ພັນລະຍາ ທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວ ຈາກຜູ້ເປັນສາມີ ທີ່ຫາຍຕົວໄປ

Voice of America: 22 ເມສາ 2014

APF-02
ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆຊາດ ໄດ້ພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ.

ພັນລະຍາ ຂອງທ່ານສົມບັດ ສົມພອນ ຍັງບໍ່ໄດ້ຮັບຂ່າວຄາວໃດໆເລີຍຈາກຜູ້ເປັນສາມີທັງຍັງບໍ່ມີຄວາມຄືບໜ້າ ໃນການສອບສວນ ສືບສວນຫາຄວາມຈິງໂດຍທາງການຕຳຫຼວດລາວອີກດ້ວຍ.

ພາຍຫຼັງຈາກທີ່ ທ່ານນາງ Ng Shui Meng ພັນລະຍາ ຂອງ ທ່ານ ສົມບັດ ສົມພອນ ນັກພັດທະນາລາວ ຜູ້ດີເດັ່ນຂອງອາ ຊ່ຽນ ທີ່ໄດ້ຫາຍຕົວໄປ ນັບແຕ່ວັນທີ 15 ທັນວາ 2013 ເປັນຕົ້ນມານັ້ນ ໄດ້ຖະແຫລງການ ໃນໂອກາດການຫາຍຕົວໄປ ຂອງທ່ານສົມບັດ ຄົບຮອບ 1 ປີ ເພື່ອເຊີນຊວນ ໃຫ້ຜູ້ທີ່ຮັກ ຄວາມເປັນທຳ ທັງໃນລາວ ແລະຕ່າງປະເທດ ຈົ່ງໄດ້ພາກັນຂຽນຈົດໝາຍເຖິງ ທ່ານສົມບັດ ທີ່ມີເນື້ອຫາກ່ຽວກັບຊີວິດ ແລະ ຜົນງານ ແນວຄວາມຄິດ ອຸດົມການ ແລະ ວິທີການ ປະຕິບັດງານ ຂອງທ່ານສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ ໃນວົງກວ້າງນັບແຕ່ ວັນທີ 15 ທັນວາ 2013 ເປັນຕົ້ນມາ ກໍປະກົດວ່າ ໄດ້ຮັບການຕອບສະໜອງຈາກ ພາກປະຊາສັງຄົມ ທັງໃນອາຊຽນ ແລະນາໆ ຊາດຢ່າງກວ້າງຂວາງ.

ທັງນີ້ໂດຍບັນດາຈົດໝາຍ ແລະ ການສະແດງອອກຕ່າງໆ ທີ່ກ່ຽວຂ້ອງກັບ ທ່ານສົມບັດ ດັ່ງກ່າວໄດ້ຖືກເຜີຍແຜ່ສູ່ ການຮັບຮູ້ໃນວົງກວ້າງໂດຍ Website ແລະ Facebook ທີ່ ຊື່ວ່າ Find Sombath Somphone ທີ່ມີທັງ ຈົດໝາຍ ການຈັດກິດຈະກຳ ແລະ ການ ສະແດງອອກ ທີ່ເປັນສັນຍາລັກ ຂອງການທວງຖາມ ອຳນາດການປົກຄອງ ໃນລາວ ກ່ຽວກັບການຫາຍຕົວໄປ ຂອງທ່ານສົມບັດ.

Members of Amnesty International Japan and Human Rights Watch protest at the Laos Embassy in Tokyo in December 2013. (Hideki Yakabayashi)
ເຄືອຂ່າຍອົງກອນ ພັດທະນາເອກະຊົນຍີ່ປຸ່ນ ຮຽກຮ້ອງໃຫ້ ຊອກຫາ ທ່ານສົມບັດ

