ຄວບ​ຄຸມ​ອຳນາດ​ຜະ​ເດັດ​ການ

The Inquirer: 02 September 2013

ຄວບ​ຄຸມ​ອຳນາດ​ຜະ​ເດັດ​ການ

Restraining Leviathan: the Case of Sombath Sompone

ວໍ​ເດນ ​ເບ​ລ​ໂລ (Walden Bello)*

ລັດ​ເປັນ​ສິ່ງ​ມີ​ຊີວິດ​ທີ່​ມັກ​ຕີ​ສອງ​ໜ້າ,​​ໃນ​ດ້ານ​ໜຶ່ງ​ຄື​ສິ່ງ​ທີ່​ຮຽກ​ວ່າ “ໜ້າ​ອ່ອນ” ໝາຍ​ເຖິງ​ການ​ລວມ​ເປັນ​ກຸ່ມ​ຂອງ​ສະ​ຖາ​ບັນ​ທີ່​ເປັນ​ຕົວ​​ແທນ​ບຸກຄົນ ​ແລະ ​ໃຫ້​ຄວາມ​ຍຸຕິ​ທຳ, ​ແຕ່​ໃນ​ຂະນະ​ດຽວ​ກັນ​ລັດ​ກໍ​ມີ “ໜ້າ​ແຂັງ” ​ເຊິ່ງໝາຍ​ເຖິງ​ໜ່ວຍ​ງານ​ຕ່າງໆ ທີ່​ສຳຄັນ​ທີ່​ສຸດ ​ແລະ ​ເຮັດ​ໜ້າ​ທີ່​ບໍລິຫານ, ຄວບ​ຄຸມ​ຄວາມ​ໝັ້ນຄົງ​ພາ​ຍ​ໃນ ​ແລະ ໝາຍ​ເຖິງ​ກອງ​ທັບ.

“ລັດ​ຊ້ອນ​ລັດ” (deep state) ​ເປັນ​ໂຄງ​ສ້າງ​ໜ່ວຍງານ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຫຼາຍ​ທີ່​ສຸດ ​ໃນ​ດ້ານ​ໜຶ່ງ ອຳນາດ​ລັດ​ແບບ​ນີ້​ເຮັດ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນລະບຽບ​ຮຽບຮ້ອຍ. ​ແຕ່​ໃນ​ອີກ​ດ້ານ​ໜຶ່ງ​ກໍ​ອາດ​ຈະ​ເປັນ​ໄພ​ຄຸກ​ຄາມ​ຫຼາຍ​ທີ່​ສຸດ​ຕໍ່​ສິດທິ​ມະ​ນຸດ, ສິດທິ​ທາງ​ການ​​ເມືອງ, ​ແລະ ສິທິຂອງ​ພົນລະ​ເມືອງ. ບໍ່​ແມ່ນ​ເລື່ອງ​ຍາກ​ທີ່​ລັດ​ຊ້ອນ​ລັດ​ຈະ​ກ້າວ​ຂ້າມ​ເສັ້ນ​​ແບ່ງ​ບາງໆ ລະຫວ່າງ​ການ​ເຮັດ​ໜ້າ​ທີ່​ຮັກ​ສາ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ ກັບ​ການ​ລະ​ເມີດ​ສິດທິ​ຂອງ​ປະຊາຊົນ.

