ສາກົລຮຽກຮ້ອງຄໍາຕອບ ເຣື່ອງ ທ. ສົມບັດ

ວິທະຍຸເອເຊຍເສລີ: 15 ທັນວາ 2020

ຄົບຮອບ 8 ປີ ການຫາຍໂຕຂອງ ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສລາວ, ແລະ ເຈົ້າຂອງລາງວັນແມັກໄຊໄຊ ປີ 2005. ໂດຍທີ່ຫຼາຍອົງການ ດ້ານສິດທິມະນຸດ ໄດ້ຮຽກຮ້ອງ ໃຫ້ຣັຖບານລາວ, ເປີດເຜີຍຂໍ້ມູນການສືບສວນສອບສວນ, ໃນການຫາຍໂຕ ໄປຂອງ ທ່ານ ສົມບັດ ສົມພອນ, ໃຫ້ສາທາຣະນະໄດ້ຮັບຮູ້.

ດັ່ງ ທ່ານ Phil Robertson ຮອງອຳນວຍການ ອົງກອນສິດທິມະນຸດ, ປະຈຳພູມີພາກເອເຊັຽຕາເວັນອອກສຽງໃຕ້, ໄດ້ກ່າວຕໍ່ ເອເຊັຽເສຣີ ເມື່ອວັນທີ 14 ທັນວາ 2020 ນີ້ວ່າ.

“ບໍ່ວ່າຈະເປັນ 8 ປີ, ເຮົາກາບໍ່ລືມ, ເຮົາຈະສູ້ເຮົາກາຖາມຣັຖບານລາວຕລອດວ່າ, ທ່ານເຮັດຫຍັງ ກັບທ່ານສົມບັດ ແຕ່ຣັຖບານລາວ ບໍ່ຕອບເລີຍ. ເຮົາກາເລີຍຢາກຍົກປະເດັນເຣື່ອງນີ້, ໃຫ້ຣັຖບານອື່ນໆ, ໃຫ້ສະຫະປະຊາຊາດ, ໃຫ້ອົງການສິດທິມະນຸດ, ຢູ່ນະຄອນ ເຈນີວາ ຍົກປະເດັນນີ້ຂຶ້ນມາເວົ້າ, ບໍ່ມີໃຜລືມວ່າຣັຖບານລາວ ເຮັດຫຍັງໄວ້ກັບ ທ່ານສົມບັດ.”

ທ່ານ Phil Robertson ໄດ້ກ່າວຕື່ມວ່າ, ຕລອດໄລຍະ 8 ປີ ຜ່ານມາ, ອົງກອນສິດທິມະນຸດ ຫຼາຍຊາດບໍ່ເຄີຍລືມ ທ່ານສົມບັດ ສົມພອນ ແລະຄອບຄົວ, ໂດຍໄດ້ພຍາຍາມຕິດຕາມ ຊອກຫາຄວາມຄືບໜ້າ, ກົດດັນ ແລະໃຫ້ອົງການຣະຫວ່າງຊາດຊ່ອຍຮຽກຮ້ອງ ໃຫ້ຣັຖບານລາວ, ເລັ່ງຕິດຕາມ ແລະ ເປີດເຜີຍຂໍ້ມູນຜົລການສືບສວນທຸກຂັ້ນຕອນ, ແຕ່ຣັຖບານລາວ ກາເລືອກທີ່ຈະມິດງຽບ.

ຍານາງ ສິິຣີພອນ ສາຍເພັດ, ຈາກອົງການ Sombath Somphone & Beyond Project ປະເທດໄທຍ ກ່າວຕໍ່ເອເຊັຽເສຣີວ່າ, ຢາກຮຽກຮ້ອງໃຫ້ຣັຖບານລາວ, ເຫັນຄວາມເປັນ ມະນຸດຂອງຄົນລາວ, ໃຫ້ເຫັນວ່າຄົນລາວທຸກຄົນ ເປັນພີ່ນ້ອງກັນ, ເຫັນວ່າຄົນລາວ ທຸກຄົນ, ທີ່ມີຄວາມສຳຄັນເທົ່າກັນ, ແລ້ວກາໄດ້ຮັບການດູແລ, ທີ່ເທົ່າທຽມກັນ.

