ບົດຕອບສະໜອງຂອງ ສົມບັດ ສົມ​ພອນ ໃນພິທີ​ຮັບ​ລາງວັນ​ແມັກ​ໄຊ​ໄຊ

Ramon Magsaysay Award Foundation: ມະນິລາ, 31 ສິງຫາ 2005

Sombath-Magsaysay ຮຽນທ່ານ ຫົວໜ້າຜູ່ພິພາກສາ ຮິລາຣີໂອ ດາວີດ ທີ່ນັບຖື, ຄະນະກຳມະການມູນິທິຣາງວັນ ເຣມອນ ແມັກໄຊໄຊ, ແຂກຜູ່ມີກຽດ, ມິດສະຫາຍທີ່ໄດ້ຮັບຣາງວັນ, ທ່ານຍິງ ແລະທ່ານຊາຍ, ຂໍສະບາຍດີ.

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ມື້ນີ້ ໄດ້ມາຢືນຢູ່ທີ່ນີ້ເພື່ອຮັບຣາງວັນ ເຣມອນ ແມັກໄຊໄຊ ປະຈຳປີ 2005 ໃນສາຂາການນຳຊຸມຊົນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ ມູນິທິຣາງວັນ ເຣມອນ ແມັກໄຊໄຊ ແລະຄະນະກຳມະການຕັດສິນຂອງມູນິທິ ທີ່ໄດ້ມອບຣາງວັນອັນສຳຄັນນີ້ໃຫ້ ຂ້າພະເຈົ້າ.

ຣາງວັນນີ້ ບໍ່ແມ່ນສຳລັບຂ້າພະເຈົ້າ ຫຼືພະນັກງານໃນອົງການປາແດກ ແຕ່ຜູ່ດຽວ, ແຕ່ຫາກເປັນ ຣາງວັນທີ່ມອບໃຫ້ກັບອາສາສະໝັກຜູ່ໜຸ່ມນ້ອຍ, ແລະຜູ່ນຳໄວໜຸ່ມຂອງລາວ ທີ່ໄດ້ສະແດງໃຫ້ ຜູ່ໃຫຍ່ຄືເຮົາເຫັນວ່າ ເຂົາເຈົ້າກໍ່ມີຄວາມສາມາດ ແລະສິດທີ່ຈະຮຽກຮ້ອງເອົາພື້ນທີ່ໃນການວາງ ເສັ້ນທາງເພື່ອການພັດທະນາຕົນເອງ ແລະຊຸມຊົນຂອງເຂົາ. ຂ້າພະເຈົ້າເຊື່ອວ່າເຂົາເຈົ້າມີຄວາມ ຕັ້ງໃຈ, ຄວາມຫວັງ, ແລະຄວາມຝັນຕໍ່ກັບອະນາຄົດທີ່ດີກວ່າ, ເຊິ່ງກໍ່ເປັນສິ່ງທີ່ຣາງວັນອັນຊົງກຽດນີ້ ເລັງເຫັນ ແລະສະເຫຼີມສະຫຼອງເອົາ. Continue reading “ບົດຕອບສະໜອງຂອງ ສົມບັດ ສົມ​ພອນ ໃນພິທີ​ຮັບ​ລາງວັນ​ແມັກ​ໄຊ​ໄຊ”

ມະນຸດຕ້ອງປົກປ້ອງທັມຊາດ

Logo-Humanity & Natureວິທະຍຸເອເຊັຍເສລີ: 18 ກຸມພາ 2016

ເຄືອຂ່າຍ ອົງການ ຈັດຕັ້ງ ທາງສັງຄົມ ຈາກ ຫຼາຍປະເທດ ໃນຂົງເຂດ ອາຊຽນ ທີ່ ເຂົ້າຮ່ວມ ງານເສວະນາ ເຣື້ອງ ຄວາມສັມພັນ ຣະຫວ່າງ ມະນຸດ ກັບ ທຳມະຊາດ ຊຶ່ງ ຈັດຂຶ້ນ ຢູ່ ຈຸລາລົງກອນ ມະຫາວິທຍາລັຍ ປະເທດໄທ ໃນ ວັນທີ 17 ກຸມພາ 2016 ເຫັນພ້ອມ ນໍາກັນວ່າ ມະນຸດ ຕ້ອງປົກປັກ ຮັກສາ ທັມຊາດ.

