ການສືບສວນ

ໃນຂະນະທີ່ບໍ່ມີຜົນໄດ້ຮັບໃດໆອອກມາເລີຍຈາກການສືບສວນການລັກພາຕົວຂອງສົມບັດ (ນອກຈາກການອ້າງຊ້ຳໄປຊ້ຳມາວ່າເຈົ້າໜ້າທີ່ບໍ່ມີສ່ວນກ່ຽວຂ້ອງ) ຂ້າງລຸ່ມນີ້ແມ່ນການສັງລວມ ເຫດການທີ່ກ່ຽວຂ້ອງ, ລຽງຕາມລຳດັບເວລາ. ຖ້າມີຂໍ້ມູນເພີ່ມເຕີມ ຈະມີການເອົາມາເພີ່ມໃສ່ໃນ ພາຍຫຼັງ.

16 ທັນວາ 2012: ຄົນໃນຄອບຄົວ ລາຍງານຄົນຫາຍ ຕໍ່ຕຳຫຼວດເມືອງສີສັດຕະນາກ, ແລ້ວເຮັດໜັງສື ແຈ້ງຄົນຫາຍຕົວ ຕໍ່ຕຳຫຼວດນະຄອນຫຼວງ.

Sombath09 - pickup departs17 ທັນວາ 2012: ຄົນໃນຄອບຄົວໄດ້ຮັບອະນຸຍາດໃຫ້ບັນທຶກ ພາບຈາກກ້ອງວົງຈອນປິດ ຂອງການລັກພາຕົວສົມບັດ ໂດຍພະນັກງານຫ້ອງການຕຳຫຼວດນະຄອນຫຼວງ. ຄອບຄົວໄດ້ບັນທຶກພາບຈາກ ຈໍຄອມພິວເຕີ ໂດຍໃຊ້ໂທລະສັບມືຖື. ໃນພາຍຫຼັງ ທາງຄອບຄົວໄດ້ຂໍສຳເນົາບັນທຶກພາບ, ແຕ່ຖືກ ປະຕິເສດ.

17 ທັນວາ 2012: ພາຍຫຼັງຈາກທີ່ເບິ່ງບັນທຶກພາບຈາກກ້ອງວົງຈອນປິດ, ຄອບຄົວໄດ້ໄປເບິ່ງປ້ອມ ຕຳຫຼວດທີ່ເຫັນສົມບັດ ຄັ້ງສຸດທ້າຍ. ນາຍຕຳຫຼວດສອງຄົນ, ທ້າວ ຍອດແກ້ວ ວັນນະລາດ, ແລະ ທ້າວ ບຸນຍັງ ຈັນທະວົງ ລາຍງານວ່າພວກເຂົາ ແລະໝູ່ອີກສອງຄົນໄດ້ຖືກປະຈຳການຢູ່ທີ່ປ້ອມນັ້ນ ໃນມື້ວານ, ແຕ່ບໍ່ເຫັນມີສິ່ງໃດຜິດແປກ. ໃນພາຍຫຼັງ ທາງຄອບຄົວໄດ້ເອົາຊື່ຂອງທັງສອງຄົນນີ້ໃຫ້ກັບ ທີມສືບສວນ, ແຕ່ພັດຖືກບອກວ່າ ມີນາຍຕຳຫຼວດຫຼາຍຄົນທີ່ມີຊື່ຄ້າຍຄືກັນນີ້.

17 ທັນວາ 2012: ຊຸຍເມັງ, ເມຍຂອງສົມບັດ ສົມພອນ ໄດ້ສົ່ງ ຈົດໝາຍເຖິງຫົວໜ້າຫ້ອງການ, ກະຊວງປ້ອງກັນຄວາມສະຫງົບ (ພາສາອັງກິດ) ເພື່ອຂໍໃຫ້ເພິ່ນດຳເນີນການສືບສວນ.

18 ທັນວາ 2012: ຊຸຍເມັງ ໄດ້ສົ່ງ ຈົໝາຍເຖິງ ທ່ານ ທອງບັນ ແສງອາພອນ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ (ພາສາອັງກິດ), ໂດຍມີສຳເນົາເຖິງ ທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ແລະ ທ່ານ ອາລຸນແກ້ວ ກິຕິຄຸນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.

19 ທັນວາ 21012: ຊຸຍເມັງ ໄດ້ສົ່ງ ອຸທອນເຖິງລັດຖະບານ ສປປ ລາວ  (ພາສາອັງກິດ) ເພື່ອສືບສວນ “… ການ ຫາຍຕົວໄປຂອງສົມບັດໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ໃຫ້ຂໍ້ມູນກ່ຽວກັບບ່ອນຢູ່ ແລະຮັບປະກັນ ຄວາມປອດໄພຂອງເພິ່ນ.

19 ທັນວາ 2012: ໂຄສົກຂອງກະຊວງການຕ່າງປະເທດລາວ ໄດ້ອອກ ແຈ້ງການ (ພາສາອັງກິດ) ທີ່ມີເນື້ອໃນວ່າ:

  • “… ຕຳຫຼວດຈໍລະຈອນໄດ້ຢຸດລົດຈິບຂອງທ່ານ ສົມບັດ…” ໃນຂະນະທີ່ກວດກາທົ່ວໄປ. (ຂໍ້ສັງເກດ: ບໍ່ມີຫຼັກຖານວ່າຕຳຫຼວດໄດ້ຢຸດລົດຄັນອື່ນໆເລີຍໃນຊ່ວງເວລາ 20 ກວ່ານາທີ ໃນວີດີໂອຈາກກ້ອງວົງຈອນປິດ.)
  • “ທ່ານ ສົມບັດ ໄດ້ຍ່າງອອກຈາກລົດຂອງລາວ ຫາຕຳຫຼວດເພື່ອແຈ້ງເອກະສານ…” ຕໍ່ກັບ ຕຳຫຼວດ, ເຊິ່ງພວກເຂົາກໍ່ໄດ້ສົ່ງຄືນ.
  • ຊາຍຄົນໜຶ່ງຂີ່ລົດຈັກມາ ແລ້ວຟ້າວແລ່ນເຂົ້າປ້ອມຕຳຫຼວດ. ໜ້ອຍໜຶ່ງຫຼັງຈາກນັ້ນ ຊາຍຄົນ ໜຶ່ງໄດ້ຂັບລົດຈິບຂອງສົມບັດ ໄປ.
  • ປະມານ 10 ນາທີ ຫຼັງຈາກນັ້ນ, “…ມີລົດກະບະຄັນໜຶ່ງມາຈອດຢູ່ໃກ້ກັບປ້ອມຕຳຫຼວດ…” ມີ 2 ຄົນທີ່ບໍ່ສາມາດລະບຸໄດ້ ຂຶ້ນລົດ, ແລ້ວຂັບອອກໄປ. (ຂໍ້ສັງເກດ: ມັນບໍ່ແຈ້ງວ່າແມ່ນ 2 ຫຼື 3 ຄົນທີ່ຂຶ້ນລົດໄປ.)
  • ເຈົ້າໜ້າທີ່ຄາດວ່າສົມບັດ ອາດຖືກລັກພາຕົວ ຍ້ອນເຫດຜົນສ່ວນຕົວ ຫຼືຄວາມຂັດແຍ່ງທາງ ທຸລະກິດ, ແຕ່ບໍ່ສາມາດເວົ້າໄດ້ວ່າແມ່ນຫຍັງໄດ້ເກີດຂຶ້ນແທ້.
  • ເຈົ້າໜ້າທີ່ກຳລັງ “… ສືບສວນຢ່າງຈິງຈັງກ່ຽວກັບເຫດການທີ່ເກີດຂຶ້ນເພື່ອຫາຂໍ້ເທັດຈິງ.”

20 ທັນວາ 2012: ຄອບຄົວໄດ້ຂໍໃຫ້ໜັງສືພິມ ວຽງຈັນ ທາມສ ລົງອຸທອນຕອບແຈ້ງການຂອງ ລັດຖະບານສະບັບເທິງ, ແຕ່ຖືກປະຕິເສດ. ຄອບຄົວຈິ່ງໄດ້ສົ່ງ ອຸທອນໄປຫາທ່ານ ອາລຸນແກ້ວ ກິຕິຄຸນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ (ພາສາອັງກິດ), ລວມເຖິງສຳນັກງານນາຍົກລັດຖະມົນ ຕີ, ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ, ແລະປະທານສະພາແຫ່ງຊາດ.

20 ທັນວາ 2012: ໄດ້ກໍ່ຕັ້ງຄະນະກຳມະການ. (ຂໍ້ສັງເກດ: ອົງປະກອບຂອງຄະນະກຳມະການນີ້ ບໍ່ເຄີຍຖືກເປີດເຜີຍ.)

