ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ ​ຮຽກຮ້ອງ​ຕໍ່ ອາ​ຊ່ຽນ ໃຫ້ກົດ​ດັນ​​ລາວ ເລື້ອງທ່ານສົມບັດ

Voice of America: 24 ທັນວາ 2014

AEPF-2014-004
ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດ​​ຂອງ 82 ອົງການ ຮຽກຮ້ອງໃຫ້ທາງການ​ລາວ ​​ດຳ​ເນີນ​ການ​ສືບສວນ​ສອບ​ສວນ ​ເພື່ອ​ຄົ້ນຫາ​ຄວາມ​ຈິງ​ ກ່ຽວ​ກັບ​ກໍລະນີ ການຫາຍຕົວໄປຂອງທ່ານສົມບັດ ສົມພອນ ຢ່າງຈິງຈັງ.

ບັນດາ​ນັກ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ​ຈາກ 82 ອົງການ ​ຮ່ວມ​ກັນ​ຮຽກຮ້ອງ​ຕໍ່​ລັດຖະບານ​ອາ​ຊ່ຽນ​ ເພື່ອ​ໃຫ້​ກົດ​ດັນ​ລັດຖະບານ​ລາວ ຕໍ່​ກໍລະນີທີ່ ​ທ່ານ​ສົມບັດ ສົມ​ພອນ ​ໄດ້​ຫາຍ​ຕົ​ວ​ໄປ​ເປັນ​ເວລາ​ກວ່າ 2 ປີແລ້ວນັ້ນ.

ບັນດາ​ນັກ​ເຄື່ອນ​ໄຫວ ​ເພື່ອ​ປົກ​ປ້ອງ​ສິດທິ​ມະນຸດຂອງ 82 ອົງການ​ຈາກ​ທົ່ວ​ໂລກ ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ຖະ​ແຫລ​ງການ ທີ່​ໄດ້​ສົ່ງ​ເຖິງ​ບັນດາ ລັດຖະບານ​ຂອງ​ປະ​ເທດ ສະມາຊິກ ​ໃນ​ກຸ່ມ​ອາ​ຊ່ຽນ​ຢ່າງ​ເປັນ​ທາງ​ການ ​ເມື່ອ​ວັນ​ທີ 15 ທັນວາ 2014 ທີ່​ຜ່ານ​ມາ ຊຶ່ງ​ເປັນ​ວັນ​ຄົບຮອບ 2 ປີ​ ຂອງການ​ຫາຍ​ຕົວ​ໄປ​ຢ່າງ​ບໍ່​ມີ​ຮ່ອງຮອຍ​ຂອງ​ທ່ານ​ສົມບັດ ສົມ​ພອນ ນັກ​ພັດທະນາ​ລາວ​ທີ່​ດີ​ເດັ່ນ​ຂອງ​ອາ​ຊ່ຽນ.

​ໂດ​ຍຖະ​ແຫ​ລງການ​ດັ່ງກ່າວ ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ລັດຖະບານ ​ຂອ​ງທຸກ​ປະ​ເທດ​ໃນ​ອາ​ຊ່ຽນ ຈົ່ງ​ໄດ້​ຮ່ວມ​ກັນ​ດຳ​ເນີນ​ມາດ​ຕະການ​ກົດ​ດັນ ລັດຖະບານ​ລາວ​ຕໍ່​ກໍລະນີ ທີ່​ໄດ້​ມີ​ການລະ​ເມີ​ດສິດທິ​ມະນຸດ​ໃນ​ລາວ ຢ່າງ​ຮຸນ​ແຮງ ທັງ​ຍັງ​ບໍ່​ໄດ້​ດຳ​ເນີນ​ມາດ​ຕະການ​ ຢ່າງ​ຈິງ​ຈັງ​ໃນ​ການ​ສືບສວນ​ຫາ​ຄວາມ​ຈິງ ​ແລະ​ຕິດຕາມ​ຫາ​ທ່ານ​ສົມ​ບັດ ທີ່​ຖືກ​ຄວບ​ຄຸມ​ຕົວ​ໄປ​ຈາກ​ດ່ານ​ຕຳຫລວດ​ແຫ່ງ​ໜຶ່ງ​ໃນ​ນະຄອນຫລວງ​ວຽງ​ຈັນ ນັບ​ແຕ່​ຕອນ​ແລງ​ວັນ​ທີ 15 ທັນວາ 2012 ​ເປັນຕົ້ນມາ ​ແລະ​ຈົນ​ເຖິງ​ປັດຈຸບັນ​ນີ້ ກໍ​ຍັງ​ຄົງ​ບໍ່​ຮູ້​ຊະ​ຕາ​ກຳ​ຂອງ​ ທ່ານ​ສົມບັດ ​ແຕ່ຢ່າງ​ໃດ.

