ຂໍ້ສະເໜີແນະພາຍໃຕ້ກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ: ຮອບ 2

ຂໍ້ສະເໜີແນະທັງ 196 ຂໍ້ ແມ່ນໄດ້ລະບຸໄວ້ລຸ່ມນີ້, ຕາມດ້ວຍເຄື່ອງໝາຍວ່າໄດ້ມີການ ເຫັນດີ ຫຼື ໄດ້ຜ່ານ ແລ້ວ. ຄຳຕອບຈາກລັດຖະບານ ແມ່ນໄດ້ລະບຸໄວ້ດ້ວຍຕົວອັກສອນງ່ຽງ.

121.1 ສືບຕໍ່ຄວາມພະຍາຍາມໃນການເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນດ້ານສິດທິມະນຸດ (ສາທາລະນະລັດ ເກົາຫລີ) ເຫັນດີ

121.2 ໃຫ້ສັດຕະຍາບັນເພີ່ມເຕີມແກ່ສົນທິສັນຍາສາກົນດ້ານສິດທິມະນຸດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມພະຍາຍາຍາມເພື່ອຕ້ານແຮງງານເດັກ (ອັງໂກລາ) ເຫັນດີ

121.3 ໃຫ້ສັດຕະຍາບັນສົນທິສັນຍາສາກົນດ້ານສິດທິມະນຸດທີ່ຍັງເຫຼືອ ແລະ ສືບຕໍ່ການສ້າງຄວາມສອດຄ່ອງໃຫ້ແກ່ ກົດໝາຍພາຍໃນກັບພັນທະສາກົນພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດທີ່ກ່ຽວຂ້ອງ ໂດຍປາສະຈາກ ຄວາມຊັກຊ້າ ແລະ ຈັດຕັ້ງປະຕິບັດຢູ່ໃນນະໂຍບາຍ ແລະ ພາກປະຕິບັດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຮ້ອງທຸກຕາມກົດໝາຍເພື່ອໃຫ້ຮັບປະກັນວ່າກຸ່ມຄົນທີ່ອ່ອນໄຫວ ສາມາດເຂົ້າເຖິງຄວາມຍຸຕິທຳໄດ້ຢ່າງມີປະສິດທິຜົນ (ແຟັງລັງ) ເຫັນດີ

121.4 ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ (ICCPR) ຊຶ່ງມີຈູດປະສົງເພື່ອລົບລ້າງໂທດປະຫານຊີວິດ (ມອນເຕເນໂກຣ); ເຂົ້າຮ່ວມເປັນພາຄີອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ ໂດຍມີຈຸດປະສົງເພື່ອລົບລ້າງໂທດປະຫານຊີວິດ (ໂປໂລຍ)

ໄດ້ຜ່ານ: ເນື່ອງຈາກອະນຸສັນຍາເພີ່ມເຕີມສະບັບທີສອງ ກ່ຽວຂ້ອງກັບໂທດປະຫານ, ກະລຸນາເບິ່ງ 121.85 ເຊິ່ງໄດ້ອະທິ ບາຍເຫດຜົນວ່າເປັນຫຍັງ ສປປ ລາວ ຈິ່ງບໍ່ພ້ອມທີ່ຈະຍົກເລີກກົດໝາຍກ່ຽວກັບໂທດປະຫານຊີວິດ.

121.5 ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ (ອີຕາລີ)

ໄດ້ຜ່ານ: ເບິ່ງ 121.4

121.6 ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ, ອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ, ອະນຸສັນຍາ ເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ (ປອກຕຸຍການ)

ໄດ້ຜ່ານ: ສປປ ລາວ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະສິດ ຂອງພົນລະເມືອງ (ICCPR), CAT ແລະ ICESCR ແລະໄດ້ສຸມຄວາມພະຍາຍາມໃສ່ການຈັດຕັ້ງປະຕິບັດຂໍ້ກຳນົດຂອງສົນທິສັນຍາ ຢ່າງ ມີປະສິທິພາບ ແລະໄດ້ຮັບໝາກຜົນ ໃຫ້ເປັນບູລິມະສິດອັນທຳອິດ. ໃນຂະນະນີ້, ສປປ ລາວ ຍັງບໍ່ພ້ອມທີ່ຈະເປັນພາຄີຕໍ່ ອະນຸສັນຍາເພີ່ມເຕີມ.

121.7 ພິຈາລະນາການເຂົ້າຮ່ວມເປັນພາຄີ ຫຼື ໃຫ້ສັດຕະຍາບັນ ອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາ ວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ ໂດຍມີຈູດປະສົງເພື່ອລົບລ້າງໂທດປະຫານຊີວິດ (ສະໂລເວເນຍ)

ໄດ້ຜ່ານ: ເບິ່ງ 121.4

121.8 ລົບລ້າງໂທດປະຫານຊີວິດ, ແລະ ລົງນາມ ແລະ ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ (ສະວີເດັນ)

ໄດ້ຜ່ານ:ເບິ່ງ 121.4

121.9 ລິເລີ່ມດຳເນີນບາດກ້າວເພື່ອລົບລ້າງໂທດປະຫານຊີວິດຢ່າງສົມບູນ, ​ແລະ ໃຫ້ສັດຕະຍາບັນອະນຸສັນຍາ ເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ (ລຸກຊຳບວກ)

ໄດ້ຜ່ານເບິ່ງ 121.4

121.10 ເຂົ້າຮ່ວມເປັນພາຄີອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ ແລະ ຂອງສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW) (ການາດາ)

ໄດ້ຜ່ານ: ສປປ ລາວ ເລັງເຫັນຄວາມສຳຄັນຂອງຄວາມສະເໝີພາບຍິງ-ຊາຍ ແລະໄດ້ວາງນະໂຍບາຍທີ່ກ່ຽວຂ້ອງໃນ ດ້ານນີ້. ແມ່ຍິງມີບົດບາດເພີ່ມຂຶ້ນໃນດ້ານການເມືອງ, ເສຖະກິດ, ສັງຄົມ ແລະຊີວິດວັດທະນະທຳຂອງຊາດ. ສປປ ລາວ ໄດ້ເປັນພາຄີຕໍ່ສົນທິສັນຍາວ່າດ້ວຍການລົບລ້າງທຸກ ຮູບການຈຳແນກຕໍ່ແມ່ຍິງ (CEDAW) ແລະໄດ້ມີຜົນສຳເລັດໃນ ການຈັດຕັ້ງປະຕິບັດຂໍ້ກຳນົດຂອງສົນທິສັນຍາ. ສປປ ລາວ ຍັງຕ້ອງການເວລາເພີ່ມເພື່ອສຶກສາອະນຸສັນຍາເພີ່ມເຕີມ ຂອງ CEDAW ເພື່ອຈະໄດ້ສຶກສາຂໍ້ກຳນົດຂອງອະນຸສັນຍາໃຫ້ກັບເຈົ້າໜ້າທີ່ກ່ຽວຂ້ອງ, ອົງການຈັດຕັ້ງແມ່ຍິງ, ແລະປະ ຊາຊົນທົ່ວໄປ. ໃນຂະນະດຽວກັນ, ປະເທດລາວ ກໍ່ຍັງຕ້ອງໄດ້ກະກຽມປັບປຸງນິຕິກຳພາຍໃນປະເທດເພື່ອກຽມພ້ອມ ຈັດ ຕັ້ງປະຕິບັດຂໍ້ກຳນົດຂອງສົນທິສັນຍາໃນອະນາຄົດ.

121.11 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW) ແລະ ອະນຸ ສັນຍາຂອງສົນທິສັນຍາສະບັບດັ່ງກ່າວ (ອານຈີເລຍ)

ໄດ້ຜ່ານເບິ່ງ 121.10

121.12 ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ (ສະວິດເຊີແລນ, ອູຣຸກວາຍ)

ໄດ້ຜ່ານ: ເບິ່ງ 121.6

121.13 ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ແລະ ສົນທິສັນຍາ ວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ (ປາຣາກວາຍ)

ໄດ້ຜ່ານ: ສປປ ລາວ ເຫັນດີກັບຂໍ້ສະເໜີແນະນີ້ສ່ວນໜຶ່ງ. ດັ່ງທີ່ໄດ້ກ່າວໄປໃນຂໍ້ 121.6, ສປປ ລາວ ຍັງບໍ່ພ້ອມໃຫ້ສັດ ຕະຍາບັນກັບອະນຸສັນຍາເພີ່ມເຕີມຂອງ CAT ເທື່ອ.

121.14 ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ແລະ ທຳມະນູນ ໂຣມວ່າດ້ວຍສານອາຍາສາກົນ (ຮອນດູລັດສ)

ໄດ້ຜ່ານ: ສປປ ລາວ ເຫັນດີກັບຂໍ້ສະເໜີແນະນີ້ສ່ວນໜຶ່ງ (ເບິ່ງຂໍ້ 121.6). ສຳລັບ Rome Statue ຂອງ ICC, ສປປ ລາວ ສະໜັບສະໜູນບັນຍັດຂອງ ICC Statue. ການໃຫ້ສັດຕະຍາບັນຕໍ່ Rome Statue ແມ່ນແນວທາງຂອງນະໂຍ ບາຍຂອງລັດຖະບານ. ໂດຍສະເພາະ, ປະເທດລາວ ຍັງຕ້ອງການສ້າງຄວາມອາດສາມາດໃຫ້ກັບຜູ້ພິພາກສາລາວ ເພື່ອ ກຽມພ້ອມສຳລັບການຈັດຕັ້ງປະຕິບັດໃນອະນາຄົດ. ສປປ ລາວ ຈະສືບຕໍ່ສຶກສາ ICC ແລະອົບຮົມ ແລະແຈ້ງຕໍ່ເຈົ້າໜ້າທີ່ ໃນຄະນະສານ, ທະຫານ ແລະໜ່ວຍງານຮັກສາຄວາມສະຫງົບກ່ຽວກັບຄວາມສຳຄັນຂອງ ICC ແລະຫຼັກການທີ່ກ່ຽວ ຂ້ອງ.

121.15 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວ ຂອງເຂົາເຈົ້າ (ICRMW) (ອານຈີເຣຍ, ຮອນດູລັດສ, ອູຣຸກກວາຍ)

ໄດ້ຜ່ານ: ສປປ ລາວ ໄດ້ເປັນພາຄີຕໍ່ສົນທິສັນຍາວ່າດ້ວຍສິທິມະນຸດຂອງອົງການສະຫະປະຊາຊາດອັນສຳຄັນ 7 ອັນ, ແລະໄດ້ລົງນາມໃນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ. ສະເພາະແຕ່ສິ່ງນີ້ ກໍ່ ເປັນຂໍ້ຫຍຸ້ງຍາກຫຼາຍແລ້ວສຳລັບປະເທດລາວ ທີ່ມີຊັບພະຍາກອນຈຳກັດໃນການທີ່ຈະປະຕິບັດຕາມຂໍ້ບັງຄັບຂອງສົນທິ ສັນຍາ ລວມເຖິງການລາຍງານຂໍ້ບັງຄັບພາຍໃຕ້ສົນທິສັນຍາທີ່ໄດ້ໃຫ້ສັດຕະຍາບັນໄປ. ພ້ອມກັນນັ້ນ, ສປປ ລາວ ຍັງ ຕ້ອງການເວລາເພີ່ມ ເພື່ອສຶກສາສົນທິສັນຍາວ່າດ້ວຍການປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ແລະສະມາຊິກຄອບ ຄົວຂອງເຂົາເຈົ້າ (ICRMW) ເພື່ອກະກຽມຈັດຕັ້ງປະຕິບັດສົນທິສັນຍາ.

121.16 ພິຈາລະນາຄວາມເປັນໄປໄດ້ໃນການໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ (ICRMW) (ອີຢີບ)

ໄດ້ຜ່ານ: ເບິ່ງ 121.15

121.17 ພິຈາລະນາເລັ່ງລັດຂັ້ນຕອນການໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ (ອິນໂດເນເຊຍ)

ໄດ້ຜ່ານ: ເບິ່ງ 121.15

121.18 ພິຈາລະນາເລັ່ງລັດຄວາມພະຍາຍາມໃນການໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ ແລະ ສົນທິສັນຍາສາກົນອື່ນໆດ້ານສິດທິມະນຸດທີ່ ສປປ ລາວ ຍັງບໍ່ທັນໄດ້ເປັນພາຄີ (ຟິລີບປິນ)

ໄດ້ຜ່ານ: ເບິ່ງ 121.15

121.19 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງສິດຂອງແຮງງານເຄື່ອນຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ (ICRMW) ແລະ ອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ, ອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ເຊຍລາລີໂອນ)

ໄດ້ຜ່ານ: ເບິ່ງ 121.6 and 121.15

121.20 ຈັດຕັ້ງປະຕິບັດຄຳໝັ້ນສັນຍາຂອງຕົນທີ່ເຮັດຂຶ້ນລະຫວ່າງການທົບທວນປະຈຳໄລຍະ (UPR) ໃນປີ 2010 ໃນການໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ (​ໂຮນລັງ ເຫັນດີ

121.21 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ (ການາດາ, ແອັດສະປາຍ) ເຫັນດີ

121.22 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ໂດຍປາສະຈາກ ການເຮັດຂໍ້ສະຫງວນ (ອູຣຸກວາຍ)

ໄດ້ຜ່ານ: ໃນຂະນະນີ້, ສປປ ລາວ ກຳລັງພິຈາລະນາໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກ ການຫາຍສາບສູບແບບບັງຄັບ (CED). ສປປ ລາວ ໃນຂະນະນີ້ ແມ່ນບໍ່ສາມາດຖະແຫຼງໄດ້ວ່າຈະໃຫ້ສັດຕະຍາບັນ ໂດຍປາສະຈາກຂໍ້ສະຫງວນໄດ້ ຫຼືບໍ່. ສປປ ລາວ ຈະເຮັດໄດ້ແນວນັ້ນ ກໍ່ຕໍ່ເມື່ອໄດ້ສຶກສາສົນທິສັນຍາຢ່າງລະອຽດ ທີ່ ຖ້ວນກ່ອນ.

121.23 ພິຈາລະນາການໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ແລະ ສ້າງຕັ້ງຄະນະກຳມະການທີ່ເປັນເອກະລາດ ເພື່ອດຳເນີນການສືບສວນ-ສອບສວນຢ່າງເປັນທຳ ໃນຮູບແບບທີ່ທັນການ, ເປັນທຳ ແລະ ມີປະສິດທິຜົນ ຕໍ່ກໍລະນີການຫາຍສາບສູນຕ່າງໆທີ່ໄດ້ມີການກ່າວຫາ ຊຶ່ງເກີດຂື້ນຢູ່ໃນປະເທດ (ອີຕາລີ)

ໄດ້ຜ່ານ: ໃນປະຈຸບັນ ສປປ ລາວ ກຳລັງພິຈາລະນາໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກ ການຫາຍສາບສູນແບບບັງຄັບ (CED). ກໍລະນີກ່າວຫາຕ່າງໆ ໄດ້ຮັບການ ສືບສວນໂດຍເຈົ້າໜ້າທີ່ກ່ຽວຂ້ອງແລ້ວ ແລະ ພົບວ່າການກ່າວຫາດັ່ງກ່າວບໍ່ແມ່ນຄວາມຈິງ.