21 ທັນວາ 2012: ຄອບຄົວໄດ້ເຮັດໜັງສືຮ້ອງຮຽນ ແລະ ອຸທອນ ຕໍ່ຫ້ອງການໄອຍະການປະຊາຊົນ ສູງສຸດຂອງວຽງຈັນu, ເພື່ອຂໍຄວາມຊ່ວຍເຫຼືອຈາກສານໃນການຕິດຕາມຄວາມຄືບໜ້າຂອງການສືບ ສວນຂອງຕຳຫຼວດ. .ພາຍຫຼັງການຕິດຕາມຂ່າວ, ຄອບຄົວໄດ້ຖືກບອກວ່າຈົດໝາຍໄດ້ສູນຫາຍໄປແລ້ວ, ເຖິງແມ່ນວ່າທາງເຈົ້າໜ້າທີ່ຈະບໍ່ເຄີຍຂໍສຳເນົາ ຫຼືທາງຄອບຄົວຈະບໍ່ເຄີຍສະໜອງສຳເນົາໃຫ້ເພິ່ນກໍ່ຕາມ.

24 ທັນວາ 2012: ຄອບຄົວໄດ້ຊື້ປະກາດໃນໜ້າໜັງສືພິມ ວຽງຈັນທາມສ..

26 ທັນວາ 2012: ຊຸຍເມັງ ໄດ້ສົ່ງ ຈົດໝາຍເຖິງທ່ານ ອາລຸນແກ້ວ ກິຕິຄຸນ, ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ, ເພື່ອຮ້ອງຂໍໃຫ້ຊອກຫາສົມບັດ.

26 December 2012: A full ten days after his abduction, Sombath’s spouse, Ng Shui Meng, is first interviewed. She is called to the Vientiane Municipality police station and asked about Sombath’s background, his family and work, as well as her own background and work. (see letter to Sombath’s well-wishers) (Note: Not clear whether family was invited to police station, or if they went by themselves).

03 ມັງກອນ 2013: ຊຸຍເມັງ ໄດ້ສົ່ງ ອຸທອນສະບັບທີສອງ ເຖິງລັດຖະບານລາວ (ພາສາອັງກິດ), ລວມ ເຖິງກະຊວງສຶກສາ ແລະກິລາ, ເພື່ອຂໍຂໍ້ມູນກ່ຽວກັບການສືບສວນ.Yong Chanthalangsy

04 ມັງກອນ 2013: ທ່ານ ຢົງ ຈັນທະລັງສີ, ຜູ້ຕາງໜ້າຖາວອນຕໍ່ອົງການສະຫະປະຊາຊາດ ທີ່ກຸງ ເຈນີວາ ໄດ້ອອກ ຖະແຫຼງການ (ພາສາອັງກິດ), ເຊິ່ງເນື້ອໃນໄດ້ສ່ອງແສງຄວາມໃກ້ຄຽງກັບຖະແຫຼງ ການສະບັບວັນທີ 19 ທັນວາ 2012 ທີ່ອອກໂດຍກະຊວງການຕ່າງປະເທດ, ໂດຍມີຄຳອະທິບາຍ ແລະການຈັດຕັ້ງປະຕິບັດດັ່ງລຸ່ມນີ້:

  • ປະເທດລາວ ເອົາໃຈໃສ່ຢ່າງຈິງຈັງໃນການສົ່ງເສີມ ແລະປົກປ້ອງສິທິມະນຸດ, ເຊິ່ງສະແດງ ອອກ ໃນການລົງນາມເປັນສະມາຊິກສົນທິສັນຍາສະຫະປະຊາຊາດກ່ຽວກັບບັນຫານີ້.
  • ສົມບັດ ລົງໄປຫາປ້ອມຕຳຫຼວດດ້ວຍຕົວເອງ. ລາວບໍ່ໄດ້ຖືກຕຳຫຼວດບັງຄັບໄປ.
  • ບຸກຄົນທີ່ມາດ້ວຍລົດຈັກ ໄດ້ຂັບລົດຈິບຂອງສົມບັດ ໄປ.
  • ບໍ່ສາມາດຢັ້ງຢືນໄດ້ວ່າສົມບັດ ໄດ້ຂຶ້ນລົດກະບະໄປ, ແຕ່ຄົນທີ່ຂຶ້ນລົດຄັນນັ້ນບໍ່ໄດ້ຖືກ ບັງຄັບ.
  • ເຈົ້າໜ້າທີ່ກຳລັງເລ່ງສືບສວນ ແລະຮວບຮວມຂໍ້ມູນເພື່ອໃຫ້ໄດ້ຂໍ້ສະຫຼຸບ.

16 ມັງກອນ 2013: ຊຸຍເມງ, ພ້ອມກັບນ້ອງ ແລະຫຼານຂອງສົມບັດ, ຖືກເອີ້ນໄປສຳພາດທີ່ກົມ ຕຳຫຼວດວຽງຈັນ. ເຂົາເຈົ້າຖືກຖາມກ່ຽວກັບພື້ນຖານ ແລະສະມາຊິກຄອບຄົວຂອງສົມບັດ.

1st Parliamentarian Delegation16 ມັງກອນ 2013: ຄະນະສະພາອາຊຽນ 3 ທ່ານ ໄດ້ອອກ ຖະແຫຼງການ (ພາສາອັງກິດ) ພາຍຫຼັງ ການຢ້ຽມຢາມວຽງຈັນ ແລະພົບປະກັບເຈົ້າໜ້າທີ່ລາວ. ລາຍລະອຽດລວມມີ:

  • ເຈົ້າໜ້າທີ່ “… ຍອມຮັບວ່າການຫາຍຕົວໄປຂອງສົມບັດ ກະທົບເຖິງຊື່ສຽງຂອງ ສປປ ລາວ…”
  • ທ່ານ ພວງສະຫວັດ ບຸຜາ, ລັດຖະມົນຕີ, ຫົວໜ້າສຳນັກງານປະທານປະເທດ, ແລະປະທານ ຄະນະກຳມະການແຫ່ງຊາດດ້ານສິທິມະນຸດ, ລາຍງານວ່າໄດ້ມີກໍລະນີຫາຍຕົວອື່ນໃນ ປະເທດລາວ. (ຂໍ້ສັງເກດ: ແຕ່ບໍ່ໄດ້ກ່າວເຖິງກໍລະນີໃດທີ່ໄດ້ຖືກບັນທຶກໂດຍອົງການເພື່ອສິທິ ມະນຸດສາກົນ.)
  • ໃນຂະນະທີ່ເຈົ້າໜ້າທີ່ສ່ວນຫຼາຍລາຍງານວ່າບໍ່ມີຫຼັກຖານວ່າແມ່ນສົມບັດ ທີ່ຂຶ້ນລົດກະບະ ໄປ, ທ່ານ ສັກກະຍານ ສີສຸວົງ, ເລຂານຸການຂອງການຊວງການຕ່າງປະເທດ “… ໄດ້ກ່າວ ວ່າ ສົມບັດ ຂຶ້ນລົດໄປດ້ວຍຄວາມສະໝັກໃຈ.”
  • ທ່ານ ສີສຸວົງ ຍອມຮັບຂໍ້ສະເໜີຈາກຄະນະຜູ້ແທນວ່າອາດເປັນໄປໄດ້ ທີ່ວ່າການລັກພາຕົວ ນີ້ອາດເກີດຈາກອົງປະກອບພາຍໃນລັດຖະບານ.
  • “… ພາຍຫຼັງຈາກການສືບສວນເປັນເວລາໜຶ່ງເດືອນ, ສິ່ງດຽວທີ່ສະຫຼຸບໄດ້ກໍ່ຄືວ່າຕຳຫຼວດບໍ່ ໄດ້ມີສ່ວນກ່ຽວຂ້ອງກັບການຫາຍຕົວໄປຄັ້ງນີ້ເລີຍ.”

