ພັນທະທີ່ສໍາຄັນຂອງລັດພາຄີພາຍໃຕ້ສົນທິສັນຍາການຕ້ານການຖືກບັງຄັບໃຫ້ຫາຍສາບສູນ…ມີຫຍັງແດ່?

“ປະກົດການການຖືກບັງຄັບໃຫ້ຫາຍສາບສູນແມ່ນຖືວ່າເປັນການລະ

ເມີດທາງສິດທິມະນຸດທີ່ຮຸນແຮງທີ່ສຸດ.ການລະເມີດດັ່ງກ່າວຍັງເປັນບັນຫາທີ່ທ້າທາຍໃຫ້ແກ່ການໃຫ້ນິຍາມແນວຄວາມຄິດດ້ານສິດທິມະນຸດ, ເປັນການປະຕິເສດຮັບຮູ້ສິດຂອງມະນຸດໃນການຢູ່ລອດ ແລະ ສິດທິ ຄວາມເປັນມະນຸດ. ການຖືກບັງຄັບໃຫ້ຫາຍສາບສູນແມ່ນການປ່ຽນຄວາມເປັນຄົນໃຫ້ການເປັນສິ່ງທີ່ບໍ່ມີຊິວິດ.ການຖືກບັງຄັບໃຫ້ຫາຍສາບສູນແມ່ນກໍ່ແມ່ນສ່ວນໜຶ່ງຂອງການສໍ່ລາດບັງຫລວງ, ການສວຍໃຊ້ອຳນາດເກີນໜ້າທີ່ເພື່ອອະນຸຍາດໃຫ້ບຸກຄົນໃດໜຶ່ງລະເມີດກົດໝາຍ ແລະ ລະບຽບ ການຕ່າງໆເພື່ອເຮັດໃນສິ່ງທີ່ບໍ່ຖືກຕ້ອງ ແລະ ລົງມືກໍ່ອາດສະຍາກຳທີ່ຊົ່ວຮ້າຍ.” ທ່ານ Niall MacDermot, ເລຂາທິການໃຫຍ່ຂອງຄະນະກຳມາທິການກົດໝາຍສາກົນ.

Logo-What is

ບົດສະເໜີ

ການຖືກບັງຄັບໃຫ້ຫາຍສາບສູນເປັນການລະເມີດສິດທິມະນຸດທີ່ຮ້າຍແຮງທີ່ສຸດ. ບຸກຄົນທີ່ຖືກບັງຄັບໃຫ້ ຫາຍສາບສູນແມ່ນຕົກຍູ່ໃນກຳມືຂອງຜູ້ດຳເນີນການ ແລະ ບໍ່ມີໂອກາດເຂົ້າເຖິງການປົກປ້ອງທາງດ້ານກົດໝາຍເລີຍ.

ທາງຄອບຄົວ ແລະ ໝູ່ເພື່ອນຂອງຜູ້ຖືກເຄາະຮ້າຍແມ່ນມີຄວາມທົນທຸກທໍລະມານຢ່າງເຈັບປອດທີ່ບໍ່ສາມາດຮູ້ຂໍ້ມູນຂ່າວສານວ່າຜູ້ເຄາະຮ້າຍນັ້ນຍັງມີຊິວິດ ຫຼື ວ່າໄດ້ຕາຍໄປແລ້ວ ຫຼື ບໍ່ສາມາດຮູ້ໄດ້ເລີຍວ່າຜູ້ກ່ຽວນັ້ນເປັນຕາຍຮ້າຍດີແນວໃດແດ່.

ຕາມປົກກະຕິແລ້ວການລັກພາໂຕແມ່ນຈະເກີດຂື້ນທີ່ບ້ານ ຫຼື ຕາມຖະໜົນຫົນທາງ, ບາງຄັ້ງກໍ່ເກີດໃນຍາມກາງເວັນ ແລ້ວຖືກນຳພາໄປບ່ອນລີ້ຊ້ອນ. ຜູ້ເຄາະຮ້າຍສ່ວນຫລາຍແມ່ນຈະຖືກທໍລະມານ ແລະ ຖືກຂ້າ.