ດັ່ງ​ນັ້ນ​ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​​ໂອບອ້ອມ​ໜ່ວຍ​ງານ​ຮັກສາ​ຄວາມ​ສະຫງົບ​ໃຫ້​ຢູ່​​ໃນ​ກອບ​ຂອງ​ລະບຽບ​ ​ແລະ ກົດໝາຍ ​ເພື່ອ​ຈຳກັດ​ ຫຼື ປ້ອງ​ກັນ​ຢ່າງ​ເຂັ້ມ​ງວດ​ບໍ່​ໃຫ້​ມີ​ການ​ໃຊ້​ກຳລັງ​ກັບ​ປະຊາຊົນ​ຂອງ​ຕົນ​ເອງ. ນີ້​ແມ່ນ​ເຫດຜົນ​ທີ່​ກົດໝາຍ​​​ເຊັ່ນ Republic Act 10353 ​ເຊິ່ງ​ເປັນກົດໝາຍປີ 2012 ​ວ່າ​ດ້ວຍການ​ຕໍ່ຕ້ານ​ການ​ບັງຄັບບຸກຄົນ​ໃຫ້​ສູນຫາຍ​ໂດຍ​ບໍ່​ໃຈ​ສະໝັກ​ໃຈ​​​ (Anti-Enforced or Involuntary Disappearance Act) ຈຶ່ງ​ຖື​ວ່າ​ມີ​ຄວາມ​ສຳຄັນ​ທີ່​ສຸດ ​​​ເນື່ອງ​ຈາກ​ວ່າ​ເປັນ​ກອບ​ໃນ​ການ​ຄວບ​ຄຸ​ມບໍ່​ໃຫ້​ລັດ​ຜະ​ເດັດ​ການ​ຂ້າມ​ເສັ້ນ​ແບ່ງ​ລະຫວ່າງ​ການ​ປະຕິບັດຕາມ​ກົດໝາຍ​ໃນ​ການ​ປ້​ອງກັນ​ຄວາມ​ສະຫງົບ ​ແລະ ການ​ໃຊ້​ອຳນາດ​ລັດ​ເພື່ອ​ປາບ​ປາມ​ປະຊາຊົນ. ກົດໝາຍ Republic Act 10353 ​ເປັນ​ໜຶ່ງ​ໃນ​ສາມກົດໝາຍ​ປະຫວັດສາດສາມທີ່​ຄອບ​ຄຸມດ້ານສິດທິ​ມະນຸດ ທີ່​ໄດ້​ຜ່ານ​ການ​ຕົກລົງ​ເຫັນ​ດີ​​​​ໃນ​ສະ​ໄໝປະຊຸມສະພາ​ຄັ້ງ​ທີ 15. ສ່ວນ​ກົດໝາຍອີກ​ສອງ​ສະບັບ ກໍຄື ຮ່າງກົດໝາຍວ່າ​ດ້ວຍ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃຫ້ຜູ້​ຖືກ​​ເຄາະ​ຮ້າຍ​ຂອງ​ລັດຖະບານ​ມາກ​ອດສ (Marcos Compensation Law) ​ແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ສິດ​ຂອງ​ຊຸມ​ຊົນອົບ​ພະຍົບ​ໃນ​ປະ​ເທດ (Bill on the Rights of Internally Displaced Communities). ​ໂຊກ​ຮ້າຍ​ທີ່​ຮ່າງ​ກົດໝາຍ​ສອງ​ສະບັບ​ໄດ້​ຖືກຍົກ​ເລີກ​ໂດຍ​ປະທານ​ປະ​ເທດ ​​ໂດຍ​​ໃຊ້ເຫດຜົນຫຼອກ​ລວງ.

