ລະວັງການທໍາລາຍປະຊາສັງຄົມໃນລາວ

The Diplomat:  30 ມັງກອນ 2018  By David Hutt  (Unofficial Translation ແປພາສາບໍ່ເປັນທາງການ)

ບົດຄວາມນີ້ເວົ້າເຖິງເລື່ອງທີ່ຫນ້າກັງວົນກ່ຽວກັບສິດທິມະນຸດຊະຍະຊົນໃນປະເທດ ທີ່ກໍາລັງລົດຖອຍລົງ .

 ຫາກທ່ານຄົ້ນຫາບົດຄວາມກ່ຽວກັບສິດທິມະນຸດຊະຍະຊົນໃນປະເທດລາວ ຈະພົບວ່າຂໍ້ມູນກ່ຽວກັບກໍລະນີການ”ຫາຍສາບສູນ”ຂອງ ສົມບັດ ສົມ ພອນ ຜູ້ນໍາປະຊາສັງຄົມລະດັບນາໆຊາດທີ່ຖືກລັກພາໂຕໄປຈາກຖະຫນົນວຽງຈັນໃນປີ 2012 ທີ່ຜ່ານມາ ຮູບຈາກກ້ອງວົງຈອນປິດທີ່ອອກມາສະແດງໃຫ້ເຫັນວ່າລາວຖືກລັກພາໂຕໂດຍຕໍາຫຼວດ ກ່ອນຖືກນໍາໄປທີ່ສະຖານີຕໍ່າຫຼວດທີ່ຢູ່ໃກ້ໆ ຫຼັງຈາກນັ້ນ ລົດຈິ໊ບໄດ້ຢຸດລົງແລະມີຊາຍສອງຄົນ ມາລັກພາໂຕລາວໄປແລະມີຄນົ ອີກຄົນຫນຶ່ງຂັບລົດຂອງລາວໄປແລະບໍ່ມີໃຜພົບເຫັນລາວອີກເລີຍຫຼັງຈາກນັ້ນ

ພັກຄອມມຸນິດທີ່ມີອໍານາດປົກຄອງໄດ້ດໍາເນີນການສອບສວນແຕ່ໄດ້ເປີດເຜີຍລາຍລະອຽດຄວາມຄືບຫນ້າທີ່ຫນ້າເຊື່ອຖືພຽງບໍ່ເທົ່າໃດຢ່າງ ລັດຖະບານປະຕິເສດທີ່ຈະຮັບຜິດຊອບໃດໆ ຕາມຫຼັກຖານທີ່ມີຢູ່ໃນຕອນນີ້ ຜູ້ທີ່ຕິດຕາມເຫດການນີ້ຢ່າງຈິງຈັງ ບໍ່ທໍ່ໃດຄົນຄົງຄິດວ່າສົມບັດບໍ່ໄດ້ ຖືກລັກພາໂຕ ບໍ່ແມ່ນການຫາຍສາບສູນໄປລ້າໆ ເຖິງແມ້ວ່າກໍລະນີການຫາຍສາບສູນຍງັ ຄົງເປັນສາເຫດທີ່ໃຊ້ໃນກໍລະນີ

ແນວໃດກໍ່ຕາມ ນອກເຫນືອຈາກເຫດນີ້ ສະຖານະການສິດທິມະນຸດບໍລິເວນຊາຍແດນປະເທດລາວກໍາລັງຫມົດຫວັງລົງເລື້ອຍໆ ມີຫຼັກຖານວ່າ ພັກການເມືອງພະຍາຍາມທໍາລາຍອົງກອນປະຊາຄົມລາວ(CSOs) ໃນບາງພື້ນທີ່ອົງກອນປະຊາຄົມລາວກໍາລັງຖືກຄຸກຄາມຫຼັງຈາການຫາຍ ສາບສູນຂອງສົມບັດ ເຫດການນີ້ເຮັດໃຫ້ເກີດສິ່ງທີ່ເຮົາເອີ້ນວ່າ”ບັນຍາກາດທີ່ເປັນຕາຢ້ານ”ແກ້ຜູ້ທີ່ພະຍາຍາມສ້າງປະຊາຄົມລາວໃຫ້ແຂ່ງແກ່ງ ມາກ່ອນຫນ້ານີ້

