ໃນກໍລະນີທີ່ມີການຍົກຍ້າຍທີ່ຫຼີກລ່ຽງບໍ່ໄດ້, ຮັບປະກັນການຊົດເຊີຍ ແລະ ໂຄງການຍົກຍ້າຍຈັດສັນທີ່ມີປະສິດຕິພາບຕາມມາດຕະຖານສາກົນ (ສະວິດເຊີແລນ); ເຫັນດີ

115.153    ຮັບປະກັນວ່າການຮັບຮອງເອົາ ແລະ ການບັງຄັບໃຊ້ກົດໝາຍ, ລວມທັງກົດໝາຍທີ່ດິນປີ 2019 ແລະ ການປະຕິບັດນະໂຍບາຍໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນແມ່ນມີການປຶກສາຫາລື, ໂປ່ງໃສ, ສອດຄ່ອງກັບກົດໝາຍ ແລະ ມາດຕະຖານສິດທິມະນຸດສາກົນ (ເຢຍລະມັນ); ເຫັນດີ

115.154    ຮັບປະກັນການຈັດຕັ້ງປະຕິບັດແຜນຍຸດທະສາດແຫ່ງຊາດກ່ຽວກັບສຸຂະພາບຈະເລີນພັນ, ການບໍລິການສຳລັບແມ່ ແລະ ເດັກເກີດໃໝ່, ການບໍລິການສາທາລະນະສຸກຂອງເດັກ, ແລະແຜນປະຕິບັດງານແຫ່ງຊາດສຳລັບແມ່ ແລະ ເດັກເກີດໃໝ່ໃຫ້ຄົບຖ້ວນ ແລະ ມີປະສິດທິຜົນ (ບຣູໄນດາຣຸສຊາລາມ); ເຫັນດີ

115.155    ສືບຕໍ່ປະຕິບັດນະໂຍບາຍເພື່ອປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການສາທາລະນະສຸກ, ໂດຍສຸມໃສ່ເຂດຊົນນະບົດ ແລະ ການຫຼຸດຜ່ອນອັດຕາການຕາຍຂອງເດັກເກີດໃໝ່ (ຄິວບາ); ເຫັນດີ

115.156    ເພີ່ມທະວີຄວາມພະຍາຍາມໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ (ສາທາລະນະລັດອິດສະລາມອີຣານ); ເຫັນດີ

115.157    ປະຕິບັດນະໂຍບາຍແນໃສ່ຫຼຸດຜ່ອນອັດຕາການຕາຍຂອງເດັກເກີດໃໝ່ ແລະ ແມ່ (ຈໍເຈຍ); ເຫັນດີ

115.158    ເສີມຂະຫຍາຍລະບົບສາທາລະນະສຸກເພື່ອແນໃສ່ສະໜອງການບໍລິການດ້ານສາທາລະນະສຸກຂັ້ນພື້ນຖານໃຫ້ແກ່ທຸກຄົນ ແລະ ຫຼຸດຜ່ອນອັດຕາການຕາຍຂອງເດັກເກີດໃໝ່ (ຄີກີສະຖານ); ເຫັນດີ

115.159    ສືບຕໍ່ເສີມສ້າງລະບົບສາທາລະນະສຸກແຫ່ງຊາດເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກເກີດໃໝ່ (ສາທາລະນະລັດໂບລິວາເວເນຊູເອລາ); ເຫັນດີ

115.160    ເພີ່ມທະວີຄວາມພະຍາຍາມຂອງປະເທດໃນການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ຈັດຕັ້ງປະຕິບັດແຜນງານຕ່າງໆທີ່ມີຈຸດປະສົງເພື່ອຫຼຸດຜ່ອນອັດຕາການຕາຍ ແລະ ການເຈັບປ່ວຍຂອງເດັກ (ອັຟການິສະຖານ); ເຫັນດີ

