ຕົ້ນໄມ້ບັນດານໃຈ

‘ຕົ້ນ​ໄມ້​ບັນດານ​ໃຈ​’ ແມ່ນ​ສ່ວນ​ໜຶ່ງ​ຂອງກິດຈະກຳ​ໃນງານນິທັດ​ສະການ​ຂອງ​ອົງການ​ປາ​ແດກ (a Special Anniversary and Fair) ​ເມື່ອ​ວັນ​ທີ 15 ທັນວາ 2013 ​ເພື່ອ​ເປັນ​ການສະ​ເຫຼີ​ມສະຫຼອງ​ຜົນງານ​ການ​ເຮັດ​ວຽກ​ຂອງ​ອົງການ​ປາ​ແດກ ​ແລະ ​ເພື່ອ​ເປັນ​ການ​ລຳ​ລຶກ​ເຖິງ​ຜູ້​ກໍ່​ຕັ້ງ​ອົງ​ການປາ​ແດກ, ທ່ານ ສົມບັດ ສົມ​ພອນ. ຄຳເຫັນຕ່າງໆ ໄດ້ຖືກຮີບໂຮບຈາກງານທີ່ຄ້າຍຄືກັນໃນປີຕໍ່ມາ. ຂໍ້ຄວາມ​ລຸ່ມ​ນີ້​ແມ່ນ​ຖືກຄັດ​ເລືອກມາຈາກ​ຂໍ້ຄວາມ​ຕ່າງໆ

2015, 16 &  17 (Remarks not shared)

2014

Outhit

ສິ່ງທີ່ທ່ານສົມບັດທຸ່ມເທລົງໄປນັ້ນກຳໄລຂອງທ່ານບໍ່ແມ່ນເງີນແຕ່ແມ່ນໃຫ້ປະຊາຊົນມີວຽກເຮັດງານທຳມີຢູ່ມີກິນມີທຸລະກິດເປັນຂອງຕົນເອງສິ່ງທີ່ເພິ່ນສິດສອນໃຫ້ ສິ່ງທີ່ເຮົາຮູ້ເຮົາກໍຢາກສອນຄົນຟຼີເພື່ອມີຄົນສືບຕໍ່ ເປັນສີມືກຸ້ມຕົນເອງຫຼືວ່າລ້ຽງຊີບໄດ້.

——————–

Khanthavixai

ມັກການອະນຸລັກແບບເພິ່ນເຮັດເພື່ອສ່ວນລວມບໍ່ໄດ້ເຮັດ ເພື່ອຕົນເອງຄົນແບບນີ້ເຂົາ ເອີ້ນວ່າຄົນເສຍສະຫຼະເພື່ອອານາຄົດລູກຫຼານ.

——————–

La De

ຄິດຮອດລຸງສົມບັດສົມພອນຫຼາຍໆ ຂໍໃຫ້ສິ່ງສັກສິດທັງຫຼາຍໃນສາກົນໂລກປົກປ້ອງຄຸ້ມຄອງ ໃຫ້ປອດໄພແລະຂໍໃຫ້ເພີ່ນກັບມາໄວໆ ເພາະລຸງຄືນັກພັດທະນາຕົ້ນແບບຂອງປະເທດ.

——————–

Souk Saiseng

ຂອບໃຈລຸງສົມບັດຫຼາຍໆ ທີ່ອຸທິດຊີວິດເພື່ອຜົນປະໂຫຍດສູງສຸດຂອງປະເທດ ກໍຄືປະຊາຊົນທຸກຄົນຂອບໃຈຫຼາຍໆ ຈະຈົດຈຳລຸງສົມບັດໄວ້ໃນໃຈຕະຫຼອດໄປ.


2013

ບໍ່​ໄດ້​ລະບຸ​ຊື່

ອ້າຍສົມບັດເປັນຜູ້ໜຶ່ງທີ່ເປັນຕົວແບບໃນວຽກງານດ້ານ ພັດທະນາ. ທ່ານໄດ້ທຸ້ມເຫື່ອເທແຮງເພື່ອຢາກໃຫ້ລາວ ພັດທະນາຢ່າງມີຄວາມຍືນຍົງ ທ່ານໄດ້ສ້າງ legacy ໄວ້ສຳລັບໄວໜຸ່ມ.

——————–

ບໍ່​ໄດ້​ລະບຸ​ຊື

ສະບາຍດີ! ດີ​ໃຈ​ຫຼາຍ ທີ່​ໄດ້​ມາ​ຮ່ວມ​ງານ​ນີ້ ! ​ເຮັດ​ໃຫ້​ນ້ອງ​ຄິດ​ເຫັນ​ຄົນ​ດີ​ທີ່​ໜ້າ​ຍົກຍ້ອງ ​ແລະ ຄວນ​ເອົາ​ໄປ​ເປັນ​ຕົວຢ່າງ​ໃນ​ການ​ປະຕິບັດ. ​​ເຮັດ​ໃຫ້​ຕົວ​ນ້ອງ​ໄດ້​ຮູ້​ຫຍັງ​ຫຼາຍໆ​ຢ່າງ​ຈາກ​ບຸ​ກຄົນ​ທີ່​ເປັນ​ຕົ້ນ​ແບບ​ຄື​ລຸງ​ສົມບັດ. ນ້ອງ​ຈະ​ຂໍ​ເປັນ​ຄົນ​ໜຶ່ງ​ທີ່​ເຮັດ​ໜ້າ​ທີ່​ໃນ​ການ​ພັດທະນາ ​ແລະ ຊ່ວຍ​ເຫຼື​ອ​ເພື່ອນ​ມະນຸດ​ດ້ວຍ​ກັນ​ຈົນ​ສຸດ​ຄວາມ​ສາມາດ. ດ້ວຍ​ຄວາມ​ເຄົາລົບ​ຮັກ

——————–

ບໍ່​ໄດ້​ລະບຸ​ຊື່

ຂ້າພະເຈົ້າ​ເຫັນ​ວ່າ​ແນວ​ຄິດ​ການ​ພັດ​ທະ​ນາ​ປະສົມ​ປະສານ​ກັນ​ລະຫວ່າງ​ເສດຖະກິດ ​ແລະ ສັງຄົມ​ໂດຍ​ຄຳ​ນຶງ​ເຖິງ​ສະພາບ​ແວດ​ລ້ອມ​ແມ່ນ​ເໝາະ​ສົມ​ກັບ​ການ​ພັດທະນາ​ຢູ່​ ລາວ ລາວ​ເປັນ​ຜູ້​ທີ່ມີ​ແນວ​ຄິດ​ທີ່​ເຫັນ​ກວ້າງ​ໄກ ​ເບິ່ງ​ໄປ​ຂ້າງ​ໜ້າ​ຢ່າງ​ມີ​ຄວາມ​ຫວັງສຳລັບ​ປະ​ເທດ​ລາວ

——————–

ບໍ່​ໄດ້​ລະບຸ​ຊື່

ຂ້ອຍມີຄວາມມຸ້ງໝັ້ນຢາກເຮັດວຽກພັດທະນາມາແຕ່ດົນ. ເພາະຕອນເປັນໄວເດັກບໍ່ມີໂອກາດໄດ້ຮັບສິ່ງເຫຼົ່ານີ້. ຈົນປີ 2000 ໄດ້ມາພົບກັບຄວາມຝັນ ຂອງຕົນ. ສົນໃຈຕໍ່ວິໄສທັດ ຂອງລຸງບັດ ຕັດສິນໃຈອອກຈາກວຽກລັດ ຫຼືວຽກທີ່ມີລາຍຮັບ ຫຼາຍ (ຕອນນັ້ນ) ມາເຮັດວຽກ ພັດທະນາ. ຈະສູ້ຕໍ່ໄປ