121.24 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ແລະ ອອກນິຕິກຳເພື່ອຈັດຕັ້ງປະຕິບັດ ເຊັ່ນດຽວກັບກົນໄກຕ່າງໆ ເພື່ອສືບສວນ-ສອບສວນຢ່າງເປັນເອກະລາດ ແລະ ລະບຸຫາຕົວຜູ້ກະທຳຜິດຕໍ່ອາຊະຍາກຳດັ່ງກ່າວ (ເບຣຊິນ)

ໄດ້ຜ່ານ: ເບິ່ງ 121.23

121.25 ດຳເນີນຂັ້ນຕອນໃຫ້ສຳເລັດຕໍ່ການໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ແລະ ສືບສວນ-ສອບສວນ ຢ່າງຈິງຈັງຕໍ່ທຸກກໍລະນີຂອງການຫາຍສາບສູນແບບບັງຄັບ, ລວມທັງກໍລະນີຂອງນັກເຄື່ອນໄຫວພາກສັງຄົມພົນລະເຮືອນ, ສົມບັດ ສົມພອນ, ແລະ ແຈ້ງໃຫ້ສາທາລະນະ ຊາບຢ່າງໂປ່ງໄສກ່ຽວກັບຜົນຂອງການສືບສວນ-ສອບສວນ ໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້ ແລະ ນຳຜູ້ກະທຳຜິດມາເຂົ້າຂະບວນການຍຸຕິທຳ (ເຢຍລະມັນ)

ໄດ້ຜ່ານ: ເບິ່ງ 121.23

121.26 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ແລະ ປັບປຸງ ນິຕິກຳພາຍໃນ ຕາມຄວາມເໝາະສົມ; ດຳເນີນການສືບສວນ-ສອບສວນ ທີ່ເປັນເອກະລາດ ແລະ ລົງເລິກ ຕໍ່ກໍລະນີການຫາຍສາບສູນຕ່າງໆ ເພື່ອດຳເນີນຄະດີຕໍ່ຜູ້ກະທຳຜິດ (ຝະລັ່ງ)

ໄດ້ຜ່ານ: ເບິ່ງ 121.23

121.27 ໃຫ້ສັດຕະຍາບັນສົນທິສັນຍາວ່າດ້ວຍການປົກປ້ອງທຸກຄົນຈາກການຫາຍສາບສູນແບບບັງຄັບ ແລະ ກຳນົດໃຫ້ການກະທຳທີ່ເຮັດໃຫ້ຫາຍສາບສູນແບບບັງຄັບ ເປັນການກະທຳຜິດທາງອາຍາ ໂດຍມີເປົ້າໝາຍ ເພື່ອສືບສວນ-ສອບສວນ ແລະ ລົງໂທດການກະທຳຜິດທາງອາຍາດັ່ງກ່າວ (ອາກຊັງຕິນ) ເຫັນດີ

121.28 ໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍສິດທິຂອງຄົນພິການ ​ແລະ ອະນຸສັນຍາເພີ່ມເຕີມໃຫ້ແກ່ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ (ແອັດສະປາຍ)

ໄດ້ຜ່ານ: ສປປ ລາວ ໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍສິດຂອງຄົນພິການ (CRPD) ແລະ CAT ແລ້ວ. ປະ ເທດລາວ ຕັ້ງໃຈວ່າຈະສຸມແຮງໃສ່ການຈັດຕັ້ງປະຕິບັດສົນທິສັນຍາຢ່າງມີປະສິທິພາບ ແລະຜົນສຳເລັດ ໃຫ້ເປັນບູລິມະ ສິດ, ແລະຈະພິຈາລະນາອະນຸສັນຍາເພີ່ມເຕີມໃນອະນາຄົດ.

121.29 ເຂົ້າຮ່ວມເປັນພາຄີ ແລະ ສ້າງຄວາມສອດຄ່ອງຢ່າງເຕັມສ່ວນໃຫ້ແກ່ນິຕິກຳພາຍໃນ ກັບທຳມະນູນໂຣມ ວ່າດ້ວຍ ສານອາຍາສາກົນ ແລະ ເຂົ້າຮ່ວມເປັນພາຄີຂໍ້ຕົກລົງວ່າດ້ວຍອະພິສິດ ແລະ ສິດຄຸ້ມກັນຂອງສານອາຍາ ສາກົນ (ແອັດສະໂຕເນຍ)

ໄດ້ຜ່ານ: ເບິ່ງ 121.14

121.30 ເຂົ້າຮ່ວມເປັນພາຄີ ແລະ ສ້າງຄວາມສອດຄ່ອງຢ່າງເຕັມສ່ວນໃຫ້ແກ່ນິຕິກຳພາຍໃນ ກັບທຳມະນູນໂຣມ ວ່າດ້ວຍ ສານອາຍາສາກົນ ລວມທັງການຫັນເອົາບົດບັນຍັດຕ່າງໆ ເພື່ອຮ່ວມມືຢ່າງທັນການ ແລະ ເຕັມສ່ວນກັບ ສານອາຍາສາກົນ (ມອນເຕເນໂກຣ)

ໄດ້ຜ່ານ: ເບິ່ງ 121.14

121.31 ໃຫ້ສັດຕະຍາບັນທຳມະນູນໂຣມ ວ່າດ້ວຍ ສານອາຍາສາກົນ (ຝະລັ່ງ)

ໄດ້ຜ່ານ: ເບິ່ງ 121.14

121.32 ເຂົ້າຮ່ວມເປັນພາຄີທຳມະນູນໂຣມ ວ່າດ້ວຍ ສານອາຍາສາກົນ ແລະ ຂໍ້ຕົກລົງວ່າດ້ວຍອະພິສິດ ແລະ ສິດຄຸ້ມກັນຂອງສານອາຍາສາກົນ (ອີຕາລີ)

ໄດ້ຜ່ານ: ເບິ່ງ 121.14

121.33 ເຂົ້າຮ່ວມເປັນພາຄີ ແລະ ສ້າງຄວາມສອດຄ່ອງຢ່າງເຕັມສ່ວນໃຫ້ແກ່ນິຕິກຳພາຍໃນ ກັບທຳມະນູນໂຣມ ວ່າດ້ວຍ ສານອາຍາສາກົນ (ລັດເວຍ)

ໄດ້ຜ່ານ: ເບິ່ງ 121.14

121.34 ເຂົ້າຮ່ວມເປັນພາຄີທຳມະນູນໂຣມ ວ່າດ້ວຍ ສານອາຍາສາກົນ (ລຸກຊຳບວກ)

ໄດ້ຜ່ານ: ເບິ່ງ 121.14

121.35 ໃຫ້ສັດຕະຍາບັນທຳມະນູນໂຣມ ວ່າດ້ວຍ ສານອາຍາສາກົນ ແລະ ສົນທິສັນຍາວ່າດ້ວຍສິດຂອງແຮງງານເຄື່ອນ ຍ້າຍ ແລະ ສະມາຊິກຄອບຄົວຂອງເຂົາເຈົ້າ (ການາ)

ໄດ້ຜ່ານ: ເບິ່ງ 121.14 ແລະ 121.15

121.36 ສືບຕໍ່ຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນ (ກູເວດ) ເຫັນດີ

121.37 ທົບທວນກົດໝາຍອາຍາ ເພື່ອເຮັດໃຫ້ທຸກກົດໝາຍ ສອດຄ່ອງກັບມາດຕະຖານສິດທິມະນຸດສາກົນ, ແລະ ຖອນບົດບັນຍັດຂອງກົດໝາຍວ່າດ້ວຍສື່ມວນຊົນ ແລະ ດຳລັດວ່າດ້ວຍອິນເຕິເນັດ ຊຶ່ງວາງໂທດໃສ່ສິດທິມະນຸດຂັ້ນພື້ນຖານ ແລະ ກຳນົດໃຫ້ສິດຂອງບຸກຄົນຢູ່ໃຕ້ຜົນປະໂຫຍດຂອງລັດ (ສະວີເດັນ)

ໄດ້ຜ່ານ: ສ່ວນທຳອິດຂອງຂໍ້ສະເໜີແນະນີ້ ແມ່ນຍອມຮັບໄດ້ສຳລັບ ສປປ ລາວ ຍ້ອນວ່າກຳລັງຢູ່ໃນຂະບວນການສ້າງ ກົດໝາຍອາຍາໃໝ່ ເພື່ອເປັນການພະຍາຍາມຮັບປະກັນວ່າຂໍ້ຜູກມັດດ້ານສິທິມະນຸດຂອງປະເທດ ໄດ້ຜັນຂະຫຍາຍຢູ່ ໃນກົດໝາຍອາຍາໃໝ່ນີ້, ແຕ່ປະເທດລາວ ບໍ່ສາມາດຮັບເອົາສ່ວນທີສອງຂອງຂໍ້ສະເໜີແນະໄດ້, ພຽງເພາະວ່າ ສປປ ລາວ ບໍ່ມີກົດໝາຍ ຫຼືດຳລັດໃດ, ລວມ ເຖິງກົດໝາຍວ່າດ້ວຍສື່ມວນຊົນ ແລະດຳລັດວ່າດ້ວຍອິນເຕີເນັດ ມີຂໍ້ບັງຄັບລົງ ໂທດ ການຈັດຕັ້ງປະຕິບັດສິດພື້ນຖານຂອງມະນຸດ.

121.38 ສືບຕໍ່ການຫັນເອົາບົດບັນຍັດຂອງສົນທິສັນຍາສາກົນວ່າດ້ວຍສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ ເຂົ້າໃນກົດ ໝາຍພາຍໃນ ແລະ ນະໂຍບາຍການພັດທະນາ (ຫວຽດນາມ) ເຫັນດີ

121.39 ຫັນເອົາເນື້ອໃນຂອງສົນທິສັນຍາສາກົນດ້ານສິດທິມະນຸດທີ່ສຳຄັນ ທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ເຂົ້າສູ່ກົດໝາຍພາຍໃນຢ່າງເຕັມສ່ວນ ແລະ ຈັດສັນຊັບພະຍາກອນບຸກຄົນ ແລະ ທຶນຮອນ ໃນການຈັດຕັ້ງປະ ຕິບັດກົດໝາຍຕ່າງໆ (ສາທາລະນະລັດ ເກົາຫຼີ) ເຫັນດີ

121.40 ສືບຕໍ່ວຽກງານການຈັດຕັ້ງປະຕິບັດສົນທິສັນຍາສາກົນດ້ານສິດທິມະນຸດຕ່າງໆ. ລວມທັງສົນທິສັນຍາໃນ ຂົງເຂດການປົກປ້ອງແຮງງານ (ຣັດເຊຍ) ເຫັນດີ

121.41 ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມພະຍາຍາມໃນການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ (MDG) ໃນຂົງເຂດອັດຕາການຕາຍຂອງແມ່ ແລະ ເດັກ ແລະ ສິ່ງແວດລ້ອມ ພາຍໃນປີ 2015 ຊຶ່ງປະຈຸບັນ ຍັງຢູ່ຫ່າງໄກຈາກເປົ້າໝາຍທີ່ວາງໄວ້ (ພຸຖານ) ເຫັນດີ

121.42 ສ້າງຄວາມເຂັ້ມແຂງ ແລະ ຊອກຫາການຊ່ວຍເຫຼືອຈາກວົງຄະນາຍາດສາກົນ ເພື່ອສະໜັບສະໜູນຄວາມ ພະຍາຍາມຂອງຕົນໃນການພັດທະນາ ແລະ ຈັດຕັ້ງປະຕິບັດບັນດາຂໍ້ສິເໜີແນະທີ່ໄດ້ຮັບຈາກກົນໄກ UPR ຢ່າງມີປະສິດທິຜົນ (ພູຖານ) ເຫັນດີ

121.43 ເສີມຂະຫຍາຍການຈັດຕັ້ງປະຕິບັດສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປ ລາວເປັນພາຄີ ແລະ ຖະແຫຼງການອາຊຽນວ່າດ້ວຍສິດທິມະນຸດ ເພື່ອໃຫ້ເກີດຜົນປະໂຫຍດແກ່ປະຊາຊົນລາວທັງໝົດ (ກຳປູເຈຍ) ເຫັນດີ

121.44 ສືບຕໍ່ເລັ່ງລັດຄວາມພະຍາຍາມໃນການສະໜັບສະໜູນການຈະເລີນເຕີບໂຕ​ແບບມີສ່ວນປະກອບ ແລະ ໃຫ້ບຸລິມະສິດການຈັດສັນງົບປະມານໃຫ້ແກ່ການສຶກສາຂັ້ນປະຖົມ ແລະ ຫຼຸດຜ່ອນການ ຂາດສານອາຫານ ແລະ ອັດຕາການຕາຍຂອງແມ່ ແລະ ເດັກ ເພື່ອໃຫ້ບັນລຸຄວາມຄືບໜ້າ​ໃນ​ການ​ປະຕິບັດເປົ້າໝາຍ MDG ທີ່ຍັງເຫຼືອ (ອິນເດຍ) ເຫັນດີ

121.45 ດຳເນີນມາດຕະການເພີ່ມເຕີມ ໃນການປົກປ້ອງແມ່ຍິງ ແລະ ເດັກນ້ອຍ (ຍິ່ປຸ່ນ) ເຫັນດີ

121.46 ສົ່ງເສີມເພີ່ມເຕີມວັດທະນະທຳດ້ານສິດທິມະນຸດ (human rights culture) ຢຸ່ໃນປະເທດ (ອຸດສເບັກກິດສະຖານ) ເຫັນດີ

121.47 ພັດທະນາເພີ່ມເຕີມນະໂຍບາຍດ້ານສັງຄົມທີ່ດີ ແລະ ປະສົບຜົນສຳເລັດ ເພື່ອສະໜັບສະໜູນປະຊາຊົນ, ໂດຍສະເພາະຜູ້ທີ່ມີຄວາມຕ້ອງການທີ່ສຸດ (ເວເນຊູເອລາ) ເຫັນດີ

121.48 ສືບຕໍ່ຄວາມພະຍາຍາມແຫ່ງຊາດ ໂດຍການສະໜັບສະໜູນ ແລະ ຊ່ວຍເຫຼືອຂອງວົງຄະນາຍາດສາກົນ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ໂດຍສະເພາະການບັນລຸສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳຂອງປະຊາຊົນ (ບັງຄະລາເທດ) ເຫັນດີ

121.49 ສືບຕໍ່ຄວາມພະຍາຍາມເພື່ອໃຫ້ບັນລຸເປົ້າໝາຍ MDG ໃນຂົງເຂດໂພຊະນາການ,​ ຄວາມສະເໝີພາບຍິງ-ຊາຍ ຢູ່ໃນການສຶກສາຊັ້ນປະຖົມ, ການຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ (ສີລັງກາ) ເຫັນດີ

121.50 ສືບຕໍ່ຄວາມພະຍາຍາມເພື່ອໃຫ້ບັນລຸເປົ້າໝາຍ MDG (ມຽນມາ) ເຫັນດີ

121.51 ສືບຕໍ່ການເຮັດໃຫ້ບັນລຸເປົ້າໝາຍຂອງທຸກຄວາມພະຍາຍາມແຫ່ງຊາດ ແລະ ການຮ່ວມມືສາກົນ ສຳລັບການ ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດທີ່ເປັນເອກະລາດ ອີງຕາມຫຼັກການປາຣີ (ຊີລີ)

ໄດ້ຜ່ານ: ສປປ ລາວ ຈະປະສານກຳລັງເພື່ອສ້າງຄວາມເຂັ້ມແຂງໃຫ້ກົນໄກການຈັດຕັ້ງສິທິມະນຸດຂອງຊາດ, ລວມເຖິງ ກົນໄກຮັບມືກັບການຮ້ອງຮຽນດ້ານສິທິມະນຸດ. ໃນກົນໄກສິທິມະນຸດອື່ນໆ ຄະນະກຳມະການຄຸ້ມຄອງແຫ່ງຊາດດ້ານສິທິ ມະນຸດ ໄດ້ເຮັດວຽກປະສານງານກິຈະກຳສິທິມະນຸດໃນ ສປປ ລາວ ເຊັ່ນ ການສ້າງເອກະສານສະເໜີໃຫ້ສັດຕະຍາບັນ ແກ່ສົນທິສັນຍາສິທິມະນຸດ ແລະແກ້ໄຂບັນຫາກ່ຽວກັບການສົ່ງເສີມ ແລະປົກປ້ອງສິທິມະນຸດຂອງປະຊາຊົນລາວ. ຄະ ນະກຳມະການດັ່ງກ່າວ ຈະສ້າງຄວາມອາດສາມາດຂອງຕົນເອງໃນການຕິດຕາມແນະນຳ ແລະປະສານງານການຈັດຕັ້ງ ປະຕິບັດຂໍ້ກຳນົດ ແລະສັນຍາດ້ານສິທິມະນຸດຂອງ ສປປ ລາວ ໃນທາງທີ່ມີປະສິທິພາບ ແລະປະສິທິຜົນ, ລວມເຖິງການ ປະສານຫັນຂໍ້ບັງຄັບ ແລະສັນຍາດັ່ງກ່າວໃຫ້ເປັນກົດໝາຍ, ນະໂຍບາຍ, ແລະກິຈະກຳແຫ່ງຊາດ. ໃນຂະນະດຽວກັນ, ສປປ ລາວ ກໍ່ມີຄະນະກຳມະການສະເພາະເພື່ອແກ້ໄຂບັນຫາສິທິມະນຸດສະເພາະທາງ. ນອກຈາກນັ້ນ, ຕຸລາການຂອງ ສປປ ລາວ ກໍ່ມີອຳນາດສານທີ່ຈະຕັດສິນຄະດີກ່ຽວກັບສິທິມະນຸດ, ໃນຂະນະທີ່ສະພາແຫ່ງຊາດ ຈະຮັບຄຳຮ້ອງຈາກປະ ຊາຊົນ ກ່ຽວກັບສິທິມະນຸດ ແລະຄຳຮ້ອງຕາມກົດໝາຍອື່ນໆ. ເມື່ອເອົາກົນໄກດ້ານສິທິມະນຸດທີ່ມີຢູ່ທັງໝົດມາລວມເຂົ້າ ກັນ, ໃນຕົວຈິງແລ້ວ ສປປ ລາວ ມີກົນໄກແຫ່ງຊາດເພື່ອແກ້ໄຂບັນຫາສິທິມະນຸດ, ທີ່ໃກ້ຄຽງກັບຫຼັກການ NHRI ຂອງປາ ຣີສ. ເຖິງແນວນັ້ນ, ສປປ ລາວ ກໍ່ຍັງຈະສຶກສາປະສົບການຈາກປະເທດອື່ນໆທີ່ໄດ້ປະສົບຜົນສຳເລັດກັບ NHRI ແລະ ອາດພິຈາລະນາ NHRI ໃນອະນາຄົດ.

