ຜູ້ນຳລາວຕ້ອງໄຂບັນຫາ ສົມບັດ

ວິທະຍຸເອເຊຍເສຣີ: 18 ທັນວາ 2015

ກະຊວງ ຕ່າງ ປະເທດ ສະຫະຣັດ ອອກ ຖແລງການ ຮຽກຮ້ອງ ຣັຖບານລາວ ໃຫ້ຄວາມ ກະຈ່າງແຈ້ງ ກ່ຽວກັບ ການ ຫາຍ ສາບສູນ ຂອງທ່ານ ສົມບົດ ສົມພອນ ທີ່ ຖືກ ຫາຍສາບສູນ ໄປເປັນ ເວລາ 3 ປີແລ້ວ.

ທ່ານ JOHN KIRBY ໂຄສົກ ກະຊວງ ການຕ່າງ ປະເທດ ສະຫະຣັດ ກ່າວ ໃນຖແລງການ ຂອງ ມື້ວັນທີ 16 ທັນວາ ນີ້ວ່າ ທາງການ ສະຫະຣັດ ຍັງ ເປັນຫ່ວງນຳ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ ແລະ ກັງວົນວ່າ ການສືບສວນ ບໍ່ຄືບໜ້າ. ສະຫະຣັດ ຮຽກຮ້ອງ ແນະນໍາ ໃຫ້ ທາງການລາວ ດຳເນີນ ການສືບສວນ ສອບສວນ ຢ່າງຣະອຽດ ແລະ ໂປ່ງໄສ ໂດຍທັນທີ.

ໃນເຣື້ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງ ກົມການຂ່າວ ກະຊວງ ຕ່າງປະເທດລາວ, ເຈົ້າຫນ້າທີ່ ບອກວ່າ ບໍ່ທັນໄດ້ ຮັບຖແລງການ ນັ້ນເທື່ອ ແລະ ບໍ່ຮູ້ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້.

ໃນ ວັນຄົບຮອບ 3 ປີ ຂອງການຖືກ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ໄດ້ມີຫຼາຍ ພາກສ່ວນ ຈາກທົ່ວໂລກ ໂດຍ ສະເພາະ ອົງການ ສິດທິມະນຸດ ໄດ້ຮ່ວມກັນ ຊຸກຍູ້ ກົດດັນ ຜູ້ນຳລາວ ໃຫ້ ຮັບຜິດຊອບ ໃນບັນຫາ ດັ່ງກ່າວ. ດັ່ງ ທ່ານ PHIL ROBERTSON ຮອງ ຜູ້ ອຳນວຍການ ອົງການ ສິດທິມະນຸດ ປະຈຳ ຂົງເຂດ ເອເຊັຽ ກ່າວວ່າ:

“ຄອບຄົວ ສົມບັດ ເອົາ ວິດີໂອໃຫມ່ ໃຫ້ ຣັຖບານລາວ ຣັຖບານ ບໍ່ຮູ້ບໍ່ສົນ ມີແຕ່ຂໍ້ອ້າງ ໄປໃຫ້ ສະຫະ ປະຊາຊາດ ຟັງ, ເມື່ອ ຣັຖບານລາວ ບໍ່ໄປຫາ ທ່ານນາງ ຊຸຍເມັງ ເກືອບ ສອງປີ ເພື່ອ ຣາຍງານ ຄວາມຄືບຫນ້າ ຂອງ ການສືບສວນ ກໍ ຈະເຫັນໄດ້ວ່າ ເຂົາບໍ່ຈີງໃຈ”.

ທ່ານ ສົມບັດ ສົມພອນ ຖືກບີບ ບັງຄັບ ໃຫ້ ຫາຍສາບສູນ ໃນ ມື້ວັນທີ 15 ທັນວາ ປີ 2012, ຄົນໃນ ຄອບຄົວ ຂອງ ທ່ານ ສົມບັດ ໄດ້ໄປເຫັນ ວິດີໂອ ຈາກກ້ອງ ວົງຈອນປິດ ອີກມຸມນຶ່ງ ທີ່ ເປັນ ວີດຮໂອ ຄລິບໃໝ່ ແຕ່ ທາງການລາວ ກໍບໍ່ໃຫ້ ຄວາມ ສົນໃຈ ແລະ ບໍ່ຍອມຮັບ ໄປກວດສອບ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.