ບັນດາ​ອົງການ​ປົກ​ປ້ອງ​ສິດທິ​ມະນຸດ​ສາກົນ ​ໄດ້​ໃຫ້​ເຫດຜົນ​ວ່າ​ສາ​ເຫດ​ທີ່​ລັດຖະບານ​ອາ​ຊ່ຽນ​ທັງ​ກຸ່ມ ຈະ​ຕ້ອງ​ກົດ​ດັນ​ຕໍ່​ລັດຖະບານ​ລາວ​ນັ້ນ ກໍ​ເພາະວ່າ​ກໍລະນີ​ການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ​ນີ້ ບໍ່​ໄດ້​ເປັນ​ພຽງ​ບັນ​ຫາ​ພາຍ​ໃນ​ລາວເທົ່າ​ນັ້ນ ຫາກ​ແຕ່ຖື​ເປັນ​ພາລະ​ໜ້າ​ທີ່​ຂອງ​ທັງ​ກຸ່ມ​ອາ​ຊ່ຽນ ທີ່​ຈະ​ຕ້ອງ​ຮ່ວມ​ກັນ​ ເພື່ອຄົ້ນຫາ​ຄວາມ​ຈິງ​ທີ່​ເກີດ​ຂຶ້ນ​ໃນ​ລາວ ທີ່​ເປັນ​
ປະ​ເທດ​ສະມາ​ຊິກ​ຂອງ​ກຸ່ມ​ອາ​ຊ່ຽນ​ດ້ວຍ ດັ່ງ​ທີ່​ທ່ານຈັກໄຊ ​ໂສມ​ທອງ​ດີ ນັກ​ເຄື່ອນ​ໄຫວ​ພາກ​ປະຊາ​ສັງຄົມ​ໃນ​ອາຊ່ຽນ ​ໄດ້​ໃຫ້ການ​ອະທິບາຍ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ​ເລື້ອງນີ້ ບໍ່​ແມ່ນ​ເລື້ອງ​ຂອງ​ປະ​ເທດ​ລາວ​ປະ​ເທດ​ດຽວ ​ເລື້ອງ​ນີ້​ເປັນ​ເລື້ອ​ງ ຂອງ​ໜ້າ​ທີ່​ຂອງ​ພູມິ​ພາກ​ນີ້ຮ່ວມ​ກັນ ຄວາ​ມຮັບຜິດຊອບ​ຮ່ວມ​ກັນ ຈຳ​ເປັນ ​ທີ່​ຈະ​ຕ້ອງ​ເກີດ​ຂຶ້ນ ​ເພາະ​ສະນັ້ນ ລັດຖະບານ​ໄທ ​ແລະ​ລັດຖະບານ​ປະຊາ​ຄົມ​ອາ​ຊ່ຽນ ຊຶ່ງ​ຕອນ​ນີ້ ​ເຮົາຊຸກ​ດັນ​ເປີດ​ການ​ຄ້າ​ເສລີ ໜ້າ​ຈະ​ສະ​ແດງ​ອອກ​ຈຸດ​ຢືນ​ເຫຼົ່ານີ້​ຮ່ວມ​ກັນ.”

Lao Embassy in Bangkok-011
ທ່າ​ນນາງ Ng Shui Meng ພັນລະ​ຍາ​ຊາວ​ສິງກະ​ໂປ​ ຂອງ​ທ່ານ​ສົມບັດ ກໍ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ຜູ້​ທີ່​ຮັກ​ຄວາມ​ເປັນ​ທຳ​ທັງ​ ໃນ​ລາວ ​ແລະ​ຕ່າງປະ​ເທດ​ຈົ່ງ​ໄດ້​ພາກັນ​ສືບ​ຕໍ່​ຂຽນ​ຈົດໝາຍ​ເຖິງ ​ທ່ານ​ສົມບັດ ສົມພອນ ເພື່ອ​ເຜີຍ ​ແຜ່​ອອກ​ສູ່​ການ​ຮຽນ​ຮູ້​ຂອງ​ເຍົາວະ​ຊົນ ​ແລະ​ສາທາລະນະ​ຊົນ ​ ໃນ​ວົງ​ກວ້າງ​ຕໍ່​ໄປ ຢ່າງ​ບໍ່ຢຸດຢັ້ງ.

