ສປປ ລາວ: ຜູ້ນຳ ພັທນາ ປະຊາ ສັງຄົມ, ສົມບັດ ສົມພອນ, ຫາຍ ສາບສູນ ເປັນ ເວລາ 800 ວັນ ແລ້ວ

ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ): (23 ກຸມພາ 2015)

FIDH-Logoລັຖະບານ ສປປ ລາວ ຄວນ ຜ່ານ ຈາກ ຄຳເວົ້າ ໄປ ຫາ ການກະທຳ ແລ້ວ ເພີ້ມ ທະວີ ສືບສວນ ກ່ຽວກັບ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ ຂອງ ທ່ານ ສົມບັດ ສົມພອນ ແລະ ເປີດເຜີຍ ເປັນ ທາງການ ຕໍ່ ປວ່ງຊົນ ເຖີງ ຜົນ ຂອງ ການ ສືບສວນ. ນີ້ ຄື ຄຳ ຖແລງ ຂອງ ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ (ຂລສມ). ທັງສອງ ອົງການ ທໍາການ ຣຽກຣອ້ງ ດັ່ງກ່າວ ເນື່ອງໃນ ໂອກາດ ຄົບຣອບ 800 ວັນ ຂອງ ການ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ ເມື່ອ ວັນທີ 15 ທັນວາ 2012 ທີ່ ນະຄອນຫລວງ ວຽງຈັນ.

LMHR-Logoຢູ່ ກອງປະຊູມ ກວດກາ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ໃນ ສປປ ລາວ ຄັ້ງ ວັນທີ 20 ມົກກະລາ 2015 ທີ່ ເມືອງ ເຊີແນວ, ທ່ານ ພົງສະວັດ ບຸຜາ ຜູ້ ຕາງໜ້າ ຂອງ ລັຖະບານ ສປປ ລາວ ໄດ້ ກ່າວ ວ່າ ທາງ ເຈົ້າໜ້າທີ່ ຍັງ ສືບຕໍ່ ການ ສືບສວນ ກ່ຽວກັບ ກໍຣະນີ ຂອງ ທ່ານ ສົມບັດ ສົມພອນ ຢູ່ ແລະ ແຈ້ງ ວ່າ ຄະນະ “ພອ້ມ ແລ້ວ ທີ່ຈະ ຣັບ ຄຳ ແນາະນຳ ຈາກ ທຸກໆ ຝ່າຍ ທີ່ ກ່ຽວຂອ້ງ ແລະ ສົນໃຈ ນຳ ການ ສືບສວນ ນີ້.” ເຖີງ ແມ່ນວ່າ ໃດ້ ກ່າວ ຄໍານີ້ ໄປ ກໍ່ຕາມ, ເປັນທີ່ ສັງເກດ ເຫັນໄດ້ ຢ່າງ ຈະແຈ້ງ ວ່າ ທາງການ ວຽງຈັນ ບໍ່ ສາມາດ ນຳ ຂໍ້ມູນ ໃຫ້ໃດ້ ນັບແຕ່ ວັນທີ 7 ມົກກະລາ 2013 ເປັນ ຕົ້ນມາ.

“ເປັນ ເວລາ ດົນນານ ເກີນຄວນ ແລ້ວ ທີ່ ທາງການ ວຽງຈັນ ໄດ້ ຊັກຊ້າ ທ່ວງ ເວລາ ໃນ ກໍຣະນີ ຫາຍ ສາບສູນ ຂອງ ທ່ານ ສົມບັດ ສົມພອນ. ມາ ບັດນີ້ ເຖີງ ແກ່ ເວລາ ແລ້ວ ທີ່ ລັຖະບານ ສປປ ລາວ ຈະ ຕອ້ງ ນັບຖື ຂໍ້ ເງື່ອນໄຂ ຂອງ ສົນທິ ສັນຍາ ນາໆ ຊາດ ແລະ ຈະ ຕອ້ງ ປະຕິບັດ ຕາມ ຂໍ້ ສເນີ ຂອງ ກອງ ປະຊູມ ກວດກາ ແຫ່ງ ອົງການ ສະຫະປະຊາຊາດ ວ່າ ດວ້ຍ ການ ຫາຍສາບສູນ ໂດຍ ຖືກ ບັງຄັບ” ທ່ານ ກາຣີມ ລາຣິດຊີ, ປະທານ ຂອງ ສະຫະພັນ ສິດິ ມະນຸດ ນາໆ ຊາດ (FIDH) ໄດ້ກ່າວ.