ໃນເດຶອນສິງຫາປີທີ່ຜ່ານມາ ພັກການເມືອງໄດ້ອອກ ລັດກິດສະດິກາ ວ່າດ້ວຍອົງກອນເລກທີ 238 ເຊີງນໍາມາໃຊ້ແທນລັດກິດສະດິກາ ປີ 2009 ລັດກິດສະດິກາໃຫມ່ນີ້ມີຜົນບັງຄັບໃຊ້ໃນວັນທີ 15 ພະຈິກ ເຖິງແມວ່າຈະເພີ່ມບັງຄັບໃຊ້ ຂ້າພະເຈົ້າໄດ້ຍິນຈາກແຫຼ່ງຂ່າວມາວ່າເລີ່ມມີຜົນທີ່ເກີດ ຂຶ້ນຈາກລັດກິດສະດິກາ ຕາມທີ່ພັກນີ້ຕ້ອງການແລ້ວ ໂດຍໃນວັນທີ 24 ມັງກອນ ເຣດິໂອຟຣີເອເຊຍ (RFA) ໄດ້ລາຍງານກ່ຽວກັບເງື່ອນໄຂ່ ສໍາຄັນທີ່ລັດ ກິດສະດິກາສະບັບໃຫມ່ນີ້ກໍາຫນົດກ່ຽວກັບອົງກອນປະຊາຄົມລາວ

ພາຍໃຕ້ຂໍຫ້າມຕ່າງໆໃນລັດກິດສະດິກາສະບັບໃນນີ້ມີຂໍ້ກໍາຫນົດທີ່ວ່າລັດຖະບານຈະເປັນຜູ້ອະນຸມັດການຈັດຕັ້ງອົງກອນປະຊາຄົມລາວ ແລະ ເປັນຜູ້ອະນຸຍາດໃຫ້ເຮັດໂຄງການແລະການຮັບບໍລິຈາກ ເປັນຜູ້ກວດສອບຊັບສິນ ໃຫ້ຄາໍ ແນະນໍາແລະຄວາມຊ່ວຍເຫຼືອເພື່ອໃຫ້ແນ່ໃຈວ່າອົງກອນ ດໍາເນີນວຽກຕາມນະໂຍບາຍຂອງພັກ ກົດຫມາຍແລະລະບຽບຕ່າງໆຂອງລັດຖະບານ

ໃນອະດີດ ອົງກອນປະຊາຄົມລາວຕ້ອງສົ່ງລາຍງານສະຫລຸບຄ້າວໆກ່ຽວກັບກິດຈະກໍາຂອງຕົນ ແລະເງີນທືນໃຫ້ລັດຖະບານຮູ້ ແຕ່ຕອນນີ້ຫາກອົງ ກອນຕ້ອງການເງີນທຶນໄດໆກໍ່ຈະຕ້ອງໄດ້ຮັບການອະນຸມດັ ຈາກພກັ ກ່ອນລວມເຖິງການອະນຸມດັ ໂຄງການດ້ວຍກ່າວໂດຍສະຫຼຸບສິງນີ້ບໍ່ພຽງແຕ່ ກໍ່ຄວາມຍຸ້ງຍາກໃນລະບົບການບໍລິຫານເທົ່ານັ້ນແຕຍ່ ັງເປັນການຂັດຂວາງຜູ້ບໍລິຈາກໂດຍສະເພາະຢ່າງຍິ່ງຜບູ້ ໍລິຈາກຕ່າງຊາດບໍ່ໃຫ້ບລໍ ິຈາກເງີນ ໃຫ້ອົງກອນປະຊາຄົມໃນປະເທດລາວ

ມີບົດຄວາມຫນື່ງກ່ຽວກັບລັດກິດສະດິກາສະບັບໃຫມ່ທີ່ຫ້າມອົງກອນປະຊາຄົມລາວ ກະທໍາ”ການຝ່າຝຶນສິດທິເສລີພາບ”ແຕ່ໃນເວລາດຽວກັນ ກະຊວງມະຫາດໄທກໍ່ຈະເປັນຜູ້ກວດສອບການປະຕິບັດຕາມລະບຽບນີ້ຊຶ່ງຕອນນີ້ມີ ຄໍາຫມັ້ນສູນວິເລີດ ເປັນລັດຖະມົນຕີ ເຊິ່ງມີຄວາມເຫັນວ່າອົງ ກອນປະຊາຄົມລາວຝ່າຝືນກົດເຫລົ່ານີ້ ເຊິ່ງອົງກອນເຫລົ່ານີ້ສາມາດ”ເຮັດຕາມລະບຽບ”ໄດ້