——————–

ຮິ​ໂບ (Hible)

ຄັ້ງ​ທຳ​ອິດ​ທີ່​ຂ້ອຍ​ພົບ​ກັບ​ສົມບັດ, ຂ້ອຍ​ຫຼົງ​ໄຫຼ​ໃນ​ຄວາມ​ສະຫຼຽວ​ສະຫຼາດ ​ແລະ ວິ​ໄສ​ທັດ​ຂອງ​ລາວ​ທີ່​ຢາກ​ໃຫ້ການ​ພັດທະນາ​ໃນ​ປະ​ເທດ​ລາວ​ດີ​ຂື້ນ. ມັ້ນ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຂ້ອຍ​ໄດ້​ພົບ​ກັບ​ຄົນ​ລາວ​ທີ່​ມີ​ມຸມ​ມອງ​ກວ້າງ​ໄກ​ກ້າວໜ້າ…

ຂໍ​ຢ່າ​ໄດ້​ຍອມ​ແພ້!

——————–

ບໍ່​ໄດ້​ລະບຸ​ຊື່ 

ຄວາມຮູ້ສຶກທີ່ມາໃນມື້ນີ້ ໃນງານວັນຄົບຮອບປາແດກ ດີໃຈຫຼາຍ ທີ່ໄດ້ເຂົ້າຮ່ວມໃນງານອັນສຳຄັນ ເພາະຕົວນ້ອງ ກໍມັກໃນກິດຈະກຳ ແລະ ສິ່ງທີ່ລຸງສົມບັດ ສົມພອນ ເພາະເພິ່ນໄດ້ເສຍສະຫຼະເຫື່ອແຮ ໃນວຽກງານການພັດທະນາ ໄວໜຸ່ມ. ທ່ານເປັນ ແຮງບັນດານໃຈໃຫ້ນ້ອງມີຄວາມກ້າທີ່ຈະຝັນ ໃນການຮຽນຮູ້ ແລະ ພັດທະນາຕົນເອງ ໃຫ້ດີຂື້ນ (ຂໍຂອບໃຈ)

——————–

ລິ​ຊາ ​ໂນ​ເລນ (Lisa Nowlain)

ສຳລັບ​ຂ້ອຍ ສົມບັດ ໝາຍ​ເຖິງ​ຄວາມ​ຫວັງ ​ແລະ ຜູ້​​ກະຕຸກ​ຊຸກຍູ້​ຊຸມ​ຊົນ​ໃນ​ປະ​ເທດ​ລາວ. ທ່າ​ແຮງ​ຂອງ​ລາວ​ແມ່ນ​ການ​ສ້າງ​ຄວາມ​ເຂັ້ມ​ແຂັງ​ໃຫ້​ກັບ​ຄົນ​ລາວ ດ້ວຍ​ຮູບ​ແບບ​ສັນຕິ​ວິທີ ​ແລະ ດ້ວຍ​ຄວາມ​ຮັກ ​ເພື່ອ​ວ່າ​ພວກ​​ເຂົາ​ຈະ​ມີ​ອິດ​ສະລະ​ພາບ​ໃນ​ການ​ສ້າງ​ອະນາຄົດ​ຂອງ​ຕົນ​ເອງ. ລາວ​ເຮັດ​ວຽກ​ກັບ​ທີ​ມງານ​ໃນ​ທົ່ວ​ທຸກ​ມຸມ​ໂລກ ​ແລະ ຈິດ​ໃຈ​ຂອງ​ລາວ​ເປັນ​ຂອງ​ຄົນ​ລາວ​ແຕ່​ໃດ​ມາ.

——————–

ຈັນທະ​ລັງສີ

ປາ​ແດກ​ກັບ​ລຸງ​ບັດ ​ແມ່ນ​ອັນ​ດຽວ​ກັນ ມັນ​ແມ່ນ​ສິ່ງທີ່​ແຍກ​ອອກ​ຈາ​ກກັນ​ບໍ່​ໄດ້ ຖ້າ​ປາ​ແດກ​ຍັງ​ຢູ່ ລຸງ​ກໍ​ຍັງ​ຢູ່​ນຳ​ພວກ​ເຮົາ​ຕະຫຼອດ. ​ແຮງ​ບັນດານ​ໃຈ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ເຮັດ​ວຽກ​ພັດທະນາ​ແມ່ນ​ຂ້ອຍ​ໄດ້​ມາ​ຈາກ​ລຸງ​ສົມບັດ​ ​ແລະ ປາ​ແດກ ຂໍ​ເປັນ​ກຳລັງ​ໃຈ​ໃຫ້​ກັບ​ພະນັກງານ​ທຸກ​ຄົນ​ໃນ​ປາ​ແດກ ​ແລະ ຕົນ​ເອງ​ໃຫ້​ສືບ​ຕໍ່​ວຽກ​ຂອງ​ລຸງ.

——————–

ທອງ​ແດງ (Thongdeng)

ເຈົ້າ​​ແມ່ນ​ແຮງ​ບັນ​ດານ​ໃຈ​ຂອງ​ພວກ​ເຮົາ, ຄວາມ​ຫວັງ ​ແລະ ຕົວ​ແບບ​ໃນ​ດ້ານ​ການ​ພັດທະນາ​ຊຸມ​ຊົນ ​ແລະ ການ​ສ້າງ​ຄວາມ​ອາດ​ສາມາດ​ໃຫ້​ແກ່​ໄວ​ໜຸ່ມ​ໃນ​ປະ​ເທດ​ລາວ. ພວກ​ເຂົາ​ອະທິຖານ​ໃຫ້​ເຈົ້າ​ໄດ້​ກັບ​ມາ​ຢ່າງ​ປອດ​ໄພ.

——————–

ບໍ່​ໄດ້​ລະບຸ​ຊື່

ຕອນ​ທີ່​ຂ້ອຍ​ກໍາລັງ​ຊອກ​ຫາຄຸນ​ຄ່າ​ຂອງ​ຊີວິດ ​ແລະ ຂ້ອຍ​ກໍ​ໄດ້​ພົບ​​ໃນ​ວີ​ດີ​​ໂອ​ສອງ​ສົມບັດ YouTube clip on Education.ຫຼັງ​ຈາກ​ນັ້ນ​ຂ້ອຍ​ກໍ​ໄດ້​ອຸທິດ​ທັກ​ສະ ​ແລະ ຄຸນຄ່າ​ຂອງ​ຂ້ອຍ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ເທດ​ລາວ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ.

