10 ຜ່ານໄປ ນາໆຊາຕ ຍັງທວງຖາມຫາ ທ່ານ ສົມບັດ ສົມພອນ

ພິທີຖແລງຂ່າວ ຕໍ່ສື່ມວນຊົນທັງໄທຍ ແລະຕ່າງປະເທດ ໃນຫົວຂໍ້ “ຍັງຄົງ ຕ້ອງການ ຄຳຕອບ” ຄົບຮອບ 10 ປີ ການບັງຄັບ ໃຫ້ຫາຍສາບສູນ ຂອງ ສົມບັດ ສົມພອນ ທີ່ສະໂມສອນ ຜູ້ສື່ຂ່າວຕ່າງປະເທດ ປະຈຳ ນະຄອນຫລວງ ບາງກອກ ປະເທດໄທຍ ໃນຕອນເຊົ້າຂອງວັນທີ 13 ທັນວາ 2022.

ອົງການຈັດຕັ້ງສາກົນ ແລະ ບັນດາອົງການຈັດຕັ້ງ ພາກປະຊາສັງຄົມສາກົລ ໃນປະເທດໄທຍ ປະກອບໄປດ້ວຍ ສະຫະປະຊາຊາຕ ຫຼື United Nations (UN), ສຳນັກງານຂ້າຫລວງໃຫຍ່ ເພື່ອສິດທິມະນຸສ ແຫ່ງສະປະຊາຊາຕ ຫຼື The Office Of the High Commissioner for Human Right (FIDH) ໄດ້ຈັດພິທີຖແລງຂ່າວ ຕໍ່ສື່ມວນຊົນທັງໄທຍ ແລະຕ່າງປະເທດ ໃນຫົວຂໍ້ “ຍັງຄົງ ຕ້ອງການ ຄຳຕອບ” ຄົບຮອບ 10 ປີ ການບັງຄັບ ໃຫ້ຫາຍສາບສູນ ຂອງ ສົມບັດ ສົມພອນ ທີ່ສະໂມສອນ ຜູ້ສື່ຂ່າວຕ່າງປະເທດ ປະຈຳນະຄອນຫລວງບາງກອກ ປະເທດໄທຍ ໃນຕອນເຊົ້າຂອງວັນທີ 13 ທັນວາ 2022 ຕາມເວລາໃນປະເທດໄທຍ.

ກ່ອນເຣີ່ມ ພິທີຖແລງຂ່າວ ຍາງນາງ ອຶ້ງ ຊຸ່ຍເມັ້ງ ໄດ້ຂໍໃຫ້ທຸກຄົນ ໃນຫ້ອງຖແລງຂ່າວ ຢູ່ໃນຄວາມສງົບເພື່ອລຳລຶກ ຄິດເຖິງ ທ່ານ ສົມບັດ ສົມພອນ ແລະ ຜູ້ອັນເປັນທີ່ຮັກ ຖືກບັງຄັບໃຫ້ຫາຍສາບສູນໄປນັ້ນປະມານ 1 ນາທີ.

ສ່ວນຄວາມຄືບໜ້າ ໃນການຊອກຫາ ທ່ານ ສົມບັດ ສົມພອນ ນັ້ນແມ່ນພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ຈະເປັນຜູ້ໃຫ້ຄຳຕອບໄດ້ ແຕ່ຜ່ານໄປ 10 ປີແລ້ວ ກໍບໍ່ມີຜູ້ໃດໃຫ້ ຄຳຕອບໄດ້ເທື່ອ.

ດັ່ງຍານາງ ອຶ້ງ ຊຸ່ຍ ເມັ້ງ ທີ່ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວາຣະທີ່ຍານາງ ມາເຂົ້າຮ່ວມພິທີຖແລງຂ່າວ ໃນມື້ດັ່ງກ່າວນັ້ນວ່າ:

“ເຮົາບໍ່ມີອຳນາດ ເຮົາມີແຕ່ສູ້ຊົນຖາມຫາ ຢາກໃຫ້ໝົດທຸກຄົນ ທີ່ວ່ານັບຖືຊີວິຕ ຂອງຄົນ ນັບຖືສິດທິມະນຸສ ຢ່າຊູລືມຊ່ອຍ ຊຸ່ຍ ເມັ້ງ ຊອກຫາສົມບັດ ກໍຄຳຕອບ ຈະຕ້ອງມາແຕ່ທາງການລາວ ຖ້າວ່າຜູ້ອື່ນຮູ້ວ່າ ເພິ່ນຢູ່ຫັ້ນກໍໃຫ້ຄຳຕອບ ກໍໄດ້ ແຕ່ວ່າມາຮອດປັດຈຸບັນ 10 ປີຜ່ານມາແລ້ວ ບໍ່ມີຜູ້ໃດໃຫ້ຂໍ້ມູນ ຈັກເມັດເລີຍ.”

