ຍັງບໍ່ມີ ຄວາມຄືບໜ້າ, ທ່ານ ສົມບັດ ສົມພອນ

ທະຍຸເອເຊຍເສລີ: 15 ສິທັນວາ2021

ຄົບຮອບ 9 ປີ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ, ທີ່ ສະໂມສອນນັກຂ່າວ ຕ່າງປະເທດ, ນະຄອນຫຼວງບາງກອກ ປະເທດໄທຍ, ວັນທີ 14 ທັນວາ 2021

ຄົບຮອບ 9 ປີ ການລັກພາໂຕ ຫຼືການຫາຍສາບສູນ ຂອງທ່ານສົມບັດ ສົມພອນ ນັກພັທນາອະວຸໂສດີເດັ່ນຊາວລາວ ແລະເຈົ້າຂອງລາງວັນ ແມັກໄຊ໋ໆ ປີ 2005 ຍັງບໍ່ມີຄວາມຄືບໜ້າ ໃນການສືບສວນ-ສອບສວນ ຈາກຣັຖບານລາວເທື່ອ ເຊິ່ງສ້າງຄວາມຜິດຫວັງທີ່ສຸດ ຕໍ່ກັບຄອບຄົວຂອງທ່ານສົມບັດ ສົມພອນ ແລະອົງການຈັດຕັ້ງສາກົລຕ່າງໆ ທີ່ພຍາຍາມຮຽກຮ້ອງ ເພື່ອທວງຖາມຄໍາຕອບ ຈາກຣັຖບານລາວ ຕລອດ 9 ປີທີ່ຜ່ານມາ.

ຍານາງ ອຶ້ງ ຊຸ່ຍເມັ້ງ ພັລຍາຂອງທ່ານສົມບັດ ສົມພອນ ກ່າວໃນງານຄົບຄອບ 9 ປີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ທີ່ສະໂມສອນນັກຂ່າວຕ່າງປະເທດ ໃນນະຄອນຫຼວງບາງກອກ ປະເທດໄທຍ ໃນວັນທີ່ 14 ທັນວາ 2021 ນີ້ວ່າ:

“ກະບໍ່ມີຫຍັງຄືບໜ້າ ບໍ່ມີຫຍັງຈັກດີ້ເລີຍ ແລະທາງການລາວ ກະບໍ່ໄດ້ຊ່ວຍອິສັງ ເຈົ້າໜ້າທີ່ກະບໍ່ໄດ້ ກະແນ່ນອນ ຂ້ອຍຊິເຮັດຫຍັງໄດ້ເນາະ ຂ້ອຍມີແຕ່ທຸກມື້ນີ້ຄິດວ່າ ຂ້ອຍຊິເຮັດຢ່າງໃດ ຂ້ອຍຄິດວ່າ ຂ້ອຍປ່ອຍບໍ່ໄດ້ ສົມບັດແມ່ນຜູ້ທີ່ຮັກຢູ່ໃນຊີວິດຂອງຂ້ອຍ ຂ້ອຍຕ້ອງສູ້ຕໍ່.”

ຍານາງ ຍັງກ່າວອີກວ່າ ໄລຍະ 9 ປີ ທີ່ຜ່ານມາ ບໍ່ເຄີຍລືມທ່ານສົມບັດ ສົມພອນ ແລະຈະສືບຕໍ່ຊອກຫາທ່ານສົມບັດຕໍ່ໄປ ເຖິງຄົນທີ່ເອົາໂຕ ທ່ານສົມບັດ ສົມພອນໄປ ແຕ່ພວກເຂົາກໍເອົາຜົນງານ ແລະປວັດຂອງທ່ານສົມບັດ ໄປບໍ່ໄດ້.

ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ໃນປີນີ້ ຍານາງ ອຶ້ງ ຊຸ່ຍເມັ້ງ ແລະຄອບຄົວ ກໍໄດ້ເຮັດປຶ້ມຊີວິດ, ວຽກງານ ແລະການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ເປັນການບອກເລົ່າເຣື່ອງຣາວຕ່າງໆ ຕລອດໄລຍະ 30 ປີ ທີ່ທ່ານສົມບັດ ໄດ້ເຮັດວຽກ ແລະປັບປຸງຄຸນນະພາບຊີວິດ ຂອງຊຸມຊົນໃນປະເທດລາວ ຈົນກະທັ້ງຖືກລັກພາໂຕ ແລະບັງຄັບໃຫ້ຫາຍສາບສູນໄປ ໃນມື້ວັນທີ່ 15 ທັນວາ ປີ 2012 ໃນໃຈກາງນະຄອນຫຼວງວຽງຈັນ.

ປຶ້ມດັ່ງກ່າວ ຍັງເລົ່າເຖິງການເຮັດວຽກດ້ານພັທນາຊຸມຊົນ ແລະຄົນຮຸ່ນໃໝ່ ທີ່ກ້າວໜ້າຂອງທ່ານສົມບັດ ທີ່ເຮັດໃຫ້ທ່ານໄດ້ຮັບການສັນຣະເສີນຢ່າງກວ້າງຂວາງ ວ່າເປັນຜູ້ຊ່ຽວຊານ ແລະມີຄວາມເປັນຜູ້ນໍາໃນດ້ານການພັທນາຂອງລາວ.

ນອກຈາກນີ້ ໃນປຶ້ມຫົວດັ່ງກ່າວ ຍັງບັນທຶກເຫດການທີ່ທາງການລາວ ໄດ້ປະຕິເສດ ກໍຣະນີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ແລະການຕໍ່ສູ້ ໂດຍບໍ່ຮູ້ຈັກຄວາມອິດເມື່ອຍ ເທິງເສັ້ນທາງທີ່ເຕັມໄປດ້ວຍຄວາມທຸກໃຈຂອງພັລຍາທ່ານສົມບັດ ນັບແຕ່ທ່ານສົມບັດ ໄດ້ຫາຍສາບສູນໄປ ເພື່ອເຕົ້າໂຮມໃຫ້ເກີດການສນັບສນຸນ ລະຫວ່າງປະເທດ ເພື່ອໃຫ້ທ່ານສົມບັດ ສົມພອນ ກັບມາຢ່າງປອດພັຍ.

ສໍາລັບປຶ້ມຊີວິດ, ວຽກງານ ແລະການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ເບື້ອງຕົ້ນນີ້ ຈະເປີດຂາຍສະເພາະໃນປະເທດໄທຍກ່ອນ ຈໍານວນ 1,000 ຫົວ. ສ່ວນໃນປະເທດລາວ ກໍຈະແຈກໃຫ້ສະເພາະຄອບຄົວ ແລະໝູ່ເພື່ອນທີ່ຮັກແພງຂອງທ່ານສົມບັດ ສົມພອນ ແຕ່ຫາກມີຄົນສົນໃຈເປັນຈໍານວນຫຼາຍ ກໍຈະຜລິດຂາຍໃນໄລຍະຕໍ່ໄປ.