​​ໄພ​ຄຸກ​ຄາມ​ຈາກ​ລັດ​ຊ້ອນ​ລັດ​ເປັນ​ໄພ​ຄຸກ​ຄາມ​ຖາວອນ ​ແລະ ບໍ່​ໄດ້​ເກີດ​ຂື້ນ​ສະ​​ເພາະ​ລັດ​ໃນ​ປະ​ເທດ​ທີ່​ກຳລັງ​ພັດທະນາ ​ແຕ່​ຍັງ​ເກີດ​ຂື້ນ​ກັບປະ​ເທດ​ທີ່​​​ຖື​ຕົນ​ເອງ​ວ່າ​ເປັນລັດ​ປະຊາທິປະ​ໄຕ​ທີ່​ເຂັ້ມ​ແຂັງ ​ຢ່າງເຊັ່ນ ປະ​ເທດ​ສະຫະລັດ​ອາ​ເມ​ລິ​ກາ. ລອງພິຈາລະນາກ່ຽວ​ກັບ​ວິທີ​ການ​ຂອງ​ລັດຖະບານ​ສະຫະລັດ​ທີ່​​ເປັນ​ຢູ່​ໃນ​ຂະນະ​ນີ້, ​​ເປັນ​ການ​ລະ​ເມີດ​ສິດ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ພົນ​ລະ​ເມືອງຕາມ​ລັດຖະທຳ​ມະນູນ​ຂອງ​ປະຊາຊົນ ​​ແບ​ບບໍ່​ຕ້ອງ​ມີ​ຄວາມຮັບ​ຜິດ​ຊອບ​ກໍ​ຄື​ການ​ສອດ​ແນມ​ທາງເອ​ເລັກ​ໂຕຣນິກຂອງ​ສຳນັກງານ​ຄວາມ​ໝັ້ນຄົງ​​ແຫ່ງ​ຊາດ (National Security Agency – NSA) ​ທີ່​ພວກ​ເຂົາ​ອ້າງ​ວ່າ ການລະ​ເມີ​ດຄວາມ​ສ່ວນ​ຕົວຢ່າງ​​ໂຈ່ງ​ແຈ້ງ​ນີ້​ແມ່ນ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ເມື່ອ​ຄຳນຶງ​ເຖິງ “ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ.”

ໃນ​ມຸມ​ນີ້​ຂອງ​ໂລກ, ​ໄພ​ຄຸກ​ຄາມ​ຈາກ​ລັດ​ຊ້ອນ​ລັດ​ບໍ່​ພຽງ​ເຫັນ​ໄດ້​ຈາກ​ກໍລະນີ​ການ​ສູນຫາຍ​ຂອງ​ບຸກຄົນ​ຈຳນວນ​ຫຼາຍ ​ເຊິ່ງ​ເກີດ​ຂື້ນ​ໃນ​ປະ​ເທດ​ຟິລິບ​ປິນ ​ແລະ ​ໃນ​ປະ​ເທດ​​​ໃກ້​ຄຽງ. ​​ເຊັ່ນ​ດຽວ​ກັນ​ກັບ​​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ສົມ​ພອນ ຜູ້ທີ່​ໄດ້​ຮັບ​ລາງວັນຣາມອນ ​ແມັກ​ໄຊ​ໄຊ ຈາກ​ປະ​ເທດ​ ສປປ ລາວ​ ທີ່​ປັດຈຸບັນ​ເຮັດ​ໃຫ້​ປະຊາ​ຄົມ​ໂລກຫັນ​ມາ​ສົນ​ໃຈ​ກັບ​ບັນຫາ​ນີ້​ຫຼາຍ​ຂື້ນ​.

ເມື່ອ​ວັນ​ທີ 15 ທັນວາ 2012 ລະຫວ່າງ​ການ​ເດີນທາງ​ກັບ​ເມືອ​ເຮືອນ​ ສົມບັດ​ໄດ້​ຖືກ​​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ເອີ້ນ​ໃຫ້​ຈອດ​ລົດ​ຢູ່​ທີ່​ປ້ອມ​ຕຳຫຼວດ ​ແລ້ວ​ຫຼັງ​ຈາກ​ນັ້ນກໍ​ບໍ່​ມີ​ໃຜ​ໄດ້​ພົບ​ເຫັນ​ຜູ້ກ່ຽວ​ອີກ​ເລີຍ. ​ໂຊກ​ດີ​ທີ່ຢູ່​ປ້ອມ​ຕຳຫຼວດ​ມີ​ກ້ອງ​ວົງ​ຈອນ​ປິດ​ຕິດ​ຕັ້ງ​ໄວ້​ຢູ່ ​ແລະ ​ໃນ​ພາບ​ບັນທຶກ​​ຂອງ​ກ້ອງ​ວົງ​ຈອນ​ປິດໄດ້​ສະ​ແດງ​​ໃຫ້​ເຫັນ​​ໄລຍະ​ເວລາ​ທີ່​ສົມບັດ​ລົງ​ຈາກ​ລົດ ​ຈາກ​ນັ້ນ​​ໄດ້ມີ​ຄົນ​ຂື້ນໄປ​ນັ່ງ​ໃນ​ລົດ​ແທນ​ແລ້ວ​ຂັບ​ເອົາລົດ​ໄປ. ຫຼັງ​ຈາກ​ນັ້ນບໍ່​ດົນ​ກໍ​ໄດ້​ມີ​ລົດ​ກະບະ​ຄັນ​ໜຶ່ງ​ຂັບ​ອອກ​ໄປ​ຈາກ​ປ້ອມ​ຕຳຫຼວດ.