Phongsavath Boupha17 ມັງກອນ 2013: ລັດຖະບານລາວ ອອກ ໜັງສືຕອບ (ພາສາອັງກິດ) ເຖິງຄະນະສະພາ. ໃນນັ້ນ, ທ່ານ ພົງສະຫວັດ ບຸຜາ:

  • ສະແດງຄວາມຂອບໃຈຕໍ່ຄວາມຫ່ວງໃຍຂອງຄະນະ, ແຕ່ “… ລັດຖະບານລາວ ຍິ່ງເປັນຫ່ວງ ຕໍ່ກັບບັນຫາຫຼາຍກວ່າ ເພາະວ່າ ທ່ານ ສົມບັດ ເປັນປະຊາຊົນລາວ.”
  • ຍອມຮັບຄວາມສຳຄັນຂອງບົດບາດ ແລະການປະກອບສ່ວນຂອງສົມລັດ ຕໍ່ການພັດທະນາ ເສຖະກິດ-ສັງຄົມ ຂອງ ສປປ ລາວ.
  • ຢ້ຳຄືນວ່າເຄີຍມີການຫາຍຕົວອື່ນໆເກີດຂຶ້ນໃນລາວ, ແລະບາງກໍລະນີ “… ກໍ່ອາດກ່ຽວຂ້ອງ ກັບອາຊະຍາກຳຕ່າງໆທີ່ພົວພັນເຖິງການໃຊ້ຢາເສບຕິດ, ການຄ້າມະນຸດ, ຄວາມຂັດແຍ່ງ ທາງທຸລະກິດ, ແລະບັນຫາອື່ນໆ…”
  • ຢືນຢັນວ່າການຫາຍຕົວເກີດຂຶ້ນຢູ່ປະເທດອື່ນຄືກັນ, ລວມເຖິງປະເທດອາຊຽນ, ແຕ່ປະເທດ ລາວ ກໍ່ບໍ່ເຄີຍເຂົ້າໄປແຊກແຊງ ຍ້ອນຖືວ່າເປັນບັນຫາພາຍໃນ.
  • ບົດລາຍງານໄດ້ກ່າວວ່າຄະນະຜູ້ແທນໄດ້ພົບປະກັບເຈົ້າໜ້າທີ່ອື່ນໆເພື່ອຟັງກ່ຽວກັບກໍລະນີ ການຫາຍຕົວ. (ຂໍ້ສັງເກດ: ທາງຄະນະຜູ້ແທນໄດ້ລາຍງານວ່າພວກເພິ່ນບໍ່ໄດ້ຮັບຂໍ້ມູນ ສຳຄັນ ຫຍັງ.)

24 ມັງກອນ 2013: ເຈົ້າໜ້າທີ່ຕຳຫຼວດແຂວງຄຳມ່ວນ ສຳພາດພີ່ນ້ອງຂອງສົມບັດ ແລະລາຍງານ ວ່າເພິ່ນໄດ້ “ຂໍ້ມູນເພີ່ມເຕີມ”, ແຕ່ບໍ່ເຄີຍແຈ້ງວ່າແມ່ນຂໍ້ມູນຫຍັງ.

30 ມັງກອນ 2013: ຊຸຍເມັງ ເຜີຍອຸທອນ (ພາສາອັງກິດ) ສະແດງເຖິງຄວາມເປັນຫ່ວງກ່ຽວກັບການ ທີ່ບໍ່ມີຜົນໄດ້ຮັບທີ່ເປັນຮູບປະທຳຈາກການສືບສວນ, ແລະຍົກຫຼາຍຄຳຖາມ.

ມັງກອນ 2013: ອີກຫຼາຍອຸທອນ ທີ່ຄອບຄົວໄດ້ສົ່ງໄປໜັງສືພິມວຽງຈັນທາມສ ພາສາອັງກິດ, ແລະ ໜັງສືພິມວຽງຈັນໃໝ່ ພາສາລາວ, ລວມເຖິງສະຖານີວິທະຍຸ ແລະໂທລະພາບ.

04 ກຸມພPhengsavanhTiphavongxayາ 2013: ກະຊວງປ້ອງກັນຄວາມສະຫງົບ ອອກບົດລາຍງານເບື້ອງຕົ້ນ (ພາສາອັງກິດ) ກ່ຽວ ກັບການດຳເນີນການສືບສວນ. ພັນເອກ ດຣ ເພັງສະຫວັນ ທິພະວົງໄຊ, ຮອງຫົວໜ້າກົມຕຳຫຼວດ ທົ່ວໄປ ໄດ້ໃຫ້ການບັນຍາຍໃນວັນທີ 11 ມັງກອນ, ເຊິ່ງລາຍລະອຽດລວມມີ:

  • ການບັນຍາຍພາບຈາກກ້ອງວົງຈອນປິດ ເຊິ່ງໄປໃນທາງດຽວກັນກັບຖະແຫຼງການຂອງ ກະຊວງການຕ່າງປະເທດ (19 ທັນວາ 2012) ແລະຜູ້ຕາງໜ້າຖາວອນຕໍ່ອົງການສະຫະ ປະຊາຊາດ (4 ມັງກອນ 2013), ໂດຍມີຂໍ້ແຕກຕ່າງທີ່ໜ້າສັງເກດ:
  • ການອ້າງອີງເຖິງປ້ອມຕຳຫຼວດທັງໝົດໄດ້ຖືກຍົກອອກ.
  • ກົງກັນຂ້າມກັບການລາຍງານ ແລະຢືນຢັນຈາກເຈົ້າໜ້າທີ່ລະດັບສູງກ່ອນໜ້ານີ້, “… ບໍ່ສາມາດຢືນຢັນໄດ້ວ່າຄົນທີ່ຂັບລົດຈິບ ແລະຄົນທີ່ພາຍຫຼັງຂັບລົດຈິບອອກໄປ ແມ່ນທ່ານ ສົມບັດ ສົມພອນ ຫຼືບໍ່.” (ຂໍ້ສັງເກດ: ຄົນທີ່ອອກຈາກລົດຈິບ ແລະຄົນທີ່ ຂັບລົດຈິບອອກໄປ ແມ່ນນຸ່ງເຄື່ອງຕ່າງກັນຢ່າງເຫັນໄດ້ແຈ້ງ.)
  • ຕຳຫຼວດຈະລາຈອນທີ່ຖືກຖາມບໍ່ສາມາດຈື່ລາຍລະອຽດໄດ້ເພາະວ່າ “… ເຂົາເຈົ້າ ໄດ້ກວດລົດມື້ລະຫຼາຍຄັນ.” (ຂໍ້ສັງເກດ: ອີກເທື່ອໜຶ່ງ, ບໍ່ມີຫຼັກຖານວ່າມີລົດຄັນອື່ນ ໄດ້ຖືກໃຫ້ຢຸດໃນຊ່ວງເວລາ 20 ກວ່ານາທີ ໃນພາບຈາກກ້ອງວົງຈອນປິດທີ່ໄດ້ມາ.)
  • ແຕ່ຕຳຫຼວດຈະລາຈອນພັດສາມາດຈື່ໄດ້ວ່າ “… ສະພາບການແມ່ນປົກກະຕິ ແລະ ບໍ່ມີເຫດການຕີກັນ ຫຼືຮຸນແຮງເກີດຂຶ້ນ ແລະບໍ່ມີຄົນ ຫຼືລົດຖືກກັກ.” (ຂໍ້ສັງເກດ: ຊື່ ຂອງນາຍຕຳຫຼວດເຫຼົ່ານີ້ບໍ່ເຄີຍຖືກເປີດເຜີຍ.)
  • ຄົນທີ່ອາໄສຢູ່ໄກ້ຄຽງທີ່ຖືກຖາມ ບໍ່ໄດ້ສັງເກດເຫັນຫຍັງຜິດປົກກະຕິ.
  • ໄດ້ມີການສົ່ງແຈ້ງການໄປເຖິງ “ກອງກຳລັງຕຳຫຼວດ” ທົ່ວໄປເທດ, ແຕ່ “… ຄຳຕອບຈາກຕຳຫຼວດແຂວງວ່າບໍ່ມີຂໍ້ມູນ, ຫຼັກຖານ, ຫຼືຂ່າວກ່ຽວກັບບ່ອນຢູ່ຂອງ ທ່ານ ສົມບັດ ສົມພອນ.”
  • ເຖິງແມ່ນວ່າຈະມີການສືບສວນຢ່າງເຂັ້ມຂຸ້ນ, ແຕ່ກໍ່ຍັງບໍ່ພົບສົມບັດ, ແລະບໍ່ໄດ້ ຫຼັກຖານເພີ່ມກ່ຽວກັບການຫາຍຕົວໄປຂອງເພິ່ນ.
  • ເຈົ້າໜ້າທີ່ບໍ່ໄດ້ກັກຕົວສົມບັດ. ຕຳຫຼວດໄດ້ໃຫ້ຄວາມຮ່ວມມືຢ່າງເຕັມທີ່ ແລະຈິງໃຈ, “… ຕ່າງຈາກທີ່ໄດ້ຖືກກ່າວຫາຈາກບາງອົງກອນ ແລະກຸ່ມຄົນຊົ່ວ.”
  • ທັງຍັງໄດ້ມີການສະເໜີອີກວ່າ, “… ຖ້າສົມບັດ ຫາກຫາຍຕົວໄປແທ້, ມັນກໍ່ອາດມີ ສາເຫດມາຈາກຂໍ້ຂັດແຍ່ງທາງທຸລະກິດ ຫຼືສ່ວນຕົວ.” (ຂໍ້ສັງເກດ: ບໍ່ມີຫຼັກຖານຮອງ ຮັບການກ່າວຫານີ້ເລີຍ.)

08 ກຸມພາ 2013: ຊຸຍເມັງ ແລະນ້ອງສາວຂອງສົມບັດ ໄດ້ໂທຫາກົມຕຳຫຼວດນະຄອນຫຼວງ ເພື່ອ ສອບຖາມອີກ (ເບິ່ງຖະແຫຼງການວັນທີ 2 ມີນາ).