——————–

ຫຼ້າ ນວນ​ດຳ ກົມ​ມາ​ນະ (Lar Nouandam Kommana)

ຂ້ອຍ​ເຄີຍ​ເປັນ​ອາສາ​ສະໝັກ​ໃນ​ໂຄງການ​ພະ​ພັດທະນາ ​​ແລະ​ກໍ​ເຄີຍ​ເຮັດ​ວຽກັບ​ລຸງ​ສົມບັດ. ​​ແຕ່​ໃດ​ມາ ຂ້ອຍ​ມີ​ຄວາມ​​ເຄົາລົບ​ນັບຖື​ລາວ​ເປັນ​ດັ່ງ​ອາຈານ​ຂອງ​ຂ້ອຍ. ຕັ້ງ​ແຕ່​ມື້​ທີ່​ລາວ​ຫາຍ​ຕົວ​ໄປ​ຂ້ອຍ​ໄດ້​ຕິດຕາມ​ຂ່າວ​ກ່ຽວ​ກັບ​ລາວ​ທຸກ​ມື້ ​ແລະ ພະຍາຍາມ​ແຊ​ຣຂໍ້​ມູນ. ຕອນ​ນີ້​ຂ້ອຍ​ໄດ້​ຮັບ​ທຸກໆ ຂໍ້​ມູນ​ອັບ​ເດດຈາກ​ເວັບ​ໄຊ​ທ. ຂ້ອຍ​ຢາກ​ຮູ້​ວ່າ​ຂ້ອຍ​ຈະ​ເຮັດ​ຫຍັງ​​ໄດ້​ແດ່ ​ເພື່ອ​​ເປັນ​ການຊ່ວຍ​ເຫຼືອ​ເພີ້​ມຕື່ມ. ຂ້ອຍ​ຈະ​ບໍ່​ຍອມ​ແພ້ ຈະ​ລໍຖ້າ​ລາວ ລໍຖ້າ​ການ​ກັບ​ມາ​ຢ່າງ​ປອດ​ໄພ​ຂອງ​ລາວ. ​

ຂໍ​ເປັນ​ກຳລັງ​ໃຈ​ໃຫ້​ທຸກ​ຄົນ​ທີ່​ອຸທິດ​ຕົນ​ເພື່ອ​ຊອກ​ຫາ​ລຸງ​ສົມບັດ!

——————–

ວົງສຳພັນ

ຂໍສິ່ງສັກສິດທັງຫຼາຍ ທັງປວງຈົ່ງເມດຕາ ແລະ ດົນບັນດານໃຫ້ທ່ານສົມບັດພ້ອມດ້ວຍຄອບຄົວ ທີມງານຈົ່ງມີແຕ່ຄວາມສຸກຈະເລີນຈົ່ງໃຫ້ຜົນດີຜົນດີ ເດັ່ນຂອງທ່ານຈົ່ງຈະເລີນ ແລະ ໝັ້ນຄົງຕະຫຼອດໄປ. ຂໍທ່ານຈົ່ງພົ້ນຈາກ ຄວາມທຸກລຳບາກທັງຫຼາຍ. ຂໍທ່ານຈົ່ງມີຊີວິດທີ່ດີ, ມີພາກພູມທີ່ດີ, ຫຼຸດພົ້ນຈາກວິບາກກຳຄັ້ງນີ້ດ້ວຍເຖິດ!!!

ວົງສຳພັນ. ຜູ້ອຳນວຍການໂຮງຮຽນ ປະຖົມຫ້ວຍຫົງ

——————–

ບໍ່ລະບຸ​ຊື່

ລຸງບັດ! ເຖິງວ່າລຸງຈະຢູ່ແຫ່ງໃດກໍຕາມແຕ່ພວກລູກຫຼານຢູ່ທາງພີ້ຈະສານຕໍ່ອຸດົມການພັດທະນາຄົນຮຸ່ນໃໝ່ ໃຫ້ເປັນຄົນດີບໍ່ເຫັນແກ່ຕົວ. ຄິດເຖິງລຸງ! ຂໍໃຫ້ລຸງຈົ່ງກັບມາໄວໆ ແລະ ມີສຸຂະພາບແຂັງແຮງ. ຫຼານຂອງລຸງ

——————–

ບໍ່ລະບຸ​ຊື່ 

ຂ້າພະເຈົ້າເຫັນວ່າແນວຄິດການພັດທະນາປະສົມປະສານກັນລະຫວ່າງເສດຖະກິດ ແລະ ສັງຄົມໂດຍຄຳນຶງເຖິງສະພາບແວດລ້ອມແມ່ນເໝາະສົມກັບການພັດທະນາຢູ່ລາວ ລາວເປັນຜູ້ທີ່ມີແນວຄິດທີ່ເຫັນກວ້າງໄກ ເບິ່ງໄປ ຂ້າງໜ້າຢ່າງມີຄວາມຫວັງສຳລັບປະເທດລາວ.

——————–

ທະນົງສີ

ສົມບັດ, ອຳມະຕະສຳລັບຜູ້ຮັກຄວາມກ້າວໜ້າ ອຸທິດຕົນເພື່ອການພັດທະນາ.’ການສຶກສາ ແບບຊຸມຊົນເປັນກະແຈແຫ່ງ ຄວາມສຳເລັດ ທີ່ໄດ້ຢັ້ງຢືນຈາກຜົນງານ.’ ເຈົ້າໄດ້ສຶກສາໃຫ້ ຄົນລາວ ຮູ້ຈັກຈຳແນກຄຸນນະພາບ ແລະ ປະລິມານ.

——————–

ສ​ເຕຟານ (Stefan)

ໜຶ່ງ​ປີ… ​ແຮງ​ບັນດານ​ໃຈ​ທີ່​ໄດ້​ຈາກ​ຄົນ​ທີ່​ມີ​ຄວາມ​ສະຫຼາດ​ຫຼັກ​ແຫຼມ​ດັ່ງເຊັ່ນ​ສົມບັດ ​ເຊິ່ງ​ເປັນຄົນ​ທີ່ຖ່ອມ​ໂຕ, ຕະໜັກ​ເຖິງ​ສິ່ງ​ໃດ​ສຳຄັນ ​ແລະ ສິ່ງ​ໃດ​ທີ່​ບໍ່​ສຳຄັນ. ​ໃຜ​ກໍ​ຕາມ​ທີ່​ເປັນ​ຄົນ​ເອົາ​ລາວ​ໄປ​ແມ່ນ​​​ໄດ້​ເຮັດ​ໃນ​ສິ່ງ​ທີ່ເປັນຄວາມ​ຜິດ​ພາດທີ່​ໃຫຍ່​ຫຼວງ. ພວກ​ເຂົາ​ອາດ​ຈະ​ຄິດ​ວ່າ​ພວກ​ເຂົາ​ສາມາດ​ຢຸດ​​ແນ​ວຄວາມ​ຄິດ​ດ້ວຍ​ນ້ຳມື​ຂອງ​ພວກ​ເຂົາ. ​ແຕ່​ວ່າ ​ເຮັດ​ບໍ່​ໄດ້​ດອກ ສົມ​ບົດ ຍັງ​ມີ​ຊີວິດ​ຢູ່.

