ຍັງບໍ່ມີ ຄວາມຄືບໜ້າ, ທ່ານ ສົມບັດ ສົມພອນ

ທະຍຸເອເຊຍເສລີ: 15 ສິທັນວາ2021

ຄົບຮອບ 9 ປີ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ, ທີ່ ສະໂມສອນນັກຂ່າວ ຕ່າງປະເທດ, ນະຄອນຫຼວງບາງກອກ ປະເທດໄທຍ, ວັນທີ 14 ທັນວາ 2021

ຄົບຮອບ 9 ປີ ການລັກພາໂຕ ຫຼືການຫາຍສາບສູນ ຂອງທ່ານສົມບັດ ສົມພອນ ນັກພັທນາອະວຸໂສດີເດັ່ນຊາວລາວ ແລະເຈົ້າຂອງລາງວັນ ແມັກໄຊ໋ໆ ປີ 2005 ຍັງບໍ່ມີຄວາມຄືບໜ້າ ໃນການສືບສວນ-ສອບສວນ ຈາກຣັຖບານລາວເທື່ອ ເຊິ່ງສ້າງຄວາມຜິດຫວັງທີ່ສຸດ ຕໍ່ກັບຄອບຄົວຂອງທ່ານສົມບັດ ສົມພອນ ແລະອົງການຈັດຕັ້ງສາກົລຕ່າງໆ ທີ່ພຍາຍາມຮຽກຮ້ອງ ເພື່ອທວງຖາມຄໍາຕອບ ຈາກຣັຖບານລາວ ຕລອດ 9 ປີທີ່ຜ່ານມາ.

ຍານາງ ອຶ້ງ ຊຸ່ຍເມັ້ງ ພັລຍາຂອງທ່ານສົມບັດ ສົມພອນ ກ່າວໃນງານຄົບຄອບ 9 ປີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ທີ່ສະໂມສອນນັກຂ່າວຕ່າງປະເທດ ໃນນະຄອນຫຼວງບາງກອກ ປະເທດໄທຍ ໃນວັນທີ່ 14 ທັນວາ 2021 ນີ້ວ່າ:

“ກະບໍ່ມີຫຍັງຄືບໜ້າ ບໍ່ມີຫຍັງຈັກດີ້ເລີຍ ແລະທາງການລາວ ກະບໍ່ໄດ້ຊ່ວຍອິສັງ ເຈົ້າໜ້າທີ່ກະບໍ່ໄດ້ ກະແນ່ນອນ ຂ້ອຍຊິເຮັດຫຍັງໄດ້ເນາະ ຂ້ອຍມີແຕ່ທຸກມື້ນີ້ຄິດວ່າ ຂ້ອຍຊິເຮັດຢ່າງໃດ ຂ້ອຍຄິດວ່າ ຂ້ອຍປ່ອຍບໍ່ໄດ້ ສົມບັດແມ່ນຜູ້ທີ່ຮັກຢູ່ໃນຊີວິດຂອງຂ້ອຍ ຂ້ອຍຕ້ອງສູ້ຕໍ່.”

ຍານາງ ຍັງກ່າວອີກວ່າ ໄລຍະ 9 ປີ ທີ່ຜ່ານມາ ບໍ່ເຄີຍລືມທ່ານສົມບັດ ສົມພອນ ແລະຈະສືບຕໍ່ຊອກຫາທ່ານສົມບັດຕໍ່ໄປ ເຖິງຄົນທີ່ເອົາໂຕ ທ່ານສົມບັດ ສົມພອນໄປ ແຕ່ພວກເຂົາກໍເອົາຜົນງານ ແລະປວັດຂອງທ່ານສົມບັດ ໄປບໍ່ໄດ້.

ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ໃນປີນີ້ ຍານາງ ອຶ້ງ ຊຸ່ຍເມັ້ງ ແລະຄອບຄົວ ກໍໄດ້ເຮັດປຶ້ມຊີວິດ, ວຽກງານ ແລະການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ເປັນການບອກເລົ່າເຣື່ອງຣາວຕ່າງໆ ຕລອດໄລຍະ 30 ປີ ທີ່ທ່ານສົມບັດ ໄດ້ເຮັດວຽກ ແລະປັບປຸງຄຸນນະພາບຊີວິດ ຂອງຊຸມຊົນໃນປະເທດລາວ ຈົນກະທັ້ງຖືກລັກພາໂຕ ແລະບັງຄັບໃຫ້ຫາຍສາບສູນໄປ ໃນມື້ວັນທີ່ 15 ທັນວາ ປີ 2012 ໃນໃຈກາງນະຄອນຫຼວງວຽງຈັນ.