10 ກຸມພາ 2013: ຊຸຍເມັງ ສົ່ງຈົດໝາຍຮ້ອງຮຽນເຖິງຫ້ອງການລັດຖະບານອີກສະບັບໜຶ່ງ.

20 ກຸມພາ 2013: ຊຸຍເມັງ ສົ່ງ ຈົດໝາຍເຖິງການນຳພັກ ແລະລັດຖະບານ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ພາສາອັງກິດ ແລະລາວ) ເຊິ່ງໄດ້ຜ່ານການຮັບຮອງຈາກສະຖານ ທູດສິງກະໂປ.

02 ມີນາ 2013: ກະຊວງປ້ອງກັນຄວາມສະຫງົບ ໃຫ້ ການບັນຍາຍຄັ້ງທີສອງ (ພາສາອັງກິດ) ກ່ຽວກັບ ການສືບສວນຂອງເພິ່ນ. ພັນເອກ ດຣ ເພັງສະຫວັນ ທິພະວົງໄຊ, ຮອງຫົວໜ້າກົມຕຳຫຼວດ, ອີກເທື່ອ ໜຶ່ງ ອ່ານຖະແຫຼງການ:

  • ໃນວັນທີ 15-16 ມັງກອນ, ໜຶ່ງເດືອນເຕັມພາຍຫຼັງການຫາຍຕົວໄປຂອງເພິ່ນ, ທາງຄະນະ ກຳມະການ, “… ສືບສວນ ແລະຮວບຮວມຂໍ້ມູນດ້ວຍຄວາມເອົາໃຈໃສ່ເຕັມປ່ຽມ…” ໄດ້ຮູ້ວ່າ “… ທ່ານ ສົມບັດ ມີພີ່ນ້ອງໃກ້ຊິດຢູ່ແຂວງຄຳມ່ວນ.” ເຂົາເຈົ້າໄດ້ເກັບກຳຂໍ້ມູນຈາກຄອບຄົວ ຂອງເພິ່ນ.
  • ໃນວັນທີ 8 ກຸມພາ ເຂົາເຈົ້າພົບກັບເມຍ ແລະນ້ອງສາວຂອງສົມບັດ ອີກເທື່ອໜຶ່ງ.
  • ອ້າງຄືນອີກວ່ານາຍຕຳຫຼວດປະຈຳການບໍ່ສາມາດຈື່ຫຍັງໄດ້ເພາະພວກເຂົາໄດ້ກວດລົດ ຫຼາຍຄັນ. (ຂໍ້ສັງເກດ: ອີກເທື່ອໜຶ່ງ, ບໍ່ມີຫຼັກຖານຮອງຮັບການອ້າງນີ້.)
  • ຄົນຂັບລົດຈັກທີ່ຟ້າວເຂົ້າຫາປ້ອມຕຳຫຼວດ ແລະຄົນທີ່ຂັບລົດຈິບອອກຈາກປ້ອມຕຳຫຼວດ ແມ່ນບໍ່ສາມາດລະບຸໄດ້ຈາກພາບຈາກກ້ອງວົງຈອນປິດ, ແລະນາຍຕຳຫຼວດກໍ່ບໍ່ສາມາດຈື່ ພວກເຂົາໄດ້ “… ເພາະວ່າສະພາບການໃນຄືນນັ້ນແມ່ນປົກກະຕິ.” (ຂໍ້ສັງເກດ: ມີການລາຍ ງານວ່າຕຳຫຼວດບໍ່ຄ່ອຍ ຫຼືບໍ່ເຄີຍກວດລົດໃນຈຸດນີ້ ໃນເວລານີ້ຂອງວັນເລີຍ.)
  • ມີລາຍລະອຽດເພີ່ມໃສ່ວ່ານາຍຕຳຫຼວດໄດ້ພະຍາຍາມຍ້າຍລົດຈັກ (ຂໍ້ສັງເກດ: ສິ່ງນີ້ອາດ ເປັນຍ້ອນວ່າໄດ້ມີການເພີ່ມຮູບນີ້ລົງໃນເວັບໄຊນີ້.)
  • ເຖິງແມ່ນວ່າເຈົ້າໜ້າທີ່ຈະສາມາດເຫັນລົດກະບະໃນພາບຈາກກ້ອງວົງຈອນປິດ, ເຂົາເຈົ້າບໍ່ ສາມາດຮູ້ໄດ້ຢ່າງແທ້ຈິງວ່າແມ່ນໃຜຂຶ້ນລົດ, ໃຜຂັບອອກໄປ, ຫຼືອ່ານທະບຽນລົດໄດ້.
  • ມີການອ້າງວ່າບັນທຶກພາບຈາກກ້ອງວົງຈອນປິດສະບັບຕົ້ນ ກໍ່ບໍ່ແຈ້ງໄປກວ່າສ14-police-checks-motorcycleະບັບທີ່ຖ່າຍ ໃສ່ໂທລະສັບມາ (ຂໍ້ສັງເກດ: ໃຜກໍ່ຮູ້ວ່າກ້ອງລັກຖ່າຍ ໃຫ້ຄຸນະພາບຕ່ຳກວ່າຫຼາຍ.)
  • ມີການອ້າງວ່າປະເທດອື່ນແມ່ນຈະບໍ່ອະນຸຍາດໃຫ້ເບິ່ງບັນທຶກພາບຈາກກ້ອງວົງຈອນປິດນີ້. (ຂໍ້ສັງເກດ: ໃນຫຼາຍປະເທດ, ບັນທຶກພາບແບບນີ້ຈະມີຢູ່ເທິງອິນເຕີເນັດ, ແລະສ່ວນຫຼາຍ ຈະໃຊ້ປະກອບເຂົ້າໃນການລາຍງານຂ່າວ.)
  • ໄດ້ແຈ້ງການເຖິງ INTEPOL ແລະ ASEANPOL.
  • ໄດ້ມີການລະບຸຕົວຢ່າງຂອງຄົນອື່ນທີ່ຖືກຫາຍຕົວ. (ຂໍ້ສັງເກດ: ອີກເທື່ອໜຶ່ງ, ບໍ່ມີການກ່າວ ເຖິກໍລະນີທີ່ຖືກບັນທຶກໂດຍກຸ່ມສິທິມະນຸດສາກົນ.)
  • ສະມາຊິກຂອງຄະນະກຳມະການ ມີຄວາມໂສກເສົ້າ ແລະເຫັນໃຈຄອບຄົວ, ແລະໄດ້ “… ສຸມກຳລັງຢ່າງບໍ່ອິດເມື່ອຍດ້ວຍຄວາມຮັບຜິດຊອບສູງສຸດຕໍ່ການສືບສວນເພື່ອໃຫ້ໄດ້ຄວາມ ຈິງ,” ແຕ່ຍັງບໍ່ໄດ້ຂໍ້ມູນທີ່ເປັນຮູບປະທຳ, ນອກຈາກວ່າຕຳຫຼວດບໍ່ໄດ້ມີສ່ວນກ່ຽວຂ້ອງ.

Senator_Tuur_Elzinga_presents resolution_of_European_parliament_to Lao_National_Assembly

09 ມີນາ 2013: ຄະນະຜູ້ແທນສະພາຢູໂຣບ ອອກຖະແຫຼງການ (ພາສາອັງກິດ) ພາຍຫຼັງການຢ້ຽມ ຢາມລາວ, ເຊິ່ງໃນລະຫວ່າງນັ້ນ ເພິ່ນໄດ້ສະແດງສຳເນົາຂອງຂໍ້ຕົກລົງສະບັບໃໝ່ຂອງສະຫະພາບ ຢູໂຣບ (ພາສາອັງກິດ ແລະລາວ). ຄະນະຜູ້ແທນໄດ້ຢືນຢັນຢ່າງໜັກແໜ້ນ “… ວ່າມັນຢູ່ພາຍໃຕ້ຄວາມສາມາດ ຂອງລັດຖະບານ ສປປ ລາວ ທີ່ຈະຮັບປະກັນການຕ່າວຄືນຢ່າງປອດໄພຂອງສົມບັດ ຫາຄອບຄົວ ຂອງເພິ່ນ,” ແລະວ່າ “… ຄວາມໜ້າເຊື່ອຖືຂອງປະເທດລາວ ຈະຖືກເສື່ອມເສຍຢ່າງໜັກ ພ້ອມຜົນ ໄດ້ຮັບດ້ານລົບ ຕາບໃດທີ່ສົມບັດ ຍັງບໍ່ຄືນຫາຄອບຄົວຂອງເພິ່ນ.”

