ບໍ່ມີຂໍ້ແກ້ຕົວໃດທີ່ຖືກ ຕໍ່ການບໍ່ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການປົກປ້ອງທຸກບຸກຄົນຈາກການບັງຄັບສູນຫາຍ

29 ສິງຫາ 2017: OHCHR

(ຂໍ້ສັງເກດ: ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາສອງຄັ້ງແລ້ວວ່າຈະໃຫ້ສັດຕະຍາບັນ ໃນການທົບທວນສາກົນເປັນໄລຍະ, ແຕ່ຍັງບໍ່ໄດ້ລົງມືປະຕິບັດເທື່ອ.)

ໃນເວລາທີ່ການບັງຄັບຫາຍສາບສູນ ເປັນສິ່ງທີ່ປະຕິບັດກັນທຸກພາກພື້ນ, ແລະກຳລັງແຜ່ຫຼາຍໃນຫຼາຍປະເທດ, ກຸ່ມຊ່ຽວ ຊານດ້ານສິທິມະນຸດຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ປະເທດສະມາຊິກ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າ ດ້ວຍການປົກປ້ອງທຸກບຸກຄົນຈາກການບັງຄັບສູນຫາຍ.

ເພື່ອເປັນການລຳລຶກເຖິງວັນຜູ່ຖືກເຄາະຮ້າຍຈາກການບັງຄັບຫາຍສາບສູນ ສາກົນ, ຊ່ຽວຊານອົງການສະຫະປະຊາຊາດ ເນັ້ນວ່າ: “ມັນເປັນສິ່ງທີ່ຮັບບໍ່ໄດ້ທີ່ຈົນຮອດປີ 2017 ແລ້ວ ການບັງຄັບຫາຍສາບສູນຍັງເປັນສິ່ງທີ່ເກີດຂຶ້ນຢູ່. ທຸກວັນ ເຮົາ ໄດ້ຂ່າວກໍລະນີບຸກຄົນຖືກຫາຍສາບສູນຈາກທົ່ວໂລກ. ເມື່ອສິ່ງນີ້ເກີດຂຶ້ນ, ຊີວິດຂອງຄົນທັງຄອບຄົວແຕກສະຫຼາຍເປັນ ຊິ້ນໆ, ແລະອົງປະກອບຂອງສັງຄົມກໍ່ຖືກທຳລາຍ. ສິ່ງນີ້ຕ້ອງຢຸດ, ແລະໂດຍການໃຫ້ສັດຕະຍາບັນຕໍ່ສົນທິສັນຍານີ້ ປະເທດສະມາຊິກຈະສາມາດເລີ່ມປູທາງໃຫ້ກັບການບັນລຸເປົ້າໝາຍອັນນີ້.” Continue reading “ບໍ່ມີຂໍ້ແກ້ຕົວໃດທີ່ຖືກ ຕໍ່ການບໍ່ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການປົກປ້ອງທຸກບຸກຄົນຈາກການບັງຄັບສູນຫາຍ”

ສິດທິມະນຸດຢູ່ລາວຕ້ອງ ທົບທວນ

ວິທະຍຸເອເຊຍເສລີ: 01 ກັນຍາ 2016

RFA-FCCT-2016
(ຊ້າຍສຸດ)ທ່ານ Laurent Meillan ຜູ້ຮັກສາການແທນ ຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຍຕາເວັນອອກ ສ່ຽງໃຕ້

ສຳນັກງານຂ້າຫຼວງໃຫຍ່ ດ້ານສິດທິມະນຸດ ສະຫະປະຊາຊາດ ປະຈຳ ພູມີພາກ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ສເນີໃຫ້ ມີການ ທົບທວນເບິ່ງ ການຣະເມີດ ສິດທິມະນຸດ ໃນ 4 ເຣຶ່ອງຢູ່ ສປປລາວ ໃນຣະຫວ່າງ ກອງປະຊຸມ ສຸດຍອດ ອາຊຽນ ທີ່ຈະຈັດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ໃນຕົ້ນເດືອນ ກັນຍາ ນີ້ ຄື:

1.ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນດີເດັ່ນ ຂອງລາວ ທີ່ຍັງບໍ່ມີ ຄວາມຄືບໜ້າ ຈາກ ທາງການລາວ.

2.ຄະດີ ຂອງຄົນງານລາວ 3 ຄົນ ທີ່ຖືກ ທາງການລາວ ຈັບໃນເດືອນ ມິນາ 2016 ໃນຂໍ້ຫາ ລົງຂ່າວ ທາງເຟສບຸກ ວິຈານ ຣັຖບານ ສປປລາວ ຊຶ່ງ ທາງການລາວ ບໍ່ອະນຸຍາດ ໃຫ້ຕິດຕໍ່ ກັບ ຄອບຄົວ ແລະ ທະນາຍຄວາມ.

