ຄຳຊີ້ແຈງຕໍ່ UPR: ເຫດຜົນເກົ່າ ເວົ້າໃໝ່ ຍັງຟັງຂັດໆ

Logo-Sombath InitiativeThe Sombath Initiative: 02 ກໍລະກົດ 2015

ເຫດຜົນເກົ່າ ເວົ້າໃໝ່ ທີ່ຍັງຟັງຂັດໆ: ຄຳຊີ້ແຈງຂອງລັດຖະບານລາວ ຕໍ່ຂໍ້ແນະນຳຈາກກອງປະຊຸມທົບທວນ ປະຈຳໄລຍະດ້ານສິທິມະນຸດ ຮອບທີ 2

ໃນວັນທີ 24 ມິຖຸນາ, ລັດຖະບານລາວ ໄດ້ປະກອບຄຳຊີ້ແຈງຕໍ່ 196 ຂໍ້ແນະນຳ ຈາກກອງປະຊຸມທົບທວນ ປະຈຳໄລຍະ ຮອບທີ 2 ທີ່ໄດ້ຈັດຂຶ້ນເມື່ອເດືອນມັງກອນ ທີ່ນະຄອນເຈນີວາ. [1]

ໃນນັ້ນກໍ່ບໍ່ຄ່ອຍມີຫຍັງໃໝ່. ອັນທີ່ອາດພົ້ນເດັ່ນກວ່າໝູ່ອາດແມ່ນວາທະສາດທີ່ເອົາມາເວົ້າຄືນ, ທີ່ຍັງຟັງຂັດໆ ຢູ່.

ສົນທິສັນຍາສາກົນວ່າດ້ວຍການຄຸ້ມຄອງບຸກຄົນທຸກຄົນຈາກການຖືກບັງຄັບໃຫ້ສູນຫາຍ (ICPPED)

ລັດຖະບານລາວ ໄດ້ຕົກລົງວ່າຈະໃຫ້ສັດຕະຍາບັນ (ratify, ຮັບຮອງນຳໃຊ້) ຕໍ່ ICPPED ໃນກອງປະຊຸມ UPR ຮອບທີ 1 ເມື່ອປີ 2010. ເຖິງແມ່ນວ່າ ສຸດທ້າຍຈະບໍ່ໄດ້ໃຫ້ສັດຕະຍາບັນ, ແຕ່ກໍ່ອີກເທື່ອໜຶ່ງໄດ້ຮັບ ເອົາຂໍ້ແນະນຳໃຫ້ເຮັດແນວນີ້ ຈາກເນເທີແລນ, ແຄນາດາ, ອາເຈນຕີນາ ​ແລະສະເປນ (ຂໍ້ທີ 20, 21, ແລະ 27).

ແຕ່ ລັດຖະບານລາວ ບໍ່ຍອມຮັບເອົາຂໍ້ແນະນຳ ຈາກອູຣູກວາຍ (ຂໍ້ທີ 22) ທີ່ຂໍໃຫ້ມອບສັດຕະຍາບັນ ຕໍ່ສົນທິ ສັນຍາ ໂດຍບໍ່ມີຂໍ້ແມ້ໃດໆ, ໂດຍຊີ້ແຈງວ່າ ຕົນ “…ຈະໃຫ້ສັດຕະຍາບັນໄດ້ກໍ່ຕໍ່ເມື່ອ ໄດ້ສຶກສາກ່ຽວກັບ ສົນທິສັນຍາ ຢ່າງລະອຽດເສຍກ່ອນ.”

ອິຕາລີ, ບຣາຊິລ, ເຢຍລະມັນ ແລະຝຣັ່ງ (ຂໍ້ທີ 23-26) ກໍ່ໄດ້ແນະນຳໃຫ້ມອບສັດຕະຍາບັນຕໍ່ສົນທິສັນຍາ, ໄປພ້ອມໆກັບການສືບສວນກໍລະນີທີ່ກ່ຽວຂ້ອງຢ່າງເປັນກາງ ແລະລະອຽດຖີ່ຖ້ວນ.