——————–

ຫວາ (Vah) 

ເຖິງ​ອ້າຍ ສົມບັດ :

ເຈົ້າ​ເປັນ​ອ້າຍ​ທີ່​ຈິດ​ໃຈ​ດີ ​ແລະ ມີ​ຄວາມ​ເມດ​ຕາ​ສຳ​ລັບ​ຂ້ອຍ. ຂ້ອຍ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ເຈົ້າ​ມາ​ຕະຫຼອດ ຈາກ​ການ​ທີ່​ເຈົ້າ​ຍຶດໝັ້ນ​ ​ທຸ້ມ​ເທ​ເຫື່ອ​ແຮງ ​ແລະ ​​ຜັນ​ຂະຫຍາຍ​ປະສົບ​ການໃນ​ການ​ພັດທະນາ​ຄົນ​ຮຸ່ນ​ໃໝ່​ ​ແລະ ​ການ​ພັດທະນາ​ໄວ​ໜຸ່ມ​ໄປ​ໃນ​ທາງ​ທີ່​ດີ ​ໃນ​ ສປປ ລາວ ​ແລະ​ກໍ​ລວມທັງ​ປະ​ເທດ​ອື່ນໆ ​ໃນ​ໂລກ​ເພື່ອ​ຊ່ວຍ​ໃຫ້​ຄົນ​ຮຸ່ນ​ໃໝ່​​ໄດ້​ພັດທະນາ​ຄວາມ​ໝັ້ນ​ໃຈ​ໃນ​ໂຕ​ເອງ ​ແລະ ​ໃຊ້​ເວລາ​ກັບ​ກິດຈະກຳ​ທີ່​ເປັນ​ປະ​ໂຫຍ​ດ ​ແລະ ມີ​ຄຸນຄ່າ ​ແລະ ຍັງ​ໄດ້​ກະກຽມ​ພວກ​ເຂົາ​ໃຫ້​ມີ​ຈິດ​ອາສາຕັ້ງ​ແຕ່​ດຽວ​ນີ້ ​ແລະ ​ໃນ​ຖານະ​ເປັນ​ພົນ​ລະ​ເມືອງ​ທີ່​ມີ​ຄວາມ​ຕື່ນ​ຕົວສຳລັບ​ອະ​ນາ​ຄົດ. ຄຸນງາມຄວາມດີ​ຂອງ​ເຈົ້າ​ຈະ​ຄຸ້ມ​ຄອງ ​ແລະ ຈະ​ປົກ​ປ້ອງ​ເຈົ້າບໍ່​ວ່າ​ເຈົ້າ​ຈະ​ຢູ່​ແຫ່ງ​ຫົນ​ໃດ.

ຂ້ອຍຢູ່​ຄຽງ​ຂ້າງ​ເຈົ້າ​ສະ​ເໝີ ອ້າຍ​ສົມບັດ ​ແລະ ຊຸຍ​ມິ​ງ

——————–

ເອັມມາ ຈີ​ເຊັນ, ນິວຊີ​ແລນ (Emma Giesen, New Zealand)

ຂ້ອຍ​ເຮັດ​ວຽກກັບສົມບັດ 2 ປີ ​ແລະ​ ຕະຫຼອດ​ເວລາ​ຕອນ​ນັ້ນຂ້ອຍ​ເຫັນ​​ວ່າລາວ​ອຸດ​ທິ​ດ​ເຫື່ອ​ແຮງ​ທັງ​ໝົດ​ຂອງ​ຕົນ​ເອງ​ໄປ​ກັບ​ການ​ພັດທະນາ​ໄວ​ໜຸ່ມ​​ໃຫ້​ມີ​ການ​ປ່ຽນ​ແປງ​ທີ່​ດີ​ຂື້ນ. ລາວ​ບໍ່​ເຄີຍ​ວິພາກ​ວິຈານ ຫຼື ພະຍາຍາມ​ຂັດຂວາງ​ບໍ່​ໃຫ້​ສິ່ງ​ໃດ​ສິ່ງ​ໜຶ່ງ​ເກີດ​ຂື້ນ ​​ແຕ່​ຫາກ​ໄດ້​ພະຍາຍາມ​ໃຫ້​​ເກີດ​ມີ​ການ​ປ່ຽນ​​ແປງ​ທີ່​ດີຂື້ນ ​ເຊິ່ງ​ແນ່​ນອນລາວ​ເປັນທີ່​ປຶກສາ ​ແລະ ທັງ​ເປັນ​ແຮງ​ບັນດານ​ໃຈສຳລັບຂ້ອຍ.

ລາວ​ມີ​ແນວ​ຄວາມ​ຄິດຫຼາຍ​ຢ່າງ​ກ່ຽວ​ກັບ​ໂຄງການ​ຕ່າງໆ ​ເຊິ່ງມີ​ຄວາມ​ເປັນ​ເອກະລັກ ​ແລະ ມີ​ຮາກ​ຝັງ​ເລິກ​ໃນ​ວັດທະນະທຳ​ຂອງ​ປະ​ເທດລາວ ​ແລະ ​ໂຄງການ​ຂອງ​ລາວ​ລ້ວນ​ແລ້ວ​ແຕ່​ມີ​ຄວາມ​ທັນ​ສະ​ໄໝ​ລ້ຳ​ໜ້າ ບໍ່​ພຽງ​ແຕ່​ກັບປະ​ເທດ​ລາວ​ ​ແຕ່ລວມທັງ​ການ​ພັດທະນາ​ໃນ​ບໍລິ​ບົດ​ສາກົນ. ຂ້ອຍ​ມັກ​ປະຫຼາດ​ໃຈ​ກັບ​ຄວາມ​ຈິງ​ທີ່ວ່າ​ລາວ​ມີຫຼາກ​ຫຼາຍໆ ຄວາມ​ຄິດທີ່​ຈະ​ຊ່ວຍ​​ເພື່ອນ​ຮ່ວມ​ຊາດ​ຂອງ​ລາວ, ລາວ​ບໍ່​ໄດ້​ເວົ້າ​ຢ່າງ​ດຽວ​ກ່ຽວ​ກັບ​ສິ່ງ​ຕ່າງໆ ​ແຕ່​ລາວ​ລົງມື​ເຮັດ​ໄປ​ນຳ-ມີ​ການ​ດຳ​ເນີນ​ການ​ຫຼາຍໆ​​ໂຄງການ​ທີ່​ແຕກ​ຕ່າງ​ກັນ​ໄປ​ພ້ອມໆ​ກັນ.

ຄວາມ​ມຸ່ງ​ມານະ​ຂອງ​ສົມບັດ​ທີ່​ມີ​ຕໍ່​ຄົນ​ລາວ ​ແລະ ​ການ​ທຸ້ມ​ເຫື່ອ​ເທ​ແຮງ​ຂອງ​ລາວ​​ໃນ​ການ​ລົງມື​ປະຕິ​ບັດ​​ຕົວ​ຈິງ​ເພື່ອ​ເສີມສ້າງ​ຊີວິດ​ຜູ້​ຄົນ​ໃຫ້​ດີ​ຂື້ນນັ້ນ ລ້ວນ​ແຕ່​​ເປັນ​ແຮງ​ບັນດານ​ໃຈ. ລາວ​ເປັນ​ຄົນ​ທີ່​​ເປັນ​ແຮງ​ຈູງ​ໃຈ​ໃຫ້​ຂ້ອຍ​ໃນ​ໄລຍະທຳ​ອິດ​ຂອງ​ການ​ເຮັດ​ວຽກ​ພັດທະນາ ​ແລະ ຂ້ອຍ​ກໍ​ພຽງ​ແຕ່​​ໄດ້​ຫວັງ​ວ່າ​ຈະ​ສາມາດ​ສານ​ຕໍ່​ແບບຢ່າງ​ທີ່​​ເຈົ້າ​ເຄີຍ​ສ້າງ​ໄວ້​ໃຫ້​ເຫັນ​ເຫຼົ່າ​ນັ້ນ.

