ແດ່ ສົມບັດ… ຈາກ ບຣິດເຈັດ ຊີ

​ເຖິງ​ສົມບັດ,

ຈົດໝາຍ​ນີ້​ຂ້ອຍ​ຮ່າງ​ຂື້ນ​ຫຼາຍ​ຄັ້ງ​ໃນຄວາມ​ຄິດ​ຂອງ​ຂ້ອຍ. ມັນ​ເປັນ​ຈົດໝາຍ​ທີ່​ຂຽນ​ຍາກ, ຂ້ອຍ​ຢາກ​ບອກ​ເຈົ້າ​ດ້ວຍ​ໂຕຂ້ອຍ​ເອງ​ຖ້າ​ເປັນ​ໄປ​ໄດ້. ຂ້ອຍ​ບໍ່​ຈື່​ ວ່າ​ເຮົາ​ພົບ​ກັນ​ຄັ້ງ​ທຳ​ອິດ​ຕອນ​ໃດ,​​ ​ແຕ່​ຂ້ອຍ​ຈື່​ວ່າ​ເຮົາ​ນັ່ງ​ກິນ​ກາ​ເຟນຳ​ກັນ​ຫຼາຍ​ເທື່ອ​ຢູ່​ລະບຽງ​​ແຄມ​ທະ​ເລຢູ່​ທີ່​ພັກຂອງ​ຊຸຍ​ມິ​ງທີ່​​ເມືອງດິລີ (Dili) ​ເຊິ່ງ​ເປັນ​ບ່ອນ​ທີ່​ເຈົ້າ​ແລກປ່ຽນ​ພູມ​ປັນຍາ​ຂອງ​ເຈົ້າ​ໃຫ້​ຂ້ອຍ​ຟັງ​. ​ເຈົ້າ​ເລົ່າ​ໃຫ້​ຟັງ​ກ່ຽວ​ກັບສູ​ນປາ​ແດກ (PADETC) ​ແລະ ວຽກ​ງານ​ທີ່​ເຈົ້າ​ໄດ້​ເຮັດ​ຜ່ານ​ມາ. ຮອຍ​ຍິ້ມທີ່​ສະຫງົບ​​ ​- ​​​ແບບຄລາສິກ ສົມບັດ​ໃນ​ມາດ​​ສຸຂຸມ- ສື່​ໃຫ້​ເຫັນ​ເຖິງ​ຄວາມ​ອ່ອນ​ໂຍນ​ ​ແຕ່​ເຕັມ​ປ່ຽມ​ດ້ວຍຄວາມ​​ໜັກ​ແໜ້ນ​​ຂອງ​ເຈົ້າ​ທີ່​ມີ​ຕໍ່​ມຸມ​ມອງ​ກ່ຽວ​ກັບ​ຊີວິດ. ​ຕອນ​ນັ້ນລົມ​ຈາກ​ທະ​ເລ​ໄດ້​ພັດ​​ເອົາຊາຍ​ມາ​ຕິດ​ຢູ່​ປາກ​ຂອງ​ພວກ​ເຮົາ ຈື່​ໄດ້ວ່າ​ຕອນ​ນັ້ນເຈົ້າກຳລັງ​ນັ່ງ​ຮ່າງ​ແນວ​ຄິດ​ກ່ຽວ​ກັບ​ຄວາມສຸກ: ຫຼັງຄາ​ຂອງ​ຄວາFour Pillarsມສຸກ​ຕ້ອງ​ຢູ່​ເທິງ​ເສົາ​ຂອງ​ຈິດ​ໃຈ, ​ເສດຖະກິດ, ວັດທະນະທຳ, ​ແລະ ສິ່ງ​ແວດ​ລ້ອມ ​ໂດຍ​ມີ​ພື້ນຖານ​ສະ​ໜັບສະ​ໜູນ​​​ແມ່ນ​ການ​ສຶກສາ, ​ແນວ​ຄິດ​ນີ້​ເຮັດ​ໃຫ້​ເຈົ້າ​ໄດ້​ອຸທິດ​ຊີວິດ​ທີ່​ເຫຼືອ​ໃຫ້​ກັບ​ເພື່ອ​ນຮ່ວມ​ຊາດ​ລາວ​ຂອງ​ເຈົ້າ ​ເຊິ່ງ​ເຈົ້າກໍ​ໄດ້​ຮັບ​ໂອກາດ​ນັ້ນ. ​ເຈົ້າ​ເປັນຄົນ​ຂອງ​ແຜ່ນດິນ. ສິ່ງ​​ເຫຼົ່າ​ນີ້ ຊາວຕິ​ມໍ (Timorese) ສາມາດ​ຮັບ​ຮູ້​ໄດ້ທຸ​ກຄັ້ງ​ທີ່​ເຈົ້າ​ມາ​ຢາມ​ພວກ​ເຮົາ​ທີ່​ດິລີ (Dili). ຂ້ອຍ​ເປັນ​ລູກສິດ​ທີ່​​ໄດ້​ຮັບ​ສິດທິ​ພິ​​ເສດ ​ໂຊກ​ດີ​ທີ່​ຂ້ອຍ​ເປັນ​ຄົນ​ເປີດ​ຫູ ​​ແລະ ​ເປີດ​ໃຈ, ຂອບ​ໃຈ​ທີ່​ສຸດ.

