ຮັກສາວິໄສທັດຂອງສົມບັດໃຫ້ຍັງມີຊີວິດຢູ່

ບົດກ່າວຂອງ ທ່ານນາງ ອຶ້ງ ຊຸຍມິງ ທີ່ກອງປະຊຸມອາຊີເອີຣົບຄັ້ງທີ 10 (10th Asia-Europe People’s Forum)

ເມືອງມິລານ, ປະເທດອີຕາລີ, ລະຫວ່າງວັນທີ 10-12 ຕຸລາ 2014

“ເພື່ອກ້າວໄປສູ່ການ​ເປັນອາຊີ ແລະ ເອີຣົບທີ່ມີຄວາມຍຸດຕິທຳ ແລະ ມີການມີສ່ວນຮ່ວມ ຂອງ​ປະຊາຊົນ​ເພື່ອ​ປະຊາ​ຊົນ”

Shui Meng-AEPF10ສອງປີກ່ອນນີ້ ທີ່ກອງປະຊຸມ ພາກ ປະຊາສັງຄົມ (AEPF) ສົມບັດ ສົມພອນຜູ້ເປັນສາມີຂອງຂ້າພະເຈົ້າ ໄດ້ເຮັດໜ້າທີ່ເປັນໜຶ່ງໃນຄະນະຜູ້ຈັດ ກອງປະຊຸມລະດັບຊາດ ລາວໄດ້ຮັບ ກຽດຂື້ນກ່າວໃນພິທີເປີດຂອງ ກອງປະຊຸມດັ່ງກ່າວໃນນະຄອນຫຼວງ ວຽງຈັນ, ປະເທດລາວ. ຕອນນັ້ນ ລາວທັງຮູ້ສຶກດີໃຈ ແລະ ຕື່ນເຕັ້ນ ລາວໃຊ້ເວລາຫຼາຍເດືອນເພື່ອ ກະກຽມດ້ວຍຄວາມເຄັ່ງຄຽດເຄັ່ງຕິງ. ກອງປະຊຸມດັ່ງກ່າວໄຂຂື້ນໂດຍ ແມ່ນທ່ານຮອງນາຍຍົກລັດຖະມົນຕີເປັນຜູ້ກ່າວເປີດ. ຄັ້ງນັ້ນມີຜູ້ເຂົ້າຮ່ວມຈຳນວນບໍ່ຕຳ່ກວ່າ 1,000 ຄົນ ທີ່ເປັນທັງຕົວແທນຂອງກຸ່ມພາກປະຊາສັງຄົມ ແລະ ອົງກອນຕ່າງໆທົ່ວພາກພື້ນອາຊີ ແລະ ເອີຣົບ. ໃນຖານະ ເປັນຄົນລາວ ສົມບັດຮູ້ສຶກພາກພູມໃຈທີ່ປະ ເທດຂອງຕົນເອງສາມາດຫຼີ້ນບົດບາດເປັນເຈົ້າພາບກອງປະຊຸມ ພາກປະຊາສັງຄົມທີ່ຍິ່ງໃຫຍ່ດັ່ງກ່າວ.

