ບໍ່ໜ້າແປກໃຈທີ່ລາວ ພາດໂອກາດນັ່ງຕັ່ງຂ້າຫຼວງໃຫຍ່ສະຫະປະຊາຊາດດ້ານສິທິມະນຸດ

ວິທະຍຸເອເຊຍເສຣີ: 29 ຕຸລາ 2015 (ສະບັບແປບໍ່ເປັນທາງການ)

SB-Magsaysay-08
A 2005 photo of Sombath Somphone in the Philippines.

ຄວາມພະຍາຍາມທີ່ລົ້ມເຫຼວ ຂອງປະເທດລາວ ທີ່ຈະຊະນະຕຳແໜ່ງສະມາຊິກສະພາຂ້າຫຼວງໃຫຍ່ ສະຫະປະຊາຊາດດ້ານສິທິມະນຸດ ຖືເປັນເລື່ອງທີ່ໜ້າໂລ່ງໃຈສຳລັບກຸ່ມຜູ້ນຳດ້ານສິທິມະນຸດລາວ ເມື່ອໄດ້ເຫັນຜົນການລົງຄະແນນສຽງແບບປິດລັບ ທີ່ນິວຢອກ ໃນວັນພະຫັດ. ກຸ່ມດັ່ງກ່າວ ໄດ້ຮຽກ ຮ້ອງໃຫ້ລັດຖະບານກອມມູນິສຕ໌ ປະຕິບັດຕາມສົນທິສັນຍາວ່າດ້ວຍສິດ ຂອງອົງການສະຫະ ປະຊາຊາດ ກ່ອນທີ່ຈະພະຍາຍາມເຂົ້າຮ່ວມຄະນະຂ້າຫຼວງໃຫຍ່.

ຜົນການລົງຄະແນນສຽງແບບປິດລັບ ໂດຍສະພານິຕິບັນຍັດຂອງອົງການສະຫະປະຊາຊາດ ໃນ ວັນພຸດ ເຫັນວ່າລາວພາດໂອກາດຖືຕຳແໜ່ງໜຶ່ງໃນຫ້າຂອງຕາງໜ້າພາກພື້ນອາຊີ-ປາຊີຟິກ ໃນ ສະພາຂ້າຫຼວງໃຫຍ່, ໂດຍປະເທດທີ່ໄດ້ຕຳແໜ່ງລວມມີ ກຽກກິສຖານ, ມົງໂກເລຍ, ຟີລິປິນ, ເກົາຫຼີໃຕ້, ແລະສະຫະລັດອາຣັບ ເອມິເຣດ.

ກຸ່ມເຄື່ອນໄຫວດ້ານສິທິມະນຸດລາວໃນປາຣີສ ບອກວິທະຍຸເອເຊຍເສຣີລາວວ່າ ຄົງຈະ “ໂຊກຮ້າຍທີ່ ສຸດ” ຖ້າຕ້ອງເຫັນລັດຖະບານຜະເດັດການພັກດຽວໃນວຽງຈັນ ເຂົ້າຮ່ວມເປັນໜຶ່ງໃນ 47 ສະມາຊິກ ສະພາຂ້າຫຼວງໃຫຍ່.

“ກຸ່ມເຄື່ອນໄຫວດ້ານສິທິມະນຸດລາວ ເຊື່ອວ່າການລ່ວງລະເມີດສິດຂອງພົນລະເມືອງລາວຢ່າງບໍ່ມີ ສິ້ນສຸດ ແລະບໍ່ມີຄວາມລະອາຍ ຂອງລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ສືບຕໍ່ມາຫຼາຍປີແລ້ວ, ຈິ່ງບໍ່ເປັນສິ່ງດຶງດູດຄະແນນສຽງຈາກປະເທດສະມາຊິກ (ສະຫະປະຊາ ຊາດ),” ວະນິດາ ເທບສຸວັນ, ປະທານກຸ່ມກ່າວ.