121.52 ສືບຕໍ່ການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາສະຖາບັນສິດທິມະນຸດແຫ່ງຊາດ ແລະ ກົນໄກຕ່າງໆ (ເນປານ)

ໄດ້ຜ່ານ: ເບິ່ງ 121.51

121.53 ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ ອີງຕາມຫຼັກການປາຣີ (ຕີມໍ ເລັດສເຕ)

ໄດ້ຜ່ານ: ເບິ່ງ 121.51

121.54 ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ ອີງຕາມຫຼັກການປາຣີ (ການາດາ)

ໄດ້ຜ່ານ: ເບິ່ງ 121.51

121.55 ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ ອີງຕາມຫຼັກການປາຣີ (ຮົງດູຣັດສ)

ໄດ້ຜ່ານ: ເບິ່ງ 121.51

121.56 ສ້າງຄວາມພະຍາຍາມໃນການສ້າງຕັ້ງຄະນະກຳມະການສິດທິມະນຸດແຫ່ງຊາດ ອີງຕາມຫຼັກການປາຣີ (ອິນເດຍ)

ໄດ້ຜ່ານ: ເບິ່ງ 121.51

121.57 ຮັບປະກັນການສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ ທີ່ເຂັ້ມແຂງ, ເປັນເອກະລາດ ອີງຕາມຫຼັກການປາຣີ (ລັດເວຍ)

ໄດ້ຜ່ານ: ເບິ່ງ 121.51

121.58 ສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ ທີ່ເຂັ້ມແຂງ ອີງຕາມຫຼັກການປາຣີ (ກົດສະຕາລີກາ)

ໄດ້ຜ່ານ: ເບິ່ງ 121.51

121.59 ພິຈາລະນາການສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ ໂດຍສອດຄ່ອງກັບຫຼັກການປາຣີ ແລະ ສະໜອງຊັບພະຍາກອນທີ່ຈຳເປັນ ເພື່ອໃຫ້ມັນສາມາດດຳເນີນໜ້າທີ່ຂອງຕົນ (ປອກຕຸຍການ)

ໄດ້ຜ່ານ: ເບິ່ງ 121.51

121.60 ພິຈາລະນາການສ້າງຕັ້ງສະຖາບັນສິດທິມະນຸດແຫ່ງຊາດ ອີງຕາມຫຼັກການປາຣີ (ອີຢິບ)

ໄດ້ຜ່ານ: ເບິ່ງ 121.51

121.61 ຜັນຂະຫຍາຍສິດຂອງປະຊາຊົນທີ່ມີຄວາມອ່ອນໄຫວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ສຳລັບປີ 2016-2020. ການເສີມຂະຫຍາຍໂອກາດທາງດ້ານເສດຖະກິດ ແລະ ສັງຄົມ ສຳລັບແມ່ຍິງ, ເດັກນ້ອຍ ແລະ ຄົນພິການ ແລະ ຜູ້ສູງອາຍຸ ໃນແຜນແຫ່ງຊາດສະບັບຕໍ່ໄປ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງເຕັມສ່ວນໃນທຸກລະດັບ ແລະ ທຸກຂະແໜງການ​ໃນສັງຄົມ (ໄທ) ເຫັນດີ

121.62 ຮັບຮອງເອົາແຜນປະຕິບັດງານແຫ່ງຊາດ ກ່ຽວກັບຍັດຕິຂອງສະພາຄວາມໝັ້ນຄົງ (ເລກທີ 1325) ວ່າດ້ວຍ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ (ປອກຕຸຍການ) ເຫັນດີ

121.63 ສືບຕໍ່ຄວາມພະຍາຍາມໃນການສຶກສາ ແລະ ຝືກອົບຮົມດ້ານສິດທິມະນຸດ ໂດຍສະເພາະ ໃຫ້ແກ່ເຈົ້າໜ້າທີ່ ຂອງລັດ ແລະ ພະນັກງານລັດຖະກອນ (ໂມຣອກໂຄ) ເຫັນດີ

121.64 ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືພາກພື້ນ ແລະ ສາກົນ ໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ (ຫວຽດນາມ) ເຫັນດີ

121.65 ວິໄຈຄວາມເປັນໄປໄດ້ໃນການສ້າງຕັ້ງລະບົບການຕິດຕາມກວດກາບັນດາຂໍ້ສະເໜີແນະສາກົນ ຊຶ່ງຈະຊ່ວຍອຳ ນວຍຄວາມສະດວກໃຫ້ແກ່ການສ້າງເປັນລະບົບຂອງການຕິດຕາມບັນດາຂໍ້ສະເໜີແນະຂອງອົງກອນທີ່ສ້າງຕັ້ງ ຂຶ້ນຕາມສົນທິສັນຍາດ້ານສິດທິມະນຸດຕ່າງໆ ແລະ ບັນດາກົນໄກຕ່າງໆຂອງສະພາສິດທິມະນຸດ (ປາຣາກວາຍ) ເຫັນດີ

121.66 ສົ່ງບົດລາຍງານແຫ່ງຊາດພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ຍັງບໍ່ທັນໄດ້ສົ່ງເປັນເວລາດົນ​ແລ້ວ (ເຊຍລາລີໂອນ) ເຫັນດີ

121.67 ສົ່ງບົດລາຍງານແຫ່ງຊາດຕ່າງໆໄປຍັງອົງກອນທີ່ສ້າງຕັ້ງຂຶ້ນຕາມສົນທິສັນຍາ, ລວມທັງສົນທິສັນຍາວ່າດ້ວຍ ສິດທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ແລະ ເຊື້ອເຊີນຜູ້ລາຍງານພິເສດມາຢ້ຽມຢາມ ແລະ ເຮັດວຽກໄດ້ໃນທຸກເວລາ (ຍິ່ປູ່ນ)

ໄດ້ຜ່ານ: ສປປ ລາວ ກຳລັງຢູ່ໃນຂະບວນການຮ່າງບົດລາຍງານແຫ່ງຊາດ ພາຍໃຕ້ເນື້ອໃນສົນທິສັນຍາ, ລວມເຖິງ ICCPR, ICESCR, ແລະ CRPD. ລັດຖະບານຕັ້ງໃຈທີ່ຈະສົ່ງບົດລາຍງານທີ່ໄດ້ກາຍກຳນົດແລ້ວ ໃນອະນາຄົດອັນໃກ້ ນີ້. ສຳລັບການເຊື້ອເຊີນຂັ້ນຕອນພິເສດ, ເບິ່ງຂໍ້ 121.68.

121.68 ຮ່ວມມືເພີ່ມເຕີມຢ່າງເປັນລະບົບ ກັບອົງກອນທີ່ສ້າງຕັ້ງຂຶ້ນຕາມສົນທິສັນຍາ ແລະ ອະນຸຍາດການຢ້ຽມຢາມ ຂອງບັນດາຂັ້ນຕອນພິເສດຕ່າງໆ (ລຸກຊຳບວກ) ເຫັນດີ

121.69 ສ້າງຄວາມເຂັ້ມແຂງໃຫ້ແກ້ຄວາມສາມາດແຫ່ງຊາດ ໂດຍຜ່ານການຮ່ວມມືກັບກົນໄກສິດທິມະນຸດ ສປຊ, ໂດຍສະເພາະບັນດາຂັ້ນຕອນພິເສດ (ໂມຣອກໂຄ) ເຫັນດີ

121.70 ເຊື້ອເຊີນທຸກຂັ້ນຕອນພິເສດ ໃຫ້ມາຢ້ຽມຢາມໄດ້ທຸກເວລາ (ການາ))

ໄດ້ຜ່ານ: ລັດຖະບານລາວ ໃນປະຈຸບັນ ກຳລັງກະກຽມສຳລັບການເຊື້ອເຊີນຜູ້ລາຍງານພິເສດໃຫ້ມາຢ້ຽມຢາມປະເທດ ໂດຍການກະກຽມສຳມະນາເພື່ອຍົກລະດັບຄວາມຮູ້ ຄວາມເຂົ້າໃຈຂອງພະນັກງານລັດຖະບານ ແລະພາກສ່ວນກ່ຽວຂ້ອງ ຕໍ່ບົດບາດ ແລະໜ້າທີ່ຂອງຂັ້ນຕອນພິເສດ. ສປປ ລາວ ມີແຜນເຊື້ອເຊີນຜູ້ລາຍງານພິເສດດ້ານທີ່ພັກອາໄສທີ່ເໝາະສົມ ຂອງສະຫະປະຊາຊາດໃຫ້ມາຢ້ຽມຢາມປະເທດໃນອະນາຄົດອັນໃກ້ ແລະຈະພິຈາລະນາເຊື້ອເຊີນຜູ້ລາຍງານພິເສດອື່ນ ເປັນກໍລະນີໄປ.

121.71 ເຊື້ອເຊີນທຸກຂັ້ນຕອນພິເສດຂອງ ສປຊ ໃຫ້ມາຢ້ຽມຢາມໄດ້ທຸກເວລາ (ຮົງກາລີ)

ໄດ້ຜ່ານ: ເບິ່ງ121.70

121.72 ເຊື້ອເຊີນຜູ້ລາຍງານພິເສດ ໃຫ້ມາຢ້ຽມຢາມໄດ້ທຸກເວລາ (​ໂຮ​ນລັງ)

ໄດ້ຜ່ານ: ເບິ່ງ 121.70

121.73 ເຊື້ອເຊີນທຸກກົນໄກທີ່ໄດ້ຮັບມອບໝາຍໜ້າທີ່ (mandate holders) ໃຫ້ມາຢ້ຽມຢາມໄດ້ທຸກເວລາ (ລັດເວຍ)

ໄດ້ຜ່ານ: ເບິ່ງ 121.70

121.74 ເຊື້ອເຊີນຂັ້ນຕອນພິເສດຂອງສະພາສິດທິມະນຸດ ຢ່າງຖາວອນ ແລະ ເປີດຮັບທຸກເວລາ (ປາຣາກວາຍ)

ໄດ້ຜ່ານ: ເບິ່ງ 121.70

121.75 ເຊື້ອເຊີນ, ກ່ອນທ້າຍປີ 2016, ບັນດາຜູ້ລາຍງານພິເສດກ່ຽວກັບການສົ່ງເສີມ ແລະ ປົກປ້ອງສິດໃນການ ມີເສລີພາບໃນການສະແດງຄວາມຄິດເຫັນ ແລະ ສະແດງອອກ ເຊັ່ນດຽວກັບໜ່ວຍງານເຮັດວຽກກ່ຽວກັບ ການຫາຍສາບສູນແບບບັງຄັບ (ນອກແວ)

ໄດ້ຜ່ານ: ເບິ່ງ 121.70

121.76 ເຊື້ອເຊີນບັນດາຂັ້ນຕອນພິເສດ ທຸກເວລາ ແລະ ຕິດຕາມຂໍ້ສະເໜີແນະ ທີ່ເຂົາເຈົ້າໄດ້ກຳນົດໃຫ້ ເຊັ່ນດຽວກັບຂໍ້ ສະເໜີແນະຂອງບັນດາຄະນະກຳມະການທີ່ສ້າງຕັ້ງຂຶ້ນຕາມສົນທິສັນຍາ (ອູຣູກກວາຍ)

ໄດ້ຜ່ານ: ເບິ່ງ 121.70

121.77 ຂໍການຊ່ວຍເຫຼືອທາງດ້ານວິຊາ​ການ ແລະ ການຮ່ວມມືຕາມຄວາມເໝາະສົມຈາກວົງຄະນາຍາດສາກົນ, ລວມທັງອົງການ ສປຊ ແລະ ບັນດາອົງການເຄື່ອຂ່າຍ ສປຊ ກ່ຽວກັບການພັດທະນາຄວາມສາມາດໃນການ ຈັດຕັ້ງປະຕິບັດສິດທິມະນຸດ (ມົງໂກລີ) ເຫັນດີ

121.78 ສືບຕໍ່ຊອກຫາການຊ່ວຍເຫຼືອຈາກວົງຄະນາຍາດສາກົນ ເພື່ອໃຫ້ບັນລຸເປົ້າໝາຍການຈັດຕັ້ງປະຕິບັດສິດທິ ມະນຸດຢ່າງເຕັມສ່ວນ (ດີບຸຍຕິ) ເຫັນດີ

121.79 ສືບຕໍ່ຄວາມພະຍາຍາມໃນການລົບລ້າງການຈຳແນກຕໍ່ແມ່ຍິງໃນທຸກຮູບແບບ ແລະ ຮັບປະກັນການສ້າງຄວາມ ເຂັ້ມແຂງ, ການເປັນຕົວແທນ ແລະ ຄວາມກ້າວໜ້າໃຫ້ແກ່ແມ່ຍິງຢູ່ໃນທຸກຂະແໜງການ (ສ. ເກົາຫຼລີ) ເຫັນດີ

121.80 ສົ່ງເສີ່ມເພີ່ມເຕີມ ບັນດາມາດຕະການສຳລັບຄວາມກ້າວໜ້າຂອງແມ່ຍິງ ແລະ ແກ້ໄຂບັນຫາທັດສະນະຄະຕິ ຮິດເກົ່າຄອງເດີມ ທີ່ຈຳກັດການພັດທະນາແມ່ຍິງ (ມຽນມາ) ເຫັນດີ

121.81 ດຳເນີນຄວາມພະຍາຍາມໃນການປັບປຸງການເຂົ້າເຖິງຂອງແມ່ຍິງ ຕໍ່ການສຶກສາ ແລະ ການບໍລິການສາທາລະນະ ສຸກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ບົດບາດຂອງແມ່ຍິງໃນແຜນການພັດທະນາທ້ອງຖິ່ນ (ອິນເດຍ) ເຫັນດີ