115.161    ຈັດຕັ້ງປະຕິບັດແຜນງານທີ່ມີປະສິດທິຜົນເພື່ອຫຼຸດຜ່ອນອັດຕາການຕາຍ ແລະ ອັດຕາການເຈັບປ່ວຍຂອງເດັກເກີດໃໝ່, ໂດຍສະເພາະການຍົກລະດັບຄວາມສາມາດຂອງແພດຜະດຸງຄັນ ແລະ ການກຳນົດມາດຕະຖານທີ່ມີຄຸນນະພາບໃນການບໍລິການສາທາລະນະສຸກຂອງແມ່ ແລະ ເດັກເກີດໃໝ່ (ແອລຈີເຣຍ); ເຫັນດີ

115.162    ສືບຕໍ່ຄວາມພະຍາຍາມໃນການຈັດການກັບອັດຕາການຕາຍຂອງເດັກເກີດໃໝ່, ເດັກນ້ອຍ ແລະ ແມ່ ແລະ ອັດຕາການຂາດສານອາຫານ (ອາເມເນຍ); ເຫັນດີ

115.163    ສືບຕໍ່ເພີ່ມທະວີຄວາມພະຍາຍາມເພື່ອສະໜັບສະໜູນການເຕີບໂຕໂດຍລວມ ແລະ ໃຫ້ບຸລິມະສິດໃນການຈັດສັນງົບປະມານໃນການສຶກສາຂັ້ນປະຖົມ ແລະ ການຫຼຸດຜ່ອນການຂາດສານອາຫານ ແລະ ອັດຕາການຕາຍຂອງແມ່ ແລະ ເດັກເກີດໃໝ່ (ອິນເດຍ); ເຫັນດີ

115.164    ສືບຕໍ່ເສີມສ້າງການຈັດສັນຊັບພະຍາກອນໃນລະດັບຊາດ ແລະ ລະດັບທ້ອງຖິ່ນເພື່ອພັດທະນາ ແລະ ຮັກສາສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ຊາວໜຸ່ມ, ແມ່ຍິງ, ຜູ້ຊາຍ, ແລະ ຜູ້ທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ໃນການເຂົ້າເຖິງການບໍລິການສຸຂະພາບທາງເພດ, ແລະ ສຸຂະພາບຈະເລີນພັນ ແລະ ຄອບຄົວທີ່ມີຄຸນນະພາບ (ຟິຈິ); ເຫັນດີ

115.165    ແກ້ໄຂບັນດາສິ່ງກີດຂວາງຕ່າງໆທີ່ກີດຂວາງບໍ່ໃຫ້ແມ່ຍິງ ແລະ ເດັກຍິງເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນຕາມຄຳແນະນຳກ່ຽວກັບການປ້ອງກັນການທຳແທ້ງທີ່ບໍ່ປອດໄພໃນປີ 2016  (ໄອສແລນ); ເຫັນດີ

115.166    ເຮັດໃຫ້ການທຳແທ້ງຖືກກົດໝາຍໃນກໍລະນີທີ່ມີຄວາມສ່ຽງຕໍ່ສຸຂະພາບຂອງແມ່ຍິງຖືພາ, ການຂົ່ມຂືນ, ການຮ່ວມເພດໃນຄອບຄົວ, ຫຼື ຄວາມຜິດປົກກະຕິຢ່າງຮຸນແຮງຂອງເດັກໃນທ້ອງ ແລະ ເຮັດໃຫ້ການເອົາລູກອອກທີ່ໃນກໍລະນີອື່ນໆຖືກກົດໝາຍ (ເອດໂຕເນຍ); ເຫັນດີ

115.167    ສືບຕໍ່ມາດຕະການທີ່ມີປະສິດທິຜົນເພື່ອປັບປຸງການເຂົ້າເຖິງການບໍລິການສຸຂະພາບຂອງແມ່ຍິງ, ໂດຍສະເພາະການບໍລິການສຸຂະພາບຈະເລີນພັນ (ມາເລເຊຍ); ເຫັນດີ

115.168    ພະຍາຍາມຫຼາຍຂຶ້ນໃນການຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນງານທີ່ຮັບປະກັນໃຫ້ແມ່ຍິງແລະ ເດັກຍິງສາມາດເຂົ້າເຖິງການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນໃນຂອບເຂດທົ່ວປະເທດ (ອູຣູກວາຍ); ເຫັນດີ