ຫຼັງ​ຈາກ​ນັ້ນ ຂ້ອຍ​ໄດ້​​ເດີ​ນທາງ​ໄປ​ຢູ່​ປະ​ເທດ​ລາວ​ໜຶ່ງ​ເດືອນ ​ເພື່ອ​ສ້າງ​ສື່​ກ່ຽວ​ກັບ​ວຽກ​ງານ​ຂອງ​ສູນ​ປາ​ແດກ (PADETC) ​ເຊິ່ງ​ເປັນ​ໂອກາດ​ທີ່​ຂ້ອຍ​ໄດ້​​ເຂົ້າ​ໃຈ​ກ່ຽວ​ກັບປັດ​ສະຍາ​ຂອງ​ເຈົ້າ​ເລິກ​ເຊິ່ງຂື້ນ. ​ເລື່ອງ​ພູມ​ປັນຍາ​ທ້ອງ​ຖິ່ນ ​ເຈົ້າ​ໄດ້​ສົ່ງ​ເສີມ​​​​ໃນ​ສິ່ງ​ທີ່​ຈະ​ຊ່ວຍ​ໃຫ້​ຊຸມ​ຊົນໜຶ່ງໆ ພັດທະນາ​ຕົນ​ເອງ​ໄປ​ສູ່​ຄວາມ​ຍືນ​ຍົງ. ຂ້ອຍ​​ເຫັນ​ໃບ​ໜ້າຍີ້ມ​ແຍ້ມ​ເຈົ້າ​ແຈ່ມ​ໃສ​ຢ່າງ​ພາກພູມ​ໃຈ​​ໃນ​ຕອນ​ທີ່​ເຈົ້າ​ແນະນຳ​​ໃຫ້​ຮູ້ຈັກ​ກັບພະນັກງານ​ຄົນ​ຮຸ້ນ​ໃໝ່ ​ແລະ ອາສາ​ສະໝັກ​ໄວ​ໜຸ່ມ​ຂອງ​ເຈົ້າ. ພວກ​ເຂົາ​ແມ່ນ​ບັນດາ​ບຸກຄົນ​ທີ່​ເຈົ້າມີ​ຄວາມ​ຫວັງ​ວ່າ​ຈະ​ສາມາດ​ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ບ່ອນ​ທີ່​ໜ້າ​ຢູ່​ຫຼາຍ​ຂື້ນ.

