ສະຫະຣັຖ ຣາຍງານ ການລະເມີດ ສິດທິມະນຸສ, ລວມທັງລາວ

ທະຍຸເອເຊຍເສລີ: 14 ເມສາ 2022

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ໄດ້ຮັບລາງວັນ ແມັກໄຊໄຊ ປີ 2005 ຖືກຫາຍສາບສູນ ໃນປີ 2012 ຈົນຮອດປັຈຈຸບັນ.

ໃນ​ວັນ​ທີ 12 ເມ​ສາ ທີ່​ຜ່ານ​ມາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ອອກ​ບົດ​ຣາຍ​ງານກ່ຽວ​ກັບ​ສິດ​ທິ​ມະ​ນຸ​ສ ປະ​ຈຳ​ປີ2021.

ເນື້ອ​ໃນ​ບົດ​ຣາຍ​ງານ ເວົ້າ​ເຖິງ​ບັນ​ຫາ ການ​ລະ​ເມີດ​ສິດ​ທິ​ມະ​ນຸສ ຂອງ​ແຕ່​ລະ​ປະ​ເທດ​ໃນ​ໂລກ ທັງ​ໝົດ 198 ປະ​ເທດ ລວມ​ທັງ ເຂດ​ປົກ​ຄອງ​ຕົນ​ເອງ.

ບົດ​ຣາຍ​ງານ​ສິດ​ທິ​ມະ​ນຸ​ສ ໄດ້​ຍົກ​ໃຫ້​ເຫັນ​ເຖິງບັນ​ຫາ​ສິດ​ທິ​ມະ​ນຸສ ແລະ ປະ​ຊາ​ທິ​ປະ​ໄຕ ຖືກ​ຄຸກ​ຄາມ ຢູ່​ປະ​ເທດ​ຕ່າງໆ ໂດຍ​ສະ​ເພາະ​ ເຈົ້າ​ໜ້າທີ່ຣັ​ຖ​ ​ໄດ້​ກັກ​ຂັງ​ປະ​ຊາ​ຊົນ​ແບບບໍ່​ເປັນ​ທັມ, ທໍ​ຣະ​ມານ, ຫຼື ສັງ​ຫານ​ນັກ​ການ​ເມືອງ​ຝ່າຍ​ຄ້ານ, ນັກ​ເຄື່ອນ​ໄຫວ, ນັກ​ປົກ​ປ້ອງ​ສິດ​ທິ​ມະ​ນຸ​ສ ຫຼື ນັກ​ຂ່າວ.

ການ​ຖ​ແລງ​ຂ່າວ ວັນ​ທີ 12 ເມ​ສາ 2022 ທີ່​ຜ່ານ​ມາ, ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຂອງນຶ່ງ​ໃນ​ປະ​ເດັນ ​ການ​ລະ​ເມີດ​ສິດ​ທິ​ມະ​ນຸສ ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໃຫ້​ຄວາມ​ສຳ​ຄັນ ກໍ​ຄື ຣັສ​ເຊັຽ​​ເຂົ້າມາ​ເຮັດ​ສົງ​ຄາມ​ ໃນ​ປະ​ເທດຢູ​ເຄຣນນັ້ນ ​ນຳ​ໄປ​ສູ່​ການ​ລະ​ເມີດ​ສິດ​ທິ​ມະ​ນຸ​ສ.

ທ່ານ ແອນໂທນີ ບລິງເຄນ (Anthony J. Blinken) ຣັ​ຖ​ມົນ​ຕ​ຣີ​ຕ່າງ​ປະ​ເທດ ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ຖ​ແລ​ງ​ຕໍ່​ສື່ມວນ​ຊົນ ໃນ​ວັນ​ທີ12 ເມ​ສາ 2022 ຕອນ​ນຶ່ງວ່າ:

ຣັສ​ເຊັຽມາ​ເຮັດ​ສົງ​ຄາມ​ໂຫດໃນ​ຢູ​ເຄຣນ ນັ້ນ​ຄື​ຄວາມ​ຈິງ ໂດຍ​ສະ​ເພາະ​ໃນ​ຫຼາຍ​ອາ​ທິດ​ມານີ້​, ຍ້ອນ​ວ່າ ທະ​ຫານ​ຣັ​ສ​ເຊັຽ​ຖືກ​ຜັກ​ດັນ​ໃຫ້​ຖອຍ​ອອກ​ຈາກ​ຕົວ​ເມືອງ ທີ່​ເຄີຍ​ຢຶດ​ຄອງ ຫຼື ປິດ​ລ້ອມ,  ຫຼັກ​ຖານຄວາມ​​ປ່າ​ເຖື່ອນ​ ກໍ​ປະ​ກົດ​ໃຫ້​ເຫັນ. ສິ່ງ​ທີ່​ພວກ​ເຮົາ​ເຫັນ ຈົນ​ຕົກ​ໃຈກໍ​ຄື ສົບ​ຄົນ​ເສັຽ​ຊີ​ວິດ, ມີ​ການ​ມັດ​ມື, ຢູ່ຖ​ນົນ, ຢູ່ໂຮງ​ລະ​ຄອນ ແລະ ສ​ຖານ​ນີ​ຣົ​ຖ​ໄຟ, ​ຕຶກ​ອາ​ຄານທີ່​ພັງ​ລົງ​ມາ ທີ່ມີ​ພົ​ລ​ເຮືອນຕິດຢູ່​ໃນ​ນັ້ນ. ພວກ​ເຮົາ​ໄດ້ຍິນ​ຄຳໃຫ້​ການ ຈ​າກ​ແມ່​ຍິງ ແລະ ເດັກ​ຍິງ ທີ່​ຖືກ​​ຂົ່ມ​ຂືນ ແລະ ໄດ້​ຍິນວ່າ ມີການ​ປິດ​ລ້ອມ​ພົ​ລ​ເຮືອນ​ໃຫ້ໜາວ​ຕາຍ.”  Continue reading “ສະຫະຣັຖ ຣາຍງານ ການລະເມີດ ສິດທິມະນຸສ, ລວມທັງລາວ”

ສາກົນຮຽກຮ້ອງ ຣັຖບາລລາວ ໃຫ້ປັບປຸງ ນັບຖື ສິດທິມະນຸດ

ວິທະຍຸເອເຊຍເສລີ: 18 ມິຖຸນາ 2021

ໃນໄລຍະ ທ້າຍປີ 2019, ສປຊ ໄດ້ສົ່ງ ເອກກະສານ ໃຫ້ ທາງການ ລາວ-ໄທຍ ຊີ້ແຈງເພີ່ມຕື່ມ ໃນການຫາຍສາບສູນ ຂອງ ທ້າວ ອອດ ໄຊຍະວົງ.