ຂໍ້ແນະນຳເຫຼົ່ານີ້ ກໍ່ບໍ່ໄດ້ຖືກຮັບເອົາ ຍ້ອນວ່າ “ກໍລະນີທີ່ຖືກກ່າວຫານັ້ນ ໄດ້ຮັບການສືບສວນໂດຍເຈົ້າໜ້າທີ່ ກ່ຽວຂ້ອງແລ້ວ ແລະເຫັນວ່າຂໍ້ກ່າວຫາດັ່ງກ່າວບໍ່ແມ່ນຄວາມຈິງ.”

ICPPED ມີທັງໝົດ 18 ໜ້າ, 7,234 ຄໍາ. ເວລາ 5 ປີ ນັ້ນເຫຼືອເຟືອສຳລັບການສຶກສາຢ່າງລະອຽດ, ໂດຍສະ ເພາະ ເມື່ອໄດ້ລົງນາມໄປກ່ອນໜ້າແລ້ວ.

ນອກນັ້ນ, ຖ້າພົບວ່າການກ່າວຫາທັງໝົດທີ່ກ່ຽວຂ້ອງກັບອາຊະຍາກຳເປັນເລື່ອງ ບໍ່ເປັນຄວາມຈິງ, ຍ້ອນ ຫຍັງ ຈຶ່ງເປັນໄປບໍ່ໄດ້ທີ່ຈະໃຫ້ສັດຕະຍາບັນຕໍ່ສົນທິສັນຍາໂດຍບໍ່ມີຂໍ້ແມ້?

ສົມບັດ ສົມພອນ

ໃນຂໍ້ແນະນຳຈາກເຢຍລະມັນ, ລັກຊຳເບີກ, ໂປແລນ, ປໍຕຸເກດ, ສວີເດັນ, ສວິດເຊີແລນ, ອັງກິດ, ອອສເຕຣເລຍ, ການາດາ, ແລະຟິນແລນ (ຂໍ້ທີ 25, 94-101, 151) ໄດ້ສະເພາະເຈາະຈົງຮຽກຮ້ອງໃຫ້ລົງມື ສືບສວນທັນທີ ໂດຍນຳໃຊ້ທີມງານເອກະລາດ ຕໍ່ກໍລະນີການຫາຍສາບສູນຂອງ ສົມບັດ ສົມພອນ.

ຂໍ້ແນະນຳບາງອັນແມ່ນໄດ້ຖືກຮັບເອົາ, ແຕ່ບາງອັນກໍ່ບໍ່ຖືກຮັບ ຍ້ອນວ່າ “…ມີບາງສ່ວນນໍາໃຊ້ພາສາ ຫຼືສຳ ນວນ ທີ່ຍັງບໍ່ສະແດງເຖິງຄວາມເປັນຈິງໃນ ສປປ ລາວ.”

ເຖິງຈະມີຂໍ້ແນະນຳ UPR ຈາກ 20 ປະເທດ, ການຮຽກຮ້ອງຈາກລັດຖະບານ ແລະຜູ້ນຳໂລກຫຼາຍຄັ້ງ, ແລະ ຂໍ້ສະຫຼຸບຈາກສຳນັກງານຂ້າຫຼວງໃຫຍ່ດ້ານສິທິມະນຸດຂອງອົງການສະຫະປະຊາຊາດ (UN OHCHR), ຄະ ນະ ເຮັດວຽກກ່ຽວກັບຄົນສູນຫາຍ ຈາກການບັງຄັບ ຫຼືຄວາມບໍ່ຍິນຍອມ (WGEID), ສະຫະພາບຢູໂຣບ, ແລະເກືອບທຸກອົງການຈັດຕັ້ງສາກົນດ້ານສິທິມະນຸດ, ລັດຖະບານລາວກໍ່ຍັງຢືນຢັນຢ່າງໜຽວແໜ້ນວ່າຕົນ ໄດ້ດໍາເນີນການສືບສວນຢ່າງຈິງຈັງແລ້ວ.

