ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ

ວິທະຍຸເອເຊຍເສລີ: 29 ສິງຫາ 2020

ເນື່ອງໃນໂອກາດ ວັນບຸກຄົນທີ່ຕົກເປັນເຫຍື່ອ ການຖືກບັງຄັບ ໃຫ້ຫາຍສາບສູນສາກົລ ທີ່ກົງກັບວັນທີ 30 ສິງຫາ ໃນທຸກໆປີ, ໃນປີນີ້ ຫຼາຍພາກສ່ວນດ້ານສິດທິມະນຸດສາກົລ ຍັງເບິ່ງວ່າ ທາງການລາວ ຍັງຂາດ ຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາ ຄົນຫາຍສາບສູນໃນລາວ ແລະ ບໍ່ມີການສືບສວນ-ສອບສວນ ຕິດຕາມຫາ ຜູ້ຫາຍສາບສູນ ແບບຈິງຈັງ, ເຊິ່ງມີຄວາມໜ້າເປັນຫ່ວງຫຼາຍ, ດັ່ງທ່ານ ຟີລ ໂຣເບີດສັນ, ຮອງຜູ້ອໍານວຍການ ອົງການ Human Rights Watch ປະຈໍາພາກພື້ນອາຊີ-ປາຊີຟິກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ສິງຫານີ້ວ່າ:

ທ່ານວ່າ: “ເຫັນໄດ້ຊັດເຈນວ່າ ຣັຖບານລາວ ບໍ່ເຄີຍສົນໃຈ ເຣື່ອງຄອບຄົວ ຂອງຄົນທີ່ຫາຍໄປ ບໍ່ເຄີຍມີຄວາມຄືບໜ້າ ຍົກໂຕຢ່າງ ກໍຣະນີ ຂອງທ່ານ ສົມບັດ ສົມພອນ ກໍມີແຕ່ການປິດບັງ ຂອງຣັຖບານ ທີ່ອ້າງວ່າ ບໍ່ມີສ່ວນກ່ຽວຂ້ອງ, ບໍ່ຮູ້ເຣື່ອງ, ບໍ່ໄດ້ເຮັດ, ບໍ່ໄດ້ສອບສວນ.”

ທ່ານ ຟີລ ກ່າວຕື່ມວ່າ ກ່ຽວກັບການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກພັທນາຄົນສໍາຄັນ ໃນລາວ ເປັນສິ່ງທີ່ເຮັດໃຫ້ ປະຊາຊົນລາວຫຼາຍຄົນ ມີຄວາມຢ້ານ ໃນການສະແດງຄວາມຄິດເຫັນ ຫຼືເຄື່ອນໄຫວແນວຕ່າງໆ ທີ່ຂັດກັບນະໂຍບາຍ ຂອງພັກ-ຣັຖ ຍ້ອນຢ້ານບໍ່ປອດພັຍ, ແຕ່ເຖິງຢ່າງໃດກໍຕາມ  ທາງອົງການຂອງພວກທ່ານ ກໍຈະບໍ່ຖອຍ ແລະ ຈະບໍ່ຍອມຈຳນົນ ຈົນກວ່າຄວາມຈິງທັງໝົດ ຈະຖືກເປີດເຜີຍ.

ຍານາງ ອັງຄະນາ ນີລະໄພຈິດ, ອະດີດກັມມະການ ສິດທິມະນຸດແຫ່ງຊາດ ປະຈໍາປະເທດໄທຍ ກ່າວວ່າ ຕົນມີຄວາມເປັນຫ່ວງ ກ່ຽວກັບເຣື່ອງ ການຫາຍສາບສູນ ຂອງຄົນລາວ ເປັນຕົ້ນ ທ່ານ ສົມບັດ ສົມພອນ ຮວມທັງທ້າວ ອ໊ອດ ໄຊຍະວົງ ນັກເຄື່ອນໄຫວ ຮຽກຮ້ອງປະຊາທິປະຕັຍໃນລາວ, ເຊິ່ງເມື່ອຖາມໄປຫາ ຣັຖບານລາວ ກໍໄດ້ຮັບການປະຕິເສດ ທີ່ຈະຕອບຄໍາຖາມກ່ຽວກັບເຣື່ອງນີ້:

ທ່ານວ່າ: “ຄືມື້ນີ້ ຍັງບໍ່ມີຄວາມຄືບໜ້າ ຄືກັບວ່າ ຣັຖບານລາວ ກໍປະຕິເສດບໍ່ຮັບຮູ້ ຢ່າງກໍຣະນີ ຂອງທ່ານສົມບັດ ສົມພອນ ທາງຣັຖບານລາວ ກໍບໍ່ມີທ່າທີ ທີ່ຈະຕອບສນອງ ແຕ່ຄວນທີ່ ຈະມີການຮ່ວມມື ທີ່ຈະຊ່ວຍກັນ ທັງເຣື່ອງປົກປ້ອງ ສິດທິມະນຸດ.”

ຍານາງກ່າວອີກວ່າ ຫຼັງຈາກທີ່ທ່ານສົມບັດ ສົມພອນ ໄດ້ຫາຍສາບສູນໄປ ກໍໄດ້ເຮັດໃຫ້ເກີດຄວາມຢ້ານ ແກ່ປະຊາຊົນລາວ ເນື່ອງຈາກທ່ານ ເປັນພຽງແຕ່ ນັກພັທນາຊຸມຊົນ ທີ່ບໍ່ໄດ້ກ່ຽວຂ້ອງກັບການເມືອງແທ້ໆ ຍັງຖືກລັກພາໂຕ ແລະ ບັງຄັບໃຫ້ຫາຍສາບສູນໄດ້. ເຖິງແມ່ນວ່າ ຣັຖບານລາວ ມີການຕິດຕາມຄົ້ນຫາ, ແຕ່ຜົລຂອງການຄົ້ນຫາ ບໍ່ເປັນທີ່ໜ້າພໍໃຈ ແລະ ໃນຂນະດຽວກັນ ກໍມີຄວາມເປັນຫ່ວງ ເຣື່ອງຄວາມປອດພັຍ ຂອງຊາວລາວຫຼາຍຄົນ ທີ່ລີ້ພັຍທາງການເມືອງ ມາຢູ່ປະເທດໄທຍ ໂດຍຍັງບໍ່ທັນໄດ້ໄປຢູ່ປະເທດທີ 3.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອຖາມຄວາມເຫັນເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ສັມພາດທາງໂທຣະສັບ.

