ບົດຕອບສະໜອງຂອງ ສົມບັດ ສົມ​ພອນ ໃນພິທີ​ຮັບ​ລາງວັນ​ແມັກ​ໄຊ​ໄຊ

Ramon Magsaysay Award Foundation: ມະນິລາ, 31 ສິງຫາ 2005

Sombath-Magsaysay ຮຽນທ່ານ ຫົວໜ້າຜູ່ພິພາກສາ ຮິລາຣີໂອ ດາວີດ ທີ່ນັບຖື, ຄະນະກຳມະການມູນິທິຣາງວັນ ເຣມອນ ແມັກໄຊໄຊ, ແຂກຜູ່ມີກຽດ, ມິດສະຫາຍທີ່ໄດ້ຮັບຣາງວັນ, ທ່ານຍິງ ແລະທ່ານຊາຍ, ຂໍສະບາຍດີ.

ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ມື້ນີ້ ໄດ້ມາຢືນຢູ່ທີ່ນີ້ເພື່ອຮັບຣາງວັນ ເຣມອນ ແມັກໄຊໄຊ ປະຈຳປີ 2005 ໃນສາຂາການນຳຊຸມຊົນ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ ມູນິທິຣາງວັນ ເຣມອນ ແມັກໄຊໄຊ ແລະຄະນະກຳມະການຕັດສິນຂອງມູນິທິ ທີ່ໄດ້ມອບຣາງວັນອັນສຳຄັນນີ້ໃຫ້ ຂ້າພະເຈົ້າ.

ຣາງວັນນີ້ ບໍ່ແມ່ນສຳລັບຂ້າພະເຈົ້າ ຫຼືພະນັກງານໃນອົງການປາແດກ ແຕ່ຜູ່ດຽວ, ແຕ່ຫາກເປັນ ຣາງວັນທີ່ມອບໃຫ້ກັບອາສາສະໝັກຜູ່ໜຸ່ມນ້ອຍ, ແລະຜູ່ນຳໄວໜຸ່ມຂອງລາວ ທີ່ໄດ້ສະແດງໃຫ້ ຜູ່ໃຫຍ່ຄືເຮົາເຫັນວ່າ ເຂົາເຈົ້າກໍ່ມີຄວາມສາມາດ ແລະສິດທີ່ຈະຮຽກຮ້ອງເອົາພື້ນທີ່ໃນການວາງ ເສັ້ນທາງເພື່ອການພັດທະນາຕົນເອງ ແລະຊຸມຊົນຂອງເຂົາ. ຂ້າພະເຈົ້າເຊື່ອວ່າເຂົາເຈົ້າມີຄວາມ ຕັ້ງໃຈ, ຄວາມຫວັງ, ແລະຄວາມຝັນຕໍ່ກັບອະນາຄົດທີ່ດີກວ່າ, ເຊິ່ງກໍ່ເປັນສິ່ງທີ່ຣາງວັນອັນຊົງກຽດນີ້ ເລັງເຫັນ ແລະສະເຫຼີມສະຫຼອງເອົາ.

ສຳລັບຕົນເອງ ແລະອົງກອນປາແດກຂອງຂ້າພະເຈົ້າແລ້ວ, ຣາງວັນນີ້ ເປັນແຮງຜັກດັນອັນຍິ່ງໃຫຍ່ ແລະເປັນສິ່ງທີ່ຢັ້ງຢືນວ່າ ກຸ່ມອົງການຈັດຕັ້ງທາງສັງຄົມທ້ອງຖິ່ນ ຄືພວກເຮົາ ກໍ່ມີບົດບາດສຳຄັນ ໃນ ການພັດທະນາສັງຄົມລາວ. ຂ້າພະເຈົ້າຫວັງວ່າ ຣາງວັນນີ້ຍັງຈະເສີມສ້າງຄວາມໝັ້ນໃຈໃຫ້ກັບ ອົງການຈັດຕັ້ງທີ່ນຳໂດຍຄົນລາວ ໄດ້ພັດທະນາ ແລະເຕີບໃຫຍ່.

ສິ່ງທີ່ຂ້າພະເຈົ້າໄດ້ສຳເລັດມາຮອດປະຈຸບັນນີ້ ເປັນພຽງຈຸດເລີ່ມຕົ້ນນ້ອຍໆເທົ່ານັ້ນ. ເພື່ອໃຫ້ມີຜົນ ໄລຍະຍາວ, ເຮົາຍັງຕ້ອງການວິທີການພັດທະນາແບບສອດຄ່ອງ ແລະຮອບດ້ານ ໂດຍວາງ ກຽດ ຂອງມະນຸດ, ແລະຄວາມເປັນທຳດ້ານເສຖະກິດ ແລະສັງຄົມສຳລັບທຸກຄົນ ໃຫ້ເປັນຈຸດໃຈກາງຂອງ ການພັດທະນາ. ເພື່ອໃຫ້ສຳເລັດໄດ້ແນວນີ້, ບໍ່ແມ່ນແຕ່ສອງສາມອົງກອນ, ຫຼືຄວາມຕັ້ງໃຈຂອງສອງ ສາມຄົນ ຈະເຮັດໄດ້; ມັນຕ້ອງອາໄສການມີສ່ວນຮ່ວມຂອງທຸກຄົນເພື່ອໃຫ້ເປັນການເຄື່ອນໄຫວທີ່ ຍືນຍົງ: ທັງຈາກລັດຖະບານ, ພາກສ່ວນເອກະຊົນ, ແລະບຸກຄົນຈາກທຸກຂະແໜງ, ທຸກໄວ, ໂດຍ ສະເພາະແມ່ນໄວໜຸ່ມຂອງເຮົາທີ່ປະກອບເປັນເຄິ່ງໜຶ່ງຂອງປະຊາກອນທັງໝົດ.

