ສະຫະລັດ 'ມີຄວາມກັງວົນທີ່ສຸດ' ຕໍ່ຊະຕາຊີວິດຂອງ ນັກພັດທະນາຄົນລາວ

Al Jazeera: 16 ທັນວາ 2013

ສົມບັດ ສົມ​ພອນ​ ຖືກ​ລັກພາ​ຕົວ​ຈາກ​ປ້ອມ​ຕຳຫຼວດ​ເມື່ອ​ໜຶ່ງ​ປີຜ່ານມາ, ​ແຕ່​ລັດຖະບານ​ລາວ​ປິດ​ງຽບ​ຕໍ່​ເຫດການ​ດັ່ງກ່າວ.

Sombath Somphone
The US said diplomats raised Somphone’s abduction case with Lao president following a donor meeting [AP]
ສະຫະລັດ​ອາ​ເມ​ລິ​ກາ​​​ໄດ້​ກ່າວ​ໄວ້​ວ່າ ​​ເປັນ​ເລື່ອງ​ທີ່ “ໜ້າ​ກັງວົນ​ໃຈ​ທີ່​ສຸດ” ທີ່​ຍັງ​ບໍ່​ມີ​ຂ່າວ​ຄາວ​ໃດໆ​ ກ່ຽວ​ກັບຊະ​ຕາ​ກຳຂອງ​ນັກ​ພັດທະນາ​ສັງຄົມ​ຜູ້​ໂດດ​ເດັ່ນ ຫຼັງ​ຈາກ​ທີ່​​ຖືກ​ລັກ​ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫຼວດ​ໃນ​ນະຄອນຫຼວງ​ວຽງ​ຈັນ​.

ເຫດການ​​ລັກພາ​ຕົວ​ສົມບັດ ສົມ​ພອນ​, ອາຍຸ 61 ປີ, ທີ່ຖະໜົນ​ສີ່​ແຍກ​ໃນ​ນະຄອນຫຼວງ​ຂອງ​ປະ​ເທດ​ລາວ ​​ເມື່ອ​ວັນ​ທີ 15 ທັນວາ​ຂອງ​ປີ​ທີ່​ຜ່ານ​ມາ ​ໄດ້​ຖືກ​ບັນທຶກ​ໄວ້​ໃນ​ກ້ອງ​ວົງ​ຈອນ​ປິດ​ຂອງ​ລັດຖະບານ

​ເຖິງ​ວ່າ​ຈະ​ມີ​ການ​ຮຽກຮ້ອງ​ຈາກລັດຖະບານ​ປະ​ເທດ​ຕ່າງໆ ​ແລະ ບັນດາ​ກຸ່ມ​ສິດທິ​ມະນຸດ ​ເພື່ອ​​ໃຫ້​ໄດ້​ຂໍ້​ມູນ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ແຕ່​ລັດຖະບານ​​ລາວໃນ​ລະບອບ​ຄອມ​ມຸຍນິດຍັງ​ຄົງ​ມິດ​ງຽບ​ກ່ຽວ​ກັບ​ກໍ​ລະ​ນີດັ່ງກ່າວ.

“ປະ​ເທດ​ລາວ​​ໃນ​ໄລຍະ​ຫຼາຍ​ປີມານີ້​ມີ​ຄວາມກ້າວໜ້າຫຼາຍ​ ​ເຫັນ​ວ່າມີ​ຄວາມ​ຮັບຜິດຊອບ​ໃນ​ຖານະ​ເປັນ​ສ່ວນ​ໜຶ່ງ​ຂອງ​ສັງຄົມສາກົນ​ ​ແຕ່​ການ​ລັກ​ພາ​ຕົວ​ສົມບັດ ​ເປັນ​ເລືອ​ງທ້າ​ທ້າຍຄວາມກ້າວໜ້າ​ເຫຼົ່າ​ນັ້ນ​​​​,” ລັດ​ຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ, ທ່ານ​ຈອນ ​ແຄຣີ, ກ່າວ​ໄວ້​ເມື່ອ​ວັນ​ອາທິດ.