3.ກົດໝາຍ ທີ່ຂັດກັບ ເສຣີພາບ ໃນການຊຸມນຸມ, ເສຣີພາບ ຂອງ ສື່ມວນຊົນ ແລະ ການປະຕິບັດງານ ຂອງອົງການ ຣະຫວ່າງ ປະເທດ ແລະ ໃຫ້ມີການ ປັບປຸງ ຕາມມາຕຖານ ສາກົນ.

4.ຜົນກະທົບ ຈາກໂຄງການ ພັທນາ ຕໍ່ທີ່ດິນ ແລະ ຊັພຍາກອນ ທັມມະຊາດ ອັນເຮັດໃຫ້ ເກີດຄວາມເສັຽຫາຍ ຕໍ່ ປະຊາຊົນ ຢ່າງຮຸນແຮງ. Continue reading “ສິດທິມະນຸດຢູ່ລາວຕ້ອງ ທົບທວນ”

ພັນທະທີ່ສໍາຄັນຂອງລັດພາຄີພາຍໃຕ້ສົນທິສັນຍາການຕ້ານການຖືກບັງຄັບໃຫ້ຫາຍສາບສູນ…ມີຫຍັງແດ່?

“ປະກົດການການຖືກບັງຄັບໃຫ້ຫາຍສາບສູນແມ່ນຖືວ່າເປັນການລະ

ເມີດທາງສິດທິມະນຸດທີ່ຮຸນແຮງທີ່ສຸດ.ການລະເມີດດັ່ງກ່າວຍັງເປັນບັນຫາທີ່ທ້າທາຍໃຫ້ແກ່ການໃຫ້ນິຍາມແນວຄວາມຄິດດ້ານສິດທິມະນຸດ, ເປັນການປະຕິເສດຮັບຮູ້ສິດຂອງມະນຸດໃນການຢູ່ລອດ ແລະ ສິດທິ ຄວາມເປັນມະນຸດ. ການຖືກບັງຄັບໃຫ້ຫາຍສາບສູນແມ່ນການປ່ຽນຄວາມເປັນຄົນໃຫ້ການເປັນສິ່ງທີ່ບໍ່ມີຊິວິດ.ການຖືກບັງຄັບໃຫ້ຫາຍສາບສູນແມ່ນກໍ່ແມ່ນສ່ວນໜຶ່ງຂອງການສໍ່ລາດບັງຫລວງ, ການສວຍໃຊ້ອຳນາດເກີນໜ້າທີ່ເພື່ອອະນຸຍາດໃຫ້ບຸກຄົນໃດໜຶ່ງລະເມີດກົດໝາຍ ແລະ ລະບຽບ ການຕ່າງໆເພື່ອເຮັດໃນສິ່ງທີ່ບໍ່ຖືກຕ້ອງ ແລະ ລົງມືກໍ່ອາດສະຍາກຳທີ່ຊົ່ວຮ້າຍ.” ທ່ານ Niall MacDermot, ເລຂາທິການໃຫຍ່ຂອງຄະນະກຳມາທິການກົດໝາຍສາກົນ.

Logo-What is

ບົດສະເໜີ

ການຖືກບັງຄັບໃຫ້ຫາຍສາບສູນເປັນການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດ. ບຸກຄົນທີ່ຖືກບັງຄັບໃຫ້ ຫາຍສາບສູນແມ່ນຕົກຍູ່ໃນກຳມືຂອງຜູ້ດຳເນີນການ ແລະ ບໍ່ມີໂອກາດເຂົ້າເຖິງການປົກປ້ອງທາງດ້ານກົດໝາຍເລີຍ.

ທາງຄອບຄົວ ແລະ ໝູ່ເພື່ອນຂອງຜູ້ຖືກເຄາະຮ້າຍແມ່ນມີຄວາມທົນທຸກທໍລະມານຢ່າງເຈັບປອດທີ່ບໍ່ສາມາດຮູ້ຂໍ້ມູນຂ່າວສານວ່າຜູ້ເຄາະຮ້າຍນັ້ນຍັງມີຊິວິດ ຫຼື ວ່າໄດ້ຕາຍໄປແລ້ວ ຫຼື ບໍ່ສາມາດຮູ້ໄດ້ເລີຍວ່າຜູ້ກ່ຽວນັ້ນເປັນຕາຍຮ້າຍດີແນວໃດແດ່.

ຕາມປົກກະຕິແລ້ວການລັກພາໂຕແມ່ນຈະເກີດຂື້ນທີ່ບ້ານ ຫຼື ຕາມຖະໜົນຫົນທາງ, ບາງຄັ້ງກໍ່ເກີດໃນຍາມກາງເວັນ ແລ້ວຖືກນຳພາໄປບ່ອນລີ້ຊ້ອນ. ຜູ້ເຄາະຮ້າຍສ່ວນຫລາຍແມ່ນຈະຖືກທໍລະມານ ແລະ ຖືກຂ້າ.

