ປະທານອາຊຽນ…ມີພາລະບົດບາດແນວໃດແດ່?

ພາກສະເຫນີ

ASEAN logo 2016ກົດບັດອາຊຽນໄດ້ກຳນົດໃຫ້ບັນດາປະເທດສະມາຊິກຜັດປ່ຽນກັນເປັນປະທານຂອງອາຊຽນ. ການຜັດປ່ຽນກັນເປັນປະທານຂອງອາຊຽນແມ່ນຈະໄດ້ໝຸນວຽນກັນທຸກໆປີໂດຍອີງຕາມການລຽງຕາມຕົວອັກສອນທີ່ມີຊື່ປະເທດສະມາຊິກຕາມຕົວອັກສອນແບບພາສາອັງກິດ.

ເຖິງຢ່າງໃດກໍ່ດີ, ໃນອາດີດທີ່ຜ່ານມາກໍ່ໄດ້ມີບາງຕົວຢ່າງທີ່ມີບາງປະເທດສະມາຊິກຂອງອາຊຽນໄດ້ຕອບຮັບການຜັດປ່ຽນເປັນປະທານ ແລະ ບາງປະເທດສະມາຊິກກໍ່ໄດ້ປະຕິເສດທີ່ຈະຮັບພັນທະດັ່ງກ່າວ. ຕົວຢ່າງໃນກໍລະນີຂອງປະເທດມຽນມາທີ່ໄດ້ປະຕິເສດທີ່ຈະຮັບເປັນປະທານອາຊຽນຕັ້ງແຕ່ປີ 2006-2014. ດ້ວຍເຫດຜົນທີ່ມີກໍ່ຄືວ່າປະເທດມຽນມາມີຄວາມຢ້ານກົວບັນດາປະເທດຈາກທາງຕາເວັນຕົກທີ່ອາດຈະຂັດ ຂວາງກອງປະຊຸມທີ່ຈັດຂຶ້ນໃນມຽນມາ ແລະ ມັນຈະນຳຜົນກະທົບທາງລົບມາໃຫ້ປະເທດມຽນມານຳອີກ. ໃນປີ 2011 ປະເທດອິນໂດເນເຊຍກໍ່ໄດ້ທຳການຂໍຜັດປ່ຽນເປັນປະທານກັບປະເທດບຣູໄນເນື່ອງມາຈາກປະເທດອິນໂດເນເຊຍຈະມີພັນຫຼາຍຢ່າງລວມທັງເລື່ອງການຈັດກອງປະຊຸມຕ່າງໆເພາະວ່າປະເທດອິນໂດເນເຊຍຈະເປັນທັງປະທານອາຊຽນ ແລະ ປະທານກຸ່ມເອເປ໊ກ (APEC) ໃນປີດຽວກັນກໍ່ຄື ປີ 2013 ນັ້ນເອງ.

ໃນປີ 1976 ປະເທດອິນໂດເນເຊຍເປັນປະເທດທຳອິດທີ່ເປັນປະທານອາຊຽນ. ປະເທດລາວແມ່ນຈະເປັນປະທານອາຊຽນອີກໃນປີ 2016 ທີ່ຮັບຊ່ວງຕໍ່ມາຈາກປະເທດມາເລເຊຍທີ່ເປັນປະທານໃນຄັ້ງລ່າສຸດ.

ພາລະບົດບາດຂອງປະທານອາຊຽນ

ປະທານອາຊຽນແມ່ນມີພາລະບົດບາດໃນການຮັກສາການປະສານງານຮ່ວມມືຂອງບັນດາປະເທດສະມາຊິກ, ການເປັນປະທານນີ້ແມ່ນຖືວ່າມີຄວາມສຳຄັນທີ່ຈຳເປັນເພື່ອເປົ້າຫມາຍຂອງການເຊື່ອມໂຍງໃນລະດັບພາກພື້ນ.