ຍານາງ ອຶງ ຊຸຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ຜູ້ກໍ່ຕັ້ງ ສູນ ອົບຮົມ ຮ່ວມພັທນາ ຫຼື PADETC ໃຫ້ສຳພາດ ກັບ ວິທຍຸ ເອເຊັຽເສຣີ ຢູ່ໃນງານ ເສວະນາ ນັ້ນວ່າ ມະນຸດ ກັບ ທຳມະຊາດ ບໍ່ສາມາດ ແຍກອອກ ຈາກກັນໄດ້ ແລະ ມະນຸດ ຕ້ອງປົກປັກ ຮັກສາ ທຳມະຊາດ:

“ມະນຸດ ເປັນສ່ວນນຶ່ງ ຂອງ ທຳມະຊາດ ອັນນີ້ ກໍຜ່ານ ປະສົບການ ຊີວິດ ຂອງ ສົມບັດ ເອງ ເພາະວ່າ ເພິ່ນເປັນ ລູກຊາວນາ, ເຂົ້າ ກໍມາແຕ່ດິນ, ດິນ ກໍຕ້ອງ ອາສັຍນ້ຳ, ມີນ້ຳ ມີເຂົ້າ ມີປາ ຈຶ່ງມີອາຫານ ລໍ່ລ້ຽງຊີວິດ, ປ່າໄມ້ ໄດ້ໄມ້ ຈຶ່ງໄດ້ ເຮືອນຊານ. ເພິ່ນຢາກໃຫ້ ຄົນລຸ້ນໃຫມ່ ນຶກເຖິງ ບຸນຄຸນ ຂອງ ທຳມະຊາດ”. Continue reading “ມະນຸດຕ້ອງປົກປ້ອງທັມຊາດ”

ແດ່ ລຸງສົມບັດ…ຈາກອາດິດອາສາສະໝັກມົດຂຽວ

ສະບາຍດີ ລຸງ ສົມບັດ,

sombath_fishing_skillsດົນແລ້ວທີ່ບໍ່ໄດ້ຂຽນຈົດໝາຍຫາລຸງຕັ້ງແຕ່ມື້ທີ່ລຸງຫາຍໂຕໄປມັນກໍກະທົບທາງພາຍໃນ(ຈິດໃຈ)ຂອງຫລານພໍສົມ ຄວນມັນເຮັດໃຫ້ຫລານຄິດວ່າຈະເຮັດແນວໃດຕໍ່ດີນໍກັບວຽກງານທີ່ກຳລັງເຮັດຢູ່ເພາະລຸງເປັນຕົ້ນແບບດ້ານການ ເຮັດວຽກພັດທະນາຂອງຫລານມາຕະຫລອດຕັ້ງແຕ່ຕອນຫລານເປັນອາສາສະໝັກຂອງສູນປາແດກຕອນທີ່ຮຽນ ຢູ່ມັດທະຍົມ.

