ວິທະຍຸເອເຊຍເສລີ: 01 ສິງຫາ 2017
ສະຫາພັນສາກົນ ເພື່ອ ສິດທິມະນຸດ ຫລື FIDH ຮ່ວມດ້ວຍ ຂະບວນການ ລາວ ເພື່ອ ສິດທິມະນຸດ LMHR ໄດ້ອອກ ຖແລງການຮ່ວມ ຮຽກຮ້ອງ ໃຫ້ສະຫະປະຊາຊາດ ກົດກັນ ຣັຖບານລາວ ໃຫ້ແກ້ໄຂບັນຫາ ສິດທິມະນຸດ ທີ່ຍັງຄ້າງຄາ ຢູ່ໃນລາວ ກ່ອນການທົບທວນ ດ້ານ ສິດທິມະນຸດ ຂອງ ອົງການ ສະຫະປະຊາຊາດ ໃນປີນີ້.
ຂໍ້ຄວາມໃນຖແລງການດັ່ງກ່າວ ຣະບຸວ່າ ຣັຖບານລາວ ຕ້ອງໄດ້ທົບທວນ ແລະແກ້ໄຂ ສະພາບການ ດ້ານ ສິດທິມະນຸດ ຂອງຕົນຢ່າງ ຈີງຈັງ ແລະເລັ່ງລັດ ບາດກ້າວໄປ ໃນທາງທີ່ຖືກຕ້ອງ ເພື່ອສະແດງໃຫ້ອົງການ ສະຫະປະຊາຊາດ ເຫັນວ່າ ສປປລາວ ຈິງຈັງໃນການ ປະຕິບັດ ຕໍ່ຄຳຮຽກຮ້ອງຂອງສາກົນ ໃນບັນດາດັ່ງກ່າວ ດັ່ງທ່ານ Andrea Giorgetta ຜູ້ອຳນວຍການ ສະຫະພັນສາກົນ ເພື່ອສິດທິ ມະນຸດ ປະຈຳຂົງເຂດ ເອເຊັຽ ກ່າວຕໍ່ເອເຊັຽ ໃນຕອນນຶ່ງວ່າ:
“ທ່ານວ່າ ພວກທ່ານເປັນຫ່ວງກ່ຽວກັບ ການຂາດຄວາມໂປ່ງໃສ ຄວາມຮັບຜິດຊອບ ແລະ ຄວາມຫລົ້ມແຫລວ ໃນການປະຕິບັດ ຕໍ່ກົດ ເກນຂອງ ສະຫະປະຊາຊາດ ທາງດ້ານ ສິດທິມະນຸດ ແລະວ່າພວກທ່ານ ເປັນຫ່ວງກ່ຽວກັບ ການຈັບກຸມບຸກຄົນທີ່ ສະແດງອອກ ໃນ ເຄືອຂ່າຍ ອິນເຕີແນັດ ທຸກຮູບແບບ ໃນລາວ”.
ຖແລງການຍັງຣະບຸຕໍ່ໄປວ່າ ບັນຫາ ທີ່ຫນ້າເປັນຫ່ວງ ກ່ຽວກັບ ສິດທິມະນຸດ ໃນລາວ ທີ່ຍັງບໍ່ຖືກແກ້ໄຂ ໃນນັ້ນຮ່ວມດ້ວຍ ການຂາດ ການບັງຄັບໃຊ້ ກົດເກນ ກ່ຽວກັບ ສິດທິມະນຸດ ສາກົນ, ການລົງໂທດ ຜູ້ຕ້ອງຫາ ບໍ່ສົມກັບຄະດີ ແລະ ບໍ່ຜ່ານຂະບວນການ ຍຸຕິທັມ, ການທຳຮ້າຍ ຮ່າງກາຍນັກໂທດ, ການຈັບກຸມຄຸມຂັງ ຜູ້ວິພາກວິຈານຣັຖບານ ໃນເຄືອຂ່າຍອີນເຕີແນັດ, ການບີບບັງຄັບໃຫ້ຫາຍສາບສູນ, ຂາດການສືບສວນ, ສະພາບການ ໃນທີ່ກັກຂັງ ຫລື ໃນຄຸກ ຂາດມາຕຖານ ສາກົນ,
ການຕັດສີນຄະດີ ຂອງສານທີ່ບໍ່ຍຸຕິທັມ ບໍ່ເຄົາຮົບນັບຖື ສິດທິມະນຸດ ສິດທິ ການປາກເວົ້າ ສິດທິ ການສະແດງອອກ ສິດທິ ການຊຸມນຸມ ແບບສັນຕິ ແລະສິດທິ ອົງການຈັດຕັ້ງ ທາງສັງຄົມ ແມ່ນບໍ່ມີເລີຍ ຮ່ວມທັງສິດທິ ຖືສາສນາ ຂອງຊົນກຸ່ມນ້ອຍ ໃນລາວ. ສິດທິ ດັ່ງກ່າວ ທັງຫມົດນີ້ ທາງການລາວ ຕ້ອງໄດ້ແກ້ໄຂ ກ່ອນ ການທົບທວນ ດ້ານ ສິດທິ ມະນຸດ ຂອງອົງການ ສະຫະປະຊາຊາດ ດ້ານ ສິດທິມະນຸດ ໃນປີນີ້.