ສົມບັດ ​ສົມ​ພອນ​ແມ່ນ​ນັກ​ພັດທະນາ​ຜູ້​ທີ່​ໄດ້ອຸທິດ​ຕົນ​​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ເພື່​ອ​ເປັນ​ຂົວ​​ເຊື່ອມ​ຕໍ່​ລະຫວ່າງ​ລັດ​ລາວ​ກັບ​ພາກ​ປະຊາ​ສັງຄົມ​ໃນ​ລາວ ​​ເຮັດ​ໃຫ້​ຜູ້ກ່ຽວ​​ໄດ້​ມີ​ຊື່​ສຽງ ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ຈາກ​ຄົນ​ຈຳນວນ​ຫຼາຍ ທີ່​ລວມທັງ​​ພະນັກງານ​ລັດຖະບານ. ຜູ້ກ່ຽວບໍ່​ເຄີຍປະພຶດ​ຕົວ​​ໃນ​ທາງ​ທີ່​ເປັນ​ໄພ​ຄຸກ​ຄາມ​ຕໍ່​ບຸກຄົນ​ໃດໆ ​ຫຼື ຕໍ່​ຄວາມ​ສະຫງົບ​ຮຽບຮ້ອຍ​ຂອງ​ສັງຄົມ. ​ເມື່ອ​ກາງ​ເດືອນ​ຕຸລາ​ປີ​ທີ່​ຜ່ານ​ມາ ທີ່​ນະຄອນຫຼວງ​ໄດ້​ມີ​ການຈັດ​​ກອງ​ປະຊຸມ​ພາກ​ປະຊາຊົນ​ອາຊີ-​ເອີຣົບ (Asia-Europe People’s Forum – AEPF) ​ເຊິ່ງ​ຈັດ​ຕັ້ງ​ໂດຍ​ພາກ​ປະຊາ​ສັງຄົມ​ ​ເປັນ​ເວທີ​ຄູ່​ຂະໜານ​ກັບ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ-​ເອີຣົບ (Asia Europe Summit – ASEM). ສົມບັດ ​ມີ​ບົດບາດ​ເປັນ​ປະທານ​ຮ່ວມ​ຂອງ​ກອງ​ປະຊຸມ​ພາກ​ປະຊາຊົນ AEPF ​ໃນ​ລາວ. ກອງ​ປະຊຸມ​ດັ່ງກ່າວ​ເປັນ​ເວທີ​ໃນ​ນະຄອນຫຼວງ​ວຽງ​ຈັນ ສຳລັບ​ສະ​ແດງ​ຄວາມ​ຄິດ​ເຫັນ​ສຳລັບ​ພາກ​ປະຊາ​ສັງຄົມ​​ ​ເຊິ່ງ​ເປັນ​ໂອກາດ​ໃຫ້ປະຊາຊົນ​ຊາວ​ລາວ​ຈາກ​​ເຂດ​ຊົນນະບົດ​ໄດ້​ສະ​ແດງ​ຄວາມ​​ເປັນ​ຫ່ວງ​ເປັນ​​ໄຍ​ກ່ຽວ​ກັບ​ບັນຫາ​ການ​ກອບ​ໂກຍ​ຊື້ ​ແລະ ​ເວນ​ຄືນ​ເອົາ​ທີ່​ດິນທີ່​ກຳລັງ​ແພ່​ລະບາດ​ໃນ​ຊົນນະບົດຫຼາຍ​ພື້ນ​ທີ່ ​ໃນ​ຫຼາຍ​ກໍລະນີ​ເປັນຄວາມ​ຮ່ວມ​ມື​ລະຫວ່າງ​ເຈົ້າ​ໜ້າ​ທີ່​ລັດກັບ​ນາຍທຶນ​ຕ່າງ​ຊາດ. ມີ​ລາຍ​ງານ​ວ່າ​ລັດຖະບານ​ບໍ່ພໍ​ໃຈ​ກັບ​ການສະ​ແດງ​ຄວາມ​ຄິດ​ເຫັນ​ຢ່າງ​ເສລີ​ເພື່ອ​ລະບາຍ​​ເຖິງ​ຄວາມທຸກ​ຍາກ​ທີ່​​ເກີດ​ຂື້ນ. ມີ​ຫຼາຍພາກ​ສ່ວນ​ເຫັນ​ວ່າ​ໜ່ວຍ​ງານ​ຂອງ​ລັດ​ຫຼາຍ​ແຫ່ງ​ຮູ້ສຶກ​ຖືກ​ຄຸກ​ຄາມ​ຈາກ​ການສະ​ແດງ​ຄວາມ​ຄິດ​ເຫັນ​ຢ່າງ​ເສລີຈົນ​ເຖິງ​ຂັ້ນ​ມີ​ການ​ຈັບຕົວ​ສົມບັດ ສົມ​ພອນ​ໄປ​ເພື່ອ​ເປັນ​ການ​ສັ່ງສອນ​ປະຊາຊົນ.