ສະຫະພັນສິດທິມະນຸດສາກົນ ຫລື FIDH ທີ່ມີສໍານັກງານປະຈໍາຢູ່ ຫຼາຍປະເທດໃນທົ່ວໂລກ ໄດ້ຮຽກ ຮ້ອງໃຫ້ສະຫະພາບຢູໂຣບ ກົດດັນຣັຖບາລລາວ ໃຫ້ແກ້ໄຂບັນຫາການຣະເມີດ ສິດທິມະນຸດໃນລາວ ໃນວາຣະກອງປະຊຸມທາງໄກ ກ່ຽວກັບສິດທິມະນຸດ ຄັ້ງທີ 10 ຣະຫວ່າງ ສະຫາພາບຢູໂຣບ ແລະ ສປປລາວ ໃນມື້ວັນທີ 16 ມິຖຸນາ ນີ້ ໂດຍສະເພາະບັນຫາ ການຣະເມີດສິດ ຂອງ ຜູ້ທີ່ ສະແດງຄວາມຄິດເຫັນ ຜ່ານສື່ສັງຄົມອອນລາຍ ເປັນຕົ້ນກໍຣະນີ ນາງຮວຍເຮືອງ ໄຊຍະບູຣີ ຫລື ນາງໝວຍ ແລະ ກໍຣະນີຄົນງານ ລາວ 3 ຄົນ ທີ່ກັບມາຈາກ ປະເທດໄທ ຄື ທ້າວສຸການ ໃຈທັດ, ທ້າວສົມພອນ ພິມມະສອນ ແລະ ນາງຫຼອດຄໍາ ທໍາມະວົງ ຊຶ່ງ ຖືກທາງການລາວ ກ່າວຫາວ່າ ໃສ່ຮ້າຍປ້າຍສີພັກ-ຣັຖ ແລະ ຖືກຈັບຂັງຄຸກຈົນມາ ເຖິງປັດຈຸບັນ.

ກ່ຽວກັບເຣື່ອງນີ້, ທ່ານ Andrea Giorgetta ຜູ້ອຳນວຍການ ສະຫະພັນສິດທິມະນຸດ ສາກົລ ປະຈຳຂົງເຂດເອເຊັຽ ກໍໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜ່ານທາງອີເມລ ວ່າ:

“ສະພາບ ຂອງສິດທິມະນຸດໃນລາວ ຍັງຖືວ່າຢູ່ໃນຣະດັບທີ່ຂີ້ຮ້າຍຢູ່ ແລະ ມີສັນຍານຫຼາຍຢ່າງວ່າ ຄະນະຜູ້ນຳຊຸດໃໝ່ ຂອງລາວ ຍັງຄົງຈະປະຕິບັດ ທຸກຢ່າງ ບໍ່ແຕກຕ່າງຈາກຄະນະ ຜູ້ນຳຊຸດທີ່ຜ່ານມາ ລວມທັງການສືບຕໍ່ ຈຳກັດຮັດແຄບ ພາກປະຊາສັງຄົມ. ບັນຫາການບັງຄັບ ໃຫ້ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ທີ່ຍັງບໍ່ຖືກແກ້ໄຂນັ້ນ ກໍຖືເປັນບັນຫາ ໃຫຍ່ອີກບັນຫານຶ່ງ ທີ່ຍັງໜ້າເປັນຫ່ວງ.” Continue reading “ສາກົນຮຽກຮ້ອງ ຣັຖບາລລາວ ໃຫ້ປັບປຸງ ນັບຖື ສິດທິມະນຸດ”

ສາກົນຕໍານິສະພາບ ສິດທິ ມະນຸດ ຢູ່ລາວ

ວິທະຍຸເອເຊຍເສລີ: 28 ກັນຍາ 2020

ຈາກຊ້າຍຫາຂວາ: ທ່ານ ສົມບັດ ສົມພອນ ຫາຍສາບສູນ ເມື່ອປີ 2012. ອ໊ອດ ໄຊຍະວົງ ຫາຍສາບສູນ ເມື່ອປີ 2019. ທ່ານ ສົມພອນ ຂັນຕິສຸກ ຫາຍສາບສູນ ເມື່ອປີ 2007. ແລະ ທ່ານ ຄາຢັ່ງ ຫາຍສາບສູນ ເມື່ອປີ 2011.

ທີ່ກອງປະຊຸມທົບທວນເປັນໄລຍະ ເຣື່ອງການປະຕິບັດ ສິດທິມະນຸດ ທີ່ ນະຄອນ Geneva ປະເທດ Switzerland ໃນມື້ວັນທີ 28 ກັນຍາ 2020, ຫລາຍປະເທດ ແລະ ອົງການຈັດຕັ້ງສາກົລ ຮຽກຮ້ອງໃຫ້ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ປັບປຸງ ສະພາບສິດທິ ມະນຸດ ຮວມທັງ ການສືບສວນສອບສວນ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ຫລຸດຜ່ອນ ການຈໍາກັດ ສິທິ ທາງ ສາສນາ ແລະ ເສຣີພາບ ໃນການສະແດງຄວາມຄິດເຫັນ ນໍາດ້ວຍ. ພ້ອມດຽວກັນນີ້ ຫລາຍປະເທດ ຫລາຍອົງການ ຈັດຕັ້ງສາກົລ ກໍໄດ້ ສເນີໃຫ້ ສປປລາວ ປັບປຸງ ສະພາບການເປັນຢູ່, ການສຶກສາ ແລະ ສຸຂພາບ ຂອງ ເດັກນ້ອຍ, ແມ່ຍິງ ແລະ ສະມາຊິກ ຊົນເຜົ່າ.

