ກິຈກັມຄົບຮອບ 10 ທ່ານ ສົມບັດ ສົມພອນ ຫາຍສາບສູນ

ວິທະຍຸເອເຊຍເສລີ: 13 ທັນວາ 2022

ປະຊຸມໃນຫົວຂໍ້ “ໜ້າທີ່ຂອງຣັຖບານ ກັບ ສະຖານະການ ການບັງຄັບ ໃຫ້ຫາຍສາບສູນ ໃນອາຊ້ຽນ, ພາກປະຊາຊົນ ຄວນເຮັດຫຍັງແດ່?” ຈັດຂຶ້ນທີ່ຫໍສິລປະວັທນະທັມ ແຫ່ງກຸງເທບມະຫານະຄອນ, ເມື່ອວັນທີ 15 ທັນວາ ປີ 2022. RFA

ໃນວັນທີ 15 ທັນວາ ທີ່ຜ່ານມາ ກຸ່ມນັກເຄື່ອນໄຫວ ພາກປະຊາສັງຄົມໃນໄທຍ ແລະ ອົງການຈັດຕັ້ງພາກປະຊາສັງຄົມໃນໄທຍ ຫລາຍອົງການໄດ້ຮ່ວມກັນຈັດກິຈກັມ ໃນວາຣະຄົບຮອບ 10 ປີ ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ເພື່ອເປັນສັນຍາລັກວ່າ ຈະບໍ່ລືມ ທ່ານ ສົມບັດ ສົມພອນ ແລະ ຈັດກອງປະຊຸມໃນຫົວຂໍ້ “ໜ້າທີ່ຂອງຣັຖບານ ກັບສະຖານະການບັງຄັບ ໃຫ້ຫາຍສາບສູນ ໃນອາຊ້ຽນ ພາກປະຊາສັງຄົມຄວນເຮັດຫຍັງແດ່?” ທີ່ຫໍສິລປະວັທນາທັມ ແຫ່ງກຸງເທບມະຫານະຄອນ.

ກ່ຽວກັບເຣື່ອງນີ້ ການບໍຣິຫານປະເທດ ຂອງຣັຖບານລາວ ແລະ ກຸ່ມປະເທດ ສັງຄົມນິຍົມອື່ນໆ ປະຊາຊົນສາມາດ ສເນີຄວາມເຫັນຕໍ່ຣັຖ ເພື່ອນຳໄປໃຊ້ໃນການພັທນາ ປະເທດໃຫ້ດີຂຶ້ນ ແຕ່ຖ້າຫາກຣັຖບານປິດກັ້ນ ຫລື ບໍ່ອະນຸຍາດໃຫ້ ປະຊາຊົນສະແດງ ຄວາມຄິດຄວາມເຫັນ ຫລື ເຮັດໃຫ້ບາງຄົນຖືກບັງຄັບໃຫ້ຫາຍສາບສູນ ເປັນຕົ້ນກໍຣະນີຂອງ ທ່ານ ສົມບັດ ສົມພອນ ກໍຈະເຮັດໃຫ້ບໍ່ມີຜູ້ໃດຢາກອອກມາສະແດງຄວາມເຫັນ. Continue reading “ກິຈກັມຄົບຮອບ 10 ທ່ານ ສົມບັດ ສົມພອນ ຫາຍສາບສູນ”

ໄລຍະ 10 ປີທີ່ຜ່ານມາ ຍັງບໍ່ມີຄຳຕອບ ແລະ ການອະທິບາຍໃດໆຈາກລັດຖະບານ ລາວ ກ່ຽວກັບ ການລັກພາຕົວທ່ານ ສົມພອນ

Voice of America: 18 ທັນວາ 2022

ການປຸກລະດົມໃຫ້ຊອກຫາ ທ່ານ ສົມບັດ ສົມພອນ-Campaign to look for Mr. Sombath Somphone

ໄລຍະ 10 ປີທີ່ຜ່ານມາ ຍັງບໍ່ມີຄຳຕອບ ແລະ ການອະທິບາຍ ໃດໆຈາກລັດຖະບານ ລາວ ກ່ຽວກັບ ການລັກພາຕົວທ່ານ ສົມພອນ

ສົມພອນ ນັກພັດທະນາທາງສັງຄົມໃນລາວທີ່ໄດ້ຮັບລາງວັນ ແມັກໄຊໄຊ (Magsaysay) ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງອາຊຽນໃນປີ 2005 ນັ້ນຢືນຢັນວ່າທ່ານນາງຍັງ ຄົງທວງຖາມທາງການລາວ ກ່ຽວກັບ ສາເຫດທີ່ມີການລັກພາຕົວທ່ານ ສົມບັດ ຜູ້ເປັນສາມີຂອງ ທ່ານນາງລວມທັງໄດ້ທວງຖາມເຖິງຄວາມຄືບໜ້າໃນການສືບສວນສອບສວນເພື່ອຕິດຕາມຫາທ່ານ ສົມບັດ ໃນຕະຫຼອດໄລຍະ 10 ປີທີ່ຜ່ານມາແຕ່ວ່າກໍຍັງບໍ່ມີຄຳຕອບຈາກ ທາງການລາວແຕ່ ຢ່າງໃດທັງຍັງບໍ່ມີໂອກາດພົວ ພັນກັບໜ່ວຍງານຂອງລັດຖະບານລາວ ທີ່ຮັບຜິດຊອບຕໍ່ກໍລະນີ ດັ່ງກ່າວອີກດ້ວຍທັງໆທີ່ວ່າການລັກພາຕົວທ່ານ ສົມບັດ ໄດ້ເກີດຂຶ້ນຢູ່ກັບປ້ອມຕຳຫຼວດແຫ່ງ ນຶ່ງໃນເຂດນະຄອນຫຼວງວຽງຈັນ ແລະ ມີວິດີໂອທີ່ບັນທຶກພາບເຫດ ການທີ່ເກີດຂຶ້ນດ້ວຍນັ້ນ ຫາກແຕ່ວ່າກໍຍັງບໍ່ມີຜົນຄືບໜ້າໃນ ການສືບສວນສອບສວນແຕ່ຢ່າງໃດເລີຍໃນຕະຫຼອດໄລຍະ 10 ປີືທີ່ຜ່ານມາ ຍິ່ງໄປກວ່ານັ້ນທາງການລາວຍັງໄດ້ປະຕິເສດທີ່ຈະໃຫ້ການຮ່ວມມືໃນ ການສືບຄົ້ນຫາຄວາມຈິງຂອງການລັກພາຕົວທ່ານ ສົມບັດ ເລື້ອຍມາອີກດ້ວຍດັ່ງທີ່ທ່ານນາງ ອຶ້ງ ຊຸຍ ເມັງ ໄດ້ໃຫ້ການຢືນຢັນວ່າ Continue reading “ໄລຍະ 10 ປີທີ່ຜ່ານມາ ຍັງບໍ່ມີຄຳຕອບ ແລະ ການອະທິບາຍໃດໆຈາກລັດຖະບານ ລາວ ກ່ຽວກັບ ການລັກພາຕົວທ່ານ ສົມພອນ”

ຍື່ນຈົດໝາຍເປີດຊອງ ຮຽກຮ້ອງຄວາມຍຸຕິທັມ ໃຫ້ ທ່ານສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 13 ທັນວາ 2022

ນັກເຄື່ອນໄຫວ ພາກປະຊາສັງຄົມ ໃນໄທຍ ຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ເພື່ອຮຽກຮ້ອງຄວາມຍຸຕິທັມ ໃຫ້ແກ່ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າສະຖານທູຕລາວ ປະຈໍານະຄອນຫຼວງບາງກອກ ເພື່ອຮຽກຮ້ອງໃຫ້ຣັຖບານລາວ, ວັນທີ 15 ທັນວາ 2022.