​ແຕ່​ວ່າ​ມັນ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ເວົ້າ​ໄວ້​ສະ​ເໝີ​ໄປ. ຢູ່​ເຮືອນ​ຂອງ​ເຈົ້າ​ຂ້ອຍ​ເຄີຍ​ນັ່ງ​ຢູ່​ໂອນ​ຊາ​ເກົ່າໆ ​ແລະ​ຫັນ​ໜ້າ​ໄປ​ຫາ​ແມ່​ນ້ຳຂອງ ພ້ອມ​ທັງ​ເບິ່ງ​​ເພື່ອນ​ບ້ານ​ຂອງ​ເຈົ້າ​ກຳລັງ​ຫວ່ານ​ແຫ​ຈັບ​ປາ​ຢູ່​ທ່າມກາງ​ແສງ​ອາທິດ​ກຳລັງ​ຕົກ​ດິນ, ​ເຈົ້າ​​ເລົ່າ​ເຖິງ​ນ້ອງ​ທີ່​ເຈົ້າ​ເຄີຍ​ລ້ຽງດູ ​ແລະ​ຊ່ວຍ​ເຫຼືອ​ມາ. ​ເຈົ້າ​ເລົ່າ​ເຖິງຊີວິດ​ຂອງ​ເຈົ້າ​ຕອນ​ຢູ່ອີສ​ເວສ​ເຊັນ​ເຕີ (East West Centre) ​ເຊິ່ງ​ເປັນ​ບ່ອນທີ່​ຂ້ອຍ​ເອງ ຄັ້ງ​ໜຶ່ງກໍ​ເຄີຍ​ໄປ​ຮຽນ​ຢູ່​ທີ່​ນັ້ນ​ຄື​ກັນ. ຢູ່​ສະ​ຖານ​ທີ່​ດັ່ງກ່າວ ​ທີ່​ເຈົ້າ​ໄດ້​ພົບ​ກັບ​ຊຸ​ຍມິ​ງ ​ແລະ ຕົກ​ຫຼຸມ​ຮັກ​ກັບ​ລາວ. ​ເມື່ອ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ທັງ​ສອງ​ຢູ່​ນຳ​ກັນ ຂ້ອຍ​ມັກ​ຈະ​ເວົ້າ​ຢອກ​ເລື່ອງ​ຜົມຫງອກຂອງ​ພວກ​ເຈົ້າທັງ​ສອງ ​ແລະ ຢອກ​ກັນ​ໄປ​ມາ ​ແລະ ຊຸຍ​ມິ​ງສະ​ແດງ​ອອກ​ດ້ວຍ​ຄວາມ​ຮັກ​​. ​ຕອນ​ທີ່​ລູກ​ຊາຍ​ຂອງ​ຂ້ອຍ​ໄດ້​ພົບ​ກັບ​ພວກ​ເຈົ້າ​ສອງ​ຄົນ​ຢູ່​ທີ່ສວນ​ລາບຣາດໍ​ (Labrador Park) ທີ່​ສິງກະ​ໂປ, ລາວ​ເອີ້ນ​ເຈົ້າ​ວ່າ “ລຸງ ຊົມ​ບັດ (Uncle Zombat)” ​ແລະ ​ເມຍ​ຂອງ​ເຈົ້າ “ປ້າ​ວໍ​ເຕີ (auntie Water).” ພວກ​ເຮົາ ​ຕົບ​ທ້າຍ​ການ​ທ່ຽວ​ຂອງ​ເຮົາ​ດ້ວຍ​ກະ​ແລ້​ມ ທີ່​ເປັນ​ນ້ຳ​ແຂັງ​ແຫ້ງ​ນຸ້ມໆ​ແຕ່​ມີ​ສີສັນ ​ແລະ ພວກ​ເຮົາ​ກໍ​ສັນຍາ​ວ່າ​ຈະ​ມາ​ພົບ​ກັນ​ອີກ. ຄຳ​ສັນຍາ​ນັ້ນ​ຍັງ​ຄົງ​ຢູ່. ພວກ​ເຂົາ​ອະທິຖານ​ວ່າ​ລຸງ​ຊົມ​ບັດ (Zombat) ຈະ​ກັບ​ມາ​ບ້ານ ​ປ້າ​ວໍ​ເຕີ​ຈະ​ບໍ່​ໄດ້​ຮ້ອງ​ໄຫ້​ອີກ​ຕໍ່​ໄປ. ພວກ​ເຮົາ​ຮັກ​ເຈົ້າ, ສົມບັດ.

ດ້ວຍ​ຄວາມ​ນັບຖື​ຢ່າງ​ສູງ,

ບຣິດ​ເຈດ, ນໍ​ແມນ & ​ເວລ (Bridgette, Norman & Val)

 

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.