ການຖືກບັງຄັບໃຫ້ຫາຍສາບສູນແມ່ນມີກະທຳຄື:

  • ມີການລັກພາຕົວໄປແບບກະທັນຫັນ-ບໍ່ມີການແຈ້ງເຕືອນ;
  • ການກະທຳຂອງເຈົ້າໜ້າທີ່ພາກລັດ (ຫຼື ຜູ້ໃດໜຶ່ງໂດຍມີການຮູ້ເຫັນຈາກພາກລັດ);
  • ບໍ່ມີການສະແດງໂຕຈາກເຈົ້າໜ້າທີ່ທາງການໂດຍສະເພາະແມ່ນບໍ່ມີໜັງສືຂໍໝາຍຈັບ; ແລະ
  • ຕາມປົກກະຕິແມ່ນຈະມີການໃຊ້ກຳລັງ.

ເຖິງແມ່ນວ່າບໍ່ມີປະຕິກິລິຍາໃດໆຈາກເຈົ້າໜ້າທີ່ລັດ, ແຕ່ມັນກໍ່ເປັນເລື່ອງປົກກະຕິທີ່ເຈົ້າໜ້າທີ່ຜູ້ບັງຄັບໃຊ້ກົດໝາຍຈະປະຕິເສດຮັບຮູ້ແບບງ່າຍໆວ່າບໍ່ມີຂໍ້ມູນໃດໆກ່ຽວກັບເລື່ອງທີ່ເກີດຂື້ນ.

ສົນທິສັນຍາວ່າດ້ວຍການຖືກບັງຄັບໃຫ້ຫາຍສາບສູນ

ຂະບວນການສົນທະນາປຶກສາຫາລືກ່ຽວກັບການສ້າງສົນທິສັນຍາວ່າດ້ວຍການຖືກບັງຄັບໃຫ້ຫາຍສາບສູນແມ່ນໄດ້ໃຊ້ເວລາຢູ່ສາມປີໃນການເຈລະຈາໂດຍມີບັນດາປະເທດຕ່າໆເຂົ້າຮ່ວມຫລາຍກ່ວາ 70 ປະເທດ, ອົງການຈັດຕັ້ງສາກົນພາກເອກະຊົນ, ສະມາຄົມຄອບຄົວຂອງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ ແລະ ບັນດາຊ່ຽວຊານຕ່າງໆກໍ່ມີໜ້າເຂົ້າຮ່ວມໃນການປຶກສາຫາລືດັ່ງກ່າວ. ໃນທີ່ສຸດສົນທິສັນຍາວ່າດ້ວຍການປົກປ້ອງບຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນກໍ່ໄດ້ຮັບການຮັບຮອງຢູ່ທີ່ສະມັດຊາໃຫຍ່ແຫ່ງອົງການສະຫະປະຊາຊາດໃນເດືອນທັນວາ 2006.

ນັບແຕ່ນັ້ນເປັນຕົ້ນມາ-ມາຮອດວັນທີ 01 ມັງກອນ 2016, ສົນທິສັນຍາວ່າດ້ວຍການປົກປ້ອງບຸກຄົນຈາກຖືກບັງຄັບໃຫ້ຫາຍສາບສູນກໍ່ໄດ້ຮັບການໃຫ້ສັດຕະຍາບັນແລ້ວຈາກ 51 ປະເທດ, ການໃຫ້ສັດຕະຍາບັນນີ້ແມ່ນໝາຍເຖິງວ່າປະເທດພາຄີເຫລົ່ານັ້ນຈະຍິນຍອມປະຕິບັດຕາມພັນທະຂອງສົນທິສັນຍາດັ່ງກ່າວ.

ອິງຕາມກົດໝາຍສາກົນ, ປະເທດທີ່ໄດ້ລົງນາມສົນທິສັນຍາແລ້ວແມ່ນຈະຢູ່ໃນຂັ້ນຕອນກຽມໃຫ້ສັດຕະຍາ ບັນ, ເມື່ອໃຫ້ສັດຕະຍາບັນແລ້ວ ປະເທດພາຄີແມ່ນມີພັນທະປະຕິບັດຕາມສົນທິສັນຍາຢ່າງຈິງໃຈ ແລະ ຈະບໍ່ກະທຳສິ່ງໃດໜຶ່ງທີ່ເປັນການຂັດກັບເນື້ອໃນ ແລະ ວັດຖຸປະສົງຂອງສົນທິສັນຍາ. ການລົງນາມແມ່ນເປັນການສະ ແດງເຈດຈຳນົງໃນການສືບຕໍ່ດຳເນີນການຂັ້ນຕໍ່ໄປຕໍ່ກັບສົນທິສັນຍາ.