ທາງ​ດ້ານ​ທ່າ​ນນາງ Ng Shui Meng ພັນລະ​ຍາ​ຊາວ​ສິງກະ​ໂປ​ຂອງ​ທ່ານ​ສົມບັດ ກໍ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ຜູ້​ທີ່​ຮັກ​ຄວາມ​ເປັນ​ທຳ​ທັງ​ໃນ​ລາວ ​ແລະ​ຕ່າງປະ​ເທດ​ຈົ່ງ​ໄດ້​ພາກັນ​ສືບ​ຕໍ່​ຂຽນ​ຈົດໝາຍ​ເຖິງ​ທ່ານ​ສົມບັດ ທີ່​ມີ​ເນື້ອ​ຫາ​ກ່ຽວ​ກັບຊີວິດ ຜົນງານ ​ແນວ​ຄິດ ອຸດົມ​ການ ​ແລະ​ວິທີ​ການ​ ປະ​ຕິບັດ​ງານ​ ຂອງ​ທ່ານ​ສົມບັດ ​ເພື່ອ​ເຜີຍ​ແຜ່​ອອກ​ສູ່​ການ​ຮຽນ​ຮູ້​ຂອງ​ເຍົາວະ​ຊົນ ​ແລະ​ສາທາລະນະ​ຊົນ ​ໃນ​ວົງ​ກວ້າງ​ຕໍ່​ໄປ ຢ່າງ​ບໍ່ຢຸດຢັ້ງ ​ໂດຍ​ຖື​ວ່າ​ເປັນ​ກິດຈະກຳ​ໜຶ່ງ ​ເພື່ອ​ທວງ​ຖາມ​ຄວາມ​ຍຸດຕິ​ທຳ ​ໃຫ້​ກັບ​ທ່ານ​ສົມບັດ​ນັ້ນ​ເອງ.

ທັງ​ນີ້​ໂດຍ​ທ່ານ​ນາງ Ng Shui Meng ​ໄດ້​ຮຽນ​ຮ້ອງ​ວ່າ ການ​ຂຽນ​ຈົດໝາຍ​ເຖິງ​ທ່ານ​ສົມບັດ ດັ່ງກ່າວ​ຄວນ​ມີ​ເນື້ອ​ຫາ ທີ່​ສ້າງສັນ ຫຼື ສະ​ແດງ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ແລະ​ບໍ່​ຄວນ​ມີ​ເນື້ອ​ຫາ​ດ້ານ​ລົບ ຫຼື​ເປັນ​ການ​ກ່າວ​ຫາ​ຢ່າງ​ບໍ່​ສ້າງສັນ​ພ້ອມ​ກັນ​ນີ້ ຜູ້​ຂຽນ​ຈົດໝາຍ​ກໍ​ຍັງ​ຈະ​ຕ້ອງ​ລົງ​ຊື່​ກ່ອນທີ່​ ຈະ​ຖືກ​ຄັດ​ເລືອກ​ໃຫ້​ລົງ​ເຜີຍ​ແຜ່​ໃນ Website ​ແລະ Facebook ທີ່​ຊື່ວ່າ Find Sombath Somphone ຕໍ່​ໄປ.

ນອກຈາກ​ນີ້ ການ​ປະຕິບັດ​ດັ່ງກ່າວ​ນີ້ ຍັງ​ມີ​ເປົ້າໝາຍ​ເພື່ອ​ເປັນ​ການ​ສົ່ງ​ກຳລັງ​ໃຈ ​ແລະ​ ຄວາມ​ປາດ​ຖະໜາ​ດີ​ໄປ​ເຖິງ​ ທ່ານ​ສົມບັດ ທີ່​ຫາຍ​ຕົວ​ໄປ​ເປັນ​ເວລາກວ່າ 2 ປີ​ມາແລ້ວ ແຕ່​ວ່າ ສຳ​ຫລັບ ທ່ານ​ນາງ Ng Shui Meng ນັ້ນກໍ​ຍັງ​ຄົງ​ມີ​ຄວາມ​ຫວັງ ​ແລະ​ຄອງ​ຄອຍ​ຖ້າ​ການ​ກັບ​ຄືນ​ມາ ຂອງ​ຜູ້​ເປັນ​ສາມີ​ ຢູ່​ຕະຫລອດ​ເວລາ.