ໃນ ກອງ ປະຊູມ ກວດກາ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ຂອງ ສປປ ລາວ ຄັ້ງ ເດືອນ ມົກກະລາ ທີ່ ຜ່ານມາ ທີ່ ເຊີແນວ, 10 ປະເທດ ໄດ້ ໃຫ້ ຂໍ້ ສເນີ ຕໍ່ ສປປລາວ ( ອົດສະຕາລີ, ການາດາ, ຟິນແລນ, ເຢັຍລະມັນ, ລັກຊັມເບີກ, ໂປແລນ, ປອກຕູກາລ, ສະວິເດນ, ສະວິເຊີແລນ ແລະ ອັງກິດ). ນອກ ຈາກ ນັ້ນ, 5 ປະເທດ ໄດ້ ຕັ້ງ ຄຳຖາມ ກ່ຽວກັບ ກໍຣະນີ ຫາຍ ສາບສູນ ດັ່ງກ່າວ, ໃນ ນັ້ນ ມີ ປະເທດ ແບລຊີກ, ໂຣແລນ, ຊະໂລເວເນັຍ, ສີງກະໂປ ແລະ ສະຫະຣັດ ອະເມຣິກາ.

ສະຫະພັນ ສິດທິ ມະນຸດ ນາໆ ຊາດ (FIDH) ແລະ ຂະບວນກນ ລາວ ເພື່ອ ສິດທິມະນຸດ (ຂລສມ) ຣຽກທວງ ໃຫ້ ລັຖະບານ ລາວ ເລັ່ງລັດ ການ ສັດຕະຍາບັນ ສົນທິ ສັນຍາ ນາໆ ຊາດ ວ່າ ດວ້ຍ ການ ປົກປອ້ງ ບຸກຄົນ ທີ່ ຫາຍຕົວ ໂດຍ ຖືກ ບັງຄັບ (International Convention for the Protection of All Persons from Enforced Disappearance – ICCPED). ສປປ ລາວ ໃດ້ ລົງນາມ ເຊັນ ຣັບເອົາ ສົນທິ ສັນຍາ ດັງກ່າວນີ້ ເມຶ່ອ ເດືອນ ກັນຍາ 2008 ແຕ່ ລັຖະບານ ລາວ ກໍ່ ບໍ່ໃດ້ ສັດຕະຍາບັນ ສົນທິ ສັນຍາ ນີ້ເລີຍ ເຖີງ ແມ່ນວ່າ ຕົນ ໄດ້ ຣັບເອົາ ຂໍ້ ສເນີ ຈາກ ຫລາຍໆ ປະເທດ ເນື່ອງ ໂອກາດ ກອງປະຊູມ ກວດກາ ເຖີງ ສະຖານະພາບ ດ້ານ ສິດທິ ມະນຸດ ຄັ້ງ ທໍາອິດ ເມື່ອ ປີ 2010 ກໍ່ຕາມ. ເມຶ່ອ ກອງປະຊູມ ເດືອນ ມົກກະລາ ທີ່ ຜ່ານ ມາ ນີ້, 10 ປະເທດ ໄດ້ ສເນີ ໃຫ້ ສປປ ລາວ ສັດຕະຍາບັນ ສົນທິ ສັນຍາ ນີ້ ( ອາກຊັງຕີນາ, ເບຣຊີລ, ການາດາ, ເຢັຍລະມັນ, ອີຕາລີ, ໂຣແລນ, ປາຣາກວ້ຍ, ສະເປນ, ແລະ ອູຣູກວ້ຍ).

“ໃນ ເມື່ອວ່າ ລັຖະບານ ລາວ ຕັ້ງແກ້ງ ບໍ່ ປະຕິບັດ ຕາມ ຂໍ້ ສເນີ ຕົກລົງ ຂອງ ກອງປະຊູມ ກວດກາ ຄັ້ງກອ່ນ (2010), ທາງ ການ ວຽງຈັນ ກໍ່ ຈະ ສືບຕໍ່ ການ ໃຊັ ທ່າທີ ແບບ ເອົາ ຄວນໄຟ ມາ ບັງ ຄວາມຈີງ ຕໍ່ ໄປ ກ່ຽວກັບ ການ ຫາຍ ສາບສູນ ແບບ ຖືກ ບັງຄັບ, ນອກຈາກ ວ່າ ປະຊາຄົມ ນາໆ ຊາດ ຈະ ທໍາການ ກົດດັນ ຢ່າງ ຕໍ່ ເນື່ອງ” ຍານາງ ວະນິດາ ເທພສຸວັນ, ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ, ໄດ້ ກ່າວ.

