ບົດຕອບສະໜອງຂອງ ສົມບັດ ສົມ​ພອນ ໃນພິທີ​ຮັບ​ລາງວັນ​ແມັກ​ໄຊ​ໄຊ

Ramon Magsaysay Award Foundation: ມະນິລາ, 31 ສິງຫາ 2005

Sombath-Magsaysay ຮຽນທ່ານ ຫົວໜ້າຜູ່ພິພາກສາ ຮິລາຣີໂອ ດາວີດ ທີ່ນັບຖື, ຄະນະກຳມະການມູນິທິຣາງວັນ ເຣມອນ ແມັກໄຊໄຊ, ແຂກຜູ່ມີກຽດ, ມິດສະຫາຍທີ່ໄດ້ຮັບຣາງວັນ, ທ່ານຍິງ ແລະທ່ານຊາຍ, ຂໍສະບາຍດີ.

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ມື້ນີ້ ໄດ້ມາຢືນຢູ່ທີ່ນີ້ເພື່ອຮັບຣາງວັນ ເຣມອນ ແມັກໄຊໄຊ ປະຈຳປີ 2005 ໃນສາຂາການນຳຊຸມຊົນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ ມູນິທິຣາງວັນ ເຣມອນ ແມັກໄຊໄຊ ແລະຄະນະກຳມະການຕັດສິນຂອງມູນິທິ ທີ່ໄດ້ມອບຣາງວັນອັນສຳຄັນນີ້ໃຫ້ ຂ້າພະເຈົ້າ.

ຣາງວັນນີ້ ບໍ່ແມ່ນສຳລັບຂ້າພະເຈົ້າ ຫຼືພະນັກງານໃນອົງການປາແດກ ແຕ່ຜູ່ດຽວ, ແຕ່ຫາກເປັນ ຣາງວັນທີ່ມອບໃຫ້ກັບອາສາສະໝັກຜູ່ໜຸ່ມນ້ອຍ, ແລະຜູ່ນຳໄວໜຸ່ມຂອງລາວ ທີ່ໄດ້ສະແດງໃຫ້ ຜູ່ໃຫຍ່ຄືເຮົາເຫັນວ່າ ເຂົາເຈົ້າກໍ່ມີຄວາມສາມາດ ແລະສິດທີ່ຈະຮຽກຮ້ອງເອົາພື້ນທີ່ໃນການວາງ ເສັ້ນທາງເພື່ອການພັດທະນາຕົນເອງ ແລະຊຸມຊົນຂອງເຂົາ. ຂ້າພະເຈົ້າເຊື່ອວ່າເຂົາເຈົ້າມີຄວາມ ຕັ້ງໃຈ, ຄວາມຫວັງ, ແລະຄວາມຝັນຕໍ່ກັບອະນາຄົດທີ່ດີກວ່າ, ເຊິ່ງກໍ່ເປັນສິ່ງທີ່ຣາງວັນອັນຊົງກຽດນີ້ ເລັງເຫັນ ແລະສະເຫຼີມສະຫຼອງເອົາ. Continue reading “ບົດຕອບສະໜອງຂອງ ສົມບັດ ສົມ​ພອນ ໃນພິທີ​ຮັບ​ລາງວັນ​ແມັກ​ໄຊ​ໄຊ”