ຄອບຄົວທ່ານສົມບັດຂໍຄວາມ ເປັນທັມ

ວິທະຍຸເອເຊຍເສຣີ: 16 ທັນວາ 2015

2015-12-15-SSBP-01
(ຊ້າຍມື) ຫຼານສາວຂອງທ່ານ ສົມບັດ ສົມພອນ ຖັດໄປແມ່ນ ຍານາງເປມຣຶດີ ດາວເຮືອງ ຜູ້ຕາງໜ້າ ອົງກອນ TERRA

ຫລານສາວ ຂອງ ທ່ານ ສົມບັດ ສົມພອນ ຮຽກຮ້ອງ ທາງການລາວ ໃຫ້ຄວາມ ເປັນທັມ ໃນການ ສືບສວນ ສອບສວນຫາ ທ່ານ ສົມບັດ ຕື່ມອີກ ເພາະຕລອດ 3 ປີ ຜ່ານມາ ການສືບສວນ ສອບສວນ ຂອງ ເຈົ້າໜ້າທີ່ ຕຳຣວດ ບໍ່ມີຄວາມ ຄືບໜ້າ ເລີຍ, ເຮັດໃຫ້ ຄອບຄົວ ທ່ານ ສົມບັດ ຄິດວ່າ ບໍ່ໄດ້ຮັບ ຄວາມເປັນທັມ, ແຕ່ກໍບໍ່ ໄດ້ຈົ່ມເຖິງ ການເຮັດວຽກ ຂອງ. ດັ່ງ ນາງກ່າວ ຕອນນຶ່ງ ວ່າ:

“ຖາມວ່າ ມັນ ຍຸຕິທັມ ບໍ່ ຮອດທຸກມື້ນີ້ ກະຄຶດວ່າ ມັນບໍ່ ຍຸຕິທັມ ເພາະວ່າ ເປັນ ປະຊາຊົນ ເຮົາເພິ່ງໃຜ ບໍ່ໄດ້ ແຕ່ວ່າຖາມວ່າ ເຮົາໄປ ດູຖູກ ເພິ່ນບໍ່ ຫລື ວ່າຈັ່ງໃດ ພວກເຮົາ ກະບໍ່ ເພາະເຮົາ ກະຄຶດວ່າ ມັນກະ ມີເຫດ ມີຜົລ ແຕ່ລະຄົນ ມີຫຼາຍໆຢ່າງ ທີ່ວ່າ ຕິດຂັດ ຫລື ອາຈຈະບໍ່ ສາມາດ ເຮັດໄດ້ ເຮົາ ກະບໍ່ຮູ້ ເຮົາກະ ພຍາຍາມ ເຂົ້າໃຈ ເພິ່ນ ຄືກັນ”.

ພ້ອມດຽວກັນ ນັ້ນ ນາງ ກໍຢາກ ຮຽກຮ້ອງ ຄົນໃນສັງຄົມ ໃຫ້ກຳລັງໃຈ ແກ່ ຄອບຄົວ ທ່ານ ສົມບັດ ຕໍ່ໄປ ເພາະ ຕົນເຫັນວ່າ ຂນະນີ້ ປະຊາຊົນ ສ່ວນໃຫຍ່ ບໍ່ຢາກ ເຂົ້າມາຫາ ຫລື ພົວພັນ ກັບຄອບຄົວ ທ່ານ ສົມບັດ ເພາະຢ້ານ ຈະເກີດຄວາມ ເດືອດ ຮ້ອນ ຕາມມາ. ແລະວ່າ ຢາກໃຫ້ ສັງຄົມ ເຂົ້າໃຈວ່າ ເມື່ອ ຄອບຄົວ ນຶ່ງ ມີ ສະມາຊິກ ໃນຄອບຄົວ ຂອງຕົນ ຖືກລັກ ພາຕົວໄປ ກໍເປັນເຣື່ອງ ປົກຕິ ທີ່ ຕ້ອງຕາມຫາ ແລະ ຫາຄວາມ ເປັນທັມ.

ຫຼານສາວ ຂອງ ທ່ານ ສົມບັດ ສົມພອນ ໃຫ້ສັມພາດ ຕໍ່ເອເຊັຽ ເສຣີ ຢູ່ ມະຫາວິທຍາລັຍ ທັມສາດ ທີ່ ບາງກອກ ປະເທດໄທ ເນື່ອງ ໃນໂອກາດ ຄົບຮອບ 3 ປີ ທີ່ ທ່ານສົມບັດ ຖືກ ຫາຍສາບສູນ.

ວັນທີ 15 ທັນວາ 2015 ອົງການ ນິຣະໂທດກັມ ສາກົລ ແລະ ໂຄງການ ເບິ່ງໄປໄກ ກວ່າ ສົມບັດ ສົມພອນ ໄດ້ຈັດພິທີ ຣະຣຶກເຖິງ ທ່ານ ສົມບັດ ສົມພອນ ຢູ່ ບາງກອກ ພ້ອມທັງໄດ້ ສົ່ງໜັງສື ເຖິງ ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ສປປລາວ ຮຽກຮ້ອງໃຫ້ ຣັຖບານ ລາວ ຈັດຕັ້ງ ຄນະ ກັມການອິສຣະ ຊຸດໃໝ່ຂຶ້ນ ເພື່ອ ຮັບຜິດຊອບ ວຽກງານ ສືບສວນ ຫາ ທ່ານ ສົມບັດ ຢ່າງລະອຽດ ແລະ ໃຫ້ສອບສວນ ກຸ່ມຄົນ ທີ່ ຢຸດຣົດ ທ່ານ ສົມບັດ ຢູ່ຕໍ່ໜ້າ ປ້ອມຍາມ ຕຳຣວດ ແລ້ວ ນຳພາ ທ່ານ ສົມບັດ ໃຫ້ ຫາຍສາບສູນ ໄປ ແລະ ໃຫ້ ຣັຖບານ ລາວ ຮັບປະກັນ ວ່າ ຈະນຳຕົວ ຜູ້ທີ່ກ່ຽວຂ້ອງ ກັບການ ລັກພາຕົວ ທ່ານ ສົມບັດ ນັ້ນ ມາດຳເນີນ ຄະດີ ຕາມ ຂະບວນ ການ ຍຸຕິທັມ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.