ທາງການລາວ ຢຳ້ວ່າໄດ້ສ້າງຕັ້ງຄະນະກຳມະການຂຶ້ນແລ້ວ, ແຕ່ບໍ່ເຄີຍເຜີຍລາຍຊື່ຂອງສະມາຊິກໃນຄະນະ ດັ່ງກ່າວ; ເພິ່ນໄດ້ກ່າວຄືນວ່າ ໄດ້ທຳເນີນທຸກບາດກ້າວຂັ້ນຕອນທີ່ຈຳເປັນ, ແຕ່ບໍ່ເຄີຍໄດ້ເຜີຍແຜ່ເອກະສານ ໃດໆ; ເພິ່ນຢືນຢັນວ່າຕົນພ້ອມຮັບຄຳແນະນຳ, ແຕ່ອັນທີ່ໄດ້ສະເໜີຜ່ານມາແມ່ນຖືກປະຕິເສດແບບລວບໆ.

ແລະອີກເທື່ອໜຶ່ງ ເພິ່ນຍັງໃຫ້ຄຳເຫັນວ່າອາດເປັນຂໍ້ຂັດແຍ່ງເລື່ອງທຸລະກິດ ຫຼື “…ກັບກຸ່ມອາຊະຍາກອນ”, ເຖິງແມ່ນວ່າເພິ່ນຈະບໍ່ເຄີຍນຳສະເໜີຫຼັກຖານເພື່ອຢັ້ງຢືນຂໍ້ກ່າວຫາທີ່ບໍ່ມີເຫດຜົນດັ່ງກ່າວ.

ລັດຖະບານລາວ ຍັງຢ້ຳວ່າຕົນໄດ້ອອກບົດລາຍງານ, ແລະແຈ້ງໃຫ້ພາກສ່ວນທີ່ສົນໃຈ ແລະຄອບຄົວຮັບຮູ້ຢູ່ ຕະຫຼອດ. ແຕ່ບໍ່ມີລາຍງານໃໝ່ມາໄດ້ 2 ປີແລ້ວ, ແລະອັນທີ່ອອກມາກໍ່ບໍ່ມີເນື້ອໃນຫຍັງນອກຈາກການປະ ກາດວ່າທາງເຈົ້າໜ້າທີ່ບໍ່ໄດ້ມີສ່ວນກ່ຽວຂ້ອງກັບເຫດການນີ້, ແລະວ່າການສືບສວນຈະຍັງດຳເນີນຕໍ່ໄປ.

ໃນບົດກ່າວເປີດຕໍ່ກອງປະຊຸມສະພາສິທິມະນຸດຂອງອົງການສະຫະປະຊາຊາດ (UN Human Rights Council), ທ່ານ ທອງພັນ ສະຫວັນເພັດ, ຜູ້ຕາງໜ້າລັດຖະບານລາວ ປະຈຳກຸງເຈນິວາ ກໍ່ໄດ້ກ່າວບົດທ່ອງ ຂຶ້ນໃຈອັນເກົ່ານີ້, ແລະເສີມວ່າ “ກໍລະນີການຫາຍຕົວເປັນເລື່ອງຊັບຊ້ອນ ແລະຍາກທີ່ຈະແກ້ໄຂໄດ້ໄວ, ພວກ ເຮົາ ຕ້ອງການເວລາ…”

ແລ້ວເປັນຫຍັງຈຶ່ງບໍ່ຍອມຮັບຄວາມຊ່ວຍເຫຼືອ? ເປັນຫຍັງຈຶ່ງໃຊ້ເວລາຫຼາຍກວ່າ 2 ປີເຄິ່ງ ໃນການເຜີຍແຜ່ ພາບບັນທຶກຈາກກ້ອງວົງຈອນປິດ, ໃນການເຜີຍແຜ່ເອກະສານ, ຫຼືການດຳເນີນຂັ້ນຕອນພື້ນຖານໃນການ ສືບສວນຢ່າງຈິງຈັງ ທີ່ຄວນຈະໃຊ້ເວລາພຽງແຕ່ອາທິດດຽວເທົ່ານັ້ນ?

ກົດໝາຍວ່າດ້ວຍສື່ມວນຊົນ

ສວີເດັນ (ຂໍ້ທີ 37) ສະເໜີໃຫ້ຍົກເລີກກົດໝາຍວ່າດ້ວຍສື່ມວນຊົນທີ່ “…ຕັ້ງໃຫ້ສິທິມະນຸດ ແລສິທິບຸກຄົນຂັ້ນ ພື້ນຖານ ທີ່ຂັດກັບຜົນປະໂຫຍດຂອງລັດ ເປັນອາຊະຍາກຳ.”