ເວົ້າສະເພາະຜູ້ຕາງໜ້າ ຂອງສິງກະໂປ ກໍໄດ້ກ່າວໃຫ້ຄໍາເຫັນ ພາຍຫລັງ ທ່ານ ຄໍາອິນ ກິດຈະເດດ ຜູ້ຕາງໜ້າ ສປປລາວ ປະຈໍາຫ້ອງການ ສະຫະປະຊາຊາດ ທີ່ Geneva ຂຶ້ນ ຖແລງ ໂດຍເນັ້ນວ່າ ຈາກ ຣາຍງານ UPR ເມື່ອເດືອນມົກຣາ ຜ່ານມານີ້ ຣັຖບານລາວ ມີພັລທະ ຊອກຫາຕົວພົລເມືອງລາວ ທີ່ຫາຍສາບສູນໄປ ຮວມທັງທ່ານ ສົມບັດ ສົມພອນ ທີ່ມີພັລຍາ ເປັນຄົນສິງກະໂປ: Continue reading “ສາກົນຕໍານິສະພາບ ສິດທິ ມະນຸດ ຢູ່ລາວ”

ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ

ວິທະຍຸເອເຊຍເສລີ: 29 ສິງຫາ 2020

ເນື່ອງໃນໂອກາດ ວັນບຸກຄົນທີ່ຕົກເປັນເຫຍື່ອ ການຖືກບັງຄັບ ໃຫ້ຫາຍສາບສູນສາກົລ ທີ່ກົງກັບວັນທີ 30 ສິງຫາ ໃນທຸກໆປີ, ໃນປີນີ້ ຫຼາຍພາກສ່ວນດ້ານສິດທິມະນຸດສາກົລ ຍັງເບິ່ງວ່າ ທາງການລາວ ຍັງຂາດ ຄວາມເອົາໃຈໃສ່ ໃນການແກ້ໄຂບັນຫາ ຄົນຫາຍສາບສູນໃນລາວ ແລະ ບໍ່ມີການສືບສວນ-ສອບສວນ ຕິດຕາມຫາ ຜູ້ຫາຍສາບສູນ ແບບຈິງຈັງ, ເຊິ່ງມີຄວາມໜ້າເປັນຫ່ວງຫຼາຍ, ດັ່ງທ່ານ ຟີລ ໂຣເບີດສັນ, ຮອງຜູ້ອໍານວຍການ ອົງການ Human Rights Watch ປະຈໍາພາກພື້ນອາຊີ-ປາຊີຟິກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ສິງຫານີ້ວ່າ:

ທ່ານວ່າ: “ເຫັນໄດ້ຊັດເຈນວ່າ ຣັຖບານລາວ ບໍ່ເຄີຍສົນໃຈ ເຣື່ອງຄອບຄົວ ຂອງຄົນທີ່ຫາຍໄປ ບໍ່ເຄີຍມີຄວາມຄືບໜ້າ ຍົກໂຕຢ່າງ ກໍຣະນີ ຂອງທ່ານ ສົມບັດ ສົມພອນ ກໍມີແຕ່ການປິດບັງ ຂອງຣັຖບານ ທີ່ອ້າງວ່າ ບໍ່ມີສ່ວນກ່ຽວຂ້ອງ, ບໍ່ຮູ້ເຣື່ອງ, ບໍ່ໄດ້ເຮັດ, ບໍ່ໄດ້ສອບສວນ.” Continue reading “ການແກ້ໄຂ ຄົນຫາຍສາບສູນ ໃນລາວ ຄືບຄານ”

ໝູ່ເພື່ອນຍັງຖ້າຮູ້ຂ່າວ ທ້າວ ອ໊ອດ

ວິທະຍຸເອເຊຍເສລີ: 24 ສິງຫາ 2020

ທີ່ຜ່ານມາ ມີຄົນລາວຫຼາຍຄົນ ທີ່ຫາຍສາບສູນ ທັງຢູ່ປະເທດລາວ ແລະ ຢູ່ຕ່າງປະເທດ…

ໝູ່ເພື່ອນຍັງເປັນຫ່ວງ ແລະຢາກຮູ້ຄວາມຈິງ ກ່ຽວກັບການຫາຍສາບສູນຂອງ ທ້າວ ອ໊ອດ ໄຊຍະວົງ ອາຍຸ 36 ປີ ຢູບາງກອກ ປະເທດ ໄທຍ ເປັນເວລາເກືອບ 1 ປີ. ດັ່ງ ໝູ່ຄົນນຶ່ງ ຂອງ ທ້າວ ອ໊ອດ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 24 ສິງຫາ:

“ຍັງບໍ່ມີຂ່າວດີຫຍັງຫັ້ນນ່າ ຕ່າງຄົນກະຕ່າງ ໄດ້ຮັບຂ່າວສຳຄັນ ວ່າຊັ້ນຊະ ຍັງບໍ່ທັນ ໄດ້ຮັບໃຜດີ ຫຼືວ່າກ່ຽວກັບ ອ໊ອດສະກາ ທີ່ຫາຍສາບສູນ ໄປ ມັນກະຍັງບໍ່ມີວີ່ແວວ ຍັງຄືເກົ່າຢູ່, ໃນນາມອົງກອນ ກະໄດ້ແຕ່ໂພສທາງ Facebook ເລື່ອງການຫາຍສາບສູນໄປ ຢູ່ຕລອດເວລາ ເພື່ອບໍ່ໃຫ້ລືມ ທຸກຄົນກະພຍາຍາມ ເຝົ້າລະລໍ ຄືກັນຫັ້ນແຫຼະ ລໍຄອຍວ່າ ຄວາມຈິງມັນ ເປັນຈັ່ງໃດ ທຸກຄົນກະຢາກຮູ້ຫັ້ນນ່າ.” Continue reading “ໝູ່ເພື່ອນຍັງຖ້າຮູ້ຂ່າວ ທ້າວ ອ໊ອດ”