ຂະນະທີ່ ອົງການດ້ານສິດທິມະນຸດສາກົລ ຫຼື Human Right Watch ກໍຍັງບໍ່ລືມ ທ່ານສົມບັດ ສົມພອນ ໂດຍຕລອດ 9 ປີທີ່ຜ່ານມາ ກໍພຍາຍາມຮຽກຮ້ອງ ກົດດັນທຸກຫົນທາງ ໃຫ້ຣັຖບານລາວ ເປີດເຜີຍຂໍ້ມູນການສືບສວນ-ສອບສວນ ກໍຣະນີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ໃຫ້ຄອບຄົວ ແລະສັງຄົມໂລກຮັບຮູ້ ແຕ່ຣັຖບານລາວ ກໍເລືອກທີ່ຈະມິດງຽບ ແລະບໍ່ກ່າວເຖິງເຫດການດັ່ງກ່າວ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທິມະນຸດ ປະຈໍາພູມິພາກ ອາເຊັຍຕາເວັນອອກສຽງໃຕ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນງານເປີດໂຕປຶ້ມ ແລະວາຣະຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ທີ່ສະໂມສອນນັກຂ່າວຕ່າງປະເທດ ໃນນະຄອນຫຼວງບາງກອກ ປະເທດໄທຍ ໃນວັນທີ່ 14 ທັນວາ 2021 ນີ້ວ່າ ພວກທ່ານຈະບໍ່ຍອມແພ້ ແລະຈະຮຽກຮ້ອງ ກົດດັນຣັຖບານລາວທຸກຄັ້ງ ເມື່ອມີໂອກາດ ເພື່ອໃຫ້ຣັຖບານລາວ ເປີດເຜີຍວ່າ ທ່ານສົມບັດ ສົມພອນ ຢູ່ໃສ:

“ເຮົາຜັກດັນທຸກປີ ເຮົາກະຜັກດັນໃຫ້ຣັຖບານອື່ນໆ ເຊັ່ນສະຫະຣັຖອະເມຣິກາ ອອສເຕເຣັຍ ຮ່ວມຜັກດັນນໍາດ້ວຍ ເຮົາບໍ່ຖອຍ ເຮົາຈະສູ້ ເພາະວ່າທາງການລາວຮູ້ວ່າ ທ່ານສົມບັດຢູ່ໃສ ທາງການລາວຮູ້ວ່າ ເກີດຫຍັງຂຶ້ນກັບທ່ານສົມບັດ ຣັຖບານລາວກະຮູ້ຈະແຈ້ງນ່າ ຣັຖບານຮູ້ ພຽງແຕ່ເຂົາບໍ່ຢາກບອກ ວ່າທ່ານສົມບັດ ຢູ່ໃສ.”

ຍານາງ ເປມຣຶດີ ດາວເຣືອງ ຈາກອົງການ Project Sevana Southeast Asia ຜູ້ເຄີຍໄດ້ຮ່ວມງານກັບທ່ານສົມບັດ ສົມພອນ ກໍກ່າວວວ່າ ຈາກເຫດການທີ່ທ່ານສົມບັດ ສົມພອນ ໄດ້ພະເຊີນຢູ່ນັ້ນ ມັນເຮັດໃຫ້ເຫັນຈະແຈ້ງວ່າ ມັນມີຄວາມຂັດແຍ້ງກັນສູງ ໃນສັງຄົມລາວ ເພາະເຮົາເຫັນຄວາມໂອບອ້ອມອາລີ, ຄວາມສຸພາບ, ຄວາມສງົບສຸຂ ໃນສັງຄົມລາວ ແຕ່່ໃນເວລາດຽວກັນ ກະມີຄວາມຮຸນແຮງແອບແຝງຢູ່ ແລະຍັງມີຢູ່ແບບເລື້ອຍໆ.

ການຍຶດໝັ້ນໃນຄວາມພຍາຍາມ ຂອງຍານາງ ອຶ້ງ ຊຸ່ຍເມັ້ງ ຕລອດ 9 ປີທີ່ຜ່ານມາ ໃນການເວົ້າເຖິງປະເດັນ ການບັງຄັບໃຫ້ຄົນຫາຍສາບສູນໄປນັ້ນ ແມ່ນໄດ້ກາຍເປັນປະເດັນທີ່ເກີດການເວົ້າເຖິງຢ່າງແຜ່ຫຼາຍ ໃນພູມິພາກ ເຊິ່ງເຫັນວ່າ ມີປໂຍດຫຼາຍ ໃນການຮຽນຮູ້ ແລະເປັນບົດຮຽນອັນສໍາຄັນໃຫ້ກັບທຸກຄົນ:

“ບົດຮຽນ ທີ່ເຮົາໄດ້ຮຽນຈາກອ້າຍສົມບັດນີ້ ເປັນບົດຮຽນຂອງພູມິພາກ ເຊິ່ງສໍາຄັນ ໂຕຂ້ອຍເອງນີ້ ຢາກໃຫ້ເຮົາເບິ່ງຮ່ວມກັນວ່າ ເຮັດແນວໃດ ປະເດັນການອຸ້ມຫາຍ ການບັງຄັບໃຫ້ຫາຍສາບສູນນີ້ ຈະຫາຍໄປຈາກພູມິພາກ.”

ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ທາງວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມຕິດຕໍ່ໄປຫາ ກະຊວງການຕ່າງປະເທດ ແລະກົມຕໍາຣວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສງົບ ໃນປະເທດລາວ ເພື່ອສອບຖາມຄວາມຄືບໜ້າ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ໃຫ້ຄໍາຕອບໄດ້.

ປັດຈຸບັນ ການທໍຣະມານ ແລະການບັງຄັບໃຫ້ຄົນຫາຍສາບສູນໄປ ໃນພູມິພາກອາຊ້ຽນ ແມ່ນຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ສະເພາະປະເທດໄທຍ ກໍມີການບັນທຶກວ່າ ມີບຸກຄົນ ທັງຄົນໄທຍ, ຄົນລາວ ແລະຄົນສັນຊາດອື່ນໆຈໍານວນນຶ່ງ ໄດ້ຫາຍສາບສູນໄປໃນປະເທດໄທຍ ປະມານ 100 ຄົນ ນັບແຕ່ມີການຮ້ອງຮຽນ ເຊິ່ງແຕ່ລະກໍຣະນີ ກໍບໍ່ມີຄວາມຄືບໜ້າ ໃນການສືບສວນ-ສອບສວນແຕ່ຢ່່າງໃດ.

ຍານາງພອນເພັນ ຄົງຂະຈອນກຽດ ຜູ້ອໍານວຍການບໍຣິຫານ ມູລນິິທິຜະສານວັທນະທັມ ປະເທດໄທຍ ກໍພຍາຍາມຜັກດັນ ໃຫ້ປະເທດໄທຍມີກົດໝາຍ ວ່າດ້ວຍ ການປ້ອງກັນ ແລະປາມປາມການທໍຣະມານ ແລະການກະທໍາໃຫ້ບຸກຄົນຫາຍສາບສູນ ຫຼື ພ.ຣ.ບ ອຸ້ມຫາຍ ເພື່ອໃຫ້ສອດຄ່ອງກັບອະນຸສັນຍາ ດ້ານການປົກປ້ອງສິດທິມະນຸດ ຂອງອົງການສະຫະປະຊາຊາດ:

“ດັ່ງນັ້ນຄວາມສໍາຄັນ ຂອງພະຣາຊບັນຍັດສບັບນີ້ ກະຄືຈະບອກກັບສັງຄົມ ບອກກັບເຈົ້າໜ້າທີ່ຣັຖ ບອກກັບປະຊາຊົນ ການທໍຣະມານ ແລະການບັງຄັບໃຫ້ຫາຍສູນຫາຍນີ້ ເປັນການກະທໍາທີ່ຜິດກົດໝາຍ ແລະມີໂທດທີ່ໜັກຂຶ້ນ ແລະໝາຍເຖິງການຍຽວຢາ ຜູ້ເສັຍຫາຍນໍາດ້ວຍ.”

ໂຕຢ່າງ ກໍຣະນີ ຂອງທ້າວອ໊ອດ ໄຊຍະວົງ ນັກເຄື່ອນໄຫວຊາວລາວ ເພື່ອຮຽກຮ້ອງປະຊາທິປະໄຕ ຢ່າງສັນຕິວິທີ ທີ່ເຂົ້າມາຂໍລີ້ພັຍຢູ່ປະເທດໄທຍ ແລ້ວຫາຍສາບສູນໄປ ຢູ່ນະຄອນຫຼວງບາງກອກ ປະເທດໄທຍ ໃນມື້ວັນທີ່ 26 ເດືອນສິງຫາ ປີ 2019 ຈົນມາຮອດປັດຈຸບັນ ເຈົ້າໜ້າທີ່ີຕໍາຣວດຜູ້ຮັບຜິດຊອບຄະດີຂອງທ້າວອ໊ອດ ກໍມິດງຽບ ບໍ່ມີການສືບສວນ-ສອບສວນແຕ່ຢ່າງໃດ.