ປຶ້ມດັ່ງກ່າວ ຍັງເລົ່າເຖິງການເຮັດວຽກດ້ານພັທນາຊຸມຊົນ ແລະຄົນຮຸ່ນໃໝ່ ທີ່ກ້າວໜ້າຂອງທ່ານສົມບັດ ທີ່ເຮັດໃຫ້ທ່ານໄດ້ຮັບການສັນຣະເສີນຢ່າງກວ້າງຂວາງ ວ່າເປັນຜູ້ຊ່ຽວຊານ ແລະມີຄວາມເປັນຜູ້ນໍາໃນດ້ານການພັທນາຂອງລາວ.

ນອກຈາກນີ້ ໃນປຶ້ມຫົວດັ່ງກ່າວ ຍັງບັນທຶກເຫດການທີ່ທາງການລາວ ໄດ້ປະຕິເສດ ກໍຣະນີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ແລະການຕໍ່ສູ້ ໂດຍບໍ່ຮູ້ຈັກຄວາມອິດເມື່ອຍ ເທິງເສັ້ນທາງທີ່ເຕັມໄປດ້ວຍຄວາມທຸກໃຈຂອງພັລຍາທ່ານສົມບັດ ນັບແຕ່ທ່ານສົມບັດ ໄດ້ຫາຍສາບສູນໄປ ເພື່ອເຕົ້າໂຮມໃຫ້ເກີດການສນັບສນຸນ ລະຫວ່າງປະເທດ ເພື່ອໃຫ້ທ່ານສົມບັດ ສົມພອນ ກັບມາຢ່າງປອດພັຍ.

ສໍາລັບປຶ້ມຊີວິດ, ວຽກງານ ແລະການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ເບື້ອງຕົ້ນນີ້ ຈະເປີດຂາຍສະເພາະໃນປະເທດໄທຍກ່ອນ ຈໍານວນ 1,000 ຫົວ. ສ່ວນໃນປະເທດລາວ ກໍຈະແຈກໃຫ້ສະເພາະຄອບຄົວ ແລະໝູ່ເພື່ອນທີ່ຮັກແພງຂອງທ່ານສົມບັດ ສົມພອນ ແຕ່ຫາກມີຄົນສົນໃຈເປັນຈໍານວນຫຼາຍ ກໍຈະຜລິດຂາຍໃນໄລຍະຕໍ່ໄປ.

ຂະນະທີ່ ອົງການດ້ານສິດທິມະນຸດສາກົລ ຫຼື Human Right Watch ກໍຍັງບໍ່ລືມ ທ່ານສົມບັດ ສົມພອນ ໂດຍຕລອດ 9 ປີທີ່ຜ່ານມາ ກໍພຍາຍາມຮຽກຮ້ອງ ກົດດັນທຸກຫົນທາງ ໃຫ້ຣັຖບານລາວ ເປີດເຜີຍຂໍ້ມູນການສືບສວນ-ສອບສວນ ກໍຣະນີການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ໃຫ້ຄອບຄົວ ແລະສັງຄົມໂລກຮັບຮູ້ ແຕ່ຣັຖບານລາວ ກໍເລືອກທີ່ຈະມິດງຽບ ແລະບໍ່ກ່າວເຖິງເຫດການດັ່ງກ່າວ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມດ້ານສິດທິມະນຸດ ປະຈໍາພູມິພາກ ອາເຊັຍຕາເວັນອອກສຽງໃຕ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນງານເປີດໂຕປຶ້ມ ແລະວາຣະຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ທີ່ສະໂມສອນນັກຂ່າວຕ່າງປະເທດ ໃນນະຄອນຫຼວງບາງກອກ ປະເທດໄທຍ ໃນວັນທີ່ 14 ທັນວາ 2021 ນີ້ວ່າ ພວກທ່ານຈະບໍ່ຍອມແພ້ ແລະຈະຮຽກຮ້ອງ ກົດດັນຣັຖບານລາວທຸກຄັ້ງ ເມື່ອມີໂອກາດ ເພື່ອໃຫ້ຣັຖບານລາວ ເປີດເຜີຍວ່າ ທ່ານສົມບັດ ສົມພອນ ຢູ່ໃສ:

“ເຮົາຜັກດັນທຸກປີ ເຮົາກະຜັກດັນໃຫ້ຣັຖບານອື່ນໆ ເຊັ່ນສະຫະຣັຖອະເມຣິກາ ອອສເຕເຣັຍ ຮ່ວມຜັກດັນນໍາດ້ວຍ ເຮົາບໍ່ຖອຍ ເຮົາຈະສູ້ ເພາະວ່າທາງການລາວຮູ້ວ່າ ທ່ານສົມບັດຢູ່ໃສ ທາງການລາວຮູ້ວ່າ ເກີດຫຍັງຂຶ້ນກັບທ່ານສົມບັດ ຣັຖບານລາວກະຮູ້ຈະແຈ້ງນ່າ ຣັຖບານຮູ້ ພຽງແຕ່ເຂົາບໍ່ຢາກບອກ ວ່າທ່ານສົມບັດ ຢູ່ໃສ.”

ຍານາງ ເປມຣຶດີ ດາວເຣືອງ ຈາກອົງການ Project Sevana Southeast Asia ຜູ້ເຄີຍໄດ້ຮ່ວມງານກັບທ່ານສົມບັດ ສົມພອນ ກໍກ່າວວວ່າ ຈາກເຫດການທີ່ທ່ານສົມບັດ ສົມພອນ ໄດ້ພະເຊີນຢູ່ນັ້ນ ມັນເຮັດໃຫ້ເຫັນຈະແຈ້ງວ່າ ມັນມີຄວາມຂັດແຍ້ງກັນສູງ ໃນສັງຄົມລາວ ເພາະເຮົາເຫັນຄວາມໂອບອ້ອມອາລີ, ຄວາມສຸພາບ, ຄວາມສງົບສຸຂ ໃນສັງຄົມລາວ ແຕ່່ໃນເວລາດຽວກັນ ກະມີຄວາມຮຸນແຮງແອບແຝງຢູ່ ແລະຍັງມີຢູ່ແບບເລື້ອຍໆ.

ການຍຶດໝັ້ນໃນຄວາມພຍາຍາມ ຂອງຍານາງ ອຶ້ງ ຊຸ່ຍເມັ້ງ ຕລອດ 9 ປີທີ່ຜ່ານມາ ໃນການເວົ້າເຖິງປະເດັນ ການບັງຄັບໃຫ້ຄົນຫາຍສາບສູນໄປນັ້ນ ແມ່ນໄດ້ກາຍເປັນປະເດັນທີ່ເກີດການເວົ້າເຖິງຢ່າງແຜ່ຫຼາຍ ໃນພູມິພາກ ເຊິ່ງເຫັນວ່າ ມີປໂຍດຫຼາຍ ໃນການຮຽນຮູ້ ແລະເປັນບົດຮຽນອັນສໍາຄັນໃຫ້ກັບທຸກຄົນ:

“ບົດຮຽນ ທີ່ເຮົາໄດ້ຮຽນຈາກອ້າຍສົມບັດນີ້ ເປັນບົດຮຽນຂອງພູມິພາກ ເຊິ່ງສໍາຄັນ ໂຕຂ້ອຍເອງນີ້ ຢາກໃຫ້ເຮົາເບິ່ງຮ່ວມກັນວ່າ ເຮັດແນວໃດ ປະເດັນການອຸ້ມຫາຍ ການບັງຄັບໃຫ້ຫາຍສາບສູນນີ້ ຈະຫາຍໄປຈາກພູມິພາກ.”

ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປຂອງທ່ານສົມບັດ ສົມພອນ ທາງວິທຍຸເອເຊັຽເສຣີ ກໍໄດ້ພຍາຍາມຕິດຕໍ່ໄປຫາ ກະຊວງການຕ່າງປະເທດ ແລະກົມຕໍາຣວດສືບສວນ-ສອບສວນ ກະຊວງປ້ອງກັນຄວາມສງົບ ໃນປະເທດລາວ ເພື່ອສອບຖາມຄວາມຄືບໜ້າ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ໃຫ້ຄໍາຕອບໄດ້.

ປັດຈຸບັນ ການທໍຣະມານ ແລະການບັງຄັບໃຫ້ຄົນຫາຍສາບສູນໄປ ໃນພູມິພາກອາຊ້ຽນ ແມ່ນຍັງຄົງເກີດຂຶ້ນຢ່າງຕໍ່ເນື່ອງ ແຕ່ສະເພາະປະເທດໄທຍ ກໍມີການບັນທຶກວ່າ ມີບຸກຄົນ ທັງຄົນໄທຍ, ຄົນລາວ ແລະຄົນສັນຊາດອື່ນໆຈໍານວນນຶ່ງ ໄດ້ຫາຍສາບສູນໄປໃນປະເທດໄທຍ ປະມານ 100 ຄົນ ນັບແຕ່ມີການຮ້ອງຮຽນ ເຊິ່ງແຕ່ລະກໍຣະນີ ກໍບໍ່ມີຄວາມຄືບໜ້າ ໃນການສືບສວນ-ສອບສວນແຕ່ຢ່່າງໃດ.

