ນັກວິຊາການຮ້ອງຂໍ ລັດຖະບານອົດສະຕາລີ

Australian-Flagສະມາ​ຊິກ​ສະພາ ທ່ານ ຮອນ ບອບ ຄາຣ໌ (Hon Bob Carr)
ລັດຖະມົນ​ຕີ ວ່າການ​ກະຊວງ​ການ​ຕ່າງປະ​ເທດ
ສະພາ​ສູງ
ສະພາ​ຜູ້​ແທນລາຊະ​ດອນ,
ແຄນ​​ເບີ​ຣາ ACT 2600

ວັນ​ທີ 4 ມິຖຸນາ 2013

ເລື່ອງ: ການຫາຍຕົວຂອງປະຊາຊົນຄົນລາວ ສົມບັດ ສົມພອນ
ທີ່ນະຄອນຫຼວງວຽງຈັນ ມື່ອວັນ 15 ທັນວາ 2012

ຮຽນ​ ທ່ານລັດຖ​​ະມົນຕີ,

ພວກ​ຂ້າພະ​ເຈົ້າ​​ໄດ້​ລົງ​ນາມ​ໃນ​ຖານະ​​ຄົນອົດ​ສະ​ຕາ​ລີ ​ທັງ​ເປັນ​ນັກ​ວິຊາ​ການ ​ແລະ ນັກ​ຄົ້ນຄວ້າຂອງ​ປະ​ເທດ​ອົດ​ສະ​ຕາ​ລີ ​ເພື່ອ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍກ່ຽວ​ກັບ​ເຫດການ​ການ​ລັກ​ພາ​ຕົວ ​ແລະ ການ​ຫາຍ​ຕົວໄປ​ຂອງ​ ສົມບັດ ສົມ​ພອນຜູ້ນຳ​ພານັກ​ພັດທະນາ​ສັງຄົມ ​​ເມື່ອວັນ​ທີ 15 ທັນ​ວາ 2012 ທີ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດສປປ ລາວ ​ເຊິ່ງຈົນຮອດ​ປະຈຸ​ບັນ​​ໄດ້​ຜ່ານ​ໄປເປັນ​ເວລາ 170 ວັນ​ແລ້ວ.

ສົມບັດ ສົມ​ພອນ ​​​​​ເປັນ​ທີ່​ຮັບ​ຮູ້​ໃນ​ລະດັບ​ສາກົນ​ໃນ​ຖານະ​ເປັນ​ຜູ້​ທີ່​ຕັ້ງ​ໜ້າ​ເຮັດ​ວຽກ​​ເພື່ອ​ສົ່ງ​ເສີມ​ຄວາມ​ຍືນ​ຍົງ ​ແລະ ການ​ພັດທະນາ​ໃຫ້​ມີ​ຄວາມ​ສົມ​ດຸນ ​​ໂດຍ​ມີຜົນງານ​ປາກົດ​ໃຫ້​ເຫັນ​ຜ່ານ​ບົດບາດການ​ເປັນ​ຜູ້ນຳ​ອົງການ​ປາ​ແດກ (ສູນ​ອົບຮົມ​ຮ່ວມ​ພັດທະນາ). ສົມບັດ ​ເປັນ​ໜຶ່ງ​ໃນ​ບຸກຄົນ​ທີ່​ມີ​ຄວາມ​ໂດດ​ເດັ່ນ​ໃນ​ລະດັບ​ປະ​ເທດ, ພາກ​ພື້ນ, ​ແລະ ​ໃນ​ເວທີ​ໂລກ ​ແລະ ທັງ​ຍັງ​ເປັນ​ແຮງ​ບັນດານ​​ໃຈສຳລັບ​ຄົນ​ໄວ​ໜຸ່ມ​ຫຼາຍໆ ຄົນ. ຈາກ​ການ​ທຸ້ມ​ເຫື່ອ​ເທ​ແຮງ​ ຊ່ວຍ​ເຫຼືອ​ຄົນ​ລາວ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ ​ໄດ້​ເຮັດ​ໃຫ້​ສົ​ມບັດ​ໄດ້​ຮັບ​ການ​ຍົກຍ້ອງ​ ​ໄດ້​ຮັບ​ລາງວັນ​ທີ່​ມີ​ກຽດ​ສະຫງ່າ ກໍ​ຄື ລາງ​ວັນ ຣາມອນ ​ແມັກ​ໄຊ​ໄຊ ​ໃນ​ປີ 2005 ສາຂາ​ຜູ້ນຳ​ພາ​ຊຸ​ມຊົນ ​​ເຊິ່ງ​ເປັນ​ລາງວັນ​ທຽບ​ເທົ່າ​ກັບ​ລາງວັນ​ໂນ​ເບ​ລ​ໄພ​ຣສ໌ ຂອງ​ທະວີບອາຊີ. ​ໃນ​ການ​ຮັບ​ລາ​ງວັນ​ດັ່ງກ່າວ ລາວ​ຖືກ​ຍົກ​ຍ້ອງ​ໃນ​ຖາ​ນະ​ທີ່  “​ເປັນ​ຜູ້ມີ​ຄວາມ​ຕັ້ງໜ້າ​ຢ່າງ​ມີ​ຄວາມ​ຫວັງ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​​ແບບ​ຍືນ​ຍົງ​ໃນ​ປະ​ເທດ​ລາວ​ໂດຍ​ການຈັດ​ຝຶກ​ອົບຮົມ ​ແລະ ກະ​ຕຸ້ນ​ໃຫ້​ໄວ​ໜຸ່ມ​ຝຶກ​ຝົນ​ຕົນ​ເອງ​ໃຫ້ມີ​ທັກ​ສະ​ຂອງ​ການ​ເປັນ​ຜູ້ນຳ​ພາທີ່ດີ” Continue reading “ນັກວິຊາການຮ້ອງຂໍ ລັດຖະບານອົດສະຕາລີ”