121.82 ຮັບປະກັນການມີສ່ວນຮ່ວມຢ່າງເຕັມສ່ວນຂອງແມ່ຍິງໃນບັນດາກົນໄກຕິດຕາມການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ທີ່ຮັບຮອງເອົາໃນປີ 2004 ແລະ ດຳເນີນກິດຈະກຳເຜີຍແຜ່ກົດ ໝາຍດັ່ງກ່າວ ໃຫ້ແກ່ປະຊາຊົນທັງໝົດຢູ່ໃນປະເທດ, ໂດຍສະເພາະຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກ (ແມັກຊີໂກ) ເຫັນດີ

121.83 ຫ້າມຢ່າງ​ເປີດ​ເຜີຍການເຜີຍແຜ່ແນວຄິດ ຍຸຍົງ ແລະ ຈຳແນກເຊຶ້ອຊາດ ໂດຍປະຕິບັດຢ່າງເຕັມສ່ວນ ມາດຕາ 4 ຂອງສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກເຊື້ອຊາດ (ICERD) (ຈີ​ເລ) ເຫັນດີ

121.84 ຮັບປະກັນວ່າທຸກເຜົ່າ ໄດ້ຮັບການປະຕິບັດຢ່າງເທົ່າທຽມກັນ ແລະ ເຂົ້າເຖິງການບໍລິການດ້ານສັງຄົມ, ລວມທັງ ສາທາລະນະສຸກ ແລະ ການສຶກສາ ຢ່າງເທົ່າທຽມກັນ (ການາ) ເຫັນດີ

121.85 ໂຈະການປະຕິບັດໂທດປະຫານຊີວິດ (establish a moratorium) ໂດຍມີຈຸດປະສົງເພື່ອລົບລ້າງໂທດປະຫານ ຊີວິດໃນທຸກການກະທຳຜິດ (ອູຣູກວາຍ)

ໄດ້ຜ່ານ: ສປປ ລາວ ຮັກສາໂທດປະຫານຊີວິດໄວ້ໃນລະບົບກົດໝາຍພຽງເພື່ອເປັນມາຕະການຍັບຍັ້ງອາຊະຍາກຳຮ້າຍ ແຮງ. ແຕ່ໃນຕົວຈິງ ສປປ ລາວ ໄດ້ໂຈະການປະຕິບັດໂທດປະຫານຊີວິດແຕ່ດົນແລ້ວ ຍ້ອນນະໂຍບາຍມະນຸຊະທຳຂອງ ລັດຖະບານລາວ. ພາຍໃຕ້ກົດໝາຍອາຍາ, ໂທດປະຫານຊີວິດຈະບໍ່ຖືກວາງໃສ່ບຸກຄົນທີ່ອາຍຸຕ່ຳກວ່າ 18 ປີ ຫຼືແມ່ຍິງຖື ພາ. ໃນປີຜ່ານມາ, ຫຼາຍຄົນທີ່ຖືກໂທດປະຫານຊີວິດ ໄດ້ຖືກຫຼຸດໂທດລົງເຫຼືອເປັນການຈຳຄຸກຕະຫຼອດຊີວິດ ຍ້ອນພຶຕິ ກຳ ທີ່ດີຂອງເຂົາເຈົ້າ. ໃນດ້ານປະຕິບັດ, ທຸກປີ ປະທານປະເທດ ສປປ ລາວ ມອບນິລະໂທດ, ຫຼຸດໂທດ ຫຼືອະໄພໂທດ ໃຫ້ແກ່ນັກໂທດຫຼາຍຄົນ ທັງສັນຊາດລາວ ແລະຕ່າງດ້າວ. ສປປ ລາວ ແມ່ນຢູ່ໃນຂະບວນການສ້າງ ກົດໝາຍອາຍາທີ່ ຄອບຄຸມອັນໃໝ່. ໃນຂະບວນການນີ້, ໂທດທີ່ຕ້ອງຖືກປະຫານຊີວິດພາຍໃຕ້ກົດໝາຍອາຍາສະບັບປະຈຸບັນ ຈະໄດ້ຖືກ ທວນຄືນ ເພື່ອໃຫ້ສອດຄ່ອງກັບມາດຕາ 6 ຂອງ ICCPR.

121.86 ໂຈະການປະຕິບັດໂທດປະຫານຊີວິດຢ່າງເປັນທາງການ ໂດຍມີຈຸດປະສົງເພື່ອໃຫ້ສັດຕະຍາບັນອະນຸສັນຍາເພີ່ມເຕີມສະບັບທີສອງ ຂອງສົນທິສັນຍາວ່າດ້ວຍສິດທາງ ດ້ານການເມືອງ ແລະ ສິດຂອງພົນລະເມືອງ (ອົດສະຕາລີ)

ໄດ້ຜ່ານ: ເບິ່ງ 121.85

121.87 ກຳນົດການໂຈະການປະຕິບັດໂທດປະຫານຊີວິດ ໂດຍມີຈຸດປະສົງເພື່ອລົບລ້າງໂທດປະຫານຊີວິດຢ່າງສົມບູນຕໍ່ທຸກ ການກະທຳຜິດ (ນອກແວ)

ໄດ້ຜ່ານ: ເບິ່ງ 121.85

121.88 ປະກາດການໂຈະການປະຕິບັດໂທດປະຫານຊີວິດ ເພື່ອລົບລ້າງໂທດປະຫານຊີວິດຢ່າງທັນທີທັນໃດ (ຊີລີ)

ໄດ້ຜ່ານ: ເບິ່ງ 121.85

121.89 ດຳເນີນການໂຈະການປະຕິບັດໂທດປະຫານຊີວິດຢ່າງເປັນທາງການ ແລະ ການຕັດສິນປະຫານຊີວິດ (ແອັດສະປາຍ)

ໄດ້ຜ່ານ: ເບິ່ງ 121.85

121.90 ດຳເນີນການໂຈະການປະຕິບັດໂທດປະຫານຊີວິດຢ່າງເປັນທາງການ ໂດຍມີຈູດປະສົງເພື່ອລົບລ້າງໂທດປະຫານ ຊີວິດ. ຫັນປ່ຽນຈາກໂທດປະຫານຊີວິດ ເປັນໂທດຕັດອິດສະຫຼະພາບຕະຫຼອດຊີວິດ (ຝະລັ່ງ)

ໄດ້ຜ່ານ: ເບິ່ງ 121.85

121.91ພິຈາລະນາການດຳເນີນບາດກ້າວ ເພື່ອກຳນົດ​ການບໍ່ລົງ​ໂທດ​ປະຫາ​ນຊີວິດ ​ໃນ​ກົດໝາຍ ໂດຍມີເປົ້າໝາຍເພື່ອການລົບລ້າງ ໂທດປະຫາ​ນຊີວິດ (ອີຕາລີ)

ໄດ້ຜ່ານ: ເບິ່ງ 121.85

121.92 ຈຳກັດ​ການນໍາໃຊ້ໂທດປະຫານຊີວິດຕໍ່ການກະທຳຜິດທີ່ຮ້າຍແຮງ ເພື່ອກ້າວໄປສູ່ການລົບລ້າງໂທດປະຫານຊີວິດ (ແອັດສະປາຍ)

ໄດ້ຜ່ານ: ເບິ່ງ 121.85

121.93 ລົບລ້າງໂທດປະຫານຊີວິດຢູ່ໃນກົດໝາຍ ຢ່າງເປັນທາງການ (ເຢຍລະມັນ)

ໄດ້ຜ່ານ: ເບິ່ງ 121.85

121.94 ດຳເນີນການສືບສວນ-ສອບສວນທີ່ເປັນເອກະລາດ, ສາມາດເຊື່ອຖືໄດ້ ໂດຍປາສະຈາກຄວາມຊັກຊ້າ ຕໍ່ກໍລະນີ ການຫາຍສາບສູນທີ່ບໍ່ສາມາດອະທິບາຍໄດ້ຂອງຜູ້ປົກປ້ອງສິດທິມະນຸດຄົນໜຶ່ງ, ທ. ສົມບັດ ສົມພອນ, ທີ່ເກີດ ຂຶ້ນໃນວັນທີ 15 ທັນວາ 2012 ຢູ່ ນະຄອນຫຼວງວຽງຈັນ (ລຸກຊຳບວກ)

ໄດ້ຜ່ານ: ເຫດຜົນທີ່ ສປປ ລາວ ບໍ່ຍອມຮັບຂໍ້ສະເໜີແນະນີ້ ແລະຂໍ້ສະເໜີແນະອື່ນໆກ່ຽວກັບກໍລະນີຫາຍສາບສູນນີ້ ແມ່ນຂໍ້ສະເໜີແນະເຫຼົ່ານີ້ ສ່ວນໜຶ່ງ ບັນຈຸພາສາສຳນວນທີ່ບໍ່ສະທ້ອນເຖິງຄວາມເປັນຈິງໃນ ສປປ ລາວ.

ພາຍຫຼັງຈາກການຫາຍຕົວຂອງທ່ານ ສົມບັດ ສົມພອນ, ລັດຖະບານໄດ້ຈັດຕັ້ງຄະນະກຳມະການສອບສວນເພື່ອດຳເນີນ ການສືບຫາບ່ອນຢູ່ຂອງເພິ່ນທັນທີ. ຄະນະກຳມະການສືບສວນ ໄດ້ປະຕິບັດທຸກບາດກ້າວທີ່ຈຳເປັນໃນການສືບສວນ ພາຍໃຕ້ກົດໝາຍຂອງ ສປປ ລາວ. ທາງຄະນະກຳມະການ ໄດ້ເປີດຮັບຄຳເຫັນ ຫຼືຄຳແນະນຳຈາກທຸກພາກສ່ວນທີ່ກ່ຽວ ຂ້ອງ, ໂດຍສະເພາະ ທາງຄະນະກຳມະການ ໄດ້ພົບປະ ແລະລາຍງານຕໍ່ທຸກພາກສ່ວນກ່ຽວຂ້ອງ, ໂດຍສະເພາະແມ່ນ ທ່ານນາງ ຊຸຍ ເມັງ ຢ່າງເປັນໄລຍະ ໃນຂະບວນການສືບສວນ.

ເຈົ້າໜ້າທີ່ສືບສວນ ໄດ້ອອກບົດລາຍງານຕໍ່ສາທາລະນະຊົນ ໂດຍຜ່ານສື່ມວນຊົນ ກ່ຽວກັບຄວາມຄືບໜ້າຂອງການສືບ ສວນ. ລັດຖະບານລາວ ຢືນຢັນວ່າເຈົ້າໜ້າທີ່ກ່ຽວຂ້ອງຂອງ ສປປ ລາວ ຍັງຄົງດຳເນີນການສືບສວນຢ່າງລະອຽດ ແລະ ຈະສືບຕໍ່ເຮັດແນວນັ້ນເພື່ອຊອກຮູ້ຄວາມຈິງ ແລະນຳເອົາຜູ້ກະທຳຜິດມາປະຕິບັດຄວາມຍຸຕິທຳຕາມກົດໝາຍຂອງ ສປປ ລາວ.

121.95 ດຳເນີນການສືບສວນ-ສອບສວນທີ່ເປັນເອກະລາດ ແລະ ຍຸຕິທຳ ຢ່າງທັນທີທັນໃດ ໂດຍມີເປົ້າໝາຍເພື່ອຊອກ ຮູ້ໂຊກຊະຕາກຳ ແລະ ບ່ອນຢູ່ຂອງ ສົມບັດ ສົມພອນ (ໂປໂລຍ)

ໄດ້ຜ່ານ: ເບິ່ງ 121.94

121.96 ດຳເນີນການສືບສວນ-ສອບສວນທີ່​ໂປ່​ງໄສ, ສອດຄ່ອງກັບພາກປະຕິບັດ ແລະ ມາດຖານສາກົນ ຕໍ່ກໍລະນີການຫາຍຕົວໄປຂອງ ທ. ສົມບັດ ສົມພອນ (ປອກຕຸຍການ) ເຫັນດີ

121.97 ເພີ່ມທະວີການສືບສວນ-ສອບສວນຕໍ່ກໍລະນີການຫາຍຕົວໄປຂອງ ທ. ສົມບັດ ສົມພອນ ແລະ ຮັບເອົາການຊ່ວຍເຫຼືອຈາກພາຍນອກໃນການສືບສວນ-ສອບສວນ ແລະ ເປີດເຜີຍຜົນການ​ສືບສວນ-ສອບ​ສວນຕໍ່ສາທາລະນະ, ແລະ ສືບສວນ-ສອບສວນໃນຮູບແບບທີ່ໂປ່ງໄສ ແລະ ໜ້າເຊື່ອຖືໃນທຸກກໍລະນີຂອງການຫາຍສາບສູນແບບບັງຄັບ (ຊູ​ແອັດ)

ໄດ້ຜ່ານ: ເບິ່ງ 121.94

121.98 ເປີດການສືບສວນ-ສອບສວນທີ່ບໍ່ລຳອຽງ, ມີປະສິດທິພາບ ແລະ ​ເລິກ​​ເຊິ​ງຕໍ່ກໍລະນີການຫາຍຕົວໄປຂອງ ສົມບັດ ສົມພອນ ອີງຕາມພັນທະສາກົນຂອງ ສປປ ລາວ ແລະ ​ແຈ້ງຜົນໄດ້ຮັບຂອງການສືບສວນ-ສອບສວນ ໃນຮູບແບບທີ່ໂປ່ງໄສ (ສະວິດເຊີແລນ) ເຫັນດີ

121.99 ດຳເນີນການສືບສວນ-ສອບສວນທີ່ຈິງຈັງ, ໂປ່ງໄສ ແລະ ບໍ່ລຳອຽງຕໍ່ກໍລະນີການຫາຍຕົວໄປຂອງສົມບັດ ສົມພອນ,​ ຕາມຂໍ້ສະເໜີແນະຂອງບັນດາຜູ້ລາຍງານພິເສດ ສປຊ (ອັງກິດ) ເຫັນດີ

121.100 ດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ທີ່ຮີບດ່ວນ ແລະ ໜ້າເຊື່ອຖືໄດ້ ຕໍ່ກໍລະນີ ການຫາຍຕົວໄປຂອງ ສົມບັດ ສົມພອນ ແລະ ແຈ້ງຜົນຈາກການສືບສວນ-ສອບສວນ,​ ລວມທັງການແກ້ໄຂ ຕໍ່ຄວາມສົງໄສເຖິງການມີສ່ວນຮ່ວມຂອງລັດຖະບານ ໃນການລັກພາຕົວຜູ້ກ່ຽວ (ອົດສະຕາລີ) ເຫັນດີ

121.101 ດຳເນີນການສືບສວນ-ສອບສວນທີ່ຈະແຈ້ງ ແລະ ສາມາດເຊື່ອຖືໄດ້ ຕໍ່ກໍລະນີການຫາຍຕົວໄປຂອງ ສົມບັດ ສົມພອນ ແລະ ກໍລະນີອື່ນໆທີ່ຖືກບັງຄັບ​ໃຫ້​ມີການຫາຍສາບສູນ (ການາດາ)

ໄດ້ຜ່ານ: ເບິ່ງ 121.94

121.102 ດຳເນີນການສືບສວນ-ສອບສວນທີ່ຈິງຈັງ ແລະ ສາມາດເຊື່ອຖືໄດ້ ຕໍ່ທຸກກໍລະນີ ແລະ ກໍລະນີທີ່ຍັງບໍ່ສາມາດແກ້ໄຂໄດ້ຂອງການຫາຍສາບສູນແບບບັງຄັບຂອງຜູ້ທີ່ເຮັດວຽກພາກສັງຄົມພົນລະເຮືອນ ຢູ່ ສປປ ລາວ (ນິວຊີແລນ)

ໄດ້ຜ່ານ: ເບິ່ງ 121.94

121.103 ກຳນົດຄຳນິຍາມການທໍລະມານ ໃນກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ໃຫ້ສອດຄ່ອງກັບມາດ ຕະຖານທີ່ກຳນົດໃນສົນທິສັນຍາວ່າດ້ວຍການຕ້ານການທໍລະມານ (ເຊີເບຍ) ເຫັນດີ

121.104 ກຳນົດຄຳນິຍາມຂອງການທໍລະມານ ທີ່ສອດຄ່ອງກັບສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ແລະ ເພີ່ມການກະທຳຜິດສະເພາະທີ່ພົວພັນກັບການທໍລະມານ ແລະ ການປະຕິບັດທີ່ເຊື່ອມຊາມ ເຂົ້າໃນບັນດາ ນິຕິກຳທີ່ກ່ຽວຂ້ອງ (ຮົງກາລີ) ເຫັນດີ

121.105 ຮັບປະກັນການເຂົ້າເຖິງອຳນາດ​ການ​ປົກຄອງຂັ້ນທ້ອງຖິ່ນ ແລະ ສູນກາງ ​ແລະ​ເຂົ້າ​ເຖິງຄ້າຍຄຸມຂັງຢູ່ໃນປະເທດລາວ ຂອງອົງການກາແດງສາກົນ (ICRC) ຢ່າງບໍ່ມີເງື່ອນໄຂ ແລະ ບໍ່ມີຂໍ້ກີດ​ກັ້ນ (ສະວິດເຊີແລນ)

ໄດ້ຜ່ານ: ກ່ຽວກັບການເຂົ້າເຖິງອຳນາດການປົກຄອງທ້ອງຖິ່ນ ແລະສູນກາງ ແລະເຂົ້າເຖິງຄ້າຍຄຸມຂັງ ຂອງອົງການກາ ແດງສາກົນ (ICRC), ສປປ ລາວ ຈະພິຈາລະນາຄຳຮ້ອງຂໍເຂົ້າ ເປັນກໍລະນີໄປ ໂດຍອີງຕາມກົດໝາຍຂອງ ສປປ ລາວ.