ຂໍ້ມູນຕໍ່ໄປນີ້ແມ່ນພາລະບົດບາດຂອງປະທານອາຊຽນທີ່ຖືກກຳນົດໂດຍກົດບັດຂອງອາຊຽນ:

  • ການເປັນປະທານຈັດກອງປະຊຸມລະດັບສູງຂອງອາຊຽນ

ປະເທດສະມາຊິກໃດທີ່ພວມປະຕິບັດໜ້າທີ່ເປັນປະທານອາຊຽນຢູ່ນັ້ນແມ່ນຕ້ອງເປັນປະທານໃນການຈັດກອງປະຊຸມລະດັບສູງ ແລະ ຈັດກິດຈະກຳຕ່າງໆໄປພ້ອມໆກັນ. ບັນດາປະເທດສະມາຊິກຫຼາຍປະເທດກໍ່ໄດ້ໃຊ້ໂອກາດດັ່ງກ່າວໃນການສະແດງບົດບາດຄວາມສາມາດໃຫ້ສາກົນທັງຢູ່ໃນ ແລະ ນອກພາກພື້ນໃຫ້ເຫັນວ່າຕົນເອງແມ່ນມີຄວາມສາມາດໃນການເປັນເຈົ້າພາບ ແລະ ຕ້ອນຮັບບັນດາຜູ້ນຳຈາກທົ່ວໂລກໄດ້.

  • ຖະແຫຼງການ “ການສົ່ງມອບທີ່ສຳຄັນຢ່າງໜຶ່ງ”

ແຕ່ລະປະເທດສະມາຊິກກ່ອນທີ່ຈະຮັບເປັນປະທານອາຊຽນແມ່ນຕ້ອງໄດ້ຖະແຫຼງຄຳໝັ້ນສັນຍາແບບສະມັກໃຈ – “ການສົ່ງມອບທີ່ສຳຄັນຢ່າງໜຶ່ງ” ໃນຊ່ວງທີ່ຮັບເປັນປະທານ. ຕາມປົກກະຕິແລ້ວ, ຖະແຫຼງການນັ້ນແມ່ນເປັນຄຳຖະແຫຼງທີ່ສັ້ນໆ ແລະ ປ່ຽນແປງໄປແບບໃຫມ່ຕະຫລອດໂດຍບໍ່ໄດ້ດຳເນີນການສືບຕໍ່ຈາກຖະແຫຼງການເກົ່າທີ່ເຄີຍສ້າງໄວ້ນັ້ນ.

ຕົວຢ່າງ: ການເປັນປະທານອາຊຽນຂອງປະເທດມາເລເຊຍໃນປີ 2015, ມາເລເຊຍກໍ່ໄດ້ສ້າງຖະແຫຼງກູລາລຳເປີທີ່ສຳຄັນສອງຢ່າງຄືຈະສ້າງອາຊຽນໃຫ້ເປັນສະມາຄົມແບບໜຶ່ງດຽວ ແລະ ຈະຮັບຮອງຖະແຫຼງການປີ 2025 ໃຫ້ອາຊຽນເປັນອົງການທີ່ມີການພັດທະນາແບບຄຽງ ຄູ່ກັນກັບບັນດາປະເທດສະມາຊິກໃນອາຊຽນ.

ໃນເວລາທີ່ປະເທດມຽນມາເປັນປະທານປີ 2014, ມຽນມາກໍ່ໄດ້ສ້າງຖະແຫຼງການໄນປຣີດໍທີ່ວ່າຈະສ້າງອາຊຽນໃຫ້ເປັນສະມາຄົມພາຍໃນປີ 2015 ເຊິ່ງເປັນການຕໍ່ເຕີມຄຳໝັ້ນສັນຍາທີ່ບັນດາປະເທດສະມາຊິກອາຊຽນຕ້ອງການຢາກຈະສ້າງຄວາມເຂັ້ມແຂງເພື່ອໃຫ້ອາຊຽນເປັນອົງການທີ່ມີຄວາມເຊື່ອມໂຍງ ແລະ ລຸດຊ່ອງຫວ່າງການພັດທະນາທີ່ຫຼຸດໂຕນກັນໃນອາຊຽນລົງ.

ໃນກໍລະນີຂອງ ປະເທດລາວ ມັນກໍ່ຍັງບໍ່ທັນຈະແຈ້ງເທື່ອວ່າ ລາວໄດ້ສ້າງຖະແຫຼງການສຳລັບປີ 2016 ທີ່ຢາກພັດທະນາອາຊຽນຕາມຄວາມຄາດຫວັງແລ້ວຫຼືຍັງ. ແຕ່ລາວກໍ່ໄດ້ປະກາດໄປແລ້ວວ່າລາວຢາກຈະສ້າງຄວາມເຂັ້ມແຂງໃຫ້ປະຊາຄົມອາຊຽນໂດຍຈະຜ່ານການຈັດຕັ້ງປະຕິ ບັດຕາມວິໄສທັດຂອງອາຊຽນປີ 2025.