ໂດຍການປະຕິບັດດັ່ງກ່າວນີ້ ກໍເພື່ອເປັນການສົ່ງກຳລັງໃຈ ແລະ ຄວາມປາດຖະໜາດີ ໄປເຖິງ ທ່ານສົມບັດ ທີ່ຫາຍຕົວໄປ ນັບເປັນລະຍະເວລາເກືອບ 500 ວັນມາແລ້ວ ຫາກແຕ່ວ່າຈົນ ເຖິງທຸກມື້ ສຳລັບທ່ານນາງ Ng Shui Meng ນັ້ນກໍຍັງຄົງ ບໍ່ໄດ້ຮັບຂ່າວຄາວໃດໆເລີຍ ຈາກຜູ້ເປັນສາມີ ຂອງທ່ານນາງ ແລະ ບໍ່ມີຄວາມຄືບໜ້າໃດໆ ເລີຍ ຈາກການສືບສວນສອບສວນ ຂອງທາງການຕຳຫຼວດລາວ ດັ່ງທີ່ທ່ານນາງໄດ້ກ່າວວ່າ:

“ສົມບັດ ເປັນຄົນສັນຊາດລາວ ລາວໄດ້ຫາຍໄປຢູ່ຕໍ່ໜ້າ ປົດຕຳຫຼວດ ໃນວຽງຈັນ ເລື້ອງທີ່ວ່າຜູ້ໃດເປັນ ຜູ້ຮັບຜິດຊອບ ໃນການ ເອົາລາວໄປນັ້ນບໍ່ສຳຄັນ ແຕ່ທີ່ສຳຄັນ ແມ່ນວ່າ ມັນຍັງແມ່ນຄວາມ ຮັບຜິດຊອບ ຂອງລັດຖະບານ ແລະ ຂອງກຳລັງຮັກສາຄວາມປອດໄພ ຢູ່ທີ່ຈະຊອກ ຫາ ສົມບັດ ໃຫ້ເຫັນແລ້ວສົ່ງລາວ ໃຫ້ຂ້າພະເຈົ້າ ແລະ ຄອບຄົວຢ່າງ ປອດໄພ ພວກເຂົາເຈົ້າ ໄດ້ຈັດຕັ້ງທີມງານສືບສວນຂຶ້ນມາ ແຕ່ກໍບໍ່ເຫັນວ່າມີຫຍັງດີເພາະເທົ້າເຖິງປັດຈຸບັນນີ້ ກໍບໍ່ໄດ້ມີຂ່າວຄາວອັນໃດວ່າ ສົມບັດ ຢູ່ແຫ່ງໃດ.”

ນອກຈາກການເຊີນຊວນໃຫ້ມີການ ຂຽນຈົດໝາຍເຖິງ ທ່ານສົມບັດ ດັ່ງກ່າວແລ້ວບັນດາອົງການ ຄຸ້ມຄອງ ສິດທິມະນຸດຍະຊົນສາກົນເຊັ່ນ ເຄືອຂ່າຍສະໝານສັນພາກປະຊາຊົນອາຊຽນ ຄະນະປະສານງານມະຫະກຳ ພາກປະຊາຊົນເອເຊຍກັບ ຢູໂຣບ ຄະນະກຳມະການປະສານງານ ອົງກອນພັດທະນາເອກະຊົນໄທ ເຄືອຂ່າຍ
ອົງກອນພັດທະນາເອກະຊົນຍີ່ປຸ່ນ ແລະ ເຄືອຂ່າຍເຍົາວະຊົນອາຊຽນກໍໄດ້ພາກັນ ຈັດກິດຈະກຳ ເພື່ອຮຽກຮ້ອງຂໍໃຫ້ ທາງການລາວຕາມຫາ ແລະ ໃຫ້ການຊ່ວຍເຫຼືອ ທ່ານສົມບັດ ຢ່າງຈິງຈັງອີກດ້ວຍ.

