ເສຣີພາບດ້ານຂ່າວສານ ຢູ່ລາວ

ວິທະຍຸເອເຊຍເສລີ: 03 ພຶດສະພາ 2017

ຣາຍງານຂອງອົງການຂ່າວບໍ່ມີພົມແດນ ໃນການຈັດດັຊນີ ເສຣີພາບ ທາງການຂ່າວສານ ໃນບັນດາ ປະເທດ ໃນໂລກ ສຳລັບປີ 2017 ຣະບຸວ່າ ສປປລາວ ຖືກຈັດຢູ່ໃນ ອັນດັບ 170 ໃນຈຳນວນ 180 ປະເທດ ໝາຍຄວາມວ່າ ລາວຍັງບໍ່ມີເສຣີພາບ ທາງດ້ານການຂ່າວຢູ່ ແລະບໍ່ມີສຳນັກຂ່າວ ເອກຣາດ ໃນລາວ.

ອົງການຂ່າວສານແມ່ນຂຶ້ນກັບຣັຖບານຫມົດ, ທຽບໃສ່ປີ 2016 ສປປລາວ ຖືກຈັດຢູ່ໃນອັນດັບທີ 173. ດັ່ງທ່ານ PHIL ROBERTSON ຮອງຜູ້ ອຳນວຍການ ອົງການສິ້ງຊອມ ດ້ານສີດທິມະນຸດ ປະຈຳຂົງເຂດ ໄດ້ໃຫ້ຄວາມເຫັນ ກ່ຽວກັບ ເສຣີພາບ ຂ່າວສານ ໃນລາວວ່າ:

“ຄືສລູບງ່າຍໆ ກະເລີຍບໍ່ມີເສຣີພາບ ໃນການສື່ໃນລາວ ຣັຖບານກ່າເລີຍ ເຮັດໄດ້ເບິດ ປະຊາຊົນລາວ ສິເວົ້າຫຍັງ ກໍຕ້ອງໃຊ້ ເຟສບຸກ ຖ້າຈະດູໂທຣະທັດ ຟັງວິທຍຸ ອ່ານຫນັງສືພີມ ຂອງຣັຖບານລາວ ກໍໄດ້ແຕ່ຂ່າວ ທີ່ຣັຖບານລາວ ຄວນຈະໃຫ້ ບໍ່ມີໂອກາດ ທີ່ຈະມີການສື່ ອິສຣະໃນລາວ ປັດຈຸບັນ ເພາະວ່າເປັນ ຣັຖບານ ພັກດຽວ ມັນບໍ່ໄດ້ ເປັນຫນັງສືພີມ ອິສຣະ ວິທຍຸອິສຣະ ໂທຣະທັດ ອິສຣະ”.

ປັດຈຸບັນ ເສຣິພາບຂອງສື່ມວນຊົນ ໃນລາວ ຍັງຖືກຈຳກັດ ຊື່ງການນຳສເນີ ປະເດັ່ນຂ່າວ ແລະ ການສະແດງ ຄວາມຄິດຄວາມເຫັນ ທີ່ ແຕກຕ່າງ ຈະຖືກຫ້າມ ຕ້ອງໄດ້ເຮັດ ຕາມຄຳສັ່ງ ທາງການເທົ່ານັ້ນ ແລະຕ້ອງໄດ້ ກວດສອບເນື້ອຫາ ສາຣະ ກ່ອນຈະອອກ ຂ່າວໄດ້. ດັ່ງສື່ມວນຊົນ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 3 ພຶສພາ ນີ້ວ່າ:

“ເນື້ອໃນຂ່າວໃຫ້ມັນຄົມຊັດ ກວ່າທີ່ຜ່ານມາ ບໍ່ແມ່ນວ່າສິຂຽນຂ່າວ ແບບວິຊາການ ແບບຕາຍໂຕ ໃຫ້ມີລັກສນະ ແຕກຕ່າງໄປເລື້ອຍໆ ແຕ່ວ່າມີຂໍ້ມູນ ຄົບຖ້ວນ ອາດຈະໄດ້ ແຕ່ວ່າອາດຈະຜ່ານ ປະທານຜູ້ຊີ້ນຳ ຄືເຈົ້າເມືອງ ເຈົ້າແຂວງອະນຸຍາດ ໃຫ້ເປີດເຜີຍ ຈຶ່ງເປີດເຜີຍ ໄດ້”.

ທ່ານກ່າວຕື່ມວ່າໃນອະນາຄົດ ຢາກເຫັນ ສື່ມວນຊົນລາວ ຣາຍງານຂ່າວ ທີ່ມີຄວາມຫຼາກຫຼາຍ ບໍ່ຢາກໃຫ້ຈຳກັດ ເສຣິພາບ ໃນຄວາມຄິດ ຄວາມເຫັນ ທີ່ແຕກຕ່າງ ສາມາດໃຊ້ ເປັນເຄື່ອງມື ກວດສອບການ ປະຕິບັດງານ ຂອງຣັດໄດ້ ໃຫ້ເປັນແບບດຽວກັບ ອົງກອນຂ່າວຕ່າງ ຊາດ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.