ຕອນນີ້ສະຖານະການຍັງ ກໍ່ຄວາມບໍ່ແນ່ນອນ ແຕ່ກະເບິ່ງຄືວ່າຈະຕ້ອງຖືກປິດ ແທ້ຈິງແລ້ວ ລັດກິດສະດິກາໃຫມ່ນີ້ ກໍາລັງເປັນ”ຫນ້າທີ່”ທີ່ອົງກອນ ປະຊາຄົມລາວຕ້ອງປະຕິບັດຕາມນະໂຍບາຍຂອງພັກເປັນທີ່ຊັດເຈນວ່າພັກການເມອື ງເບິ່ງວ່າອົງກອນປະຊາຄົມລາວເປັນໄພຄຸກຄາມມາດົນແລ້ວອະດີດຜູ້ວ່າການຂອງລັດແລະເລຂາທີການພັກຈູມ ມະລີ ໄຊຍະສອນ ໄດ້ສະແດງຄວາມຄິດເຫັນຂອງພັກໄວ້ໃນປີ 2013 ລາວໄດ້ກ່າວໃຫ້ລັດຖະມົນຕີໃຊ້ອໍານາດຄຸ້ມຄອງອົງກ່ອນເຫລົ່ານີ້ເພາະ” ອົງກອນເຫລົ່ານີ້ອາດທໍາລາຍປະເທດເຮົາດ້ວຍໃນແບບບ່ໃໍ ຊ້ຄວາມແຮງ”

ເຣດີໂອ ຟີຣເອເຊຍ (RFA) ໄດ້ຮຽບຮຽງຄໍາກ່າວຕົວແທນຂອງອົງກອນປະຊາຄົມລາວວ່າ ລັດກິດສະດິກາ ສະບັບນີ້ຈະມີຜົນໃຫ້”ອົງກອນນີ້ບໍ່ເຫຼືອຢູ່” ບໍ່ ຕ້ອງຄາດເດົາເລີຍວ່ານີ້ເປັນເຈດຕະນາຂອງພັກທີ່ບໍ່ຄືກັບເຈດຕະນາໃນຕອນທີ່ເລີ່ມສ້າງລັດກິດສະດິກາສະບັບໃຫມ່ ປະເທດຂ້າງຄຽງຢ່າງກໍາບູ ເຈັ້ຍໄດ້ພັດທະນາ ໃຊ້ອໍານາດຄວບຄຸມຂອງລັດດ້ວຍຂໍ້ອ້າງເພື່ອການພັດທະນາລະບົບບໍລິຫານ ໃນເລື່ອງການພັດທະນາລະບົບການເກັບພາສີ ຊຶ່ງເປັນເຫດໃຫ້ກໍາບູເຈັ້ຍ ເດລີ່ (Cambodia Daily) ຕ້ອງ ປິດຕົວລົງໃນປີທີ່ຜ່ານມາເປັນຕົ້ນ ແທ້ຈິງແລ້ວເປັນການຍາກທີ່ຈະຫາປະເທດທີ່ບໍ່ໃຊ້ອໍານາດປົກຄອງຂອງ ຕົນໃນການປະຕຮິ ູບຫຼືຄວບຄຸມສຽງທີ່ບໍ່ແມ່ນຂອງພາກລັດ

ໃນຂະນະທີ່ການລົງໂທດທີ່ຮຸນແຮງໃນກໍາບູເຈ້ຍລ່າສຸດຖືກຕໍານິຈາກປະຊາຄົມນາໆຊາດແຕ່ເຫດການທ່ີກ່າວກັບງຽບສະຫງັດ ຖືງແມ້ມາວ່າຈະມີ ການຕີພິມໃນຄໍາຖະແຫຼງຂອງລັດຖະບານໃນປະເທດຕະເວັນຕົກແຕ່ກໍ່ເຫັນໄດ້ຊັດວ່າຄະດີຂອງ ສົມບັດສົມພອນ ກໍາລັງແຍ້ລົງເລື້ອຍໆ ໃນຫຼາຍ ປີທີ່ຜ່ານມາ ຊຶ່ງເປັນເລື່ອງທີ່ບໍ່ດີເລີຍເພາະເລື່ອງນີ້ຄວນຈະເປັນປະເດັນທີ່ຫນ້າສົນໃຈ ທີ່ເຮັດປະເທດລາວເດືອດຮ້ອນໃຈ

ນີ້ເປັນຄວາມຈິງທີ່ຫນ້າເສົ້າ ຊື່ງນັກເຄື່ອນໄຫວຊາວລາວຮູ້ ແລະອາດເປັນສິ່ງທີ່ລັດຖະບານເຂົ້າໃຈດີ ຄວາມຈິງທີ່ຫນ້າເສົ້ານີ້ຄືການທີ່ລັດຖະບານ ທໍາຮ້າຍປະຊາຄົມລາວ ແຕ່ໂລກກັບບໍ່ສົນໃຈ ເຊິ່ງລັດຖະບານອາດປະສົບຄວາມສໍາເລັດໃນທ້າຍທີ່ສຸດ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.