ສິ່ງທີ່ກ່ວາມານີ້ໝາຍຄວາມວ່າການລົງນາມທີ່ບໍ່ທັນໄດ້ໃຫ້ສັດຕະຍາບັນເທື່ອກໍ່ແມ່ນເປັນພັນທະໜຶ່ງຂອງປະເທດທີ່ລົງນາມທີ່ຈະຫຼີກເວັ້ນການກຳທຳໃດໜຶ່ງທີ່ເປັນການຂັດກັບເນື້ອໃນ ແລະ ວັດຖຸປະສົງຂອງສົນທິສັນຍາ.

ຫເນື້ອໃນທີ່ສຳຄັນຂອງສົນທິສັນຍາ

ນິຍາມ

ສົນທິສັນຍາ CPED ວ່າດ້ວຍການປົກປ້ອງບຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນ “ໄດ້ໃຫ້ນິຍາມການຖືກບັງຄັບໃຫ້ຫາຍສາບສູນ” ວ່າ:

ເປັນການຈັບກຸມ, ການຄຸມຂັງ, ການລັກພາຕົວ ຫຼື ເປັນການກະທຳທີ່ກ່ຽວກັບການຕັດອິດສະຫລະພາບບຸກຄົນໃດໜຶ່ງທີ່ກະທຳໂດຍເຈົ້າໜ້າທີ່ລັດ ຫຼື ຈາກບຸກຄົນໃດໜຶ່ງທີ່ມີເຈົ້າໜ້າທີ່ລັດຮູ້ເຫັນເປັນໃຈ, ຫຼື ໃຫ້ການສະໜັບສະໜຸນການກະທຳດັ່ງກ່າວ. ການຕັດອິດສະຫລະພາບທີ່ວ່ານີ້ແມ່ນກ່ຽວຂ້ອງກັບການປະຕິເສດ ຫຼື ປິດບັງການໃຫ້ຂໍ້ມູນຂອງຜູ້ທີ່ຫາຍສາບສູນນັ້ນ. ຜູ້ທີ່ຫາຍສາບສູນນັ້ນກໍ່ແມ່ນຕົກຢູ່ໃນສະພາບທີ່ບໍ່ສາມາດໄດ້ຮັບການປົກປ້ອງທາງກົດໝາຍໄດ້.

ບັນດາພັນທະທີ່ສຳຄັນ

ສົນທິສັນຍາວ່າດ້ວຍການປົກບຸກຄົນຈາກການຖືກບັງຄັບໃຫ້ຫາຍສາບສູນໄດ້ວາງພັນທະໃຫ້ແກ່ປະເທດພາຄີຄື:

a) ຫ້າມນຳເອົາບຸກຄົນໃດໜຶ່ງມາບັງຄັບໃຫ້ຫາຍສາບສູນບໍ່ວ່າຈະຢູ່ໃນເວລາໃດກໍ່ຕາມ, ບໍ່ວ່າຈະຢູ່ໃນສະຖາ ນະການໃດກໍ່ຕາມ (ມາດຕາ 1).

b) ດຳເນີນການສືບສວນສອບສວນ ແລະ ນຳຕົວຜູ້ກະທຳຜິດມາລົງໂທດໃນກໍລະນີເກີດບັນຫາການຖືກບັງຄັບໃຫ້ຫາຍສາບສູນທີ່ກະທຳໂດຍບຸກຄົນໃດໜຶ່ງທີ່ພາກລັດບໍ່ໄດ້ໃຫ້ການສະໜັບສະໜູນ (ມາດຕາ 3).

c) ຮັບປະກັນໃຫ້ບັນຫາການຖືກບັງຄັບໃຫ້ຫາຍສາບສູນເປັນການກະທຳຜິດທີ່ຢູ່ໃນຂອບເຂດຂອງກົດໝາຍອາຍາ (ມາດຕາ 4).