ໃນຕອນເຊົ້າ ເວລາ 10 ໂມງ 25 ນາທີ ຂອງວັນທີ 15 ທັນວາ 2022 ນີ້ ກຸ່ມ Sombath Somphone & Beyond Project ຫຼື SSBP ແລະ ເຄືອຂ່າຍພາກປະຊາສັງຄົມ ໃນໄທຍ ແລະພາກພື້ນ ພ້ອມເຄືອຂ່າຍຄົນຣຸ້ນໃໝ່ ເພື່ອການປ່ຽນແປງສັງຄົມ ໄດ້ເດີນທາງໄປຍັງສະຖານ ເອກອັຄຣັຖທູຕລາວ ປະຈໍານະຄອນຫຼວງບາງກອກ ເພື່ອຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ໃນວາຣະຄົບຮອບ 10 ປີ ທີ່ທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ອາວຸໂສຊາວລາວ ເຈົ້າຂອງຣາງວັນຣາມອນ ແມັກໄຊໄຊ ປະຈໍາປີ 2005 ຖືກລັກພາໂຕ ແລ້ວບັງຄັບໃຫ້ຫາຍສາບສູນໄປ.

ສໍາລັບການເດີນທາງ ມາຍື່ນຈົດໝາຍເປີດຊອງ ຕໍ່ຣັຖບານລາວ ໃນຄັ້ງນີ້ ແມ່ນມີເປົ້າໝາຍ ເພື່ອຮຽກຮ້ອງໃຫ້ຣັຖບານລາວ ເປີດເຜີຍຄວາມຈິງ ກ່ຽວກັບການຫາຍສາບສູນໄປ ຂອງທ່ານ ສົມບັດ ສົມພອນ ພ້ອມນໍາໂຕຜູ້ກະທໍາຄວາມຜິດ ມາລົງໂທດ ຕາມກົດໝາຍ.

ດັ່ງຜູ້ຕາງໜ້າເຄືອຂ່າຍ ພາກປະຊາສັງຄົມ ໃນໄທຍ ແລະພາກພື້ນ ກ່າວເຖິງເນື້ອໃນ ທີ່ປະກົດໃນຈົດໝາຍເປີດຊອງ ເຖິງຣັຖບານລາວ ຕໍ່ໜ້າສະຖານເອກອັຄຣັຖທູຕລາວ ປະຈໍານະຄອນຫຼວງບາງກອກ ໃນຕອນເຊົ້າຂອງມື້ວັນທີ 15 ທັນວາ 2022 ນີ້ວ່າ:

“ຣັຖບານ ສປປ ລາວ ຍັງບໍ່ເຄີຍໃຫ້ຄໍາຕອບ ກັບຄອບຄົວ ເຖິງຊາຕາກັມ ແລະຄວາມຈິງທີ່ເກີດຂຶ້ນ ວ່າເປັນຫຍັງ ທ່ານ ສົມບັດ ສົມພອນ ຈຶ່ງຖືກລັກພາໂຕໄປ ເຖິງແມ່ນວ່າ ຈະມີການຕັ້ງຄໍາຖາມ ຈະມີການຍື່ນອຸທອນ ເຮັດຈົດໝາຍຮ້ອງຮຽນ ຕໍ່ອົງການສະຫະປະຊາຊາຕ ຕໍ່ຣັຖບານຫຼາຍປະເທດ ອົງກອນສິດທິມະນຸສ ແລະເຄືອຂ່າຍອື່ນ.” Continue reading “ຍື່ນຈົດໝາຍເປີດຊອງ ຮຽກຮ້ອງຄວາມຍຸຕິທັມ ໃຫ້ ທ່ານສົມບັດ ສົມພອນ”

ທ່ານ ສົມບັດ ກັບ ແນວຄິດ ຄວາມສຸຂ ແບບຍືນຍົງ

ວິທະຍຸເອເຊຍເສລີ: 13 ທັນວາ 2022

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບຣາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.

ທ່ານ ສົມ​ບັດ ສົມ​ພອນ ເປັນ​ຜູ້​ທີ່​ດຳ​ເນີນ​ການ ​ພັ​ທ​ນາ ແບບ​ເນັ້ນ​ເຖິງ​ຄວາມ​ສຸຂ ແບບ​ຍືນ​ຍົງ ກ່ອນ​ທີ່ ທ່າ​ນ​ຈະ​ຖືກ​ລັກ​ພາ​ໂຕ​.

ຄວາມ​ທຸ​ກ​ປະ​ກອບ​ມີ ທຸກ​ກາຍ, ທຸກ​ໃຈ ແລະ ທຸກ​ບັນ​ຍາ. ທ່ານ ສົມ​ບັດ ສົມ​ພອນ ເຄີຍ​ກ່າວ​ໄວ້​ວ່າ: “ຄວາ​ມ​ທຸກ​ອັນ​ນີ້ ທີ່​ວ່າ ສາ​ກົ​ນ ເຂົາ​ເນັ້ນ​ລາຍ​ຮັບ​ທີ່ບໍ່​ສູງ​ພໍ ຖ້າບໍ່​ເຖິງ 2 ໂດ​ລ້າ​ຣ໌ ຕໍ່​ມື້ ກະ​ຖື​ວ່າ​ທຸກ ດັ່ງສຳ​ລັບ​ຄວາ​ມ​ທຸກ ສຳ​ລັບ​ຂ້າ​ພະ​ເຈົ້າ​ນີ້ ຖື​ວ່າທຸກ​ກາຍF ທຸກ​ໃຈ ແລະ ກະ​ທຸກ​ບັນ​ຍາ ສາມ​ດ້ານນີ້.”

ການ​ເຮັດ​ໃຫ້ຫຼຸດ​ພົ້ນ​ ອອກ​ຈາກ​ຄວາ​ມ​ທຸກ​ຍາກ ຈະ​ຕ້ອງ​ແກ້​ໄຂ​ສິ່ງ​ດັ່ງ​ກ່າວ ແລະ ເສີມ​ຄວາມ​ຮູ້ ນັ້ນ​ຈະ​ເຮັດ​ໃຫ້ເກີດ​ຄວາມ​ສຸຂ ​ທີ່​ຖາ​ວອນ.

ທ່ານ ສົມ​ບັດ ກ່າວ​ຕື່ມ​ອີກວ່າ:

ຖ້າ​ວ່າ ການ​ພັ​ທ​ນາ ແລະ ການ​ສຶກ​ສາ​ຂອງ​ໄທ​ເຮົາ​ນີ້ ສົ່ງ​ເສີມ​ໃຫ້​ຄົນ​ເຮົາ​ ຫວິດ​ຈາກ​ທຸກ​ກາຍ ຫວິດ​ຈາກ​ທຸກ​ໃຈ ແລະ ກະ​ເສີມ​ພ​ລັງ​ປັນ​ຍາ ເຂົ້າ​ໄປ​ນຳ​ກັນ​ນີ້ ຖ້າ​ໄດ້​ສາມ​ຢ່າງນີ້ ພ້ອມ​ກັນ​ແບບ​ສົມ​ດຸນນີ້ ເຮົ​າ​ຈະ​ເຖິງ​ຄວາມ​ສຸຂ ​ແບບ​ຖາ​ວອນ ຫຼື​ວ່າ ວັ​ທ​ນາ​ຖາ​ວອນ ອັນ​ນັ້ນ ແມ່ນຄວາມ​ຍືນ​ຍົງ​ ຂອງ​ການ​ພັ​ທ​ນາ.” Continue reading “ທ່ານ ສົມບັດ ກັບ ແນວຄິດ ຄວາມສຸຂ ແບບຍືນຍົງ”

10 ຜ່ານໄປ ນາໆຊາຕ ຍັງທວງຖາມຫາ ທ່ານ ສົມບັດ ສົມພອນ

ພິທີຖແລງຂ່າວ ຕໍ່ສື່ມວນຊົນທັງໄທຍ ແລະຕ່າງປະເທດ ໃນຫົວຂໍ້ “ຍັງຄົງ ຕ້ອງການ ຄຳຕອບ” ຄົບຮອບ 10 ປີ ການບັງຄັບ ໃຫ້ຫາຍສາບສູນ ຂອງ ສົມບັດ ສົມພອນ ທີ່ສະໂມສອນ ຜູ້ສື່ຂ່າວຕ່າງປະເທດ ປະຈຳ ນະຄອນຫລວງ ບາງກອກ ປະເທດໄທຍ ໃນຕອນເຊົ້າຂອງວັນທີ 13 ທັນວາ 2022.

