ເຖິງ ສົມບັດ ທີ່ຮັກ,
ເປັນເວລາ 2 ປີ ເຕັມໆ ນັບຕັ້ງແຕ່ຄືນວັນທີ15 ທັນວາ 2012 ທີ່ເຈົ້າຖືກເອົາຕົວໄປຈາກຂ້ອຍຢ່າງໄຮ້ມາລະຍາດ. ຂ້ອຍຢາກໃຫ້ເຈົ້າຮູ້ວ່າໄລຍະ 2 ປີທີ່ຜ່ານມາ ຄຳເວົ້າຂອງເຈົ້າທີ່ເວົ້າວ່າ “ໄປ໋ ເມືອເຮືອນ” ດັງຢູ່ໃນຫົວຂ້ອຍຊໍ້າແລ້ວຊ້ຳອີກບໍ່ຮູ້ເທົ່າໃດເທື່ອ ຕອນນັ້ນເຈົ້າມາຫາຂ້ອຍທີ່ຮ້ານຊາວບ້ານ ແລ້ວຂ້ອຍຈື່ໄດ້ວ່າຂ້ອຍຕອບ “ໂອເຄ” ແລ້ວຂ້ອຍກໍໄປເອົາກະເປົາ ເພື່ອຍ່າງໄປເອົາລົດຄົນລະຄັນເພື່ອກັບບ້ານ. ຕັ້ງແຕ່ມື້ນັ້ນ ເຈົ້າບໍ່ໄດ້ກັບມາເຮືອນອີກເລີຍ.
ສົມບັດເອີຍ,ສອງປີຜ່ານມານີ້ ຂ້ອຍຕັ້ງຄຳຖາມໃນໃຈຕະຫຼອດວ່າເຫດການຕ່າງໆ ຈະແຕກຕ່າງໄປຈາກນີ້ບໍ່ ຖ້າຫາກຂ້ອຍບໍ່ໄດ້ເອົາລົດຂອງເຮົາໄປກ່ອນໃນເຊົ້າມື້ນັ້ນ ເຮັດໃຫ້ເຈົ້າຕ້ອງໄດ້ຂັບລົດຈິບເກົ່າໆ ຂອງເຈົ້າເພື່ອໄປຕີປິງປ໋ອງໃນຕອນແລງມື້ນັ້ນ? ເຈົ້າອາດຈະໄດ້ຢູ່ໃນລົດຄັນດຽວກັນກັບຂ້ອຍ ເຖິງວ່າມື້ນັ້ນພວກເຮົາອາດຈະຖືກເອົາຕົວໄປພ້ອມກັນ ແຕ່ຢ່າງໜ້ອຍພວກເຮົາກໍຍັງໄດ້ຢູ່ນຳກັນ. ຫຼືວ່າ ຈະເກີດຫຍັງຂື້ນຖ້າພວກເຮົາຊວນກັນໄປນັ່ງດື່ມເບຍກ່ອນກັບບ້ານໃນມື້ນັ້ນ ຄືດັ່ງທີ່ພວກເຮົາເຮັດເປັນປະຈຳໃນຊ່ວງທ້າຍອາທິດ. ເຊິ່ງອາດຈະ..ອາດຈະ.. ເຮັດໃຫ້ຄົນທີ່ລໍຖ້າເອົາຕົວເຈົ້າ ອິດເມື່ອຍກັບການລໍຖ້າຢູ່ທີ່ປ້ອມຕຳຫຼວດ ພວກເຂົາອາດຈະເມືອເຮືອນກ່ອນທີ່ເຈົ້າຈະມາເຖິງປ້ອມຕຳຫຼວດ. ແນວໃດກໍຕາມ ມື້ນັ້ນແມ່ນແລງວັນເສົາ ແລະ ຕຳຫຼວດສ່ວນຫຼາຍກໍກັບເລີກວຽກໄວເພື່ອກັບບ້ານ. ເຈົ້າອາດຈະລອດຈາກຊະຕາກຳທີ່ຮ້າຍແຮງດັ່ງກ່າວ.
ສົມບັດ ຂ້ອຍຮູ້ວ່າບໍ່ມີປະໂຫຍດຫຍັງທີ່ຈະຄິດແບບນີ້ ແຕ່ຂ້ອຍບໍ່ສາມາດອອກຈາກຄວາມຄິດນີ້ໄດ້ ມັນກັບເຂົ້າມາໃນຫົວຂ້ອຍຊໍ້າແລ້ວຊ້ຳອີກ.. ມັນອາດຈະຢູ່ດັງຢູ່ໃນຫົວຂ້ອຍໄປຕະຫຼອດ ຈົນຮອດມື້ຕາຍ. Continue reading “ເຖິງສົມບັດ…ຈາກ ຊຸຍມິງ (6)”