  • ຮັບປະກັນ “ສູນລວມ” ຂອງອາຊຽນ

ກົດບັດອາຊຽນໄດ້ກຳນົດວ່າ “ສູນລວມ” ຂອງອາຊຽນ “ຈະເປັນທ່າແຮງອັນສຳຄັນໃນການສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງອາຊຽນ ແລະ ຄູ່ຮ່ວມງານພາຍນອກ. ຄຳວ່າ “ສູນລວມ” ໝາຍເຖິງປັດຕະຍາກຳທາງດ້ານຄວາມໝັ້ນຄົງ, ເສດຖະກິດ ແລະ ການເມືອງຂອງພາກພື້ນທີ່ແນໃສ່ເພື່ອສິດ ແລະ ຜົນປະໂຫຍດຂອງອາຊຽນ. ການຢູ່ຮ່ວມກັນກັບບັນດາປະເທດໃນພາກພື້ນດ້ວຍຄວາມມີສັນຕິພາບ ແລະ ປາດສະຈາກການຂົ່ມຂູ່ເຊິ່ງກັນແລະກັນ, ສິ່ງດັ່ງກ່າວນີ້ມັນເປັນໜຶ່ງໃນຄວາມປາດຖະໜາຂອງບັນດາສະມາຊິກອາຊຽນທີ່ຢາກເຮັດໃຫ້ສຳເລັດຕາມຫຼັກການ”ສູນລວມ” ຂອງອົງການ. ສິ່ງທີ່ຈະເຮັດໃຫ້ເກີດຄວາມສຳເລັດທີ່ກ່າວມານີ້ແມ່ນຕ້ອງອິງໃສ່ສາຍສຳ ພັນທາງການທູດທີ່ແໜ້ນແຟ້ນ ແລະ ການຮ່ວມມືກັບບັນດາປະເທດມະຫາອຳນາດໃນໂລກ. ການຮັກສາຫຼັກການສູນລວມຂອງອາຊຽນຈະສຳເລັດໄດ້ກໍ່ແມ່ນການປົກປັກຮັກສາສິດ ແລະ ຜົນປະໂຫຍດຮ່ວມກັນທັງພາຍໃນ ແລະ ນອກພາກພື້ນພ້ວມທັງການສະແດງບົດບາດທີ່ເອື້ອອຳ ນວຍເຊິ່ງກັນ ແລະ ກັນ -ບໍ່ແມ່ນດ້ວຍການໃນ້ກຳລັງ ຫຼື ເພື່ອຫວັງສິດຜົນປະໂຫຍດໃດໆ, ແຕ່ດ້ວຍ ຄວາມຈິງໃຈ, ເປັນກາງ ແລະ ເຫັນແກ່ສິດ ແລະ ຜົນປະໂຫຍດຮ່ວມກັນ.

  • ຮັບປະກັນການແກ້ໄຂບັນຫາ ຫຼື ແກ້ໄຂສະພາບວິກິດການຕ່າງໆທີ່ເກີດຂື້ນເຊິ່ງມີຜົນ ກະທົບຕໍ່ອາຊຽນໃຫ້ທັນກັບເວລາ ແລະ ແກ້ໄຂໄປດ້ວຍຄວາມມີປະສິດທິພາບ

ການແກ້ໄຂແມ່ນລວມໄປເຖິງການແກ້ໄຂບັນຫາດ້ວຍບຸກຄົນທີສາມ ແລະ ດ້ວຍວິທີ ອື່ນໆເພື່ອໃຫ້ທັນກັບສະພາບການທີ່ເກີດຂື້ນ. ໜຶ່ງໃນຕົວຢ່າງທີ່ເກີດຂື້ນແລ້ວໃນອາຊຽນທີ່ປະທານອາ ຊຽນໄດ້ສະແດງບົດບາດຢ່າງຫ້າວຫັນໃນການແກ້ໄຂບັນຫາທີ່ເກີດຂື້ນໃນປີ 2008 ທີ່ກ່ຽວກັບວິກິດ ການຄວາມຂັດແຍ່ງເຂົາພະວິຫານ. ທ່ານ Geoerge Yeo ລັດທະມົນຕີກະຊວງການຕ່າງປະ ເທດຂອງປະເທດສິງກາໂປກໍ່ໄດ້ນຳພາຈັດກອງປະຊຸມດ່ວນທີ່ສິງກະໂປເພື່ອດຳເນີນການແກ້ໄຂບັນ ຫາດັ່ງກ່າວທັນທີ. ແຕ່ເຖິງຢ່າງໃດກໍ່ດີ ກອງປະຊຸມດັ່ງກ່າວກໍ່ບໍ່ສາມາດແກ້ໄຂບັນຫາວິກິດການ ນັ້ນແຕ່ຢ່າງໃດ. ໃນປີ 2009 ປະເທດອິນໂດເນເຊຍກໍ່ໄດ້ສະແດງບົດບາດນຳພາອາຊຽນແກ້ໄຂ ບັນຫາດັ່ງກ່າວລະຫວ່າງປະເທດໄທ ແລະ ກຳປູເຈຍ.