ອົງການຈັດຕັ້ງສາກົນ ແລະ ບັນດາອົງການຈັດຕັ້ງ ພາກປະຊາສັງຄົມສາກົລ ໃນປະເທດໄທຍ ປະກອບໄປດ້ວຍ ສະຫະປະຊາຊາຕ ຫຼື United Nations (UN), ສຳນັກງານຂ້າຫລວງໃຫຍ່ ເພື່ອສິດທິມະນຸສ ແຫ່ງສະປະຊາຊາຕ ຫຼື The Office Of the High Commissioner for Human Right (FIDH) ໄດ້ຈັດພິທີຖແລງຂ່າວ ຕໍ່ສື່ມວນຊົນທັງໄທຍ ແລະຕ່າງປະເທດ ໃນຫົວຂໍ້ “ຍັງຄົງ ຕ້ອງການ ຄຳຕອບ” ຄົບຮອບ 10 ປີ ການບັງຄັບ ໃຫ້ຫາຍສາບສູນ ຂອງ ສົມບັດ ສົມພອນ ທີ່ສະໂມສອນ ຜູ້ສື່ຂ່າວຕ່າງປະເທດ ປະຈຳນະຄອນຫລວງບາງກອກ ປະເທດໄທຍ ໃນຕອນເຊົ້າຂອງວັນທີ 13 ທັນວາ 2022 ຕາມເວລາໃນປະເທດໄທຍ.

ກ່ອນເຣີ່ມ ພິທີຖແລງຂ່າວ ຍາງນາງ ອຶ້ງ ຊຸ່ຍເມັ້ງ ໄດ້ຂໍໃຫ້ທຸກຄົນ ໃນຫ້ອງຖແລງຂ່າວ ຢູ່ໃນຄວາມສງົບເພື່ອລຳລຶກ ຄິດເຖິງ ທ່ານ ສົມບັດ ສົມພອນ ແລະ ຜູ້ອັນເປັນທີ່ຮັກ ຖືກບັງຄັບໃຫ້ຫາຍສາບສູນໄປນັ້ນປະມານ 1 ນາທີ.

ສ່ວນຄວາມຄືບໜ້າ ໃນການຊອກຫາ ທ່ານ ສົມບັດ ສົມພອນ ນັ້ນແມ່ນພາກສ່ວນທີ່ກ່ຽວຂ້ອງ ຂອງທາງການລາວ ຈະເປັນຜູ້ໃຫ້ຄຳຕອບໄດ້ ແຕ່ຜ່ານໄປ 10 ປີແລ້ວ ກໍບໍ່ມີຜູ້ໃດໃຫ້ ຄຳຕອບໄດ້ເທື່ອ. Continue reading “10 ຜ່ານໄປ ນາໆຊາຕ ຍັງທວງຖາມຫາ ທ່ານ ສົມບັດ ສົມພອນ”

ທ່ານ ສົມບັດ ສົມພອນ ເປັນໃຜ, ມາຈາກໃສ

ວິທະຍຸເອເຊຍເສລີ:  12 ທັນວາ 2022

ຮູບທ່ານ ສົມບັດ ສົມພອນ ທີ່ນຳມາສະແດງ ໃນງານຣຳລຶກເຖິງທ່ານ ສົມບັດ ສົມພອນ ແລະ ການວາງສະແດງຜົລງານ ຂອງສູນປາແດກ ໃນນະຄອນຫຼວງວຽງຈັນ, ເດືອນ ທັນວາ 2016.

ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ ອາ​ວຸ​ໂສ​ດີ​ເດັ່ນ ​ຂອ​ງ​ລາວ ແລະ ເຈົ້າ​ຂອງ​ຣາງວັນ ແມັກ​ໄຊ​ໄຊ ອາ​ວອຣ໌ດ ປີ 2005 ສາ​ຂາການ​ພັ​ທ​ນາ​ຊຸມ​ຊົນ. ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ ວັນ​ທີ 15 ທັນ​ວາ 2012 ຢູ່ ຕໍ່​ໜ້າ​ປ້ອມ​ຍາມ ​ຕຳ​ຣວດ ຖ​ນົນ​ທ່າ​ເດື່ອ ເມືອງ ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ, ທ່ານ ສົມບັດ ເກີດໃນປີ 1952 ເປັນລູກຊາຍກົກ ໃນຄອບຄົວຊາວນາ ຢູ່​ແຂວງ​ຄຳ​ມ່ວນ ເຊິ່ງ​ຄອບ​ຄົວ​ຂອງ​ທ່ານ ດຳ​ລົງ​ຊີ​ວິຕ ຢູ່ແຄມແມ່ນ້ຳຂອງ. ທ່ານ ເປັນຄົນສະຫຼາດ ມັກຮຽນຮູ້ ແລະ ໄດ້ຮັບ​ໂອ​ກາດເຂົ້າຮຽນ ໃນໂຮງ​ຮຽນ ທີ່​ໃຊ້​ລະ​ບົບ​ການ​ສຶກ​ສາ​ແບບ​ຝຣັ່ງ .

ທ່ານ ສົມ​ບັດ ສົມ​ພອນ ໄດ້​ຮັບ​ທຶນ​ໄປ​ຮຽນ​ຕໍ່ ​ຢູ່ມະ​ຫາ​ວິ​ທ​ະ​ຍາ​ໄລ ຮາ​ວາຍ ຣັ​ຖ​ຮາ​ວາຍ ສະ​ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ໃນ​ປີ 1971 ແລະ ຕໍ່​ມາ ກໍ​ໄດ້​ມີ​ໂອ​ກາດ ​ພົບ​ກັບ ຍາ​ນາງ ອຶ້ງ ຊຸ່ຍ​ເມັ້ງ ຜູ້​ທີ່​ເປັນ​ພັ​ນຣະ​ຍາ​ຂອງ​ທ່ານ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

ຂ້ອຍພົບກັບສົມບັດ ປະມານປີ 1976 ຫຼັງຈາກ ສົງຄາມວຽດນາມ ສິ້ນສຸດລົງ.”

ຫຼາຍ​ຄົນ ​ທີ່​ເຄີຍ​ຮ່ວມ​ງານ ກັບ​ທ່ານ​ສົມ​ບັດ ກໍ​ມີ​ຄວາມ​ປະ​ທັບ​ໃຈ ຍ້ອນ​ວ່າ ທ່ານ ເປັນ​ຄົນ​ມີ​ຫຼັກ​ໝັ້ນ. ທ່ານ ບຣູສ ຊູເມັກເກີ ຜູ້​ທີ່​ເຄີຍ​ຮ່ວມ​ງານ​ກັບ ທ່ານ ສົມ​ບັດ ກ່າວ​ວ່າ:

“ຄວາມປະທັບໃຈຄັ້ງແລກ ກ່ຽວກັບ ທ່ານ ສົມບັດ ກໍ​ຄື ລາວ ມີຫຼັກໝັ້ນ, ເສັຍສະລະ ກັບຄືນ​ມາ​ລາວ ຂ້ອຍ ເຮັດວຽກ ກັບ​ຄົນ​ອົພຍົບ ອອກ​ປະ​ເທດ ແຕ່ ທ່ານ ສົມບັດ ພັດຕັດສິນໃຈ ກັບຄືນປະເທດ.”

ຍາ​ນາງ ອານາ ໂຊຟີ ຜູ້​ທີ່​ເຄີຍ​ເຮັດ​ວຽກ ດ້ານ​ການ​ພັ​ທ​ນາ ​ຢູ່​ປະ​ເທດ​ລາວ ມາ​ຫຼາຍ​ປີ ໄດ້​ກ່າວ​ວ່າ:

ທ່ານ ສົມບັດ ເຊື່ອວ່າປະເທດລາວ ສາມາດເປັນຕົວແບບ ໃນການພັທນາ ທີ່ຫລາກຫລາຍ ມີຫລາຍວິ​ທີ ໃນ​ການ​ພັ​ທ​ນາ ເພື່ອຫລຸດຜ່ອນ ຄວາມທຸກຍາກ ແລະ ມັນຍັງຊ່ວຍໃຫ້ຄົນເຮົາ ພັທນາຕົນເອງ.”