01 ເມສາ 2013: ຄອບຄົວຂຽນ ຈົດໝາຍເຖິງລັດຖະມົນຕີກະຊວງການຕ່າງປະເທດ, ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະພາ, ແລະສຳນັກງານປະທານປະເທດ ແລະ ສູນກາງພັກ ເພື່ອອວຍພອນປີໃໝ່, ແລະຂໍອະໄພຍະໂທດຫາກສົມບັດ ໄດ້ເຮັດຫຍັງຜິດໄປ.

24 ເມສາ 2013: ຊຸຍເມັງ ໄດ້ໂທຫາກົມຕຳຫຼວດນະຄອນຫຼວງເພື່ອສອບຖາມອີກ. Sombath’s spouse and sister called to Vientiane Police Department and asked if they have any new information. Police inform them they have visited Sombath’s home village in Thakhek to ask about him. (ເບິ່ງ ຈົດໝາຍ ເຖິງສານປະຊາຊົນວຽງຈັນ ວັນທີ 03 ກັນຍາ 2013)

08 ມິຖຸນາ 2013: ການບັນຍາຍຄັ້ງທີ 3 (ພາສາອັງກິດ) ໂດຍກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ພັນເອກ ດຣ ເພັງສະຫວັນ ທິພະວົງໄຊ ອີກເທື່ອໜຶ່ງ ອ່ານຖະແຫຼງການ (ຂໍ້ສັງເກດ: ເຖິງແມ່ນວ່າ ການຊຸມນຸມເຫຼົ່ານີ້ຈະຖືກເອີ້ນວ່າກອງປະຊຸມນັກຂ່າວ, ແຕ່ບໍ່ມີການອະນຸຍາດໃຫ້ມີຄຳຖາມ.) ໄດ້ລາຍງານວ່າ:

  • ເຈົ້າໜ້າທີ່ສືບຕໍ່ເກັບກຳຂໍ້ມູນຈາກບຸກຄົນ ແລະອົງກອນ, ລວມເຖິງການປະສານງານກັບເຂົາ ເຈົ້າ.
  • ເຂົາເຈົ້າໄດ້ແຈ້ງ INTERPOL, ແລະສົ່ງຈົດໝາຍເຖິງປະເທດສະມາຊິກອີກເທື່ອໜຶ່ງ. ບາງ ປະເທດຂໍຂໍ້ມູນທີ່ຈຳເປັນ, ເຊິ່ງກໍ່ໄດ້ມອບໃຫ້.
  • ຄວາມຄືບໜ້າກ່ຽວກັບການສືບສວນ ໄດ້ຖືກມອບໃຫ້ ຊຸຍເມັງ ໃນວັນທີ 24 ເມສາ 2013. “… ທາງຄະນະກຳມະການຍັງໄດ້ພົບ ແລະຊີ້ແຈງກັບບຸກຄົນ ແລະຕາງໜ້າ ດ້ານການທູດຈາກຕ່າງປະເທດທີ່ສົນໃຈກໍລະນີນີ້ອີກດ້ວຍ.”
  • ການດຳເນີນການເຫຼົ່ານີ້ໄດ້ “… ສະແດງເຖິງຄວາມຮູ້ສຶກຮັບຜິດຊອບລະດັບສູງ ຂອງການນຳຂອງກະຊວງປ້ອງກັນຄວາມສະຫງົບ, ລວມເຖິງກົມຕຳຫຼວດທົ່ວໄປ ໃນການຊີ້ນຳຄະນະກຳມະການຮັບຜິດຊອບການສືບສວນ ໃນການຊອກຫາບ່ອນ ຢູ່ຂອງທ່ານ ສົມບັດ ສົມພອນ.” (ຂໍ້ສັງເກດ: ອີກເທື່ອໜຶ່ງ, ສະມາຊິກຂອງຄະນະ ກຳມະການນີ້ບໍ່ເຄີຍຖືກເປີດເຜີຍ.)

13 ມິຖຸນາ 2013: ອົງການ Amnesty International ອອກ ໜັງສືຮຽກຮ້ອງ ໃຫ້ມີ “…ການຈັດຕັ້ງການສືບສວນກໍລະນີນີ້ໃໝ່ ທີ່ມີອິສະຫຼະໃນການເຮັດວຽກ, ເພື່ອຮັບປະກັນການຕ່າວ ຄືນອັນປອດໄພຂອງສົມບັດ, ແລະນຳເອົາບຸກຄົນທີ່ສົງໄສວ່າເປັນຕົ້ນເຫດຂອງການຫາຍຕົວໄປຂອງ ເພິ່ນ ມາຮັບຂັ້ນຕອນການພິຈາລະນາຄວາມເປັນທຳ”.

14 ມິຖຸນາ 2013: ອົງການ Human Rights Watch ອອກ ຖະແຫຼງການ (ພາສາອັງກິດ) ເນັ້ນໜັກ ວ່າ “… ລັດຖະບານ ຍັງບໍ່ໄດ້ສະແດງຄວາມສົນໃຈໃດໆ ໃນການດຳເນີນການສືບສວນທີ່ແທ້ຈິງ ເພື່ອ ວ່າຈະໄດ້ພົບ ສົມບັດ ແລະຄືນເພິ່ນໃຫ້ຄອບຄົວ.”

15 ມິຖຸນາ 2013: ຄະນະສະພາທີ່ໄດ້ຢ້ຽມຢາມລາວ ກ່ອນໜ້ານີ້ ໄດ້ອອກ ຈົດໝາຍ (ພາສາອັງກິດ) ເພື່ອ “… ສະແດງຕົກໃຈຢ່າງເລິກເຊິ່ງຕໍ່ກັບການຂາດຄວາມຕັ້ງໃຈໃນທາງການເມືອງທີ່ຈະດຳເນີນ ການສືບສວນຢ່າງຈິງຈັງຕໍ່ກັບກໍລະນີການຫາຍຕົວຂອງທ່ານ ສົມບັດ ສົມພອນ.” ໃນຈົດໝາຍຍັງໄດ້ ສືບຕໍ່ອະທິບາຍວ່າບົດລາຍງານທີ່ໄດ້ອອກກ່ອນໜ້ານັ້ນ “…ຂັດ ແລະສ້າງຄວາມເຂົ້າໃຈຜິດ, ເຊິ່ງຊີ້ ໃຫ້ເຫັນເຖິງຄວາມລຳອຽງ ແລະຜິວເຜີນຂອງການສືບສວນທາງການ. ພວກເພິ່ນຍັງບໍ່ໄດ້ສຸມໃສ່ ຄວາມເປັນໄປໄດ້ທີ່ວ່າ ສົມບັດ ອາດຖືກລັກພາຕົວ ໂດຍບຸກຄົນພາຍໃນລັດຖະບານລາວ ຫຼືທີ່ມີ ສ່ວນກ່ຽວຂ້ອງກັບພາກລັດຂອງ ສປປ ລາວ.”

07 ກໍລະກົດ 2013: ຊຸຍເມັງ ປະກອບບົດລາຍງານຕໍ່ຄະນະເຮັດວຽກດ້ານການບັງຄັບ ຫຼືຍິນຍອມໃຫ້ ສູນຫາບ. (ເບິ່ງ ICJ-Memorandum)

A European parliamentary delegation at a press conference in Bangkok on Lao activist Sombath Somphone's disappearance, Aug. 28, 2013.

28 ສິງຫາ 2013: ຜູ້ແທນຄະນະທີສາມ ອອກ ຖະແຫຼງການ (ພາສາອັງກິດ) ຫຼັງຈາກຢ້ຽມຢາມ ວຽງຈັນ, ໂດຍໄດ້ປິດທ້າຍ “… ດ້ວຍຄວາມເສຍໃຈ ທີ່ເຈົ້າໜ້າທີ່ລາວ ບໍ່ໄດ້ສະແດງຄວາມຕັ້ງໃຈ ຫຼືຄວາມສາມາດຢ່າງພຽງພໍໃນການຊອກຫາທາງອອກໃຫ້ກັບກໍລະນີນີ້…”

ສິງຫາ 2013: ການຕິດຕໍ່ຄັ້ງສຸດທ້າຍລະຫວ່າງຕຳຫຼວດ ແລະຄອບຄົວຂອງສົມບັດ. (ເບິ່ງບົດລາຍງານ ICJ “Missed Opportunities.”)

06 ກັນຍາ 2013: ດ້ວຍການຊ່ວຍເຫຼືອຈາກຄະນະກຳມາທິການນັກກົດໝາຍສາກົນ, ທາງຄອບຄົວ ໄດ້ສົ່ງ ໃບຄຳຮ້ອງ (ພາສາອັງກິດ ແລະລາວ) ເຖິງສານປະຊາຊົນວຽງຈັນ ຮຽກຮ້ອງໃຫ້ເພິ່ນອອກຄຳສັ່ງໃຫ້ກົມຕຳຫຼວດ ວຽງຈັນ: 1) ເລັ່ງລັດການສືບສວນ, 2) ຍອມຮັບເອົາຊ່ຽວຊານຕ່າງປະເທດມາຊ່ວຍ, 3) ປ່ອຍຂໍ້ມູນຈາກ ການສືບສວນ, ແລະ 4) ປ່ອຍສົມບັດ ສົມພອນ, ຖ້າພົບວ່າເພິ່ນຖືກກັກຂັງຢູ່. ນາງຊຸຍເມັງ ຕ້ອງໄດ້ຍື່ນຄຳ ຮ້ອງນີ້ດ້ວຍຕົວເອງ ເພາະບໍ່ມີນັກກົດໝາຍລາວຄົນໃດທີ່ຕົກລົງເປັນຕົວແທນໃຫ້ເພິ່ນ.