121.106 ຮັບປະກັນ​ເພື່ອ​ໃຫ້ ຜູ້ທີ່ຖືກຄຸມຂັງ ໄດ້ຖືກປະຕິບັດຢ່າງມີມະນຸດສະທຳ ແລະ ທະນາຍຄວາມ ສາມາດເຂົ້າເຖິງເຂົາເຈົ້າ ແລະ ​ເພື່ອການສືບສວນ-ສອບສວນຢ່າງເໝາະສົມ ທຸກການກ່າວຫາກ່ຽວກັບການທໍລະມານຢູ່ໃນຄ້າຍຄຸມຂັງ (ການາ) ເຫັນດີ

121.107 ຮັບປະກັນການເຄົາລົບມາດຕະຖານສິດທິມະນຸດຢ່າງມີປະສິດທິພາບ ສຳລັບບຸກຄົນທີ່ຖືກຕັດອິດສະ ຫຼະພາບ ດ້ວຍການສະໜອງຊັບພະຍາກອນທີ່ຈຳເປັນ (ຝະລັ່ງ) ເຫັນດີ

121.108 ສືບຕໍ່ປະຕິບັດບັນດາຫຼັກການທີ່ລະບຸໄວ້ໃນສົນທິສັນຍາວ່າດ້ວຍການຕ້ານການທໍລະມານ, ໂດຍ​ເນັ້ນ​ໃສ່ການລົບລ້າງການກັກຂັງໂດຍພະລະການ, ໂດຍສະເພາະເດັກນ້ອຍ, ແລະ ລົບລ້າງຄວາມຮຸນ ແຮງທີ່ເກີດຂື້ນຍ້ອນການກະທຳຂອງເຈົ້າໜ້າທີ່ປະຕິບັດກົດໝາຍ (ໂຮລີ ຊີ) ເຫັນດີ

121.109 ສ້າງກົດໝາຍທີ່ກຳນົດການລົງໂທດການແຕ່ງງານກ່ອນໄວ, ຮັບຮອງເອົາມາດ ຕະການທີ່ເໝາະສົມ ເພື່ອກ້າວສູ່ການລົບລ້າງການແຕ່ງງານກ່ອນໄວ (ຈີ​ເລ) ເຫັນດີ

121.110 ຮັບປະກັນການຈັດຕັ້ງປະຕິບັດກົດໝາຍພາຍໃນ ທີ່ສ້າງຂຶ້ນເພື່ອລົບລ້າງການແຕ່ງງານກ່ອນໄວ ແລະ ວາງມາດຕະການ ເພື່ອລົງໂທດພາກປະຕິບັດດັ່ງກ່າວນີ້ (ເຊລາ ລີໂອນ) ເຫັນດີ

121.111 ເພີ່ມທະວີຄວາມພະຍາຍາມເພື່ອຮັບປະກັນວ່າເດັກນ້ອຍ ບໍ່ໄດ້ຖືກວ່າຈ້າງໃນສະພາບການຊຶ່ງອາດເປັນ ອັນຕະລາຍຕໍ່ສຸຂະພາບ, ການພັດທະນາ ຫຼື ສະຫວັດ​ດີກາ​ນຂອງເຂົາເຈົ້າ (ຕີມໍ ເລັດສເຕ) ເຫັນດີ

121.112 ສ້າງມາດຕະການ ແລະ ແຜນງານ ເພື່ອກຳຈັດການຄ້າມະນຸດ ແລະ ຄວາມຮຸນແຮງທາງເພດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ເຊຍລາ ລີໂອນ) ເຫັນດີ

121.113 ຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດເພື່ອຕ້ານການສໍ້ລາດບັງຫຼວງ, ລວມທັງການສ້າງຄວາມ ເຂັ້ມໃຫ້ແກ່ກົດໝາຍ ແລະ ການບັງຄັບປະຕິບັດ, ແລະ ສະໜອງຊັບພະຍາກອນໃຫ້ຫຼາຍຂຶ້ນ ແກ່ບັນດາ ອົງການຕ້ານການສໍ້ລາດບັງຫຼວງ (ນິວຊີແລນ) ເຫັນດີ

121.114 ເພີ່ມຄວາມພະຍາຍາມໃຫ້ແກ່ການສະກັດກັ້ນ ແລະ ຕໍ່ສູ້ກັບຮຸບແບບໃໝ່ຂອງຂ້າທາດ ແລະ ການຄ້າ ມະນຸດ ໂດຍຄວາມເອົາໃຈໃສ່ເປັນພິເສດແກ່ການສືບສວນ-ສອບສວນ ແລະ ດຳເນີນຄະດີຕໍ່ທຸກກໍລະນີຂອງ ການຂາຍ ແລະ ຄ້າເດັກນ້ອຍ, ລວມທັງການສະໜອງການປົກປ້ອງຜູ້ເຄາະຮ້າຍທີ່ເປັນເດັກ (ເຊີເບຍ) ເຫັນດີ

121.115 ດຳເນີນບາດກ້າວທີ່ເຂັ້ມແຂງເພື່ອຕໍ່ສູ້ກັບການຄ້າມະນຸດ,​ ໂດຍສະເພາະດ້ວຍການສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກຂອງຄະນະຊີ້ນຳລະດັບຊາດວ່າດ້ວຍການຄ້າມະນຸດ (ສີລາກາ) ເຫັນດີ

121.116 ຈັດຕັ້ງປະຕິບັດບັນດານິຕິກຳທີ່ກ່ຽວກັບການຄ້າມະນຸດຢ່າງເຕັມສ່ວນ ແລະ ແກ້ໄຂຕົ້ນ​ເຫດຂອງການຄ້າມະນຸດ (ສະໂລເວເນຍ) ເຫັນດີ

121.117 ສືບຕໍ່ການຈັດຕັ້ງປະຕິບັດນິຕິກຳທີ່ຕ້ານທຸກຮູບແບບຂອງການຄ້າມະນຸດ ແລະ ສ້າງນິຕິກຳສະເພາະ ເພື່ອຕໍ່ສູ້ກັບການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ໂຮລີ ຊີ) ເຫັນດີ

121.118 ເລັ່ງລັດການຮ່າງກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ (ອິນໂດເນເຊຍ) ເຫັນດີ

121.119 ສ້າງຄວາມເຂັ້ມແຂງເພີ່ມເຕີມໃຫ້ແກ່ນິຕິກຳພາຍໃນ ເພື່ອຕໍ່ສູ້ກັບການຄ້າມະນຸດ (ອີຣານ) ເຫັນດີ

121.120 ຮັບຮອງເອົາກົດໝາຍ ເພື່ອຕໍ່ສູ້ກັບການຄ້າມະນຸດ, ການຂູດຮີດທາງເພດ ​ແລະ ການຮັບປະກັນການຟື້ນຟູຜູ້ຖືກເຄາະຮ້າຍ (ເລບານອນ) ເຫັນດີ

121.121 ພະຍາຍາມລົບລ້າງຕົ້ນເຫດຂອງການຄ້າມະນຸດ (ເບລາລຸດສ) ເຫັນດີ

121.122 ຈັດຕັ້ງປະຕິບັດນິຕິກຳພາຍໃນຕ້ານການຄ້າມະນຸດ ເພື່ອຄວບຄຸມສະພາບການການຄ້າມະນຸດຢູ່ໃນ ປະເທດ (ການາ) ເຫັນດີ

121.123 ສືບຕໍ່ຄວາມພະຍາຍາມໃນການຈັດຝຶກອົບຮົມ ແລະ ໂຄງການສ້າງຄວາມສາມາດສຳລັບພະນັກງານ ລັດຖະກອນ ແລະ ເຈົ້າໜ້າທີ່ປະຕິບັດກົດໝາຍ ໃນການແກ້ໄຂບັນຫາການຄ້າມະນຸດ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ (ມາເລເຊຍ) ເຫັນດີ

121.124 ສືບຕໍ່ຄວາມພະຍາຍາມໃນການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງລັດແຫ່ງກົດໝາຍ (ຟິລິບປິນ) ເຫັນດີ

121.125 ສືບຕໍ່ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງລັດແຫ່ງກົດໝາຍ ເພື່ອປັບປຸງຂອບກົດໝາຍ ແລະ ກົນໄກພາຍໃນຂອງຕົນ (ກູບາ) ເຫັນດີ

121.126 ສືບຕໍ່ການສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງລັດແຫ່ງກົດໝາຍ ແລະ ປັບປຸງການປົກຄອງ (ສິງກະໂປ) ເຫັນດີ

121.127 ພະຍາຍາມຈັດຕັ້ງປະຕິບັດພັນທະພາຍໃຕ້ມາດຕາ 14 ຂອງສົນທິສັນຍາວ່າດ້ວຍສິດທາງດ້ານການ ເມືອງ ແລະ ສິດຂອງພົນລະເມືອງ,​ ຊຶ່ງຮັບປະກັນຢ່າງຮອບດ້ານຕໍ່ສິດໃນການໄດ້ຮັບການພິຈາລະນາຄະດີ ຢ່າງເປັນທຳ ແລະ ສິດຂອງຜູ້ຖືກຫາ (ນາມີເບຍ)) ເຫັນດີ

121.128 ສືບຕໍ່ການໃຫ້ການປົກປ້ອງທີ່ມີປະສິດທິພາບ ແກ່ຄອບຄົວ ໃນຖານະທີ່ເປັນຫົວໜ່ວຍທຳມະຊາດ ແລະ ພື້ນຖານຂອງສັງຄົມ (ອີຢິບ)ສືບຕໍ່ການໃຫ້ການປົກປ້ອງທີ່ມີປະສິດທິພາບ ແກ່ຄອບຄົວ ໃນຖານະທີ່ເປັນຫົວໜ່ວຍທຳມະຊາດ ແລະ ພື້ນຖານຂອງສັງຄົມ (ອີຢິບ) ເຫັນດີ

121.129 ຮັບປະກັບການປົກປ້ອງໃນພາກປະຕິບັດຕົວຈິງຕໍ່ເສລີພາບອັນເປັນພື້ນຖານ ເພື່ອໃຫ້ສອດຄ່ອງກັບ ສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ ທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນ. ຕໍ່ກັບເສລີພາບໃນການສະແດງຄວາມຄິດເຫັນ, ໃຫ້ຍົກເລີກຂໍ້ຫ້າມຕໍ່ເສລີພາບຂອງສື່ມວນຊົນ, ຮັບປະກັນ ຄວາມເປັນເອກະລາດ ແລະ ຫຼາກຫຼາຍຂອງສື່ມວນຊົນ, ແລະ ສະພາບແວດລ້ອມທີ່ປອດໄພສຳລັບການເຮັດ ວຽກຂອງນັກຂ່າວ. ຕໍ່ກັບເສລີພາບໃນການສ້າງຕັ້ງສະມາຄົມ, ໃຫ້ອຳນວຍຄວາມສະດວກໂດຍບໍ່ມີການ ຂັດຂວາງໃຫ້ແກ່ການເຄື່ອນໄຫວຂອງຜູ້ປົກປ້ອງສິດທິມະນຸດ ແລະ NGOs, ໂດຍຜ່ານການປັບປຸງລະບົບ ການຈົດທະບຽນເຂົາເຈົ້າ (ຝະລັ່ງ)

ໄດ້ຜ່ານ: ລັດຖະທຳມະນູນ ແລະກົດໝາຍຂອງ ສປປ ລາວຮັບປະກັນເສລີພາບໃນການສະແດງຄວາມຄິດເຫັນ. ບໍ່ມີນິຕິ ກຳ ສະບັບໃດໃນປະເທດ ທີ່ອະນຸຍາດໃຫ້ມີການປາບປາມເສລີພາບໃນການເຕົ້າໂຮມ ແລະການສະແດງຄວາມຄິດເຫັນ. ຍ້ອນເຫດຜົນງ່າຍໆອັນນີ້, ສປປ ລາວ ຈິ່ງບໍ່ສາມາດຮັບເອົາຂໍ້ສະເໜີແນະອັນນີ້ ແລະອັນອື່ນໆທີ່ຄ້າຍຄືກັນນີ້.

ໃນປີ 2014, ລັດຖະບານໄດ້ອອກດຳລັດວ່າດ້ວຍອິນເຕີເນັດ ເພື່ອຈັດການ ແລະອຳນວຍຄວາມສະດວກການນຳໃຊ້ອິນ ເຕີເນັດ ລວມເຖິງສື່ທາງສັງຄົມ. ດຳລັດນີ້ ສ້າງພື້ນຖານດ້ານກົດໝາຍໃນການຊົມໃຊ້ສິດໃນການເຂົ້າເຖິງຂໍ້ມູນ ແລະການ ສະແດງຄວາມຄິດເຫັນໃນລັກສະນະຮັບຜິດຊອບ ຕາມແນວທາງຂອງກົດໝາຍສາກົນ, ລວມເຖິງຂໍ້ກຳນົດ ແລະຂໍ້ຈຳກັດ ທີ່ພໍຜ່ອນເບົາໄດ້ໃນມາດຕາ 19 ຂອງ ICCPR. ລັດຖະບານລາວ ສົ່ງເສີມໃຫ້ມະຫາຊົນ, ສື່ມວນຊົນ, ປັນຍາຊົນ, ແລະ ອົງການຈັດຕັ້ງທາງສັງຄົມ ມີສ່ວນຮ່ວມໃນການສຶກສາ, ການສະໜັບສະໜຸນ, ແລະການຕິດຕາມສິທິມະນຸດ. ອົງການເຫຼົ່າ ນີ້ ໄດ້ມີສ່ວນຮ່ວມໃນຂະບວນການຂອງ UPR, ການລາຍງານປະຈຳໄລຍະ ພາຍໃຕ້ສົນທິສັນຍາ. ໂດຍສະເພາະ, ອົງ ການຈັດຕັ້ງທາງສັງຄົມທ້ອງຖິ່ນ ໄດ້ຖືກປຶກສາຫາລື ກ່ຽວກັບຂໍ້ສະເໜີແນະຈາກ UPR ຂອງການທົບທວນຮອບທີສອງ ກ່ອນທີ່ລັດຖະບານ ຈະໃຫ້ການພິຈາລະນາຄັ້ງສຸດທ້າຍຕໍ່ຂໍ້ສະເໜີແນະດັ່ງກ່າວ.