ຍານາງ ອຶ້ງ ຊຸ່ຍ ເມັ້ງ ຍັງຄົງມີຄວາມຫວັງ ທີ່ຈະໄດ້ພົບ ທ່ານ ສົມບັດ ສົມພອນ ຈົນກ່ວາ ຍານາງຈະໝົດລົມຫາຍໃຈ ແລະຫວັງວ່າ ລູກຫລານ ໃນປະເທດລາວ ລວມທັງໝູ່ເພື່ອນ, ເພື່ອນຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະສູ້ຊົນຊ່ອຍຕາມຫາ ທ່ານສົມບັດ ສົມພອນ ເພາະສິ່ງນີ້ແມ່ນຄວາມຕັ້ງໃຈຫລັກຂອງຍານາງ ນັບຕັ້ງແຕ່ມື້ທຳອິດ ທີ່ຍານາງຮູ້ຂ່າວວ່າ ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ຫາຍສາບສູນໄປ.

ດັ່ງ ຍານາງ ອຶ້ງ ຊຸ່ຍ ເມັ້ງ ກ່າວຕື່ມວ່າ:

“ຄວາມຫວັງ ກໍມີແຕ່ວ່າຂ້ອຍມີຊີວິຕມື້ໃດ ຂ້ອຍຍັງມີຫວັງຊິໄດ້ເຈີ ສົມບັດ ຈົນຮອດວ່າຊີວິຕ ຂ້ອຍສິ້ນສຸດໄປ ຂ້ອຍຕາຍໄປແລ້ວ ແຕ່ວ່າຂ້ອຍຍັງຄິດຮອດເພິ່ນ ກໍຝາກຄວາມຫວັງ ໃຫ້ຜູ້ອື່ນ ໃຫ້ລູກຫລານ ໝູ່ຄູ່ຂອງເພິ່ນ ຢ່າຊຸລືມ ຈົນຮອດເຮົາໄດ້ຄຳຕອບວ່າ ສົມບັດ ຢູ່ໃສ.”

ຈຸດປະສົງ ຂອງການ ຈັດພິທີຖແລງຂ່າວນີ້ ກໍເພື່ອຊ່ອຍ ຍານາງ ອຶ້ງ ຊຸ່ຍ ເມັ້ງ ພັນຣະຍາ ຂອງ ທ່ານ ສົມບັດ ສົມພອນ ຕິດຕາມຫາ ຄຳຕອບຈາກຣັຖບານລາວວ່າ ທ່ານ ສົມບັດ ສົມພອນ ຢູ່ໃສ ແລະ ເພື່ອຊ່ອຍເປັນກຳລັງໃຈ ໃຫ້ບັນດາອົງການຈັດຕັ້ງ ສາກົນ, ອົງການຈັດຕັ້ງ ພາກປະຊາສັງຄົມ ໃນໄທຍ ແລະ ຜູ້ທີ່ຮູ້ຈັກ ຫລືບໍ່ຮູ້ຈັກ ທ່ານ ສົມບັດ ສົມພອນ ບໍ່ລືມ ແລະ ຊ່ອຍຊອກຫາ ທ່ານ ສົມບັດ ສົມພອນ ທຸກປີຈົນກ່ວາຈະພົບ ທ່ານ ສົມບັດ ສົມພອນ.