16 ຕຸລາ 2013: ຄອບຄົວຕິດຕາມຄວາມຄືບໜ້າເປັນເທື່ອທີສອງ ກ່ຽວກັບ ຄຳຮ້ອງ ທີ່ໄດ້ຍື່ນໄປເຖິງສານ ປະຊາຊົນວຽງຈັນ. ເຂົາເຈົ້າບອກວ່າເຂົາເຮັດຫຍັງບໍ່ໄດ້ຖ້າບໍ່ມີໜັງສືສະເໜີຈາກໄອຍະການ.

17 ພະຈິກ 2013: ຜູ້ໃຫ້ທຶນສອງຝ່າຍ ແລະຫຼາຍຝ່າຍ ຮຽກຮ້ອງໃນລະຫວ່າງກອງປະຊຸມໂຕະມົນ ປະຈຳ ປີ ໃຫ້ມີການສືບສວນໃໝ່.

21 ພະຈິກ 2013: ຄອບຄົວ ເຂົ້າພົບຕຳຫຼວດເພື່ອຟັງຄວາມຄືບໜ້າ. ເພິ່ນໄດ້ບອກວ່າການສືບສວນຍັງ ດຳເນີນຕໍ່, ເພິ່ນໄດ້ສອບສວນກັບອົງການຕ່າງໆທີ່ສົມບັດ ໄດ້ເຮັດວຽກນຳ, ກວດທຸກແຂວງ ແລະເມືອງ, ພ້ອມທັງຕ່າງປະເທດ ຫຼາຍປະເທດ, ແຕ່ບໍ່ໄດ້ຜົນຫຍັງ.

09 ທັນວາ 2013: ຜູ້ລາຍງານພິເສດອົງການສະຫະປະຊາຊາດ (UN Special Ropporteurs) ສົ່ງ ຈົດໝາຍ (ພາສາອັງກິດ) ເຖິງ ລັດຖະບານ ກ່ຽວກັບການພົບເຫັນສົມບັດ ກັບລົດຈິບຂອງເພິ່ນພາຍໃນພື້ນທີ່ສຳນັກງານຕຳຫຼວດ ແລະ ຫຼັງຈາກນັ້ນກໍ່ຖືກຍ້າຍໄປແຄ້ມທະຫານ.

15 ທັນວາ 2013: ຖືເປັນເຄື່ອງໝາຍຄົບຮອບ 1 ປີ ຂອງການບັງຄັບຫາຍຕົວ, ໄດ້ມີການຮຽກຮ້ອງໃຫ້ມີ ການສືບສວນຕາມຫຼັກກົດໝາຍຂຶ້ນອີກ, ເຊິ່ງການຮຽກຮ້ອງແມ່ນມາຈາກອົງການ Human Rights Watch, ຫ້ອງການ ການຕ່າງປະເທດອັງກິດ, ກົມການຕ່າງປະເທດສວິສ, ເລຂານຸການສະຫະລັດ ອາເມຣິກາ, ຄະນະກຳມາທິການນັກກົດໝາຍສາກົນ, ກຸ່ມອົງການເພື່ອສິທິມະນຸດອາຊີ 62 ອົງກອນ, ແລະອົງການ Amnesty International.

16 ທັນວາ 2013: ຊ່ຽວຊານສິທິມະນຸດຂອງອົງການສະຫະປະຊາຊາດ, ລວມເຖິງຄະນະກຳມາທິການ ຂັ້ນສູງດ້ານສິທິມະນຸດ, ຮຽກຮ້ອງ ໃຫ້ລັດຖະບານລາວ “… ເພີ່ມກຳລັງໃນການສືບສວນການບັງຄັບຫາຍ ຕົວໄປໃນວັນທີ 15 ທັນວາ 2012 ຂອງສົມບັດ ສົມພອນ…”

Thongphane Savanphet02 ມັງກອນ 2014: ເອກອັກຄະລັດຖະທູດ ແລະຜູ້ຕາງໜ້າຖາວອນປະຈຳອົງການສະຫະປະຊາຊາດທີ່ກຸງເຈນີວາ, ທ່ານ ທອງພັນ ສະຫວັນເພັດ, ອອກໜັງສືຊີ້ແຈງ:

  • ປະຕິເສດການຢືນຢັນຈາກຜູ້ລາຍງານພິເສດອົງການສະຫະປະຊາຊາດທີ່ວ່າ ສົມບັດ ແລະລົດຈິບຂອງເພິ່ນ ໄດ້ປາກົດເຫັນ ພາຍໃນພື້ນທີ່ສຳນັກງານຕຳຫຼວດ 2-3 ວັນ ຫຼັງຈາກທີ່ເພິ່ນຖືກລັກພາຕົວ, ແລ້ວຖືກນຳໄປແຄ້ມທະຫານ.
  • ທີ່ວ່າ “… ເຈົ້າໜ້າທີ່ກ່ຽວຂ້ອງໄດ້ທຳການສືບສວນຢ່າງລະອຽດ ແລະບໍ່ສາມາດເກັບກຳຂໍ້ມູນທີ່ອາດກ່ຽວພັນກັບຄະດີໄດ້ …” ແລະຍັງສືບຕໍ່ການສືບສວນ. (ຂໍ້ສັງເກດ: ເຖິງແມ່ນວ່າຈະຮອດເກືອບເຈັດເດືອນແລ້ວຕັ້ງແຕ່ບົດລາຍງານເທື່ອກ່ອນ, ແຕ່ກໍ່ຍັງບໍ່ມີຂໍ້ມູນໃໝ່ຫຍັງໝົດຕໍ່ກັບການ “ສືບຕໍ່” ສືບສວນ.)

16 ມັງກອນ 2014: ສະຫະພາບຢູໂຣບ ອອກ ຂໍ້ຕົກລົງ ສະບັບທີ່ສອງ (ພາສາອັງກິດ) ຮຽກຮ້ອງໃຫ້ລັດຖະບານລາວ “… ດຳເນີນການສືບສວນທີ່ ທ່ວງທັນ, ໂປ່ງໃສ, ແລະລະອຽດ, ໂດຍອີງຕາມຂໍ້ຜູກມັດຕໍ່ສົນທິສັນຍາສາກົນວ່າດ້ວຍສິທິມະນຸດ…” ແລະເພື່ອໃຫ້ຄວາມຮ່ວມມືກັບ ໜ່ວຍງານອົງການສະຫະປະຊາຊາດໃນເລື່ອງນີ້.

ມັງກອນ 2014: ເມື່ອສອບຖາມຫາຄວາມຄືບໜ້າ, ຊຸຍເມັງ ຈິ່ງໄດ້ຮັບແຈ້ງວ່າໜັງສືສະເໜີທີ່ນາງໄດ້ສົ່ງໃຫ້ສານກຳແພງນະຄອນ ໃນວັນທີ 6 ກັນຍາ 2013 ໄດ້ສູນຫາຍແລ້ວ, ແລະສະນັ້ນ ຈິ່ງບໍ່ຮູ້ສະຖານະພາບຂອງຄຳຮ້ອງ. (ເບິ່ງບົດລາຍງານ ICJ “Missed Opportunities.”)

12 ກຸມພາ 2014: ຊຸຍເມັງ ຂຽນບົດບັນນາທິການ ໂດຍກ່າວເຖິງຂໍ້ຕົກລົງສະບັບທີສອງຂອງສະຫະພາບຢູໂຣບ, ອ້າງເຖິງການຂາດ ການຈັດຕັ້ງປະຕິບັດຕົວຈິງ, ແລະຮຽກຮ້ອງໃຫ້ຊຸມຊົນສາກົນສືບຕໍ່ຄວາມກົດດັນ.