ຫຼັງຈາກນັ້ນໃນໄລຍະວັນທີ 16-19 ຕຸລາ ໃນກອງປະຊຸມເຕັມໄປດ້ວຍຄວາມຂຸ້ນຂ້ຽວໃນການສົນທະນາ, ການໂຕ້ວາທີ, ການແບ່ງປັນ, ແລະ ແລກປ່ຽນບົດຮຽນເລື່ອງຄວາມທ້າທາຍ ແລະ ປະເດັນທົ່ວໄປກ່ຽວກັບ ຄວາມທຸກຍາກ, ບັນຫາສັງຄົມ, ຄວາມບໍ່ເທົ່າທຽມກັນ, ໜີ້ສິນ, ແລະ ໄພວ່າງງານ ທີ່ປະຊາຊົນທົ່ວໄປໃນປະເທດ ທັງໃນອາຊີ ແລະ ເອີຮົບໄດ້ພົບພໍ້. ກອງປະຊຸມມີບັນຍາກາດຟົດຟື້ນມີຊີວິດຊີວາ ແລະ ສ້າງສັນ ຜູ້ເຂົ້າຮ່ວມຕ່າງຫ້າວ ຫັນສະແດງຄວາມຄິດເຫັນ ແລະ ປະສົບການຂອງຕົນ ແລະ ເຮັດວຽກໜັກເພື່ອນຳສະເໜີອອກມາເປັນ “ວິໄສທັດຂອງປະຊາຊົນ” ເຊິ່ງເປັນທັງການແບ່ງປັນຄວາມຫວັງ ແລະ ແຮງບັນດານໃຈ ໃນຕອນທ້າຍໄດ້ຖືກນຳໄປ ຮຽບຮຽງເປັນຖະແຫຼງການຂອງກອງປະຊຸມ AEPF9 ສຳລັບນຳສະເໜີໃຫ້ກອງປະຊຸມຜູ້ນຳລະດັບສູງຂອງ ປະເທດຕ່າງໆ ໃນກອງປະຊຸມ ASEM ເພື່ອວິເຄາະ ແລະ ພິຈາລະນາການນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າ.

aepf10logoຄະນະຈັດງານລະດັບສາກົນຍອມຮັບວ່າ ກອງປະຊຸມ AEPF9 ເປັນໜຶ່ງໃນບັນດາກອງປະຊຸມພາກປະຊາຊົນ ທີ່ໄດ້ຮັບຜົນ ສຳເລັດທີ່ສຸດເທົ່າທີ່ເຄີຍມີມາ. ຫຼັງຈາກກອງປະຊຸມໄດ້ປິດລົງ ຜ່ານໄປສອງເດືອນ ວັນທີ 15 ທັນວາ 2012 ສົມບັດ ສົມພອນໄດ້ ຫາຍຕົວໄປ. ລາວຖືກພົບເຫັນຄັ້ງສຸດທ້າຍຢູ່ທີ່ປ້ອມຕຳຫຼວດ ໃນນະຄອນຫຼວງວຽງຈັນ ໂດຍລາວຖືກ ຕຳຫຼວດເອີ້ນໃຫ້ຢຸດລົດ ແລະ ຖືກເອົາຕົວໄປໂດຍລົດກະບະຂາວຄັນໜຶ່ງ ເຫດການທັງໝົດທີ່ເກີດ ຂື້ນແມ່ນຖືກບັນທຶກໄວ້ໃນກ້ອງ ວົງຈອນປິດຂອງນະຄອນຫຼວງ ແລະໄດ້ມີການນຳໄປເຜີຍແຜ່ ເທິງອິນເຕີເນັດ (Youtube).

ການຫາຍຕົວໄປຂອງສົມບັດໄດ້ສ້າງຄວາມສັ່ນສະເທືອນໃຈໃຫ້ກັບວົງການນັກພັດທະນາໃນອາຊີ ແລະ ພາກພື້ນອື່ນໆ ແລະ ເຫດການການຫາຍຕົວໄປຍັງຖືກລາຍງານໂດຍແຫຼ່ງຂ່າວອັນດັບຕົ້ນໆ ທັງໃນສື່ສິ່ງພິມ ແລະ ໂທລະທັດ.

ສົມບັດ ສົມພອນ ເປັນຜູ້ນຳພາພາກປະຊາສັງຄົມ ແລະ ວົງການນັກພັດທະນາຄົນລາວທີ່ໄດ້ຮັບ ຄວາມເຄົາລົບ ນັບຖືທີ່ສຸດໃນປະເທດລາວ ແລະ ພາກພື້ນອາຊີ. ຄວາມເສຍສະຫຼະ ແລະ ຄວາມເປັນຜູ້ນຳໃນວຽກງານພັດທະນາ ຊຸມຊົນ ແລະ ພັດທະນາໄວໜຸ່ມ ຜູ້ທີ່ໄດ້ເຮັດວຽກມາກວ່າ 30 ປີເຮັດໃຫ້ລາວໄດ້ຮັບລາງວັນຣາມອນແມັກໄຊໄຊ (Ramon Magsaysay) ໃນປີ 2005 ເຊິ່ງເປັນ ລາງວັນທີ່ມີກຽດສະຫງ່າທຽບເທົ່າກັບລາງວັນໂນເບລ (Nobel Prize).