ຍາ​ນາງ ອຶ້ງ ຊຸ່ຍ​ເມັ້ງ ພັ​ນຣະຍາ ຂອງ​ທ່ານ ສົມ​ບັດ ກ່າວ​ວ່າ:

ຂ້ອຍໄດ້ພົບ ສົມບັດ ຢູ່ມະຫາວິໄລ ຮາວາຍພວກເຮົາ ຢູ່​ກຸ່ມ​ນັກ​ສຶກ​ສາວຽດນາມ, ກັມພູ​ຊາ ບາງ​ຄັ້ງ ສົມບັດ ມາເຂົ້າຮ່ວມກຸ່ມເຮົາ ແລະ ເຮົາພວກ ກໍກາຍ​ເປັນ​ໝູ່​ກັນ. ຂ້ອຍໄດ້ຮັບທຶນ ການສຶກສາ ຈາກສະຖາບັນ ຢູ່ສິງກະໂປ ໃຫ້ມາຮຽນຕໍ່ປະລິນຍາເອກ ຢູ່ຮາວາຍ. ຂ້ອຍເລືອກ​ຮຽນ​ ພາກວິ​ຊາວຽດ​ນາມ​ ສຶກ​ສາ ເພື່ອ​ເປັນ​ຊ່ຽວ​ຊານ ດ້ານ​ນີ້ ເວ​ລາກັບຄືນປະ​ເທດ.” 

ຍາ​ນາງ ຊຸ່ຍ​ເມັ້ງ ກໍບໍ່ເຄີຍຄິດວ່າ ຈະຕົກລົງປົງໃຈກັບ ທ່ານ ສົມບັດ ແລະ ໃຊ້ຊີວິຕນຳກັນຈົນແກ່ເຖົ້າ

ໃນ​ເວ​ລາ​ນັ້ນ ທ່ານ ສົມບັດ ຮຽນຕໍ່ປະລິນຍາໂທ ໃນຂະແໜງກະສິກັມ, ທ່ານ ສົນໃຈເລື່ອງກະສິກັມ ແຕ່ໃດມາ ເພາະ ທ່ານເປັນຊາວນາແຕ່ຍັງນ້ອຍ. ທ່ານ ສົມ​ບັດ ໃຫຍ່​ຂຶ້ນ​ມາ ໄດ້​ສຳ​ຜັດກັບຊີວິຕ ຜູ້ອົບພະຍົບ ຫລາຍ​ຄັ້ງ ທ່ານ​​ເຫັນ​ຄອບ​ຄົວ ຂອງ​ທ່ານ ໜີເສິກສົງຄາມ ຍ້ອນວ່າ ເປັນຄອບ​ຄົວຊາວ​ນາ ບໍ່ເລືອກຝ່າຍໃດໜຶ່ງ ບໍ່​ວ່າ​ຝ່າຍປະເທດລາວ ຫຼື ຝ່າຍຣາຊະອານາຈັກ.

ຍາ​ນາງ ຊຸ່ຍ​ເມັ້ງ ແລະ ທ່ານ ສົມບັດ ເປັນກຸ່ມ​ນັກຮຽນ ທີ່​ຕ້ານ​ສົງ​ຄາມ ເຂົາ​ເຈົ້າຊັງການຖິ້ມລະເບີດ ທີ່ກໍາລັງດໍາເນີນຢູ່ ເຂົາ​ເຈົ້າຢາກເຫັນສັນຕິພາບ ກັບມາສູ່ປະ​ຊາ​ຊົນ ໃຫ້ເຂົາເຈົ້າມີເສ​ຣີ ໃນການສ້າງສາປະເທດຂອງຕົນ.

ສົງຄາມວຽດນາມສິ້ນສຸດລົງ ເດືອນເມສາ 1975 ສະ​ຫະ​ຣັ​ຖ ອາເມລິກາ ໄດ້ຖອນທະຫານ ອອກຈາກ ວຽດນາມ ເຖິງວ່າ ອາ​ເມ​ຣິ​ກາ ມີ​ອິດ​ທິ​ພົນ ​ຕໍ່ລາວຫລາຍ ແຕ່ເມື່ອຖອນຈາກ​ວຽດ​ນາມແລ້ວ ຈຳເປັນ​​ຕ້ອງອອກຈາກລາວ. ຫຼັງຈາກໄຊງ່ອນ ຫຼື​ ວຽດ​ນາມ​ໃຕ້ ລົ່ມສະຫຼາຍ ກຳ​ລັງ​ຝ່າຍ​ປະ​ເທດ​ລາວ ທີ່​ໄດ້​ຮັບ​ການ​ສ​ນັບ​ສ​ນຸນ​ ແລະ ນຳ​ໂດຍ ພັກຄອມມຸ​ນິສຕ໌ ອິນ​ໂດ​ຈີນ ຫຼື ວຽດ​ນາມ​ເໜືອ ກໍຍຶດອຳນາດ ໃນ​ວັນ​​ທີ 2 ທັນວາ 1975 ແລະ ໄດ້ປະກາດສ້າງຕັ້ງ ສ​ປ​ປ ລາວ ແລະ ​ປົກ​ຄອງແບບ​ພັກ​ດຽວ. ສິ້ນ​ສຸດ​ສົງ​ຄາມ​ວຽດ​ນາມ, ຄົນ​ລາວ ຄົນ​ກັມພູ​ຊາ ແລະ ຄົນວຽດ​ນາມ ພາ​ກັນ​ໂຕນ​​ໜີ ຍ້ອນ​ວ່າ ເຂົາ​ເຈົ້າຢ້ານ ຄອມ​ມຸ​ນິສຕ໌ ສ່ວນ​ວ່າ ນັກ​ສຶກ​ສາ​ລາວ ວຽດ​ນາມ ​ທີ່ສຶກ​ສາ​ຢູ່ນອກປະ​ເທດ ກໍ​ເປັນ​ຫ່ວງສິ່ງ​ທີ່​ເກີດ​ຂຶ້ນ ​ໃນປະ​ເທດ. ນັກ​ສຶກ​ສາ​ ຈໍາ​ນວນ​ນຶ່ງ ບໍ່​ຢາກ​​ກັບໄປ​ຫາ ລະ​ບອບ​ໃໝ່ ແຕ່ນັກ​ສຶກ​ສາຫົວ​ເປັນ​ກາງ ​ຕ້ອງ​ເລືອກ​ທາງ​ໃດ​ນຶ່ງ,  ເຂົາ​ເຈົ້າ​ຄວນ​ຈະ​ກັບ​ເມືອ​ບ້ານ ຫລື ຈະ​ຢູ່​ຕ່າງ​ປະ​ເທດ.

ຍາງ​ນາງ ຊຸຍ​ເມັງ ກ່າວ​ວ່າ:

ທ່ານ ສົມ​ບັດ ເປັນ​ຄົນ​ຮັກ​ຊາຕ ແຕ່ມີ​ແນວ​ຄິດ​ເປັນ​ກາງ, ທ່ານ ພູມ​ໃຈ​ຫລາຍ ທີ່​ເປັນ​ຄົນ​ລາວ ຂ້ອຍ​ຈື່​ໄດ້ ຕອນ​ທີ່ໄປຢາມ​ເພິ່ນ ຢູ່​ມະ​ຫະ​ໄລ ຮາ​ວາຍ, ທ່ານ ຕິດ​ທຸງ​ຊາດ​ຕລະ​ບົບ​ໃໝ່ ຢູ່​ເທິງ​ຝາຫ້ອງນອນ ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ແປກ​ໃຈອີກ ກໍ​ຄື ເພິ່ນແຕ້ມ​ຮູບ​ເພິ່ນເອງ ຄື​ກັບ​ຮູບ ໄກ​ສອນ ພົມ​ວິ​ຫານ.

ທ່ານ ສົມ​ບັດ ກັບ​ຄືນ​ມາ​ປະ​ເທດ​ລາວ ​ໃນ​ປີ 1978. ຣັຖ​ບານ​ ຊື້​ປີ້​ຍົນ​ໃຫ້​ທ່ານ ແລະ ຣັຖບານ ລະ​ດົມນັກ​ສຶກ​ສາລາວ ໃຫ້​ກັບ​ຄືນ​ປະ​ເທດ ໂດຍ​ສະ​ເພາະ ນັກ​ສຶກ​ສາ​ຄົນລາວ ຢູ່ສະ​ຫະ​ຣັ​ຖອາ​ເມຣິ​ກາ ແລະ ປະ​ເທດຝຣັ່ງ.