ປະເດັນດັ່ງກ່າວບໍ່ໄດ້ຖືກຍອມຮັບ “…ພຽງເພາະວ່າ ບໍ່ມີກົດໝາຍ ຫຼືດຳລັດໃດໆໃນ ສປປ ລາວ… ທີ່ຖືການ ຈັດຕັ້ງປະຕິບັດສິທິມະນຸດຂັ້ນພື້ນຖານ ເປັນອາຊະຍາກຳ.”

ດ້ານສື່ມວນຊົນ ທີ່ຄວບຄຸມໂດຍລັດ ກໍ່ຄົງຈະບໍ່ອອກມາກ່າວຂັດແຍ້ງກັບຄຳເວົ້ານີ້.

ສະຖາບັນສິທິມະນຸດແຫ່ງຊາດ

ຊິລີ,​ ເນປານ, ຕີມໍ-ເລສເຕ, ການາດາ, ຮອນດູຣັສ, ອິນເດຍ, ລັດເວຍ, ຄໍສຕາຣິກາ, ປໍຕຸເກດ, ແລະອີຢິບ (ຂໍ້ທີ 51-60) ສະເໜີໃຫ້ມີການສ້າງຕັ້ງສະຖາບັນສິທິມະນຸດແຫ່ງຊາດ ທີ່ເປັນເອກະລາດຂຶ້ນ ໃຫ້ສອດຄ່ອງ ກັບຫລັກການປາຣີສ (Paris Principles). ປະເດັນນີ້ກໍ່ໄດ້ຖືກສະເໜີແລ້ວໂດຍການາດາ, ອີຢິບ, ແລະ ເຢຍລະມັນ ໃນກອງປະຊຸມຮອບທຳອິດ.

ທາງການຕອບວ່າ ໃນຂະນະທີ່ມີການພິຈາລະນາຕໍ່ການສ້າງສະຖາບັນດັ່ງກ່າວ, ຂໍ້ສະເໜີທີ່ກ່າວມານັ້ນແມ່ນ ບໍ່ສາມາດຮັບເອົາໄດ້ ຍ້ອນວ່າ “…ໃນພາກປະຕິບັດ ສປປ ລາວ ມີກົນໄກແຫ່ງຊາດ ໃນການແກ້ໄຂສິທິມະ ນຸດ, ເກືອບຄ້າຍຄືກັບສະຖາບັນສິທິມະນຸດແຫ່ງຊາດ (NHRI) ທີ່ອີງໃສ່ຫຼັກການປາຣີສ.”

ໜ້າເສຍດາຍ ທີ່ໃນຕົວຈິງແລ້ວ ບໍ່ມີສະຖານບັນ ຫຼືອົງການຈັດຕັ້ງໃດ ທີ່ມີເອກະລາດພຽງພໍທີ່ຈະຕັ້ງຄຳຖາມຕໍ່ ກັບຄຳກ່າວນີ້ໄດ້.

ສົນທິສັນຍາສາກົນວ່າດ້ວຍສິດພົນລະເມືອງ ແລະ ສິດທາງການເມືອງ (ICCPR)

ຝຣັ່ງ (ຂໍ້ທີ 129) ສະເໜີໃຫ້ປະຕິບັດຕາມ ICCPR ຢ່າງໃກ້ຊິດກວ່າເກົ່າ, ໂດຍສະເພາະ ເລື່ອງອິສະລະພາບ ຂອງສື່, ການສະແດງອອກ ແລະ ການສະມາຄົມ, ລວມເຖິງສຳລັບນັກປົກປ້ອງສິທິມະນຸດ ແລະອົງການທີ່ບໍ່ ຂຶ້ນກັບລັດຖະບານ. ອີກຫຼາຍປະເທດ ກໍ່ໄດ້ໃຫ້ຂໍ້ສະເໜີທີ່ຄ້າຍຄືກັນ.