“ຜູ້ນໍາອາຊຽນຕ້ອງເນັ້ນການປັບປຸງການສຶກສາໃນພາກພື້ນເພື້ອສ້າງເສີມໃຫ້ເກີດປະຊາຄົມທີ່ມີພະລັງສ້າງສັນ”
ການປະຕິບັດ ສິດທິມະນຸດ ຢູ່ສປປລາວ ບໍ່ມີທ່າທີວ່າ ຈະດີຂຶ້ນ ແຕ່ກົງກັນຂ້າມ ຫາກຂີ້ຮ້າຍລົງ. ໃນນັ້ນສ່ວນນຶ່ງ ຈະເຫັນໄດ້ ເມື່ອໄວໆ ມານີ້ ເມື່ອທາງການ ສປປລາວ ຕັດສິນ ລົງໂທດ ຕໍ່ຜູ້ໃຊ້ ສື່ສັງຄົມ ທີ່ເປັນ ຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຊຶ່ງພຽງແຕ່ ໄດ້ສະແດງທັສນະ ຂອງຕົນ ອອກມາ ເຖິງຂໍ້ບົກຜ່ອງ ແລະ ຄວາມອ່ອນແອ ຂອງ ທາງການ ສປປລາວ ໃນການ ບໍຣິຫານ ປະເທດນັ້ນ, ຕາມຄຳເວົ້າຂອງ ທ່ານ ຟີລ ໂຣເບີຣ໌ທເຊິນ (Phil Robertson), ຮອງຜູ້ອຳນວຍການ ອົງການ ສິດທິມະນຸດ ຫຼື Human Rights Watch (HRW) ປະຈຳເຂດ ເອເຊັຍ ທີ່ມີສູນກາງ ຢູ່ນະຄອນ ນິວຢັອກ ສະຫະຣັຖ ອະເມຣິກາ ຕໍ່ ວິທຍຸ ເອເຊັຽ ເສຣີ (RFA) ໃນວັນທີ 14 ມີຖຸນາ 2017 ນີ້:

ໂທດອັນໜັກໜ່ວງ ຊື່ງ ທັງສາມຄົນ ໄດ້ຮັບ ເນື່ອງຈາກ ກ່າວຕິຕຽນ ຣັຖະບານ ສປປລາວ ນັ້ນ,ແມ່ນການ ທົບທວນ ໃຫ້ເຫັນວ່າ ທາງການວຽງຈັນ ບໍ່ປະນິປະນອມ ຕໍ່ ແນວຄິດ ຄັດຄ້ານ ໃດໆ ທັ້ງສີ້ນ ຕະລອດເຖິງ ແນວຄິດ ຄັດຄ້ານ ແບບ ສັນຕິວິທີ ກໍດີ, ນີ້ຄື ຄຳ ຖແລງການ ຂອງ ອົງການ ສະຫະພັນ ສາກົນ ປົກປ້ອງ ສິດທິມະນຸດ (FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ (ຂລສມ) ຊຶ່ງ ທັງສອງ ອົງການ ຍັງໄດ້ ຮຽກທວງ ອີກຄັ້ງໃໝ່ ໃຫ້ທາງການ ສປປລາວ ປ່ອຍຕົວ ຜູ້ຖືກ ຈັບ ທັງສາມ ໂດຍດ່ວນ ແລະ ຢ່າງບໍ່ມີເງື່ອນໄຂ.

ພວກພີ່ນ້ອງ ຂອງ ຄົນງານລາວ 3 ຄົນ ທີ່ຖືກທາງການ ສປປລາວ ຈັບຂັງຄຸກ ມາແຕ່ຕົ້ນປີ 2016 ນັ້ນແຈ້ງໃຫ້ ວິທຍຸເອເຊັຍເສຣີ ຮູ້ວ່າ ທັງ 3 ຖືກສານ ຕັດສິນລົງໂທດ ໜັກເມື່ອ ຕົ້ນເດືອນເມສາ ຜ່ານມາຄື: ທ້າວ ສົມພອນ ພິມມະສອນ ຖືກຕັດສິນລົງໂທດ ຈໍາຄຸກ 20 ປີ, ທ້າວສຸການ ໃຈທັດ 18 ປີ ແລະ ນາງຫຼອດຄໍາ ທໍາມະວົງ 12 ປີ. ຄົນງານທັງ 3 ຄົນນັ້ນ ຖືກນໍາຕົວໄປຂັງຢູ່ຄຸກຊໍາເຄ້, ແຕ່ການຕັດສິນ ຂອງສານ ບໍ່ຖືກເປີດເຜີຍ ອອກເປັນຂ່າວ ຜ່ານສື່ມວນຊົນ ໃນລາວ.
ຣາຍງານຂອງອົງການຂ່າວບໍ່ມີພົມແດນ ໃນການຈັດດັຊນີ ເສຣີພາບ ທາງການຂ່າວສານ ໃນບັນດາ ປະເທດ ໃນໂລກ ສຳລັບປີ 2017 ຣະບຸວ່າ ສປປລາວ ຖືກຈັດຢູ່ໃນ ອັນດັບ 170 ໃນຈຳນວນ 180 ປະເທດ ໝາຍຄວາມວ່າ ລາວຍັງບໍ່ມີເສຣີພາບ ທາງດ້ານການຂ່າວຢູ່ ແລະບໍ່ມີສຳນັກຂ່າວ ເອກຣາດ ໃນລາວ.
ສະຫະພາບ ເອີຣົບ ຕອ້ງຮຽກຮອ້ງໃຫ້ ທາງການ ສປປລາວ ປອ່ຍຕົວ ນັກໂທດການເມືອງ ແລະ ຕອ້ງທວງເຖີງ ຄວາມຄືບໜ້າ ຂອງ ກໍຣະນີ ຫາຍສາບສູນ ແບບຖືກບັງຄັບ ນີ້ຄື ຖແລງການຮວ່ມ ຂອງ ສະຫະພັນສາກົນ ເພື່ອ ສີດທິມະນູດ (FIDH) ແລະ ຂະບວນການລາວ ເພື່ອ ສີດທິມະນູດ (ຂລສມ).