ຫຼັງຈາກເຫດການການຫາຍຕົວໄປຂອງສົມບັດ, ຜູ້ນຳລັດຖະບານຫຼາຍປະເທດໃນທົ່ວອາຊີ ແລະ ເອີຣົບ ລວມທັງ ຜູ້ຕາງໜ້າອົງການພັດທະນາສາກົນ ແລະ ສິດທິມະນຸດ ໄດ້ສະແດງຄວາມເປັນກັງ ວົນແລະ ຮ້ອງຂໍໃຫ້ໜ່ວຍງານ ຂອງລັດຖະບານລາວດຳເນີນການສືບສວນ ສອບສວນຢ່າງເປັນລະ ບົບຖ່ອງເຖິງແລະ ໂປ່ງໃສ ເພື່ອຊອກຫາສົມບັດ ແລະ ນຳເອົາລາວກັບຄືນຫາຄອບຄົວຢ່າງປອດໄພ. ຄອບຄົວຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງກໍໄດ້ຂຽນໃບຮ້ອງ ທຸກຫຼາຍສະບັບສົ່ງໃຫ້ກັບບັນດາຜູ້ນຳຂອງລາວ ເພື່ອໃຫ້ຊ່ວຍນຳໃຊ້ທຸກອຳນາດ ແລະເຕັກນິກວິທີທາງທີ່ມີເພື່ອ ສະສາງຄະດີດັ່ງກ່າວ. ປະເທດລາວໄດ້ລົງນາມ ໃນອະນຸສັນຍາລະຫວ່າງປະເທດວ່າດ້ວຍການຄຸ້ມຄອງ ບໍ່ໃຫ້ບຸກຄົນສູນຫາຍໂດຍບໍ່ສະໝັກໃຈ (UN Convention Against Enforced and Involuntary Disappearances), ແລະ ດ້ວຍເຫດນີ້ຈຶງມີຄວາມຈຳເປັນທີ່ຕ້ອງໄດ້ດຳເນີນການຕາມທີ່ໄດ້ລົງນາມໄວ້ ກໍຄືດຳເນີນການຊອກ ຫາສົມບັດຢ່າງຮີບດ່ວນ, ມີຄວາມຮັບຜິດຊອບ, ແລະ ໂປ່ງໃສ.

ປະຈຸບັນ ຜ່ານໄປແລ້ວເກືອບສອງປີ ຂ້າພະເຈົ້າຍັງບໍ່ໄດ້ຮັບຂ່າວຄາວໃດໆ ກ່ຽວກັບສົມບັດເລີຍ ລັດຖະບານລາວ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະດຳເນີນການສືບສວນສອບສວນ ແຕ່ຈົນຮອດທຸກມື້ນີ້ ເຈົ້າໜ້າທີ່ຍັງເວົ້າຄຳເກົ່າຊ້ຳໆ ອີກວ່າ ຍັງບໍ່ເຫັນຮ່ອງຮອຍຂອງສົມບັດ ຫຼື ຜູ້ທີ່ຢູ່ເບື້ອງຫຼັງເລີຍ. ຂ້າພະເຈົ້າ ມາຮອດທຸກມື້ນີ້ຍັງຄົງສະເທືອນໃຈກັບ ສິ່ງທີ່ເກີດຂື້ນ ແລະ ຍັງຄົງສືບຕໍ່ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວ ດຳເນີນການສືບສວນສອບສວນ ແລະຊອກຫາສົມບັດ.