d) ວາງມາດຕະການເພື່ອດຳເນີນການລົງໂທດຜູ້ກະທຳຜິດໃຫ້ເໝາະສົມດ້ວຍການຍົກໃຫ້ບັນຫາການຖືກບັງຄັບໃຫ້ຫາຍສາບສູນເປັນການກະທຳຜິດທີ່ຮ້າຍແຮງ (ມາດຕາ 7).

e) ໃນການອອກລະບຽບກົດໝາຍກໍ່ຕ້ອງຮັບປະກັນໃຫ້ໄລຍະເວລາຂອບເຂດການນຳໃຊ້ກົດໝາຍທີ່ມີໄລຍະຍາວນານ ແລະ ສົມເຫດສົມຜົນກັບການກະທຳຜິດທີ່ແກ່່ເວລາຍາວນານນັບຕັ້ງແຕ່ຕອນເລີ່ມຕົ້ນກະທຳຈົນເຖິງໄລຍະເວລາທີ່ດຳເນີນການຕົວຈິງ (ມາດຕາ 8).

ສິ່ງທີ່ກ່າວມານີ້ໝາຍຄວາມວ່າລັດທີ່ກ່ຽວຂ້ອງຈະບໍ່ສາມາດໃຫ້ການປະຕິເສດວ່າຄະດີທີ່ເກີດຂື້ນນັ້ນແມ່ນຜ່ານມາດົນແລ້ວ ແລະ ກໍ່ບໍ່ຢູ່ໃນເຂດອຳນາດທີ່ຈະດຳເນີນການສືບສວນສອບສວນ; ອາດສະຍາກຳຍັງສືບ ຕໍ່ດຳເນີນໄປຕາບໃດທີ່ສະພາບການ ຫຼື ສະຕາກຳຂອງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນນັ້ນຍັງຖືກປິດບັງຢູ່. ໃນກໍລະນີນີ້ທາງລັດຖະບານແມ່ນມີພັນທະທີ່ຕ້ອງດຳເນີນການສືບສວນສອບສວນຢ່າງຈິງຈັງ.

f) ຮັບປະກັນໃຫ້ຜູ້ທີ່ມີຂໍ້ມູນກ່ຽວກັບການຖືກບັງຄັບໃຫ້ຫາຍສາບສູນນັ້ນໄດ້ມີໂອກາດລາຍງານເລື່ອງລາວ ທີ່ເກີດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້(ມາດຕາ 12).

g) ດຳເນີນການກວດສອບເລື່ອງລາວທີ່ເກີດຂື້ນຢ່າງທັນການ ແລະ ເປັນກາງ ແລະ ຖ້າຫາກຈຳເປັນກໍ່ຄວນ ດຳເນີນການສືບສວນສອບສວນທັນທີ ແລະ ແບບມີຄວາມໂປ່ງໃສ (ມາດຕາ 12).

h) ໃຫ້ການຮັບປະກັນແກ່ຜູ້ທີ່ດຳເນີນການຮ້ອງຟ້ອງ, ພະຍານ, ຍາດທີ່ພີ່ນ້ອງຂອງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ, ຕົວແທນ ແລະ ຜູ້ທີ່ເຂົ້າຮ່ວມໃນການສືບສວນສອບສວນໃຫ້ໄດ້ຮັບການປົກປ້ອງຈາກສິ່ງທີ່ບໍ່ດີທີ່ ອາດເກີດຂື້ນເນື່ອງມາຈາກການເປັນຜູ້ຮ້ອງຟ້ອງລາຍງາຍ ຫຼື ໃຫ້ຫຼັກຖານແກ່ເຈົ້າໜ້າທີ່ (ມາດຕາ 12).

i) ຮັບປະກັນໃຫ້ແກ່ເຈົ້າໜ້າທີ່ທີ່ດຳເນີນການສືບສວນສອບສວນນັ້ນໄດ້ມີອຳນາດໜ້າທີ່ ແລະ ສິ່ງອຳນວຍ ຄວາມສະດວກຕ່າງໆຢ່າງເຕັມທີ່ເພື່ອນຳໃຊ້ເຂົ້າໃນການດຳເນີນງານ. ສິ່ງທີ່ອຳນວຍຄວາມສະດວກ ນັ້ນແມ່ນລວມມີຄວາມສາມາດໃນການເຂົ້າເຖິງເອກະສານຕ່າງໆທີ່ກ່ຽວຂ້ອງ ແລະ ບັນດາຂໍ້ມູນຕ່າງໆ ທີ່ຈຳເປັນໃນການສືບສວນສອບສວນ (ມາດຕາ 12).