115.169    ຮັບປະກັນໃຫ້ແມ່ຍິງ ແລະ ເດັກຍິງທຸກຄົນໄດ້ເຂົ້າເຖິງການບໍລິການສຸຂະພາບທາງເພດ ແລະ ການຈະເລີນພັນທີ່ເໝາະສົມ, ແລະ ປະຕິບັດນະໂຍບາຍຕ່າງໆ, ລວມທັງການປູກຈິດສຳນຶກ, ເພື່ອປ້ອງກັນ ແລະ ຕອບໂຕ້ກັບຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ (ນໍເວ); ເຫັນດີ

115.170    ສືບຕໍ່ເພີ່ມທະວີການເຂົ້າເຖິງການບໍລິການສຸຂະພາບ ແລະ ການສຶກສາລະຫວ່າງແມ່ຍິງ ແລະ ເດັກຍິງ, ໂດຍສະເພາະຜູ້ທີ່ອາໄສຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ (ຍີ່ປຸ່ນ); ເຫັນດີ

115.171    ຍົກລະດັບການລົງທຶນ ແລະ ປັບປຸງຄວາມພ້ອມ ແລະ ຄຸນນະພາບຂອງການບໍລິການໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ໂດຍສະເພາະການເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ, ລວມທັງສຸຂະພາບທາງເພດ ແລະ ການຈະເລີນພັນ, ແກ້ໄຂຄວາມຕ້ອງການສະເພາະ ແລະ ຄວາມສ່ຽງຂອງແມ່ຍິງ, ເດັກຍິງ ແລະ ສະມາຊິກຂອງຊົນເຜົ່າກຸ່ມນ້ອຍ (ປອກຕຸຍການ); ເຫັນດີ

115.172    ສືບຕໍ່ຄວາມພະຍາຍາມເພື່ອປັບປຸງການຈັດຕັ້ງປະຕິບັດນະໂຍບາຍຂອງປະເທດໃນດ້ານສາທາລະນະສຸກ ແລະ ພັດທະນາພື້ນຖານໂຄງລ່າງດ້ານການບໍລິການສາທາລະນະສຸກໃນເຂດຊົນນະບົດ (ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ); ເຫັນດີ

115.173    ຂະຫຍາຍຕາໜ່າງສາທາລະນະສຸກໃນເຂດຕົວເມືອງ ແລະ ຊົນນະບົດ (ສາທາລະນະລັດອາຣັບຊີເຣຍ); ເຫັນດີ

115.174    ຈັດສັນຊັບພະຍາກອນໃຫ້ພຽງພໍເພື່ອຕອບສະໜອງການບໍລິການດ້ານການແພດຂັ້ນພື້ນຖານທີ່ມີລາຄາຖືກ ແລະ ມີຄຸນນະພາບໃຫ້ແກ່ປະຊາຊົນ (ຫວຽດນາມ); ເຫັນດີ

115.175    ພັດທະນາການບໍລິການດ້ານສຸຂະພາບຕື່ມອີກ ແລະ ເສີມສ້າງລະບົບສາທາລະນະສຸກ (ຈີນ); ເຫັນດີ

115.176    ສືບຕໍ່ຄວາມພະຍາຍາມຢ່າງຕໍ່ເນື່ອງເພື່ອພັດທະນາຂະແໜງສາທາລະນະສຸກ ແລະ ບັນລຸການປະກັນສຸຂະພາບຖ້ວນໜ້າ (ອີຢິບ); ເຫັນດີ

115.177    ສືບຕໍ່ຄວາມພະຍາຍາມໃນການສົ່ງເສີມ ແລະ ປົກປ້ອງສິດທິຂອງເດັກນ້ອຍໃນດ້ານການສຶກສາ (ບຣູໄນດາຣຸສຊາລາມ); ເຫັນດີ

115.178    ສົ່ງເສີມການສຶກສາຕື່ມອີກ ແລະ ໃຫ້ການສຶກສາພາກບັງຄັບແກ່ເດັກນ້ອຍທຸກຄົນ (ຈີນ); ເຫັນດີ