Phoumma Khammanichanh21 ພຶສະພາ 2014: ໃນຈົດໝາຍເຖິງ John Hogg, ປະທານສະພາອອສເຕຣເລຍ, ແລະເພື່ອເປັນການຕອບຂໍ້ສະເໜີຂອງສະພາ ອອສເຕຣເລຍ, ເອກອັກຄະລັດຖະທູດລາວ ປະຈຳອອສເຕຣເລຍ, ທ່ານ ພູມມາ ຄຳມະນີຈັນ, ໃຫ້ການຮັບຮອງວ່າເຈົ້າໜ້າທີ່ຍັງສືບຕໍ່ ຖືໜັກຕໍ່ຄະດີນີ້. ແຕ່:

  • ຍ້ອນພາບທີ່ບໍ່ແຈ້ງຈາກກ້ອງວົງຈອນປິດ, “… ຫຼາຍຄົນຍັງສົງໄສວ່າ ທ່ານ ສົມບັດ ໄດ້ຫາຍຕົວໄປໃນບ່ອນທີ່ກ້ອງຈັບພາບ ໄວ້ ຫຼືບໍ່.” (ຂໍ້ສັງເກດ: ເຈົ້າໜ້າທີ່ໄດ້ປະຕິເສດຫຼາຍຄັ້ງທີ່ຈະຮັບການຊ່ວຍເຫຼືອໃນການວິເຄາະພາບບັນທຶກ.)
  • ທາງເຈົ້າໜ້າທີ່ໄດ້ “… ຮວບຮວມຂໍ້ມູນຈຳນວນໜຶ່ງທີ່ອາດກ່ຽວຂ້ອງກັບທ່ານ ສົມບັດ ສົມພອນ.” (ຂໍ້ສັງເກດ: ຂໍ້ມູນດັ່ງກ່າວ ບໍ່ເຄີຍຖືກເປີດເຜີຍ.)

ມິຖຸນາ 2014: ບົດລາຍງານຫຼາຍສະບັບທີ່ໄດ້ສົ່ງໃຫ້ ການທົບທວນປະຈຳໄລຍະ ທີ່ໄດ້ຈັດຂຶ້ນສຳລັບ ສປປ ລາວ ໃນຕົ້ນປີ 2015 ເນັ້ນ ໜັກເຖິງການສືບສວນທີ່ອ່ອນຫຼາຍ. ບົດລາຍງານເຫຼົ່ານີ້ລວມມີ The Asean Parliamentarians for Human RightsHuman Rights WatchForum-Asia and Asia-Europe People’s ForumThe International Commission of Jurists, ແລະ International Federation for Human Rights and Lao Movement for Human Rights.

22 ກໍລະກົດ 2014: ຄະນະກຳມາທິການທະນາຍຄວາມສາກົນ ອອກໜັງສືເຖິງທ່ານ ຄຳສານ ສຸວົງ (ພາສາລາວ ແລະອັງກິດ), ປະທານສານປະຊາຊົນສູງສຸດ ເພື່ອຕິດຕາມຄວາມຄືບໜ້າຕໍ່ກັບຈົດໝາຍຂອງນາງ ຊຸຍເມັງ ແຕ່ວັນທີ 3 ກັນຍາ 2013, ແລະຂໍຂໍ້ມູນ ເພີ່ມເຕີມກ່ຽວກັບການສືບສວນ. ບໍ່ມີຄຳຕອບໃດໆ.

23 ກັນຍາ 2014: ພາຍຫຼັງຈາກການເດີນທາງສູ່ວຽງຈັນ, ຄະນະຜູ້ແທນຈາກສະພາອາຊຽນດ້ານສິທິມະນຸດ ອອກຖະແຫຼງກາ, ລວມມີເນື້ອໃນ:

  • 2014-09-18-14.56.39“ເຈົ້າໜ້າທີ່ລາວ ໄດ້ສ້າງກຳແພງຄວາມງຽບຕໍ່ກັບການສືບສວນນີ້, ຈົນວ່າຂໍ້ສະຫຼຸບທີ່ພໍຈະສັງລວມໄດ້ແມ່ນວ່າ ຄວາມຈິງ ແລ້ວ ບໍ່ໄດ້ມີການສືບສວນໃດໆເລີຍ ແລະການປະຕິເສດທີ່ຜ່ານມາແມ່ນສ່ວນໜຶ່ງຂອງການປົກປິດພະນັກງານລັດທີ່ໄດ້ ລົງມືລັກພາຕົວເພິ່ນ.”
  • “ການຫຼິ້ນເກມແບບເປີດແປນ, ການປະຕິເສດຄວາມຊ່ວຍເຫຼືອ ແລະການບິດເບືອນ ລວມເຖິງຄຳຕອບຂອງເຈົ້າໜ້າທີ່ລາວ ທີ່ອອກທາງຮຸນແຮງໃນບາງຄັ້ງເມື່ອຖືກຖາມກ່ຽວກັບຂໍ້ມູນຈາກການສືບສວນ ແມ່ນນັບມື້ນັບໜ້າເບື່ອໜ່າຍ ແລະສະທ້ອນ ໃນທາງບໍ່ດີ ບໍ່ພຽງແຕ່ຕໍ່ ສປປ ລາວ ເທົ່ານັ້ນ, ແຕ່ຕໍ່ອາຊຽນ ໂດຍລວມ.”

ສະພາອາຊຽນ ຍັງໄດ້ບັນທຶກອີກວ່າ ພວກເພິ່ນ “… ມີຄວາມຕົກໃຈຕໍ່ກັບຄວາມຢ້ານ ແລະຂໍ້ຈຳກັດທີ່ທາງການລາວນຳໃຊ້ເພື່ອ ຄວບຄຸມ ແລະຫຼຸດຜ່ອນອົງການຈັດຕັ້ງທາງສັງຄົມ,” ແລະວ່າ “… ຜູ້ຕາງໜ້າອົງການສະຫະປະຊາຊາດປະຈຳ ສປປ ລາວ ໄດ້ຂໍໃຫ້ລົບ ລ້າງ ທຸກການກ່າວເຖິງການຫາຍຕົວໄປຂອງ ສົມບັດ ສົມພອນ ໃນເອກະສານທີ່ສົ່ງເຖິງກອງປະຊຸມທົບທວນປະຈຳໄລຍະຂອງອົງການ ສະຫະປະຊາຊາດ.” 

ສະພາອາຊຽນດ້ານສິທິມະນຸດ ຖາມວ່າ: “ຖ້າລັດຖະບານລາວ ຢາກແກ້ໄຂຄະດີນີ້ແທ້ ແລະມີຄວາມເປັນຫ່ວງຄືພວກເຮົາທຸກຄົນແທ້, ແລ້ວເປັນຫຍັງຈິ່ງປ້ອງກັນທຸກທາງໃນການສືບສວນ?”

17 ພະຈິກ 2014: ຜູ້ໃຫ້ທຶນຫຼາຍທ່ານ, ໂດຍສະເພາະແມ່ນ ສະຫະພາບຢູໂຣບ, ຍົກບັນຫາຂອງການຫາຍຕົວໄປຂອງ ສົມບັດ ແລະ ການຂາດຄວາມຄືບໜ້າໃນການສືບສວນຂອງລັດຖະບານລາວ ທີ່ກອງປະຊຸມຈັດຕັ້ງປະຕິບັດໂຕະມົນ. ເຖິງແມ່ນວ່າລັດຖະບານລາວ ຈະໄດ້ສະແດງຄວາມເປັນຫ່ວງຢ່າງສຸດຊຶ້ງ ແລະໄດ້ໃຫ້ການຮັບຮອງວ່າການສືບສວນຍັງຄົງດຳເນີນຕໍ່ໄປ ໃນກອງປະຊຸມປີກ່ອນນີ້ ແລ້ວ, ຈິ່ງໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ສົນທະນາ “ບັນຫາທີ່ສຳຄັນ ແລະຮີບດ່ວນກວ່າ” ໃນປີນີ້.

4 ທັນວາ 2014: ຄະນະກຳມາທິການທະນາຍຄວາມສາກົນ ສົ່ງຈົດໝາຍເຖິງກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ແລະ ກະຊວງປ້ອງກັນຄວາມສະຫງົບ (ພາສາລາວ ແລະອັງກິດ) ເພື່ອຂໍຄວາມຄືບໜ້າກ່ຽວກັບການສືບສວນ. ບໍ່ມີຄຳຕອບ.

