ເຖິງສົມບັດ…ຈາກ ຊຸຍມິງ (7)

ອ້າຍສົມບັດທີ່ແສນຮັກ,

ມື້ນີ້ ວັນທີ 17 ເດືອນ ກຸມພາ ເປັນມື້ວັນເກີດຂອງອ້າຍ. ມັນເປັນປີທີ 3 ທີ່ອ້າຍບໍ່ໄດ້ ສະຫລອງວັນເກີດກັບນ້ອງ. ບໍ່ໄດ້ສະຫລອງວັນເກີດກັບນ້ອງກໍແມ່ນມີຄວາມຍາກຫລາຍ ແລ້ວ; ແຕ່ວ່າ ບໍ່ມີອ້າຍສົມບັດຢູ່ກັບ ຊຸຍມິງ ໃນມື້ພິເສດນີ້ ກໍຍັງເປັນການເສົ້າໃຈທີ່ ອົດທົນໄດ້ຍາກ.

17 February 2015ເພື່ອເປັນການລະນຶກເຖິງມື້ວັນເກີດນັ້ນ, ພີ່ນ້ອງ ຄອບຄົວຂອງອ້າຍສົມບັດແລະນ້ອງເອງໄດ້ໄປ ເຄນອາຫານ ຢູ່ວັດປ່ານາຄູນນ້ອຍໃຫ້ພຣະສົງ ຊຶ່ງເປັນວັດທີ່ເຈົ້າໄດ້ມີການພົວພັນ ຢ່າງໃກ້ຊິດ. ເປັນວັດທີ່ເຈົ້າໄດ້ເລີ່ມຕັ້ງ ໂຄງການ ພຸດທະສາສະໜາເພື່ອການພັດທະນາ (ຄ.ພ.ພ) ເປັນຄັ້ງທຳອິດ ຢູ່ໃນຄວາມອຸປະຖັມຂອງ ພຣະອາຈານຊາລີ ຮອງປະທານ ຂອງອົງການ ພຸດທະສາສະໜາ ສຳພັນລາວ. ຢູ່ໃນ ຄ.ພ.ພ ເຈົ້າຍັງສາມາດໄດ້ສະເໜີ ຕໍ່ ພຣະສົງຈຳນວນນຶ່ງ ແນວຄິດຂອງພຸດທະສາສະໜາທີ່ຕ້ອງເອົາຈິງເອົາຈັງ ເປັນລະບົບ ຂອງການສິດສອນພຸດທະສາສະໜາ ແລະພາກປະຕິບັດທີ່ຈຸງໃຈໃຫ້ພຣະສົງອອກຈາກ ຂອບເຂດຂອງວັດວາອາຮາມແລະມີພັນທະຫລາຍຂຶ້ນກັບບັນຫາ ທີ່ກະທົບຕໍ່ຊຸມຊົນທົ່ວໄປ ແລະໃນສັງຄົມ.

ເປັນເວລາ 10 ກວ່າປີມາແລ້ວ ທີ່ ຄ.ພ.ພ ໄດ້ລິເລີ້ມໃຫ້ມີໂຄງການທີ່ສຳຄັນ ເຊ່ນວ່າ ເປັນການໃຫ້ກຳລັງໃຈພຣະສົງ ສິດສອນວິໄນຊາວພຸດໃນໂຮງຮຽນໃຫ້ເດັກນ້ອຍນັກຮຽນ; ເປັນການຝຶກອົບຮົມເຂົາ ມີການແນະນຳຈິດຕະສັງຄົມ ແລະເປັນການອຸ້ມຊູບຸກຄົນແລະ ຄອບຄົວຂອງເຂົາເຈົ້າທີ່ຕິດພະຍາດ ແອັດ; ແລະຊ່ວຍເຫລືອອຸ້ມຊູ ໃຫ້ໄດ້ເຮັດວຽກກັບ ຊາວໜຸ່ມກ່ຽວກັບການປ້ອງກັນຕິດຢາເສບຕິດແລະບັນຫາຊາວໜຸ່ມຕ່າງ ໆ. ອ້າຍສົມບັດ ທີ່ຮັກ! ເຖິງແມ່ນວ່າ ອ້າຍບໍ່ໄດ້ຢູ່ແນະນຳ ນຳພາກິດຈະກຳຂອງ ຄ.ພ.ພ ກໍຕາມ ການ ປະກອບສ່ວນຂອງເຈົ້າ ກໍເປັນການສັນລະເສີນ ຊຶ່ງຫາປຽບບໍ່ໄດ້ຈາກພຣະສົງວັດນາຄູນ ນ້ອຍ. ແລະວັນນີ້ ໃນພິທີທາງສາສະນາ ພວກເພິ່ນກໍໄດ້ສົ່ງສູດມົນ ແລະພອນອັນປະ ເສີດເພື່ອໃຫ້ເຈົ້າມີສຸຂະພາບແຂງແຮງດີແລະມີຄວາມປອດໄພ.