ກ່ອນໜ້ານີ້ ທ່ານ Walden Bello ຮອງປະທານ ຄະນະກຳມະການ ດ້ານສິດທິ ມະນຸດຍະຊົນ ຂອງລັດຖະສະພາ ອາຊຽນ ໄດ້ຖະແຫຼງການໃນໂອກາດທີ່ຄະນະຜູ້ ແທນຂອງລັດຖະສະພາຢູໂຣບ ຢ້ຽມຢາມ ສປປ. ລາວຢ່າງເປັນ ທາງການ ໃນວັນທີ 28 ຕຸລາ ປີ 2013 ວ່າຖືເປັນອີກໂອກາດນຶ່ງທີ່ຈະໄດ້ທວງຖາມທາງການລາວເຖິງ ຄວາມຄືບໜ້າ ຂອງການສືບສວນຫາຄວາມຈິງກ່ຽວກັບກໍລະນີ ຂອງທ່ານສົມບັດ.

People in Minneapolis are asking...
ນາໆ ຊາດພາກັນ ຮຽກຮ້ອງໃຫ້ ຊອກຫາ ທ່ານ ສົມບັດ

ຄະນະຜູ້ແທນຂອງລັດຖະສະພາຢູໂຣບ ທີ່ຢ້ຽມ ຢາມລາວ ດັ່ງກ່າວ ນຳໂດຍ ທ່ານ Werner Langen ປະທານ ລັດຖະສະພາຢູໂຣບຊຶ່ງ ຄະນະຂອງທ່ານກໍໄດ້ ພົບປະເຈລະຈາຮ່ວມ ກັນກັບ ຄະນະຜູ້ແທນ ຂອງສະພາແຫ່ງຊາດ ລາວ ທີ່ມີ ທ່ານໄຊ ສົມພອນ ພົມວິຫານຮອງ ປະທານສະພາ ແຫ່ງຊາດລາວເປັນຫົວໜ້າ ຄະນະໂດຍທັງ ສອງຝ່າຍ ກໍໄດ້ແລກປ່ຽນ ທັດສະນະ ຄວາມ ເຫັນທັງໃນດ້ານ ການພັດທະນາ ເສດຖະກິດ ສັງຄົມ ແລະ ສິດທິມະນຸດຍະຊົນ ທັງທີ່ເປັນ ການຮ່ວມມື ລະຫວ່າງສະພາແຫ່ງ ຊາດລາວ ກັບ ລັດຖະສະພາຢູໂຣບແລະ ລັດຖະສະພາຢູ່ໂຣບ ແລະ ລັດຖະສະພາອາຊຽນດ້ວຍ.

ແຕ່ຢ່າງໃດກໍຕາມ ສະມາຊິກລັດຖະສະພາຢູໂຣບ ກໍເຄີຍພົບປະເຈລະຈາ ກັບຄະນະເຈົ້າ ໜ້າທີ່ຂອງທາງການລາວ ຢູ່ນະຄອນວຽງຈັນມາ​ແລ້ວ​ ຄັ້ງນຶ່ງ​ເມື່ອ​ ເດືອນ​ສິງຫາ ປີກາຍ ​ໂດຍ​ຄະນະ​ຜູ້​ແທນ​ຂອງ​ລັດຖະສະພາ​ຢູ​ໂຣບກໍ​ໄດ້​ຢືນຢັນ​ວ່າ​ຈະ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ຕໍ່​ລັດຖະບານ​ລາວຫຼາຍຂຶ້ນ​ໃນ​ກໍລະນີ​ຂອງ​ການ​ຫາຍ​ຕົວ​ໄປ​ ຂອງ​ທ່ານສົມບັດ ​ເພາະ​ເຫັນ​ວ່າ​ທາງ​ການ​ລາວ​ບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ໃນ​ການຄົ້ນຫາ ​ຄວາມ​ຈິງ.

ທັງ​ນີ້​ໂດຍ​ກໍລະນີ​ທີ່​ສະທ້ອນ​ ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ ຂອງ​ທາ​ງການ​ລາວ​ໄດ້​ຢ່າງ​ຈະ​ແຈ້ງ​ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດ ຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ​ຂອງ​ທາງ​ການ​ລາວ​ບັນ​ທຶກ​ໄ​ວ້​ໄດ້​ ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນ​ວາ 2012 ຊຶ່ງ​ເປັນ​ມື້​ທີ່​ ທ່ານ​ສົມບັດ ຖື​ກລັກ​ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫຼວດ​ ໃນ​ເຂ​ດນະຄອນ​ວຽງ​ຈັນ.