11 ທັນວາ 2014: ຄະນະກຳມາທິການທະນາຍຄວາມສາກົນ ອອກບົດລາຍງານທີ່ມີຊື່ວ່າ Missed Opportunities: Recommendations for Investigating the Disappearance of Sombath Somphone ເພື່ອ “ວາງມາດຖານໃຫ້ກັບ ເຈົ້າໜ້າທີ່ໃນ ສປປ ລາວ ໃນການປະຕິບັດໜ້າທີ່ຂອງຕົນພາຍໃຕ້ຂໍ້ຜູກມັດຂອງກົດໝາຍສາກົນ ເພື່ອດຳເນີນການສືບສວນທີ່ລະອຽດ, ມີເອກະລາດ, ແລະບໍ່ລຳອຽງ ຕໍ່ກັບການບັງຄັບໃຫ້ສູນຫາຍ ທ່ານ ສົມບັດ ສົມພອນ.” ສ່ວນໜຶ່ງ, ບົດລາຍງານໄດ້ກ່າວວ່າ:

  • … ຄະດີນີ້ສາມາດແກ້ໄດ້. 
  • ມີແນວທາງສຳລັບການສືບສວນທີ່ມີນ້ຳໜັກທີ່, ຖ້າເຈາະເລິກ, ຈະໃຫ້ຄວາມເປັນໄປໄດ້ໃນການຄົ້ນພົບຄວາມຈິງ… 
  • ຖ້າຂໍ້ສະເໜີໃນບົດລາຍງານນີ້ ຖືກຈັດຕັ້ງປະຕິບັດຢ່າງມືອາຊີບ ແລະດຳເນີນໄປຢ່າງໜັກແໜ້ນ, ມັນມີທ່າອ່ຽງທີ່ຈະເປັນ ການສືບສວນທີ່ສອດຄ່ອງກັບກົດໝາຍສິທິມະນຸດ… 
  • ເຖິງແມ່ນວ່າຈະນັບເວລາ ແລະໂອກາດທີ່ພາດໄປ, ມັນກໍ່ຍັງມີຕົວຢ່າງຫຼາຍກໍລະນີ… ທີ່ປະສົບຜົນສຳເລັດທາງດ້ານ ກົດໝາຍ ໃນກໍລະນີປະເພດນີ້. ແຕ່ຫຼາຍຢ່າງ ກໍ່ຂຶ້ນກັບຈຸດຢືນ ແລະທັດສະນະຂອງເຈົ້າໜ້າທີ່ລາວ. 
  • ຖ້າການສົມມຸດຖານ ຫາກແມ່ນວ່າ ອົງປະກອບຂອງລັດຖະບານ ມີສ່ວນກ່ຽວຂ້ອງກັບການສັ່ງໃຫ້ມີການບັງຄັບການຫາຍ ສາບສູນເທື່ອນີ້, ທ່າອ່ຽງຂອງຄວາມຄືບໜ້າ ກໍ່ຈະຂຶ້ນກັບຄວາມຕັ້ງໃຈອັນແຮງກ້າຈາກພາກສ່ວນດຳເນີນການສືບສວນ, ໄອຍະການ, ນັກກົດໝາຍ ແລະເຈົ້າໜ້າທີ່ກ່ຽວຂ້ອງ ທີ່ຈະເຜີຍຄວາມຈິງອອກມາ… 

15 ທັນວາ 2014: ເຄື່ອງໝາຍຂອງສອງປີ ທີ່ສົມບັດ ໄດ້ຫາຍສາບສູນ, ລັດຖະບານ, ອົງການຈັດຕັ້ງ, ລວມເຖິງຝ່າຍບຸກຄົນຈຳນວນ ຫຼາຍ ຈາກກທົ່ວໂລກ ໄດ້ຮຽກຮ້ອງໃຫ້ມີການສືບສວນຢ່າງຈິງຈັງ ແລະມີເອກະລາດຄືນໃໝ່. ໃນນັ້ນ ລວມມີກຸ່ມຂອງ 82 ອົງການ ສິທິມະນຸດ, ອົງການ International Federation for Human Rights, ສະຫະພັນເອເຊຍ ເພື່ອການຕໍ່ຕ້ານການຫາຍຕົວໄປແບບ ບັງຄັບ, ຄະນະກຳມາທິການທະນາຍຄວາມສາກົນ, ອົງການ Amnesty International, ອົງການ Human Rights Watch, ອົງການ ສະຫະປະຊາຊາດ, ປະເທດແຄນາດາ, ສະຫະພັນຢູໂຣບ, ສະຫະລັດອາເມຣິກາ, ແລະອື່ນໆ.

 

20 ມັງກອນ 2105: ແບບບໍ່ເຄີຍມີມາກ່ອນ, ທີ່ກອງປະຊຸມທົບທວນປະຈຳໄລຍະ ສຳລັບລາວ ທີ່ໄດ້ຈັດຂຶ້ນໃນກຸງເຈນີວາ, 10 ປະເທດຮຽກຮ້ອງໃຫ້ມີການສືບສວນທີ່ໜ້າເຊື່ອຖື ຕໍ່ກັບການຫາຍຕົວໄປຂອງສົມບັດ, ແລະອີກ 10 ປະເທດທີ່ໃຫ້ເຫດຜົນ ຫຼືຮຽກຮ້ອງ ໃຫ້ລາວ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ICPPED. ໃນຖະແຫຼງການຈາກທາງການລາວ ທີ່ກອງປະຊຸມທົບທວນ, ທ່ານ ພົງສະຫວັດ ບຸຜາ, ປະທານຄະນະກຳມະການແຫ່ງຊາດລາວດ້ານສິທິມະນດ, ອີກເທື່ອໜຶ່ງ ໄດ້ປ່ຽນແລວ, ໂດຍຢືນຢັນວ່າ ຍ້ອນເຫດການທີ່ ເກີດຂຶຶ້ນ ໄດ້ເກີດຂຶ້ນຢູ່ຕໍ່ໜ້າກ້ອງວົງຈອນປິດ, ມັນກໍ່ເປັນຂໍ້ພິສູດແລ້ວວ່າພາກລັດ ບໍ່ມີສ່ວນກ່ຽວຂ້ອງ. ຖະແຫຼງການຍັງໄດ້ຢືນຢັນວ່າ ເຈົ້າໜ້າທີ່ລາວ ເປີດຮັບຂໍ້ສະເໜີຕ່າງໆ, ໃນຂະນະເພີກເສີຍຕໍ່ທຸກຂໍ້ທີ່ໄດ້ສະເໜີຜ່ານມາ.

24 ມິຖຸນາ 2015: ລັດຖະບານລາວ ໃຫ້ຄຳຕອບຕໍ່ຂໍ້ສະເໜີຈາກກອງປະຊຸມທົບທວນ, ລວມເຖິງຂໍ້ທີ່ກ່າວເຖິງການບັງຄັບຫາຍຕົວໄປ ຂອງສົມບັດ. ເພິ່ນໄດ້ຮັບຂໍ້ສະເໜີບາງອັນ, ໃນຂະນະທີ່ພຽງແຕ່ຜ່ານຂໍ້ອື່ນໆ, ໂດຍອ້າງວ່າເພິ່ນໄດ້ສືບຕໍ່ດຳເນີນການສືບສວນຢ່າງ ຈິງຈັງ. The Sombath InitiativeFIDH-LMHRForum-AsiaAmnesty International, ແລະ Human Rights Watch ອອກຖະແຫຼງການທ້າທາຍການກ່າວຂ້າງເທິງ. ເຈົ້າໜ້າທີ່ລາວ ຍັງຍອມຮັບຂໍ້ສະເໜີໃຫ້ມອບສັດຕະຍາບັນຕໍ່ ສົນທິສັນຍາ ICPPED, ເຖິງແມ່ນວ່າພວກເພິ່ນຈະຍັງບໍ່ໄດ້ປະຕິບັດຕາມສັນຍາໃນລັກສະນະດຽວກັນທີ່ໄດ້ໃຫ້ໄວ້ໃນກອງປະຊຸມ ທົບທວນຮອບທີ 1 ເມື່ອ 5 ປີກ່ອນ.

November 2016: Staff from the UN Human Rights Office visit Laos and request to meet with the investigation team. Their request is denied. This is the first known action taken within Laos since Canada and the EU raised Sombath’s disappearance at the 2015 Roundtable one year prior.

30 August 2017: In an Lao Language interview with RFA, Ng Shui Meng reports she requested a meeting with Lao authorities through the Singaporean embassy some two months prior, but did not receive any response.

21 November 2017: Ng Shui Meng meets with Lao goverment authorities at request of Singaporean embassy. While authorities report they are still investigation, no results are shared.

07 December 2017: At a press conference marking five years since Sombath’s disappearance, Ng Shui Meng publicly confirms reports that Sombath and his jeep were seen at a policy facility in the days after his abduction.

June 2018: In its response to a Letter of Issues submitted by the UN Human Rights Council (CCPR), the Lao government asserts it is continuing the investigation. It also reported it had recently briefed Sombath’s spouse and diplomats, although no information was made public.

ຈົນເຖິງປະຈຸບັນ: ເຖິງຈະມີການຮຽກຮ້ອງໃຫ້ມີການສືບສວນຄືນໃໝ່, ໃຫ້ລະອຽດກວ່າເກົ່າ, ແລະ/ຫຼືໃຫ້ມີຄວາມເປັນເອກະລາດ ຈາກອົງການສາກົນຫຼາຍແຫ່ງຕັ້ງແຕ່ກາງປີ 2013 ກໍ່ຍັງບໍ່ມີຫຼັກຖານວ່າການຫາຍຕົວໄປຂອງສົມບັດ ໄດ້ຖືກຄົ້ນຄວ້າພາຍໃນລາວ ບໍ່ວ່າຈະເປັນທາງອາຍາ ຫຼືທາງແພ່ງ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.