ຊາວລາວທີ່ ຫາຍສາບສູນ

ວິທະຍຸເອເຊຍເສລີ: 13 ທັນວາ 2019

ທ້າວ ເພັດພູທອນ ພີລາຈັນ (ຊ້າຍ) ທ່ານ ສົມບັດ ສົມພອນ (ກາງ) ທ່້າວ ອັອດ ໄຊຍະວົງ (ຂວາ) ເປັນບຸກຄົນທີ່ ຫາຍສາບສູນ ແບບມີເງື້ອມງໍາ ເປັນປິສນາ

ທ້າວ ເພັດພູທອນ ກັມມະກອນລາວ ທີ່ເຮັດວຽກ ຢູ່ປະເທດໄທ ໄດ້ເດີນທາງໄປຢາມພີ່ນ້ອງ ຢູ່ ນະຄອນຫລວງວຽງຈັນ ໃນວັນທີ 13 ພຶສຈິກາ ແລະ ໃນວັນທີ 14 ພຶສຈິກາ ຍາດພີ່ນ້ອງບໍ່ສາມາດຕິດຕໍ່ໄດ້. ຈົນມາເຖິງປັດຈຸບັນ ຍັງບໍ່ມີຜູ້ໃດ ສາມາດ ຕິດຕໍ່ລາວໄດ້ ແລະ ຜູ້ທີ່ເປັນນ້ອງສາວ ກໍກັງວົນເປັນຫ່ວງນໍາ.

ນອກຈາກນີ້ ໃນວັນທີ 26 ສິງຫາ ທີ່ຜ່ານມາ, ທ້າວ ອັອດ ໄຊຍະວົງ ກັມມະກອນລາວ ທີ່ເຮັດວຽກຢູ່ປະເທດໄທ ກໍຫາຍຕົວໄປແບບບໍ່ມີ ຮ່ອງຮອຍ ຢູ່ບາງກອກປະເທດໄທ ແລະຈົນມາເຖິງປັດຈຸບັນນີ້ ກໍຍັງບໍ່ມີຂ່າວຄາວຫຍັງ,

ກ່ຽວກັບການຫາຍຕົວໄປຂອງ ທ້າວ ເພັດພູທອນ ແລະ ທ້າວ ອອດ, ອົງກອນດ້ານສິດທິມະນຸດ ໄດ້ສະແດງຄວາມເປັນຫ່ວງທີ່ສຸດຍ້ອນວ່າ ທັງສອງຄົນເຄີຍປະທ້ວງ ທາງການລາວ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳບາງກອກກ່ຽວກັບເລື່ອງ ສິດທິມະນຸດ ແລະ ປະຊາທິປະໄຕ ແລະ ນັກປົກປ້ອງສິດທິມະນຸດ ຫຼາຍຄົນ ກໍສະແດງຄວາມເປັນຫ່ວງວ່າ ກໍຣະນີ ທ້າວ ເພັດພູທອນ ແລະ ທ້າວ ອັອດ ໄຊຍະວົງ ຈະຄ້າຍຄື ກໍຣະນີ ທ່ານ ສົມພັດ ສົມພອນ ນັກພັທນາອາວຸໂສ ຂອງລາວ ທີ່ຖືກລັກພາຕົວໄປໃນວັນທີ 15 ທັນວາ 2012 ຈົນມາປັດຈຸບັນ ກໍຍັງບໍ່ ສາມາດ ຮູ້ໄດ້ວ່າ ທ່ານ ສົມບັດ ນັ້ນຢູ່ໃສ.

ສະຫະພາບຢູຣົບ ຄວນຈະຕ້ອງຮຽກຮ້ອງໃຫ້ທາງການສປປລາວ ແກ້ໃຂບັນຫາສິດທິມະນຸດ ເນື່ອງໃນໂອກາດພົບປະສົນທະນາລະຫວ່າງສອງຝ່າຍ

FIDH: 07 ມິນາ 2019

ສະຫະພາບຢູຣົບ ຄວນຈະຕ້ອງ ຮຽກຮ້ອງໃຫ້ທາງການ ສປປລາວ ປ່ອຍຕົວ ເຫຼົ່ານັກໂທດ ທີ່ຖືກຈັບ ຍ້ອນກ່າວຕ້ອງຕິລັຖບານ, ທຳການສືບສວນ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ແລະ ຊົດເຊີຍ ບັນດາຜູ້ໄດ້ຮັບເຄາະ ຈາກການຍຶດທີ່ດິນ ແລະ ເຂື່ອນແຕກເມື່ອບໍ່ນານມານີ້, ນີ້ຄືຖແລງການຮ່ວມຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ ແລະ ຂະບວນລາວເພື່ອສິດທິມະນຸດ(ຂລສມ) ເນື່ອງໃນໂອກາດ ກອງປະຊຸມ ຄັ້ງທີ9 ລະຫວ່າງສອງຝ່າຍ ໃນມື້ນີ້ ທີ່ເມືອງ ວຽງຈັນ.

ນອກຈາກນັ້ນ ທັງສອງອົງການ ຍັງໄດ້ ລາຍງານເຖິງ ສະຖານະພາບ ປະຈຸບັນ ດ້ານສິດທິມະນຸດ ໃນ ສປປລາວ ໃນລະຍະຫຼັງກອງປະຊຸມພົບພໍ້ລະຫວ່າງສອງຝ່າຍ ຄັ້ງຫຼ້າສຸດ ເມື່ອເດືອນມີນາ 2018 ທີ່ນະຄອນຫຼວງວຽງຈັນ. ລາຍງານດັ່ງກ່າວໄດ້ເວົ້າເຖິງບັນຫາ : 1/ ການຈັບຕົວໂດຍບໍ່ມີການສືບສວນ ; 2/ ການຫາຍສາບສູນ ແບບຖືກບັງຄັບ ; 3/ ການລ່ວງລະເມີດ ເສຣີພາບທາງດ້ານສາສນາ ຫຼືການ ເຊື່ອຖື ; 4/ ພັຍພິບັດ ຈາກເຄື່ອນ ເຊປ່ຽນເຊນໍ້ານ້ອຍແຕກ ; 5/ ສິດທິທີ່ດິນ.