Continue reading “ພັນທະທີ່ສໍາຄັນຂອງລັດພາຄີພາຍໃຕ້ສົນທິສັນຍາການຕ້ານການຖືກບັງຄັບໃຫ້ຫາຍສາບສູນ…ມີຫຍັງແດ່?”

ສຳນັກງານ​ກຳມາ​ທິກ​ານສູງ​ສຸດ​ເພື່ອ​ສິດທິ​ມະນຸດ (OHCHR) ​ສະ​ແດງ​ຄວາມ​ກັງວົນ​ກ່ຽວ​ກັບ​ການ​ສືບສວນ​ບໍ່​ມີ​ຄວາມ​ຄືບ​ໜ້າ

NewsImageຫຼັງຈາກ ສຳນັກງານ​ກຳມາ​ທິການ​ສູງ​ສຸດ​ເພື່ອ​ສິດທິ​ມະນຸດ (OHCHR)​ ​ອອກ​ຖະ​ແຫຼ​ງການ​ໂດຍ​ສັງ​ເຂ​ບ​ວັນ​ທີ 21 ທັນ​ວາ 2012 ​ ລ່າ​ສຸດໄດ້​ມີ​ອີກ​ສະບັບໜຶ່ງ​ຖະ​ແຫຼ​ງການ​ໂດຍ​ສັງ​ເຂ​ບວັນ​ທີ 21 ມິຖຸນາ 2013 ​ໂດຍ​ມີ​ເນື້ອ​ໃນ​ຫຍໍ້ດັ່ງ​ນີ້:

… ຈາກ​ຄວາມ​ກັງວົນ​ທີ່​ວ່າ 6 ​ເດືອນ​ຜ່ານ​ໄປ​ແຕ່​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ໃນ​ການ​ສືບສວນ​ສອບ​ສວນ​ຕໍ່​ກໍລະນີ​ການ​ສົມບັດ ສົມ​ພອນ​ ຜູ້​​​ເຮັດ​ວຽກ​​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດສປປ ລາວ ທີ່​ຖືກ​ບັງຄັບ​ໃຫ້​ເປັນ​ຄົນ​ຫາຍ​ສາບ​ສູນ. ສົມບັດ​ຫາຍ​ຕົວ​ໄປ​ໃນ​ລະຫວ່າງ​ການ​ຂັບ​ລົດ​ກັບ​ບ້ານ​ໃນ​ຕົວ​ເມືອງ​ນະຄອນຫຼວງ​ວຽງຈັນ ​ເມື່ອ​ວັນ​ທີ 15 ທັນວາ 2012. ພາບ​ບັນ​ທຶກ​ຈາ​ກກ້ອງ​ວົງ​ຈອນ​ປິດ​ໄດ້​ປາກົດ​ໃຫ້​ເຫັນ​ວ່າ​ລົດ​ຂອງ​ສົມບັດ​ໄດ້​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຢຸດ ​ແລະ ລາວ​ກໍ​ຖືກ​​ເອົາ​ຂື້ນ​ລົດ​ກະບະ​ໄປ​ໂດຍບຸກຄົນ​ນອກ​ເຄື່ອງ​ແບບ. OHCHR ​ເປັນ​ກັງວົນ​ເລື່ອງ​ຄວາມ​ປອດ​ໄພຂອງ​ສົມບັດ ​​ເນື່ອງຈາກ​ຈົນ​ເຖິງ​ປັດຈຸບັນ​ຍັງ​ບໍ່​ມີ​ຂໍ້​ມູນ​ວ່າລາວ​ຖືກ​ກັກ​ຂັງ​ຢູ່​ບ່ອນ​ໃດ ​ແລະ ຜູ້​ກະທຳ​ຜິດ​ແມ່ນ​ໃຜ. OHCHR ຮຽກຮ້ອງ​ລັດຖະບານ​ເພິ່ມມາດ​ຕະການ​ເພື່ອ​ສື​ບຄົ້ນ​ຫາ​ສົມບັດ ​ແລະ ຮັບປະກັນ​ວ່າ​ລາວ​ຈະ​ໄດ້​ກັບ​ຄືນຫາ​ຄອບຄົວ​ຢ່າງ​ປອດ​ໄພ. ສົມບັດ ສົມ​ພອນ ​ເປັນ​ຄົນ​ທີ່​ມີ​ຊື່​ສຽງ​ລະດັບ​ໂລກດ້ານ​ການ​ປະຕິບັດ​ວຽກ​ງານ​ສົ່ງ​ເສີມ​ກາ​ນພັດທະນາ​​ທີ່ສົມ​ດຸນ ​ແລະ ມີຍືນ​ຍົງ. ລາຍ​ງານຫຼາຍ​ສະບັບ​​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າການ​ທີ່ສົມບັດ​ຖືກ​ຈັບ​ຕົວ​ໄປ​ມີ​ຄວາມ​ກ່ຽວ​ຂ້ອງ​ກັບປະ​ເດັນ​ດັ່ງກ່າວ​.