ຕະຫຼອດໄລຍະສອງປີນີ້ ຂ້ອຍຍັງຄົງພະຍາຍາມຊອກຫາຄວາມເຊື່ອມໂຍງວ່າເກີດຫຍັງຂື້ນ ແມ່ນຫຍັງແລະແມ່ນ ໃຜທີ່ເຮັດໃຫ້ສົມບັດຫາຍຕົວໄປ. ໄລຍະສອງປີນີ້ ຂ້ອຍຖາມຕົນເອງຊໍ້າໆ ວ່າສົມບັດລາວກະຕືລືລົ້ນ ແລະ ຫ້າວຫັນ ເກີນໄປບໍໃນການວາງແຜນ ແລະ ຈັດກອງປະຊຸມ AEPF ແລະ ການສົນທະນາກ່ຽວກັບສິດທິຂອງປະຊາຊົນໃນ ກອງປະຊຸມຫັ້ນບໍ ທີ່ເຮັດໃຫ້ສົມບັດຕ້ອງຫາຍຕົວໄປ? ລາວບັງເອີນໄປບຽດບຽນນັກການເມືອງຄົນໃດຄົນໜຶ່ງບໍ ຈາກການທີ່ລາວພະຍາຍາມເປີດແລະຂະຫຍາຍພື້ນທີ່ໃຫ້ພາກປະຊາສັງຄົມໄດ້ເຂົ້າມາມີສ່ວນຮ່ວມ ເຊິ່ງອາດຈະເຮັດ ໃຫ້ກຸ່ມຄົນມະຫາອຳນາດບາງກຸ່ມບໍ່ພໍໃຈບໍ? ແນວໃດກໍຕາມ, ຈາກທີ່ຂ້າພະເຈົ້າເຂົ້າໃຈ ກອງປະຊຸມ AEPF ຄວນຈະເປັນພື້ນທີ່ປອດໄພສຳລັບການສົນທະນາແບບເປີດ ແລະເປັນການສົນທະນາທີ່ມີເປົ້າໝາຍເພື່ອໃຫ້ ເກີດການປັບປ່ຽນທີ່ດີຂື້ນ, ແລະ ລັດຖະບານຜູ້ເປັນເຈົ້າພາບຄວນຈະເປັນຜູ້ທີ່ມີໜ້າທີ່ຮັບຜິດຊອບປະກັນ ຄວາມປອດໄພດັ່ງກ່າວໃຫ້ກັບທຸກຄົນທີ່ເຂົ້າຮ່ວມ ສະນັ້ນເປັນຫຍັງການມີສ່ວນຮ່ວມຂອງສົມບັດກັບກອງປະຊຸມ AEPF ຈຶງຕ້ອງສົ່ງຜົນໃຫ້ລາວຖືກເອົາຕົວໄປ? ຂ້ອຍຍັງຄົງບໍ່ມີຄຳຕອບໃຫ້ກັບຄຳຖາມເຫຼົ່ານີ້.

