ຄົນງານລາວຖືກຕັດສິນ ໂທດໜັກ

ວິທະຍຸເອເຊຍເສລີ: 16 ພຶດສະພາ 2017

ພວກພີ່ນ້ອງ ຂອງ ຄົນງານລາວ 3 ຄົນ ທີ່ຖືກທາງການ ສປປລາວ ຈັບຂັງຄຸກ ມາແຕ່ຕົ້ນປີ 2016 ນັ້ນແຈ້ງໃຫ້ ວິທຍຸເອເຊັຍເສຣີ ຮູ້ວ່າ ທັງ 3 ຖືກສານ ຕັດສິນລົງໂທດ ໜັກເມື່ອ ຕົ້ນເດືອນເມສາ ຜ່ານມາຄື: ທ້າວ ສົມພອນ ພິມມະສອນ ຖືກຕັດສິນລົງໂທດ ຈໍາຄຸກ 20 ປີ, ທ້າວສຸການ ໃຈທັດ 18 ປີ ແລະ ນາງຫຼອດຄໍາ ທໍາມະວົງ 12 ປີ. ຄົນງານທັງ 3 ຄົນນັ້ນ ຖືກນໍາຕົວໄປຂັງຢູ່ຄຸກຊໍາເຄ້, ແຕ່ການຕັດສິນ ຂອງສານ ບໍ່ຖືກເປີດເຜີຍ ອອກເປັນຂ່າວ ຜ່ານສື່ມວນຊົນ ໃນລາວ.

ກ່ຽວກັບເຣຶ່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ຖາມໄປຍັງ ເຈົ້າໜ້າທີ່ ກົມຄຸມຂັງດັດສ້າງ ທີ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 15 ພຶສພາ ນີ້, ໄດ້ຮັບຄໍາຕອບ ວ່າບຸກຄົນ ທັງ 3 ຍັງບໍ່ທັນ ຖືກຕັດສິນເທື່ອ ແລະ ຍັງບໍ່ຮູ້ກໍານົດວ່າ ຈະຕັດສິນ ເມື່ອໃດ ແຕ່ຢືນຢັນວ່າ ຜົນການຕັດສິນ ຈະອອກມາແບບ ມີຄວາມຍຸຕິທັມ:

“ຍັງສົ່ງໃຫ້ສານ ສານຍັງບໍ່ທັນໄດ້ ຕັດສິນ ມື້ກ່ອນຫັ້ນ ພີ່ນ້ອງຂະເຈົ້າ ກະມາຢາມ ສໍານວນຫັ້ນມັນ ຢູ່ນໍາສານແລ້ວ ຄະດີ ຮຸນແຮງ ບໍ່ ມັນກະຢູ່ ໃນຂອບ ຂອງກົດໝາຍ ຫັ້ນແຫລະ ກົດໝາຍອາຍາມາຕຣາ 165 ຫັ້ນ ປະຕິບັດຄວາມເປັນທັມຫັ້ນ ມັນຕ້ອງຢູ່ໃນດູນ ພິນິດ ຂອງສານ”.

ທ່ານກ່າວຕື່ມວ່າ ປັດຈຸບັນ ຄົນງານລາວ ທັງ 3 ຍັງຖືກຂັງ ຢູ່ໃນຄຸກ ແລະໄດ້ຮັບການເບິ່ງແຍງ ຄືກັນກັບນັກໂທດ ຄົນອື່ນໆ, ບໍ່ໄດ້ຖືກ ກົດຂີ່ ຕາມທີ່ເປັນ ຂ່າວລື ແຕ່ຢ່າງໃດ.

ຄົນງານລາວທັງ 3 ຄົນ ຖືກທາງການ ສປປລາວ ຕັ້ງຂໍ້ຫາໂຈມຕີ ຣະບອບການເມືອງ ແລະໃສ່ຮ້າຍປ້າຍສີຜູ້ນໍາພັກ-ຣັຖ ໂດຍເຜີຍແຜ່ ຂໍ້ມູນບິດເບືອນ ກ່ຽວກັບ ພັກ-ຣັຖ ຜ່ານສື່ສັງຄົມ ອອນລາຍ ແລະເຄີຍໄປຮຽກຮ້ອງ ປະຊາທິປະຕັຍ ຢູ່ຕໍ່ໜ້າ ສະຖານທູດ ສປປລາວ ທີ່ບາງກອກ ປະເທດໄທ.

ເມື່ອເດືອນພຶສພາປີກາຍ ເຈົ້າໜ້າທີ່ ທາງການລາວ ໄດ້ນໍາຕົວທັງ 3 ຄົນ ອອກມາຖແລງຂ່າວ ຮັບສາຣະພາບຜິດ ຕໍ່ສື່ມວນຊົນ ຂອງ ທາງການ ຂນະທີ່ ອົງການຈັດຕັ້ງ ສາກົນຕ່າງໆ ຮຽກຮ້ອງ ແລະກົດດັນໃຫ້ ຣັຖບານສປປລາວ ປ່ອຍຕົວ ຢ່າງຮີບດ່ວນ ແລະ ບໍ່ມີ ເງື່ອນໄຂ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.