ສ່ວນໃນປະເທດລາວ ກໍມີກຸ່ມຜູ້ລີ້ພັຍທາງການເມືອງຊາວໄທຍ ຈໍານວນ 5 ຄົນ ທີ່ຫາຍສາບສູນໄປ ໃນປະເທດລາວ ກໍບໍ່ມີການຕິດຕາມໂຕ ແລະສືບສວນ-ສອບສວນ ຈາກເຈົ້າໜ້າທີ່ລາວ ຄືກັນ. ແນວໃດກໍຕາມ ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ກໍຍັງມີຫຼາຍອົງການ ແລະໜ່ວຍງານທີ່ກ່ຽວຂ້ອງ ຮວມເຖິງນັກວິຊາການຫຼາຍທ່ານ ເຂົ້າຮ່ວມຮັບຟັງ ຄືດັ່ງຫຼາຍປີທີ່ຜ່ານມາ ເພື່ອເປັນກໍາລັງໃຈອັນສໍາຄັນ ໃຫ້ຍານາງ ອຶ້ງ ຊຸ່ຍເມັ້ງ ແລະຄອບຄົວ ແລະບຸກຄົນອື່ນໆ ທີ່ຕົກເປັນເຫຍື່ອຂອງການຖືກບັງຄັບໃຫ້ຫາຍສາບສູນ.

ສາກົນຮຽກຮ້ອງ ຣັຖບາລລາວ ໃຫ້ປັບປຸງ ນັບຖື ສິດທິມະນຸດ

ວິທະຍຸເອເຊຍເສລີ: 18 ມິຖຸນາ 2021

ໃນໄລຍະ ທ້າຍປີ 2019, ສປຊ ໄດ້ສົ່ງ ເອກກະສານ ໃຫ້ ທາງການ ລາວ-ໄທຍ ຊີ້ແຈງເພີ່ມຕື່ມ ໃນການຫາຍສາບສູນ ຂອງ ທ້າວ ອອດ ໄຊຍະວົງ.

ສະຫະພັນສິດທິມະນຸດສາກົນ ຫລື FIDH ທີ່ມີສໍານັກງານປະຈໍາຢູ່ ຫຼາຍປະເທດໃນທົ່ວໂລກ ໄດ້ຮຽກ ຮ້ອງໃຫ້ສະຫະພາບຢູໂຣບ ກົດດັນຣັຖບາລລາວ ໃຫ້ແກ້ໄຂບັນຫາການຣະເມີດ ສິດທິມະນຸດໃນລາວ ໃນວາຣະກອງປະຊຸມທາງໄກ ກ່ຽວກັບສິດທິມະນຸດ ຄັ້ງທີ 10 ຣະຫວ່າງ ສະຫາພາບຢູໂຣບ ແລະ ສປປລາວ ໃນມື້ວັນທີ 16 ມິຖຸນາ ນີ້ ໂດຍສະເພາະບັນຫາ ການຣະເມີດສິດ ຂອງ ຜູ້ທີ່ ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອອນລາຍ ເປັນຕົ້ນກໍຣະນີ ນາງຮວຍເຮືອງ ໄຊຍະບູຣີ ຫລື ນາງໝວຍ ແລະ ກໍຣະນີຄົນງານ ລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຄື ທ້າວສຸການ ໃຈທັດ, ທ້າວສົມພອນ ພິມມະສອນ ແລະ ນາງຫຼອດຄໍາ ທໍາມະວົງ ຊຶ່ງ ຖືກທາງການລາວ ກ່າວຫາວ່າ ໃສ່ຮ້າຍປ້າຍສີພັກ-ຣັຖ ແລະ ຖືກຈັບຂັງຄຸກຈົນມາ ເຖິງປັດຈຸບັນ.

ກ່ຽວກັບເຣື່ອງນີ້, ທ່ານ Andrea Giorgetta ຜູ້ອຳນວຍການ ສະຫະພັນສິດທິມະນຸດ ສາກົລ ປະຈຳຂົງເຂດເອເຊັຽ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜ່ານທາງອີເມລ ວ່າ:

“ສະພາບ ຂອງສິດທິມະນຸດໃນລາວ ຍັງຖືວ່າຢູ່ໃນຣະດັບທີ່ຂີ້ຮ້າຍຢູ່ ແລະ ມີສັນຍານຫຼາຍຢ່າງວ່າ ຄະນະຜູ້ນຳຊຸດໃໝ່ ຂອງລາວ ຍັງຄົງຈະປະຕິບັດ ທຸກຢ່າງ ບໍ່ແຕກຕ່າງຈາກຄະນະ ຜູ້ນຳຊຸດທີ່ຜ່ານມາ ລວມທັງການສືບຕໍ່ ຈຳກັດຮັດແຄບ ພາກປະຊາສັງຄົມ. ບັນຫາການບັງຄັບ ໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ທີ່ຍັງບໍ່ຖືກແກ້ໄຂນັ້ນ ກໍຖືເປັນບັນຫາ ໃຫຍ່ອີກບັນຫານຶ່ງ ທີ່ຍັງໜ້າເປັນຫ່ວງ.” Continue reading “ສາກົນຮຽກຮ້ອງ ຣັຖບາລລາວ ໃຫ້ປັບປຸງ ນັບຖື ສິດທິມະນຸດ”

ສາກົລຮຽກຮ້ອງຄໍາຕອບ ເຣື່ອງ ທ. ສົມບັດ

ວິທະຍຸເອເຊຍເສລີ: 15 ທັນວາ 2020

ຄົບຮອບ 8 ປີ ການຫາຍໂຕຂອງ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສລາວ, ແລະ ເຈົ້າຂອງລາງວັນແມັກໄຊໄຊ ປີ 2005. ໂດຍທີ່ຫຼາຍອົງການ ດ້ານສິດທິມະນຸດ ໄດ້ຮຽກຮ້ອງ ໃຫ້ຣັຖບານລາວ, ເປີດເຜີຍຂໍ້ມູນການສືບສວນສອບສວນ, ໃນການຫາຍໂຕ ໄປຂອງ ທ່ານ ສົມບັດ ສົມພອນ, ໃຫ້ສາທາຣະນະໄດ້ຮັບຮູ້.

ດັ່ງ ທ່ານ Phil Robertson ຮອງອຳນວຍການ ອົງກອນສິດທິມະນຸດ, ປະຈຳພູມີພາກເອເຊັຽຕາເວັນອອກສຽງໃຕ້, ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 14 ທັນວາ 2020 ນີ້ວ່າ.

“ບໍ່ວ່າຈະເປັນ 8 ປີ, ເຮົາກາບໍ່ລືມ, ເຮົາຈະສູ້ເຮົາກາຖາມຣັຖບານລາວຕລອດວ່າ, ທ່ານເຮັດຫຍັງ ກັບທ່ານສົມບັດ ແຕ່ຣັຖບານລາວ ບໍ່ຕອບເລີຍ. ເຮົາກາເລີຍຢາກຍົກປະເດັນເຣື່ອງນີ້, ໃຫ້ຣັຖບານອື່ນໆ, ໃຫ້ສະຫະປະຊາຊາດ, ໃຫ້ອົງການສິດທິມະນຸດ, ຢູ່ນະຄອນ ເຈນີວາ ຍົກປະເດັນນີ້ຂຶ້ນມາເວົ້າ, ບໍ່ມີໃຜລືມວ່າຣັຖບານລາວ ເຮັດຫຍັງໄວ້ກັບ ທ່ານສົມບັດ.” Continue reading “ສາກົລຮຽກຮ້ອງຄໍາຕອບ ເຣື່ອງ ທ. ສົມບັດ”

ສະຫະພາບຢູຣົບ ຄວນຈະຕ້ອງຮຽກຮ້ອງໃຫ້ທາງການສປປລາວ ແກ້ໃຂບັນຫາສິດທິມະນຸດ ເນື່ອງໃນໂອກາດພົບປະສົນທະນາລະຫວ່າງສອງຝ່າຍ

FIDH: 07 ມິນາ 2019

ສະຫະພາບຢູຣົບ ຄວນຈະຕ້ອງ ຮຽກຮ້ອງໃຫ້ທາງການ ສປປລາວ ປ່ອຍຕົວ ເຫຼົ່ານັກໂທດ ທີ່ຖືກຈັບ ຍ້ອນກ່າວຕ້ອງຕິລັຖບານ, ທຳການສືບສວນ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ແລະ ຊົດເຊີຍ ບັນດາຜູ້ໄດ້ຮັບເຄາະ ຈາກການຍຶດທີ່ດິນ ແລະ ເຂື່ອນແຕກເມື່ອບໍ່ນານມານີ້, ນີ້ຄືຖແລງການຮ່ວມຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ ແລະ ຂະບວນລາວເພື່ອສິດທິມະນຸດ(ຂລສມ) ເນື່ອງໃນໂອກາດ ກອງປະຊຸມ ຄັ້ງທີ9 ລະຫວ່າງສອງຝ່າຍ ໃນມື້ນີ້ ທີ່ເມືອງ ວຽງຈັນ.