115.179    ເພີ່ມທະວີມາດຕະການເພື່ອຍົກສູງຄຸນນະພາບ ແລະ ຂອບເຂດຂອງລະບົບການສຶກສາ, ໂດຍສະເພາະໃນເຂດຊົນນະບົດ (ຄິວບາ); ເຫັນດີ

115.180    ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືກັບອົງການຈັດຕັ້ງພາກພື້ນ ແລະ ສາກົນທີ່ຮັບຜິດຊອບຕໍ່ການສຶກສາເພື່ອຮັບປະກັນການສຶກສາທີ່ມີຄຸນນະພາບສຳລັບທຸກຄົນ (ຈໍແດນ); ເຫັນດີ

115.181    ສືບຕໍ່ອຳນວນຄວາມສະດວກໃຫ້ແກ່ການເຂົ້າເຖິງການສຶກສາຊັ້ນປະຖົມ ແລະ ມັດທະຍົມທີ່ບໍ່ເສຍຄ່າໃຊ້ຈ່າຍ ແລະ ມີຄຸນນະພາບສຳລັບເດັກນ້ອຍທຸກຄົນ (ຄີກີສະຖານ); ເຫັນດີ

115.182    ສືບຕໍ່ນຳໃຊ້ມາດຕະການທີ່ຈຳເປັນເພື່ອໃຫ້ເດັກນ້ອຍທຸກຄົນມີສິດໄດ້ຮັບການສຶກສາທີ່ມີຄຸນນະພາບເທົ່າທຽມກັນ, ໂດຍສະເພາະແມ່ນຜູ້ທີ່ອາໄສຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກຊອກຫຼີກ (ກາຕາ); ເຫັນດີ

115.183    ສືບຕໍ່ຄວາມພະຍາຍາມຂອງຕົນໃນການສ້າງເງື່ອນໄຂສະດວກເພື່ອຮັບປະກັນການເຂົ້າເຖິງການສຶກສາທີ່ບໍ່ເສຍຄ່າໃຊ້ຈ່າຍ ແລະ ມີຄຸນນະພາບສຳລັບເດັກນ້ອຍທຸກຄົນ (ສາທາລະນະລັດປະຊາທິປະໄຕປະຊາຊົນເກົາຫຼີ); ເຫັນດີ

115.184    ສືບຕໍ່ຄວາມພະຍາຍາມໃນການໃຫ້ການສຶກສາທີ່ມີຄຸນນະພາບສຳລັບທຸກຄົນ (ມາເລເຊຍ); ເຫັນດີ

115.185    ສືບຕໍ່ພັດທະນາໄປສູ່ການເຂົ້າເຖິງການສຶກສາຊັ້ນປະຖົມ ແລະ ມັດທະຍົມທີ່ມີຄຸນນະພາບ ແລະ ບໍ່ເສຍຄ່າໃຊ້ຈ່າຍ ສຳລັບເດັກນ້ອຍ, ເດັກຊາຍ, ເດັກຍິງ ແລະ ຊາວໜຸ່ມທຸກຄົນ (ສາທາລະນະລັດໂບລິວາເວເນຊູເອລາ); ເຫັນດີ

115.186    ເພີ່ມຕື່ມມາດຕະການເພື່ອຮັບປະກັນການຈັດສັນຄູໃຫ້ພຽງພໍ ແລະ ການປັບປຸງສິ່ງອຳນວຍຄວາມສະດວກໃນໂຮງຮຽນໃນເຂດຫ່າງໄກ (ມຽນມາ); ເຫັນດີ

115.187    ໃຫ້ຄວາມພະຍາຍາມເພີ່ມຕື່ມຕໍ່ການແກ້ໄຂຄວາມແຕກຕ່າງດ້ານການສຶກສາຂອງເດັກຍິງ (ນິວຊີແລນ); ເຫັນດີ

115.188    ສືບຕໍ່ປະຕິບັດຕົວຈິງເພື່ອແກ້ໄຂຄວາມແຕກຕ່າງທາງດ້ານການເຂົ້າເຖິງການສຶກສາ ໂດຍສະເພາະໃນກຸ່ມຊົນເຜົ່າໃນເຂດຊົນນະບົດ ເພື່ອເປັນຫົນທາງໃນການຕໍ່ສູ້ກັບຄວາມທຸກຍາກ, ການແຕ່ງງານກ່ອນໄວທີ່ເໝາະສົມ, ແລະ ການຄ້າມະນຸດ (ນໍເວ); ເຫັນດີ