ລັດຖະບານລາວ ໄດ້ຮັບຮອງເອົາຂໍ້ແນະນຳກ່ຽວກັບການຈັດຕັ້ງປະຕິລັດດຳລັດນາຍົກລັດຖະມົນຕີ ວ່າດ້ວຍອົງການຈັດ ຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ (INGO). ການຮ່າງເອກະສານແນະນຳນີ້ໄດ້ດຳເນີນໄປພາຍໃຕ້ການປຶກສາຫາລືກັບ ພາກສ່ວນກ່ຽວຂ້ອງຢ່າງກວ້າງຂວາງ ລວມເຖິງ INGO, ອົງການຈັດຕັ້ງສາກົນ, ແລະຄູ່ຮ່ວມວຽກພັດທະນາ. ເອກະສານ ແນະນຳນີ້ ບໍ່ໄດ້ມຸ້ງໃສ່ການຈຳກັດ ແຕ່ເພື່ອການຈັດການ ແລະອຳນວຍຄວາມສະດວກຢ່າງມີປະສິທິພາບຕໍ່ກິຈະກຳຂອງ INGO ທີ່ໄດ້ປະກອບສ່ວນຢ່າງມີຄວາມໝາຍຕໍ່ການພັດທະນາຂອງ ສປປ ລາວ. ຂໍ້ກັງວົນທີ່ໄດ້ຍົກຂຶ້ນ ໂດຍບາງ INGO ທີ່ກ່ຽວກັບເອກະສານແນະນຳນີ້, ໂດຍສະເພາະບັນຫາພາສີ ແມ່ນໄດ້ຖືກແກ້ໄຂເພື່ອໃຫ້ເປັນທີ່ພໍໃຈຂອງທຸກຝ່າຍແລ້ວ.

121.130 ຮັບປະກັນການປົກປ້ອງສິດຂອງບຸກຄົນທີ່ເປັນສະມາຊິກຂອງສາສະໜາສ່ວນນ້ອຍ ແລະ ບຸກຄົນໃນກຸ່ມສ່ວນນ້ອຍອື່ນໆ ແລະ ສືບສວນ-ສອບສວນຢ່າງມີປະສິດທິພາບ ຕໍ່ທຸກຂໍ້ກ່າວຫາຂອງການລະເມີດຕ່າງໆ (ອຽກລັງ) ເຫັນດີ

121.131 ເຄົາລົບຢ່າງເຕັມສ່ວນຕໍ່ເສລີພາບດ້ານສາສະໜາ, ການສົ່ງເສີມການຍອມຮັບ ແລະ ການສົນທະນາ ລະຫວ່າງສາສະໜາຕ່າງໆ (ສະໂລວີເນຍ) ເຫັນດີ

121.132 ສົ່ງເສີມການເຄົາລົບສິດເສລີພາບດ້ານສາສະໜາ, ເສລີພາບທາງຄວາມຄິດ ແລະ ການສ້າງຕັ້ງສະມາຄົມທີ່ເສລີ (ໂຮລີ ຊີ)

ໄດ້ຜ່ານ: ສປປ ລາວ ນັບຖື ແລະປົກປ້ອງສິດເສລີພາບທາງດ້ານສາສະໜາ ແລະກິຈະກຳທາງສາສະໜາທີ່ຖືກກົດໝາຍ ທຸກອັນ, ອີງຕາມລັດຖະທຳມະນູນຂອງ ສປປ ລາວ ຫ້າມການກະທຳແບ່ງແຍກບົນພື້ນຖານສາສະໜາ ຫຼືຄວາມເຊື່ອ. ຂໍ້ ກຳນົດຂອງລັດຖະທຳມະນູນ ແມ່ນໄດ້ລະບຸລະອຽດໃນດຳລັດວ່າດ້ວຍການຄຸ້ມຄອງ ແລະປົກປ້ອງກິຈະກຳທາງສາສະ ໜາ ໃນ ສປປ ລາວ, ເຊິ່ງກຳນົດ ແລະປົກປ້ອງກິຈະກຳທາງສາສະໜາທຸກອັນ, ໂດຍມີທັດສະນະເພື່ອຮັບປະກັນວ່າທຸກ ສາສະໜາແມ່ນເທົ່າທຽມກັນພາຍໃຕ້ກົດໝາຍ ແລະຊົມໃຊ້ການປົກປ້ອງທີ່ເທົ່າທຽມກັນຂອງກົດໝາຍ. ດຳລັດນີ້ກຳລັງ ຖືກທົບທວນໃໝ່ໃນປະຈຸບັນ ເພື່ອຮັບປະກັນການສອດຄ່ອງກັບຕົວຈິງກັບສະພາບປະຈຸບັນ, ແລະເພື່ອການຈັດຕັ້ງປະຕິ ບັດຂໍ້ຜູກມັດ ແລະສັນຍາຕໍ່ສາກົນຂອງປະເທດ ໃຫ້ດີກວ່າເກົ່າ ລວມເຖິງ ມາດຕາ 18 ຂອງ ICCPR, ຂໍ້ສະເໜີແນະທີ່ ກ່ຽວຂ້ອງຂອງ UPR, ຂໍ້ສະເໜີແນະຈາກຜູ້ລາຍງານພິເສດຂອງໜ່ວຍງານເສລີພາບດ້ານສາສະໜາ ແລະຄວາມເຊື່ອ ທີ່ໄດ້ຢ້ຽມຢາມ ສປປ ລາວ ຫຼາຍປີຜ່ານມາ. ໃນການປັບປຸງດຳລັດນີ້ ໄດ້ມີການຈັດການປຶກສາຫາລືກັບຜູ້ຕາງໜ້າສາສະ ໜາ. ຄະນະກຳມະການປັບປຸງ ພາຍໃຕ້ກະຊວງພາຍໃນ ໄດ້ປະກອບເອົາການປະກອບສ່ວນຈາກການປຶກສາຫາລືເຂົ້າ ໃນການສະຫຼຸບຮ່າງດຳລັດ, ເຊິ່ງໄດ້ສົ່ງໃຫ້ລັດຖະບານເພື່ອອະນຸມັດແລ້ວ.

121.133 ປັບປຸງດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງສາສະໜາ (ດຳລັດ 92) ເພື່ອສ້າງຄວາມ ງ່າຍຂຶ້ນໃຫ້ແກ່ກຸ່ມສາສະໜາໃນການລົງທະບຽນສ້າງສະຖານທີ່ບູຊາຕ່າງໆ ແລະ ອະນຸຍາດໃຫ້ກຸ່ມສາສະໜາໃໝ່ ໄດ້ຖືກຮັບຮູ້ຢ່າງເປັນທາງການ (ອາເມລິກາ) ເຫັນດີ

121.134 ເພີ່ມການສົນທະນາກັບຜູ້ນຳສາສະໜາ ເພື່ອລົບລ້າງທຸກຂໍ້ຈຳກັດທີ່ຍັງມີຢູ່ກ່ຽວກັບສາສະໜາ ອີງຕາມກົດໝາຍ (ຮົງກາລີ) ເຫັນດີ

121.135 ຍົກ​ເລີກ​ການ​ກຳນົດ​ໃຫ້​ເປັນຄວາມ​ຜິດ​ທາງ​ອາຍາ ຕໍ່ການມິ່ນປະໝາດ ​ແລະ ການ​ໃຫ້​ຂໍ້​ມູນ​ທີ່ບໍ່ຖືກ ຕ້ອງ ​ແລະ ຍົກ​ເລີກ​ທຸກ​ຂໍ້​ຫ້າມ​ທີ່​ບໍ່​ເໝາະສົມ​ຕໍ່ກັບ​ເສລີພາບ​ໃນການສະ​ແດງ​ອອກ ທີ່​ກໍານົດຢູ່​ໃນ​ກົດໝາຍ ອາຍາ, ກົດໝາຍວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ, ກົດໝາຍ ວ່າ​ດ້ວຍ​ອິນ​ເຕີ​ເນັດ ​ໃຫ້​ສອດ​ຄ່ອງ​ກັບ​ພັນທະ​ສາກົນ​ດ້ານ​ສິດທິ​ມະນຸ​ດຂອງ​ປະ​ເທດ (ລັດ​ເວ​ຍ)

ໄດ້ຜ່ານ: ເບິ່ງ 121.129

121.136 ຈັດຕັ້ງປະຕິບັດຢ່າງເຮັມສ່ວນຕໍ່ພັນທະຂອງຕົນພາຍໃຕ້ສົນທິສັນຍາ ICCPR ເພື່ອເຄົາລົບ ແລະ ຮັບປະກັນສິດເສລີພາບໃນການສະແດງຄວາມຄິດເຫັນ (ການາດາ) ເຫັນດີ

121.137 ປັບປູງບົດບັນຍັດຂອງກົດໝາຍອາຍາ, ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍວ່າດ້ວຍອິນເຕີເນັດ ແລະ ນິຕິກຳອື່ນໆ ທີ່ກຳນົດຄວາມຜິດຂອງການນຳໃຊ້ສິດພື້ນຖານ ເພື່ອເຮັດໃຫ້ກົດໝາຍພາຍໃນຂອງ ປະເທດລາວ ສອດຄ່ອງກັບມາດຕະຖານສາກົນ ໃນຂົງເຂດດັ່ງກ່າວນີ້ (ແບນຊິກ)

ໄດ້ຜ່ານ: ເບິ່ງ 121.129

121.138 ຮັບປະກັນເສລີພາບໃນການສະແດງຄວາມຄິດເຫັນ, ສື່ວນຊົນ, ການໂຮມຊຸມນຸມ ແລະ ການສ້າງ ຕັ້ງສະມາຄົມ ເຊັ່ນດຽວກັບເສລີພາບທາງດ້ານສາສະໜາ ແລະ ຄວາມເຊື່ອ ອີງຕາມສົນທິສັນຍາວ່າດ້ວຍສິດທາງດ້ານການເມືອງ ແລະ ສິດຂອງພົນລະເມືອງ (ອຸຣຸກວາຍ) ເຫັນດີ

121.139 ຮັບປະກັນວ່າສິດເສລີພາບໃນການສະແດງຄວາມຄິດເຫັນ ແລະ ຄຳໝັ້ນສັນຍາສາກົນດ້ານສິດທິ ມະນຸດອື່ນໆ ໄດ້ຮັບການຍຶດຖື ເພື່ອ ກະກຽມສ້າງກົດໝາຍກ່ຽວກັບຄອມພິວເຕີ (cyber law) (ສະຫະລາຊະອານາຈັກອັງກິດ ແລະ ອຽກລັງເໜືອ) ເຫັນດີ

121.140 ທົບທວນດຳລັດກ່ຽວກັບການຄວບຄຸມ ແລະ ຄຸ້ມຄອງຂໍ້ມູນຈາກອິນເຕີເນັດ ເພື່ອຮັບປະກັນການເຄົາລົບສິດຂອງພົນລະເມືອງລາວໃນການໄດ້ຮັບຂໍ້ມູນຂ່າວສານ ແລະ ສິດໃນການສະແດງຄວາມຄິດເຫັນ (ອົດສະຕາລີ)

ໄດ້ຜ່ານ: ເບິ່ງ 121.129

121.141 ຮັບປະກັນເສລີພາບໃນການສະແດງຄວາມຄິດເຫັນ ແລະ ເສລີພາບຂອງສື່ມວນຊົນ,​ ລວມທັງເສລີ ພາບສຳລັບອິນເຕີເນັດ ດ້ວຍການນຳເອົານິຕິກຳພາຍໃນໃຫ້ສອດຄ່ອງຢ່າງເຕັມສ່ວນກັບມາດຕະຖານສາກົນ, ລວມທັງການບໍ່ກຳນົດໃຫ້ເປັນຄວາມຜິດຈາກການໝິ່ນປະໝາດ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ການກະທຳ ຜິດທີ່ກ່ຽວຂ້ອງອື່ນໆຢູ່ໃນກົດໝາຍພາຍໃນທີ່ກ່ຽວຂ້ອງ (ແອັດສະໂຕເນຍ)

ໄດ້ຜ່ານ: ເບິ່ງ 121.129

121.142 ກວດຄືນນິຕິກຳທີ່ຫາກໍ່ຮັບຮອງຮອງເອົາ ຊຶ່ງຈຳກັດການເຜີຍແຜ່ບາງຂໍ້ມູນສະເພາະຜ່ານທາງອິນເຕີເນັດ, ລວມທັງໂດຍຜ່ານສືສັງຄົມອອນລາຍ (ນິວຊີແລນ) ເຫັນດີ

121.143 ສົ່ງເສີມການພັດທະນາອິນເຕີເນັດຢ່າງ​ເສລີ ແລະ ເປີດເຜີຍ ດ້ວຍການປັບປຸງດຳລັງຂອງນາຍົກ ລັດຖະມົນຕີ ຊຶ່ງຈຳກັດສິດເສລີພາບໃນການສະແດງຄວາມຄິດເຫັນທາງອອນລາຍ ຢ່າງ​ຈະ​ແຈ້ງ (ອາເມລິກາ)

ໄດ້ຜ່ານ: ເບິ່ງ 121.129

121.144 Tດຳເນີນມາດຕະການເພື່ອຮັບປະກັນວ່າທຸກນິຕິກຳ,​ ໂດຍສະເພາະກ່ຽວກັບສື່ມວນຊົນ ລວມທັງສື່ ມວນຊົນທາງດິຈິຕອນ, ສອດຄ່ອງຢ່າງເຕັມສ່ວນກັບພັນທະສາກົນດ້ານສິດທິມະນຸດ (ກົດສຕາ ລີກາ) ເຫັນດີ

121.145 ສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງອິນເຕີເນັດ ແລະ ຫຼີກລ້ຽງຈາກການຈຳກັດໃດໆຕໍ່ເນື້ອໃນ ນອກຈາກ​ການ​ຈໍາກັດ​ຊຶ່ງອະນຸຍາດພາຍໃຕ້ກົດໝາຍສິດທິມະນຸດສາກົນ ໂດຍສະເພາະ ສົນທິສັນຍາ​ວ່າ​ດ້ວຍ​ສິດທາ​ງດ້ານ​ການ​ເມືອງ ​ແລະ ສິດ​ຂອງ​ພົນລະ​ເມືອງ ICCPR (ເຢຍລະມັນ) ເຫັນດີ

121.146 ຮັບປະກັນການນຳໃຊ້ເສລີພາບໃນການສະແດງຄວາມຄິດເຫັນ,​ ການໂຮມຊຸມນຸມ ແລະ ການສ້າງຕັ້ງ ສະມາຄົມ ດ້ວຍການປັບປຸງນິຕິກຳຂອງຕົນ ໂດຍສະເພາະ ເພື່ອບໍ່ໃຫ້ ຈຳກັດ​ການ​ເຄື່ອນ​ໄຫວທີ່ຖືກຕ້ອງຕາ​ມກົດໝາຍ ຂອງ NGOs ແລະ ຜູ້ປົກປ້ອງສິດທິມະນຸດ (ລຸກຊຳບວກ)

ໄດ້ຜ່ານ: ເບິ່ງ 121.129

121.147 ຍົກເລີກການອອກດຳລັດນາຍົກລັດຖະມົນຕີວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ຈັດຕັ້ງປະຕິບັດບັນດາກົນໄກທີ່ຈຳເປັນ ເພື່ອເລັ່ງລັດຂະ​ບວນການ​ຈົດ​ທະບຽນຢ່າງ​ຖືກຕ້ອງ​ຕາມ​ກົດໝາຍຂອງ NGOs (ແອັດສະປາຍ)