‘’ເນື່ອງຈາກວ່າ ຂາດຄວາມ ຄືບໜ້າຢ່າງໜັກ ທາງດ້ານ ການເຄົາຣົບສິດທິມະນຸດ, ສະຫະພາບຢູຣົບ ຄວນຈະຕ້ອງ ຂື້ນສຽງແຮງກ່ອນເກົ່າຕໍ່ຝ່າຍສປປລາວ, ໂດຍຕ້ອງ ຮຽກທວງໃຫ້ສປປລາວ ໃຫ້ຄຳໝັ້ນສັນຍາຢ່າງແທ້ຈິງ ແລະ ພັກດັນ ໃຫ້ການໂອ້ລົມຄັ້ງນີ້ ເກີດໝາກຜົນ ເຊັ່ນ ໃຫ້ທາງການ ສປປລາວ ຮັບຮອງວ່າ ຈະປ່ອຍຕົວ ໂດຍ ຮີບດວ່ນ ແລະ ບໍ່ມີເງື່ອນໄຂ ທູກຄົນ ທິ່ຖືກຈັບກູມຄູມຂັງ ທາງການເມືອງ. ສະຫະພາບຢູຣົບ ບໍ່ຄວນຕົກຢູ່ໄນກົນໄກ ທີ່ປອ່ຍໃຫ້ ລັຖບານ ສປປ ລາວ ລູດລະດັບຄູນນະພາບ ຂອງ ກອງປະຊຸມ ສີດທິມະນູດນີ້ ໄຫ້ກາຍເປັນພິທິກັມ ທີ່ວ່າງເປົ່າ ແລະ ບໍ່ມີຄວາມໝາຍ ‘’ເດບີ ສະຕອດທາດ (Debbie Stothard) ເລຂາທິການ ເອກ ຂອງ ສະຫະພັນສາກົນປົກປ້ອງສິດທິມະນຸດ

ຍັງເຫຼືອນັກໂທດການເມືອງອີກຢ່າງນ້ອຍ 14ຄົນ ທີ່ຍັງຖືກກັກຂັງໃນສປປລາວ ; ໃນນັ້ນມີ ສົມພອນ ພິມມະສອນ, ສູການໃຈທັດ ແລະ ຫຼອດຄຳ ທັມມະວົງ, ຊຶ່ງທັງສາມ ຖືກໂທດຈຳຄຸກບໍ່ຕໍ່າກົ່ວ20ປີ ພາຍຫຼັງທີ່ໄດ້ກ່າວ ຕ້ອງຕິ ລັຖບານ ວ່າມີສ່ວນກ່ຽວໃນການ ສໍ້ຣາດບັງຫຼວງ, ໃນການຕັດໄມ້ເຖື່ອນ, ໃນການລ່ວງລະເມີດສິດທິມະນຸດ. ທ່ານບຸນທັນ ທັມມະວົງ ສັນຊາດ ໂປໂລນ( Pologne) ເຊື້ອຊາດລາວ ຖືກໂທດຈຳຄຸກ 4ປີ 9ເດືອນ ຍ້ອນກ່າວຕ້ອງຕິນະໂຍບາຍລັຖບານ ທາງສື່ສັງຄົມ Facebook. ຊາວບ້ານ ບ້ານເຢີບ ເມືອງທ່າແຕງ ແຂວງເຊກອງ ອີກ10ຄົນ ຖືກຈຳຄຸກ ນັບແຕ່ເດືອນກໍຣະກະດາ 2017 ມາເຖິງປັດຈຸບັນໂດຍບໍ່ມີການໄຕ່ສວນຄະດີ, ພາຍຫຼັງ ທີ່ໄດ້ຕັດຕົ້ນຢາງ ເພື່ອຄັດຄ້ານຕໍ່ການຍຶດທີ່ດິນ.

ສ່ວນກ່ຽວແກ່ ກໍຣະນີ ຫາຍສາບສູນແບບຖືກບັງຄັບ, ບໍ່ມີໃຜຊາບເຖິງຊາຕາກັມຂອງຜູ້ຫາຍສາບສູນອີກ 14ຄົນ. ໃນນັ້ນ ມີທ່ານ ສົມບັດ ສົມພອນ, ຜູ້ນຳຊື່ດັງ ຂອງອົງການປະຊາສັງຄົມ, ຫາຍສາບສູນ ເມື່ອເດືອນທັນວາ 2012. ນາງກິ່ງແກ້ວ ພົງເສລີ, ນາງ ສົມຈິດ, ທ້າວສຸບິນ, ສວນ, ສິງປະສົງ, ຄຳສອນ, ນູ, ສົມຄິດ ແລະ ສຸຣິຍາ ຖືກເຈົ້າໜ້າທີ່ຮັກສາຄວາມປອດພັຍຈັບຕົວ ເມື່ອເດືອນພຶສຈິກາ 2009. ທ່ານສົມພອນ ຂັນຕິສຸກ ເຈົ້າຂອງບໍຣິສັດທ່ອງທ່ຽວ ຖືກລັກພາຕົວໄປ ເມື່ອເດືອນ ມົກະຣາ 2017 ທີ່ ແຂວງຫຼວງນໍ້າທາ. ອີກຊາວໄທ 3ຄົນ, ອິດຕິພອນ ສຸກແພນ, ວຸດທິພົງ ກາຈະທັມມະກຸນ ແລະ ສຸຣະໄຊ ແດນວັຕະນະນຸສອນ, ຊຶ່ງລີ້ພັຍໃນສປປລາວ ພາຍຫຼັງໄດ້ກ່າວໂຈມຕີ ຣາຊບັນລັງໄທ ; ທັງສາມ ຫາຍສາບສູນ ໃນເດືອນມິຖຸນາ 2016, ເດືອນກໍລະກະດາ 2017 ແລະ ເດືອນທັນວາ 2018. ທາງການສປປລາວ ລົ້ມເຫຼວໃນການສືບສວນກໍຣະນີທັງໝົດເຫຼົ່ານີ້ຢ່າງແທ້ຈິງ ແລະທ່ຽງທັມ.