ທົບທວນເບິ່ງເຫດການທີ່ນຳໄປສູ່ກອງປະຊຸມ AEPF9 ແລະ ການຫາຍຕົວໄປຂອງ ສົມບັດ, ຂ້ອຍຈື່ໄດ້ວ່າເຄີຍເຕືອນ ສົມບັດເຖິງຄວາມສ່ຽງທີ່ອາດຈະເກີດຂື້ນກັບຊີວິດຂອງລາວ ຈາກການທີ່ລາວເຂົ້າໄປມີສ່ວນຮ່ວມໃນການກະກຽມ ແລະ ວາງແຜນກອງປະຊຸມ AEPF. ຂ້ອຍ ເປັນກັງວົນໂດຍສະເພາະແນວຄິດທີ່ລາວສະເໜີວ່າຢາກໃຫ້ມີ ການສົນທະນາແບບເປີດເຜີຍ ແລະ ປຶກສາຫາລືກັບຊຸມຊົນໃນທົ່ວປະເທດ ທັ້ງໆ ທີ່ຮູ້ດີວ່າການສົນທະນາ ແບບດັ່ງກ່າວສາມາດນຳໄປສູ່ປະເດັນທີ່ລະອຽດອ່ອນເລື່ອງທີ່ດິນ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ແລະ ລວມທັງການຄ້າ ການລົງທຶນທີ່ມີຜົນກະທົບຕໍ່ວິຖີຊີວິດຂອງຄົນທ້ອງຖິ່ນ. ແຕ່ສົມບັດມັກຈະຕັດສິ່ງທີ່ຂ້ອຍເປັນກັງ ວົນອອກໄປ ລາວໝັ້ນໃຈວ່າກອງປະຊຸມ AEPF ຈະເປີດໂອກາດທີ່ແທ້ຈິງໃຫ້ຄົນລາວໄດ້ສະແດງ ຄວາມຄິດເຫັນ ທັງຜົນກະທົບໃນດ້ານບວກແລະລົບຂອງນະໂຍບາຍການພັດທະນາ ທີ່ມີຕໍ່ຊຸມຊົນ ຂອງພວກເຂົາ. ລາວຢືນຢັນວ່າ ການປຶກສາຫາລືໃນລະດັບທ້ອງຖິ່ນນີ້ບໍ່ໄດ້ມີເປົ້າໝາຍເພື່ອວິພາກວິ ຈານລັດຖະບານລາວ ຫຼື ລະບົບການເມືອງແຕ່ຢ່າງໃດ. ຄວາມຈິງແລ້ວ ສົມບັດມີຄວາມເຊື່ອໝັ້ນ ຈາກໃຈວ່າລັດຖະບານລາວ ແລະ ຜູ້ອອກນະໂຍບາຍຈະຍິນດີຮັບເອົາການມີສ່ວນຮ່ວມຢ່າງຫ້າວ ຫັນຂອງປະຊາຊົນ ແລະ ຂໍ້ສະເໜີແນະ​ທີ່​ເປັນ​ຮູບ​ປະ​ທຳ​ເພື່ອ​ຈະ​ນຳ​ໄປ​ປັບປຸງ​ບັນຫາໃຫ້​ດີ​ຂື້ນ. ລາວ​​ເວົ້າ​ດ້ວຍ​ຄວາມ​ໝັ້ນ​ໃຈ​ວ່າ ບັນດາ​ຜູ້​ຈັດ​ກອງ​ປະຊຸມ ​ເຊິ​ງກໍ​ລວມ​ທັງ​ຕົວ​ລາວ​ເອງ ​ໄດ້​ປຶກສາ​ຫາລື​ກັບ​ບັນດາ​ຜູ້​ຕາງໜ້າ​ລັດຖະບານ​ທີ່​ໄດ້​ຮັບ​ມອບ​ໜ້າ​ທີ່​ດູ​ແລກ​ອງປະຊຸມ AEPF ​ແລະ​ທຸກໆ ກິດຈະກຳ​ແມ່ນ​ໄດ້​ຮັບ​ການ​ອະນຸມັດ​ກ່ອນ​ທີ່​ຈະ​ຖືກ​ຈັດ​ຕັ້ງ​ປະຕິບັດ ​ສະ​ນັ້ນ ລາວ​ຈຶງແນ່ໃຈ​ວ່າ​ຕົນ​ເອງ​ບໍ່​ໄດ້​ເຮັດ​ຫຍັງ​ທີ່​​ຂັດຕໍ່​ລະບອບການ​ເມືອງ. ສົມບັດ ​ແລະ ຄູ່​ຮ່ວມງານ​ຈຳນວນ​ຫຼາຍ​ຮູ້ສຶກ​ພໍ​ໃຈ​ກັບ​ກະບວນ​ການປຶກສາ​ຫາລື​​ແບບມີສ່ວນຮ່ວມໃນລະດັບ​ທ້ອງ​ຖິ່ນ​ຂອງ​ລາວ ​ແລະ ຜົນ​ທີ່​ໄດ້​ຮັບ​ແມ່ນ​ໄດ້​ສັງລວມອອກມາເປັນ​ລາຍ​ງານ​​ໃນ​ບົດ​ກ່າວ​ເທິງເວທີຂອງ​ສົມບັດ ​ແລະ ​ໄດ້​ສະຫຼຸບອອກ​ມາ​ເປັນ​ຄວາມ​ຫວັງ​ຂອງ​ປະຊາຊົນ​ລາວ​ທີ່​ຢາກ​​ໃຫ້​ມີ​ລະບົບ​ການ​ປົກ​ຄອງ​ທີ່​ດີ​ຂື້ນ, ​ເສດຖະກິດ​ມີ​ການ​ຂະຫຍາຍຕົວ, ​ແລະ ສັງຄົມ​ມີ​ຄວາມ​ຍຸດຕິ​ທຳ​​ເພື່ອ​ກ້າວ​ໄປ​ສູ່ການ​ເປັນປະ​ເທດທີ່ເຕັມໄປດ້ວຍ “ຄວາມສຸກ” ສຳລັບ​ທຸກ​ຄົນ. ສົມບັດ ມີ​ມຸມມອງ​ໃນ​ແງ່​ບວກ ວ່າ​ຄວາມ​ທ້າ​ທາຍ ​ແລະ ວິ​ກິດ​ການ​ຫຼາຍໆ​ຢ່າງ​ໃນ​ລາວ ​ລາວ​ທັງ​ໃນ​ພາກ​ພື້ນ​ອາຊີ ​ແລະ​ເອີຣົບ ສາມາດ​ແກ້​ໄຂ​ໄດ້​ດ້ວຍ​ການ​​ສົນທະນາ​ແບບ​ກົງ​ໄປ​ກົງ​ມາ ​ແລະ ຈັດ​ຕັ້ງ​ປະຕິບັດ​ເປັນ​ຮູບ​ປະ​ທຳ​ຮ່ວມ​ກັນລະຫວ່າງ​ປະຊາຊົນ​ທົ່ວ​ໄປຮ່ວມ​​ມື​ກັບ​ກຸ່ມ​ພາກປະຊາ​ສັງຄົມ ​ແລະ ລັດຖະບານ.