ຖ້າວັດແທກຈາກຜະລິດຕະພັນພາຍໃນປະເທດ, ລາວ ຍັງຖືວ່າທຸກຫຼາຍ, ແລະຊ່ຽວຊານການ ພັດທະນາສ່ວນໃຫຍ່ ກໍ່ຢ້ຳເຕືອນພວກເຮົາເຖິງຈຸດນີ້ຢູ່ສະເໝີ. ລາວ ອາດທຸກຍາກດ້ານເງິນຄຳ, ແຕ່ພວກເຮົາຮັ່ງມີດ້ານອື່ນ. ເຮົາມີວັດທະນະທຳທີ່ອຸດົມສົມບູນ ແລະຊັບພະຍາກອນຄວາມຮູ້ດັ້ງເດີມ ແລະປະສົບການທ້ອງຖິ່ນ; ຊຸມຊົນຂອງເຮົາ ຖືວ່າມີຄວາມສາມັກຄີ ເປັນອັນໜຶ່ງອັນດຽວກັນ. ແລະ ເຮົາມີປະຊາກອນໜຸ່ມນ້ອຍ ທີ່ມີເຫື່ອແຮງ ທີ່ຍັງບໍ່ໄດ້ຖືກເປື່ອຍເຍື່ອຍຍ້ອນລັດທິບໍລິໂພກນິຍົມ ແລະ ການຄ້າ. ເຮົາຄວນຫັນຄຸນສົມບັດເຫຼົ່ານີ້ ໃຫ້ເປັນຕົ້ນທຶນໃນການພັດທະນາຂອງເຮົາ ແທນທີ່ຈະຖິ້ມ ຊັບສົມບັດອັນມີຄ່າໄປລ້າໆ ໂດຍການຮັບເອົາຮູບແບບການພັດທະນາທີ່ເນັ້ນການຂະຫຍາຍຕົວທາງ ເສຖະກິດ ແລະທຳລາຍຄວາມຍືນຍົງດ້ານສິ່ງແວດລ້ອມ ແລະສັງຄົມ. ເຮົາຕ້ອງປູເສັ້ນທາງການ ພັດທະນາຂອງເຮົາເອງ ແລະສ້າງສົມດຸນໃຫ້ຍຸທະສາດການພັດທະນາ ເພື່ອສ້າງຄວາມເຂັ້ມແຂງໃຫ້ ກັບການເພິ່ງຕົນເອງ ແລະຫຼີກລ່ຽງຄວາມຜິດພາດທີ່ສ້າງຄວາມໝົ່ນໝອງໃຫ້ກັບຫຼາຍສັງຄົມທີ່ກຳລັງ ພັດທະນາດ້ວຍໜີ້ສິນ, ຄວາມແຕກແຍກ, ພະຍາດ, ແລະຄວາມເຊື່ອມໂຊມທາງສິ່ງແວດລ້ອມ.

ວິທີການຂອງປາແດກ ໃນການພັດທະນາ ແມ່ນການສ້າງຄວາມສົມດຸນລະຫວ່າງບົດຮຽນດ້ານການ ພັດທະນາຈາກພາຍນອກ ກັບຄວາມຮູ້ ແລະປະສົບການຈາກພາຍໃນ. ພວກເຮົາສ້າງຄວາມສົມດຸນ ນີ້ດ້ວຍການປຶກສາຫາລືຢ່າງກວ້າງຂວາງ ແລະດຶງເອົາໄວໜຸ່ມເຂົ້າມາມີສ່ວນຮ່ວມໃນແຖວໜ້າຂອງ ການພັດທະນາ. ວິທີການນີ້ໄດ້ຜົນ ແລະພວກເຮົາໄດ້ຮັບການຊ່ວຍເຫຼືອທີ່ເພີ່ມຂຶ້ນຊັກໄຊ້. ພວກເຮົາ ເຊື່ອວ່າ ດ້ວຍກຳລັງແຮງຂອງພວກເຮົາ ແລະດ້ວຍການສະໜັບສະໜຸນຈາກຜູ່ຫວັງດີ, ພວກເຮົາຈະ ສາມາດສ້າງສັງຄົມທີ່ມີຄວາມສົມດຸນດ້ານສັງຄົມ, ເສຖະກິດ, ແລະສິ່ງແວດລ້ອມ ທີ່ຮັບປະກັນຊີວິດ ການເປັນຢູ່ທີ່ດີສຳລັບໝົດທຸກຄົນ, ແລະເພື່ອຄົນຣຸ້ນຕໍ່ໄປ.

ຂອບໃຈ

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.