“ພວກ​ເຮົາ​ຮຽກຮ້ອງ​​ໃຫ້​ລັດຖະບານ​ດຳ​ເນີນ​ການ​ທຸກ​ວິທີ​ທາງ​ທີ່​ເປັນ​ໄປ​ໄດ້ ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າ​ລາວ​ຈະ​ໄດ້​ກັບ​ມາ​ຫາ​ຄອບ​ຄົວ​ຂອງ​ລາວ​ຢ່າງ​ປອດ​ໄພ”

ພວກ​ເຮົາ [ສະຫະລັດ​ອາ​ເມ​ລິ​ກາ] ຮຽກຮ້ອງ​ໃຫ້​ລັດຖະບານ [ປະ​ເທດລາວ] ດຳ​ເນີນ​ການ​ທຸກ​ວິທີ​ທາງ​ເພື່ອ​ໃຫ້​ໝັ້ນ​ໃຈ​ວ່າລາວ [ສົມບັດ ສົມ​ພອນ] ຈະ​ໄດ້​ກັບ​ມາ​ຫາ​ຄອບຄົວ​ລາວ​ຢ່າງ​ປອດ​ໄພ,ກະຊວງ​ການ​ຕ່າງປະ​ເທດສະຫະລັດ

​ທ່ານ​ເອກ​ອັກຄະລາ​ດຖະທູດ ​ເດ​ນຽວ ຄລັນ (Daniel Clune) ​​​​ເລີ່​ມປະ​ຈຳ​ການ​ຢູ່​ທີ່​ນະ​ຄອນຫຼວງ​ວຽງ​ຈັນ​​ເມື່ອ​ກາງ​ເດືອນ​ກັນຍາ, ​ໄດ້​ກ່າວ​ກັບ ອາຈາ​ຊີຣາ ວ່າ ທາງ​ການ​ທູດ​ໄດ້​ຍົກ​ປະ​​ເດັນ​ກໍລະນີ​ການ​ຫາຍ​ຕົວ​ໄປ​ກັບ​ປະທານ​ປະ​ເທດ​ລາວ ພະນະ​ທ່ານ ຈູ​ມມະ​ລີ ​ໄຊ​ຍະ​ສອນ ​ໃນ​ກອງ​ປະຊຸມຜູ້​ໃຫ້​ທຶນ.

“ທ່ານ​ປະ​ທານ​ປະ​ເທດກ່າວ​ໄວ້​ວ່າ ​​​ທ່ານ​ມີ​ຄວາ​ມກັງວົນ​​ເປັນ​ທີ່​ສຸດ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ ​ແລະ ທາງ​ລັດຖະບານ​ກໍ​ຈະ​ສືບ​ຕໍ່​ຂະ​ບວນການສືບສວນ​ສອບ​ສວນ,” ທ່ານ ຄລັນ​ໃຫ້​ຂໍ້​ມູນ​ກັບ​ອາຈາ​ຊີຣາ ຈາກ​ນະຄອນຫຼວງ​ວຽງ​ຈັນ. “ພວກ​ເຮົາ​ເຊື່ອ​ໝັ້ນ​ໃນ​ຄຳ​ເວົ້າ​ຂອງ​ທ່ານ​ປະ​ທານ​ປະ​ເທດ. ພວກ​ເຮົາ​ຈະ​ຍັງ​ຄົງ​ສືບ​ຕໍ່​ເປັນ​ກັງວົນ​ຕໍ່​ຊະ​ຕາ​ກຳ​ຂອງ​ສົມບັດ”

ຄຳ​ຖະ​ແຫຼ​ງການ​ເມື່ອ​ວັນ​ອາທິດ​​ໄດ້​ກ່າວ​ໄວ້​ວ່າ​ສະຫະລັດ​ມີ​ຄວາມ​ຍິນ​ດີ​ຕໍ່​ຄວາມ “​ເປັນ​ກັງວົນ” ຂອງ​ພະນະ​ທ່ານ​ ຈູມ​ມະ​ລີ, ​ແຕ່​ກໍ​ຈະລໍຖ້າ​ “ຮຽນ​ຮູ້​ຈາກຜົນ​ການ​ສືບສວນ​ສອບ​ສວນ​ສະບັບ​ເຕັມ, ທີ່​ລະອຽດ ​ແລະ ​ໂປ່​ງ​ໃສ”

