ເຖິງ ສົມບັດ…ຈາກ ຊູຍມິງ (3)

ສົມບັດ​ທີ່​ຮັກ​,

SB-MOຂ້ອຍ​ຂຽນ​ເຖິງ​ເຈົ້າ​ເພື່ອ​ແຈ້ງ​ຂ່າວເສົ້າ ສະຫຼົດ​ໃຈ​ ມື້​ເຊົ້າ​ນີ້​ແມ່​ຜູ້​ເປັນ​ທີ່​ຮັກ​ແລະ​ເຄົາລົບ​ຂອງ​ເຈົ້າ​ໄດ້​​ເສຍ​ຊີວິດ​ແລ້ວ. ​ເປັນ​ເວລາ​ຫຼາຍ​ກວ່າ 6 ​ເດືອນທີ່​ສຸຂະພາບ​ຂອງ​ລາວ​​ຊຸດ​ໂຊມ​ ​ແລະ​ ​ເຖິງ​ວ່າ​ລາວ​ຈະ​​ອ່ອນ​ເພຍ ​ແຕ່​ລາວ​ໄດ້​ພະຍາ​ມຕໍ່ສູ້​ເພື່ອ​ໃຫ້​ມີ​ລົມ​ຫາຍ​ໃຈ​ຢູ່​ຕໍ່ ​​ຕັ້ງ​ຕາລໍ​ຖ້າ​​ເພື່ອ​ໃຫ້ໄດ້​ພົບ​​ເຈົ້າ​ຈົນ​ຮອດ​ນາ​ທີ​ສຸດ​ທ້າຍ.

​ແມ່​ຂອງ​ເຈົ້າ​ເປັນ​ໜຶ່ງ​ໃນ​ບັນດາບຸກຄົນ​ທີ່​ມີ​ຈິດ​ໃຈ​ດີ ​ແລະ ມີ​ເມດ​ຕາ​ທີ່​ສຸດ​ເທົ່າ​ທີ່​ຂ້ອຍ​ເຄີຍຮູ້ຈັກມາ ​ແລະ ມັນ​ກໍ​ຊັດ​ເຈນວ່າ​​ເຈົ້າ​ກັບ​ລາວ​ມີ​ສາຍ​​ໄຍ​ພິ​ເສດ​​ນີ້​. ຫຼາຍ​ຄັ້ງ​ທີ່​ຂ້ອຍ​ເຈົ້າ​​ເບີກ​ບ້ານ ​ເມື່ອ​ພວກ​ເຈົ້າ​ໄດ້ພົບ​ກັນ. ​ເນື່ອງ​ຈາກ​​ເຈົ້າ​ເປັນ​ລູກ​ຄົນ​ທຳ​ອິດ​ຂອງ​ລາວ ​​ແນ່ນອນ​ວ່າ​ເຈົ້າ​​ເປັນ​ແກ້ວຕາ​ດວງ​ໃຈ​ຂອງ​ລາວ​. ​​​ໃນ​ນາມ​ລູກ​ຊາຍ​ກົກ ​ເຈົ້າ​ເຫັນວ່າ​ມັນ​ແມ່ນໜ້າ​ທີ່​ຈະ​ຕ້ອງ​ແບ່ງ​ເບົາ​ຄວາ​ມທຸກຍາກ​ໃຫ້​ແກ່​ພໍ່​ແມ່​ໃຫ້​​ໄດ້ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະ​ເຮັດ​​ໄດ້. ​ເຈົ້າ​​ເລົ່າ​ໃຫ້​ຂ້ອຍ​ຟັງ​ເປັນ​ປະ​ຈຳວ່າແມ່​ເຈົ້າ​ຕ້ອງ​ເຮັດ​ວຽກ​ໜັກ​ສຳ່​ໃດ ​ໄປ​ພ້ອມໆ ກັບ​ລ້ຽງ​ດູລູກໆ. ​​​ເຈົ້າ​ເວົ້າ​ເຖິງ​ລາວ​ດ້ວຍ​ຄວາມ​ຮັກ​ແລະ​ເຄົາລົບ ​ແລະ​ເວົ້າ​ໃຫ້​ຟັງ​ເລື້ອຍໆ​ວ່າລາວ​ບໍ່​ເຄີຍ​ຈົ່ມ​ເຖິງ​​ແມ່ນ​ວ່າ​ຕົນ​ເອງ​ພົບ​ກັບ​ຄວາມ​ຍາກ​ລຳບາກຫຼາຍ​ສ່ຳໃດ ​ເຈົ້າ​ຄົງຈະ​ຊືມຊັບ​ເອົາ​​ລັກ​ຊະນະພິ​ເສດ​ຂອງ​ລາວ ກໍ​ຄື ຈິດທີ່​ອ່ອນ​ໂຍນ, ຄວາມມີ​ເມດ​ຕາ, ຄວາມອົດ​ທົດ,​​ແລະ ​ການ​​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ .

ສົມບັດ, ​ແມ່ຂ​ອງ​ເຈົ້າ​ເປັນ​​ແມ່ຍ່າ​ທີ່ດີທີ່ສຸດເທົ່າທີ່ຂ້ອຍ​ເຄີຍວາດຝັນໄວ້. ລາວເປັນຜູ້ຍິງທີ່​ເວົ້າ​ໜ້ອຍ ລາວບໍ່ມັກປາກ. ຕັ້ງ​ແຕ່​ຮູ້ຈັກ​ລາວ​ມາ ຂ້ອຍບໍ່ເຄີຍໄດ້ຍິນລາວເວົ້າບໍ່ດີໃຫ້ໃຜຈັກເທື່ອ. ດ້ວຍເຫດທີ່ຂ້ອຍບໍ່ແມ່ນຄົນລາວ, ຂ້ອຍຮູ້ວ່າ ຂ້ອຍບໍ່ໄດ້ປະຕິບັດຕົວຕາມຮີດຄອງ​ປະ​ເພນີຂອງລາວດັ່ງທີ່ຜູ້ເປັນລູກໄພ້ຄົນລາວຄວນຈະເປັນ. ຖ້າຫາກວ່າລາວຮູ້ສຶກ ບໍ່ພໍໃຈກັບພຶດຕິກຳຂອງຂ້ອຍ ລາວກໍບໍ່ເຄີຍສະແດງອອກມາໃຫ້ເຫັນ ແລະກໍບໍ່ເຄີຍ ໄດ້ຍິນລາວເວົ້າລັບຫຼັງຂ້ອຍກ່ຽວ​ກັບ​ເລື່ອງ​ນີ້. ລາວຍອມຮັບຂ້ອຍໃນແບບທີ່ຂ້ອຍເປັນ ແລະ ປະຕິບັດກັບຂ້ອຍດ້ວຍຄວາມເອັນດູ ແລະ ຄວາມຮັກ.

ຂ້ອຍຮູ້ສຶກໂສກເສົ້າຫຼາຍຂື້ນ ກັບ​ຄວາມ​ຈິງ​ທີ່ວ່າ​ແມ່​ເຈົ້າ​ທີ່​ເຕັມ​ໄປ​ດ້ວຍຄວາມເມດຕາ ແລະ ນອບນ້ອມຖ່ອມຕົວ ທີ່ບໍ່ເຄີຍ​ເປັນ​ພິດ​ໄພ​ຕໍ່ໃຜ ແຕ່ຕ້ອງມາທຸກທໍລະມານກ່ຽວກັບເລື່ອງຂອງເຈົ້າເຊິ່ງ​ແກ້ຕາດວງໃຈຂອງລາວ ຍ້ອນເຈ້າ ໄດ້ຖືກພາກຈາກໄປໃນຕອນທີ່ລາວຕ້ອງການເຈົ້າໃຫ້ຢູ່ຄຽງຂ້າງລາວທີ່ສຸດ ຊ່ວງທ້າຍຊີວິດຂອງລາວ. ກຸ່ມຄົນທີ່ເອົາ ເຈົ້າໄປຄວນຮູ້ສຶກອັບອາຍທີ່ໄດ້ເຮັດບາບກັມທີ່ຮ້າຍແຮງທີ່ສຸດ ແລະ ຈະ ຕ້ອງໄດ້ຊົດໃຊ້ສິ່ງທີ່ໄດ້ເຮັດບໍ່ວ່າທາງໃດ ກໍທາງໜຶ່ງ. ສຳລັບຕອນນີ້, ຂ້ອຍໄດ້ພຽງແຕ່ວາງໃຈແລະເຊື່ອວ່າແມ່ສຸດທີ່ຮັກຂອງພວກເຮົາຈະໄດ້ໄປຢູ່ໃນບ່ອນທີ່ ດີກວ່ານີ້, ບ່ອນທີ່ລາວຈະຍັງຄົງຍີ້ິມໃຫ້ກັບພວກເຮົາ ແລະ ສຳຄັນທີ່ສຸດ ລາວຈະປົກປ້ອງເຈົ້າ ແລະ ດູແລເຈົ້າໃຫ້ປອດໄພຈາກສິ່ງບໍ່ດີທັງປວງ.

ສົມບັດ ບໍ່ວ່າເຈົ້າຈະຢູ່ແຫ່ງຫົນໃດກໍຕາມ ຂໍໃຫ້ເຈົ້າຈົ່ງຢ່າໄດ້ໂສກເສົ້າ ເຮົາສະ​ເຫຼີ​ມສະຫຼອງ​ໃຫ້​ກັບຊີວິດຜູ້ຍິງ​​​​​ແສນວິເສດຄົນນີ້ ກໍ​ຄືແມ່ຂອງເຈົ້າ ແລະ ຂໍໃຫ້ລາວໄປສູ່ສຸຂະຕິເຖີດ.

ຊຸຍມິງ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.