ກະລຸນາ​ສົ່ງ​ຕໍ່​ຄວາມ​ຮັກ​ແພງ​ສຸດ​ໃຈ​ຈາກ​ຂ້ອຍ​ໄປ​ເຖິງ​ລາວ ​ແລະ ຄວາມ​ເຄົາລົບ​ນັບຖື​ເພື່ອ​ໃຫ້​ລາວ​ໄດ້​ກັບ​ຄືນ​ມາ. ມັນ​ເປັນ​ເລື່ອງ​ບໍ່​ໜ້າ​ເຊື່ອ​ທີ່​ບຸກຄົນ​ໃດ​ໜຶ່ງ​ ທີ່​ມີ​ຈິດ​ໃຈ​ອ່ອນ​ໂຍນ ​ເປັນ​ຊັບ​ສົມບັດ​ຂອງ​ຄົນ​ລາວ ຈະ​ຖືກ​ລັກ​ພາ​ຕົວ

ດ້ວຍ​ຄວາມ​ຫວັງ​ສູງ​ສຸດ​ເພື່ອ​ໃຫ້​ລາວ​ໄດ້​ກັບ​ມາ​ຢ່າງ​ປ​ອດ​ໄພ.

——————–

ເດ​ວິດ,​​ໂລ​ຍສ, ຮາ​ນາ, ​ແມັກ​, ​ແລະ ​ເອັມມາ ຈາກ ມິ​ນິ​ໂຊ​ຕາ (David, Lois, Hannah, Max & Emma of Minnesota)

ບົດຮຽນລໍ້າ​ຄ່າ​ທີ່​ສົມບັດ​ໄດ້​ມອບ​​ໄວ້ໃຫ້​ແກ່​ພວກ​ເຮົາ​:

  • ສະຕິ​ປັນຍາ​​​ໃນ​ການ​ຮູ້ຈັກ​ວ່າມີ​ຫຍັງ​ທີ່​ຕ້ອງ​ເຮັດ ​ແລະ ຕ້​ອງ​ເຮັດຕອນ​ໃດຈຶ່ງ​ຈະ​ເໝາະ​ສົມ
  • ກ້າ​ທີ່​ຈະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ວ່າ​ມັນ​ຈະ​​ເປັນ​ເລື່ອງ​ທ້າ​ທາຍ
  • ການ​ມີວິ​ໄສ​ທັດ​ກວ້າງ​ໄກ​​ເໜືອ​ສິ່ງ​ທີ່​ເປັນ​ຢູ່​ໃນ​ປັດຈຸບັນ
  • ການ​ອຸທິດ​ຕົນ​ເພື່ອ​ຄວາມ​ຝັນ ​ແລະ ​ເພື່ອ​ກະຕຸກ​ຊຸກຍູ້​ຄົນ​ອື່ນ​ໃຫ້​ຝັນ​​ໄປ​ນຳ​ກັນ​ກັບ​ເຈົ້າ
  • ການ​ເຊື່ອມ​ປະສານ​ຈິດ​ວິນ​ຍານ​ທີ່​​ເປັນ​ກາ​ນສົ່ງ​ເສີມການ​ຮ່ວມ​​ໄມ້​ຮ່ວມ​ມື ​ແລະ ການ​ຮັບປະກັນ​ຄວາມ​ຍືນ​ຍົງ
  • ​ຄວາມ​ເອື້ອ​ເຟື້ອ​ເຜື່ອ​ແຜ່​​ຢ່າງ​ບໍ່​ທໍ້ຖອຍ​ຂອງ​ເຈົ້າ​ໃນ​ການ​ເຮັດ​​ໃນ​ໜ້າ​ທີ່​ທີ່​ເປັນບູລິ​ມະ​ສິດ​ສຳຄັນ
  • ມີ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ຮັບ​ຮູ້​ເຖິງ​ຄວາມ​ຕ້ອງການ​ຂອງ​ຄົນ​ອື່ນ ​ແລະ ຕອບ​ສະໜອງ​​ຄວາມ​ຕ້ອງການ​ນັ້ນໆ ໃນ​ທາງ​ທີ່​ຈະ​ຊ່ວຍ​ໃຫ້​ພວກ​ເຂົາ​ໄດ້​ຮຽນ​ຮູ້ການ​ປັບປຸງ​ຊີວິດ​ໃຫ້​ດີ​ຂື້ນກວ່າ​ເກົ່າ.
  • ກ່ອນ​ຈະ​ຮຽກຮ້ອງ​ຄວາມ​ເປັນ​ທຳ​ຈາກ​ຄົນ​ອື່ນ​​ຕົວ​ເຮົາ​ເອງ​ຕ້ອງ​ເປັນ​ທຳ​ກ່ອນ
  • ມີ​ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ​ ​ເປີດ​ໃຈ​ຮຽນ​ຮູ້​ຈາກ​ຄົນ​ອື່ນ​ບໍ່​ວ່າ​ພວກ​ເຂົາ​ຈະຢືນ​ຢູ່​ຈຸດ​ໃດ​ຂອງ​ຊີວິດ​ກໍ​ຕາມ
  • ​ເປັນ​ຜູ້ນຳ​ເພື່ອ​ປູ​​ເສັ້ນທາງ​ໃຫ້​ກັບ​ຄົນ​ອື່ນ​ໃຫ້​ສາມາດ​ຍ່າງຕາມ​ຫຼັງ​ໄດ້ ​ແລະ ​ໃນ​ທີ່​ສຸດ​ໃຫ້​ພວກ​ເຂົາສາມາດ​ຍ່າງ​ອອກ​ໄປ​ຂ້າງ​ທາງ​ເພື່ອຍ່າງ​ຕາມເສັ້ນທາງ​ຂອງ​ຕົນ​ເອງ​ໄດ້.
  • ຍຶດຖື​ເລື່ອງ​ຈິດ​ວິນ​ຍານ​​ເປັນຫຼັກ ​ເພື່ອ​ສອນ​ພວກ​ເຮົາ​ໃຫ້​ຮູ້ຈັກ​ການ​ຢູ່​ກັບ​ປັດຈຸບັນ ​ແລະ ​ເຕືອນ​ສະຕິ​ເຮົາ​ວ່າ​ຕອນ​ນີ້​ເຮົາ​ຢືນ​ຢູ່​ຈຸດ​ໃດ​ຂອງ​ຄວາມ​ສຳພັນ​ກັບ​ຄົນ​ອື່ນ.
  • ມິດຕະພາບທີ່ຢູ່​ເໜືອ​ການ​ເວລາ ​​ແລະ ຍືນ​ຍົງ​ຄົງ​ຕົວ​ບໍ່​ວ່າ​ຈະ​ຢູ່​ຫ່າງ​​ໄກ​ກັນ​ປານ​ໃດ​ກໍ​ຕາມ

