ສາກົນຕໍານິສະພາບ ສິດທິ ມະນຸດ ຢູ່ລາວ

ວິທະຍຸເອເຊຍເສລີ: 28 ກັນຍາ 2020

ຈາກຊ້າຍຫາຂວາ: ທ່ານ ສົມບັດ ສົມພອນ ຫາຍສາບສູນ ເມື່ອປີ 2012. ອ໊ອດ ໄຊຍະວົງ ຫາຍສາບສູນ ເມື່ອປີ 2019. ທ່ານ ສົມພອນ ຂັນຕິສຸກ ຫາຍສາບສູນ ເມື່ອປີ 2007. ແລະ ທ່ານ ຄາຢັ່ງ ຫາຍສາບສູນ ເມື່ອປີ 2011.

ທີ່ກອງປະຊຸມທົບທວນເປັນໄລຍະ ເຣື່ອງການປະຕິບັດ ສິດທິມະນຸດ ທີ່ ນະຄອນ Geneva ປະເທດ Switzerland ໃນມື້ວັນທີ 28 ກັນຍາ 2020, ຫລາຍປະເທດ ແລະ ອົງການຈັດຕັ້ງສາກົລ ຮຽກຮ້ອງໃຫ້ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນລາວ ປັບປຸງ ສະພາບສິດທິ ມະນຸດ ຮວມທັງ ການສືບສວນສອບສວນ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ, ຫລຸດຜ່ອນ ການຈໍາກັດ ສິທິ ທາງ ສາສນາ ແລະ ເສຣີພາບ ໃນການສະແດງຄວາມຄິດເຫັນ ນໍາດ້ວຍ. ພ້ອມດຽວກັນນີ້ ຫລາຍປະເທດ ຫລາຍອົງການ ຈັດຕັ້ງສາກົລ ກໍໄດ້ ສເນີໃຫ້ ສປປລາວ ປັບປຸງ ສະພາບການເປັນຢູ່, ການສຶກສາ ແລະ ສຸຂພາບ ຂອງ ເດັກນ້ອຍ, ແມ່ຍິງ ແລະ ສະມາຊິກ ຊົນເຜົ່າ.

ເວົ້າສະເພາະຜູ້ຕາງໜ້າ ຂອງສິງກະໂປ ກໍໄດ້ກ່າວໃຫ້ຄໍາເຫັນ ພາຍຫລັງ ທ່ານ ຄໍາອິນ ກິດຈະເດດ ຜູ້ຕາງໜ້າ ສປປລາວ ປະຈໍາຫ້ອງການ ສະຫະປະຊາຊາດ ທີ່ Geneva ຂຶ້ນ ຖແລງ ໂດຍເນັ້ນວ່າ ຈາກ ຣາຍງານ UPR ເມື່ອເດືອນມົກຣາ ຜ່ານມານີ້ ຣັຖບານລາວ ມີພັລທະ ຊອກຫາຕົວພົລເມືອງລາວ ທີ່ຫາຍສາບສູນໄປ ຮວມທັງທ່ານ ສົມບັດ ສົມພອນ ທີ່ມີພັລຍາ ເປັນຄົນສິງກະໂປ:

“we hope that the Lao authorities to resolve, ທ່ານກ່າວວ່າ ພວກທ່ານມີຄວາມຫວັງວ່າ ທາງການລາວ ຈະແກ້ໄຂກໍຣະນີ ນີ້ ຢ່າງຮີບດ່ວນ ແລະ ນໍາຄວາມເບົາໃຈ ມາສູ່ຄອບຄົວຂອງ ທ່ານ ໃຫ້ຫຼາຍ ເທົ່າທີ່ຈະຫຼາຍໄດ້.”

