ເຊີນເຂົ້າຮ່ວມ ການແຂ່ງຂັນ ຂຽນບົດນິພັນ ຂອງພວກເຮົາ!

Logo-Sombath InitiativeThe Sombath Initiative ​ສະ​ຫນັບ​ສະ​ຫນຸນ​ການ​ແຂ່ງ​ຂັນ​ຂຽນບົດນິພັນກ່ຽວ​ກັບ​ປະເດັນຕ່າໆ ໃນ​ປະ​ເທດ​ລາວ​. ທ່ານຈະອາ​ຍຸເທົ່າໃດ​​ ຫລື ຈະ​ເປັນຊົນ​ຊາດໃດກໍ່ສາ​ມາດ ​ເຂົ້າຮ່ວມໄດ້​, ແຕ່​​ພວກເຮົາ​ຊຸກ​ຍູ້​ຊາວ​ຫນຸ່ມ​ລາວ​ໃຫ້ເຂົ້າຮ່ວມໂດຍ​ສະ​ເພາະ​​​.

ບົດນິພັນຄວນ​ກ່ຽວ​ກັບຫົວ​ຂໍ້​ໃດ​ຫນຶ່ງ​​ດັ່ງ​ຕໍ່​ໄປ​ນີ້ (ກະ​ລຸ​ນາ​ເລືອກ​ເອົາ​ຫນຶ່ງ​ໃນ​ຫົວ​ຂໍ້​ນີ້ເທົ່ານັ້ນ​)​:

  • ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ປະ​ເທດ​ລາວ
  • ຊາວ​ຫນຸ່ມ​ແລະ​ການ​ສຶກ​ສາ​ໃນ​ປະ​ເທດ​ລາວ
  • ປະຊາສັງຄົມໃນ​ປະ​ເທດລາວ

ບົດຂຽນ​ຄວນ​​ເປັນພາ​ສາລາວ​ ຫຼື​ ພາ​ສາ​ອັງ​ກິດ​, ແລະ​ໃນ​ລະ​ຫວ່າງ 500 ຫາ 1,000 ຄຳ (ປະ​ມານ 2-3 ຫນ້າ​).

ສາມ (3) ລາງ​ວັນ​ຈະ​ໄດ້ມອບໃຫ້ແກ່​ ທັງ​ບົດນິພັນພາສາລາວ ​ແລະ ​ພາສາອັງ​ກິດ (ທັງ​ຫມົດ​ຫົກ (6) ​ລາງ​ວັນ​)​:

  • $300 ສຳລັບ​ລາງ​ວັນ​ທີໜຶ່ງ
  • $200 ສຳລັບ​ລາງ​ວັນ​ທີສອງ
  • $100 ສຳລັບ​ລາງ​ວັນ​ທີ​ສາມ

Sombath-Bambooອີງ​ຕາມ​ປັດ​ຊະ​ຍາ​ຂອງ​ ທ່ານ ສົມ​ບັດ ​ສົມ​ພອນ​, ບົດນິພັນ ທີ່ສ້າງສັນ ເປັນ​ທາງ​ບວກ ​ແລະ ​ບັນ​ດານ​ໃຈ​ຈະ​ໄດ້ບຸລິມະສິດເໜຶອບົດ​ທີ່​ມີ​ຄວາມ​ວິຈານ ​ຫຼື ​ເປັນທາງ​ລົບ​.

ບົດນິພັນ ຊະ​ນະ​ຈະ​ໄດ້​ຮັບ​ການ​ຈັດ​ພີມ​ໃນ​ເວັບ​ໄຊທ໌ Sombath.org​, ເຟ​ສ​ບຸກ​ ແລະ ​ກູ​ໂກລ. ​ຖ້າ​ຫາກ​ວ່າ​​ ຜູ້ແຂ່ງ​ຂັນ​​ບໍ່ຢາກປະກາດຕົວ, ຊື່​ຂອງ​ທ່ານຈະຖືກຍົກເວັ້ນເມຶ່ອຈັດພິມ​.

ທ່ານຄວນສົ່ງ​ບົດນິພັນໄປສູ່ [email protected] ກ່ອນ​ເດືອນ​ມັງ​ກອນ 31​, 2016. ຜູ້​ທີ່​ຊະ​ນະ​ຈະ​ໄດ້​ຮັບ​ແຈ້ງ​ການທາງ​ອີ​ເມລ໌.

 ຂໍ​ຂອບ​ໃຈທຸກ​ທ່ານ​, ແລະ​ພວກ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ຍິນຄວາມ​ຄິດ​ຂອງ​ທ່ານ​!

ຈົດຫມາຍ ສົ່ງໃຫ້ສົມບັດ…

ເຖິງບັນດາ​ໝູ່​ເພື່ອນ,

​ໃນ​ຂະນະ​ທີ່​ຫຼາຍຄົນ​ເລືອກ​ທີ່​ຈະ​ມິດງຽບ​ກ່ຽວ​ກັບ​ກໍລະນີ​ສົມບັດ ​ໃນ​ຕອນ​ນີ້, ມີ​ອີກ​ຫຼາຍໆ​ຄົນທີ່​ດີ້ນຮົນ​ເພື່ອ​ຈະ​ຮັກສາສຽງ ​ແລະ ວິ​ໄສ​ທັດຂອງລາວ​ທີ່​ມີ​ຕໍ່​​​ເພື່ອນຮ່ວມ​ຊາດ ​ແລະ ປະ​​ເທດ​ຂອງລາວໃຫ້ຍັງຄົງຢູ່​. ​ເພື່ອ​​ເອື້ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ຄວາມ​ພະຍາຍາມ​ດັ່ງກ່າວ ຂ້າພະ​ເຈົ້າຂໍ​​ເຊີນຊວນ​ບັນດາໝູ່​ເພື່ອນ ​ແລະ ​ເພື່ອນ​ຮ່ວມ​ງານ​ໃຫ້​ຂຽນ​ຈົດໝາຍ​ຫາ​ສົມບັດ.

ຈົດໝາຍ​ທີ່​ວ່ານີ້ ອາດ​ຈະ​ເປັນ​ການ​ຂຽນ​ກ່ຽວ​ກັບ​ສົມບັດ, ກ່ຽວ​ກັບ​ວຽກງານ​ຂອງ​ລາວ, ຫຼື ກ່ຽວ​ກັບ​ວິ​ທີ​ການ​ປະຕິບັດ, ​ແນວ​ຄວາມ​ຄິດ ​​ແລະ ອຸດົມ​ການ​ຂອງ​ລາວ. ທ່ານ​ສາມາດ​ຂຽນ​ເປັນ​ພາສາ​​ໃດ​ກໍ​ໄດ້ ​​ແຕ່ຖ້າ​ເປັນ​ພາສາ​ລາວ ຫຼື ພາສາ​ອັງກິດ​ກໍ​ຍິ່ງ​ເປັນ​ການ​ດີ ບໍ່​ຈຳກັດ​ຄວາມ​ຍາວ ​​ແນ​ະນຳ​ວ່າ​ບໍ່​ເກີນ​ຫ້າ​ຮ້ອຍ​ຄຳ​.

ຈົດໝາຍ​ຄວນ​ຂຽນສະທ້ອນ​ໃຫ້​ເຫັນ​ແນວທາງ​ການ​ເຮັດ​ວຽກ​ຂອງ​ສົມບັດ ​ເຊັ່ນ: ຂໍ້​ຄວາ​ມ​ໃນ​ທາງ​ບວກ ​​ແລະ ​​ເປັນ​ຫ່ວງ​ເປັນ​ໄຍ ​ແທນ​ທີ່​ຈະ​ເປັນ​ຂໍ້ຄວາມ​​ໃນ​ທາງ​ລົບ ຫຼື ​ເປັນ​ການ​ກ່າວ​ຫາ. ພວກ​ເຮົາ​ຍິນ​ດີ​ຮັບຄຳ​ແນະນຳ ​ແຕ່​ຄວນ​ເປັນ​ຄຳ​​ເວົ້າ​ໃນ​ທາງ​ສ້າງສັນ ​ແລະ ​ມີ​ຄວາມເປັນ​ໄປ​ໄດ້.

ກະລຸນາ​ລົງ​ຊື່​ຂອງ​ທ່ານ​ໃນ​ຈົດໝາຍ ​ເພາະ​ບໍ່​ດັ່ງ​ນັ້ນຈົດໝາຍ​ຂອງ​ທ່ານ​ຈະ​ບໍ່​ຖືກ​ນຳ​​ເອົາ​ໄປ​ໃຊ້​. ພວກ​ເຮົາ​ຈະ​ຄັດ​ເລືອກ​ຈົດໝາຍ​​ເພື່ອ​ໂພສລົງ​ໃນ​ເວ​ບ​ໄຊ​ທ໌ ​ແລະ/ຫຼື ​ເຟສບຸກ The Sombath Initiative.

ສິ່ງສຳຄັນ​ທີ່​ສຸດ ຂໍ​ຄວາມກະລຸນາ​ຈາກ​ທ່ານ​ໃຫ້ຂຽນ​ຈົດໝາຍ​ຫາ​ສົມບັດ​ໂດຍ​ກົງ ​​ເພື່ອ​ເປັນ​ການ​ຮັກສາ​ສຽງຂອງ​ລາວ ບໍ່​ແມ່ນ​ເພື່ອ​ເປັນ​ການ​ໂຄສະນາ​ຕົນ​ເອງ ຫຼື ສົ່ງ​ເສີມ​ຍຸ​ແຍ່​ໃຫ້​ເກີດ​ການ​ໂຕ້​ຖຽງ.