ຂໍ້ສະເໜີສ່ວນຫຼາຍບໍ່ຖືກຍອມຮັບ, ດ້ວຍຄຳອະທິບາຍເດີມໆທີ່ວ່າ ອິສະລະພາບດັ່ງກ່າວແມ່ນໄດ້ຮັບການ ຮັບຮອງພາຍໃຕ້ລັດຖະທຳມະນູນ, ແລະກໍ່ບໍ່ມີນິຕິກຳໃດ ທີ່ແນໃສ່ປາບປາມພວກເຂົາ.

ຄຳຕອບທີ່ອອກມາຍັງສືບຕໍ່ວ່າ, “ລັດຖະບານລາວ ສົ່ງເສີມໃຫ້ສື່ມວນຊົນ, ປັນຍາຊົນ ແລະ ອົງການຈັດຕັ້ງ ທາງສັງຄົມຕ່າງໆ ມີສ່ວນຮ່ວມໃນການສຶກສາ, ສະໜັບສະໜຸນ ແລະຕິດຕາມວຽກງານສິທິມະນຸດ. ອົງການ ຈັດຕັ້ງເຫຼົ່ານີ້ ໄດ້ເຂົ້າຮ່ວມໃນຂະບວນການຂອງ UPR…”

ເປັນທີ່ຮູ້ກັນດີແລ້ວວ່າ ສື່ມວນຊົນແມ່ນຢູ່ພາຍໃຕ້ການຄວບຄຸມຂອງລັດ, ຂໍ້ຄັດຄ້ານຈາກປະຊາຊົນ ແມ່ນຖືກ ປາບປາມຢ່າງຮຸນແຮງ, ແລະອົງການສິທິມະນຸດ ແມ່ນບໍ່ໄດ້ຮັບອະນຸມັດ.

ອົງການຈັດຕັ້ງທາງສັງຄົມຕ່າງກໍ່ຮູ້ດີວ່າ ບົດບັນທຶກຄວາມເຂົ້າໃຈ, ການຂຶ້ນທະບຽນອົງກອນ ຫຼືການສະເໜີ ກິຈະກຳໃດໆ ທີ່ມີຄວາມໝາຍໃນການແກ້ໄຂບັນຫາສິທິມະນຸດແມ່ນຖືກປະຕິເສດ​ທັນທີ.

ໃນຂະນະທີ່ບົດລາຍງານ ແລະຖະແຫລງການຂອງລັດຖະບານ ເນັ້ນໃຫ້​ເຫັນການປຶກສາຫາລືຮ່ວມກັບອົງ ການຈັດຕັ້ງທາງສັງຄົມ,​ ​ແຕ່​ບໍ່ປາກົດມີປະໂຫຍກໃດ ທີ່​ເວົ້າເຖິງ​ເນື້ອ​ໃນ ຫຼື ຜົນໄດ້ຮັບຈາກການປະຊຸມ​ເຫຼົ່າ​ນີ້, ແລະໂອກາດທີ່ອົງການຈັດຕັ້ງເຫຼົ່ານີ້ຈະກ້າສະ​ແດງ​ຄຳເຫັນອອກ​ມາ​ແບບເອກະລາດ ກໍ່ຍິ່ງມີໜ້ອຍ​.

ນອກນັ້ນກໍ່​ຍັງ​ບໍ່​ມີ​ການ​ກ່າວ​ເຖິງ​ການ​ມີ​ສ່ວນ​ຮ່ວມ​ໃນ​ອາດີດ ​ຫຼືຄວາມເປັນໄປໄດ້ໃນອະນາຄົດ​ຂອງອົງການ ຈັດຕັ້ງທາງສັງຄົມໃນການຈັດຕັ້ງປະຕິບັດ ຫຼືການຕິດຕາມຂໍ້ແນະນຳຈາກ UPR ​ເລີຍ. ໃນຕົວຈິງ ບົດບາດ ຂອງອົງການຈັດຕັ້ງທາງສັງຄົມ ໃນການ​​ໃຫ້ຄວາມ​ຮູ້​, ການສະໜັບສະໜຸນ, ການຕິດຕາມ, ​ແລະ​ວຽກ​​ອື່ນໆ​ທີ່​ກ່ຽວຂ້ອງກັບສິທິມະນຸດ​ນັ້ນ ​ຍັງເປັນ​ພຽງວາທະສິນຊື່ໆ.