ດັ່ງທ່ານ ຟີລ ໂຣເບີທຊັ້ນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈຳພາກພື້ນ ເອເຊັຽແປຊິຟີກ ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີ ໃນວາຣະທີ່ທ່ານ ມາເຂົ້າຮ່ວມພິທີຖແລງຂ່າວ ໃນມື້ດຽວກັນນີ້ວ່າ:

“ເຮົາກໍບໍ່ໄດ້ເປັນຄົນທີ່ຢູ່ລ້າໆ ລໍຖ້າຕຳຕອບ ເຮົາກໍເປັນຄົນທີ່ຕາມຫາຕຳຕອບ ເຮົາກໍເລີຍ ສນັບສນຸນໃຫ້ຣັຖບານອື່ນໆ ກົດດັນຣັຖບານລາວ ແລ້ວກໍໂອ້ລົມກັບສະຫະປະຊາຊາຕ ຍົກປະເດັນໃຫ້ໃຫ້ສະຫະປະຊາຊາຕ ຕິດຕາມແຕ່ລະບ່ອນ ທີ່ມີໂຕແທນ ຂອງປະເທດລາວໄປ ເຂົາເຈົ້າຕ້ອງຮູ້ວ່າ ມີຄຳຖາມເຣື່ອງທ່ານ ສົມບັດ ສົມພອນ ລໍຖ້າເຂົາ ທີ່ເຂົາຕ້ອງຕອບໃຫ້ໄດ້.”

ສຳລັບການເຄື່ອນໄຫວ ດ້ວຍການເຂົ້າມາຮ່ວມງານ ຖແລງຂ່າວການເສວະນາ ເພື່ອລຳລຶກເຖິງ ທ່ານ ສົມບັດ ສົມພອນ ຈະບໍ່ປະກົດໃຫ້ເຫັນ ປະເທດລາວ ເນື່ອງຈາກຣັຖບານລາວ ຍັງບໍ່ເປີດໂອກາດໃຫ້ສະແດງອອກ ແລະຕ້ອງການໃຫ້ປະຊາຊົນລາວລືມ ທ່ານ ສົມບັດ ສົມພອນ.

ດັ່ງ ທ່ານ ຟີລ ໂຣເບີທຊັ້ນ ກ່າວຕື່ມວ່າ:

“ຣັຖບານລາວແຮງເປັນຫ່ວງ ເຣື່ອງການປະທ້ວງກ່ຽວກັບ ທ່ານ ສົມບັດ ສົມພອນ ເພາະວ່າເຂົາຮູ້ວ່າ ທ່ານ ສົມບັດ ສົມພອນ ເປັນຄົນທີ່ມີຊື່ສຽງ ເປັນທີ່ຮູ້ຈັກຂອງຫລາຍ ຄົນໃນຕ່າງປະເທດ, ທ່ານ ສົມບັດ ສົມພອນ ເປັນຄົນທີ່ຣັຖບານລາວ ລະດັບສູງປິດເຣື່ອງຂອງ ທ່ານ ສົມບັດ ບໍ່ໃຫ້ຄົນມາເວົ້າເຣື່ອງນີ້ ແລ້ວຢາກໃຫ້ທຸກຄົນຢ້ານ ບໍ່ກ້າທີ່ຈະຮູ້ຊື່ຂອງ ທ່ານ ສົມບັດ ສົມພອນ.”

ຈາກກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ທີ່ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນ ເປັນເວລາ 10 ປີແລ້ວນັ້ນ ທາງຜູ້ອຳນວຍການ ໂຄງການເສວະນາ ເອເຊັຽ ຕາເວັນອອກສຽງໃຕ້ ກໍບໍ່ຢາກໃຫ້ນັບ ແຕ່ປັດຈຸບັນນີ້ ເຖິງອະນາຄົຕ ມີການບັງຄັບໃຫ້ຫາຍສາບສູນຕື່ມ ທັງໃນປະເທດລາວ ແລະ ປະເທດເພື່ອນບ້ານ ຍ້ອນການຫາຍສາບສູນ ຄືຄົນຕົກເປັນເຫຍື່ອ ແລ້ວບໍ່ໄດ້ຮັບຄວາມຍຸຕິທັມ.