  • ເປັນຕົວແທນອາຊຽນໃນການເສີມສ້າງ ແລະ ສົ່ງເສີມສາຍພົວພັນກັບບັນດາຄູ່ຮ່ວມພາຍນອກຢ່າງໃກ້ຊິດ 

ບັນດາຄູ່ຮ່ວມງານພາຍນອກໝາຍເຖິງບັນດາປະເທດທີ່ບໍ່ແມ່ນສະມາຊິກຂອງອາຊຽນ. ປະທານຂອງອາຊຽນແມ່ນມີບົດບາດໃນການເສີມສ້າງ ແລະ ສົ່ງເສີມສາຍພົວພັນກັບບັນດາຄູ່ຮ່ວມງານພາຍນອກ, ພັດທະນາ ແລະ ດຳເນີນງານເພື່ອຜົນປະໂຫຍດຮ່ວມກັນ. ບັນດາຄູ່ຮ່ວມງານທີ່ວ່ານີ້ ມີທັງຄູ່ຮ່ວມງານແບບເປັນທາງການ ແລະ ຄູ່ຮ່ວມງານທີ່ຖືກເຊີນເຂົ້າຮ່ວມກອງປະຊຸມພິເສດ ເພື່ອການຮ່ວມມືດ້ານກິດຈະກຳຕ່າງໆ. ປະເທດທີ່ບໍ່ແມ່ນສະມາຊິກຂອງອາຊຽນ ແລະ ອົງການ ຈັດຕັ້ງສາກົນທີ່ກ່ຽວຂ້ອງຕ່າງໆອາດຈະແຕ່ງຕັ້ງບຸກຄົນໃດໜຶ່ງເປັນທູດເພື່ອໄປປະຈຳຢູ່ສຳນັກງານອາຊຽນກໍ່ໄດ້, ສ່ວນເລື່ອງການທີ່ຈະໄດ້ຮັບອານຸຍາດໃຫ້ມີທູດດັ່ງກ່າວນັ້ນຫຼືບໍ່ແມ່ນຂື້ນຢູ່ກັບການຕັດ ສິນໃຈໃນກອງປະຊຸມລະດັບລັດທະມົນຕີອາຊຽນ.

ໃນປີ 2015 ຖະແຫຼງການກູລາລຳເປີກ່ຽວກັບການເອົາປະຊາຊົນອາຊຽນເປັນຈຸດໃຈ ກາງຂອງອົງການນັ້ນ, ບັນດາປະເທດສະມາຊິກອາຊຽນໄດ້ໃຫ້ເຫດຜົນວ່າການຮ່ວມມືພາຍນອກນັ້ນ ແມ່ນເປັນການຮັກສາການຮ່ວມມືກັບທີ່ປຶກສາຄູ່ຮ່ວມງານ ແລະ ຄູ່ຮ່ວມງານພາຍນອກອື່ນໆທີ່ ກ່ຽວຂ້ອງພາຍໄຕ້ກອບກົນໄກສາມເສົາຫຼັກຂອງສະມາຄົມອາຊຽນ. ການຮ່ວມມືຈະເປັນການເສີມ ສ້າງຄວາມເຂັ້ມແຂງໃນພາກພື້ນໃຫ້ປະຊາຊົນຊາວອາຊຽນທີ່ຖືເປັນຈຸດໃຈກາງຂອງອົງການ ແລະ ເລື່ອງລະບຽບການຕ່າງໆ.