115.189    ເພີ່ມທະວີມາດຕະການເພື່ອຮັບຮູ້ສິດທິໃນການສຶກສາຕື່ມອີກ, ໂດຍການສະໜອງສິ່ງອຳນວຍຄວາມສະດວກໃນໂຮງຮຽນ ແລະ ຄູອາຈານທີ່ພຽງພໍໃນເຂດຫ່າງໄກສອກຫຼີກ (ປາກິດສະຖານ); ເຫັນດີ

115.190    ເພື່ອແກ້ໄຂບັນຫາການຂາດແຄນຄູ, ພິຈາລະນາເຮັດວຽກຮ່ວມກັບຄູ່ຮ່ວມມືສອງຝ່າຍ ແລະ ອົງການສະຫະປະຊາຊາດທີ່ກ່ຽວຂ້ອງ, ເຊັ່ນ: ກອງທຶນເພື່ອເດັກນ້ອຍສະຫະປະຊາຊາດ ເພື່ອດຶງດູດ ແລະ ຝຶກອົບຮົມຄູອາສາສະໝັກ (ສິງກະໂປ); ເຫັນດີ

115.191    ເພີ່ມທະວີບັນດາມາດຕະການເພື່ອສົ່ງເສີມສິດທິໃນການສຶກສາ, ໂດຍສະເພາະແມ່ນຮັບປະກັນໃຫ້ຄູ ແລະ ສິ່ງອຳນວຍຄວາມສະດວກໃນໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໃຫ້ພຽງພໍ (ຫວຽດນາມ); ເຫັນດີ

115.192    ສືບຕໍ່ຄວາມພະຍາຍາມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງສຳລັບການມີສ່ວນຮ່ວມໃນການຕັດສິນໃຈທຸກລະດັບ (ມຽນມາ) ເຫັນດີ

115.193    ສືບຕໍ່ຄວາມພະຍາຍາມເພື່ອໃຫ້ອຳນາດແມ່ຍິງມີພາລະບົດບາດໃນການຕັດສິນໃຈທຸກລະດັບ (ປາກິດສະຖານ); ເຫັນດີ

115.194    ສືບຕໍ່ປະຕິບັດມາດຕະການຕ່າງໆເພື່ອປັບປຸງການມີສ່ວນຮ່ວມທາງການເມືອງຂອງແມ່ຍິງ (ຟີລິບປິນ); ເຫັນດີ

115.195    ສືບຕໍ່ສັງລວມກົນໄກແຫ່ງຊາດທີ່ຊ່ວຍໃຫ້ການມີສ່ວນຮ່ວມ ແລະ ຄວາມສະເໝີພາບຫຼາຍຂຶ້ນສຳລັບແມ່ຍິງ, ພ້ອມທັງການສົ່ງເສີມ ແລະ ປົກປ້ອງສິດ ແລະ ສະຫວັດດີພາບຂອງແມ່ຍິງ ແລະ ເດັກຍິງ (ສາທາລະນະລັດໂດມິນິກັນ); ເຫັນດີ

115.196    ສືບຕໍ່ຄວາມພະຍາຍາມເພື່ອຮັບປະກັນຄວາມສະເໝີພາບລະຫວ່າງຍິງ – ຊາຍ ແລະ ສ້າງສະພາບແວດລ້ອມທີ່ເໝາະສົມເພື່ອສົ່ງເສີມການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ (ຕຸຍນີຊີ); ເຫັນດີ

115.197    ເສີມຂະຫຍາຍຄວາມພະຍາຍາມເພື່ອເພີ່ມທະວີການມີສ່ວນຮ່ວມຂອງແມ່ຍິງໃນວຽກງານສາທາລະນະ ແລະ ການພັດທະນາເສດຖະກິດ (ກຳປູເຈຍ); ເຫັນດີ