​ເຫດການ​ທີ່​ເກີດ​ຂື້ນ​ນັ້ນ ຖື​ວ່າ​ສົມບັດ​ໄວ້ວາງ​ໃຈ ​ແລະ ​ເບິ່ງ​ໂລກ​ໃນ​ແງ່​ດີແບບ​​ຜິດ​ທີ່​ຜິດ​ທາງ​ບໍ? ສົມບັດ​ຈະ​ຍັງ​ຄົງ​ມີ​ຊີວິດ​ແລະ​ຢູ່​ກັບ​ຄອບ​ຄົວ​ຂອງ​ພວກ​ເຮົາ​ບໍ່ ຖ້າ​ລາວ​ບໍ່​ໄດ້​​ເຂົ້​າ​ໄປ​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະຊຸມ AEPF9? ຂ້າພະ​ເຈົ້າ​ອາດ​ຈະ​ບໍ່​ໄດ້​ມີ​ໂອກາດ​ໄດ້​ຮູ້​ຄຳ​ຕອບ​ສຳລັບ​ຄຳ​ຖາມ​ເຫຼົ່າ​ນີ້​ເລີຍ ​ແຕ່​ສິ່ງ​ທີ່​ຂ້າພະ​ເຈົ້າ​ຮູ້​ກໍ​ຄື​ສົມບັດ​ບໍ່​​ເຄີຍ​ເສຍ​ດາຍ​ທີ່​ໄດ້​ທຸ້ມ​ເຫື່ອ​ເທ​ແຮງ​ຕ​ະຫຼອດ​ຊີວິດ​ໄປ​ກັບ​ການ​ພັດທະນາ​ບຸກຄະລາ​ກອນ​ເພື່ອ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ລາວ​ກໍ​ໄດ້​ຍຶດໝັ້ນ​ກັບ​ການ​ພັດທະນາ​ການ​ສຶກສາ ​ແລະ ​ໄວ​ໜຸ່ມ. ລາວ​ຈະ​ບໍ່ມີ​ວັນ​ຮູ້ສຶກ​ເສຍດາຍ​ເລີຍ​ທີ່​​ໄດ້​ຕັ້ງ​ວິ​ໄສ​ທັດ​ໄວ້​ທີ່​ການ​ພັດທະນາ​​ຕ້ອງ​ມີ​ຄວາມ​ສົມ​ດູນຂອງ ​4 ​ເສົາ​ຄ້ຳກໍ​ຄື​ເສົາ​ດ້ານ​ເສດຖະກິດ​ທີ່​ເຕີບ​ໃຫຍ່​ຂະຫຍາຍຕົວ​, ສັງຄົມ​ທີ່​ມີ​ຄວາມ​ຍຸດຕິ​ທຳ, ວັດທະນະທຳ​ທີ່​ປະສານ​ກົມກຽວ, ​ແລະ ຈິດ​ໃຈ​ທີ່ມີ​ຄຸນ​ນະ​ທຳ​ສິນລະ​ທຳ ບົນ​ພື້ນຖານທີ່ມີ​ລັດຖະບານທີ່ເປັນທຳ ​ແລະ ການ​ສຶກສາ​ແບບ​ອົງ​ລວມເປັນຖານ. ນອກຈາກນີ້ ລາວ​ຈະ​ບໍ່​ທາງ​​ເບິ່ງ​ຂ້າມ​ຄຸນຄ່າ​ພູມ​ປັນຍາຂອງຄົນ​ທ້ອງ​ຖິ່ນ​ທຳ​ມະ​ດາ, ຄົນ​ຮັ່ງ ​ຫຼື ຄົນ​ທຸກ, ຄົນ​ທີ່​ໄດ້​ຮັບ​ການ​ສຶກສາ​ຫຼື ບໍ່​ໄດ້​ຮັບ​ການ​ສຶກສາ​ ​ເຊິ່ງພວກ​ເຂົາ​ລ້ວນ​ມີ​ຄວາມ​ສາມາດ​ເພິ່ງ​ພາ​ຕົນ​ເອງ​​ ກຳນົດ​​ເສັ້ນທາງ​ຊີວິດ ​ແລະ ສ້າງ​ສັນ​ໂລກ​​ໃຫ້​ເປັນຕາ​ໜ້າ​ຢູ່​ກວ່າ​ເກົ່າ​ສຳລັບ​ພວກ​ເຂົາ​ເອງ ​ແລະ ລູກ​ຫຼານ​ຂອງ​ພວກ​ເຂົາ. ລາວ​ເອງ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ສູງ​ສຸດ​ຕໍ່​ກັບ​ບັນດາທ່ານ​ຜູ້ນຳ​ປະ​ເທດໃນຄວາມຕັ້ງ​ອົກ​ຕັ້ງ​ໃຈ​ສ້າງສາ​ປະ​ເທດ​ຊາດ​ລາວໃຫ້​ມີ​ຄວາມ​ເຂັ້ມ​ແຂັງ ​ແລະ ໝັ້ນຍືນ. ສົມບັດ​​ເນັ້ນ​ຢ້ຳວ່າທຸກ​ສິ່ງ​ຢ່າງ​ນັ້ນ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ ​ໂດຍບັນດາ​ຜູ້​ທີ່​ມີ​ອຳນາດ​​​ຈະ​ຕ້ອງ​ໄດ້​ມີ​ທັກ​ສະ ​ແລະ ຄວາມ​ອາດ​ສາມາດ​​ໃນ​ການ​ຮັບ​ຮູ້ທັກ​ສະ​ຄວາມ​ສາມາດ​ຂອງ​ປະ​ຊາ​ຊົນ ​ໄວ້​ວາງ​ໃຈ​ພວກ​ເຂົາ ຮັບ​ຟັງ​ພວກ​ເຂົາ ​ແລະ ​ໃຫ້​ພວກ​ເຂົາ​ໄດ້​ມີ​ສ່ວນ​ຮ່ວມ. ສົມບັດ ​ເຊື່ອ​ວ່າ ຖ້າ​ຫາກ​ວ່າ​ທຸກ​ຄົນ​ສາມັກຄີ​ຮ່ວມ​ມື​ກັນ​ທັງ​ລັດຖະບານ, ນັກທຸລະກິດ, ​ແລະ ປະຊາຊົນ ພວກ​ເຮົາ​ຈະ​ສາມາດ​ດຶງ​ປະ​ເທດອອກ​ຈາກ​ພາວະ​ວິ​ກິດ​ທີ່​ກຳ​ລັງ​ພົບ​ພໍ້​ຢູ່​ໃນ​ທຸກ​ມື້​ນີ້ ​ແລະ ຈະ​ສາມາດ​​ເຮັດ​ໃຫ້​ໂລກ​ເປັນ​ຕາ​ໜ້າ​ຢູ່​ຂຶ້ນ​ສຳລັບ​ອະນາຄົດ.