ບໍ່ແມ່ນແຕ່ພຣະສົງວັດນາຄູນນ້ອຍລະນຶກຈົດຈຳເຈົ້າ ຍັງມີເພື່ອນມິຕອີກຫລວງຫລາຍໃນ ລາວແລະໃນຕ່າງປະເທດ ແລະໂດຍສະເພາະ ພວກຊາວໜຸ່ມທີ່ເຈົ້າໄດ້ຄຸກຄີນຳຊີວິດ ຂອງເຂົາເຈົ້າແບບໃດແບບນຶ່ງ ເຂົາເຈົ້າບໍ່ຫລົງລືມເຈົ້າ ແລະເຂົາເຈົ້າກໍສົ່ງຄຳອວຍພອນ ໄຊໃນວັນເກີດຂອງເຈົ້າ. ມັນເປັນການບອກຢ່າງຈະແຈ້ງວ່າ ທັ້ງ ໆ ວ່າມີຄົນລາວ ຈຳ ນວນຫລາຍ ທີ່ຍັງຢ້ານກົວທີ່ຈະເວົ້າຫາອ້າຍສົມບັດຢ່າງເປີດເຜີຍ ແຕ່ເຂົາເຈົ້າເຫລົ່ານັ້ນ ຍັງຈຳເຈົ້າໃນອົກແລະ ໃນຈິດໃຈຢ່າງເລິກ. ອ້າຍສົມບັດທີ່ແສນຮັກຫາສິ່ງປຽບບໍ່ໄດ້ ເຖິງ ແມ່ນວ່າ ຫົວໃຈຄິດເຖິງຂອງນ້ອງເຈັບແສບ ຢ່າງສະຫັດກໍຕາມ ການສະແດງເຖິງຄວາມ ຮັກແລະການອຸ້ມຊູສະໜັບສະໜຸນຈາກຫລາຍ ໆ ຄົນ ໄດ້ເປັນກຳລັງໃຈ ໃຫ້ ຊຸຍເມັງ ບໍ່ຫລາຍກໍນ້ອຍ. ມັນຍັງເປັນການເສີມກຳລັງໃຫ້ ຊຸຍເມັງ ເພື່ອດຳເນີນການຕໍ່ສູ້ ເພື່ອ ຊອກຫາອ້າຍສົມບັດ ແລະໃຫ້ອ້າຍສົມບັດກັບຄືນມາຫາພວກເຮົາໝົດທຸກຄົນ.

ອ້າຍສົມບັດທີ່ແສນຮັກ, ອ້າຍສິຢູ່ໃສກໍຕາມແຕ່, ນ້ອງຂໍອວຍພອນໄຊໃຫ້ອ້າຍສົມບັດ “ສຸຂສັນວັນເກີດຂອງອ້າຍ”. ໃຫ້ອ້າຍປອດໄພແລະຂໍໃຫ້ອ້າຍມີສຸຂະພາບແຂງແຮງ ມີກຳລັງວັງຊາທັງກາຍແລະໃຈ ມີຄວາມກ້າແກ່ນແລະ ເຊື່ອໝັ້ນໃນສິນທັມປະຈຳໃຈ.

ອ້າຍສົມບັດທີ່ແສນຮັກ, ໃຫ້ມາຫາຄອບຄົວຂອງພວກເຮົາໃນບໍ່ຊ້ານີ້, ຊຸຍມິງ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.