ນອກຈາກນັ້ນ ທັງສອງອົງການ ຍັງໄດ້ ລາຍງານເຖິງ ສະຖານະພາບ ປະຈຸບັນ ດ້ານສິດທິມະນຸດ ໃນ ສປປລາວ ໃນລະຍະຫຼັງກອງປະຊຸມພົບພໍ້ລະຫວ່າງສອງຝ່າຍ ຄັ້ງຫຼ້າສຸດ ເມື່ອເດືອນມີນາ 2018 ທີ່ນະຄອນຫຼວງວຽງຈັນ. ລາຍງານດັ່ງກ່າວໄດ້ເວົ້າເຖິງບັນຫາ : 1/ ການຈັບຕົວໂດຍບໍ່ມີການສືບສວນ ; 2/ ການຫາຍສາບສູນ ແບບຖືກບັງຄັບ ; 3/ ການລ່ວງລະເມີດ ເສຣີພາບທາງດ້ານສາສນາ ຫຼືການ ເຊື່ອຖື ; 4/ ພັຍພິບັດ ຈາກເຄື່ອນ ເຊປ່ຽນເຊນໍ້ານ້ອຍແຕກ ; 5/ ສິດທິທີ່ດິນ.

‘’ເນື່ອງຈາກວ່າ ຂາດຄວາມ ຄືບໜ້າຢ່າງໜັກ ທາງດ້ານ ການເຄົາຣົບສິດທິມະນຸດ, ສະຫະພາບຢູຣົບ ຄວນຈະຕ້ອງ ຂື້ນສຽງແຮງກ່ອນເກົ່າຕໍ່ຝ່າຍສປປລາວ, ໂດຍຕ້ອງ ຮຽກທວງໃຫ້ສປປລາວ ໃຫ້ຄຳໝັ້ນສັນຍາຢ່າງແທ້ຈິງ ແລະ ພັກດັນ ໃຫ້ການໂອ້ລົມຄັ້ງນີ້ ເກີດໝາກຜົນ ເຊັ່ນ ໃຫ້ທາງການ ສປປລາວ ຮັບຮອງວ່າ ຈະປ່ອຍຕົວ ໂດຍ ຮີບດວ່ນ ແລະ ບໍ່ມີເງື່ອນໄຂ ທູກຄົນ ທິ່ຖືກຈັບກູມຄູມຂັງ ທາງການເມືອງ. ສະຫະພາບຢູຣົບ ບໍ່ຄວນຕົກຢູ່ໄນກົນໄກ ທີ່ປອ່ຍໃຫ້ ລັຖບານ ສປປ ລາວ ລູດລະດັບຄູນນະພາບ ຂອງ ກອງປະຊຸມ ສີດທິມະນູດນີ້ ໄຫ້ກາຍເປັນພິທິກັມ ທີ່ວ່າງເປົ່າ ແລະ ບໍ່ມີຄວາມໝາຍ ‘’ເດບີ ສະຕອດທາດ (Debbie Stothard) ເລຂາທິການ ເອກ ຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ

ຍັງເຫຼືອນັກໂທດການເມືອງອີກຢ່າງນ້ອຍ 14ຄົນ ທີ່ຍັງຖືກກັກຂັງໃນສປປລາວ ; ໃນນັ້ນມີ ສົມພອນ ພິມມະສອນ, ສູການໃຈທັດ ແລະ ຫຼອດຄຳ ທັມມະວົງ, ຊຶ່ງທັງສາມ ຖືກໂທດຈຳຄຸກບໍ່ຕໍ່າກົ່ວ20ປີ ພາຍຫຼັງທີ່ໄດ້ກ່າວ ຕ້ອງຕິ ລັຖບານ ວ່າມີສ່ວນກ່ຽວໃນການ ສໍ້ຣາດບັງຫຼວງ, ໃນການຕັດໄມ້ເຖື່ອນ, ໃນການລ່ວງລະເມີດສິດທິມະນຸດ. ທ່ານບຸນທັນ ທັມມະວົງ ສັນຊາດ ໂປໂລນ( Pologne) ເຊື້ອຊາດລາວ ຖືກໂທດຈຳຄຸກ 4ປີ 9ເດືອນ ຍ້ອນກ່າວຕ້ອງຕິນະໂຍບາຍລັຖບານ ທາງສື່ສັງຄົມ Facebook. ຊາວບ້ານ ບ້ານເຢີບ ເມືອງທ່າແຕງ ແຂວງເຊກອງ ອີກ10ຄົນ ຖືກຈຳຄຸກ ນັບແຕ່ເດືອນກໍຣະກະດາ 2017 ມາເຖິງປັດຈຸບັນໂດຍບໍ່ມີການໄຕ່ສວນຄະດີ, ພາຍຫຼັງ ທີ່ໄດ້ຕັດຕົ້ນຢາງ ເພື່ອຄັດຄ້ານຕໍ່ການຍຶດທີ່ດິນ.

ສ່ວນກ່ຽວແກ່ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ບໍ່ມີໃຜຊາບເຖິງຊາຕາກັມຂອງຜູ້ຫາຍສາບສູນອີກ 14ຄົນ. ໃນນັ້ນ ມີທ່ານ ສົມບັດ ສົມພອນ, ຜູ້ນຳຊື່ດັງ ຂອງອົງການປະຊາສັງຄົມ, ຫາຍສາບສູນ ເມື່ອເດືອນທັນວາ 2012. ນາງກິ່ງແກ້ວ ພົງເສລີ, ນາງ ສົມຈິດ, ທ້າວສຸບິນ, ສວນ, ສິງປະສົງ, ຄຳສອນ, ນູ, ສົມຄິດ ແລະ ສຸຣິຍາ ຖືກເຈົ້າໜ້າທີ່ຮັກສາຄວາມປອດພັຍຈັບຕົວ ເມື່ອເດືອນພຶສຈິກາ 2009. ທ່ານສົມພອນ ຂັນຕິສຸກ ເຈົ້າຂອງບໍຣິສັດທ່ອງທ່ຽວ ຖືກລັກພາຕົວໄປ ເມື່ອເດືອນ ມົກະຣາ 2017 ທີ່ ແຂວງຫຼວງນໍ້າທາ. ອີກຊາວໄທ 3ຄົນ, ອິດຕິພອນ ສຸກແພນ, ວຸດທິພົງ ກາຈະທັມມະກຸນ ແລະ ສຸຣະໄຊ ແດນວັຕະນະນຸສອນ, ຊຶ່ງລີ້ພັຍໃນສປປລາວ ພາຍຫຼັງໄດ້ກ່າວໂຈມຕີ ຣາຊບັນລັງໄທ ; ທັງສາມ ຫາຍສາບສູນ ໃນເດືອນມິຖຸນາ 2016, ເດືອນກໍລະກະດາ 2017 ແລະ ເດືອນທັນວາ 2018. ທາງການສປປລາວ ລົ້ມເຫຼວໃນການສືບສວນກໍຣະນີທັງໝົດເຫຼົ່ານີ້ຢ່າງແທ້ຈິງ ແລະທ່ຽງທັມ.