ອົງການສິດທິມະນຸດແຫ່ງອາຊຽນຍັງຄົງມິດງຽບ

ສຳນັກເລຂາທິການ​ຂອງ​ອາ​ຊຽນ​ໄດ້​ສະໜັບ​ໜູນ​ຄະນະ​ກຳມະການລະຫວ່າງ​ລັດຖະບານອາ​ຊຽນທີ່​ມີ​ອາຍຸ​ໄດ້ 4 ປີ ​ທາງ​ດ້ານ​ສິດທິ​ມະນຸດ. ກຸ່ມ​ດັ່ງກ່າວປາກົດ​ວ່າ​ບໍ່​ໄດ້​ສະ​ແດງ​ຄວາມ​ເປັນ​ກັງວົນ​ຕໍ່​​ເຫດການການ​ລ່ວງ​ລະ​ເມີດ​ສິດທິມະນຸດ​ທີ່​ເກີດ​ຂື້ນ​ພາກ​ພື້ນ ທີ່ນັບ​ຄັ້ງ​ບໍ່​ຖ້ວນ. ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ ​ແລະ ​ໂຈ່ງ​​ແຈ້ງ​ທີ່​ສຸດ​ແມ່ນ​ຕໍ່​ກັບ​ເຫດ​ການ​ການ​ລັກ​ພາ​ຕົວ​ສົມບັດ​ ສົມ​ພອນ ​ເຊິ່ງ​ເປັນ​ກໍລະນີ​ຕົວຢ່າງ​ທີ່​ດີ​ສຳລັບ​ກຸ່ມ​ອາ​ຊຽນທີ່​ຈະ​ໃຫ້​ຄວາມ​ສຳຄັນ ແລະ ນຳ​ໄປ​ສູ່ການຕັດ​ສິນ​ໃຈ.

From Bangkok Post editorial “Sombath Case Needs Pressure” on 17 December 2013

ຄົນທີ່ໜ້າຍົກຍ້ອງ

ໃນເວລານັ້ນ…ຄົນລາວສ່ວນໃຫຍ່ໄດ້ໂຕນໜີອອກຈາກປຮະເທດເທົ່າທີ່ສາມາດເຮັດໄດ້. ແຕ່ວ່າ ສົມບັດຕັດສິນໃຈ ກັບຄືນສູ່ບ້ານເກີດເມືອງນອນຂອງລາວ. ຂ້າພະເຈົ້າຄິດ ລາວເປັນຄົນທີ່ ໜ້າຍົກຍ້ອງ ແລະກ້າຫານຫຼາຍ. ລາວປາຖະໜາຢາກຮັບໃຊ້ ປະເທດຂອງລາວ ແລະລາວກໍໄດ້ທຳໜ້າທີ່ນີ້ ຕັ້ງແຕ່ນັ້ນມາ. ລາວເປັນຄົນກ້າຫານ, ມັກມ່ວນຊື່ນ, ຖະໜອມຖ່ອນຕົວ ແລະຂ້າພະເຈົ້າເອງກໍໄດ້ຮູ້ຈັກລາວຕະຫຼອດປີ ທີ່ຜ່ານມາ….

…ພວກເຮົ າມີຄວາມນິຍົມຊົມຊອບໃນຕົ າລາວ. ພວກເຮົ າເຄົ າລົບ ລັດຖະບານລາວ ແລະຫວັງວ່າລັດຖະບານລາ ຈະເຮັດທຸກສິ່ງທຸກຢ່າງ ທີ່ສາມາດເຮັດໄດ້ ເພີ່ອເຮັດໃຫ້ສົມບັດເປັນອິສະລະ, ເພາະວ່າສິ່ງນີ້ຈະເຮັດໃຫ້ ປະເທດລາວ ໄດ້ຮັບຄວາມເຊື່ອຖື. ປັດຈຸບັນພວກເຮົ າຈິງຈັງກັບປະເທດ ອາຊຽນຫຼາຍ ແຕ່ວ່າຝູ້ຄົນຄິດກ່ຽວກັບອາຊຽນໃນຮູບແບບ ຂອງເງິນ ແລະເສດຖະກິດ, ແຕ່ວ່າທາດແທ້ຂອງອາຊຽນຄືກຽດສັກສີຂອງມະນຸດ ແລະສິດຂອງທິມະນຸດ ຊຶ່ງມາຈາກສ່ວນເລິກຂອງຫົວໃຈ ແລະປະເທດລາວ ກໍມີສິ່ງເຫຼົ້ານີ້ຢູ່…