115.198    ນຳໃຊ້ມາດຕະການເພື່ອເພີ່ມທະວີການມີສ່ວນຮ່ວມຂອງແມ່ຍິງໃນການເມືອງ, ໂດຍສະເພາະການນຳໃຊ້ອັດຕາສ່ວນ 25 ເປີເຊັນສໍາລັບຕົວແທນຂອງແມ່ຍິງໃນທຸກຂັ້ນຂອງລັດຖະບານ (ການາດາ);

115.199    ສືບຕໍ່ນຳໃຊ້ ແລະ ຈັດຕັ້ງປະຕິບັດແຜນງານແຫ່ງຊາດເພື່ອສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນທຸກດ້ານຂອງຊີວິດ (ອາເຊີໄບຈັນ); ເຫັນດີ

115.200    ຮັບປະກັນວ່າເດັກຍິງ ແລະ ແມ່ຍິງທຸກຄົນ, ໂດຍສະເພາະຜູ້ທີ່ອາໄສຢູ່ເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ມີໂອກາດເຂົ້າເຖິງການສຶກສາ, ລົບລ້າງການຈຳແນກທີ່ກີດຂວາງເດັກຍິງບໍ່ໃຫ້ເຂົ້າໂຮງຮຽນ ແລະ ສ້າງຈິດສຳນຶກໃຫ້ພໍ່ແມ່ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບຄວາມສຳຄັນຂອງການສຶກສາສຳລັບແມ່ຍິງ (ແອລຈີເຣຍ); ເຫັນດີ

115.201    ສືບຕໍ່ມາດຕະການໃນການສົ່ງເສີມ ແລະ ປົກປ້ອງສິດຂອງແມ່ຍິງ ແລະ ເດັກນ້ອຍ, ລວມທັງການປູກຈິດສຳນຶກ ແລະ ການຝຶກອົບຮົມ (ພູຖານ); ເຫັນດີ

115.202    ສືບຕໍ່ຄວາມພະຍາຍາມໃນການພັດທະນາລະບົບປົກປ້ອງເດັກທີ່ສົມບູນແບບດ້ວຍການຈັດສັນງົບປະມານສະເພາະ, ຊັບພະຍາກອນມະນຸດ ແລະ ກົນໄກຕິດຕາມຢ່າງພຽງພໍເພື່ອຮັບປະກັນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກຢ່າງຄົບຖ້ວນ ແລະ ມີປະສິດທິຜົນ (ຟີຈີ); ເຫັນດີ

115.203    ສືບຕໍ່ຄວາມຄືບໜ້າທີ່ໜ້າພໍໃຈ ແລະ ການປະຕິຮູບກອບການພິຈາລະນາຄະດີ ແລະ ກົດໝາຍທີ່ກ່ຽວຂ້ອງກັບສິດທິຂອງເດັກ (ນິກາຣາກົວ); ເຫັນດີ

115.204    ຮັບຮອງເອົາຍຸດທະສາດຮອບດ້ານເພື່ອລົບລ້າງການຈຳແນກຕໍ່ເດັກທີ່ດ້ອຍໂອກາດ ຫຼື ມີຄວາມສ່ຽງ (ຕີມໍເລສເຕ);

115.205    ນຳໃຊ້ມາດຕະການເພື່ອພັດທະນານະໂຍບາຍ ແລະ ຍຸດທະສາດແຫ່ງຊາດທີ່ສົມບູນກວ່າເກົ່າໃນການປົກປ້ອງເດັກ ເພື່ອຈຸດປະສົງໃນການລົບລ້າງການຈຳແນກຕໍ່ເດັກທີ່ດ້ອຍໂອກາດ ຫຼື ມີຄວາມສ່ຽງ, ລວມທັງເດັກຍິງ (ບັນແກເລຍ); ເຫັນດີ

115.206    ຊຸກຍູ້ຄວາມພະຍາຍາມເພື່ອສ້າງຄວາມເຂັ້ມແຂງໃນການປົກປ້ອງເດັກ ແລະ ຕ້ານຄວາມຮຸນແຮງໃນເດັກ (ຕູນິເຊຍ); ເຫັນດີ