ເຫດການເຂື່ອນເຊປ່ຽນເຊນໍ້ານ້ອຍ ທີ່ແຂວງອັດຕະປື ແຕກເມື່ອເດືອນກໍຣະກະດາ 2018 ສໍ່ສະແດງໃຫ້ເຫັນເຖິງ ການບໍຣິຫານແບບຊັກຊ້າ, ຂາດປະສິດຕິພາບ ແລ ະຂາດຄວາມໂປ່ງໃສ ຂອງ ລັຖະບານ ສປປ ລາວ. ເຖິງແມ່ນວ່າ ຈະເປັນພັຍພິບັດອັນ ຮ້າຍແຮງ ມະຫາສານກໍຕາມ, ແຕ່ທາງການສປປລາວ ຊໍ້າຍັງຊອກຫາທາງ ຫຼຸດຈຳນວນ ຜູ້ເສັຽຊີວິດລົງ ພ້ອມຍັງ ກີດກັນບໍ່ໃຫ້ນັກຂ່າວອິດສະຣະ ເຂົ້າໄປໃນຂົງເຂດ ເພື່ອລາຍງານ ເຖິງເຫດການອີກ. ຈົນເຖິງທ້າຍເດືອນມົກະຣາ 2019, ທາງການລາວ ຈຶ່ງໄດ້ເຜີຍວ່າ ມີຜູ້ເສັຽຊີວິດແນ່ນອນ 49ຄົນ ແລະ ອີກ 22ຄົນ ຫາຍສາບສູນ. ເຖິງຢ່າງໃດກໍຕາມ, ຄນະນັກສັງເກດການ ແລະ ຊາວບ້ານ ເຊື່ອແນ່ວ່າ ຄົງຈະມີຜູ້ເສັຽຊີວິດຫຼາຍກົ່ວນີ້ ເພາະບໍ່ມີໃຜຊາບເຖິງຊາຕາກັມ ຂອງ ຊາວບ້ານ ອີກຈຳນວນຫຼາຍຮ້ອຍຄົນ.

ສ່ວນການຊ່ວຍເຫຼືອ ແລະ ການຊົດເຊີຍຄອບຄົວຜູ້ໄດ້ຮັບເຄາະ ກໍຍິ່ງບໍ່ສົມດຸນ. ນອກຈາກນັ້ນ, ເຖິງແມ່ນວ່າ ຈະມີຄນະສືບສວນເຖິງສອງຄນະຈາກທາງການກໍຕາມ, ແຕ່ແລ້ວ ກໍບໍ່ມີຂໍ້ມູນການປະເມີນເຖິງພັຍຄັ້ງນີ້ເລີຍ. ຍິ່ງໄປກົ່ວນັ້ນ, ຍັງມີລາຍງານທີ່ເຜີຍເຖິງ ການຂາດຄວາມໂປ່ງໃສ ແລະ ການກິນສິນບົນ ໃນຖັນແຖວ ເຈົ້າໜ້າທີ່ກ່ຽວຂ້ອງກັບການຊ່ວນເຫຼືອ, ໂດຍສະເພາະ ການປຸກເຮືອນຊົ່ວຄາວໃຫ້ຜູ້ລອດຕາຍ. ເຫດການ ເຂື່ອນແຕກຄັ້ງນີ້ ຊີ້ໃຫ້ເຫັນວ່າ ໂຄງການການລົງທຶນ ແລະ ໂຄງການການກໍ່ສ້າງຕ່າງໆ ສາມາດ ສົ່ງຜົນສະທ້ອນອັນໜັກໜ່ວງ ໃຫ້ແກ່ຊາວທ້ອງຖິ່ນ ທັງນີ້ກໍຍ້ອນວ່າ ລັຖບານຂາດຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ.

‘’ເຂື່ອນ ເຊປ່ຽນເຊນໍ້ານ້ອຍ ແຕກ ສະແດງໃຫ້ເຫັນວ່າ ໂຄງການລົງທູນໄຫຍ່ໄນລາວ ມັກຈະສົ່ງຜົນຮ້າຍແຮງຕໍ່ຊູມຊົນທອ້ງທີ່ນ ເນື່ອງຈາກ ລັຖະບານ ຂາດ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ. ສະຫະພາບຢູຣົບ ແລະ ກຸ່ມປະເທດພາຄີ ຄວນຈະຕ້ອງທົບທວນເບິ່ງຄືນໃໝ່ ເຖິງຂໍ້ເງື່ອນໃຂ ຂອງການຊ່ວຍ ແລະ ການລົງທຶນໃນສປປລາວ, ນອກຈາກວ່າ ສປປລາວ ຈະປະຕິຮູບລະບົບການປົກຄອງ ແລະ ກົດໝາຍໃໝ່’’ວະນິດາ ເທພສຸວັນ, ປະທານຂະບວນລາວເພື່ອສິດທິມະນຸດ

ນອກຈາກນັ້ນ, ກໍຍັງມີຄວາມວິຕົກກັງວົນ ຕໍ່ບັນຫາ ການຊົດເຊີຍ ຜູ້ຖືກຍຶດທີ່ດິນ ຈາກທາງເຈົ້າໜ້າທີ່ ເພື່ອສ້າງທາງລົດໄຟ ແຕ່ບໍ່ແຕນ ຫາ ວຽງຈັນ. ເມື່ອເດືອນພືສຈິກາ 2018 ທີ່ຜ່ານມາ, ໄດ້ມີລາຍງານວ່າ ທີ່ດິນເພື່ອສ້າງທາງລົດໄຟມີເຖິງ94%ແລ້ວ, ສ່ວນໂຄງການກໍໄດ້ດຳເນີນໄປເຖິງ 40%. ເຖິ່ງຢ່າງໃດກໍຕາມ, ຈົນມາເຖິງເດືອນມົກະຣາ 2019, ສອງປີຫຼັງຈາກໂຄງການໄດ້ເລີ້ມ, ຍັງມີຫລາຍຄອບຄົວ ໄນຈໍານວນ 4400 ຄອບຄົວ ທີ່ຍັງບໍ່ໄດ້ຮັບການຂົດເຊີຍເທື່ອ ສໍາລັບການສູນເສຍຂອງເຂົາເຈົ້າ, ທີ່ດິນຂອງເຂົາເຈົ້າ, ການດໍາລົງຊີວິດຂອງເຂົາເຈົ້າ ແລະ ລາຍໃດ້ຂອງເຂົາເຈົ້າ.

ເປັນເວລາ 6ປີ ຜ່ານມາແລ້ວ ທີ່ ກຸ່ມອົງການຈັດຕັ້ງນາໆຊາດ ດ້ານສັງຄົມ ລໍຖ້າຄຳຕອບກ່ຽວກັບການຫາຍສາບສູນແບບຖືກບັງຄັບ ຂອງທ່ານສົມບັດ ສົມພອນ

FIDH: 14 ທັນວາ 2018

ມື້ນື່ງ ກອ່ນໂອກາດວັນຄົບຮອບ 6ປີ ແຫ່ງການ ຫາຍສາບສູນແບບຖືກບັງຄັບ ຂອງຜູ້ນຳອົງການຈັດຕັ້ງດ້ານສັງຄົມ ທ່ານສົມບັດ ສົມພອນ, ພວກຂ້າພະເຈົ້າ ອົງການການຈັດຕັ້ງທີ່ມີລາຍຊື່ຂ້າງລຸ່ມນີ້ ຂໍຮຽກທວງອີກຄັ້ງໃໝ່ ຕໍ່ລັຖບານສປປລາວ ໃຫ້ທຳການສືບສວນຢ່າງເສຣີ ໂດຍບໍ່ອ່ຽງ ແລະຢ່າງແທ້ຈິງ ເຖິງຊາຕາກັມຂອງຜູ້ກ່ຽວ.