j) ໃຫ້ການຮັບປະກັນບໍ່ໃຫ້ຜູ້ທີ່ຕ້ອງສົງໃສວ່າເປັນຜູ້ກະທຳຜິດນັ້ນໄດ້ໃຊ້ອິດຕິພົນນາບຄູ່ການດຳເນີນການສືບສວນສອບສວນດ້ວຍການໃຊ້ວິທີການຂົ່ມຂູ່ ຫຼື ກົດດັນ ຫຼື ຈະແກ້ແຄ້ນຜູ້ທີ່ໃຫ້ຂໍ້ມູນ, ພະຍານ, ຍາດທີ່ພີ່ນ້ອງ ຂອງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ, ຕົວແທນແລະ ຜູ້ທີ່ເຂົ້າຮ່ວມໃນການສືບສວນສອບສວນ (ມາດຕາ 12).

k) ບໍ່ໃຫ້ທຳການກັກຂັງໃນສະຖານທີ່ທີ່ປິດລັບ ແລະ ໃຫ້ການຮັບປະກັນວ່າຜູ້ທີ່ຖືກຕັດອິດສະຫລະພາບນັ້ນ ຖືກກັກຂັງໃນສະຖານທີ່ຂອງທາງການທີ່ເປີດເຜີຍ ແລະ ສາມາດກວດສອບໄດ້ ແລະ ຮັບປະກັນວ່າ ຜູ້ທີ່ຖືກກັກຂັງນັ້ນໄດ້ຮັບການເບິ່ງແຍງດູແລຢ່າງເໝາະສົມ (ມາດຕາ 17).

ສິດທິຂອງຜູ້ຖືກເຄາະຮ້າຍ

ເນື້ອໃນອັນສຳຄັນທີ່ສຸດທີ່ກຳນົດໃນສັນທິສັນຍາກໍ່ແມ່ນຢູ່ໃນມາດຕາ 24 ທີ່ກຳນົດນິຍາມ “ຜູ້ເຄາະຮ້າຍ” ວ່າເປັນຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ ແລະ ຜູ້ໃດໜຶ່ງທີ່ໄດ້ຮັບຜົນກະທົບໂດຍກົງຈາກການຖືກບັງຄັບໃຫ້ຫາຍສາບສູນ-ສົນທິສັນຍາຍັງໄດ້ກຳນົດເນື້ອໃນກ່ຽວກັບສິດທິຂອງຜູ້ທີ່ຖືກເຄາະຮ້າຍຄື:

a) ໄດ້ຮັບຮູ້ຄວາມເປັນຈິງກ່ຽວກັບສະພາບການຂອງຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນ, ຄວາມຄືບໜ້າ ແລະ ຜົນຂອງການສືບສວນສອບສວນພ້ອມທັງຂໍ້ມູນກ່ຽວກັບຜູ້ທີ່ຖືກບັງຄັບໃຫ້ຫາຍສາບສູນນັ້ນວ່າເປັນ ແນວໃດ;

b) ໄດ້ຮັບການຢຽວຢາຢ່າງທັນການ, ເປັນທຳ, ແລະ ພໍພຽງ

ອາດສະຍາກຳສາກົນ

ມາດຕາ 5 ຂອງສົນທິສັນຍາວ່າດ້ວຍການປົກປ້ອງບຸກຄົນຈາການຖືກບັງຄັບໃຫ້ຫາຍສາບສູນກຳນົດວ່າ ການດຳເນີນການບັງຄັບໃຫ້ຫາຍສາບສູນທີ່ເປັນລັກສະນະແບບມີການວາງແຜນ ຫຼື ເປັນລະບົບນັ້ນແມ່ນຖືວ່າເປັນ ອາດສະຍາກຳການຕ້ານມວນມະນຸດທີ່ກຳນົດໃນກົດໝາຍສາກົນ ແລະ ຕ້ອງໄດ້ຖືກດຳເນີນຄະດີພາຍໃຕ້ກົດໝາຍ ສາກົນທີ່ກ່ຽວຂ້ອງດັ່ງກ່າວ.