ກະລຸນາ​ສົ່ງ​ຈົດ​ໝາຍ​ໄປ​ທີ່ [email protected]. ຂໍ​ຂອບ​ໃຈ ​ແລະ ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຈົດໝາຍ​ຈາກ​ທ່ານ.

ອຶງ ຊຸຍ​ມິ​ງ

ເອມນັສຕີຮຽກຮ້ອງໃຫ້ມີການປະຕິບັດການຮີບດ່ວນ

Amnesty_Internationalອົງການ​ນິລະ​ໂທດ​ກຳ​ສາກົນ​ໄດ້​ອອກ​ຈົດໝາຍ​ປະຕິບັດ​ການ​ຮີບດ່ວນ ຮຽກຮ້ອງ​ສະມາຊິກ​ທົ່ວ​ໂລກ​ໃຫ້:

…ຮີບ​ດ່ວນຂຽນ​ເປັນ​ພາສາ​ລາວ, ອັງກິດ ຫຼື ພາສາ​ຂອງ​ຕົນ​ເອງ​ເພື່ອ​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ລາວ:

  • ​​ແຕ່ງ​ຕັ້ງ​ຄະນະ​ກຳມະການອິດສະຫຼະ​ຊຸດ​ໃໝ່ຢ່າງ​ຮີບ​ດ່ວນ​ເພື່ອ​ດຳ​ເນີ​ນການ​ສືບສວນ​ສອບ​ສວນ​ຢ່າງ​ຖີ່​ຖ້ວນ ​ແລະ ​ເປັນ​ທຳ ກ່ຽວ​ກັບ​ການ​ບັງຄັບ​ບຸກຄົນ​ໃຫ້ຫາ​ຍຕົວ​ໄປ ກໍລະນີ​ສົມບັດ​ ສົມ​ພອນ ​ແລະ ​ສ້າງ​ຄວາມ​ໝັ້ນ​ໃຈ​ວ່າທຸ​ກຂັ້ນ​ຕອນ​ປະຕິບັດ​​ແມ່ນ​​ເປັນ​ໄປ​ເພື່ອ​​ໃຫ້​ຮູ້​ສະຖານ​ທີ່ ​ແລະ ນຳ​ຕົວ​ລາວ​ກັບ​ຄືນ​ມາ​ຫາ​ຄອບຄົວ​ຢ່າງ​ປອດ​ໄພ​ໂດຍ​ໄວ​ທີ່​ສຸດ​​ເທົ່າ​ທີ່​ຈະ​​ໄວ​ໄດ້ ​ໂດຍ​ສອດຄ່ອງ​ກັບ​ພັນທະ​ສັນຍາ​ຂອງ​ປະ​ເທດ​ລາວ​ພາຍ​ໃຕ້​ກົດໝາຍ​ຂອງ​ສາກົນ;
  • ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ຄະນະ​ກຳມະການ​ຊຸດ​​ໃໝ່​ນີ້ ຈະຂໍ​ຄວາມ​ຊ່ວຍ​ເຫຼືອທາງ​ດ້ານ​ເຕັກ​ນິກທີ່​ກ່ຽວ​ຂ້ອງ​ກັບ​ຂະ​ບວນການ​ສືບສວນ​ສອບ​ສວນ ທີ່​ລວມທັງ​ການ​ແຕ່ງ​ຕັ້ງ​ຜູ້​ຊ່ຽວຊານ​ເພື່ອ​ດຳ​ເນີ​ນການວິ​ເຄາະ​ພາບ​​ເຫດການ​ການ​ຫາຍ​ຕົວ​ໄປຈາກ​ກ້ອງຈອນ​ປິດ​ດ້ວຍ​​ໃນ​ທາງ​ນິຕິ;
  • ສະໜອງ​ຂໍ້​ມູນ​ລາຍ​ລະອຽດ​ຄວາມ​ຄືບ​ໜ້າ​ຂອງ​ຂະ​ບວນການ​ສືບສວນ​ສອບ​ສວນ​ໃຫ້​ແກ່​ຄອບຄົວ​ຂອງ​ສົມບັດ, ນັກ​ກົດໝາຍ, ​ແລະ ຄົນ​ອື່ນໆ​ ທີ່​ສົນ​ໃຈ ຢ່າງ​ສະໝໍ່າສະ​ເໝີ

ເອກະສານ​ສະ​ບັດ​​ເຕັມ​ສາມາດ​ອ່ານ​ໄດ້​ທີ່​ນີ້.