ໃນຂະບວນການເຣື່ອງ ຄວາມເປັນທັມໃດໆກໍຕາມ, ຣັຖບານລາວຄວນສົນໃຈໃສ່ໃຈ, ປະຊາຊົນທີ່ຖືກອຸ້ມຫາຍ, ຄືມັນຄວນຈະມີ ການເຮັດວຽກທີ່ຖືກຕ້ອງມີການຕິດຕາມ, ຄົ້ນຫາ ມີຄຳຕອບໃຫ້ກັບຄອບຄົວ, ເພາະຣັຖບານກາຮູ້ວ່າ, ໃນກ້ອງວົງຈອນປິດ, ເກີດຫຍັງຂຶ້ນແຕ່ບໍ່ມີຄຳຕອບໃດໆ.

ຍານາງ ໄດ້ກ່າວຕື່ມວ່າ ໃນເວລາ 8 ປີ ທີ່ ທ່ານ ສົມບັດ ສົມພອນ ຫາຍໂຕໄປ ແລະ ບໍ່ມີຄຳຕອບ ຈາກຣັຖບານ ວ່າທ່ານຫາຍ ໄປໃສ, ແລະ ໃຜພາທ່ານໄປ. ກໍເຮັດໃຫ້ຄົນລຸ້ນໃໝ່ໃນ ລາວ ມີຄວາມກ້າ ທີ່ຈະອອກມາສະແດງ ຄວາມຄິດຄວາມເຫັນ ຜ່ານສື່ ສັງຄົມອອນລາຍ ໃນປະເດັນຕ່າງໆ ຫຼາຍຂຶ້ນ. ເຖິງວ່າຈະມີຄວາມຢ້ານຫຼາຍຂຶ້ນ ຈາກຣັຖບານກໍຕາມ ແຕ່ກາເຮັດໃຫ້ຄົນລຸ້ນໃໝ່ ໃນລາວເກີດການຕື່ນໂຕ ແລະ ເວົ້າເຖິງບັນຫາ ທີ່ເກີດຂຶ້ນໄດ້ໃນປະເທດ ຂອງຕົນເອງ.

ຍານາງ ພອນນະພາ ກວຍຈະເຣີນ, ຜູ້ອຳນວຍການອົງການ Land Watch Thai, ທີ່ເຄີຍຮ່ວມງານກັບ ທ່ານ ສົມບັດ ສົມພອນ ກ່ອນໜ້າທີ່ທ່ານຈະຫາຍໂຕໄປ ກ່າວຕໍ່ເອເຊັຽ ເສຣີວ່າ ທ່ານ ສົມບັດ ສົມພອນ ຄືນັກພັທນາຊຸມຊົນ ຄົນລາວຄົນນຶ່ງ ທີ່ຕ້ອງການເຫັນ ປະເທດລາວ ເກີດມີການພັທນາທີ່ຍືນຍົງ.

“ມີການເວົ້າເຖິງເຣື່ອງການບັງຄັບ ການສູນຫາຍໃນໄທຍຫຼາຍ, ເມື່ອມີກະແສໃນສື່ສັງຄົມອອນລາຍຫຼາຍ, ຂໍໃຫ້ນຶກເຖິງ ສົມບັດ ສົມພອນ ເຊິ່ງຖືກຣະເມີດເຊັ່ນດຽວກັນ, ເຖິງແມ່ນວ່າ ທາງປະຕິບັດອາດຈະຫຍຸ້ງຍາກລຳບາກ, ເພາະຖືກຄວບຄຸມຈາກຣັຖບານລາວ, ແຕ່ວ່າຢ່າຢຸດທີ່ສຶກສາຄົ້ນຄວ້າ ປວັດສາດ ຫຼື ເຣື່ອງຜົລງານ ທີ່ອ້າຍສົມບັດ ເຮັດ. “

