ສົມບັດແມ່ນໃຜ?

ສົມບັດ ສົມພອນ ເກີດໃນຄອບຄົວຊາວກະສິກອນທີ່ທຸກຍາກໃນແຂວງຄຳມ່ວນປະເທດລາວ ແລະ ເປັນລູກຜູ້ທຳອິດ ໃນຈຳນວນລູກ 8 ຄົນ. ໃນຕົ້ນຊຸມປີ 70 ລາວໄດ້ຮັບທຶນໄປສຶກສາຕໍ່ທີ່ ລັດຮາວາຍ ປະເທດສະຫະລັດອາເມລິກາ ບ່ອນທີ່ລາວໄດ້ຮັບປະລິນຍາຕີດ້ານການສຶກສາ (1974) ແລະ ປະລິນຍາໂທດ້ານກະສິກຳ (1978).

ລາວໄດ້ເດີນທາງກັບມາບ້ານ ເກີດພາຍຫລັງທີ່ໄດ້ ສະຖາປະນາເປັນປະເທດ ສປປ ລາວ. ວຽກ ຂອງສົມບັດໃນໄລຍະ ທຳອິດແມ່ນກ່ຽວກັບການສາທິດ ການປັບປຸງການຜະລິດກະສິກຳ ແລະ ຮັບປະກັນສະບຽງອາຫານ ທີ່ໄຊ້ ຕົ້ນທຶນຕຳ່. ຫລັງຈາກນັ້ນ ລາວໄດ້ລິເລີ່ມການນຳໃຊ້ເຕັກນິກ ການປະເມີນສະຖານນະພາບ ແບບມີສ່ວນຮ່ວມຂອງຊຸມຊົນ ໃນລາວ. ໃນປີ 1996 ລາວໄດ້ຮັບ ອະນຸຍາດຈາກກະຊວງສຶກສາທິ ການຈັດຕັ້ງສູນອົບຮົມຮ່ວມ ພັດທະນາ ຫລື ສູນປາແດກ ຂຶ້ນ ເພື່ອຕອບສະຫນອງການຝຶກອົບຮົມໃຫ້ກັບຊາວຫນຸ່ມ ແລະ ເຈົ້າຫນ້າທີ່ລັດຂັ້ນທ້ອງຖິ່ນໃນດ້ານ ການພັດທະນາ ໂດຍອີງໃສ່ຊຸມຊົນເປັນພື້ນຖານ.

ໃນກາງປີ 2012 ສົມບັດ ໄດ້ກະສຽນຈາກ ຕຳແຫນ່ງຫົວຫນ້າອົງການປາແດກ ແລະ ຕັ້ງໃຈທີ່ຈະ ໃຊ້ເວລາຫລາຍຂຶ້ນກັບຄອບຄົວ, ນັ່ງສະມາທິ ແລະ ຂີດຂຽນ.

ເບິ່ງເພີ່ມເຕີມ about Sombath in  a ຊີວະປະຫວັດ (Biography) written when he received the Magsaysay Award,  or at his page on Wikipedia.

There are also pages about Sombath on the PADETC and Saoban websites.

Finally, more about Sombath can be found on this website on the ວຽກຂອງສົມບັດ ຈົດຫມາຍເຖິງສົມບັດ, ແລະ ຕົ້ນໄມ້ບັນດານໃຈ pages.