ໄດ້ຜ່ານ: ເບິ່ງ 121.129

121.148 ຫຼີກລ້ຽງຈາກການຈຳກັດຕ່າງໆທີ່​ບໍ່ຈຳ​ເປັນ ເຊັ່ນ: ການຫ້າມການມີສ່ວນຮ່ວມໃນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ, ການ​ຫ້າມ​ການ​ມີ​ສ່ວນ​ຮ່ວມ​ໃນ​ການ​ພິຈາລະນານິຕິກຳກ່ຽວກັບອົງການຈັດຕັ້ງທາງສັງຄົມ, ແລະ ການ​ຫ້າມອຳນວຍຄວາມສະດວກໃຫ້ແກ່ການຈົດທະບຽນອົງການຈັດຕັ້ງສາກົນ​ທີ່​ບໍ່ສັງກັດ​ລັດຖະບານ(ເຢຍລະມັນ)

ໄດ້ຜ່ານ: ເບິ່ງ 121.129

121.149 ເຮັດໃຫ້ອົງການ NGOs ພາຍ​ໃນ ແລະ ຕ່າງ​ປະ​ເທດ ລວມທັງບັນດາອົງການສິດທິມະນຸດສາກົນ ສາມາດ​ຈົດທະບຽນຢ່າງ​ບໍ່ຈຳກັດ ແລະ ເຄື່ອນໄຫວຕາມກົດໝາຍສາກົນ ແລະ ມາດຕະຖານສາກົນ (ນອກແວ)

ໄດ້ຜ່ານ: ເບິ່ງ 121.129

121.150 ຍົກເລີກທຸກຂໍ້ຫ້າມຢູ່ໃນກົດໝາຍ ແລະ ພາກປະຕິບັດ ຊຶ່ງສົ່ງຜົນຕໍ່ການເຮັດວຽກຂອງອົງການຈັດຕັ້ງ ທາງສັງຄົມ ແລະ ຮັບປະກັນວ່າທຸກບົດບັນຍັດຂອງກົດໝາຍທີ່ພົວພັນກັບສິດເສລີພາບໃນການສະແດງຄວາມ ຄິດເຫັນ,​ ການສ້າງຕັ້ງສະມາຄົມ ແລະ ການໂຮມຊຸມນຸມຢ່າງສັນຕິ ສອດຄ່ອງກັບມາດຕະຖານສິດທິມະນຸດ ສາກົນ (ໂປໂລຍ)

ໄດ້ຜ່ານ: ເບິ່ງ 121.129

121.151 ຈັດຕັ້ງປະຕິບັດຢ່າງເຕັມສ່ວນຕໍ່ພັນທະສາກົນຂອງຕົນ ເພື່ອຮັບປະກັນການປົກປ້ອງຜູ້ປົກປ້ອງສິດທິ ມະນຸດ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ໃນຂະນະທີ່ເຂົາເຈົ້ານຳໃຊ້ສິດທິມະນຸດຂອງຕົນ, ລວມທັງເສລີ ພາບໃນການສະແດງຄວາມຄິດເຫັນ, ການສ້າງຕັ້ງສະມາຄົມ ແລະ ໂຮມຊຸມນຸມ, ແລະ ຍົກເລີກທຸກຂໍ້ຫ້າມຢູ່ໃນ ກົດໝາຍທີ່ສົ່ງຜົນຕໍ່ການ​ເຄື່ອນ​ໄຫວຂອງເຂົາເຈົ້າ. ລັດຖະບານ ສປປ ລາວ ຄວນສ້າງຕັ້ງຄະນະກຳມະການທີ່ເປັນ ເອກະລາດອັນໃໝ່ ໂດຍປາສະຈາກຄວາມຊັກຊ້າ ເພື່ອດຳເນີນການສືບສວນ-ສອບສວນທີ່ເປັນທຳ ແລະ ໂປ່ງໄສ ຕໍ່ກໍລະນີການຫາຍຕົວໄປຂອງ ສົມບັດ ສົມພອນ (ແຟັງລັງ)

ໄດ້ຜ່ານ: ເບິ່ງ 121.129

121.152 ພິຈາລະນາຄືນບັນດາດຳລັດ ແລະ ບົດແນະນຳ ຊຶ່ງເປັນພາລະເກີນໄປສຳລັບບັນດາອົງການຈັດຕັ້ງທາງ ສັງຄົມພາຍໃນ ແລະ ຕ່າງປະເທດ ໂດຍມີເງື່ອນໄຂການລົງທະບຽນທີ່​ໃຊ້​ເວລາດົນ ແລະ ມີຫຼາຍຂັ້ນຕອນ, ການ​ເກັບອາກອນ ແລະ ອື່ນໆ (ອາເມລິກາ) ເຫັນດີ

121.153 ສ້າງສະພາບແວດລ້ອມໃຫ້ບັນດາອົງການຈັດຕັ້ງທາງສັງຄົມທັງພາຍໃນ ແລະ ຕ່າງປະເທດ ໃຫ້ສາມາດ ປະຕິບັດົດບາດຂອງຕົນ (ອົດສະຕາລີ) ເຫັນດີ

121.154: ເຮັດໃຫ້ອົງການຈັດຕັ້ງທາງສັງຄົມ ແລະ NGO ສາມາດເຄື່ອນໄຫວກິດຈະກຳຂອງຕົນ (ນິວຊິແລນ) ເຫັນດີ

121.155 ສ້າງຂອບ​ເພື່ອ​ໃຫ້ອົງການຈັດຕັ້ງທາງສັງຄົມ, ລວມທັງບັນດາອົງການ NGOs ທີ່​ເຄື່ອນ​ໄຫວດ້ານສິດທິມະນຸດ ສາມາດມີສ່ວນຮ່ວມໃນການຈັດຕັ້ງປະຕິບັດກົນໄກ UPR ໂດຍປາສະຈາກຄວາມ ຢ້ານກົວຕໍ່ການຖືກ​ແ​ກ້​ແຄ້ນ (ແບນຊິກ)

ໄດ້ຜ່ານ: ເບິ່ງ 121.129

121.156 ດຳເນີນທຸກມາດຕະການທີ່ຈຳເປັນ ເພື່ອປົກປ້ອງຜູ້ປົກປ້ອງສິດທິມະນຸດ ຈາກການຂົ່ມຂູ່,​ ການປະຕິບັດທີ່ເຊື່ອມຊານ ຫຼື ຄວາມຮຸນແຮງ,​ ລວມທັງການຫາຍສາບສູນແບບບັງຄັບ,​ແລະ ຮັບປະກັນການສືບສວນ- ສອບສວນທີ່ທັນການ, ເປັນທຳ ແລະ ໂປ່ງໄສ ຕໍ່ທຸກກໍລະນີການກ່າວຫາ, ລວມທັງຜູ້ທີ່ຖືກຫາຍສາບສູນແບບບັງຄັບ (ອຽກລັງ)

ໄດ້ຜ່ານ: ເບິ່ງ 121.129

121.157​ເພີ່ມ​ທະວີ​ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນການຕັດສິນບັນຫາ (ເອທິໂອປີ) ເຫັນດີ

121.158 ສືບຕໍ່ຄວາມພະຍາຍາມໃນການຈັດຕັ້ງປະຕິບັດສິດໃນການເຮັດວຽກ ໂດຍຜ່ານບັນດາ ນະໂຍບາຍທີ່ຮອບດ້ານ ເພື່ອໃຫ້ມີການຈ້າງງານທີ່ມີປະສິດທິພາບ ແລະ ເໝາະສົມ​ (ອີຢິບ) ເຫັນດີ

121.159 ເຮັດໃຫ້ກົດໝາຍແຮງງານ ສອດຄ່ອງກັບມາດຕະຖານແຮງງານສາກົນ, ລວມທັງເສລີພາບໃນການ ສ້າງຕັ້ງສະມາຄົມ (ການາ) ເຫັນດີ

121.160 ສືບຕໍ່ຄວາມພະຍາຍາມໃນການປັບປຸງມາດຕະຖານການດຳລົງຊີວິດ, ຮັບປະກັນການເຂົ້າເຖິງຢ່າງ ກ້ວາງຂວາງຕໍ່ການສຶກສາ ແລະ ການບໍລິການສາທາລະນະສຸກທີ່ມີຄຸນນະພາບ (ອຸດສເບກິດສະຖານ) ເຫັນດີ

121.161 ສືບຕໍ່ຄວາມພະຍາຍາມທີ່ພວມດຳເນີນຢູ່ຂອງລັດຖະບານ ​ໃນການຈັດຕັ້ງປະຕິບັດສິດມະນຸດຂອງປະຊາຊົນ, ລວມທັງໂດຍຜ່ານມາດຕະການການແກ້ໄຂຄວາມທຸກຍາກ ແລະ ການລົງທຶນໃນດ້ານສາທາລະນະສຸກ ແລະ ການສຶກສາ (ເນປານ) ເຫັນດີ

121.162 ດຳເນີນຄວາມພະຍາຍາມໃນການຫຼດຜ່ອນຄວາມທຸກຍາກ ຢ່າງກ້ວາງຂວາງ (ດີບຸຍຕີ) ເຫັນດີ

121.163 ສືບຕໍ່ຄວາມພະຍາຍາມຂອງຕົນ ໃນການລຶບລ້າງຄວາມທຸກຍາກ ໂດຍສະເພາະໃນເຂດຫ່າງໄກ (ຫວຽດນາມ) ເຫັນດີ

121.164 ສືບຕໍ່ຄວາມພະຍາຍາມໃນການຮັບຮອງເອົານະໂຍບາຍການພັດທະນາ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງປະຊາຊົນ ໃນການຫຼູດຜ່ອນຄວາມທຸກຍາກ ເພື່ອປົກປ້ອງ ແລະ ສົ່ງເສີມສິດທິມະນຸດ ເຫັນດີ

121.165 ສືບຕໍ່ຄວາມພະຍາຍາມາໃນການລຶບລ້າງຄວາມທຸກຍາກ (ບັງກະລາເດັດຊ) ເຫັນດີ

121.166 ສືບຕໍ່ຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດວ່າດ້ວຍການຫຼຸດຜ່ອນຄວາມທຸກຍາກ ເພື່ອລືບລ້າງ ຄວາມທຸກຍາກ ແລະ ປັບປຸງມາດຕະຖານການດຳລົງຊີວິດ (ກູເວດ) ເຫັນດີ

121.167 ສືບຕໍ່ຄວາມພະຍາຍາມຂອງຕົນໃນການພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກ ໂດຍມີເປົ້າໝາຍເພື່ອບັນລຸເປົ້າໝາຍ MDG (ມາເລເຊຍ) ເຫັນດີ

121.168 ຈັດຕັ້ງປະຕິບັດບັນດານະໂຍບາຍເສດຖະກິດ-ສັງຄົມແຫ່ງຊາດ ແລະ ສືບຕໍ່ຄວາມພະຍາຍາມ ໃນການ ລຶບລ້າງຄວາມທຸກຍາກ ພາຍໃນປີ 2015 ແລະ ຫຼດພົ້ນຈາກສະຖານະປະເທດດ້ອຍ​ພັດທະນາ ພາຍໃນປີ 2020 (ກຸຍບາ) ເຫັນດີ

121.169 ເພີ່ມຄວາມພະຍາຍາມຂອງຕົນໃນການສົ່ງເສີມການຈະເລີນເຕີບໂຕທີ່ມີສ່ວນຮ່ວມ, ໂດຍສະເພາະໃນເຂດຊົນນະບົດ ແລະ ເຂດພູດອຍ (ໄທ) ເຫັນດີ

121.170 ຮັບປະກັນ​ການ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດນະ​ໂຍບາຍ​ທີ່​ດິນ​ແຫ່ງ​ຊາດ ຊຶ່ງ​ສິດທາ​ງດ້ານ​​ເສດຖະກິດ, ວັດທະນະທ ​ແລະ ສັງຄົມ, ​ສິດທາ​ງດ້ານ​ການ​ເມືອງ ​ແລະ ສິດ ຂອງ​ພົນລະ​ເມືອງ​ຂອງ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ເໝາະສົມ, ລວມທັງ​ການ​ນຳ ​ໃຊ້​ມາດຕະຖານ​ສາກົນ ​ເຊັ່ນ: ຂໍ້​​ແນ​ະນຳ​ຂອງ​ອົງການ​ອາຫານ​ໂລກ (FAO Guidlines) ກ່ຽວກັບ​ການ​ຄອບ​ຄອງທີ່​ດິນ ​ແລ​ະ ການ​ລົງທຶນ​ທີ່​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ກະສິກຳ, ​ໂດຍ​ສະ​ເພາະ​ການສະໜອງການ​ຊົດ​ເຊີຍ​ທີ່​ເຕັມ​ສ່ວນ, ​​ເໝາະສົມ ​ແລະ ມີ​ປະສິດທິ​ພາບ ຕໍ່ກັບ​ການ​ຍຶດທີ່​ດິນ ​ແລະ ​ໂດຍ​ການ​ຮັບ​ຮູ້ ​ແລະ ປົກ​ປ້ອງ​ສິດ​ໃນ​ທີ່​ດິນ​ທີ່​ມີ​ມາ​ແຕ່​ດັ້ງ​ເດີມ (customary land rights) (​ເຢຍລະ​ມັນ) ເຫັນດີ

121.171 ຈັດຕັ້ງປະຕິບັດການໂຈະ (moratorium) ກ່ຽວກັບການສຳປະທານທີ່ດິນໃໝ່ ທີ່ປະກາດໂດຍ ລັດຖະບານ ໃນເດືອນມິຖຸນາ 2012 ແລະ ປະຕິຮຸບລະບົບການຄຸ້ມຄອງການເຊົ່າ ແລະ ການສຳປະທານທີ່ດິນ ໃນປະຈຸບັນ (ໂປໂລຍ) ເຫັນດີ

121.172 ທົບທວນນະໂຍບາຍການສຳປະທານທີ່ດິນໃນປະຈຸບັນ ແລະ ຍົກເລີກ ຫຼື ມີມາດຕະການຕໍ່ຜູ້ທີ່ ລະເມີດກົດໝາຍ (ສະວີເດັນ) ເຫັນດີ

121.173 ສືບ​ຕໍ່ການຈັດຕັ້ງປະຕິບັດ​ແຜນ​ງານ​ຕ່າງໆດ້ານ​ສາທາລະນະ​ສຸກ, ຊຶ່ງ​ນຳ​ໄປ​ສູ່​ການ​ປິ່ນປົວສຸຂະພາບ​ທີ່​ມີ​ມາດ​ຕະຖານ​ໂດຍ​ທົ່ວ​ໄປ ສຳລັບ​ພົນລະ​ເມືອງ​ທັງໝົດ (​ເວ​ເນ​ຊູ​ເອລາ) ເຫັນດີ

121.174 ສືບ​ຕໍ່ການຈັດຕັ້ງປະຕິບັດ​ນະ​ໂຍບາຍ​ຕ່າງໆ ​ເພື່ອ​ປັບປຸງ​ສຸ​ຂະ​ພາບ​​ໂດຍ​ທົ່ວ​ໄປ​ຂອງ​ປະຊາຊົນ (ບຣູ​ໄນ ດາຣູຊາ​ລາມ) ເຫັນດີ

121.175 ສືບ​ຕໍ່ຄວາມ​ພະຍາຍາມ​ໃນ​ການ​ປັບປຸງ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ​​ການ​ແບ່ງ​ແຍງ ສຸຂະພາບ ​ໃນ​​ເຂດ​ຫ່າງ​ໄກ ​ເພື່ອ​ໃຫ້​ປະຊາຊົນ​ສາມາດ​​ໄດ້​ຮັບ​ກາ​ນບໍລິການ​ເບິ່ງ​ແຍງ​ສຸຂະພາບ​ທີ່​ດີ​ຂຶ້ນ (ສປປ ​ເກົາຫລີ) ເຫັນດີ