ທ່ານສົມບັດປະກົດຕົວເປັນຄັ້ງສຸດທ້າຍ ເມື່ອແລງວັນທີ 15 ທັນວາ 2012 ທີ່ປ້ອມຍາມ ຕຳລວດແຄມຖນົນຊຶ່ງມີຜູ້ຄົນທຽວຢ່າງຫຼວງຫຼາຍ ແຫ່ງນຶ່ງທີ່ນະຄອນວຽງຈັນ. ອີງຕາມໂທຣະພາບຊ້ອງ CCTV, ລົດຂອງທ່ານສົມບັດຈອດທີ່ປ້ອມຍາມຕຳລວດ ບໍ່ເທົ່າໃດນາທີ, ຕໍ່ມາ ມີກຸ່ມຄົນນຳຕົວຜູ້ກ່ຽວ ຂື້ນລົດຄັນນຶ່ງອີກ ໄປພ້ອມກັບເຈົ້າໜ້າທີ່ຕຳລວດ. ສ່ວນອີກບຸກຄົນນຶ່ງ ຊໍ້າຂັບລົດ ທ່ານສົມພອນ ອອກຈາກກາງເມືອງໄປ. ການທີ່ເຈົ້າໜ້າທີ່ຕຳລວດຢູ່ໃນເຫດການ, ຮູ້ເຫັນເປັນພິຍານວ່າ ທ່ານສົມບັດ ຖືກລັກລອບຈັບຕົວໄປ ແລະບໍ່ໄດ້ເອົາມາດຕະການ ປົກປ້ອງທ່ານສົມບັດນັ້ນ ສະແດງໃຫ້ເຫັນວ່າ ເຈົ້າໜ້າທີ່ຕຳລວດຂອງລັຖບານມີສ່ວນກ່ຽວຂ້ອງ ຫຼືຮູ້ເຫັນເປັນໃຈ ກັບເຫດການລ່ວງລະເມີດສິດທິມະນຸດ ຕໍ່ທ່ານສົມບັດ, ລວມໄປເຖິງອາຊະຍາກຳ ການຫາຍສາບສູນແບບຖືກບັງຄັບ. ຕໍ່ມາ ໃນຄືນດຽວກັນ, ພີຍານບາງຄົນ ລາຍງານວ່າ ເຫັນທ່ານສົມບັດ ທີ່ສຳນັກງານຕຳລວດທີ່ນະຄອນວຽງຈັນ, ແຕ່ມາເຖິງປັດຈຸບັນ ທາງການສປປລາວຊໍ້າບໍ່ໄດ້ກ່າວໃຫ້ຊາບວ່າ ທ່ານສົມບັດເຮັດຫຍັງໃນຂະນະນັ້ນ ແລະມີຫຍັງເກີດຂຶ້ນກັບຜູ້ກ່ຽວ. Continue reading “ເປັນເວລາ 6ປີ ຜ່ານມາແລ້ວ ທີ່ ກຸ່ມອົງການຈັດຕັ້ງນາໆຊາດ ດ້ານສັງຄົມ ລໍຖ້າຄຳຕອບກ່ຽວກັບການຫາຍສາບສູນແບບຖືກບັງຄັບ ຂອງທ່ານສົມບັດ ສົມພອນ”

ຣັຖະບານ ຫມີ່ນປະມາດ ທ່ານ ສົມບັດ ສົມພອນ ປະຕິເສດ ທຸກຂໍ້ ກ່ຽວກັບ ກໍຣະນີ ຫາຍຕົວແບບ ຖືກບັງຄັບ ໃນລະວ່າງ ການທົບທວນ ສີດທິ.

FIDH: 18 ກໍລະກົດ 2018

(ປາຣີ) ໃນ ລະວ່າງການຕວດສອບ ໂດຍ ອົງການສະຫະປະຊາຊາດ, ຣັຖະບານໄດ້ ໃສ່ຮ້າຍປ້າຍສີ ທ່ານ ສົມບັດ ສົມພອນ ຜູ້ນໍາ ທາງ ສັງຄົມພົລະເມືອງ ທີ່ ຫາຍຕົວໄປ ແລະ ບໍ່ ສາມາດ ໃຫ້ ລາຍລະອຽດໃດໆ ກ່ຽວກັບການສືບສວນ ຂອງ ການຫາຍຕົວແບບຖືກບັງຄັບ ຂອງທ່ານ“,ນີ້ ຄື FIDH (ສະຫະພັນ ສາກົນ ເພື່ອ ສິດທິມະນຸດ) ແລະ ຂະບວນການລາວ ເພື່ອ ສີດທິ ມະນຸດ ( ຂລສລ) ໄດ້ ກ່າວມື້ນີ້.

ໃນວັນທີ 11-12 ກໍຣະກະດາ 2018, FIDH ແລະ ຂລສມ ໄດ້ເຂົ້າຮ່ວມ ການຕວດສອບ ຄັ້ງທໍາອິດ ກ່ຽວກັບສະຖານະພາບ ສິດທິພົລະເຮືອນ ແລະ ສິດທິການເມືອງ ໃນລາວ ໂດຍ ຄນະກໍາມະການ ສິດທິມະນຸດ ຂອງອົງການສະຫະປະຊາຊາດ (CCPR) ຢູ່ ເຈນີວາ, ສະວິດເຊີແລນ.

‘’ຣັຖະບານ ພະຍາຍາມ ຈະ ຫັນຄວາມສົນໃຈ ຈາກຄວາມຫລົ້ມເຫລວ ຂອງຕົນ ໃນການສືບສວນ ການຫາຍສາບສູນ ແບບຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ ໂດຍວິທີ ຄ້າຍຄຽງ ສັງຫານ ຊື່ສຽງຂອງທ່ານ ແລະ ຄອບຄົວທ່ານ. ພືດຕິກັມ ດັ່ງກ່າວ ຂອງ ຣັຖະບານ ລາວ ເປັນທ່າທີ ບໍ່ຖືກຕ້ອງ ບໍ່ເຫມາະສົມຢ່າງຮ້າຍແຮງ ສໍາລັບ ເວທີປະຊູມ ທົບທວນ ສິດທິມະນຸດ.’’ ຍານາງ ເດບີ ສຕອຕທາດ (Debbie Stothard) ເລຂາທີການເອກ ຂອງ FIDH

ຄນະ ຜູ້ຕາງໜ້າ ຣັຖະບານ ໄດ້ໃຫ້ ຄໍາຕອບທີ່ບໍ່ ສັດເຈນ ຕໍ່ ຫລາຍໆ ຄໍາຖາມທີ່ ລະອຽດ ແລະ ຕົງປະເດັນ ກ່ຽວກັບກັບ ການສືບສວນ ການຫາຍຕົວແບບຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ. ຣັຖະບານ ອ້າງວ່າ ຄນະກໍາມະການສືບສວນຂອງຕົນໄດ້ “ພະຍາຍາມຢ່າງຫນັກ” ເພື່ອ ສືບສວນ ການຫາຍຕົວ ຂອງ ທ່ານ ສົມບັດ, ແຕ່ບອກວ່າ ມັນ”ຍາກຫຼາຍ” ທີ່ຈະຊອກຫາຄົນທີ່ຫາຍໄປ. ເຖີງຈະຍອມຮັບວ່າ ການດໍາເນີນ ການສືບສວນ ເປັນສີ່ງທ້າທາຍ ຣັຖະບານ ກໍ່ອ້າງວ່າ ຕໍາຫຼວດລາວ ມີ “ຄວາມສາມາດ ແລະ ເຕັກນິກ” ທີ່ຈະ ສືບສວນ ການຫາຍຕົວ ຂອງ ທ່ານ ສົມບັດແລະດັ່ງນັ້ນ, ຈຶ່ງ ບໍ່ມີຄວາມຈໍາເປັນ ຕ້ອງມີການຊ່ວຍເຫລືອ ຈາກສາກົນ. ທ່ານສົມບັດ ໄດ້ຖືກສັງເກດເຫັນ ຄັ້ງສຸດທ້າຍຢູ່ທີ່ ດ່ານຕໍາຫຼວດ ຢູ່ ຖະຫນົນໃຫຍ່ ຂອງ ນະຄອນຫລວງວຽງຈັນ ໃນຕອນແລງ ຂອງວັນທີ 15 ທັນວາ 2012. Continue reading “ຣັຖະບານ ຫມີ່ນປະມາດ ທ່ານ ສົມບັດ ສົມພອນ ປະຕິເສດ ທຸກຂໍ້ ກ່ຽວກັບ ກໍຣະນີ ຫາຍຕົວແບບ ຖືກບັງຄັບ ໃນລະວ່າງ ການທົບທວນ ສີດທິ.”