ຂ້າພະ​ເຈົ້າ​​ເປັນ​ສ່ວນໜຶ່ງ​ຂອງ​ຕົວ​ແທນ​ສະມາຊິກ​ສະພາ​ອາ​ຊຽນ ​ເຊິ່ງ​ເດີນທາງ​ໄປ​ປະ​ເທດ​ລາວ​ເພື່ອ​ສອບ​ສວນ​ກໍລະນີ​ການ​ສູນຫາຍ​ຂອງ​ສົມບັດ​ໃນ​ຊ່ວງໜຶ່ງ​ເດືອນ​ຫຼັງ​ຈາກ​ເກີດ​ເຫດການ​ດັ່ງກ່າວ​ຂື້ນ. ສະມາຊິກ​ສະພາ​ຄົນ​ອື່ນ​ທີ່​ຮ່ວມ​ຄະນະ​​ໃນ​ຄັ້ງ​ນັ້ນ​ມີ​ທ່ານ ຊາວ​ສ໌ ​ແຊ​ນຕິ​ອາ​ໂກ (Charles Santiago) ຈາກ​ປະ​ເທດ​ມາ​ເລ​​ເຊຍ ​ແລະ ທ່ານ​ນາງ ລິ​ລີ່ ວາ​ຫິດ (Lily Wahid) ຈາກ​ປະ​ເທດ​ອິນ​ໂດ​ເນ​ເຊຍ. ພວກ​​ເຮົາ​ໄດ້​ເຂົ້າ​ພົບ​ກັບ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ລັດຖະບານ​ລາວ ​ເຊິ່ງທຸກ​ທ່ານ​ຕ່າງປະ​ຕິ​ເສດ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ສົມບັດ, ບໍ່​ຮູ້​ວ່າ​ຜູ້ກ່ຽວ​ຢູ່​​ໃສ. ​ເຈົ້າ​ໜ້າ​ທີ່​ທຸກ​ຄົນ​ເວົ້າ​ຄື​ກັນ​ວ່າ ການ​ສືບສວນ-ສອບ​ສວນ​ທີ່​ດຳ​ເນີນ​ຢູ່​ສະ​ແດງ​ໃຫ້​ເຫັນ​ວ່າ​ຕຳຫຼວດ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ຫາຍ​ຕົວ​ໄປ​ຄັ້ງ​ນີ້.