ເຫດການເຂື່ອນເຊປ່ຽນເຊນໍ້ານ້ອຍ ທີ່ແຂວງອັດຕະປື ແຕກເມື່ອເດືອນກໍຣະກະດາ 2018 ສໍ່ສະແດງໃຫ້ເຫັນເຖິງ ການບໍຣິຫານແບບຊັກຊ້າ, ຂາດປະສິດຕິພາບ ແລ ະຂາດຄວາມໂປ່ງໃສ ຂອງ ລັຖະບານ ສປປ ລາວ. ເຖິງແມ່ນວ່າ ຈະເປັນພັຍພິບັດອັນ ຮ້າຍແຮງ ມະຫາສານກໍຕາມ, ແຕ່ທາງການສປປລາວ ຊໍ້າຍັງຊອກຫາທາງ ຫຼຸດຈຳນວນ ຜູ້ເສັຽຊີວິດລົງ ພ້ອມຍັງ ກີດກັນບໍ່ໃຫ້ນັກຂ່າວອິດສະຣະ ເຂົ້າໄປໃນຂົງເຂດ ເພື່ອລາຍງານ ເຖິງເຫດການອີກ. ຈົນເຖິງທ້າຍເດືອນມົກະຣາ 2019, ທາງການລາວ ຈຶ່ງໄດ້ເຜີຍວ່າ ມີຜູ້ເສັຽຊີວິດແນ່ນອນ 49ຄົນ ແລະ ອີກ 22ຄົນ ຫາຍສາບສູນ. ເຖິງຢ່າງໃດກໍຕາມ, ຄນະນັກສັງເກດການ ແລະ ຊາວບ້ານ ເຊື່ອແນ່ວ່າ ຄົງຈະມີຜູ້ເສັຽຊີວິດຫຼາຍກົ່ວນີ້ ເພາະບໍ່ມີໃຜຊາບເຖິງຊາຕາກັມ ຂອງ ຊາວບ້ານ ອີກຈຳນວນຫຼາຍຮ້ອຍຄົນ.

ສ່ວນການຊ່ວຍເຫຼືອ ແລະ ການຊົດເຊີຍຄອບຄົວຜູ້ໄດ້ຮັບເຄາະ ກໍຍິ່ງບໍ່ສົມດຸນ. ນອກຈາກນັ້ນ, ເຖິງແມ່ນວ່າ ຈະມີຄນະສືບສວນເຖິງສອງຄນະຈາກທາງການກໍຕາມ, ແຕ່ແລ້ວ ກໍບໍ່ມີຂໍ້ມູນການປະເມີນເຖິງພັຍຄັ້ງນີ້ເລີຍ. ຍິ່ງໄປກົ່ວນັ້ນ, ຍັງມີລາຍງານທີ່ເຜີຍເຖິງ ການຂາດຄວາມໂປ່ງໃສ ແລະ ການກິນສິນບົນ ໃນຖັນແຖວ ເຈົ້າໜ້າທີ່ກ່ຽວຂ້ອງກັບການຊ່ວນເຫຼືອ, ໂດຍສະເພາະ ການປຸກເຮືອນຊົ່ວຄາວໃຫ້ຜູ້ລອດຕາຍ. ເຫດການ ເຂື່ອນແຕກຄັ້ງນີ້ ຊີ້ໃຫ້ເຫັນວ່າ ໂຄງການການລົງທຶນ ແລະ ໂຄງການການກໍ່ສ້າງຕ່າງໆ ສາມາດ ສົ່ງຜົນສະທ້ອນອັນໜັກໜ່ວງ ໃຫ້ແກ່ຊາວທ້ອງຖິ່ນ ທັງນີ້ກໍຍ້ອນວ່າ ລັຖບານຂາດຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ.

‘’ເຂື່ອນ ເຊປ່ຽນເຊນໍ້ານ້ອຍ ແຕກ ສະແດງໃຫ້ເຫັນວ່າ ໂຄງການລົງທູນໄຫຍ່ໄນລາວ ມັກຈະສົ່ງຜົນຮ້າຍແຮງຕໍ່ຊູມຊົນທອ້ງທີ່ນ ເນື່ອງຈາກ ລັຖະບານ ຂາດ ຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ. ສະຫະພາບຢູຣົບ ແລະ ກຸ່ມປະເທດພາຄີ ຄວນຈະຕ້ອງທົບທວນເບິ່ງຄືນໃໝ່ ເຖິງຂໍ້ເງື່ອນໃຂ ຂອງການຊ່ວຍ ແລະ ການລົງທຶນໃນສປປລາວ, ນອກຈາກວ່າ ສປປລາວ ຈະປະຕິຮູບລະບົບການປົກຄອງ ແລະ ກົດໝາຍໃໝ່’’ວະນິດາ ເທພສຸວັນ, ປະທານຂະບວນລາວເພື່ອສິດທິມະນຸດ

ນອກຈາກນັ້ນ, ກໍຍັງມີຄວາມວິຕົກກັງວົນ ຕໍ່ບັນຫາ ການຊົດເຊີຍ ຜູ້ຖືກຍຶດທີ່ດິນ ຈາກທາງເຈົ້າໜ້າທີ່ ເພື່ອສ້າງທາງລົດໄຟ ແຕ່ບໍ່ແຕນ ຫາ ວຽງຈັນ. ເມື່ອເດືອນພືສຈິກາ 2018 ທີ່ຜ່ານມາ, ໄດ້ມີລາຍງານວ່າ ທີ່ດິນເພື່ອສ້າງທາງລົດໄຟມີເຖິງ94%ແລ້ວ, ສ່ວນໂຄງການກໍໄດ້ດຳເນີນໄປເຖິງ 40%. ເຖິ່ງຢ່າງໃດກໍຕາມ, ຈົນມາເຖິງເດືອນມົກະຣາ 2019, ສອງປີຫຼັງຈາກໂຄງການໄດ້ເລີ້ມ, ຍັງມີຫລາຍຄອບຄົວ ໄນຈໍານວນ 4400 ຄອບຄົວ ທີ່ຍັງບໍ່ໄດ້ຮັບການຂົດເຊີຍເທື່ອ ສໍາລັບການສູນເສຍຂອງເຂົາເຈົ້າ, ທີ່ດິນຂອງເຂົາເຈົ້າ, ການດໍາລົງຊີວິດຂອງເຂົາເຈົ້າ ແລະ ລາຍໃດ້ຂອງເຂົາເຈົ້າ.