ຄົນອົດສະຕຣາລີ ຂໍຮ້ອງ ບົບຄາຣ໌ ໃຫ້ຊ່ວຍ

ຮຽນພະນະທ່ານ ບົບຄາຣ໌, ຜູ້ແທນສະພາສູງ
ລັດຖະມົນຕີກະຊວງການຕ່າງປະເທດ

Level 10, Bligh House
4 – 6 Bligh Street, Sydney NSW 2000

Fax 02 9228 3655

ວັນຈັນ ວັນທີ 4 ກຸມພາ 2013

ພະນະທ່ານ,

ພວກຂ້າພະເຈົ້າ (ຜູ້ມີລາຍເຊັນຢູ່ລຸ່ມນີ້) ສົ່ງຈົດໝາຍມາຍັງທ່ານເພື່ອສະແດງ ຄວາມ ຫ່ວງໃຍຢ່າງເລິກ ເຊິ່ງ ໃນການຫາຍສາບສູນຂອງທ່ານສົມບັດສົມພອນ ນັກພັດທະນາການທີ່ ໜ້ານັບຖືຂອງລາວ.

ທ່ານສົມບັດເປັນອະດີດຜູ້ກໍ່ຕັ້ງທັງເປັນຫົວໜ້າຂອງສູນອົມຮົມການພັດທະນາທີ່ມີສ່ວນຮ່ວມ, ເປັນຜູ້ທີ່ ໄດ້ຮັບຫຼຽນຕາຄຳຊອບ ມາກໄຊໄຊ, ເປັນຄົນ ທີ່ເຮັດວຽກບໍ່ຮູ້ອິດບໍ່ຮູ້ເມື່ອຍ ເພື່ອການພັດທະນາຍືນຍົງ ແລະເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ ຊົນນະບົດ ຂອງລາວໃຫ້ດີຂຶ້ນ.

ເມື່ອແລງວັນທີ 15 ຂອງເດືອນທັນວາ 2012 ຢູ່ນະຄອນຫຼວງວຽງຈັນ ທ່ານ ສົມບັດແລະພັນລະຍາ ໄດ້ກັບ ບ້ານພັກຂອງຕົນ ແຕ່ຂີ່ລົດຄົນລະຄັນ. ກ້ອງຖ່າຍຮູບຄົບວົງ ຈອນຂອງເຈົ້າໜ້າທີ່ຕຳຫລວດລາວ ໄດ້ ສະແດງໃຫ້ເຫັນວ່າ ທ່ານສົມບັດໄດ້ຢຸດ ແລະຈອດລົດ ຂອງລາວຢູ່ປ້ອມຕຳຫລວດ. ກ້ອງຖ່າຍຮູບຍັງ ເຮັດໃຫ້ ເຫັນວ່າ ລົດຈິບຂອງລາວ ຍັງມີຄົນຂັບ ໜີອີກ. ຕໍ່ມາ ສົມບັດກໍຖືກນຳຕົວຂຶ້ນລົດກະບະ ກັບ ສອງຄົນແລະກໍຂັບລົດນັ້ນໜີໄປ.

ນັບຕັ້ງແຕ່ນັ້ນມາ ຄອບຄົວຂອງທ່ານສົມບັດຍັງບໍ່ໄດ້ຮັບຂ່າວຄາວຫຍັງ.

ຂ່າວອັນດຽວ ທີ່ເປັນທາງການຂອງລັດຖະບານລາວກ່ຽວກັບບັນຫານີ້ ແມ່ນ ການປະຕິເສດ ວ່າ ທ່ານສົມບັດ ບໍ່ໄດ້ຖືກຕຳຫລວດກັກໄວ້ ແລະບໍ່ຮູ້ວ່າ ທ່ານສົມບັດຢູ່ບ່ອນໃດ, ແລະກໍຂ່າວວ່າ ອາດຈະ ເປັນເປົ້າໝາຍຂອງການຄຸມຕົວໄປປະກັນ. Continue reading “ຄົນອົດສະຕຣາລີ ຂໍຮ້ອງ ບົບຄາຣ໌ ໃຫ້ຊ່ວຍ”