  • ການປະຕິບັດວຽກງານ ແລະ ຫນ້າທີ່ອື່ນໆຕາມການມອບໝາຍ

ໜຶ່ງໃນບັນດາວຽກງານທີ່ກ່າວມາກໍ່ຄືການໃຫ້ຄວາມສະດວກແກ່ກອງປະຊຸມພາກປະຊາຊົນຂອງ ພາກພື້ນປະຈຳປີ—ກອງປະຊຸມປະຊາຊົນອາຊຽນ ຫຼື ກອງປະຊຸມພາກປະຊາຊົນອາຊຽນ (APF/ACSC). ປະເທດລາວເອງກໍ່ໄດ້ອອກຖະແຫຼງການແລ້ວວ່າຈະບໍ່ເປັນເຈົ້າພາບຈັດກອງປະຊຸມ ພາກປະຊາຊົນອາຊຽນ (APF/ACSC) ໃນປີ 2016. ໃນຖານະທີ່ປະເທດລາວຮັບເປັນປະທານອາ ຊຽນປີ 2016, ການທີ່ບໍ່ອະນຸຍາດໃຫ້ຈັດກອງປະຊຸມພາກປະຊາຊົນອາຊຽນ (APF/ACSC) ນັ້ນເຫັນ ວ່າປະເທດລາວໄດ້ຖືກລົງຄວາມເຫັນຈາກພາກປະຊາຊົນອາຊຽນວ່າເປັນການຂັດຂວາງບໍ່ໃຫ້ໂອກາດແກ່ໜ່ວຍງານພາກປະຊາຊົນຢູ່ພາຍໃນປະເທດຂອງຕົນ-ພ້ອມທັງເປັນການປະຕິບັດທີ່ຂັດກັບແນວທາງຂອງ ອົງການອາຊຽນທີ່ກ່ຽວກັນການສົ່ງເສີມ ແລະ ປົກປ້ອງສິດທິມະນຸດອີກດ້ວຍ.

ສະຫຼຸບ

ປີ 2016 ຈະເປັນປີທີ່ສຳຄັນແບບພິເສດ-ເປັນປີທີ່ອົງການອາຊຽນໄດ້ເລີ່ມຕົ້ນສ້າງເປັນສະມາຄົມ ເສດຖະກິດອາຊຽນທີ່ເລີ່ມຈັດຕັ້ງປະຕິບັດກັນມາໃນທ້າຍປີ 2015 ນີ້. ສປປ ລາວໃນຖານະທີ່ເປັນປະທານອາ ຊຽນປີ 2016, ລາວຈະມີບົດບາດສຳຄັນໃນການປະສານງານ, ຈັດຕັ້ງປະຕິບັດ ແລະ ກວດສອບແຜນການ ດຳເນີນງານການເຊື່ອມໂຍງສະມາຄົມອາຊຽນເປັນຄັ້ງທຳອິດ.

ອິງຕາມລະບຽບການຂອງສະມາຄົມເສດຖະກິດອາຊຽນ, ປະທານອາຊຽນແມ່ນມີພາລະບົດບາດ ໃນການກວດສອບ ແລະ ແກ້ໄຂບັນຫາຕ່າງທີ່ເກີດຂື້ນ, ກວດສອບ ແລະ ແກ້ໄຂຜົນສະທ້ອນ ແລະ ຜົນກະທົບທີ່ຈະເກີດຂຶ້ນຈາກການຈັດຕັ້ງປະຕິບັດຢ່າງເຕັມທີ່ຂອງ AEC, ການເປີດເສລີທາງດ້ານການຄ້າ ແລະ ການດຳເນີນງານຕ່າງໆອາດເຮັດໃຫ້ເກີດການອົບພະຍົບເຄື່ອນຍ້າຍຂ້າມຊາຍແດນ ແລະ ມີກະທົບຕໍ່ຄວາມ ໝັ້ນຄົງເຊັ່ນ: ບັນຫາການຄ້າມະນຸດ, ການບໍ່ມີທີ່ຢູ່ອາໃສ ແລະ ບັນຫາມົນລະພິດຕ່າງໆ. ອົງການອາ ຊຽນໂດຍສະເພາະແມ່ນປະທານອົງການແມ່ນຄວນຈະມີການຕຽມພ້ອມໃນການແກ້ໄຂ ແລະ ປະເຊີນກັບບັນ ຫາ (ໂດຍສະເພາະແມ່ນເລື່ອງຜົນກະທົບທາງດ້ານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດ) ທີ່ເກີດຂື້ນພ້ອມ ດຽວກັນກັບການເສື່ອມໂຍງຢູ່ໃນພາກພື້ນ.

Leave a Reply

Your email address will not be published.

This site uses Akismet to reduce spam. Learn how your comment data is processed.