ດັ່ງ ຍານາງ ເປຣມຣືດີ ດາວເຮືອງ ຜູ້ອຳນວຍການ ໂຄງການເສວະນາ ເອເຊັຽ ຕາເວັນອອກສຽງໃຕ້ ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີ ໃນວາຣະທີ່ຍານາງ ເຂົ້າຮ່ວມພີທີ ຖແລງຂ່າວໃນມື້ດຽວກັນນີ້ວ່າ:

10 ປີແລ້ວ ທີ່ບໍ່ຄວນເກີດເປັນຕົ້ນ ການອຸ້ມຫາຍບໍ່ວ່າຈະເປັນ ໃນປະເທດລາວ ຫລື ໃນປະເທດອື່ນໆ ໃນພາກພື້ນ ຕ້ອງຢຸດຕິໄດ້ແລ້ວ ເຮົາມາເຖີງຍຸກທີ່ມີຫລາຍເຣື່ອງ ຕ້ອງຄິດເຊັ່ນ ການປ່ຽນແປງຕ່າງໆ ເປັນສິ່ງທີ່ເຮົາຕ້ອງປະເຊີນໜ້າ ການອຸ້ມຫາຍ ການໃຊ້ຄວາມຮຸນແຮງ ໃນລັກສະນະນີ້ ຊຶ່ງເຮັດໃຫ້ມີຜູ້ຕົກເປັນເຫຍື່ອ ຈຳນວນຫລາຍ ຈະຕ້ອງຢຸດຕິລົງໄດ້ແລ້ວ.

ກ່ຽວກັບການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຍານາງ ອຶ້ງ ຊຸ່ຍ ເມັ້ງ ໄດ້ຂຽນໜັງສື “ຄວາມງຽບ ຂອງລູກຊາຍ ຊາວລາວ” ຫລື Silence of Laotian Son ຂຶ້ນມານຳດ້ວຍ ເພື່ອໃຫ້ຜູ້ທີ່ມັກອ່ານແລະສົນໃຈຮູ້ຈັກ ແລະ ທຳຄວາມເຂົ້າໃຈ ຊີວະປວັດ ຂອງ ທ່ານ ສົມບັດ ສົມພອນ ຄວາມຫວັງຂອງ ທ່ານ ສົມບັດ ສົມພອນ ທີ່ຈະພັທນາ ປະເທດລາວ ແລະ ຂໍ້ມູນຫລັກຖານ ທີ່ຈະແຈ້ງກ່ອນທີ່ ທ່ານ ສົມບັດ ສົມພອນ ຈະຫາຍສາບສູນໄປ ມີຄວາມເປັນມາແນວໃດ.

ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນດີເດັ່ນ ຊາວລາວ ໄດ້ຮັບລາງວັນ ແມັກໄຊໄຊ ສາຂານັກພັທນາຊຸມຊົນ. ທ່ານ ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນ ຕອນທີ່ທ່ານມີອາຍຸ 60 ປີ ທ່ານໄດ້ອາສັຍຢູ່ກັບຄອບຄົວ ທີ່ບ້ານ ໂຄກນິນ, ໜ່ວຍ 2, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ. ກ່ອນທີ່ທ່ານຈະຖືກລັກພາໂຕ ທ່ານ ໄດ້ຖືກເຈົ້າໜ້າທີ່ ກັກຣົຖຂອງທ່ານ ຢູ່ປ້ອມຍາມຕຳຣວດ ຕໍ່ໜ້າໂຮງຮຽນ ເຕັກນິກການຊ່າງ ລາວ-ເຢັຽຣະມັນ ທີ່ຖນົນທ່າເດື່ອ, ທ່ານຖືກຄົນກຸ່ມນຶ່ງ ລັກພາໂຕຂຶ້ນຣົຖໃຫຍ່ ແລ້ວກໍຫາຍສາບສູນ ໄປພ້ອມກັບຣົຖຈິບສີຂຽວເຂັ້ມ ລຸ້ນສິງທະເລຊາຍ ຂອງທ່ານ ເລຂທະບຽນ ກກ 2642 ເວລາປະມານ 6 ໂມງແລງ ຂອງວັນທີ 15 ທັນວາ ປີ 2012.

One Reply to “10 ຜ່ານໄປ ນາໆຊາຕ ຍັງທວງຖາມຫາ ທ່ານ ສົມບັດ ສົມພອນ”

  1. C:\Users\windows\Downloads\WhatsApp Image 2022-12-15 at 08.02.18.jpeg
    Sabaidde Ai Bath, this picture is still staying and will be in my hearth, brain and mind!

    Since 2019, I could not take any concrete actions to memorizing you as I used to with the colleagues in the past years begin in 2012.

    I believe strongly that you are alive and be strong and I waiting for your return to continue being our role model for balance development, youth as agent of change, quality and relevant education, eco-rice fish farming, eco-forestry, and another thousands of community-based initiatives.

    Please take a good care of yourself Ai Bath!

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.