ສົມບັດ, ພວກ​ເຮົາ​ຮັກ ​ແລະ ຄິດ​ຮອດ​ເຈົ້າ

——————–

ບໍ່ລະບຸ​ຊື່

ທຳ​ອິດ​ຂ້ອຍ​​ໄດ້​ພົບ​ກັບ​ກຸ່ມໄວ​ໜຸ່ມ​ຄົນ​ລາວ​ທີ່​ໜ້າ​ປະ​ທັບ​ໃຈ ​ແລະ ​ເມື່ອ​ຂ້ອຍ​ຖາມກ່ຽວ​ກັບ​ປະຫວັດ​ຂອງ​ພວກ​ເຂົາ, ພວກ​ເຂົາ​ລ້ວນ​ແຕ່​​ເລົ່າ​ກ່ຽວ​ກັບ​ອົງການ​ປາ​ແດກ. ຫຼັງ​ຈາກ​ນັ້ນ​ຂ້ອຍ​ກໍ​ໄດ້​ພົບ​ກັບ​ບຸກຄົນຜູ້​ທີ່​ເປັນ​​ແຮງ​ບັນດານ​ໃຈ ​ແລະ ​​ເປັນ​ບຸກຄົນ​ແບບຢ່າງ ກໍ​ຄື ສົມບັດ. ຂ້ອຍ​ເຫັນ​ໄດ້​ວ່າ​ລາວ​​ເຮັດ​ວຽກສົ່ງ​ເສີມ​ເພື່ອ​ໃຫ້​​ໂລກ​ມີ​ຄວາມ​ເປັນ​ທຳ ​ແລະ ມີ​ຄວາມ​ຍືນ​ຍົງ​ໄດ້​ແນວ​ໃດ, ​ແລະ ວິ​ໄສ​ທັດ​ຂອງ​ລາວ​ກ່ຽວ​ກັບ​ຄົນ​ຮຸ່ນ​ໃໝ່​​ໃຫ້​ກາຍ​ເປັນ​ຜູ້​ສືບ​ທອດ​ຕໍ່​ໄປ ​ໄດ້​ສ້າງ​ໃຫ້​ເກີດ​ແຮງ​ບັນດານ​ໃຈ​​ໃຫ້​ກັບຜູ້​ຄົນ​ຈຳນວນ​ຫຼາຍ, ລວມທັງ​ຂ້ອຍ​ນຳ. ລາວ​ໄດ້​ສ້າງ​ແຮງ​ບັນດານ​ໃຈ​ໃນ​ຫຼາຍ​ດ້ານ ​ແລະ ທຸກ​ຄົນ​ລ້ວນ​ແຕ່​ສົ່ງ​ຕໍ່​ແຮງ​ບັນດານ​ໃຈ​ໃຫ້​ກັບ​ຄົນ​ອື່ນໆ. ​ຜູ້​ຄົນ​ເຫຼົ່າ​ນີ້ ​ແຮງ​ບັນ​ດານ​ໃຈ​​ເຫຼົ່າ​ນີ້ ຈະ​ຂະຫຍາຍ​ແຜ່​ອອກ​ໄປ​ກວ້າງ​ຂື້ນ​​​ຈົນ​ໃນ​ທີ່​ເກີດ​ການ​ປ່ຽນ​ແປງ​ທີ່​ສຳຄັນ ​ແລະ ຜັນ​ຂະຫຍາຍ​ຕໍ່​ໄປ. ສຳລັບ​ເຈົ້າ​ທຸກ​ຄົນ​ໃນ​ອົງການ​ປາ​ແດກ: ກະລຸນາ​ສືບ​ຕໍ່​ສ້າງ​​ແຮງ​ບັນດານ​ໃຈ​ໃຫ້​ກັບ​ຄົນ​ອື່ນໆ ຕໍ່​ໄປ​ເພື່ອ​ໃຫ້​ສົມບັດ​ຍັງ​ຄົງ​ຢູ່!

——————–

ຄຣິສຕິ​ນາ ​ແມັກ​ມິ​ລອນ, ອັງກິດ (Christina McMellon, England)

ຂ້ອຍ​ເຄີຍ​ໄປ​ຢູ່​ປະ​ເທດ​ລາວ​ແຕ່​ເດືອນ​ກັນຍາ 2010 ​ເຖິງ ​ເດືອນ​ກັນຍາ ປີ 2012 ​ເພື່ອ​ເຮັດ​ງານ​ວິ​ໄຈ​ກ່ຽວ​ກັບ​ຄວາມສຸກ ​ແລະ​ ​ໃນ​ໄລຍະປີ 2012 ​​ໄດ້​ເຮັດ​ວຽກ​ໃກ້ຊິດ​ກັບ​ສົມບັດ ສົມ​ພອນ. ທຸກໆ ຄັ້ງ​ທີ່​ໄດ້​ພົບ​ກັບ​ສົມບັດ,​ຂ້ອຍ​ມັກ​ຈະ​ກັບ​ມາ​ແບ​ບມືນໆ​​ໃນ​ສະໝອງ​ທີ່​ເຕັມ​ໄປ​ດ້ວຍ​​ແນວ​ຄວາມ​ຄິດ ​ແລະ ການ​ເຊື່ອມ​ໂຍງ ​ແລະ ພະລັງ ​ແລະ ຄວາມ​ເປັນ​ໄປ​ໄດ້​ທີ່​ຈະນຳ​ຄວາມ​ຄິດ​​ລົງສູ່​ການ​ປະ​ຕິ​ບັດ​ຕົວ​ຈິງ ຂ້ອຍ​ຮູ້ສຶກ​ພາກພູມ​ໃຈ​ທີ່ມີ​ໂອກາດ​​ໄດ້​ສົນທະນາ​ໂອ້​ລົມ​ກັບ​ລາວ​ໃນ​ຫຼາກ​ຫຼາຍ​ປະ​ເດັນ ​ເຊິ່ງກໍ​ລວມທັງ​ທີ່​ກຽວ​ຂ້ອງ​ກັບ​ບົດ​ວິ​ໄຈ​ ​ແລະ ການ​ປະຈົນ​ໄພ​ຂອງ​ຂ້ອຍ​ທີ່​ນຳ​ໄປ​ສູ່​ການ​ຄົ້ນ​ຫາ​ເພີ້​ມຕື່ມ​ກ່ຽວ​​ໃນ​ເລື່ອງ​ສະມາທິ ​ແລະ ສາດສະໜາ​ພຸດ. ພວກ​ເຮົ

າ​ບໍ່​ໄດ້​​ເຫັນ​ດີ​ເຫັນ​ພ້ອມ​ກັນ​ໃນ​ທຸກ​ໆ​​​ເລື່ອງ​ໃນ​ລາຍ​ລະອຽດ ​ແຕ່​ແນ່ນອນ ມັນ​ເປັນ​ການ​ສົນທະນາ​ທີ່​ມີ​ຄວາມ​ເຂັ້ມ​ຂົ້ນ, ມີ​ສີສັນ, ​ແລະ ມີ​ຄວາມ​ກະຕືລື​ລົ້ນ. ສະ​ເພາະ​ເຈາະ​ຈົງ​ແລ້ວ ຂ້ອຍ​​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ລາວ​​ໃນ​ເລື່ອງ​ການ​ອຸທິດ​ຕົນ​ເພື່ອ​ປະ​ເທດ​ລາວ ​ແລະ ຄົນ​ລາວ, ​ແລະ ການ​ເຮັດ​ວຽກ​​ເພື່ອ​ປະສານ​ການ​ຮ່ວມ​ມື​ກັບ​ຊຸມ​ຊົນ​ໃນ​ລາວ ​ເພື່ອ​ຄົ້ນ​ຫາ​ແນວທາງ​ການ​ພັດທະນາ​ທີ່​ສົ່ງ​ເສີມ​ວັດທະນະທຳ​ທ້ອງຖິ່ນ ​ແລະ ຄວາມ​ຍືນ​ຍົງ.

ຕອນ​ທີ່​ຂ້ອຍ​ຢູ່​ວຽງ​ຈັນ ຂ້ອຍ​ໄດ້ພົບ​ພໍ້​ກັບ​ຄົນ​ຈຳນວນ​ຫຼວງ​ຫຼາຍ​ທີ່​​​ເມື່ອ​ກ່ອນ​ເຄີຍ​ເປັນ​ອາສາ​ສະໝັກ ຫຼື ​ເປັນ​ພະນັກງານ​ຂອງ​ສູນ​ປາ​ແດກ, ​ແລະ ທຸກ​ຄົນ​ກໍ​ລ້ວນ​ເວົ້າ​ເຖິງ​ສົມບັດ​ ​ໃນ​ມຸມ​ທີ່​ອົບ​ອຸ່ນ ​ແລະ ​ເຄົາລົບ​ນັບຖື.

ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ສະ​ແດງ​ອອກ​ເຖິງ​ຄວາມ​ໂສກ​ເສົ້າ ​ແລະ ຄວາມ​ຫົດ​ຫູ່​ຂອງ​ຂ້ອຍ​ທີ່​ມີ​​​ແນວ​ໃດ ​ເມື່ອ​ໄດ້​ຮັບ​ຂ່າວ​ການ​ຫາ​ຍຕົວ​ໄປ​ຂອງ​ສົມ​ບັດ; ຂ້ອຍ​ໃນ​ຕອນ​ນີ້ ກໍ​ຍັງ​ຄົງ​ສືບ​ຕໍ່​ຮຽນ​ຮູ້​ຈາກ​ລາວ ​ແລະ ຮັບ​ເອົາ​ແຮງ​ບັນດານ​ໃຈ​ຈາກ​ລາວ. ​ເຖິງ​ວ່າ​ໃນ​​ຊ່ວງ​​ເວລາ​ຫຍຸ້ງຍາກ​ສັບສົນ​ດັ່ງ​​ເຊັ່ນ​ຕອນ​ນີ້ ຂ້ອຍ​ຮູ້ສຶກ​ອຸ່ນ​ໃຈ​ທີ່​ເຫັນ​ວ່າ​ສາກົນ​ໄດ້​ທຸ້ມ​ແທສະ​ແດງ​ອອກ​ເຖິງ​ຄວາມ​ຮັກ ​ແລະ ຄວາມ​ເຄົາລົບ​ນັບຖື​ທີ່​ມີ​ຕໍ່​ສົມບັດ ​ແລະ ການ​ທີ່​ໄດ້​ເຫັນ​ຄົນ​ຈຳນວນ​ຫຼວງ​ຫຼາຍ​ຕ້ອງການ​ຢາກ​ໄດ້​ຍິນ​ຄຳ​ຕອບ​ຕໍ່​ກັບ​ຄຳ​ຖາມ​ທີ່​ຕອບ​ໄດ້​ຍາກ.

​ເວົ້າ​ໄດ້​ເລີຍ ຢ່າງ​ບໍ່​ລັງ​ເລ​ໃຈ ​ວ່າ​​ໂລກ​ນີ້​ເປັນຕາ​ໜ້າ​ຢູ່​ຂື້ນ​ຫາກ​ມີ​ສົມບັດ​ອາ​ໄສ​ຢູ່.

——————–

ອຶງ ຄິດ​ ລິນ, ສິງກະ​​ໂປ (Ng Kit Lin, Singapore)

ລຸງ​ສົມບັດ​ແມ່ນ​ຕົວ​ແທນ​ຂອງ​ທຳ​ມະ​ຊາດ ​ແລະ ຄວາມ​ປະສານ​ກົມກຽວ. ລາວ​ໄດ້​ພະຍາຍາມ​ທຳ​ຄວາມ​ເຂົ້າ​ໃຈ​ທຳ​ມະ​ຊາດ ​ແລະ ຮ່ວມ​ມື​ກັບ​ມັນ​ເພື່ອ​ສ້າງ​ໃຫ້​ເກີດ​ຄວາມ​ປະສານ​ກົມກຽວ ​ແລະ ສັນຕິພາບສຳລັບ​ມະນຸດ. ​ເຊິ່ງລາວ​ກໍ​ບໍ່ຳ​ໄດ້ເກັບ​ພູມ​ປັນຍາ​ຄວາມ​ຮູ້​ນັ້ນ​ໄວ້ກັບ​ຕົນ​ເອງ​ພຽງ​ຜູ້​ດຽວ ​ແຕ່​ລາວ​ໄດ້​ນຳ​ມາ​ເປັນ​ພາລະກິດ​ຂອງ​ຊີວິດ​ຕົນ​ເອງ​ໃນ​ການ​ຖ່າຍ​ທອດ​​ໃຫ້​ກັບ​ຄົນ​ອື່ນໆ ຕໍ່ໆ​ໄປ. ລຸງ​ສົມບັດ ​ເຈົ້າ​ເປັນ​ບຸກຄົນ​ທີ່​ພິ​ເສດ​ອີ່ຫຼີ!

——————–

​​​ເຊ​ວ​ມາ​ລີ ກັດ​​ໂຕ​ວ (Shalmali Guttal)

ສົມບັດ​ ​​​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໝູ່​ຄົນ​ທຳ​ອິດ​ທີ່​ຂ້ອຍ​ຮູ້​ຈັກ​ໃນ​ປະ​ເທດ​ລາວ. ຂ້ອຍ​ໄດ້​ຮຽນ​ຮູ້​ຫຼາຍສິ່ງ​ຫຼາຍ​ຢ່າງ ຈາກ​ລາວ, ​ໂດຍ​ສະ​ເພາະ​ວິທີ​ການ​​ເຮັດ​ວຽກ​ໃນ​ສະຖານະ​ການ​ທີ່​ທ້າ​ທ້າຍ​ໃນ​ເຂດ​ຊົນນະບົດ​ໃນ​ລາວ ​ແລະ ​ວິທີ​ການ​ທີ່​ຈະມີ​ຄວາມສຸ​ກກັບ​ມັນ. ວຽກ​ງານ​ທີ່​ສ້າງສັນ ​ແລະ ​​ແນວທາງ​ໃໝ່ໆ ຂອງ​ສົມບັດ ​ແລະ ສູນ​ປາ​ແດກ​ກ່ຽວ​ກັບ​ໄວ​ໜຸ່ມ ​ແລະ ​ເດັກນ້ອຍ​ໄດ້​ເຕີມ​ເຕັມ​ຊ່ອງ​ວ່າງ​ການ​ພັດທະນາທີ່​ສຳຄັນ​ໃນ​ປະ​ເທດ​ລາວ,​​ ​ເຊິ່ງຫຼັກ​ຖານ​ທີ່​ເປັນໝາກຜົນ​ຂອງ​ການ​ເຮັດ​ວຽກກໍ​ແມ່ນ​ຄວາມ​ກ້າຫານ, ຄວາມເສຍສະຫຼະ, ​ແລະ ​ຄວາມ​​ໂດດ​ເດັ່ນ​ຂອງ​ທີ​ມງານ​ອົງການ​ປາ​ແດກ​ໃນ​ທຸກມື້​ນີ້. ​ໃນ​ມື້​ນີ້ ​ເຊິ​ງ​ເປັນ​ມື້​ລຳ​ລຶກ​ເຖິງ​ສົມບັດ,​ ຂ້ອຍຂໍ​ສ​ະ​ແດງ​ຄວາມ​ເຄົາລົບ​ຕໍ່ທີ​ມງານ​ອົງການ​ປາ​ແດກ ​ແລະ ສົມບັດ ​ເຊິ່ງ​ເປັນ​ຜູ້​ກໍ່​ຕັ້ງ​ອົງການ​ປາ​ແດກ ທີ່​ເຕັມ​ປ່ຽມ​ດ້ວຍ​ແຮງ​ບັນດານ​ໃຈ. ຂ້ອຍ​ຫວັງ​ວ່າ​​​​​ໃນ​ຊ້ວງ​ເວລາ​ຂອງ​ການ​ບຸກບືນ​ຂອງ​ພວກ​ເຮົາ, ສົມບັດ​ຈະມີ​ຊີວິດ​ຢູ່ ​ແລະ ​ກັບ​ມາ​ຫາ​ພວກ​ເຮົາ​ອີກ​ໄວ​ໆ​ນີ້.