ຫຼັງ​ຈາກກັບ​ມາ​ ສປປ ລາວ ໄດ້​ປະ​ມານ 3 ເດືອນ, ບັນ​ດານັກ​ສຶກ​ສາ ​​ທີ່ກັບ​ມາຖືກ​ສົ່ງ​ໄປ​ຮຽນ ທິ​ສ​ດີ​ມາຣ໌ກ-ເລ​ນິນ ນັ້ນ​ເປັນ​ສິ່ງ​ທີ່​ຣັຖ​ບານລະ​ບອບ​ໃໝ່ ຕ້ອງ​ການ ແລະ ເປັນ​ເປົ້າ​ໝາຍ ສູ້​ຊົນ ຂອງຣັຖບານ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

ທ່ານ ສົມ​ບັດ​ ເລົ່າ​ປະ​ສົບ​ການ​ ໃຫ້​ຂ້ອຍ​ຟັງ ລາວ​ວ່າ ມັນ​ເປັນ​ເຣ່ື່ອງ​ທີ່​ໜ້າ​ເບື່ອ ຍ້ອນ​ ເຈົ້າ​ໜ້າ​ທີ່ພານັກ​ສຶກ​ສາ ມາ​ຢູ່​ຫ້ອງ​ຮຽນ ເຈົ້າ​ໜ້າ​ທີ່​ ​ອ່ານທິສ​ດີ​ມາຣ໌ກ-ເລ​ນິນ ໃຫ້​ຟັງ ຜູ້​ມາ​ເຜີຍທິສ​ດີ ມີ​ໜ້າ​ທີ່​ອ່ານ​ໃຫ້​ຟັງ ຢ່າງ​ດຽວ ເຂົາ​ເຈົ້າ ​ບໍ່​ເຂົ້າ​ໃຈ ໃນ​ສິ່ງ​ທີ່​ຕົນ​ເອງ​ອ່ານ.”

ທ່ານ ສົມ​ບັດ ຢາ​ກກັບ​ມາ ​ຢູ່​ປະ​ເທດ​ລາວ ແຕ່ບໍ່​ຄິດ​ວ່າ ຍາ​ນາງ ຊຸ່ຍ​ເມັ້ງ ຈະ​ຕັດ​ສິນ​ໃຈ ​ມາ​ຮ່ວມ​ຊີ​ວິດຕ ຢູ່​ປະ​ເທດ​ລາວ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

ຂ້ອຍ​ກໍ​ຮຽນ​ຈົບ ແລະ ​ກັບ​ໄປ​ສິງ​ກະ​ໂປ ແຕ່​ ພວກ​ເຮົາ ຍັງ​ຂຽນ​ຈົດ​ໝາຍ​ ຫາ​ກັນ​ຢູ່.”

ທ່ານ ສົມ​ບັດ ແລະ ຍາ​ນາງ ຊຸ່ຍ​ເມັ້ງ ແຕ່ງ​ງານ​ກັນ ​ຢູ່​ຮາ​ວາຍ, ເຂົາ​ເຈົ້າ ​ຕັດ​ສິນ​ໃຈ ​ກັບ​ມາ​ຢູ່​ລາວ ໃນ​ຊຸມ​ປີ 1980.

ຍາ​ນາງ ຊຸ່ຍ​ເມັ້ງ ຕ້ອງ​ໃຊ້​ເວ​ລາ ໃນ​ການ​ປັບ​ຕົວ ທຳ​ອິດ ມັນ​ບໍ່​ງ່າຍ​ເລີຍ ​ວຽງ​ຈັນ ເປັນ​ເມືອງ​ນ້ອຍ ມີ​ຮ້ານ​ເຝີ​ 2 ຮ້ານ, ໄຟ​ຟ້າ ກໍ​ມາບໍ່​ປົກ​ກະ​ຕິ, ບໍ່​ມີ​ຫຍັງ​ເປັນ​ໜ້າ ​ເປັນ​ຕາ ໃຫ້​ລະ​ບອບ​ຄອມ​ມຸນິສຕ໌ ເປີດ​ໂທ​ລະ​ໂຄ່ງ-ກະ​ຈ່າຍ​ສຽງ ທັງເຊົ້າ ທັງ​ແລງ ແຕ່ ບໍ່​ສົ່ງຜົນ​ຫຍັງ​ ຕໍ່​​ຊີ​ວິຕ​ຂອງ​ຄົນ.

ເຂົາ​ເຈົ້າ​ທັງ​ສອງ ພົບ​ວ່າ ມັນ​ບໍ່​ງ່າຍ ໃນ​ການ​ດຳ​ເນີນ​ຊີ​ວິດຕ ປົກ​ກະ​ຕິ​ ຢູ່ ສປປ ລາວ ນັບ​ແຕ່ ສົງ​ຄາມສິ້ນ​ສຸດ​ລົງ ແນວ​ຄິດ​ສັງ​ຄົມ​ນິ​ຍົມ ແມ່ນສ້າງ​ເສຖ​ກິຈ​ຮາກ​ຖານ.

ຊຸມປີ​ 1980 ປະ​ເທດ​ລາວປ່ຽນ​ແປງ ຈາກໜ້າ​ມື ເປັນ​ຫລັງ​ມື. ທ່ານ ສະ​ຈວດ ຟອກສ໌ ນັກ​ຂຽນ​ປ​ວັດ​ສາຕ​ລາວ ໄດ້​ກ່າວ​ວ່າ: “ປະ​ເທດ​ລາວ ຖືກ​ປົກ​ຄອງ ແບບ​ພັກ​ດຽວ ເລັງ​ໃສ່ສ້າງ​ເສຖກິຈ ​ແບບ​ສັງ​ຄົມ​ນິ​ຍົມ ແລະ ລັດຖເປັນ​ຜູ້​ຄວບ​ຄຸມ ​ອຸດ​ສາ​ຫະ​ກັມ ທຸກ​ຢ່າງ ການ​ບໍ​ລິ​ການ ເສຖກິຈ ການ​ຕລາດ ແລະ ອື່ນໆ. ໃນຂະ​ແໜງ​ກະ​ສິ​ກັມ ປະ​ເທດ​ລາວ ຕ້ອງ​ເຮັດແບບ ​ໂຊ​ວຽດ ແລະ ວຽດ​ນາມ.”

ປະ​ມານ 1985 ສະ​ຫະ​ກອນ​ລວມ​ໝູ່ ​ຢູ່​ປະ​ເທດ​ລາວຫລົ້ມ​ລະ​ລາຍ ຜົນຜ​ລິດ ໃຊ້​ການບໍ່​ໄດ້ ລາວບໍ່​ສາ​ມາດ ເດີນ​ຕາມ ແນວ​ທາງລັດ​ທິ​ມາຣ໌ກ-ເລ​ນິນ. ຄົນ​ລາວ ບໍ່​ຍອມມອບ​ຊັບ​ສິນ​ທີ່​ດິນ ເຂົ້າ​ເປັນ​ຂອ​ງ​ລວມ​ໝູ່.

ຍາ​ນາງ ຊຸຍ​ ເມັງ ກ່າວ​ວ່າ:

ທ່ານ ສົມ​ບັດ​ ບໍ່​ມີ​ວຽກ​ເຮັດ ຕອນ​ທຳ​ອິດທີ່​ເພິ່ນ​ກັບ​ມາຄິດ​ວ່າ ຮຽນ​ກະ​ສິ​ກັມມາ ເພິ່ນຈະ​ໄດ້ຢູ່​ ກະ​ຊວງ​ກະ​ສິ​ກັມ ເຊິ່ງ​ມັນ​ຍາກ​ສຳ​ລັບ​ເພິ່ນທີ່​ຈົບ ຈາກ​ສະ​ຫະ​ຣັ​ຖ ອາ​ເມຣິ​ກາ. ລັຖບານ ບໍ່ເຊື່ອ​ຄົນທີ່​ຮ​ຽນ​ຈົບ ​ຈາ​ກ​ ສະ​ຫະ​ຣັ​ຖອາ​ເມ​ຣິກາ ເພາະວ່າ ລັຖບານ​ ຍັງລະ​ແວງ ຕໍ່​ແນວ​ທາງ​ຂອງ​ອາ​ເມຣິ​ກາ.”