…ແລະຂ້າພະເຈົ້າເອງຄິດວ່າລາວຈະມີຊື່ຊຽງ ຫຼາຍໃນ ການແບ່ງປັນ ສິ່ງເຫຼົ້ານີ້ກັບປະເທດໃກຄຽງ ຖ້າຫາກວ່າພວກເຂົ າເຈົ້າໃສ່ໃຈໃນເລື່ອງ ສິດຕິມະນຸດ…

…ເປັນໜ້າເສຍດາຍຫຼາຍແທ້ໆ ຖ້າຫາກວ່າສົມບັດສູນຫາຍໄປ ແລະຈະເປັນການສູນເສຍ ຢ່າງໃຫຍ່ຫຼວງ ສຳລັບລັດຖະບານລາວ.

ສຸລັກ ສິວະຣັກ ທີ່ສະໂມສອນຝູ້ສື່ຂ່າວຕ່າງປະເທດ ຢູ່ປະເທດໄທ ໃນວັນທີ່ 21 ທັນວາ ປີ 2012

ຄວບ​ຄຸມ​ອຳນາດ​ຜະ​ເດັດ​ການ

The Inquirer: 02 September 2013

ຄວບ​ຄຸມ​ອຳນາດ​ຜະ​ເດັດ​ການ

Restraining Leviathan: the Case of Sombath Sompone

ວໍ​ເດນ ​ເບ​ລ​ໂລ (Walden Bello)*

ລັດ​ເປັນ​ສິ່ງ​ມີ​ຊີວິດ​ທີ່​ມັກ​ຕີ​ສອງ​ໜ້າ,​​ໃນ​ດ້ານ​ໜຶ່ງ​ຄື​ສິ່ງ​ທີ່​ຮຽກ​ວ່າ “ໜ້າ​ອ່ອນ” ໝາຍ​ເຖິງ​ການ​ລວມ​ເປັນ​ກຸ່ມ​ຂອງ​ສະ​ຖາ​ບັນ​ທີ່​ເປັນ​ຕົວ​​ແທນ​ບຸກຄົນ ​ແລະ ​ໃຫ້​ຄວາມ​ຍຸຕິ​ທຳ, ​ແຕ່​ໃນ​ຂະນະ​ດຽວ​ກັນ​ລັດ​ກໍ​ມີ “ໜ້າ​ແຂັງ” ​ເຊິ່ງໝາຍ​ເຖິງ​ໜ່ວຍ​ງານ​ຕ່າງໆ ທີ່​ສຳຄັນ​ທີ່​ສຸດ ​ແລະ ​ເຮັດ​ໜ້າ​ທີ່​ບໍລິຫານ, ຄວບ​ຄຸມ​ຄວາມ​ໝັ້ນຄົງ​ພາ​ຍ​ໃນ ​ແລະ ໝາຍ​ເຖິງ​ກອງ​ທັບ.