ຫຼັງ​ການ​​ເດີນທາງ​ໄປຢ້ຽມຢາມ​ຂອງ​ພວກ​ເຮົາ​ໃນ​ຄັ້ງ​ນັ້ນ, ມີ​ຄະນະ​ສະມາຊິກ​ສະພາ​ອີກ​ສອງ​ຄະນະ​ທີ່​ເດີນທາງ​ໄປ​ຢາມ​ປະ​ເທດ​ລາວ ​ແລະ ​ໄດ້​ຮັບ​ຂໍ້​ມູນ​ແບບ​ດຽວ​ກັນ ຄື ​ເຈົ້າ​ໜ້າ​ທີ່​ລາວ​ອ້າງ​ວ່າ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ສົມບັດ ​ແລະ ກຳລັງ​ກວດ​ສອບ​​ເລື່ອງ​ນີ້​ຢູ່. ​ແຕ່​ຜົນ​ທີ່​ໄດ້​ຈາກ​ການ​ສືບສວນ-ສອບ​ສວນ​ມີ​ພຽງ​ວ່າ ຕຳຫຼວດ ​ແລະ ລັດ​ຖະບານ​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ.

ບັນຫາ​ຂອງ​​​ເຈົ້າ​ໜ້າ​ທີ່​ລາວ​ກໍ​ຄື ​ເລື່ອງ​ທີ່​ພວກ​ເຂົາ​ບອກ​ເລົ່າ​ບໍ່​ເປັນຕາ​ໜ້າ​ເຊື່ອ​ຖື ​ເມື່ອ​ພິຈາລະນາ​ຈາກ​ພາບ​ບັນທຶກ​ຈາກ​ກ້ອງ​ວົງ​ຈອນ​ປິດ​ທີ່ ອຶງ ຊຸຍ​ມິ​ງ ຜູ້​ເປັນ​ພັນ​ລະ​ຍາ​ຂອງ​ສົມບັດ​ໄດ້​ມມ​ຈາກ​ການ​ຮວບ​ຮວມສະຕິ​​​ເຂົ້າ​ໄປ​ຫາ​ຫ້ອງການ​ຕຳຫຼວດ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ທີ່​ສົມບັດ​ໄດ້​ຫາຍ​ຕົວ​ໄປ ​ແລະ ຍັງ​ສາມາດ​ຮ້ອງ​ຂໍ​ໃຫ້​ຕຳຫຼວດອະນຸຍາດ​ຖ່າຍ​ສຳ​ເນົາ​ພາບ​ບັນທຶກ​ວິ​ດີ​ໂອ​ນັ້ນ​ມາ​ໄດ້. ມີ​ຄວາມ​ຊັດ​ເຈນ​ວ່າ​​ເຈົ້າ​ໜ້າ​ທີ່​ລາວ​ລືມ​ໄປ​ວ່າ​ໃນ​ບໍລິ​​ເວນ​ດັ່ງກ່າວ​ມີ​ການ​ຕິດ​ຕັ້ງ​ກ້ອງ​ວົງ​ຈອນ​ປິດ ​ເຮັດ​ໃຫ້​ບໍ່​ສາມາດ​ສົ່ງ​ສັນຍານ​​ເຕືອນ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຢູ່​ປ້ອມ​ບໍ່​ໃຫ້​ເປີດ​ເຜີຍ​ພາບ​ບັນທຶກ​ວີ​ດີ​ໂອ​ດັ່ງ​ກ່າວ​ໄດ້​ທັນ ອີກ​ທັງ​ມີ​ຄວາມ​ຊັດ​ເຈນ​ວ່າ ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ກໍລະນີ​ນີ້