ລັດຖະບານ​ລາວ​ບໍ່​ໄດ້​​ໃຫ້​ຄຳຕອບ​ກັບ ອາຈາ​ຊີຣາ ກ່ຽວ​ກັບ​ຄຳ​ຮ້ອງ​ຂໍ​ເພື່ອ​ຂໍ​ຄຳ​ຄິດ​ເຫັນ. ​​ເຊິ່ງ​ໃນ​ໄລ​ຍະ​ຜ່ານ​ມາ​ໄດ້ປະຕິ​ເສດ​ບໍ່​ມີ​ຂໍ້​ກ່ຽວຂ້ອງ​ກັບ​ການ​ຫາຍ​ຕົວ​ໄປ​ຂອງ​ນັກ​ພັດທະນາ​ຊຸມ​ຊົນ.

ອົງການ​ສິດທິ​ມະນຸດ​ສາກົນ​ໄດ້​ອອກ​ຖະ​ແຫຼ​ງການ​ເມື່ອ​ວັນ​ຈັນ​ທີ່​ຜ່ານ​ມາ ຮຽກຮ້ອງ​ໃຫ້​ລັດຖະບານ​ລາວ​ໃຫ້​​ເປີດ​ເຜີຍ​ຊະ​ຕາ​ກຳ​ຂອງ​ສົມບັດ​ໂດຍ​ດ່ວນ, ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ສອບ​ສວນ​ຢ່າ​ງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ຫາຍ​ຕົວ​ໄປ.

“ໜຶ່ງ​ປີ​ທີ່​ສົມບັດ ສົມ​ພອນ ‘ຫາຍ​ຕົວ​ໄປ’, ມີຄວາມ​ຊັດ​ເຈນ​ວ່າລັດຖະບານ​ລາວ​ຫວັງວ່າ​ທົ່ວ​​ໂລກ​ຈະ​ລືມ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂື້ນກັບ​ພົນລະ​ເມືອງ​ທີ່​ມີ​ຄວາມ​ໂດດ​ເດັ່ນ,​” ກ່າວ​ໂດຍ ຟິວ ​ໂຣ​ເບີດ​ສັນ, ຮອງ​ຜູ້ອຳນວຍການ​ພາກ​ພື້ນອາຊີຂອງ​ອົງການ​ສິດທິ​ມະນຸດ​ສາກົນ.

“ຜູ້​ໃຫ້​ທຶນ​ຈາກ​ສາກົນທີ່​​ເຂົ້າຫາ​ລັດຖະບານ​ລາວ ຄວນຍົກ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ​ໃຫ້​ເປັນ​ບູລິ​ມະ​ສິດ​ອັນ​ດັບ​ໜຶ່ງ ຈົນ​ກວ່າລາວ​ຈະ​ໄດ້​ກັບຫາ​ຄອບຄົວ”

ສົມບັດ ​ເປັນ​ຜູ້​ກໍ່​ຕັ້ງ ​ແລະ ​ເປັນ​ອະດີດ​ຜູ້​ອຳນວຍ​ການ​ສູ​ນອົບຮົມ​ຮ່ວມ​ພັດທະນາ (Participatory Development Training Centre) ​ໃນ​ປະ​ເທດ​ລາວ. ລາວ​ເປັນ​ບຸກຄົນ​ທີ່​ໄດ້​ຮັບ​ການ​ເຄົາ​ລົບຢ່າງ​ກວ້າງຂວາງ​ໃນ​​ເລື່ອງ​ການ​ສຶກສາ ​ແລະ ການ​ພັດທະນາ ທັງ​ໃນ​ປະ​ເທດ​ລາວ ​ແລະ ທົ່ວ​ອາຊີ. ໝາກຜົນ​ຈາກ​ການ​ເຮັດ​ວຽກ​ຂອງ​ສົມບັດແມ່ນ ການ​ໄດ້​ຮັບ​ລາງວັນຣາມອນ​ແມັກ​ໄຊ​ໄຊ (Ramon Magsaysay Award) ສາຂາ​ຜູ້ນຳ​ພາ​ຊຸມ​ຊົນ, ​ລາງວັນ​ອັນຊົງກຽດ​ທີ່ສຸດ​​ຂອງ​ອາຊີ ​ເມື່ອປີ 2005.