6 ປີ ຊອກຫາ ທ. ສົມບັດ ບໍ່ມີຄວາມຄືບໜ້າ

ວິທະຍຸເອເຊຍເສລີ: 17 ທັນວາ 2018

ຜ່ານໄປເປັນເວລາ 6 ປີ ພໍດີ ພາຍຫຼັງທີ່ທ່ານ ສົມບັດ ສົມພອນ, ນັກພັທນາອາວຸໂສດີເດັ່ນ ໄດ້ຖືກລັກພາໂຕ ຢູ່ຕໍ່ໜ້າປ້ອມຍາມຕຳຣວຈ ກົງກັນຂ້າມ ກັບວິທຍາລັຍການຊ່າງລາວ-ເຢັຽຣະມັນ ໃນຕອນແລງ ວັນທີ 15 ທັນວາ 2012. ຈົນເທົ້າຊູ່ມື້ນີ້, ກໍຍັງບໍ່ມີໃຜ ຮູ້ຊະຕາກັມ ຂອງທ່ານ ສົມບັດ ວ່າ ທ່ານ ຖືກລັກພາໂຕໄປໃສ? ແມ່ນໃຜເອົາໄປ ແລະ ຍັງມີຊີວິຕຢູ່ ຫຼືບໍ່? ແມ່ນໃຜ ຈະເປັນຜູ້ຮັບຜິດຊອບ? ທຸກຢ່າງ ກໍຍັງເປັນ ປິສນາ. ໃນຖານະພັລຍາ, ມາດາມ ອຶ້ງ ຊຸຍ-ເມັ້ງ ກໍຍັງບໍ່ໄດ້ຮັບຄຳຕອບໃດໆ ຈາກທາງການລາວ ກ່ຽວກັບຊະຕາກັມ ຂອງຜູ້ເປັນສາມີຂອງຕົນ. ມາດາມ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ທີ່ນະຄອນຫຼວງບາງກອກ, ປະເທສໄທ ເມື່ອວັນທີ 12 ທັນວາ ທີ່ຫາ ກໍຜ່ານມານີ້ວ່າ:

“ຫຼັງຈາກ 6 ປີແລ້ວ, ກະບໍ່ມີຮ່ອງຮອຍຫຍັງ ລະກະບໍ່ມີຄຳຕອບ. ແນ່ນອນ, ມັນກະເປັນໂສກເສົ້າເສັຽໃຈ ລະກະອຸກໃຈຫຼາຍ, ທຸກມື້ກະຍັງ ອຸກໃຈ ເພາະວ່າ ບໍ່ມີຄຳຕອບ ແລະ ບໍ່ຮູ້ວ່າເພິ່ນຢູ່ໃສ? ບໍ່ຮູ້ວ່າຊະຕາກັມ ຂອງເພິ່ນເປັນແນວໃດ? (ນັກ​ຂ່າວ​ ວິ​ທ​ຍຸເອ​ເຊັຽ​ເສ​ຣີ: ທ່ານຮູ້ບໍ່ວ່າ ເປັນຍ້ອນສາເຫຕຫຍັງ ຈຶ່ງບໍ່ມີຄວາມຄືບໜ້າ?) ອັນນີ້ ກະບໍ່ຮູ້ເນາະ ມັນກະເປັນ ເຈົ້າໜ້າທີ່ ຈຶ່ງຮູ້ແລ້ວ, ຜູ້ເປັນຣັຖບານ ຂະເຈົ້າຕ້ອງຮູ້ຊັດເຈນ.” Continue reading “6 ປີ ຊອກຫາ ທ. ສົມບັດ ບໍ່ມີຄວາມຄືບໜ້າ”

ຊຸຍ ເມັງ ຮຽກຮ້ອງສາກົນ ຢ່າລືມ ສົມບັດ

ວິທະຍຸເອເຊຍເສລີ: 12 ທັນວາ 2018

ມາດາມ ອຶງ ຊຸຍ ເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ຮຽກຮ້ອງ ໃຫ້ອົງກອນນາໆຊາດ ສືບຕໍ່ທວງຖາມ ຣັຖບານລາວ ໃຫ້ເລັ່ງ ສືບຫາ ທ່ານ ສົມບັດ ສົມພອນ ທີ່ຖືກລັກພາໂຕ ແລະ ຫາຍສາບສູນ ໄປເປັນເວລາ 06 ປີ ແລ້ວ ແຕ່ການສືບສວນ ຍັງບໍ່ມີຄວາມຄືບໜ້າ ຈາກທາງການລາວ, ດັ່ງ ມາດາມ ອຶງ ຊຸຍ ເມັງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 12 ທັນວາ ນີ້ວ່າ:

“ການຮຽກຮ້ອງຂອງ ຊຸຍ ເມັງ ກາໃຫ້ອົງກອນນານາຊາດ ຈະຕ້ອງສືບຕໍ່ ຕ້ອງຊ່ອຍ ຊຸຍເມັງ ວ່າເປັນຫຍັງ ສົມບັດ ສົມພອນ ສາບສູນໄປ 6 ປີ ມື້ໜ້າ 7 ປີ ເທົ່າໃດປີກະຢ່າ ຕ້ອງໄດ້ຂໍ້ມູນເພາະວ່າ ເຮົາຫລີກເວັ້ນບໍ່ໄດ້ ສິ່ງທີ່ເປັນແທ້ ເປັນແທ້ ສີ່ງທີ່ແມ່ນປອມ ເປັນປອມ.” Continue reading “ຊຸຍ ເມັງ ຮຽກຮ້ອງສາກົນ ຢ່າລືມ ສົມບັດ”

ຣັຖະບານ ຫມີ່ນປະມາດ ທ່ານ ສົມບັດ ສົມພອນ ປະຕິເສດ ທຸກຂໍ້ ກ່ຽວກັບ ກໍຣະນີ ຫາຍຕົວແບບ ຖືກບັງຄັບ ໃນລະວ່າງ ການທົບທວນ ສີດທິ.