ເຣື່ອງບັງຄັບການສູນຫາຍໃນລາວ, ທ່ານ ດຣ. ເອກພັນ ປີນທະວານິດ ຜູ້ອຳນວຍການ ສະຖາບັນສິດທິມະນຸດ ແລະ ສັນຕິສຶກສາ ມະຫາວິທຍາລັຍມະຫິດົນ ປະເທດໄທຍ ໄດ້ກ່າວວ່າ ການບັງຄັບການສູນຫາຍສາບສູນ ສາມາດເກີດຂຶ້ນໄດ້ທົ່ວໂລກ, ໂດຍສີມື ຂອງຣັຖບານ, ແຕ່ສະເພາະໃນເອເຊັຽຕາເວັນອອກສຽງໃຕ້, ປະເທດມີອຳນາດຜະເດັດການ ມັກຈະໃຊ້ວິທີ ບັງຄັບສູນຫາຍ.

“ການອຸ້ມຫາຍຕ່າງໆນີ້, ມັນກາຍັງມີເກືອບທຸກທີ່ທົ່ວໂລກ, ພຽງແຕ່ວ່າປະເທດໃດ, ທີ່ມີລັກສນະໂປ່ງໃສຫຼາຍໆ ມີການເປັນ ປະຊາທິປະຕັຍຫຼາຍໆ ການຈະເກີດເຫດການອຸ້ມຫາຍ ມັນກາໜ້ອຍ, ເພາະມັນມີຂະບວນການ ໃນການກວດສອບ. ແຕ່ໃນປະເທດ ເອເຊັຽຕາເວັນອອກສຽງໃຕ້, ເຊິ່ງປະເທດສ່ວນໃຫຍ່, ເປັນປະເທດທີ່ມີສັງຄົມແບບສຸດສຸດ, ເພາະສະນັ້ນເຣື່ອງພວກນີ້ມັນຈະຢູ່ເລິກໆ, ພາຍໃຕ້ວິທີການ ທີ່ອຳນາດນິຍົມເຂົາຈະໃຊ້ກັນ.”

ຕໍ່ກັບເຣື່ອງກ່າວ, ເອເຊັຽເສຣີໄດ້ພຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ຕຳຣວດ ເພື່ອຖາມຄວາມຄືບໜ້າໃນການສອບສວນການຫາຍໂຕໄປ ຂອງ ທ່ານ ສົມບັດ ສົມພອນ ແຕ່ເຈົ້າໜ້າທີ່ ບໍ່ໄດ້ໃຫ້ຂໍ້ມູນໃດໆ.

ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນອາວຸໂສລາວ, ແລະເປັນເຈົ້າຂອງລາງວັນ ແມັກໄຊໄຊ ປີ 2005 ຖືກອຸ້ມ ແລະກາຍເປັນ ບຸກຄົນຫາຍສາບສູນ ຈົນມາຮອດປັຈຈຸບັນ.

ໂດຍກ້ອງວົງຈອນປິດ, ໄດ້ບັນທຶກເຫດການ, ມີກຸ່ມຄົນຈຳນວນນຶ່ງໄດ້ລັກພາໂຕ ທ່ານ ສົມບັດ ສົມພອນ ຂຶ້ນຣົດຕູ້ ບໍຣິເວນດ່ານ ຕຳຣວດ ຫຼັກ 3 ໂຮງຮຽນເຕັກນິກການຊ່າງ ປາກປາສັກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເມື່ອວັນທີ 15 ທັນວາ ປີ 2012. ແຕ່ທາງການລາວ ບໍ່ອາດຕິດຕາມ ຜູ້ກໍເຫດມາດຳເນີນຄະດີໄດ້.

 

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.