ທາງດ້ານຜູ້ຕາງໜ້າຂອງອັງກິດ ກໍໄດ້ຮຽກຮ້ອງໃຫ້ຣັຖບານ ສປປລາວ ສົ່ງເສີມ ແລະປົກປ້ອງສິດເສຣີພາບ ໃນການສະແດງຄວາມຄິດ ຄວາມເຫັນ ສໍາລັບທຸກຄົນ. ສໍາລັບກໍຣະນີ ກ່ຽວກັບ ທ່ານ ສົມບັດ ສົມພອນ ຜູ້ພັທນາຊຸມຊົນດີເດັ່ນຂອງລາວ ນັ້ນ ຜູ້ຕາງໜ້າປະເທດອັງກິດ ກໍກ່າວວ່າ:

“The UK remains concern that the case Sombath Somphone is yet to be resolved and ask that, ອັງກິດຍັງເປັນ ຫ່ວງເຣື່ອງກໍຣະນີ ທ່ານ ສົມບັດ ສົມພອນ ທີ່ຍັງບໍ່ໄດ້ຖືກແກ້ໄຂເທື່ອ ແລະຮຽກຮ້ອງໃຫ້ມີການ ສືບສວນສອບສວນ ທຸກກໍຣະນີທີ່ຖືກບັງຄັບ ໃຫ້ຫາຍສາບສູນນັ້ນຢ່າງລະອຽດ.

ພ້ອມດຽວກັນນີ້ ອັງກິດ ກໍຮູ້ສຶກເສັຽດາຍ ທີ່ລາວ ບໍ່ສນັບສນູນຄໍາແນະນໍາ ຂອງອັງກິດ ກ່ຽວກັບ ການສືບສວນສອບສວນ ຢ່າງລະອຽດ ແລະໂປ່ງໃສ ເຣື່ອງການຫາຍສາບສູນ ແບບບັງຄັບທຸກກໍຣະນີ ແລະວ່າ ອັງກິດຍັງພ້ອມທີ່ຈະປຶກສາຫາຣື ເຣື່ອງຂໍ້ແນະນໍານັ້ນ ກັບລາວ ເພື່ອສົ່ງເສີມໃຫ້ລາວ ຮ່ວມມື ກັບ ສະຫະປະຊາຊາດ ແລະ ປະຊາຄົມສາກົລ ຢ່າງເຕັມສ່ວນ ໃນການປະຕິບັດ ຂໍ້ແນະນໍາ ຕ່າງໆນັ້ນ ຢ່າງເຕັມສ່ວນ.”

ທາງດ້ານຜູ້ຕາງໜ້າອົງການ ເພື່ອປົກປ້ອງສາສນາ Alliance Defending Freedom ສະແດງຄວາມເສັຽດາຍ ທີ່ຣັຖບານລາວ ບໍ່ພ້ອມ ທີ່ຈະຮັບຮູ້ ການລ່ວງຣະເມີດ ສິດທິມະນຸດ ຂອງ ຜູ້ອົພຍົບຫຼົບພັຍ ຂອງຊາວມົ້ງ ແລະ ຊາວພູດອຍ ມົງຕາຍາ ຄຣິສຕຽນ ທີ່ຫຼົບໜີການ ປະຫັກປະຫານ ຢູ ວຽດນາມ ຊຶ່ງໃນນີ້ຮວມທັງ ການຈັບກຸມ ແບບຊະຊາຍ ການໃຊ້ຄວາມຮຸນແຮງ ພ້ອມດຽວກັນ ທ່ານກ່າວ ກ່າວວ່າ:

“ພວກເຮົາ ຮຽກຮ້ອງໃຫ້ຣັຖບານລາວ ປະຕິບັດພັລທະຂອງຕົນ ສົ່ງເສີມສິດທິ ຂອງກຸ່ມຄົນທີ່ຢູ່ໃນຄວາມສ່ຽງງ່າຍ ຮວມທັງນັບຖືຫຼັກການ ສາກົລດ້ານສິດທິມະນຸດ.”

ທາງດ້ານອົງການ United Nation Watch ກໍກ່າວໂດຍຮຽກຮ້ອງ ໃຫ້ສະຫະປະຊາຊາດ ແລະສະພາສິດທິມະນຸດ ເຮັດທຸກງສິ່ງທຸກຢ່າງ ເທົ່າທີ່ເຮັດໄດ້ ເພື່ອປົກປ້ອງສິດທິ ຂັ້ນ ພື້ນຖານ ຂອງເດັກນ້ອຍ ໃນ ລາວ ຮວມເຖິງສິດທິ ດ້ານການສຶກສາ, ການໃຊ້ແຮງງານເດັກ ແລະ ໃຫ້ມີຄວາມປອດພັຍ ຈາກການແຕ່ງດອງ ແລະ ຖືພາມານ ແຕ່ອາຍຸຍັງນ້ອຍ.