ຂ້າພ​ະ​ເຈົ້າ​ເຊື່ອ​ວ່າ ວິ​ໄສ​ທັດ​ຂອງ​ສົມບັດ ​ກໍ​ແມ່ນຈິດ​ວິນ​ຍານ​ອັນ​ດຽວ​ກັນ​ກັບ​ທີ່​​ຫຼໍ່ລ້ຽງເຮັດ​ໃຫ້​ເກີດ AEPF ​ເມື່ອ​ 20 ປີ​ກ່ອນ ​​ໂດຍ​ເປົ້າ​ໝາຍຂອງ AEPF ​ແມ່ນ​​ເພື່ອ​ກະ​ຕຸ້ນກາ​ນມີ​ສ່ວນ​ຮ່ວມ​ຂອງ​ພາກ​ປະຊາ​ສັງຄົມ, ສະ​ຖາ​ບັນ​ການ​ສຶກສາ, ​ແລະ ອົງການທີ່​ບໍ່​ຂື້ນ​ກັບ​ລັດຖະບານ ​ແລະ ການ​ຮັບ​ຟັງສຽງ​ຂອງ​ປະຊາຊົນ. ຜູ້ນຳ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ ​ແລະ ​ເອີຣົບຕ້ອງ​ໄດ້​ຈິງ​ໃຈ​ຈົດ​ບັນທຶກ​ເອົາ​ຄວາມ​ຫວັງ ​ແລະ ຄວາມຝັນ​ຂອງ​ປະຊາຊົນ ​ແລະ ສະໜັບສະໜູນ “ວິ​ໄສ​ທັດ​ຂອງ​ປະຊາຊົນ” ​ເພື່ອ​ນຳ​ໄປ​ພິຈາລະນາ​ໃນ​ການ​ແກ້​ໄຂ​ບັນຫາ​ທ້າ​ທາຍ​ລະດັບ​ໂລກ ​ໃນ​ດ້ານ​ການ​ພັດທະນາ, ສັນຕິພາບ, ​ແລະ ຄວາມ​ປອດ​ໄພ. ທັງ​ໝົດ​ນີ້​ຈະ​​​ເຮັດ​ໃຫ້​ວິ​ໄສ​ທັດ​ຂອງ​ສົມ​ບັດ​ຍັງ​ຄົງ​ມີ​ຊີວິດ​ຢູ່ ​ແລະ ຈະ​​​​​ຄຸ້ມ​ຄ່າ​ສົມກັບ​​ທີ່​ສົມບັດ​ໄດ້​ເສຍ​ສະລະ​ຊີວິດ​ສ່ວນ​ຕົວ​ຂອງ​ຕົນ​ເອງ​ໄປແລ້ວ.

ຂໍ​ຂອບ​ໃຈ ​ແລະ ຫວັງ​ວ່າ​ການ​ສົນທະນາ​​ຂອງ​ພວກ​ທ່ານ​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ດີ ​ແລະ ປະສົບ​ຜົນ​ສຳ​ເລັດ​ໃນ​ກອງ​ປະຊຸມ AEPF10.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.