115.207    ຫ້າມການລົງໂທດເດັກທຸກຮູບແບບໃນທຸກສະພາບການ (ອູຣູກວາຍ); ເຫັນດີ

115.208    ຮັບປະກັນວ່າການລົງໂທດເດັກແມ່ນຖືກຫ້າມຢ່າງຈະແຈ້ງໃນປະມວນກົດໝາຍອາຍາ (ແຊມເບຍ); ເຫັນດີ

115.209 ເສີມຂະຫຍາຍ ແລະ ເລັ່ງການດຳເນີນການຕາມກອບທີ່ມີຢູ່ໃນປັດຈຸບັນເພື່ອຫຼຸດຜ່ອນອັດຕາການແຕ່ງງານຂອງເດັກໃນເຂດຊົນນະບົດ (ໄອສແລນ); ເຫັນດີ

115.210    ດຳເນີນການເພື່ອຫ້າມການແຕ່ງງານກ່ອນໄວທີ່ເໝາະສົມ ແລະ ການບັງຄັບແຕ່ງງານ (ໄຊປຣັດ); ເຫັນດີ

115.211    ສ້າງກົດໝາຍເພື່ອເຮັດໃຫ້ການແຕ່ງດອງເດັກຜິດກົດໝາຍ ແລະ ຮັບຮອງເອົາມາດຕະການທີ່ມີປະສິດຕິຜົນໃນການລົບລ້າງການປະຕິບັດດັ່ງກ່າວ (ຊິລີ); ເຫັນດີ

115.212    ຈັດຕັ້ງປະຕິບັດແຜນງານ ແລະ ມາດຕະການຕ່າງໆເພື່ອຍຸດຕິການຖືພາກ່ອນໄວ, ການແຕ່ງດອງແບບບັງຄັບ ແລະ ການແຕ່ງດອງເດັກຍິງ, ໂດຍສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ 5.3 ແລະ 5.4 (ປາຣາໄກວ); ເຫັນດີ

115.213    ຮັບປະກັນການນຳໃຊ້ກົດໝາຍຄອບຄົວທີ່ເຂັ້ມງວດເພື່ອຫ້າມການແຕ່ງດອງກ່ອນໄວທີ່ເໝາະສົມ ແລະ ການມີເມຍຫຼາຍຄົນ ໂດຍສະເພາະໃນເຂດຊົນນະບົດ ແລະ ຊົນເຜົ່າກຸ່ມນ້ອຍ (ສະເປນ); ເຫັນດີ

115.214    ປະຕິຮູບກົດໝາຍເພື່ອຫ້າມການແຕ່ງດອງແບບບັງຄັບ ແລະ ລົບລ້າງການບໍ່ລົງໂທດຜູ້ກະທຳຜິດທີ່ກ່ຽວຂ້ອງກັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ (ຝຣັ່ງ); ເຫັນດີ

115.215    ດຳເນີນການໂດຍທັນທີເພື່ອລົງໂທດທາງອາຍາສຳລັບການຂູດຮີດທາງເພດ, ການລ່ວງລະເມີດ ແລະ ການຄ້າຂາຍເດັກ (ໄຊປຣັດ); ເຫັນດີ

115.216    ຮັບຮອງເອົາບັນດາຂໍ້ກຳນົດທາງກົດໝາຍເພື່ອລົງໂທດທາງອາຍາສຳລັບການຂູດຮີດທາງເພດເດັກທຸກຮູບແບບທີ່ສອດຄ່ອງກັບມາດຕະຖານທາງກົດໝາຍສາກົນ, ໂດຍສະເພາະກ່ຽວກັບການຂູດຮີດທາງເພດເດັກໃນການຄ້າໂສເພນີ ແລະ ການຂູດຮີດທາງເພດເດັກທາງອິນເຕີເນັດ ເພື່ອໃຫ້ການປົກປ້ອງຢ່າງຫຼວງຫຼາຍຕໍ່ເດັກທຸກຄົນ, ລວມທັງເດັກນ້ອຍໃນຊົນເຜົ່າກຸ່ມນ້ອຍ (ໂປແລນ); ເຫັນດີ