“ລັດ​ຊ້ອນ​ລັດ” (deep state) ​ເປັນ​ໂຄງ​ສ້າງ​ໜ່ວຍງານ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຫຼາຍ​ທີ່​ສຸດ ​ໃນ​ດ້ານ​ໜຶ່ງ ອຳນາດ​ລັດ​ແບບ​ນີ້​ເຮັດ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນລະບຽບ​ຮຽບຮ້ອຍ. ​ແຕ່​ໃນ​ອີກ​ດ້ານ​ໜຶ່ງ​ກໍ​ອາດ​ຈະ​ເປັນ​ໄພ​ຄຸກ​ຄາມ​ຫຼາຍ​ທີ່​ສຸດ​ຕໍ່​ສິດທິ​ມະ​ນຸດ, ສິດທິ​ທາງ​ການ​​ເມືອງ, ​ແລະ ສິທິຂອງ​ພົນລະ​ເມືອງ. ບໍ່​ແມ່ນ​ເລື່ອງ​ຍາກ​ທີ່​ລັດ​ຊ້ອນ​ລັດ​ຈະ​ກ້າວ​ຂ້າມ​ເສັ້ນ​​ແບ່ງ​ບາງໆ ລະຫວ່າງ​ການ​ເຮັດ​ໜ້າ​ທີ່​ຮັກ​ສາ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ ກັບ​ການ​ລະ​ເມີດ​ສິດທິ​ຂອງ​ປະຊາຊົນ.

ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​​ໂອບອ້ອມ​ໜ່ວຍ​ງານ​ຮັກສາ​ຄວາມ​ສະຫງົບ​ໃຫ້​ຢູ່​​ໃນ​ກອບ​ຂອງ​ລະບຽບ​ ​ແລະ ກົດໝາຍ ​ເພື່ອ​ຈຳກັດ​ ຫຼື ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ​ບໍ່​ໃຫ້​ມີ​ການ​ໃຊ້​ກຳລັງ​ກັບ​ປະຊາຊົນ​ຂອງ​ຕົນ​ເອງ. ນີ້​ແມ່ນ​ເຫດຜົນ​ທີ່​ກົດໝາຍ​​​ເຊັ່ນ Republic Act 10353 ​ເຊິ່ງ​ເປັນກົດໝາຍປີ 2012 ​ວ່າ​ດ້ວຍການ​ຕໍ່ຕ້ານ​ການ​ບັງຄັບບຸກຄົນ​ໃຫ້​ສູນຫາຍ​ໂດຍ​ບໍ່​ໃຈ​ສະໝັກ​ໃຈ​​​ (Anti-Enforced or Involuntary Disappearance Act) ຈຶ່ງ​ຖື​ວ່າ​ມີ​ຄວາມ​ສຳຄັນ​ທີ່​ສຸດ ​​​ເນື່ອງ​ຈາກ​ວ່າ​ເປັນ​ກອບ​ໃນ​ການ​ຄວບ​ຄຸ​ມບໍ່​ໃຫ້​ລັດ​ຜະ​ເດັດ​ການ​ຂ້າມ​ເສັ້ນ​ແບ່ງ​ລະຫວ່າງ​ການ​ປະຕິບັດຕາມ​ກົດໝາຍ​ໃນ​ການ​ປ້​ອງກັນ​ຄວາມ​ສະຫງົບ ​ແລະ ການ​ໃຊ້​ອຳນາດ​ລັດ​ເພື່ອ​ປາບ​ປາມ​ປະຊາຊົນ. ກົດໝາຍ Republic Act 10353 ​ເປັນ​ໜຶ່ງ​ໃນ​ສາມກົດໝາຍ​ປະຫວັດສາດສາມທີ່​ຄອບ​ຄຸມດ້ານສິດທິ​ມະນຸດ ທີ່​ໄດ້​ຜ່ານ​ການ​ຕົກລົງ​ເຫັນ​ດີ​​​​ໃນ​ສະ​ໄໝປະຊຸມສະພາ​ຄັ້ງ​ທີ 15. ສ່ວນ​ກົດໝາຍອີກ​ສອງ​ສະບັບ ກໍຄື ຮ່າງກົດໝາຍວ່າ​ດ້ວຍ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້ຜູ້​ຖືກ​​ເຄາະ​ຮ້າຍ​ຂອງ​ລັດຖະບານ​ມາກ​ອດສ (Marcos Compensation Law) ​ແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ສິດ​ຂອງ​ຊຸມ​ຊົນອົບ​ພະຍົບ​ໃນ​ປະ​ເທດ (Bill on the Rights of Internally Displaced Communities). ​ໂຊກ​ຮ້າຍ​ທີ່​ຮ່າງ​ກົດໝາຍ​ສອງ​ສະບັບ​ໄດ້​ຖືກຍົກ​ເລີກ​ໂດຍ​ປະທານ​ປະ​ເທດ ​​ໂດຍ​​ໃຊ້ເຫດຜົນຫຼອກ​ລວງ. Continue reading “ຄວບ​ຄຸມ​ອຳນາດ​ຜະ​ເດັດ​ການ”

ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ

ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ
ວັນທີ 5 ເດືອນ ກຸມພາ 2013

ຮຽນ ພະນະທ່ານທອງສິງ ທັມມະວົງ
ນາຍົກລັດຖະມົນຕີ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ

ພະນະທ່ານທີ່ນັບຖື,

ເລື່ອງ: ການຮ້ອງຂໍໃຫ້ມີການສືບສວນດ່ວນ ກ່ຽວກັບ ການຫາຍຕົວໄປຂອງ ທ່ານສົມບັດສົມພອນ

ພວກເຮົາ, ສະມາຊິກສະພາຂອງປະເທດ ທົ່ວຂົງເຂດອາຊີ ແລະ ເອີຣົບ ຂຽນຈົດໝາຍມາຍັງທ່ານ ເພື່ອ ສະແດງຄວາມຫ່ວງໃຍຢ່າງຍິ່ງ ກ່ຽວກັບຄວາມປອດໄພ ແລະການເປັນຢູ່ຂອງທ່ານສົມບັດສົມພອນ ທີ່ເປັນຄົນລາວສຳຄັນຜູ້ໜຶ່ງທີ່ໄດ້ຮ່ວມຈັດຕຽມ ເວທີປະຊາຊົນ ຄັ້ງທີ 9 ຂອງອາຊີ-ເອີຣົບ; ທ່ານສົມບັດ ເປັນຜູ້ກໍ່ຕັ້ງ ປາເດກ (ສູນພັດທະນາ ຊຸມຊົນແບບມີສ່ວນຮ່ວມ) ແລະເປັນຜູ້ໜຶ່ງທີ່ໜ້ານັບຖື ແລະມີຊື່ສຽງ ທາງດ້ານການປາກເວົ້າ ໃນການພັດທະນາເສດຖະກິດ ແລະສັງຄົມ ຢູ່ລາວກໍຄືຢູ່ອາຊີ ແບບຍືນຍົງ ດ້ວຍການເນັ້ນໜັກໃສ່ປະຊາຊົນ.

ທ່ານສົມບັດສົມພອນ ໄດ້ຫາຍຕົວໄປຕັ້ງແຕ່ແລງວັນເສົາ ເດືອນທັນວາ 2012 ປະມານ 5 ໂມງ ແລງ. ພັນລະຍາຂອງທ່ານສົມບັດ ແລະ ເພື່ອນຮ່ວມງານ ໄດ້ເຫັນທ່ານສົມບັດເທື່ອສຸດທ້າຍ ໃນເວລາທີ່ທ່ານໄດ້ ອອກຈາກຫ້ອງການ ປາເດກ ຢູ່ວຽງຈັນເພື່ອກັບໄປບ້ານ. ທ່ານສົມບັດ ຂັບລົດສ່ວນຕົວອອກຈາກ ຫ້ອງການ, ພັນລະຍາຂອງທ່ານ ກໍຂັບລົດ ເມືອຕ່າງຫາກ. ທ່ານສົມບັດບໍ່ໄດ້ໄປຮອດບ້ານ ແລະ ຄອບຄົວຂອງ ລາວ ກໍບໍ່ໄດ້ຮັບຂ່າວຫຍັງໝົດ ຫຼື ຂ່າວຂອງການຫາຍຕົວຂອງລາວ ນັບຕັ້ງແຕ່ນັ້ນມາ.

ພວກເຮົາມີຄວາມຫ່ວງໃຍກ່ຽວກັບຄວາມປອດໄພ, ສຸຂະພາບ ແລະ ສະພາບການເປັນຢູ່ຂອງສົມບັດ ສົມພອນ.