Continue reading “ທ່ານ ສົມບັດ ສົມພອນ ເປັນໃຜ, ມາຈາກໃສ”

10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່

ວິທະຍຸເອເຊຍເສລີ: 02 ທັນວາ 2022

ກອງປະຊຸມ ກ່ຽວກັບ ທ່ານ ສົມບັດ ສົມພອນ ໃນຫົວຂໍ້ທີ່ວ່າ “1000 ມື້ ທີ່ບໍ່ມີ ຄວາມຍຸທຕິທັມ” ຈັດຂຶ້ນຢູ່ ບາງກອກ ປະເທດໄທຍ ຫຼາຍປີກ່ອນໜ້ານີ້.

ອຸ່ນແກ້ວ

ການ​ຮອດ​ປັດ​ຈຸ​ບັນ ວັນ​ທີ 2 ທັນ​ວາ 2022 ກໍ​ເປັນ​ວັນໃກ້​ຈະ​ຄົບ​ຮອບ 10 ​ການ​ລັກ​ພາ​ໂຕ ທ່ານ ສົມ​ບັດ ສົມພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ​ດີ​ເດັ່ນ​ຂອງ​ລາວ. ຫວນ​ຄືນ​ເຫດ​ການ ທ່ານ ສົມບັດ ສົມ​ພອນ ຖືກ​ລັກ​ຖາ​ໂຕ ໃນ​ວັນ​ທີ 15 ທັນ​ວາ 2012 ຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ ເຂດ​ບ້ານ​ວັດ​ນາກ ຖ​ນົນ​ທ່າ​ເດື່ອ ເມືອງ ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ. ຈາກວັນ​ທີ່ ທ່ານ ສົມ​ບັດ ຖືກ​ລັກ​ພາ​ໂຕ​ໄປ ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ເປັນ​ເວ​ລາເກືອບ 10 ປີ, ຍາ​ນາງ ສຸຍ ເມັງ (Shui Meng) ພັ​ນຣະ​ຍາ​ຂອງ​ທ່ານ​ສົມ​ບັດ ກໍ​ຍັງ​ຄົງ​ທວງ​ຖາມ ແລະ ຊອກ​ຫາ ທ່ານ ສົມ​ບັດ ຢູ່. ຍາ​ນາງ ສຸຍ ເມັງ (Shui Meng) ໄດ້​ໃຫ້ສັມພາດ​ຕໍ່ ວິທຍຸ ​ເອ​ເຊັຽ​ ເສ​ຣີ ວ່າ:

ນັກ​ຂ່າວ: ເປັນ​ຈັ່ງໃດ ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ ​ເປັນ​ເວ​ລາ 10 ປີນີ້. ມີ​ຂ່າວ​ຄາວ​ຫຍັງ​ແດ່?

ຍາ​ນາງ ສຸຍ ເມັງ (Shui Meng): “10 ແລ້ວ ກະ​ບໍ່​ມີ​ຂ່າວ​ອີ່​ຫຍັງ​ເລີຍ ຫຼາຍ​ປີ​ມານີ້ ກໍ​ແຫ່ງບໍ່​ມີ​ຂ່າວ​ຫຍັງ. ບໍ່​ໄດ້​ຄຳ​ຕອບ ກະ​ບໍ່​ມີ​ຜູ້​ໃດ​ພົວ​ພັນ​ນຳ ກະ​ບໍ່​ມີ​ຜູ້​ໃດ​ຖາມ​ຫາ​ກ່ຽວ​ກັບ​ເພິ່ນ ລະ​ກະ​ບໍ່​ມີຂ່າວ​ຫຍັງ.

ຫຼັງ​ຈາກ​ປີທີ 2, ປີທີ 3 ກະ ທຳອິດ​ກະ​ຍັງ​ມີ ຍັງ​ຂຽນ​ຈົດ​ໝາຍ. ບໍ່​ໄດ້​ຮັບ​ຄຳ​ຕອບ​ໂດຍ​ກົງ​ ກະມີ​ຄົນ​ເວົ້າ​ເຖິງ​ຢູ່ ແຕ່​ວ່າ 7-8 ປີ​ມາ​ແລ້ວ ປັດ​ຈຸ​ບັນ ບໍ່​ມີ​ຂ່າວຍ​ຫຍັງເລີຍ.” Continue reading “10 ປີ ທ່ານ ສົມບັດ ຖືກລັກພາໂຕ ແຕ່ ພັນຣະຍາ ຍັງທວງຖາມຕໍ່”

ພາກປະຊາສັງຄົມໄທຍ ຈັດງານລຳລຶກ ທ່ານ ສົມບັດ ສົມພອນ

ວິທະຍຸເອເຊຍເສລີ: 15 ພະຈິກ 2022

ອົງການຈັດຕັ້ງ ພາກປະຊາສັງຄົມຂອງໄທຍ ຈັດງານລຳລຶກ ເຖິງຄຸນງາມຄວາມດີ ຂອງທ່ານ ສົມບັດ ສົມພອນ ໃນໂອກາດ ໃກ້ຈະຄົບຮອບ 10 ປີ ທີ່ທ່ານ ຖືກລັກພາໂຕ, ວັນທີ 12 ພຶສຈິກາ 2022.

ເມື່ອວັນທີ 12 ພຶສຈິກາ ທີ່ຜ່ານມາ ໂຄງການ ຄອນເນັກຕິ້ງ ເດີ໋ ຄອມມ໋ອນສ໌ (Connecting The Commons, CTC) ແລະ ພາຄີເຄືອຂ່າຍ ໃນພາກພື້ນລຸ່ມແມ່ນ້ໍາຂອງ ແລະ ເອເຊັຽແປຊີຟິກ ໄດ້ຈັດງານປາຖະກະຖາ ປະຈໍາປີ ໃນຫົວຂໍ້ “ລໍາລຶກ 10 ປີ ຂອງການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຢູ່ນະຄອນຫລວງວຽງຈັນ ປະເທດລາວ ລວມເຖິງບຸກຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນ ທຸກທ່ານ” ພ້ອມທັງຈັດການປະຊຸມ ວ່າດ້ວຍ ນິເວດວັທນະທັມອາຫານ ເຊິ່ງຈັດຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 2018 ເປັນຕົ້ນມາ. Continue reading “ພາກປະຊາສັງຄົມໄທຍ ຈັດງານລຳລຶກ ທ່ານ ສົມບັດ ສົມພອນ”

ສະຫະຣັຖ ຣາຍງານ ການລະເມີດ ສິດທິມະນຸສ, ລວມທັງລາວ

ທະຍຸເອເຊຍເສລີ: 14 ເມສາ 2022

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບລາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.

ໃນ​ວັນ​ທີ 12 ເມ​ສາ ທີ່​ຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານກ່ຽວ​ກັບ​ສິດ​ທິ​ມະ​ນຸ​ສ ປະ​ຈຳ​ປີ2021.

ເນື້ອ​ໃນ​ບົດ​ຣາຍ​ງານ ເວົ້າ​ເຖິງ​ບັນ​ຫາ ການ​ລະ​ເມີດ​ສິດ​ທິ​ມະ​ນຸສ ຂອງ​ແຕ່​ລະ​ປະ​ເທດ​ໃນ​ໂລກ ທັງ​ໝົດ 198 ປະ​ເທດ ລວມ​ທັງ ເຂດ​ປົກ​ຄອງ​ຕົນ​ເອງ.