ຫລານເຫັນລຸງຄັ້ງທຳອິດແມ່ນຕອນທີ່ລຸງອະທິບາຍວຽກໃຫ້ກັບອາສາໄວໜຸ່ມຂອງກຸ່ມຂ່າວສານທີ່ ມາຈາກມສວຽງຈັນເຊີ່ງຕອນນັ້ນແມ່ນມີເອື້ອຍປຸ້ຍ ດວງແຂ ເປັນຫົວໜ້າທີມໃນການເຕົ້າໂຮມໄວໜຸມອາສາຜູ້ທີ່ສົນ ໃຈຮຽນຮູ້ເລື່ອງສິ່ງແວດລ້ອມຢູ່ພູເຂົາຄວາຍ ໃນຄັ້ງນັ້ນພວກເຮົາໄດ້ເຕົ້າໂຮມກັນຢູ່ສວນໄຜ່ພັນກໍ ໂດຍລຸງ ແລະ ລຸງ ອຸທີນ ໄດ້ໃຫ້ໂອວາດກັບພວກຫລານກ່ອນທີ່ຈະຂຶ້ນໄປຈັດກິດຈະກຳຢູ່ເທິ່ງພູເຂົາຄວາຍ ຄຳເວົ້າຂອງລຸງໃນມື້ນັ້ນ ແມ່ນປະທັບໃຈຫລານຫລາຍ ລຸງເວົ້າວ່າ ຄົນຕ້ອງການປ່າ ແຕ່ປ່າບໍ່ຈຳເປັນຕ້ອງມີຄົນ ມັນເປັນຄຳເວົ້າທີ່ເຮັດໃຫ້ ຫລານຄິດໄດ້ວ່າຄົນຕ້ອງຮັກສາແລະຫວງແຫນປ່າເພາະວ່າພວກເຮົາຕ້ອງການມັນນັ້ນຈຶ່ງເປັນຈຸດເລີ່ມຕົ້ນຂອງການ ເດີນທາງເຂົ້າສູ່ການເປັນອາສາສະໝັກເພື່ອສິ່ງແວດລ້ອມເລີ່ມຈາກການເກັບຂີ້ເຫຍື້ອອອກຈາກຫ້ວຍນ້ຳຢູ້ເທີງປ່າສະຫງວນພູເຂົາຄວາຍໃນປີ 1996. ຈົດໝາຍສະບັບນີ້ຂຽນມາເພື່ອຖາມຫາວ່າລຸງເປັນແນວໃດ? ລຸງຍັງຈຶ່ຫລານຢູ່ບໍ່? ແລະ ລຸງໄປຢູ່ໃສ່ ແມ່ນໃຜເປັນຄົນເອົາລຸງໄປ?… ຄຳຖາມເລົ່ານີ້ຍັງບໍ່ມີຄຳຕອບ ແຕ່ເຖີງຢ່າງໃດຫລານກໍຍັງມີຄວາມເຊື່ອວ່າລຸງຍັງຢູ່ນຳພວກຫລານຢູ່ ເພາະສິ່ງທີ່ລຸງບອກສອນ ແລະ ຜົນງານຂອງລຸງຍັງເປັນທີຈົດຈຳຢູ່ຕະຫລອດ. Continue reading “ແດ່ ລຸງສົມບັດ…ຈາກອາດິດອາສາສະໝັກມົດຂຽວ”

“ພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ.”

Earth-Globeປະຈຸບັນນີ້ພວກເຮົາບໍລິໂພກຫຼາຍ ກວ່າ 150% ຂອງສິ່ງທີ່ໂລກສາມາດ ສ້າງຟື້ນຄືນມາໃຫມ່ໄດ້. ຫມາຍຄວາມວ່າປະຈຸບັນນີ້ພວກເຮົາຊົມໃຊ້ຫນຶ່ງ ຫນ່ວຍໂລກເຄິ່ງ. ອັນນີ້ມັນບໍ່ຍືນຍົງແທ້, ແລະ ພວກເຮົາຈະມີຫຍັງປະໄວ້ໃຫ້ຄົນຮຸ່ນຕໍ່ໄປ. ເພາະພວກເຮົາມີໂລກ ພຽງແຕ່ໃບດຽວເທົ່ານັ້ນ. ນະໂຍບາຍເບິ່ງຄືວ່າຟ້າວກອບໂກຍເອົາສິ່ງທີ່ເຮົາ ສາມາດເອົາໄດ້ດຽວນີ້ ແລ້ວປ່ອຍໃຫ້ລູກຫຼານແກ້ບັນຫາດ້ວຍເຂົາເອງໃນອະນາຄົດ!

ສົມບັດ ສົມພອນ, ຄຳກ່າວເປີດກອງປະຊຸມເວທີພາກປະຊາຊົນອາຊີ-ເອີຣົບຄັ້ງທີ 9 (AEPF) ເດືອນຕຸລາ ປີ 2012