ແລະໃນມື້ດຽວກັນນີ້ ສະຫະພັນສາກົລ ເພື່ອ ສິດທິມະນຸດ ຫຼື FIDH ແລະຂະບວນການລາວ ເພື່ອສິດທິມະນຸດ ໄດ້ອອກຖແລງການຮ່ວມ ຣະບຸເຖິງຄວາມລົ້ມເຫລວ ຂອງ ຣັຖບານລາວ ໃນການຮັບຂໍ້ສເນີ ທີ່ໄດ້ຮັບຈາກການ ທົບທວນ UPR ນັ້ນວ່າ ເປັນທິດທາງທີ່ຜິດ ສໍາລັບ ສິດທິມະນຸດໃນລາວ. ມາດາມ Vanida S. Thephsouvanh ປະທານຂະບວນການລາວ ເພື່ອສິດທິມະນຸດ ໄດ້ກ່າວຕໍ່ RFA ຜ່ານທາງ ອີແມວ ວ່າ:

“ເທື່ອນີ້ອີກ ສປປລາວ ເຊື່ອງບັນຫາສິດທິມະນຸດ ໃນປະເທດໂດຍຄິດ ແລະ ຫວັງວ່າ ຈະບໍ່ມີໃຜຮູ້ເຫັນ ແລະສັງເກດ. ປະຊາຄົມສາກົລ ບໍ່ຄວນຕົກໃນແຮ້ວ ຂອງ ສປປລາວ ແຕ່ຄວນຊີ້ແຈງເຖິງເງື່ອນໄຂ ອັນແຈ່ມແຈ້ງ ທີ່ຈະສາມາດ ວັດແທກຄວາມຄືບໜ້າ ຫຼືຄວາມລົ້ມແຫຼວ ດ້ານສິດທິມະນຸດ ຂອງ ສປປລາວ.”

ຜູ້ຕາງໜ້າ ສປປລາວ ກໍຂຶ້ນກ່າວສລຸບຄໍາເຫັນ ຕອນນຶ່ງວ່າ:

“ທ່ານກ່າວວ່າຖ່າມກາງຫຼາຍຄວາມເຫັນ feedback ທີ່ມີລັກສນະບວກ ແຕ່ພ້ອມດຽວກັນພວກເຮົາກໍສັງເກດວ່າ ຍັງມີຄໍາເຫັນຈໍານວນນຶ່ງ ທີ່ມີຂຶ້ນບົນ ພື້ນຖານ ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ເຂົ້າໃຈຜິດ ກ່ຽວກັບ ຄວາມເປັນຈິງຂອງ ສະພາບ ຢູ່ພາຍໃນ ສປປລາວ.”

ແລະພ້ອມດຽວກັນນີ້ ທ່ານ ກໍກ່າວສະແດງຄວາມຂອບໃຈ ຕົວແທນ ປະເທດຕ່າງໆ ທີ່ໃຫ້ຄໍາເຫັນຢ່າງເສີມສ້າງ ກ່ຽວກັບຜົລສໍາເຣັດ ຂອງລາວ ໃນຂົງເຂດ ສິດທິມະນຸດ ແລະເຂົ້າໃຈ ຄວາມທ້າທາຍທຸກຢ່າງ ຂອງ ຣັຖບານລາວ ໃນຄວາມ ພຍາຍາມ ສົ່ງເສີມ ແລະ ປົກປ້ອງ ສິດທິມະນຸດ.

ຣັຖບານລາວໄດ້ຮັບເອົາ 160 ຂໍ້ໃນຂໍ້ສເນີທັງໝົດ 226 ຂໍ້ ຈາກປະເທດຕ່າງໆທີ່ສເນີໃຫ້ ສປປລາວ ປັບປຸງສະພາບສິດທິມະນຸດ ຂອງ ຕົນໃຫ້ດີຂຶ້ນ ໃນຣະຫວ່າງການ ທົບທວນ UPR ຮອບທີ 3 ໃນເດືອນ ມົກຣາ 2020. ຂໍ້ແນະນໍາ ທີ່ເຫລືອອີກ 66 ຂໍ້ ແມ່ນບໍ່ຖືກຮັບ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.