ວິດີໂອ

ວິດີໂອຂອງການລັກພາຕົວຂອງສົມບັດສົມພອນໃນວັນທີ 15 ເດືອນທັນວາ 2012 ຍູ່ຂ້າງລຸ່ມນີ້. ນອກຈາກນັ້ນ, ເບິ່ງ ລະດັບເຫດການຂອງການສຶບສວນເປັນທາງການ ແລະ ຄຳຖາມທີ່ໄດ້ຍົກຂຶ້ນມາ ກ່ຽວກັບການສຶບສວນນັ້ນ.

ຕໍ່ໄປນີ້ ການສາຍຮູບມາຈາກກ້ອງວົງຈອນປິດ ທີ່ໄດ້ບັນທຶກໄວ້ ສາຍໃຫ້ເບິ່ງ ໃນຈໍຄອມປິວເຕີ ເໝືອນດັ່ງ “Cam bootleg,” ດັ່ງນັ້ນ ຄວາມແຈ້ງ ລະອຽດຈຶ່ງຫາຍໄປ. ທັ້ງ ໆ ຫຼາຍປະເທດໄດ້ຍື່ນມືເຂົ້າມາຊ່ວຍເຫຼືອໃນການວິໄຈ ການອັດຮູບທຳອິດ ຂອງກ້ອງວົງຈອນປິດ ທີ່ບໍ່ໄດ້ປ່ອຍອອກມາ.

http://www.youtube.com/watch?v=GSZzzk3Ay1M

ເລື້ອງໃນວິດີໂອ ທີ່ຍືດຍາວມີຢູ່ທີ່ນີ້.

ບົດລາຍງານຂອງອົງການ Amnesty International ”ຈັບຜິດຈາກກ້ອງ: ການບັງຄັບບຸກຄົນໄຫ້ສູນຫາຍ ກໍລະນີສົມບັດສົມພອນ” ໄດ້ອຳນວຍໃຫ້ມີການວິໄຈຕື່ມອີກ.

ອົງການນິລະໂທດກຳຂອງສາກົນ ຖະແຫຼງສັ້ນ ໆ ວ່າ ການຫາຍສາບສູນໂດຍການ ບັງຄັບຂອງ ສົມບັດ ສົມພອນ ທີ່ຈັບໄດ້ໃນກ້ອງ

ຮູບນິ້ງ ຈາກວິດີໂອ:

1. ຕຳຫລວດຢຸດລົດຈິບແລະເວົ້າກັບສົມບັດ.

01-police-stop-jeep-talk-to-sombath

2. ສົມບັດອອກຈາກລົດຈິບແລະໄປນຳຕຳຫລວດຢູ່ຂ້າງຖະໜົນ (~70 ວິນາທີ ຕໍ່ມາ).

02-Sombath-exits-Jeep-joins-police

3.  ຕຳຫລວດລໍຖ້າຢູ່ຫລັງລົດຈິບແລະຕໍ່ໜ້າປ້ອມຍາມ (~30 ວິນາທີ ຕໍ່ມາ).

03-Police-behind-Jeep

4. ບຸກຄົນນຸ່ງເສື້ອສີດຳຂີ່ລົດໂມໂຕມາ (~8 ວິນາທີ ຕໍ່ມາ).

04-Person-in-Black-Arrives-on-Motorcycle

5. ບຸກຄົນນຸ່ງເສື້ອສີດຳ ຟ້າວໄປຫາຕຳຫລວດ (~5 ວິນາທີ ຕໍ່ມາ).

05-Person-Rushes-to-Join-Police

6. ບຸກຄົນນຸ່ງເສື້ອສີດຳຂຶ້ນລົດຈິບ (~30 ວິນາທີ ຕໍ່ມາ).

06-Person-in-Black-Gets-in-Jeep

7. ລົດຈິບຖືກຂັບອອກໄປ ປະໂມໂຕໄວ້ (~15 ວິນາທີ ຕໍ່ມາ).

07-Jeep-driven-away

8. ບຸກຄົນນຸ່ງເສື້ອຂາວລໍຖ້າຕໍ່ໜ້າປ້ອມຍາມຕຳຫລວດລໍຖ້າລົດກະບະ (~3.5 ນາທີຕໍ່ມາ).

08-Person-in-white-waits-for-pickup

9. ລົດກະບະມາຮອດ (~40 ວິນາທີ ຕໍ່ມາ).

09-Pickup-arrives

10. ບຸກຄົນນຸ່ງເສື້ອຂາວຂຶ້ນຂີ່ລົດກະບະ (~5 ນາທີ ຕໍ່ມາ).

10-Person-in-white-gets-in-pickup-arrives

11. ນຶ່ງ ຫຼື ສອງຄົນ ລວມທັງສົມບັດເຂົ້າໄປໃນລົດກະບະ (~2 ວິນາທີ ຕໍ່ມາ).

11-One-or-two-more-persons-enter-pickup

12. ຕຳຫລວດເວົ້າກັບຄົນທີ່ຂີ່ລົດໂມໂຕທີ່ອອກໄປຈາກຫລັງປ້ອມຍາມ (~2 ວິນາທີ ຕໍ່ມາ).

12-Police-talking-to-motorcyle

13. ລົດໂມໂຕຂັບອອກໄປ, ບາງທີມີການຍິງປືນຂຶ້ນ (~3 ວິນາທີ ຕໍ່ມາ) ເບິ່ງລາຍງານຂອງ Amnesty International: Caught on Camera.

13-motorcycle-leaves-firing-shot

14. ລົດກະບະອອກໄປ ຕຳຫລວດຍັງຢູ່ (~10 ວິນາທີ ຕໍ່ມາ).

14-pickup-departs

15. ຕຳຫລວດກວດກາລົດໂມໂຕ (~35 ວິນາທີ ຕໍ່ມາ).

15-police-checks-motorcycle

16. ບຸກຄົນນຸ່ງເສື້ອສີຂາວແກ່ລົດໂມໂຕອອກ (~3-4 ນາທີ ຕໍ່ມາ).

16-person-in-white-drags-motorcycle

ຮູບພາບສະແດງສະຖານທີ່ຈອດລົດຈິບ ແລະລົດກະບະ ແລະປ້ອມຍາມຂອງຕຳຫລວດ:

Police Booth

ແຜນທີ່ສະແດງ ກ້ອງວົງຈອນປິດໃນເຂດໃກ້:

Map-13