ຍານາງພອນເພັນ ຄົງຂະຈອນກຽດ ຜູ້ອໍານວຍການບໍຣິຫານ ມູລນິິທິຜະສານວັທນະທັມ ປະເທດໄທຍ ກໍພຍາຍາມຜັກດັນ ໃຫ້ປະເທດໄທຍມີກົດໝາຍ ວ່າດ້ວຍ ການປ້ອງກັນ ແລະປາມປາມການທໍຣະມານ ແລະການກະທໍາໃຫ້ບຸກຄົນຫາຍສາບສູນ ຫຼື ພ.ຣ.ບ ອຸ້ມຫາຍ ເພື່ອໃຫ້ສອດຄ່ອງກັບອະນຸສັນຍາ ດ້ານການປົກປ້ອງສິດທິມະນຸດ ຂອງອົງການສະຫະປະຊາຊາດ:

“ດັ່ງນັ້ນຄວາມສໍາຄັນ ຂອງພະຣາຊບັນຍັດສບັບນີ້ ກະຄືຈະບອກກັບສັງຄົມ ບອກກັບເຈົ້າໜ້າທີ່ຣັຖ ບອກກັບປະຊາຊົນ ການທໍຣະມານ ແລະການບັງຄັບໃຫ້ຫາຍສູນຫາຍນີ້ ເປັນການກະທໍາທີ່ຜິດກົດໝາຍ ແລະມີໂທດທີ່ໜັກຂຶ້ນ ແລະໝາຍເຖິງການຍຽວຢາ ຜູ້ເສັຍຫາຍນໍາດ້ວຍ.”

ໂຕຢ່າງ ກໍຣະນີ ຂອງທ້າວອ໊ອດ ໄຊຍະວົງ ນັກເຄື່ອນໄຫວຊາວລາວ ເພື່ອຮຽກຮ້ອງປະຊາທິປະໄຕ ຢ່າງສັນຕິວິທີ ທີ່ເຂົ້າມາຂໍລີ້ພັຍຢູ່ປະເທດໄທຍ ແລ້ວຫາຍສາບສູນໄປ ຢູ່ນະຄອນຫຼວງບາງກອກ ປະເທດໄທຍ ໃນມື້ວັນທີ່ 26 ເດືອນສິງຫາ ປີ 2019 ຈົນມາຮອດປັດຈຸບັນ ເຈົ້າໜ້າທີ່ີຕໍາຣວດຜູ້ຮັບຜິດຊອບຄະດີຂອງທ້າວອ໊ອດ ກໍມິດງຽບ ບໍ່ມີການສືບສວນ-ສອບສວນແຕ່ຢ່າງໃດ.

ສ່ວນໃນປະເທດລາວ ກໍມີກຸ່ມຜູ້ລີ້ພັຍທາງການເມືອງຊາວໄທຍ ຈໍານວນ 5 ຄົນ ທີ່ຫາຍສາບສູນໄປ ໃນປະເທດລາວ ກໍບໍ່ມີການຕິດຕາມໂຕ ແລະສືບສວນ-ສອບສວນ ຈາກເຈົ້າໜ້າທີ່ລາວ ຄືກັນ. ແນວໃດກໍຕາມ ໃນມື້ຄົບຮອບ 9 ປີ ການຫາຍສາບສູນໄປ ຂອງທ່ານສົມບັດ ສົມພອນ ກໍຍັງມີຫຼາຍອົງການ ແລະໜ່ວຍງານທີ່ກ່ຽວຂ້ອງ ຮວມເຖິງນັກວິຊາການຫຼາຍທ່ານ ເຂົ້າຮ່ວມຮັບຟັງ ຄືດັ່ງຫຼາຍປີທີ່ຜ່ານມາ ເພື່ອເປັນກໍາລັງໃຈອັນສໍາຄັນ ໃຫ້ຍານາງ ອຶ້ງ ຊຸ່ຍເມັ້ງ ແລະຄອບຄົວ ແລະບຸກຄົນອື່ນໆ ທີ່ຕົກເປັນເຫຍື່ອຂອງການຖືກບັງຄັບໃຫ້ຫາຍສາບສູນ.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.