ດັ່ງນັ້ນໃນກໍລະນີທີ່ເກີດມີການບັງຄັບໃຫ້ຫາຍສາບສູນທີ່ເປັນລັກສະນະແບບມີການວາງແຜນ ຫຼື ເປັນລະ ບົບຕໍ່ປະຊາຊົນພົນລະເຮືອນໂດຍຕົງ, ຜູ້ທີ່ດຳເນີນການນັ້ນແມ່ນຕ້ອງໄດ້ຖືກດຳເນີນຄະດີຕາມຫຼັກການທາງອາຍາ ວ່າດ້ວຍຄວາມຮັບຜິດສ່ວນບຸກຄົນຢູ່ທີ່ສານລະຫວ່າງປະເທດເຊັ່ນ: ສານອາຍາສາກົນ.

 ການຖືກບັງຄັບໃຫ້ຫາຍສາບສູນແມ່ນເປັນການກະທຳຜິດຕໍ່ສິດທິມະນຸດດ້ານຕ່າງໆ

ການຖືກບັງຄັບໃຫ້ຫາຍສາບສູນແມ່ນເປັນການລະເມີດສິດທິມະນຸດຫຼາຍຢ່າງເຊັ່ນ: ສິດທິດ້ານຄວາມ ປອດໄພຂອງບຸກຄົນ, ສິດທິທີ່ຈະໄດ້ຮັບການປົກປ້ອງຕາມກົດໝາຍ, ສິດທິທີ່ປາດສະຈາກການຖືກກັກຂັງແບບບໍ່ມີ ເຫດຜົນ, ສິດທິທາງກົດໝາຍຂອງມະນຸດ, ແລະ ສິດທິຈາກການບໍ່ຖືກທໍລະມານ ຫຼື ຈາກການກະທຳທີ່ໄຮ້ມະນຸດ ສະທຳ ຫຼື ການເຮັດໃຫ້ເສື່ອມເສຍກຽດສັກສີຄວາມເປັນມະນຸດເຊິ່ງລວມທັງສິດທິທີ່ໄດ້ຮັບການປົກປ້ອງ ຈາກການ ຂົ່ມຂູ່ເອົາຊີວິດ.

ສິ່ງທີ່ກ່າວມານີ້ແມ່ນໝາຍຄວາມວ່າປະເທດທີ່ຍັງບໍ່ທັນໄດ້ເປັນພາຄີຂອງສົນທິສັນຍາວ່າດ້ວຍການປົກ ປ້ອງບຸກຄົນຈາການຖືກບັງຄັບໃຫ້ຫາຍສາບສູນກໍ່ແມ່ນຈະມີຄວາມຮັບຜິດຊອບຕໍ່ບັນຫາທີ່ເກີດຂື້ນພາຍໃຕ້ສົນທິສັນ ຍາສະບັບອື່ນໆ ຫຼື ກົດໝາຍສາກົນຕ່າງໆທີ່ປະເທດດັ່ງກ່າວໄດ້ເປັນພາຄີເຊັ່ນ: ສັນທິສັນຍາສາກົນວ່າດ້ວຍສິດ ທິທາງການເມືອງ ແລະ ພົນລະເຮືອນ, ສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ແລະ ການກະທຳທີ່ໄຮ້ມະ ນຸດສະທຳອື່ນໆ ຫຼື ການກະທຳທີ່ເຮັດໃຫ້ເສື່ອມເສຍກຽດສັກສີ ຫຼື ການລົງໂທດທີ່ບໍ່ເປັນທຳ.