​ເຈົ້າ​ໜ້າ​ທີ່​ລັດ​ທີ່​ພວກ​ເຮົາ​ໄດ້​​ເຂົ້າ​ພົບ​ໃນ​ລະ​ຫ່າງ​ການ​ຢ້ຽມຢາມ​ປະ​ເທດ​ລາວໜ້າ​ຈະ​ກຳລັງ​ບອກ​ເລົ່າ​ຄວາມ​ຈິງ​ຕອນ​ທີ່​ພວກ​ເຂົາ​ກ່າວ​ວ່າ ​ໂດຍ​ສ່ວນ​ຕົວ​ແລ້ວ​ບໍ່​ຮູ້​ວ່າ​ເກີດ​ຫຍັງ​ຂື້ນ​ກັບ​ສົມບັດ. ​ເຈົ້າ​ໜ້າ​ທີ່​​ເຫຼົ່າ​ນີ້​ເປັນ​ໜ້າ​ຕາ​ຂອງ​ລັດ​ຖະບານ​ ສປປ ລາວ ຕໍ່​ສາຍຕາ​ໂລກ​ພາຍ​ນອກ ໜ້າ​ທີ່​ຂອງ​ພວກ​ເຂົາ​ກໍ​ຄື​ການ​ປົກ​ປ້ອງ​ພາບ​ລັກ​ຂອງ​ລັດ​ລາວ​ທີ່​ຈະ​ມຸ່ງ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ​ແລະ ​ເສລີ​ນິຍົມ. ​ໃບ​ໜ້າ​ທີ່​ເປັນ​ເສ​ລີ​ມີ​ຄວາມ​ສຳຄັນ ​ເນື່ອງ​ຈາກ​ລາວ​ໄດ້​ເຂົ້າ​ຮ່ວມ​ ຫຼື ກຳລັງ​ຫາ​ທາງ​ເຂົ້າ​ຮ່ວມ​ກັບ​ສະ​ຖາ​ບັນ​ລະຫວ່າງ​ປະ​ເທດ ​ຢ່າງ​ເຊັ່ນ ອົງການ​ການ​ຄ້າ​ໂລກ ​ເພາະ​ເຫັນ​ວ່າການ​ເຂົ້າ​ເປັນ​ສະມາຊິກ​ໜ່ວຍ​ງານ​ເຫຼົ່ານີ້​ເປັນ​ກຸນ​​ແຈ​ສຳຄັນ​ນຳ​ໄປ​ສູ່​ການ​ຂະຫຍາ​ຍການ​ຄ້າ ​ແລະ ການ​ລົງ​ທຶນ​ຈາກ​ຕ່າງ​ຊາດ ​ພວກ​ເຂົາ​ອາດ​ຈະ​ຮູ້ສຶກ​ອັບອາຍ​ກັບ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ສົມບັດ ​ແຕ່​ພວກ​ເຂົາ​ກໍ​ຍັງ​ຕ້ອງ​ສະ​ແດງ​ຈຸດ​ຢືນ​ໃນ​ທຳນອງ​ດຽວ​ກັນ​ໃນ​ເລື່ອງ​ນີ້ ​ເນື່ອງ​ຈາກ​ກຸ່ມ​ຄົນ​ທີ່​ລັກ​ພາ​ຕົວ​ສົມບັດ​ໄປ​ນັ້ນ ມີ​ອິດ​ທິພົນ​ຫຼາຍ​ກວ່າ​ພວກ​ເຂົາ​ຫຼາຍ. ​ໃນ​ຄວາມ​ເຫັນ​ຂອງ​ຂ້າພະ​ເຈົ້າ ກຸ່ມ​ບຸກຄົນ​ເຫຼົ່າ​ນີ້​ ຈັດ​ເຂົ້າຢູ່​ໃນ​​ລັດ​ແບບ ລັດ​ຊ້ອນ​ລັດ​ເຊິ່ງ​ໃນ​ລາວ​ແມ່ນ​ຄຸມຄອງ ແລະ ຜູກຂາດ​ໂດຍ​ພັກ​ຄອມ​ມູນິດ​​.