ສະຫະພາບເອີຣົບ ຄວນຮຽກຮ້ອງໃຫ້ທາງການ ສປປລາວຢຸດຕິນາບຂູ່ ອົງການຈັດຕັ້ງສັງຄົມ ພົລເຮືອນ ພ້ອມທັງປ່ອຍຕົວຜູ້ຖືກຈັບ ຍ້ອນຕ້ອງຕິລັຖະບານ

FIDH: 14 ມີນາ 2018

(ປາຣີ) ສະຫະພາບເອີຣົບ ຈະຕ້ອງຮຽກທວງໃຫ້ ທາງການ ສປປລາວ ປ່ອຍຕົວຜູ້ຖືກຈັບ ຍ້ອນຕ້ອງຕິລັຖະບານ,ແລະ ໃຫ້ ເອື້ອອຳນວຍໃຫ້ ອົງການສັງຄົມພົລເຮືອນ ປະຕິບັດງານ ໄດ້ຢ່າງເສຣີ ແລະ ດ້ວຍຄວາມປອດພັຍ,ນັ້ນຄື ຖແລງການ ຂອງ ອົງການ ຂອງ ສະຫະພັນ ສາກົນ ເພື່ອ ສິດທິ ມະນຸດ ແລະ ຂະບວນລາວ ເພື່ອ ສິດທິ ມະນຸດ.

ທັງສອງອົງການ ໄດ້ອອກ ຖແລງການຮ່ວມ ກ່ອນຫນ້າ ກອງປະຊຸມ ທາງດ້ານ ສິດທິມະນຸດ ຣະຫວ່າງ ສະຫະພາບ ເອີຣົບ ແລະ ສປປລາວ ຄັ້ງທີ ໘ ທີມີ ກຳນົດໄຂຂື້ນທີ່ ເມືອງ“ບຣຸກແຊນ ໃນວັນທີ ໑໕ ມີນາ ໒໐໑໘ນີ້. ໃນໂອກາດນີ້, ທັງສອງອົງການ ຍັງໄດ້ເຜີຍ ລາຍງານ ສະບັບໃໝ່ ກ່ຽວແກ່ ສະຖານະພາບ ດ້ານ ສິດທິມະນຸດ ໃນ ສປປລາວ ພາຍຫຼັງ ກອງປະຊຸມຄັ້ງຜ່ານມາ ເມື່ອ ເດືອນກຸມພາ ປີ ໒໐໑໗.

“ເຫດການ ທີເກີດຂື້ນ ເມື່ອບໍ່ນານ ໃນ ສປປລາວ ໄດ້ສແດງໃຫ້ເຫັນວ່າ ທາງການ ສປປລາວ ໄດ້ເພີ້ມທະວີ ບີບບັງຄັບ ຕໍ່ ອົງການສັງຄົມພົລເຮືອນ. ສະຫະພາບເອີຣົບ ຈື່ງ ບໍ່ຄວນ ຕົກຢູ່ໃນຄວາມ ງຽບສງັດ ໃນ ຂະນະ ທາງການ ສປປລາວ ມີຂໍ້ຈຳກັດ ຕໍ່ ອົງການຈັດຕັ້ງ ດ້ານປະຊາສັງຄົມ. ສຽງຂອງສະຫະພາບເອີຣົບ ໃນການປົກປ້ອງ ສິດທິມະນຸດ ແລະ ອົງການປະຊາສັງຄົມ ຈະຕ້ອງກອງດັງ ແລະ ຊັດເຈັນ ໃຫ້ຝ່າຍ ສປປລາວ ໄດ້ຍີນ ໃນການພົບພໍ້ຄັ້ງນີ້.’’ ຍເດບີ ສຕອຕຣາ (Debbie Stothard), ເລຂາທິການເອກ ສະຫະພັນ ສາກົນ ເພື່ອ ສິດທິມະນຸດ ໄດ້ກ່າວ

Continue reading “ສະຫະພາບເອີຣົບ ຄວນຮຽກຮ້ອງໃຫ້ທາງການ ສປປລາວຢຸດຕິນາບຂູ່ ອົງການຈັດຕັ້ງສັງຄົມ ພົລເຮືອນ ພ້ອມທັງປ່ອຍຕົວຜູ້ຖືກຈັບ ຍ້ອນຕ້ອງຕິລັຖະບານ”

ສປປລາວ: ໕ປີ ຜ່ານມາ, ໑໒໒ ອົງການ ຈັດຕັ້ງ ທົ່ວໂລກ ທວງຖາມ ຢາກ ຊາບວ່າ ທ່ານ ‘’ສົມບັດ ຢູ່ໃສ?’’

FIDH: 15 ທັນວາ 2017

ວັນທີ ໑໕ ທັນວາ ເປັນ ວັນຄົບຮອບ ໕ປີ ແຫ່ງ ການຫາຍສາບສູນ ແບບຖືກບັງຄັບ ຂອງ ຜູ້ນຳອົງການ ສັງຄົມພົລະເຮືອນ ທີ່ ສປປລາວ, ທ່ານ ສົມບັດ ສົມພອນ. ໃນນາມ ອົງການ ການຈັດຕັ້ງ ທີ ໄດ້ລົງນາມ ເຊັນຮ່ວມ, ພວກຂ້າພະເຈົ້າ ຂໍສະແດງ ຄວາມບໍ່ເພິ່ງພໍໃຈ ຕໍ່ ການທີ ທາງການ ສປປລາວ ບໍ່ສາມາດ ສືບສວນ ເຖິງການ ຫາຍສາບສູນ ຂອງ ທ່ານ ສົມບັດໄດ້ ຢ່າງ ເອກະຣາດ, ທ່ຽງທັມ ໂດຍ ປະສິດຕິພາບ ແລະ ໂປ່ງໃສ, ພ້ອມຍັງ ບໍ່ສາມາດ ເປີດເຜີຍ ເຖິງ ສະຖານທີ່ ຄຸມຂັງ ທ່ານ ສົມບັດ ແລະ ບໍ່ສາມາດ ສົ່ງຕົວ ຂອງ ທ່ານ ຄືນສູ່ ທາງຄອບຄົວອີກ.

ການມິດງຽບ ຢ່າງຕໍ່ເນື່ອງ ຂອງ ລັຖະບານ ສປປລາວ ແລະ ການບິດເບືອນຄວາມຈິງ ກ່ຽວແກ່ ກໍຣະນີ ທ່ານ ສົມບັດ ນີ້,ໄດ້ເຮັດໃຫ້ ທາງຄອບຄົວຕົກ ຢູ່ໃນ ຄວາມຢ້ານກົວ ມາໄດ້ ໕ປີ ແລ້ວ, ພ້ອມຍັງ ເຮັດໃຫ້ ທາງຄອບຄົວ ບໍ່ ຊາບເຖິງ ຊາຕາກັມ ແລະ ຂ່າວໄດເລີຍ ຂອງ ທ່ານ ສົມບັດ ຈົນເຖີງວັນນີ້.