——————–

ຮີ​ຈິນ ຊອຍ,​ ​ເກົາຫຼີ (Heejin Choi, Korea)

ກ່ອນ​ທີ່ຂ້ອຍ​ຈ​ະ​ໄດ້​ພົບ​ກັບ​ສົມບັດ ຂ້ອຍ​ຮູ້ຈັກ​ລາວ​ຈາກ​ວາລະສານ​ແຫ່ງ​ໜຶ່ງ ​ແລະ ຂ້ອຍ​ກໍ​ຮູ້ສຶກ​ວ່າຄວາມ​ສຳ​ເລັດ​ຂອງ​ລາວ​ໜ້າ​ປະ​ທັບ​ໃຈ​ຫຼາຍ ຕອນ​ທີ່​ຂ້ອຍ​ໄດ້​ພົບ​ກັບ​ລາວ​ ​ແລະ ຊຸຍ​ມິ​ງ ຄັ້ງ​ທຳ​ອິດ ຂ້ອຍ​ຮູ້​ສຶກວ່າ​ລາວ​ເປັນ​ຄົນ​ຖ່ອມ​ຕົນ​ ບໍ່​​ໄດ້ຖື​​ໂຕ​ແຕ່​ຢ່າງ​ໃດ​ເລີຍ. ຫຼັງ​ຈາກ​ນັ້ນ ​ເມື່ອ​ຂ້ອຍ​ໄດ້​ຮູ້ຈັກ​ລາວ​ຫຼາຍ​ຂື້ນ ຂ້ອຍ​ມີ​ແນວ​ຄວາມ​ຄິດ​ວ່າ​ຢາກ​ເປັນ​ຄື​ກັນ​ກັບ​ລາວ, ​ເປັນ​ຄົນ​ທີ່​ບໍ່​ມີ​ກອບ​ຕາຍ​ຕົວ,​ ຖ່ອມຕົວ, ສະຫຼາ​ດ, ​​​ແຕ່​ມີ​ພູມ​ຖານ. ​ເປັນ​ບຸກຄົນ​ທີ່​​​ໃຊ້​ຊີວິດ​ທຸ້ມ​ເທ​ໃຫ້​ກັບ​ສິ່ງ​ຕົນ​ເອງ​ເຊື່ອຈຶ່ງ​ຈະ​ກາຍ​ເປັນ​ຄົນ​ຄື​ລາວ​ໄດ້, ຂ້ອຍ​ຄິດ​ວ່າ. ​ ນອກຈາກ​ນີ້ ຂ້ອຍ​ຍັງ​ຄິດ​ວ່າ ມີ​​ໄວ​ໜຸ່ມ​ອີກ​ຫຼາຍໆ ຄົນ​ໃນ​ປະ​ເທດ​ລາວ ​ແລະ ​ໃນ​ໂລກ​ທີ່ ມີ​ຄວາມ​ຈິງ​ໃຈ ຢາກ​ນຳ​ຮອຍ​ຂອງ​ສົມບັດ ​ໃນ​ດ້ານຄຸນຄ່າ ​ແລະ ປັດ​ສະຍາ. ​ເປັນ​ເລື່ອງ​ທີ່​ມະຫັດສະຈັນ​ອີ່ຫຼີ ທີ່​ຄົນໆ ຄົນ​ໜຶ່ງ​ຈະ​ສາມາດ​ສ້າງ​​ແຮງ​ບັນດານ​ໃຈ​ໃຫ້​ກັບ​ຄົນ​ອື່ນໆ ຢ່າງ​ກວ້າງ​ຂວາງ ​ແລະ ​ເລິກ​​ເຊິ່ງ. ຂ້ອຍ​​ເອງ​ກໍ​ຈະ​ເຮັດ​ທຸກ​ວິທີ​ທາງ​​​​ ​ເຕີມ​ເຕັມ​ຊີວິດ​ຂອງ​ຂ້ອຍ​ດ້ວຍ​ຄວາມ​ເຊື່ອ. ຂ້ອຍ​ພຽງ​ແຕ່​ຄິດ​ຮອດ​ຮອຍ​ຍິ້ມ​ ​ແລະ ສຽງ​ຫົວ​ຂອງ​ເຈົ້າ​ທີ່​ສຸດ.​​

——————–

ເຈັກຄລີນ ຢຽວ, ອາສາສໝັກຢູ່ລາວປີ 2002 (Jacqueline Yeo, Volunteer in Laos in 2002)

ໃນຊີວິດຂອງພວກເຮົາ ເຮາພົບເຈິກັບຄົນຈຳນວນຫຼວງຫຼາຍ, ຖ້າຫາກວ່າເຮົາໂຊກດີ ເຮົາອາດຈະໄດ້ຮັບສິດທິພິເສດ ໄດ້ພົບກັບຄົນທີ່ເປັນແຮງບັນດານໃຈ ແລະ ຄົນສິດສອນພວກເຮົາເພື່ອໃຫ້ ເຮົາເປັນ ຄົນທີ່ດີກວ່າທີ່ເຮົາເປັນຢູ່ ແລະ ເອື້ອເຟື້ອເຜື່ອແຜ່ໃຫ້ຄົນອື່ນໆ ຕໍ່ໄປ. ສົມບັດເປັນຄົນດັ່ງທີ່ເວົ້າມານັ້ນ. ໂດຍບໍ່ສາມາດ ຄາດເດົາທິດທາງໄດ້ ສົມບັດໄດ້ສ້າງໃຫ້ເກີດການປ່ຽນແປງຊີວິດ ຂອງຄົນຫຼາຍໆຄົນ ເພີ່ມຂື້ນເລື້ອຍໆ, ໂດຍສະເພາະ ຊີວິດຂອງຄົນ ຮ່ວມຊາດກັບລາວ, ໃນປະເທດ ສປປ ລາວ. ແນວຄວາມຄິດ ແລະ ການກະທຳຂອງ ລາວທີ່ແນໃສ່ ປັບປຸງຊຸມຊົນໃຫ້ດີຂື້ນ ໄດ້ເຮັດໃຫ້ ປະຊາຊົນຮ່ວມຊາດມີຄວາມຮັກແພງຕໍ່ລາວ. ລາວເປັນຄົນທີ່ເຮັດ ເປັນຕົວຢ່າງ ໃຫ້ເຫັນ, ຜູ້ຄົນດັ່ງເຊັ່ນດຽວກັນກັບຂ້ອຍ ໄດ້ມີໂອກາດສຳຜັດ ແລະ ໄດ້ຮັບແຮງບັນດານໃຈໃຫ້ກາຍເປັນ ຄົນທີ່ ດີກວ່າເກົ່າ, ຈາກການໄດ້ເຫັນຄວາມອ່ອນ ນ້ອມຖ່ອມຕົນຂອງລາວ, ຄວາມມີເມດຕາ, ແລະ ຄວາມເຫັນອົກ ເຫັນໃຈຂອງລາວ. ພວກເຮົາຈົ່ງມາຊ່ວຍກັນຈົດຈຳສິ່ງທີ່ລາວໄດ້ເຮັດໄວ້ ບໍ່ໃຫ້ເລືອນຈາງຫາຍໄປ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.