ນອກຈາກ​ການ​ເຊີນຊວນ​ໃຫ້​ມີ​ການ​ຂຽນ​ຈົດໝາຍ​ເຖິງ ທ່ານ​ສົມບັດ ດັ່ງກ່າວ​ແລ້ວ ບັນດາ​ອົງການ​ຄຸ້ມຄອງ​ສິດທິ​ມະນຸດສາກົນ ​ເຊັ່ນ​ເຄືອ​ຂ່າຍສະໝານ​ສັນ​ພາກ​ປະຊາຊົນ​ອາ​ຊ່ຽນ ຄະນະ​ປະສານ​ງານ​ມະຫາະກຳ​ພາກ​ປະຊາຊົນ​ເອ​ເຊຍ​ກັບ​ຢູ​ໂຣບ ຄະນະ​ກຳມະການ​ປະສານ​ງານ​ອົງ​ກອນ​ພັດທະນາ​ເອກະ​ຊົນ​ໄທ ​ເຄືອ​ຂ່າຍ​ອົງ​ກອນ​ພັດທະນາ​ເອກະ​ຊົນ​ຍີ່ປຸ່ນ ​
ແລະ​ເຄືອ​ຂ່າຍເຍົາວະ​ຊົນ​ອາ​ຊ່ຽນ ກໍ​ໄດ້​ພາກັນ​ຈັດ​ກິດຈະກຳ ​ເພື່ອ​ຮຽກຮ້ອງ​ຂໍ​ໃຫ້​ທາງ​ການ​ລາວ​ຕາມ​ຫາ ​ແລະ​ໃຫ້ການ​ຊ່ວຍ​ເຫຼືອ ທ່ານ​ສົມບັດ ຢ່າງ​ຈິງ​ຈັງ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ກໍລະນີ ທີ່​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ຈິງ​ຈັງ​ ຂອງ​ທາງ​ການ​ລາວ ​ໄດ້​ຢ່າງຊັດ​ເຈນ ກໍ​ຄື​ການ​ທີ່​ບໍ່​ໄດ້​ໃຊ້​ປະ​ໂຫຍ​ດ ຈາກ​ພາບ​ທີ່​ກ້ອງ​ວົງ​ຈອນ​ປິດ ຂອງ​ທາງ​ການ​ລາວ​ບັນທຶກ​ໄວ້​ໄດ້ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 15 ທັນວາ 2012 ຊຶ່ງ​ເປັນ​ມື້​ທີ່ ທ່ານ​ສົມບັດ ຖືກລັກ ພາ​ຕົວ​ໄປ​ຈາກ​ປ້ອມ​ຕຳຫລວດ ​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ.

ກ່ອນ​ໜ້າ​ນີ້ ພັນ​ເອກ ​ເພັງ​ສະຫວັນ ທິບ​ພະ​ວົງ​ໄຊ ຮອງ​ຫົວໜ້າ​ກົມ​ໃຫຍ່​ຕຳຫລວດ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບພາຍ​ໃນ ​ໄດ້​ໃຫ້ການ​ຢືນຢັນ​ໃນ​ໂອກາດ​ການ​ຖະ​ແຫລ​ງຂ່າວ​ຢ່າງ​ເປັນ​ທາງ​ການຄັ້ງທີ 3 ກ່ຽວ​ກັບກໍລະ​ນີການ​ຫາຍ​ຕົວ​ໄປ​ຂອງ​ທ່ານ​ສົມບັດ ວ່າທາງການ​ຕຳຫລວດ​ລາວ ​ໄດ້​ດຳ​ເນີນ​ການ​ສືບສວນ​ສອບ​ສວນ ​ເພື່ອ​ຄົ້ນຫາ​ຄວາມ​ຈິງ​ກ່ຽວ​ກັບ​ກໍລະນີ ດັ່ງກ່າວ​ນີ້ ຢູ່​ເລື້ອຍ​ມາ ຫາກ​ແຕ່​ວ່າ ກໍ​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໃດ​ເລີຍ ​ໃນ​ຕະຫລອດລະຍະ​ ກວ່າ 2 ປີ​ມາ​ນີ້.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.