“ລັດຖະບານລາວ ຄວນນັບຖື ແລະຈັດຕັ້ງປະຕິບັດສົນທິສັນຍາສາກົນວ່າດ້ວຍສິທິມະນຸດ ທີ່ຕົນໄດ້ ລົງນາມ ແລະໃຫ້ສັດຕະຍາບັນໄປແລ້ວ ກ່ອນທີ່ຈະຫວັງໄດ້ຕຳແໜ່ງໃນສະພາຂ້າຫຼວງໃຫຍ່ສະຫະ ປະຊາຊາດດ້ານສິທິມະນຸດ,” ນາງກ່າວ.

ຄວາມປະລາໄຊຂອງລາວ ເປັນຜົນມາຈາກບົດລາຍງານທີ່ສົ່ງມາໃນວັນກ່ອນການລົງຄະແນນສຽງ ໃນສະຫະປະຊາຊາດ ຈາກ 3 ກຸ່ມສິທິມະນຸດ ເຊິ່ງລວມມີ U.N. Watch, Human Rights Foundation, and the Lantos Foundation, ເຊິ່ງໄດ້ລວມເອົາປະເທດລາວ ເຂົ້າເປັນໜຶ່ງໃນ 9 ປະເທດທີ່ມີປະຫວັດດ້ານສິທິມະນຸດ, ອິສະຫຼະຂອງສື່ມວນຊົນ, ແລະປັດໄຈອື່ນໆ ທີ່ເຮັດໃຫ້ປະເທດ ນີ້ບໍ່ເໝາະສົມສຳລັບສະພາຂ້າຫຼວງໃຫຍ່.

ແຕ່, ຈາກລາຍຊື່ປະເທດທີ່ໄດ້ເຄື່ອງໝາຍດຳ ຈາກກຸ່ມສິທິມະນຸດ, ປະເທດ ບູຣຸນດີ, ເອກວາດໍ, ເອທິໂອເປຍ, ກຽກກິສຖານ, ໂທໂກ, ສະຫະລັດອາຣັບ ເອມິເຣດ, ແລະເວເນຊູເອລາ ຊ້ຳພັດໄດ້ຖືກ ເລືອກໃຫ້ເຂົ້ານັ່ງໃນສະພາເປັນເວລາ 3 ປີ.

ສະພາຂ້າຫຼວງໃຫຍ່ ທີ່ຕັ້ງຢູ່ກຸງເຈນີວາ ເຊິ່ງເປັນອົງກອນທີ່ຫຼາຍຝ່າຍຂັດແຍ່ງວ່າປະກອບມີແຕ່ ປະເທດຜະເດັດການ ແລະຈິງຈັງຕໍ່ການລະເມີດສິດຢ່າງແຂງຂັນ, ໃນປະຈຸບັນ ແມ່ນນຳໂດຍປະເທດ ຊາອຸດິ ອາຣາເບຍ, ແລະປະກອບມີ ຈີນ, ຄິວບາ, ລັດເຊຍ, ແລະຫວຽດນາມ, ເຊິ່ງທັງໝົດໄດ້ຖືກລົງ ມະຕິວ່າເປັນປະເທດທີ່ “ບໍ່ໃຫ້ອິສະຫຼະ” ໂດຍອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຂອງສະຫະລັດ ຊື່ວ່າ Freedom House. ປະເທດເຫຼົ່ານີ້ ຖືກກ່າວຫາເປັນປະຈຳວ່າມີການລົງຄະແນນສຽງໃນ ສະພາຂ້າຫຼວງໃຫຍ່ ເພື່ອປົກປ້ອງກັນ ແລະກັນຈາກການກວດສອບ ແລະວິຈານ.