ບົດ​ຣາຍ​ງານ​ສິດ​ທິ​ມະ​ນຸ​ສ ໄດ້​ຍົກ​ໃຫ້​ເຫັນ​ເຖິງບັນ​ຫາ​ສິດ​ທິ​ມະ​ນຸສ ແລະ ປະ​ຊາ​ທິ​ປະ​ໄຕ ຖືກ​ຄຸກ​ຄາມ ຢູ່​ປະ​ເທດ​ຕ່າງໆ ໂດຍ​ສະ​ເພາະ​ ເຈົ້າ​ໜ້າທີ່ຣັ​ຖ​ ​ໄດ້​ກັກ​ຂັງ​ປະ​ຊາ​ຊົນ​ແບບບໍ່​ເປັນ​ທັມ, ທໍ​ຣະ​ມານ, ຫຼື ສັງ​ຫານ​ນັກ​ການ​ເມືອງ​ຝ່າຍ​ຄ້ານ, ນັກ​ເຄື່ອນ​ໄຫວ, ນັກ​ປົກ​ປ້ອງ​ສິດ​ທິ​ມະ​ນຸ​ສ ຫຼື ນັກ​ຂ່າວ.

ການ​ຖ​ແລງ​ຂ່າວ ວັນ​ທີ 12 ເມ​ສາ 2022 ທີ່​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຂອງນຶ່ງ​ໃນ​ປະ​ເດັນ ​ການ​ລະ​ເມີດ​ສິດ​ທິ​ມະ​ນຸສ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃຫ້​ຄວາມ​ສຳ​ຄັນ ກໍ​ຄື ຣັສ​ເຊັຽ​​ເຂົ້າມາ​ເຮັດ​ສົງ​ຄາມ​ ໃນ​ປະ​ເທດຢູ​ເຄຣນນັ້ນ ​ນຳ​ໄປ​ສູ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸ​ສ.

ທ່ານ ແອນໂທນີ ບລິງເຄນ (Anthony J. Blinken) ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຖ​ແລ​ງ​ຕໍ່​ສື່ມວນ​ຊົນ ໃນ​ວັນ​ທີ12 ເມ​ສາ 2022 ຕອນ​ນຶ່ງວ່າ:

ຣັສ​ເຊັຽມາ​ເຮັດ​ສົງ​ຄາມ​ໂຫດໃນ​ຢູ​ເຄຣນ ນັ້ນ​ຄື​ຄວາມ​ຈິງ ໂດຍ​ສະ​ເພາະ​ໃນ​ຫຼາຍ​ອາ​ທິດ​ມານີ້​, ຍ້ອນ​ວ່າ ທະ​ຫານ​ຣັ​ສ​ເຊັຽ​ຖືກ​ຜັກ​ດັນ​ໃຫ້​ຖອຍ​ອອກ​ຈາກ​ຕົວ​ເມືອງ ທີ່​ເຄີຍ​ຢຶດ​ຄອງ ຫຼື ປິດ​ລ້ອມ,  ຫຼັກ​ຖານຄວາມ​​ປ່າ​ເຖື່ອນ​ ກໍ​ປະ​ກົດ​ໃຫ້​ເຫັນ. ສິ່ງ​ທີ່​ພວກ​ເຮົາ​ເຫັນ ຈົນ​ຕົກ​ໃຈກໍ​ຄື ສົບ​ຄົນ​ເສັຽ​ຊີ​ວິດ, ມີ​ການ​ມັດ​ມື, ຢູ່ຖ​ນົນ, ຢູ່ໂຮງ​ລະ​ຄອນ ແລະ ສ​ຖານ​ນີ​ຣົ​ຖ​ໄຟ, ​ຕຶກ​ອາ​ຄານທີ່​ພັງ​ລົງ​ມາ ທີ່ມີ​ພົ​ລ​ເຮືອນຕິດຢູ່​ໃນ​ນັ້ນ. ພວກ​ເຮົາ​ໄດ້ຍິນ​ຄຳໃຫ້​ການ ຈ​າກ​ແມ່​ຍິງ ແລະ ເດັກ​ຍິງ ທີ່​ຖືກ​​ຂົ່ມ​ຂືນ ແລະ ໄດ້​ຍິນວ່າ ມີການ​ປິດ​ລ້ອມ​ພົ​ລ​ເຮືອນ​ໃຫ້ໜາວ​ຕາຍ.”  Continue reading “ສະຫະຣັຖ ຣາຍງານ ການລະເມີດ ສິດທິມະນຸສ, ລວມທັງລາວ”

ພັນລະຍາຂອງທ່ານ ສົມບັດ ສົມພອນ ຢືນຢັນວ່າ ທາງການ ລາວ ບໍ່ມີຄວາມຄືບໜ້າໃນການສືບສວນ ກໍລະນີການຫາຍຕົວໄປ ຂອງທ່ານ ສົມບັດ ແຕ່ຢ່າງໃດ

Voice of America: 20 ທັນວາ 2021

ທ່ານນາງ ຊຸຍ ເມັງ, ພັນລະຍາຂອງທ່ານ ສົມບັດ ສົມພອນ ຖືແຜ່ນພັບທີ່ມີຮູບຂອງທ່ານ ສົມບັດ ສົມພອນ.

ທ່ານນາງ ອຶງ ຊຸຍ ເມັງ ພັນລະຍາຊາວສິງກະໂປ ຂອງທ່ານ ສົມບັດ ສົມພອນ ນັກພັດທະນາທາງສັງຄົມໃນ ລາວ ທີ່ໄດ້ຮັບລາງວັນ ແມັກໄຊໄຊ ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງ ອາຊຽນ ໃນປີ 2005 ນັ້ນຢືນຢັນວ່າທ່ານນາງຍັງຄົງທວງຖາມທາງການ ລາວ ກ່ຽວກັບ ສາເຫດທີ່ມີການລັກພາຕົວທ່ານ ສົມບັດ ຜູ້ເປັນສາມີຂອງທ່ານນາງ ລວມທັງໄດ້ທວງຖາມເຖິງຄວາມຄືບໜ້າໃນການສືບສວນສອບສວນ ເພື່ອຕິດຕາມຫາທ່ານ ສົມບັດ ໃນຕະຫຼອດໄລຍະ 9 ປີທີ່ຜ່ານມາ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບຈາກທາງການ ລາວ ແຕ່ຢ່າງໃດເລີຍຈົນເຖິງປັດຈຸບັນນີ້ ລວມທັງຍັງບໍ່ໄດ້ຮັບໂອ ກາດໃນການຕິດຕໍ່-ພົວພັນກັບໜ່ວຍງານລັດຖະບານ ລາວ ທີ່ຮັບຜິດຊອບຕໍ່ກໍລະນີດັ່ງກ່າວອີກດ້ວຍ.

ໂດຍຄັ້ງສຸດທ້າຍທີ່ທ່ານນາງ ອຶງ ຊຸຍ ເມັງ ໄດ້ຮັບໂອກາດຕິດຕໍ່-ພົວພັນກັບໜ່ວຍງານຂອງລັດຖະ ບານ ລາວ ກໍຄືກັບໃນທ້າຍປີ 2017 ແລະ ຫຼັງຈາກນັ້ນກໍບໍ່ໄດ້ຮັບໂອກາດດັ່ງກ່າວອີກເລີຍ ຫາກແຕ່ທ່ານນາງ ອຶງ ຊຸຍ ເມັງ ກໍໄດ້ສະແດງການຮຽກຮ້ອງຕໍ່ພາກປະຊາສັງຄົມ ເພື່ອຈະບໍ່ຍອມໃຫ້ເກີດການລັກພາຕົວຫຼືການຫາຍສາບສູນຄືກໍລະນີຂອງທ່ານ ສົມບັດ ເກີດຂຶ້ນອີກທັງໃນ ລາວ ແລະ ຮ່ວມມືກັນເສີມສ້າງຄວາມເຂັ້ມແຂງຂອງພາກປະຊາສັງຄົມ ເພື່ອຈະບໍ່ຍອມໃຫ້ເກີດການລັກພາຕົວ ຫຼື ການຫາຍສາບສູນຄືກໍລະນີຂອງທ່ານ ສົມບັດ ເກີດຂຶ້ນອີກທັງໃນ ລາວ ແລະ ໃນ ອາຊຽນ ດັ່ງທີ່ທ່ານນາງ ຊຸຍ ເມັງ ໄດ້ໃຫ້ການຢືນຢັນວ່າ

