ວິທະຍຸເອເຊຍເສລີ: 17 ທັນວາ 2018
ຜ່ານໄປເປັນເວລາ 6 ປີ ພໍດີ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສດີເດັ່ນ ໄດ້ຖືກລັກພາໂຕ ຢູ່ຕໍ່ໜ້າປ້ອມຍາມຕຳຣວຈ ກົງກັນຂ້າມ ກັບວິທຍາລັຍການຊ່າງລາວ-ເຢັຽຣະມັນ ໃນຕອນແລງ ວັນທີ 15 ທັນວາ 2012. ຈົນເທົ້າຊູ່ມື້ນີ້, ກໍຍັງບໍ່ມີໃຜ ຮູ້ຊະຕາກັມ ຂອງທ່ານ ສົມບັດ ວ່າ ທ່ານ ຖືກລັກພາໂຕໄປໃສ? ແມ່ນໃຜເອົາໄປ ແລະ ຍັງມີຊີວິຕຢູ່ ຫຼືບໍ່? ແມ່ນໃຜ ຈະເປັນຜູ້ຮັບຜິດຊອບ? ທຸກຢ່າງ ກໍຍັງເປັນ ປິສນາ. ໃນຖານະພັລຍາ, ມາດາມ ອຶ້ງ ຊຸຍ-ເມັ້ງ ກໍຍັງບໍ່ໄດ້ຮັບຄຳຕອບໃດໆ ຈາກທາງການລາວ ກ່ຽວກັບຊະຕາກັມ ຂອງຜູ້ເປັນສາມີຂອງຕົນ. ມາດາມ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ທີ່ນະຄອນຫຼວງບາງກອກ, ປະເທສໄທ ເມື່ອວັນທີ 12 ທັນວາ ທີ່ຫາ ກໍຜ່ານມານີ້ວ່າ:
“ຫຼັງຈາກ 6 ປີແລ້ວ, ກະບໍ່ມີຮ່ອງຮອຍຫຍັງ ລະກະບໍ່ມີຄຳຕອບ. ແນ່ນອນ, ມັນກະເປັນໂສກເສົ້າເສັຽໃຈ ລະກະອຸກໃຈຫຼາຍ, ທຸກມື້ກະຍັງ ອຸກໃຈ ເພາະວ່າ ບໍ່ມີຄຳຕອບ ແລະ ບໍ່ຮູ້ວ່າເພິ່ນຢູ່ໃສ? ບໍ່ຮູ້ວ່າຊະຕາກັມ ຂອງເພິ່ນເປັນແນວໃດ? (ນັກຂ່າວ ວິທຍຸເອເຊັຽເສຣີ: ທ່ານຮູ້ບໍ່ວ່າ ເປັນຍ້ອນສາເຫຕຫຍັງ ຈຶ່ງບໍ່ມີຄວາມຄືບໜ້າ?) ອັນນີ້ ກະບໍ່ຮູ້ເນາະ ມັນກະເປັນ ເຈົ້າໜ້າທີ່ ຈຶ່ງຮູ້ແລ້ວ, ຜູ້ເປັນຣັຖບານ ຂະເຈົ້າຕ້ອງຮູ້ຊັດເຈນ.” Continue reading “6 ປີ ຊອກຫາ ທ. ສົມບັດ ບໍ່ມີຄວາມຄືບໜ້າ”