ຫຼາຍຄົນໃນແວດວົງສິທິມະນຸດ ເຊື່ອວ່າ ການທີ່ປະເທດລາວ ລົ້ມເຫຼວໃນການສະໝັກເປັນສະມາຊິກ ໃນເທື່ອນີ້ ກໍ່ແມ່ນຍ້ອນການທີ່ລັດຖະບານ ບໍ່ເຄີຍໃຫ້ຄຳອະທິບາຍທີ່ໜ້າຍອມຮັບໄດ້ ກ່ຽວກັບການ ຫາຍຕົວໄປຂອງນັກລົນນະລົງ ສົມບັດ ສົມພອນ, ຜູ້ທີ່ໄດ້ຖືກລັກພາຕົວ ຕໍ່ໜ້າປ້ອມຕຳຫຼວດ ເກືອບ 3 ປີຜ່ານມາແລ້ວ.

ສົມບັດ ໄດ້ຫາຍຕົວໄປໃນວັນທີ 15 ທັນວາ 2012, ເມື່ອຕຳຫຼວດ ຢຸດລົດຂອງລາວ. ລາວໄດ້ຖືກຍ້າຍ ໃຫ້ໄປຂຶ້ນລົດອີກຄັນໜຶ່ງ, ອີງຕາມວີດີໂອບັນທຶກຂອງຕຳຫຼວດ, ແລະບໍ່ມີໃຜປາກົດເຫັນ ຫຼືໄດ້ຍິນ ຂ່າວຈາກລາວອີກເລີຍ.

ເຖິງແມ່ນວ່າເຈົ້າໜ້າທີ່ຈະປະຕິເສດການກ່ຽວຂ້ອງໃດໆໃນການລັດພາຕົວສົມບັດ, ການບັງຄັບຫາຍ ຕົວນີ້ ເຊື່ອກັນໂດຍທົ່ວໄປວ່າແມ່ນຜົນງານຂອງຕຳຫຼວດ ຫຼືກຸ່ມອື່ນທີ່ກ່ຽວພັນກັບລັດຖະບານ.

ເມຍຂອງສົມບັດ, ນາງ ຊຸຍເມັງ, ໄດ້ບອກກັບເອເຊຍເສຣີວ່າ ນາງບໍ່ເຂົ້າໃຈວ່າປະເທດທີ່ເຕັມໄປດ້ວຍ ຕຳຫຼວດທີ່ເຝົ້າລະວັງທຸກສະພາບການ ຈະບໍ່ສາມາດຄົ້ນຫາຫຼັກຖານ ຫຼືຂໍ້ມູນໃດໆເລີຍ ໄດ້ແນວໃດ.

“ພະນັກງານຮັກສາຄວາມປອດໄພ ແມ່ນມີຢູ່ທຸກບ້ານ, ທຸກຊຸມຊົນ, ສະນັ້ນ ຈິ່ງເປັນການຍາກທີ່ຈະ ເຊື່ອງອຳ ອາຊະຍາກຳໃນລາວ. ສະນັ້ນ ການທີ່ຕຳຫຼວດບໍ່ສາມາດຄົ້ນພົບຫຍັງໄດ້ ຈິ່ງເປັນສິ່ງທີ່ເຂົ້າ ໃຈໄດ້ຍາກ, ໂດຍສະເພາະເມື່ອຕຳຫຼວດມີບັນທຶກພາບຈາກກ້ອງວົງຈອນປິດ ທີ່ສະແດງໃຫ້ເຫັນເຖິງ ສະຖານທີ່ ແລະເວລາໃນການລັກພາຕົວສົມບັດ,” ນາງກ່າວ.

ຍັງມີອີກຢ່າງໜ້ອຍ 13 ຄົນ, ລວມເຖິງນັກສຶກສາທີ່ໄດ້ຈັດຕັ້ງການເດີນປະທ້ວງເພື່ອປະຊາທິປະໄຕ ໃນປີ 1999, ທີ່ຍັງຫາຍສາບສູນໃນລາວ, ກຸ່ມສິທິມະນຸດກ່າວ.

2 Replies to “ບໍ່ໜ້າແປກໃຈທີ່ລາວ ພາດໂອກາດນັ່ງຕັ່ງຂ້າຫຼວງໃຫຍ່ສະຫະປະຊາຊາດດ້ານສິທິມະນຸດ”

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.