ທ່ານສົມບັດ ໄດ້ປະກົດຕົວ ເປັນຄັ້ງສຸດ ເມື່ອຕອນແລງ ຂອງວັນທີ ໑໕ ທັນວາ ໒໐໑໒, ທີ່ ປ້ອມຍາມ ຕຳລວດ ທີ່ຖະນົນ ອັນມີຜູ້ຄົນໄປມາຫຼວງຫຼາຍ ທີ່ ນະຄອນຫຼວງ ວຽງຈັນ. ການລັກລອບ ຈັບຕົວ ທ່ານ ສົມບັດ ຖືກ ອັດໄວ້ ໂດຍ ກ້ອງວົງໂຄຈອນ ໄກ້ໆກັບ ປ້ອມຍາມຕຳລວດ ນັ້ນເອງ. ອີງຕາມ ກ້ອງອັດດັ່ງກ່າວນີ້, ມີການສົງໃສ ຢ່າງແຮງວ່າ ທາງເຈົ້າໜ້າທີ່ຕຳລວດ ໄດ້ອັດລົດ ຂອງ ທ່ານ ສົມບັດ ແລະ ບໍ່ເທົ່າໃດນາທີ ຕໍ່ຈາກນັ້ນ, ບຸກຄົນກຸ່ມນຶ່ງ ໄດ້ນຳເອົາຕົວ ທ່ານສົມບັດ ຂື້ນລົດຄັນນຶ່ງອີກ ພ້ອມໆ ກັບ ເຈົ້າໜ້າທີ່ຕຳລວດ. ນອກນັ້ນ, ພາບອັດດັ່ງກ່າວ ໄດ້ສະແດງໃຫ້ເຫັນ ອີກວ່າ ບຸກຄົນອີກຄົນນຶ່ງ ໄດ້ນຳເອົາ ລົດ ຂອ ງທ່ານສົມບັດ ກັບຄືນມາ ພາຍຫຼັງ ທີ່ໄດ້ ຂັບລົດດັ່ງກ່າວ ຫ່າງຈາກ ຕົວເມືອງ.

ການທີ ເຈົ້າໜ້າທີຕຳລວດ ໄດ້ຢູ່ໃນ ສະຖານະການ ການລັກລອບຕົວ ທ່ານ ສົມບັດ ແລະ ບໍ່ໄດ້ທຳ ຢ່າງໃດເລີຍນັ້ນ, ໄດ້ຊໍ່ສະແດງ ເຖິງ ການມີສ່ວນກ່ຽວຂ້ອງ ຫຼືບໍ່ ກໍແມ່ນ ການສົມຮູ້ ຮ່ວມຄິດ ຂອງ ພະນັກງານຂອງລັດ. ແຕ່ເຖິງຢ່າງໃດກໍຕາມ,ທາງການ ສປປລາວ ກໍບໍ່ເຄີຍ ໄດ້ເຜີຍເຖິງຜົນໃໝ່ໆ ຂອງການ ສືບສວນ ນີ້ເທື່ອ.ເຖິງແມ່ນວ່າ ທາງການ ສປປລາວ ຈະໄດ້ ປະກາດ ທີ່ກອງປະຊູມສາກົນຕ່າງໆວ່າ ການສືບສວນ ກຳລັງດຳເນີນ ຢູ່ກໍຕາມ, ແຕ່ ທາງລັຖະບານ ສປປລາວ ກໍບໍ່ໄດ້ ເຜີຍ ຢ່າງເປັນທາງການ ເຖິງຄວາມຄືບໜ້າ ຂອງ ການສືບສວນນີ້ ນັ້ນຕັ້ງແຕ່ວັນທີ ໘ ມິຖຸນາ ໒໐໑໓ ເປັນຕົ້ນມາ. Continue reading “ສປປລາວ: ໕ປີ ຜ່ານມາ, ໑໒໒ ອົງການ ຈັດຕັ້ງ ທົ່ວໂລກ ທວງຖາມ ຢາກ ຊາບວ່າ ທ່ານ ‘’ສົມບັດ ຢູ່ໃສ?’’”

ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238

International Commission of Jurists: 13 ທັນວາ 2017

ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ

ສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ບຸນຍັງ ວໍຣະຈິດ, ປະທານປະເທດ

ສຳນັກງານປະທານປະເທດ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

ທ່ານ ໄຊສີ ສັນຕິວົງ, ລັດຖະມົນຕີ

ກະຊວງຍຸຕິທຳ, ນະຄອນຫຼວງວຽງຈັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

13 ທັນວາ 2017

 

ຮຽນ      ທ່ານ ທອງລຸນ ສີສຸລິດ, ທ່ານ ບຸນຍັງ ວໍຣະຈິດ, ແລະ ທ່ານ ໄຊສີ ສັນຕິວົງ,

 

ເລື່ອງ:   ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238 ປີ 2017

 

ຄະນະກຳມະການກົດໝາຍສາກົນ (ICJ), ອົງການນີລະໂທດກຳສາກົນ (Amnesty), ອົງການຕິດຕາມສິທິມະນຸດ (HRW), ສະຫະພັນສາກົນເພື່ອສິທິມະນຸດ (FIDH), ສະພາເອເຊຍ ເພື່ອສິດ ແລະການພັດທະນາມະນຸດ (Forum-Asia), ສະມາຊິກລັດຖະສະພາອາຊຽນ ເພື່ອສິທິມະນຸດ (APHR), ການບໍລິການສາກົນເພື່ອສິທິມະນຸດ (ISHR), ສູນສິທິພົນລະເຮືອນ ແລະການເມືອງ (CCPR-Centre), ແລະອົງການສາກົນດ້ານການທໍລະມານ (OMCT) ສະແດງຄວາມກັງວົນເປັນທີ່ສຸດຕໍ່ກັບດຳລັດວ່າດ້ວຍສະມາຄົມ ທີ່ກຳລັງຈະຖືກຮັບຮອງນຳໃຊ້ (ເລກທີ. 238 ປີ 2017) (ຕໍ່ໄປນີ້ຈະກ່າວຫຍໍ້ເປັນ ‘ດຳລັດ’) ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ).

ພວກເຮົາຮຽກຮ້ອງໃຫ້ລັດຖະບານ ສປປ ລາວ ຖອນ ຫຼືດັດແກ້ດຳລັດສະບັບນີ້ ເພື່ອໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ພວກເຮົາຍັງຮຽກຮ້ອງໃຫ້ລັດຖະບານປະຕິຮູບກອບກົດໝາຍສຳລັບນິຕິກຳ ດ້ານການສະມາຄົມໃນ ສປປ ລາວ ແລະປັບໃຫ້ສອດຄ່ອງກັບກົດໝາຍ ແລະມາດຖານສິທິມະນຸດສາກົນ. ການຖອນ ຫຼືດັດແກ້ດຳລັດສະບັບນີ້ ຕ້ອງຄຽງຄູ່ກັບການປະຕິຮູບກອບນິຕິກຳດ້ານການສະມາຄົມນີ້. Continue reading “ຈົດຫມາຍເປີດ ເລື່ອງ ການຖອນດຳລັດວ່າດ້ວຍສະມາຄົມ ເລກທີ 238”

ຜູ້ໃຫ້ທຶນຈະຈື່ບໍ່ນໍ?

ໃນຂະນະທີ່ຜູ້ໃຫ້ທຶນ, ນັກການທູດ, ແລະວິຊາການພັດທະນາ ເຂົ້າຮ່ວມພົບປະກັນໃນກອງປະຊຸມໂຕະມົນ ທີ່ ປາກເຊ, ພວກເພິ່ນຈະແບ່ງເວລາລຳລຶກເຖິງຄົນທີ່ຖືກຈັບຕົວ ຫຼືຫາຍຕົວໄປໃນເມືອງນີ້ ໃນເດືອນພະຈິກ ປີ 2000 ແລະເດືອນຕຸລາ ປີ 2001 ພຽງເພາະການສະແດງຄວາມຄິດເຫັນ ບໍ່ນໍ?

ພວກເພິ່ນຈະຈື່ນັກສຶກສາທີ່ໄດ້ຮັບຊາຕາກຳຄ້າຍໆກັນ ກ່ອນໜ້ານັ້ນທີ່ວຽງຈັນ ໃນເດືອນຕຸລາ ປີ 1999 ບໍ່ນໍ?

ພວກເພິ່ນຈະຈຳ ສົມບັດ ສົມພອນ ຫຼືສົມພອນ ຂັນຕິສຸກ ທີ່ໄດ້ຖືກບັງຄັບສູນຫາຍ, ຫຼືຄອບຄົວຂອງພວກເຂົາ ຜູ້ທີ່ ສືບຕໍ່ທົນທຸກ ໂດຍບໍ່ຮູ້ວ່າຊາຕາກຳ ຫຼືໂທດຂອງບຸກຄົນອັນເປັນທີ່ຮັກຂອງຕົນນັ້ນ ແມ່ນຫຍັງແທ້? Continue reading “ຜູ້ໃຫ້ທຶນຈະຈື່ບໍ່ນໍ?”