FIDH: 18 ກໍລະກົດ 2018

(ປາຣີ) ໃນ ລະວ່າງການຕວດສອບ ໂດຍ ອົງການສະຫະປະຊາຊາດ, ຣັຖະບານໄດ້ ໃສ່ຮ້າຍປ້າຍສີ ທ່ານ ສົມບັດ ສົມພອນ ຜູ້ນໍາ ທາງ ສັງຄົມພົລະເມືອງ ທີ່ ຫາຍຕົວໄປ ແລະ ບໍ່ ສາມາດ ໃຫ້ ລາຍລະອຽດໃດໆ ກ່ຽວກັບການສືບສວນ ຂອງ ການຫາຍຕົວແບບຖືກບັງຄັບ ຂອງທ່ານ“,ນີ້ ຄື FIDH (ສະຫະພັນ ສາກົນ ເພື່ອ ສິດທິມະນຸດ) ແລະ ຂະບວນການລາວ ເພື່ອ ສີດທິ ມະນຸດ ( ຂລສລ) ໄດ້ ກ່າວມື້ນີ້.

ໃນວັນທີ 11-12 ກໍຣະກະດາ 2018, FIDH ແລະ ຂລສມ ໄດ້ເຂົ້າຮ່ວມ ການຕວດສອບ ຄັ້ງທໍາອິດ ກ່ຽວກັບສະຖານະພາບ ສິດທິພົລະເຮືອນ ແລະ ສິດທິການເມືອງ ໃນລາວ ໂດຍ ຄນະກໍາມະການ ສິດທິມະນຸດ ຂອງອົງການສະຫະປະຊາຊາດ (CCPR) ຢູ່ ເຈນີວາ, ສະວິດເຊີແລນ.

‘’ຣັຖະບານ ພະຍາຍາມ ຈະ ຫັນຄວາມສົນໃຈ ຈາກຄວາມຫລົ້ມເຫລວ ຂອງຕົນ ໃນການສືບສວນ ການຫາຍສາບສູນ ແບບຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ ໂດຍວິທີ ຄ້າຍຄຽງ ສັງຫານ ຊື່ສຽງຂອງທ່ານ ແລະ ຄອບຄົວທ່ານ. ພືດຕິກັມ ດັ່ງກ່າວ ຂອງ ຣັຖະບານ ລາວ ເປັນທ່າທີ ບໍ່ຖືກຕ້ອງ ບໍ່ເຫມາະສົມຢ່າງຮ້າຍແຮງ ສໍາລັບ ເວທີປະຊູມ ທົບທວນ ສິດທິມະນຸດ.’’ ຍານາງ ເດບີ ສຕອຕທາດ (Debbie Stothard) ເລຂາທີການເອກ ຂອງ FIDH

ຄນະ ຜູ້ຕາງໜ້າ ຣັຖະບານ ໄດ້ໃຫ້ ຄໍາຕອບທີ່ບໍ່ ສັດເຈນ ຕໍ່ ຫລາຍໆ ຄໍາຖາມທີ່ ລະອຽດ ແລະ ຕົງປະເດັນ ກ່ຽວກັບກັບ ການສືບສວນ ການຫາຍຕົວແບບຖືກບັງຄັບ ຂອງ ທ່ານ ສົມບັດ ສົມພອນ. ຣັຖະບານ ອ້າງວ່າ ຄນະກໍາມະການສືບສວນຂອງຕົນໄດ້ “ພະຍາຍາມຢ່າງຫນັກ” ເພື່ອ ສືບສວນ ການຫາຍຕົວ ຂອງ ທ່ານ ສົມບັດ, ແຕ່ບອກວ່າ ມັນ”ຍາກຫຼາຍ” ທີ່ຈະຊອກຫາຄົນທີ່ຫາຍໄປ. ເຖີງຈະຍອມຮັບວ່າ ການດໍາເນີນ ການສືບສວນ ເປັນສີ່ງທ້າທາຍ ຣັຖະບານ ກໍ່ອ້າງວ່າ ຕໍາຫຼວດລາວ ມີ “ຄວາມສາມາດ ແລະ ເຕັກນິກ” ທີ່ຈະ ສືບສວນ ການຫາຍຕົວ ຂອງ ທ່ານ ສົມບັດແລະດັ່ງນັ້ນ, ຈຶ່ງ ບໍ່ມີຄວາມຈໍາເປັນ ຕ້ອງມີການຊ່ວຍເຫລືອ ຈາກສາກົນ. ທ່ານສົມບັດ ໄດ້ຖືກສັງເກດເຫັນ ຄັ້ງສຸດທ້າຍຢູ່ທີ່ ດ່ານຕໍາຫຼວດ ຢູ່ ຖະຫນົນໃຫຍ່ ຂອງ ນະຄອນຫລວງວຽງຈັນ ໃນຕອນແລງ ຂອງວັນທີ 15 ທັນວາ 2012. Continue reading “ຣັຖະບານ ຫມີ່ນປະມາດ ທ່ານ ສົມບັດ ສົມພອນ ປະຕິເສດ ທຸກຂໍ້ ກ່ຽວກັບ ກໍຣະນີ ຫາຍຕົວແບບ ຖືກບັງຄັບ ໃນລະວ່າງ ການທົບທວນ ສີດທິ.”