ສະຫຼຸບ

ຄຳຕອບຫຼາຍອັນທີ່ມີຕໍ່ຂໍ້ສະເໜີຈາກ UPR ແມ່ນກ່ຽວພັນເຖິງຄວາມອາດສາມາດທີ່ມີຈຳກັດ, ຄວາມຕ້ອງ ການດ້ານເວລາ ແລະງົບປະມານເພີ່ມເພື່ອສຶກສາສົນທິສັນຍາ, ພິຈາລະນາລະບຽບການ, ບົດລາຍງານ ຄວາມຄືບໜ້າ, ແລະເພື່ອຕອບສະໜອງຂໍ້ສະເໜີຕ່າງໆ.

ຄວາມຕ້ອງການຂອງສະພາ​ສິທິ​ມະ​ນຸດ​ແຫ່ງ​ສະຫະ​ປະຊາ​ຊາດ (UN Human Rights Council)​ ​ລວມເຖິງ ກົນ​ໄກ​ຂອງ​ສະພາກໍ່ມີຫຼາຍ. ​

ໃນຂະນະດຽວກັນ, ລັດຖະບານ​ລາວ​ ກໍ່ມຸ່ງຫວັງທີ່ຈະ​ເປັນ​ສະມາຊິກ​ໃນ​ສະພາດັ່ງກ່າວ, ເປັນປະທານອາຊຽນ, ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ແລະວິທີການ​ອື່ນທີ່ຈະເສີມສະຖານະພາບທາງ ສາກົນຂອງຕົນ.

​​ແລະສິ່ງເຫຼົ່ານີ້ກໍ່ປະກອບໃຫ້ກັບສິ່ງທີ່ຟັງຂັດໆ, ​ແຕ່ສິ່ງທີ່​ຕ້ອງການບໍ່ແມ່ນ​ຄຳ​ເວົ້າ​ທີ່​ມ່ວນ, ຫາກເປັນການແກ້ ໄຂຫຼາຍກວ່າ.

ການແກ້ໄຂຈະສະແດງອອກໄດ້ດີທີ່ສຸດ ໂດຍ​ການແກ້ໄຂກໍລະນີຂອງ ສົມບັດ ສົມພອນ ດ້ວຍ​ຄວາມ​ຈິງ​ໃຈ.

… ການຫາຍຕົວໄປຂອງ ສົມບັດ ສົມພອນ ບໍ່ແມ່ນກໍລະ​ນີໂດດດ່ຽວ ໃນສະພາບແວດລ້ອມທີ່ສິທິມະນຸດດຳ ເນີນໄປໄດ້ດີ, ​ແຕ່ອາດເປັນ​ປາກົດການທີ່​ສະ​ແດງ​ໃຫ້​ເຫັນເຖິງປັນຫາຊຳເຮື້ອ​ທີ່​ກວ້າງ ແລະເລິກແລບລົງ​ໄປ​ອີກ.

ເຮົາຖາມວ່າ ມີຄວາມເປັນໄປໄດ້ ​ແລະວິທີການອັນໃດ ທີ່ຈະມາແກ້ໄຂ​​ບັນຫາສິທິມະນຸດອັນອື່ນ ​ໃນ​ເມື່ອທາງ ການລາວ ​​ຍັງຄົງເພີກເສີຍຕໍ່ກໍລະນີ້ຕໍ່ໄປ? [2]

[1] ​ຂໍ້​ແນະນຳ ​ແລະ​ຄຳ​ຕອບ ແມ່ນ​ສາມາດ​ເບິ່ງ​ໄດ້​ທີ່ http://www.ohchr.org/EN/HRBodies/UPR/Pages/LASession21.aspx

[2] ຈາກ​ການ​ລົງ​ນາມຂອງ 145 ອົງການ, ​ແລະ​ເຜີຍ​ແຜ່​​ກ່ອນກອງປະຊຸມ UPR ໃນ​ເດືອນ​ມັງກອນ. ພ້ອມທັງ ໄດ້ປະກອບເຂົ້າໃນຈົດໝາຍເຖິງຄະນະທູດປະຈຳອົງການສະຫະປະຊາຊາດ ຈາກຫຼາຍປະເທດ ທີ່ກຸງເຈນິ ວາ ພາຍຫຼັງຈາກການປະຊຸມ.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.