“ຄັ້ງສຸດທ້າຍແມ່ນວັນທີ 21 ພະຈິກ 2021 ທີ່ຂ້າພະເຈົ້າໄດ້ພົບກັບຕຳຫຼວດ ສະນັ້ນເຂົາເຈົ້າກໍໄດ້ພົບກັບຂ້າພະເຈົ້າ ແລະ ມັນກໍບໍ່ໄດ້ມີຫຍັງ, ບໍ່ມີໃຜຍົກຫຍັງຂຶ້ນມາ. ສະນັ້ນບາງຄັ້ງຂ້າພະເຈົ້າກໍໄດ້ຄິດວ່າເປັນຂ້າພະເຈົ້າຈຶ່ງສືບຕໍ່ເວົ້າ, ເປັນຫຍັງຂ້າພະເຈົ້າຈຶ່ງປຸກລະດົມ, ເປັນຫຍັງຂ້າພະເຈົ້າຈຶ່ງທຳການຜັກດັນຕະຫຼອດທຸກຊອກທຸກມຸມ. ແລ້ວພວກເຮົາຈະສືບຕໍ່ເນັ້ນຢໍ້າການລະເມີດທີ່ຊົ່ວຮ້າຍ, ການລະເມີດສິດທິຂອງຜູ້ຫາຍສາບສູນ ແລະ ຜູ້ເຄາະຮ້າຍຄົນອື່ນໆຂອງການລະເມີດສິດທິມະນຸດ.”

ໂດຍໃນໂອກາດຄົບຮອບ 9 ປີທີ່ທ່ານ ສົມບັດ ຖືກລັກພາຕົວໄປຈາກປ້ອມຕໍາຫຼວດແຫ່ງນຶ່ງໃນນະ ຄອນຫຼວງ ວຽງຈັນ ທ່ານນາງ ອຶງ ຊຸຍ ເມັງ ຍັງສືບຕໍ່ການຂຽນຈົດໝາຍເພື່ອເຜີຍແຜ່ທາງເວັບໄຊ້ ແລະ ເຟສບຸກ ເພື່ອລະນຶກເຖິງທ່ານ ສົມບັດ ທັງຍັງໄດ້ບັນຍາຍເຖິງຄວາມທຸກໃຈ ແລະ ຄວາມຫວັງທີ່ທ່ານນາງຍາກຈະໄດ້ຕົວທ່ານ ສົມບັດ ກັບຄືນມາຢ່າງປອດໄພ ຊຶ່ງກໍເຊັ່ນດຽວກັນກັບບັນດາຜູ້ຕາງໜ້າຂອງອົງການສາກົນ ແລະ ອົງການບໍ່ຂຶ້ນກັບລັດຖະບານຈຳນວນນຶ່ງທີ່ໄດ້ຮ່ວມກັນຈັດພິທີລະນຶກເຖິງທ່ານ ສົມບັດ ໃນໂອກາດຄົບຮອບ 25 ປີຂອງຕັ້ງສູນຝຶກອົບຮົມເພື່ອເສີມສ້າງການມີສ່ວນຮ່ວມໃນການພັດທະນາໃນ ລາວ (PADETC) ທີ່ທ່ານ ສົມບັດ ໄດ້ກໍ່ຕັ້ງຂຶ້ນນັບຕັ້ງແຕ່ປີ 1996 ເປັນຕົ້ນມາ.

ສ່ວນວັນທີ 14-15 ທັນວາ 2021 ບັນດານັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດຊາດສາກົນຈາກທົ່ວອາຊຽນ ກໍໄດ້ຮ່ວມກັນຈັດເວທີເສວະນາ ກ່ຽວກັບ ຊີວິດ, ຜົນງານ, ແນວຄິດ,​ ອຸດົມການ ແລະ ວິທີການປະຕິບັດງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ຂອງເຍົາວະຊົນ ແລະ ສາ ທາລະນະຊົນໃນວົງກວ້າງຕໍ່ໄປຢ່າງບໍ່ຢຸດຢັ້ງ ອັນຖືເປັນກິດຈະກຳນຶ່ງເພື່ອທວງຖາມຄວາມຍຸຕິທຳໃຫ້ກັບ ທ່ານ ສົມບັດ ຊຶ່ງໄດ້ຈັດຂຶ້ນດ້ວຍລະບົບປະຊຸມແບບ ອອນໄລນ໌ ຈາກປະເທດ ໄທ ໂດຍເຂົ້າ ຮ່ວມໃນການຈັດກິດຈະກຳຄັ້ງນີ້ມີທັງຜູ້ຕາງໜ້າຂອງຄະນະກຳມາທິການສິດທິມະນຸດຊາດ ອາຊຽນ, ສະມາຊິກລັດຖະສະພາ ອາຊຽນ ລວມເຖິງອົງການເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດ ຊາດໃນ ອາຊຽນ ແລະ ສາກົນຈຳນວນ 59 ພາກສ່ວນ ທີ່ໄດ້ຮ່ວມກັນອອກຖະແຫຼງການຮຽກຮ້ອງໃຫ້ລັດຖະບານຂອງທຸກປະເທດໃນ ອາຊຽນ ຈົ່ງໄດ້ຮ່ວມມືກັນເພື່ອກົດດັນຕໍ່ລັດຖະບານ ລາວ ໃນການຄົ້ນຫາຄວາມຈິງ ກ່ຽວກັບ ການຫາຍຕົວໄປຂອງທ່ານ ສົມບັດ ອີກດ້ວຍ.

ທັງນີ້ໂດຍທ່ານນາງ ເປມລືດີ ດາວເຮືອງ ຜູ້ປະສານງານໃນການຈັດງານໃນຄັ້ງນີ້ໄດ້ໃຫ້ການອະທິ ບາຍວ່າ ກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ບໍ່ແມ່ນບັນຫາພຽງໃນ ລາວ ເທົ່ານັ້ນ ຫາກແຕ່ ວ່າເປັນບັນຫາທີ່ລັດຖະບານໃນ ອາຊຽນ ຈະຕ້ອງໃຫ້ການຄຸ້ມຄອງສະຫວັດດີພາບຂອງພົນລະ ເມືອງ ອາຊຽນ ຢ່າງແທ້ຈິງ.

ກ່ອນໜ້ານີ້ກົມໃຫຍ່ຕຳຫຼວດໃນສັງກັດກະຊວງປ້ອງກັນຄວາມສະຫງົບພາຍໃນ ລາວ ຢືນຢັນວ່າໄດ້ມີການສືບສວນສອບສວນເພື່ອຄົ້ນຫາຄວາມຈິງ ກ່ຽວກັບ ກໍລະນີຂອງທ່ານ ສົມບັດ ຢູ່ເລື້ອຍມາ ດັ່ງທີ່ເຈົ້າໜ້າທີ່ຕຳຫຼວດ ລາວ ໄດ້ຖະແຫຼງຢືນຢັນວ່າ

“ຕຳຫຼວດສາກົນ ລາວ ໄດ້ເຮັດໜັງສືແຈ້ງເຖິງບັນດາປະເທດສະມາຊິກຕຳຫຼວດສາກົນ ແລະ ອາຊຽນ ຊ່ວຍຊອກຫາຂໍ້ມູນ ແລະ ຕົວທ້າວ ສົມບັດ ສົມພອນ ວັນທີ 24 ເດືອນ 4, 2013 ໄດ້ເຊີນນາງ ອຶງ ຊຸຍ ເມັງ ຜູ້ມາແຈ້ງຄວາມການຫາຍຕົວຂອງ ທ້າວ ສົມບັດ ມາຊາບຜົນການສືບສວນສອບສວນຜ່ານມາ ແລະ ສືບຕໍ່ພ້ອມກັນເກັບກຳຂໍ້ມູນຕື່ມອີກມາຮອດປັດຈຸບັນຍັງບໍ່ພົບເຫັນຕົວຜູ້ກ່ຽວເທື່ອ.”

ທັງນີ້ທາງການຕຳຫຼວດ ລາວ ໄດ້ຖະແຫຼງຂ່າວຄັ້ງສຸດທ້າຍ ກ່ຽວກັບ ກໍລະນີຂອງ ທ່ານ ສົມບັດ ເມື່ອກາງປີ 2013 ຫຼັງຈາກນັ້ນ ກໍບໍ່ມີການລາຍງານອີກເລີຍ.