ພວກເຮົາຮູ້ວ່າ ກັມມະການສາກົນເພື່ອຈັດຕຽມ ເວທີປະຊາຊົນ ອາຊີ-ເອີຣົບ ໄດ້ເຮັດວຽກຢ່າງເອົາຈິງ ເອົາຈັງ ກັບສົມບັດສົມພອນ ໃນລະ ຍະປີຜ່ານມາ. ການປະກອບສ່ວນຂອງສົມບັດສົມພອນ ດ້ວຍຜົນ ສຳເລັດຂອງ ເວທີປະຊາຊົນ ອາຊີ-ເອຣົບ ຄັ້ງທີ 9 ຢູ່ວຽງຈັນ ໃນວັນທີ 16-19 ຕຸລາ ມີຄວາມໝາຍ ສຳຄັນທີ່ສຸດ ຖືກຮັບຮູ້ຢ່າງ ກວ້າງຂວາງ ແລະມີການນັບຖືຢ່າງເລິກຊຶ່ງ. ນອກນີ້ ສົມບັດສົມພອນ ເປັນອາຈານ ທີ່ໜ້ານັບຖືຢ່າງສູງ, ເປັນຕົວຢ່າງໃນວຽກງານການພັດ ທະນາແບບຍືນຍົງ ແລະເປັນຜູ້ ໄດ້ຮັບຫຼຽນມາກໄຊໄຊທີ່ມີຊື່ສຽງ ໃນ ສາກົນ ໃນປີ 2005 ເນື່ອງດ້ວຍການນຳພາຊຸມຊົນ. ສົມບັດໄດ້ ອຸທິດຕົນເພື່ອ ການພັດທະນາແບບຍືນຍົງ ແລະການຫຼຸດຜ່ອນຄວາມ ຍາກຈົນໃນ ສປປລາວ, ແລະທ່ານສົມບັດຍັງໄດ້ປະກອບສ່ວນໃນທາງ ບວກຫຼາຍໆຄັ້ງ ຢູ່ເວທີສາກົນ ລວມທັງ ເວທີປະຊາຊົນ ອາຊີ-ເອີຣົບ ຄັ້ງທີ 9. ສົມບັດໄດ້ ເປັນຕົວຢ່າງ ໃນການປະຕິບັດຕົວຈິງ ໃຫ້ນັກ ພັດທະນາທົ່ວໂລກ.

ພວກເຮົາມີຄວາມຫ່ວງໃຍອັນເລິກຊຶ່ງໃນຄວາມປອດໄພ ແລະສະພາບການເປັນຢູ່ຂອງສົມບັດ; ການຫາຍຕົວໄປຂອງສົມບັດ ເປັນເຫດໃຫ້ມີ ຄວາມແຕກຕື່ນຢ່າງຍິ່ງ.

ພວກເຮົາຮຽກຮ້ອງ ໃຫ້ລັດຖະບານລາວຕ້ອງເລີ້ມ ການສືບສວນ ສອບສວນທັນທີ ແລະຮີບດ່ວນໃນການ ຫາຍຕົວໄປຂອງສົມບັດສົມພອນ. ແລະ, ພວກເຮົາຂໍຮ້ອງໃຫ້ລັດຖະບານຈົ່ງກະທຳທຸກສິ່ງທຸກ ຢ່າງ ທີ່ຈຳ ເປັນເພື່ອເຮັດແນວໃດໃຫ້ທ່ານສົມບັດສົມພອນ ກັບຄືນສູ່ຄອບຄົວຂອງລາວ ດ້ວຍຄວາມປອດໄພ.

ດ້ວຍຄວາມນັບຖື

ລົງລາຍເຊັນ

Continue reading “ການຮຽກຮ້ອງດ່ວນຂອງສະມາຊິກສະພາທົ່ວທັງອາຊີ ແລະ ເອີຣົບ ຂອງທ່ານສົມບັດສົມພອນ”