ລາວ​ກໍ​ມີ​ກົດໝາຍ​ຄຸ້ມ​ຄອງ​ສິດທິ​ມະ​ນຸດ ອີກ​ທັງປະ​ເທດ​ລາວ​ໄດ້​ເຊັນ​ລົງ​ນາມ​ໃນ​ສົນທິສັນຍາ​ວ່າ​ດ້ວຍ​ສິດທິ​ຂອງ​ບຸກຄົນ​ຜູ້​ສູນຫາຍ (Convention on the Rights of Disappeared Persons) ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ. ອາດ​ຈະ​ມີ​ຄົນ​​ເວົ້າ​​ວ່າ​ກົດໝາຍ​ເຫຼົ່າ​ນີ້​ຈະ​ມີ​ປະ​​ໂຫຍ​ດຫຍັງ​ຫາກ​ຖືກ​ລະ​ເມີດ​ຢູ່​ຕະຫຼອດ​ເວລາ? ​ເຖິງ​ຢ່າງ​ໃດ​ກໍ​ຕາມ ກົດໝາຍ​ເຫຼົ່າ​ນີ້​ເປັນ​ຄັນ​ບັງຄັບ ​ແລະ ​ເປັນ​ຕົວ​ຊີ້​ວັດ​ທີ່​ສຳຄັນ​ທີ່​ໃຊ້​ຄວບ​ຄຸມ​​ໃຫ້​ລັດຖະບານ​ຕ້ອງ​ຮັບຜິດຊອບ​ຕໍ່​ປະຊາຊົນ ​ໂດຍ​ເປົ້າ​ໝາຍ​​ໃນ​ທາງ​ຍຸດ​ທະ​ສາດ​ກໍຄື ການ​ຄວບ​ຄຸມ​ໃຫ້​ພຶດຕິ​ກຳ​ຂອງ​ລັດ​ເປັນ​ໄປ​ຢ່າງ​ສອດຄ່ອງ​ກັບຕົວ​ກົດໝາຍ ​ເຊິ່ງອາດ​ຈະ​​ເປັນ​ການ​ຕໍ່ສູ້​ທີ່​ຍາວ​ນານ ​ແລະ ການ​ລົ້ມລຸກຄຸກຄາ​ນປີນ​ຂື້ນ​ພູ​ເຂົາ ທີ່​ມີ​ທັງ​ທາງ​ທີ່​ລຽບ ​ແລະ​ເປັນ​ຂຸມ ​ແຕ່​ກົດໝາຍ ​ແລະ ສົນທິສັນຍາສິດທິ​ມະນຸດ​ຕ່າງ​ກໍ​ເປັນ​ອາວຸດ​ອັນ​ສຳຄັນ​ໃນ​ການ​ຄວບ​ຄຸມ​ລັດ​ຜະ​ເດັດ​ການ.

ຂ້າພະ​ເຈົ້າ​ຂໍ​ຈົບ​ດ້ວຍ​ການ​ຮ້ອງ​ຂໍ​ຕໍ່​ລັດຖະບານ ສປປ ລາວ ​ເນື່ອງ​ໃນ​ໂອ​ກາດ​ວັນ​ລຳລຶກ​ເຖິງ​ເຫຍື່ອ​ຂອງ​ການ​ບັງຄັບ​ບຸກຄົນ​ໃຫ້​ສູນ​ຫາຍ​ສາກົນ, ວັນ​ທີ 30 ສິງຫາ 2013, ​ຮ້ອງ​ຂໍ​ໃຫ້​ມີ​ການ​ປ່ອຍ​ຕົວ​ສົມບັດ ສົມ​ພອນ​ກັບ​ຄືນ​ມາ ​ແລະ ພວກ​ເຮົາຈະ​ບໍ່​ຢຸດ​ການ​ເຄື່ອນ​ໄຫວ​ຈົນ​ກວ່າ​ທ່ານ​ຈະ​ໄດ້​ເຮັດ​ຕຳ​ຄຳຮຽກຮ້ອງ​ດັ່ງກ່າວ.

*ວຳ​ເດນ ​ເບ​ລ​ໂລ ​ເປັນ​ຫົວໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ອາ​ຊຽນ ​ເຊິ່ງ​​ໄດ້​ເດີນທາງ​ໄປ​ລາວ​ເມື່ອ​ເດືອນ​ມັງກອນ 2013 ​ເພື່ອ​ສອບ​ສວນ​ກໍລະນີ​ການ​ຫາຍ​ຕົວ​​ໄປ​ຂອງ​ສົມບັດ ສົມ​ພອນ.