ເນື່ອງໃນໂອກາດ ວັນບຸກຄົນ ທີ່ຕົກເຫຍື່ອ ການຖືກບັງຄັບໃຫ້ຫາຍສາຍສູນສາກົລນີ້, ຊາວລາວທ່ານນຶ່ງ ເວົ້າວ່າ ທີ່ຜ່ານມາ ກໍເຄີຍໄດ້ຍິນຂ່າວ ການຫາຍສາບສູນຢູ່ລາວ ເປັນຕົ້ນ ກໍຣະນີ ຂອງທ່ານສົມບັດ ສົມພອນ ແຕ່ບໍ່ໄດ້ຕິດຕາມຫຼາຍ ແຕ່ຢ່າງໃດ ຍ້ອນເຫດການດັ່ງກ່າວ ຢູ່ໄກບ້ານຕົນເອງ:

“ໂອ່ ຫຼາຍປີແລ້ວ ກະຍິນຂ່າວຢູ່ ຫາກຫຼາຍປີແລ້ວ ກະບໍ່ມີລະອຽດເນາະ ມັນບໍ່ແມ່ນຄົນບ້ານເອງຫັ້ນນະ ກະຍິນແຕ່ຂ່າວວ່າ ເຂົາກະໄປແຈ້ງເຈົ້າໜ້າທີ່ໄວ້ເນາະ ແນວເຂົາກະມີຄອບຄົວແລ້ວເດ.”

ກ່ຽວກັບເຣື່ອງ ການແກ້ໄຂຄດີ ຄົນຫາຍສາບສູນຢູ່ລາວ ຊາວລາວອີກທ່ານນຶ່ງ ທີ່ອາສັຍຢູ່ໃນປະເທດໄທຍ ເວົ້າວ່າ ຕົນບໍ່ຮູ້ ແລະ ບໍ່ໄດ້ຕິດຕາມການແກ້ໄຂ ຮູ້ພຽງແຕ່ວ່າ ການເວົ້າຫຼືສະແດງຄວາມຄິດເຫັນ ເຣື່ອງການເມືອງຢູ່ລາວ ເປັນສິ່ງທີ່ອັນຕລາຍແທ້. ຫາກຜູ້ມີອໍານາດໄດ້ຍິນ ກໍຈະຖືກໝາຍຫົວໄວ້ ແລະ ອາຈຖືກບັງຄັບ ໃຫ້ຫາຍສາບສູນໄດ້ເຊັ່ນກັນ:

“ອອກມາ ວິພາກວິຈານການເມືອງ ຫຼືໂພສໃນເຟສບຸຄ ເຈົ້າກະຖືກໝາຍຫົວແລ້ວ ສູ່ມື້ນີ້ ຄົນທີ່ອອກມາ ວິພາກວິຈານຣັຖບານ ແບບໂຈ່ງແຈ້ງ ແບບເປີດໜ້າເປີດຕາ ສ່ວນຫຼາຍ ກະມີແຕ່ໜີ ອອກນອກປະເທດ ຖ້າໃຜເວົ້າ ກະຕ້ອງອອກນອກປະເທດ ຈຶ່ງກ້າເວົ້າ ເພິ່ນໄດ້ມີຂໍ້ຫາຕໍ່ຕ້ານຣັຖບານ.”

ທີ່ຜ່ານມາ ເຄີຍເກີດກໍຣະນີ ຄົນຫາຍສາບສູນໃນລາວ ຫຼາຍກໍຣະນີ, ແຕ່ບາງກໍຣະນີ ທີ່ສັງຄົມຮູ້ຈັກ ກໍແມ່ນກໍຣະນີ ຂອງທ່ານ ສົມພອນ ຂັນຕິສຸກ, ເຈົ້າຂອງເຮືອນພັກ Landing Boat ແລະ ນັກທຸຣະກິຈ ຢູ່ແຂວງຫຼວງນໍ້າທາ ທີ່ຖືກລັກພາໂຕ ໃນປີ 2007. ຕໍ່ມາ ແມ່ນທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສ ດີເດັ່ນ ເຈົ້າຂອງລາງວັນ ແມັກໄຊໆ ອາວ໊ອດ ປີ 2005 ທີ່ຖືກລັກພາໂຕ ໃນວັນທີ 15 ເດືອນທັນວາ ປີ 2012 ຢູ່ນະຄອນຫຼວງວຽງຈັນ. ນອກຈາກນັ້ນ ຍັງມີກໍຣະນີ ການຫາຍສາບສູນ ຂອງທ້າວ ອ໊ອດ ໄຊຍະວົງ, ນັກເຄື່ອນໄຫວ ດ້ານສິດທິມະນຸດ ແລະ ເພື່ອປະຊາທິປະຕັຍໃນລາວ ທີ່ຫາຍສາບສູນ ເມື່ອວັນທີ 26 ສິງຫາ ປີ 2019 ຢູ່ເຂດບຶງກຸ່ມ ນະຄອນຫຼວງບາງກອກ ປະເທດໄທຍ.

One Reply to “ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ”

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.