ສະຫະພັນ ສິດທິ ມະນຸດ ນາໆ ຊາດ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ຣຽກຣອ້ງ ອີກ ຄັ້ງ ໃໝ ຕໍ່ ລັຖະບານ ສປປ ລາວ ໃຫ້ ທໍາການ ສືບສວນ ຢ່າງ ຄັກແນ່ ແລະ ລົງເລິກ ໂດຍ ບໍ່ ບິດເບືອນ ທັ້ງນີ້ ກໍ່ ເພື່ອ ຈະ ຊາບ ເຖີງ ຊາຕາກັມ ຂອງ ເຫລົ່າ ກໍຣະນີ ຫາຍ ສາບສູນ ໂດຍ ຖືກ ບັງຄັບ ອື່ນໆ ອີກ ໃນ ສປປ ລາວ.

ມາ ເຖີງ ປະຈຸບັນ ຍັງ ບໍ່ ມີໃຜ ຊາບ ເຖີງ ຊາຕາກັມ ຂອງ ກໍຣະນີ ຫາຍ ສາບສູນ ບໍ່ ຕໍ່າກົ່ວ 13 ລາຍ. ໃນນັ້ນ ກໍ່ ມີ ຜູ້ ນໍາ ຂະບວນການ ລຸກຣື້ 26 ຕຸລາ 1999 ສາມ ຄົນ ທີ່ໃດ້ ຣຽກທວງ ເອົາ ປະຊາທິປະໄຕ ໂດຍ ສັນຕິ ວິທີ ທີ່ ນະຄອນ ຫລວງ ວຽງຈັນ. ອີກ 9 ຄົນ (ຜູ້ຍີງ 2 ຄົນ, ຜູ້ ຊາຍ 7 ຄົນ) ຖືກ ເຈົ້າໜ້າທີ່ ຈັບຂັງ ຕົວ ເມື່ອ ເດືອນ ພຶສະຈິກາ 2009 ໃນ ຫລາຍໆ ແຫ່ງ ໃນ ຂະນະ ຕຽມການ ປະທວ້ງ ແບບ ສັນຕິ ວິທີ ເພື່ອ ຣຽກທວງ ເອົາ ປະຊາທິປະໄຕ. ອິກ ຜູ້ນື່ງ ຄັດຄ້ານ ຕໍ່ ໂຄງການ ກະສິກັມ ທີ່ ໃດ້ ຣັບ ການ ສນັບ ສນູນ ຈາກ ສປ ຈີນ ທີ່ ແຂວງ ຫລວງນໍ້າທາ ກໍ່ ຫາຍ ສາບສູນ ນັບ ແຕ່ ເດືອນ ມົກກະລາ 2007 ເປັນ ຕົ້ນ ມາ ພາຍຫລັງ ທິ ຖືກ ບຸກຄົນ ໃນ ຊຸດ ເຈົ້າໜ້າທີ່ ນໍາຕົວ ໄປ.

ຄວາມ ພາດພັ້ງ ຂອງ ລັຖະບານ ສປປ ລາວ ໃນ ການ ສືບສວນ ຢ່າງ ປະສິດທິພາບ ເຖີງ ທຸກ ກໍຣະນີ ຫາຍ ສາບສູນ ໂດຍ ຖືກ ບັງຄັບ ເປັນ ການ ລະເມີດ ມາຕຣາ 2(3) ຂອງ ສັນຍາ ສາກົນ ກ່ຽວກັບ ສິດທິ ພົນລະເຮືອນ ແລະ ການເມືອງ (ICCPR) ຊື່ງ ສປປ ລາວ ໃດ້ ຣັບ ສັດຕະຍາບັນ. ສົນທິ ສັນຍາ ດັ່ງກ່າວ ລະບຸ ໃວ້ ວ່າ ລັຖະບານ ໃດ ທີ່ ໃດ້ ສັດຕະຍາບັນ ສັນຍາ ນີ້ ຕອ້ງ ແກ້ໄຂ ການ ລະເມີດ ສິດທິ ທີ່ ຖືກ ປົກປອ້ງ ແລະ ຣັບປະກັນ ໃນ ສັນຍາ ດັ່ງກ່າວ ຢ່າງ ປະສິດທິຜົນ, ໃນນັ້ນ ກໍ່ ມີ ສິດທິ ໃນການ ມີ ອິດສາຣະພາບ ແລະ ຄວາມ ປອດພັຍ.
Press contacts
Vanida Thephsouvanh (French, English, Lao) – Tel: +33 1 60 06 57 06 (Paris)
Andrea Giorgetta (English) – Tel: +66 88 611 7722 (Bangkok)
Arthur Manet (French, English, Spanish) – Tel: +33 6 72 28 42 94 (Paris)

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.