ໝ່ວຍງານທີ່ເຮັດໜ້າທີ່ກ່ຽວກັບບັນຫາການຖືກບັງຄັບໃຫ້ຫາຍສາບສູນ

ຢູ່ໃນສຳນັກງານອົງການສະຫະປະຊາຊາດໝ່ວຍງານທີ່ເຮັດໜ້າທີ່ກ່ຽວກັບບັນຫາການຖືກບັງຄັບໃຫ້ ຫາຍສາບສູນແມ່ນໄດ້ຮັບການສ້າງຕັ້ງຂື້ນໃນປີ 1980 ເຊິ່ງມີພັນທະໜ້າທີ່ປ່ຽນໄປຕາມສະພາບການເລື້ອຍໆ ດ້ວຍເຫດຜົນທີ່ຈະໃຫ້ການຊ່ວຍເຫຼືອແກ່ບັນດາຄອບຄົວຜູ້ເຄາະຮ້າຍຢ່າງເໝາະສົມ. ຄອຍຄົວຜູ້ທີ່ຖືກເຄາະຮ້າຍ ແມ່ນສາມາດນຳໃຊ້ໝ່ວຍງານທີ່ເຮັດໜ້າທີ່ກ່ຽວກັບບັນຫາການຖືກບັງຄັບໃຫ້ຫາຍສາບສູນນັ້ນໃນການເປັນຕົວ ແທນດຳເນີນການກັບລັດຖະບານຂອງຕົນໄດ້.

ໝ່ວຍງານທີ່ເຮັດໜ້າທີ່ກ່ຽວກັບບັນຫາການຖືກບັງຄັບໃຫ້ຫາຍສາບສູນຈະຮັບຄະດີຈາກທຸກທປະເທດ ແລະ ກໍ່ບໍ່ຈຳເປັນຕ້ອງໄດ້ຜ່ານຂະບວນການດຳເນີນງານພາຍໃນປະເທດກ່ອນ. (ຜູ້ເຄາະຮ້າຍ ຫຼື ຄອບຄົວຜູ້ທີ່ຖືກ ເຄາະຮ້າຍແມ່ນບໍ່ຈຳເປັນຕ້ອງໄປຜ່ານຂະບວນການຍຸຕິທຳຂອງປະເທດຕົນ, ແຕ່ສາມາດຂໍຄວາມຊ່ວຍເຫຼືອໂດຍ ຕົງໄດ້ຈາກໝ່ວຍງານທີ່ເຮັດໜ້າທີ່ກ່ຽວກັບບັນຫາການຖືກບັງຄັບໃຫ້ຫາຍສາບສູນ)

ມາຮອດປີ 2014  ອົງການສະຫະປະຊາຊາດໄດ້ດຳເນີນງານ ແລະ ຮັບຄະດີໄປແລ້ວ 43,250 ຄະດີ ທີ່ກ່ຽວກັບການຖືກບັງຄັບໃຫ້ຫາຍສາບສູນຈາກ 88 ປະເທດທົ່ວໂລກ.

ຂໍ້ມູນເພີ່ມເຕີມສາມາດຫາໄດ້ທີ່:

  • ສົນທິສັນຍາວ່າດ້ວຍການປົກປ້ອງບຸກຄົນຈາການຖືກບັງຄັບໃຫ້ຫາຍສາບສູນ:

http://www.ohchr.org/EN/ProfessionalInterest/Pages/IntConventionEnforcedDisappearance.aspx

  • ເວບໄຊຂອງໝ່ວຍງານທີ່ເຮັດໜ້າທີ່ກ່ຽວກັບບັນຫາການຖືກບັງຄັບໃຫ້ຫາຍສາບສູນ:

http://www.ohchr.org/EN/Issues/Disappearances/Pages/DisappearancesIndex.aspx

  • ການເຂົ້າເປັນພາຄີຂອງສົນທິສັນຍາວ່າດ້ວຍການປົກປ້ອງບຸກຄົນຈາການຖືກບັງຄັບໃຫ້ຫາຍສາບສູນ CPED:

http://treaties.un.org/Pages/ViewDetails.aspx?src=TREATY&mtdsg_no=IV-16&chapter=4&lang=en

    • ລະບຽບການຂອງການຈັດຕັ້ງປະຕິບັດເລກທີ 09 ຂອງຄະນະກຳມາທິການກົດໝາຍສາກົນ, ການຖືກບັງ ຄັບ ໃຫ້ຫາຍສາບສູນ ແລະ ການດຳເນີນການວິສາມັນຄາດຕະກຳ: ການສືບສວນສອບສວນ ແລະ ການລົງໂທດ:

http://www.icj.org/enforced-disappearance-and-extrajudicial-execution-investigation-and-sanction-icj-practitioners-guide-no-9-now-also-in-english/

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.