115.217    ນຳໃຊ້ມາດຕະການທາງກົດໝາຍເພື່ອຮັບປະກັນວ່າການລ່ວງລະເມີດທາງເພດ, ການຂູດຮີດ ແລະ ການຄ້າຂາຍເດັກທຸກຮູບແບບແມ່ນຖືກຫ້າມ ແລະ ຖືກດຳເນີນຄະດີທາງອາຍາ (ເດັນມາກ); ເຫັນດີ

115.218    ເພີ່ມທະວີຄວາມພະຍາຍາມໃນການປ້ອງກັນການຂູດຮີດທາງເພດເດັກ (ຕີມໍເລສເຕ); ເຫັນດີ

115.219    ນຳໃຊ້ມາດຕະການທາງກົດໝາຍຕ່າງໆເພື່ອລົງໂທດທາງອາຍາສຳລັບການລ່ວງລະເມີດທາງເພດ, ຄວາມຮຸນແຮງ, ການຂູດຮີດ ແລະ ການຂາຍເດັກນ້ອຍທຸກຮູບແບບ (ເອດໂຕເນຍ); ເຫັນດີ

115.220    ຫ້າມການອອກແຮງງານເດັກຕາມຂໍ້ກຳນົດ ແລະ ມາດຕະຖານສາກົນ ລວມທັງການກຳນົດອາຍຸຕໍ່າສຸດຂອງການຈ້າງງານແມ່ນ 14 ປີ ໂດຍບໍ່ມີຂໍ້ຍົກເວັ້ນ ແລະ ໃຊ້ມາດຕະການສະເພາະເພື່ອຮັບປະກັນ ແລະ ຊຸກຍູ້ໃຫ້ເດັກທຸກຄົນລວມທັງເດັກຍິງເຂົ້າໂຮງຮຽນ, ໂດຍສະເພາະໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ (ປອກຕຸຍການ); ເຫັນດີ

115.221    ຮັບຮອງເອົາບັນດາຂໍ້ກຳນົດດ້ານກົດໝາຍ ແລະ ການບໍລິຫານສຳລັບການອອກໃບຢັ້ງຢືນການເກີດໂດຍບໍ່ເສຍຄ່າ, ພ້ອມທັງສ້າງຕັ້ງຫ້ອງການທະບຽນພົນລະເມືອງໃນທຸກເມືອງ, ໂດຍສຸມໃສ່ເຂດຊົນນະບົດ (ເມັກຊິໂກ); ເຫັນດີ

115.222    ຈັດສັນແຫຼ່ງທຶນ ແລະ ຊັບພະຍາກອນມະນຸດເພື່ອຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດສຳລັບຄົນພິການ (ສາທາລະນະລັດອາຣັບຊີເຣຍ); ເຫັນດີ

115.223    ຈັດສັນແຫຼ່ງທຶນ ແລະ ຊັບພະຍາກອນມະນຸດເພື່ອຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດສຳລັບຄົນພິການ (ຕີມໍເລສເຕ); ເຫັນດີ

115.224    ສືບຕໍ່ດຳເນີນການ ແລະ ລິເລີ່ມເພື່ອຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດສຳລັບຄົນພິການ (ເບນິນ); ເຫັນດີ

115.225    ພິຈາລະນາການພັດທະນາລະບົບທີ່ມີປະສິດທິພາບໃນການລະບຸ ແລະ ຕອບສະໜອງຄວາມຕ້ອງການໃນດ້ານການສະໜັບສະໜູນສ່ວນບຸກຄົນຂອງເດັກພິການ (ບັນແກເລຍ); ເຫັນດີ

115.226    ຮັບປະກັນວ່າຜູ້ອົບພະຍົບ ແລະ ຜູ້ຂໍລີ້ໄພໄດ້ຮັບການປົກປ້ອງ. ການໂຈມຕີໃດໆຕໍ່ພວກເຂົາແມ່ນຕ້ອງໄດ້ຮັບການສືບສວນຢ່າງໄວວາ, ລະອຽດ ແລະ ເປັນອິດສະຫຼະ (ອັຟການິສະຖານ). ເຫັນດີ