121.176 ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ສະ​ເພາະ​ຕໍ່ຜົນ​ປະ​ໂຫຍ​ດຂອງ​ເດັກ, ​ໂດຍ​ສະ​ເພາະ​ການ​​ເບິ່ງ​ແຍງສຸຂະພາບ ​ແລະ ການ​ສຶກສາ ​ເພື່ອ​ປັບປຸງ​ມາດຕະຖານ​ການ​ດຳລົງ​ຊີວິດ​ຂອງ​ປະຊາຊົນ (​ເບ​ລາລຸດສ) ເຫັນດີ

121.177 ສືບຕໍ່ບັນດາຂໍ້​ລິ​ເລີ່​ມຂອງ​ຕົນ​ໃນ​ການສົ່ງ​ເສີມ ​ແລະ ປົກ​ປ້ອງ​ສິດ​ຂອງ​ປະຊາຊົນ​ໃນ​ການ​ໄດ້​ຮັບ​ການ​ສຶກສາ (ບຣູ​ໄນ ດາຣູຊາ​ລາມ) ເຫັນດີ

121.178 ສືບຕໍ່ການຈັດຕັ້ງປະຕິບັດ​ບັນດາ​ນະ​​ໂຍບາຍ​ແຫ່ງ​ຊາດ​ທີ່​ພວມ​ດຳ​ເນີນ​ຢູ່ ​ເພື່ອ​ຮັບປະກັນ​ໃຫ້ປະຊາຊົນ​ບັນດາ​ເຜົ່າ ​ໄດ້​ຮັບ​ການ​ສຶກສາ​ທີ່​ມີ​ຄຸນ​ນະພາ​ບ (ສປປ ​ເກົາຫລີ) ເຫັນດີ

121.179 ສືບຕໍ່ການ​ປະຕິ​ຮູບ​ການ​ສຶກສາ ​ໂດຍ​ຜ່ານ​ບັນດາ​ນະ​ໂຍບາຍ​ການ​ສຶກສາ​ທີ່​ຮອບດ້ານ ​ແລະ ຮຽນຮ່ວມ,​​ໂດຍ​ມີ​ຈຸດ​ສຸມ​ສະ​ເພາະ​​ໃຫ້​ແກ່​ກຸ່ມຄົນ​ທີ່​ອ່ອນ​ໄຫວ, ລວມທັງ​ເດັກນ້ອຍ (ອີຣານ) ເຫັນດີ

121.180 ສືບ​ຕໍ່ຄວາມ​ພະຍາຍາມ​ສຳລັບ​ເດັກນ້ອຍ ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກສາ​ທີ່​ດີ​ຂຶ້ນ ​ໃນ​ລະດັບ​ຕ່າງໆ (ມຽນມາ) ເຫັນດີ

121.181 ສືບຕໍ່ການ​ປະຕິ​ຮູບທາງ​ດ້ານເສດຖະກິດ-ສັງຄົມ ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ​ໂດຍ​ສະ​ເພາະ​ການ​ລົງທຶນ​ໃສ່​ການ​ສຶກສາ (ສິງກະ​ໂປ) ເຫັນດີ

121.182 ສືບຕໍ່ການ​ເຮັດ​ວຽກ​ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ ​ເຊັ່ນ​ການ​ຂາດ​ນາຍ​ຄູ, ອຸປະກອນ​ຮັບ​ໃຊ້​ໃນ​​ໂຮງຮຽນ ​ແລະ ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າ​ງຄຸນ​ນະພາ​ບຂອງ​ສະ​ຖາ​ບັນ​ການ​ສຶກສາ​ຢູ່​ໃນ​ເຂດ​ຕົວ ​ເມືອງ ​ແລະ ຊົນນະບົດ (ນິວຊີ​ແລ​ນ) ເຫັນດີ

121.183 ​ແກ້​ໄຂ​ບັນຫາ​ການ​ປະລະ​ການ​ຮຽນ ​ໂດຍ​ສະ​ເພາະ​ໃນ​ເຂດ​ຊົນນະບົດ (ດີບຸຍຕີ) ເຫັນດີ

121.184 ສືບຕໍ່​ແກ້​ໄຂ​ບັນຫາ​ການ​ປະລະ​ການ​ຮຽນຂອງ​ເດັກ (​ເລ​ບາ​ນອນ) ເຫັນດີ

121.185 ຮັບຮອງ​ເອົາ​ນິຕິ​ກຳ ​ເພື່ອ​ຫ້າມ​ການ​ເກັບ​ຄ່າ​ຮຽນ ​ແລະ ດຳ​ເນີນ​ມາດ​ຕະການ​ຕ່າງໆທີ່​ຈຳ​ເປັນ ​ເພື່ອ​ຮັບປະກັນ​ການ​ເຂົ້າ​ເຖິງ​ການ​ສຶກສາ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ທົ່ວ​ເຖິງ ​ໂດຍ​ບໍ່ຂຶ້ນກັບ​ ​ເພດ, ຊົນ​ເຜົ່າ, ພາສາ​ເກີດ, ສາສະໜາ, ຄວາມ​​ເຊື່ອ, ຄວາມ​ພິການ ຫຼື ສະພາບ​ທາງ​ສັງຄົມ (​ແມັກ​ຊີ​ໂກ) ເຫັນດີ

121.186 ​ເພີ່ມ​ຄວາມ​ພະຍາຍາມ​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ,​ ຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສ​ດ ຖະກິດ-ສັງຄົມ​ແຫ່ງ​ຊາດ ຄັ້ງທີ 8, ​ເພີ່ມ​ຄວາມ​ພະຍາຍາມ​ໃນ​ວຽກງານ​ສຶກສາ ​ແລະ ​ເພີ່ມ ອັດ​ຕາ​ການ​ເຂົ້າຮຽນຂອງ​ເດັກ​ຍິງ (ຈີນ) ເຫັນດີ

121.187 ​ເພີ່ມ​ຄວາມ​ພະຍາຍາມ​ໃນ​ການ​ສົ່ງ​ເສີມ ​ແລະ ປົກ​ປ້ອງ​ສິດທາ​ງດ້ານ​ວັດທະນະທຳ​ຂອງ​ປະຊາຊົນ​ລາວ ​ເພື່ອ​ປົກ​ປັກ​ຮັກສາ​ວັດທະນະທຳ​ແຫ່ງ​ຊາດ ​ແລະ ບັນດາ​ວັດທະນະທຳ ​ແລະ ພາສາ​ຂອງ​ຊົນ​ເຜົ່າ​ຕ່າງໆ ຢູ່ ສປປ ລາວ (ກຳປູ​ເຈຍ) ເຫັນດີ

121.188 ສະໜອງການ​ສະໜັບສະໜູນທາງ​ດ້ານ​ການ​ເງິນ ​ແລະ ​ເຕັກນິກ​ສຳລັບ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ທາງ​ດ້ານ​ຮີດຄອງ​ປະ​ເພນີ ​ແລະ ວັດທະນະທຳຂອງ​ລາວ (​ເອທິ​ໂອ​ເປຍ) ເຫັນດີ

121.189 ສືບຕໍ່ວຽກງານ​ໃນ​ການ​ປົກ​ປ້ອງ​ສິດ​ຂອງ​ຄົນ​ພິການ (ສະຫະພັນຣັດ​ເຊຍ) ເຫັນດີ

121.190 ຮັບຮອງ​ເອົາ​ທຸກ​ມາດ​ຕະການ​ທາງ​ດ້ານ​ກົດໝາຍ ​ແລະ ນະ​ໂຍບ​າຍ ​ເພື່ອ​ຮັບປະກັນ​ການ ລວມ​ເອົາ​ຢ່າງຮອບດ້ານ​ຕໍ່ຄົນ​ພິການ ​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ກິດຈະກຳ ​ເພື່ອ​ຮັບປະກັນ​ການ​ນຳ​ໃຊ້​ສິດ ຢ່າງ​ເຕັມ​ສ່ວນ​ຂອງ​ເຂົາ​ເຈົ້າ (ຮອນ​ດູຣັດສ) ເຫັນດີ

121.191 ຮັບ​ຮູ້ ​ແລະ ຄ້ຳປະກັນສິດ​ຂອງ​ປະຊາຊົນ​ເຜົ່າ​ພື້ນ​ເມືອງ (indigenous peoples) ລວມທັງ​ໂດຍ​ການ​ໃຫ້​ປະຊາຊົນ​ເຜົ່າ​ພື້ນ​ເມືອງ​ຢູ່​ໃນ​ປະ​ເທດ ມີ​ສ່ວນ​ຮ່ວມ​ຢູ່​ໃນ​ການ​ຕັດສິນ​ບັນຫາ​ຢູ່ ​ໃນ​ທຸກ​ບັນຫາ​ທີ່​ມີ​ຜົນ​ກະທົບ​ຕໍ່ເຂົາ​ເຈົ້າ (ແອັດສະ​ໂຕ​ເນຍ) (Estonia)

ໄດ້ຜ່ານ: ລັດຖະທຳມະນູນ, ກົດໝາຍ ແລະນະໂຍບາຍຂອງ ສປປ ລາວ ຮັບປະກັນຄວາມສະເໝີພາບ ແລະຄວາມບໍ່ຈຳ ແນກຕໍ່ 49 ຊົນເຜົ່າໃນ ສປປ ລາວ. ບໍ່ມີກຸ່ມຊົນເຜົ່າໃດທີ່ດ້ອຍກວ່າຊົນເຜົ່າອື່ນ. ຕາງໜ້າຂອງຊົນເຜົ່າຕ່າງໆ ຖືຕຳແໜ່ງ ໃນຫຼາຍລະດັບ ໃນລັດຖະບານ ແລະອົງກອນລັດ. ໃນຂັ້ນທ້ອງຖິ່ນ, ຄົນທີ່ອາດຖືກກະທົບຈາກໂຄງການພັດທະນາ ມີ ສ່ວນຮ່ວມໃນການປຶກສາຫາລື ແລະສະແດງທັດສະນະຂອງເຂົາເຈົ້າ. ບໍ່ມີກຸ່ມຊົນເຜົ່າໃດໃນ ສປປ ລາວ ທີ່ຖືເປັນຊົນເຜົ່າ ພື້ນເມືອງ ແລະທັງ 49 ຊົນເຜົ່າ ແມ່ນສະເໝີພາບກັນ. ສະນັ້ນ, ສປປ ລາວ ຈິ່ງບໍ່ສະໜັບສະໜຸນສ່ວນຂອງຂໍ້ສະເໜີແນະທີ່ ບັນຈຸ “ປະຊາຊົນເຜົ່າພື້ນເມືອງ”.

121.192 ສ້າ​ງຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ຮ່ວມ​ມື​ກັບ​ອົງການ​ຂ້າ​ຫຼວງ​ໃຫຍ່ ສປຊ ​ເພື່ອ​ຜູ້​ອົບ​ພະຍົບ (UNHCR) ​ເພື່ອ​ຮັບຮອງ​ເອົາ​ມາດ​ຕະການ​ທາງ​ດ້ານ​ກົດໝາຍ ​ແລະ ບໍລິຫານ​ ​ເພື່ອ​ຮັບປະກັນ ການ​ເຄົາລົບ​ຫຼັກການ ການບໍ່ສົ່ງ​ຕົວ​ກັບ (non-refoulment) ​ແລະ ​ໃຫ້​ສັ​ດຕະຍາ​ບັນ​ສົນ​ທິສັນຍາ 1951 ທີ່​ພົວພັນ​ກັບ​ສະຖານະ​ພາບ​ຂອງ​ຜູ້​ອົບ​ພະຍົບ (ອາກຊັງ​ຕິນ)

ໄດ້ຜ່ານ: ລັດຖະບານລາວ ຮັບຮູ້ເຖິງຄວາມສຳຄັນຂອງບົດບາດຂອງ UNHCR ໃນຖານະເປັນໜ່ວຍງານມະນຸຊະທຳ ໂລກ ໃນການຊ່ວຍເຫຼືອຜູ້ອົບພະຍົບທົ່ວໂລກ. ສປປ ລາວ ຍັງສືບຕໍ່ໃຫ້ການຮ່ວມມືກັບ UNHCR ໃນຫຼາຍທາງ ເຖິງແມ່ນ ວ່າຈະບໍ່ມີບັນຫາຜູ້ອົບພະຍົບໃນລາວ ກໍ່ຕາມ. ດ້ານການໃຫ້ສັດຕະຍາບັນຕໍ່ສົນທິສັນຍາ 1951 ກ່ຽວກັບສະຖານະພາບ ຂອງຜູ້ອົບພະຍົບ, ສປປ ລາວ ຕ້ອງການເວລາເພີ່ມເພື່ອສຶກສາສົນທິສັນຍາ, ແຕ່ໃນປະຈຸບັນ ສົນທິສັນຍານີ້ບໍ່ກ່ຽວພັນ ໂດຍກົງກັບ ສປປ ລາວ ໃນປະຈຸບັນ.

121.193 ສືບຕໍ່ການ​ຫັນລະບົບ​ຈົດ​ທະບຽນການ​ເກີດ​ໃຫ້​ມີ​ຄວາມ​ທັນ​ສະ​​ໄໝ ​ແລະ ປັບປຸງ​ການ​ເຂົ້າ​ເຖິງ​ເຂດ​ທີ່​ຫ່າງ​ໄກ, ​ແລະ ​ເພີ່ມ​ຄວາມ​ພະຍາຍາມ​ໃນ​ການ​ຮັບປະກັນ​ການ​ຈົດ​ທະບຽນການ​ເກີດ ທີ່​ບໍ່​ເສຍ​ຄ່າ ​ແລະ ທົ່ວ​ເຖິງ (​ເບຣຊິນ) ເຫັນດີ

121.194 ຮັບຮອງ​ເອົາ​ບົດ​ບັນຍັດ​ທາງ​ດ້ານ​ກົດໝາຍ ​ແລະ ບໍລິຫານ ສຳລັບ​ການ​ອອກ​​ໃບຢັ້ງຢືນ​ການ​ເກີດ​ໃຫ້​ແກ່​ເດັກນ້ອຍ​ທຸກ​ຄົນ ທີ່​ເກີ​ແດ​ຢູ່​ໃນ​ດິນ​ແດນ​ຂອງ​ຕົນ ​ແລະ ​ສ້າງຕັ້ງຫ້ອງການ​ຈົດ​ທະບຽນຢູ່​ໃນ​ທຸກ​ເມືອ​ງ, ລວມທັງ​ເມືອງ​ທີ່​ຢູ່​ໃນ​ເຂດຊົນນະບົດ (​ແມັກ​ຊິ​​ໂກ) ເຫັນດີ

121.195 ສືບ​ຕໍ່ຄວາມ​ພະຍາຍາມ​ໃນ​ການ​ຫັນ​ລະບົບ​ຈົດ​ທະບຽນການ​ເກີດ​ໃຫ້​ທັນ​ສະ​ໄໝ ​ແລະ ຕີ​ລາ​ຄາ​ວ່າ ມີ​ຄວາມ​ຈຳ​ເປັນ​ໃນ​ການ​ມີບາດກ້າວ​ເພີ່ມ​ເຕີມ ຫຼື ບໍ່ ​ເພື່ອ​ຮັບປະກັນ​ການ​ເຂົ້າ​ເຖິງການ​ຈົດ​ທະ ບຽນການ​ເກີດ​ທີ່​ທົ່ວ​ເຖິງ ​ເພື່ອ​ຮັບປະກັນວ່າ ​ສິດ​ຂອງ​​ເດັກ​ໃນ​ການ​ມີ​ສັນຊາດ ​ໄດ້​ຖືກ​ປົກ​ປ້ອງ​ຢ່າງ​ພຽງພໍ (ນາ​ມີ​ເບຍ) ເຫັນດີ

121.196 ​ເຄົາລົບ​ທຸກ​ພັນທະ​ພາຍ​ໃນ ​ແລະ ສາກົນ ທີ່​ພົວພັນ​ກັບ​ບຸກຄົນ​ທີ່​ຢ້າຍ​ຖິ່ນ​ຖານ​ດ້ວຍ​ການບັງ​ຄັບ (ສະ​ວິດ​ເຊີ​ແລນ) ເຫັນດີ