Freedom House ຈັດອັນດັບ ສປປ ລາວ ໃນແຖວທ້າຍຂອງດັດສະນີເສລີພາບ

ອັນດັບ

151

ຈາກ

165

ອັນດັບ ສປປ ລາວ ໃນ Freedom House‘s “ບົດລາຍງານສາກົນດ້ານເສລີພາບ ປີ 2017”

ຫມາຍ​ເຫດ​: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”. 

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ໃນ ບົດລາຍງານສາກົນດ້ານເສລີພາບ ປີ 2017, Freedom House ໄດ້ໃຫ້ ສປປ ລາວ 12 ຄະແນນ ເຊິ່ງຕົກເປັນປະເພດຕ່ຳທີ່ສຸດ ເອີ້ນວ່າ “ບໍ່ເສລີ.”

ໃນດັດສະນີຍ່ອຍ 2 ອັນ: ສິດດ້ານການເມືອງ ແລະເສລີພາບພົນລະເຮືອນ, ປະເທດລາວ ໄດ້ຖືກຈັດຢູ່ ອັນດັບທີ 7/7 ແລະ 6/7, ແລະໄດ້ຄົງຢູ່ທີ່ອັນດັບນີ້ນັບແຕ່ປີ 2010.

ອັນດັບເຫຼົ່ານີ້ ຈັດ ສປປ ລາວ ຢູ່ເກືອບທີ່ສຸດທ້າຍຂອງດັດສະນີ ຄືອັນດັບ 151 ຈາກ 165 ປະເທດ, ແລະ ເປັນອັນດັບຕ່ຳທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ຄະແນນ (ແລະອັນດັບ) ຂອງປະເທດເພື່ອນບ້ານອື່ນ ໃນພາກພື້ນມີຄື:

  • ຈີນ: 15 ຄະແນນ (ອັນດັບ 143)
  • ຫວຽດນາມ: 20 (137)
  • ກຳປູເຈຍ: 31 (118)
  • ໄທ: 32 (116)
  • ພະມ້າ: 32 (114)
  • ສິງກະໂປ: 51 (90)
  • ຟິລິປິນ: 63 (72)
  • ອິນໂດນີເຊຍ: 65 (63)

ບາງສ່ວນຈາກພາກສະເໜີກ່ຽວກັບ ສປປ ລາວ ຂອງ Freedom House ມີຄື:

ປະເທດລາວ ເປັນລັດທີ່ມີພັກດຽວ ກໍ່ຄືພັກປະຊາຊົນປະຕິວັດລາວ ທີ່ປົກຄອງດ້ານການເມືອງ ແລະ ລັດຖະບານໃນທຸກດ້ານ ແລະຈຳກັດເສລີພາບພົນລະເຮືອນຢ່າງໜັກ; ບໍ່ມີຝ່າຍຄ້ານທີ່ເປັນທາງການ ຫຼື ອົງການທາງສັງຄົມທີ່ມີອິດສະຫຼະໂດຍແທ້ຈິງ. ການລາຍງານຂ່າວທົ່ວປະເທດຍັງມີຈຳກັດ ຍ້ອນຄວາມ ຫ່າງໄກຂອງບາງຂົງເຂດ, ການຄວບຄຸມສື່ພາຍໃນ, ແລະຄວາມບໍ່ໂປ່ງໃສຂອງລະບົບການປົກຄອງ. ການພັດທະນາເສດຖະກິດ ໄດ້ພາໃຫ້ມີການຂັດແຍ່ງກ່ຽວກັບທີ່ດິນ ແລະບັນຫາສິ່ງແວດລ້ອມ ເພີ່ມຂຶ້ນ, ລວມເຖິງການສໍ້ລາດບັງຫຼວງ ແລະການຂະຫຍາຍຕົວຂອງເສດຖະກິດຜິດກົດໝາຍ. ຄວາມຂັດແຍ່ງດັ່ງ ກ່າວ ໄດ້ນຳໄປສູ່ຄວາມຮຸນແຮງຢູ່ຫຼາຍຄັ້ງ, ເຊິ່ງລວມເຖິງການໃຊ້ກຳລັງປ້ອງກັນ. 

ລັດຖະບານລາວ ໄດ້ສືບຕໍ່ຮັດແໜ້ນການຄວບຄຸມການຄັດຄ້ານພາຍໃນ ໃນປີ 2016, ສ່ວນໜຶ່ງແມ່ນ ດ້ວຍການຕິດຕາມກິດຈະກຳຂອງພົນລະເມືອງທາງສື່ສັງຄົມອອນລາຍ. ໃນສາມກໍລະນີຫຼັງ, ຝ່າຍບຸກຄົນ ໄດ້ຖືກຈັບກຸມ ຍ້ອນຂໍ້ຄວາມທີ່ໄດ້ຂຽນລົງ ໃນລະຫວ່າງທີ່ເຮັດວຽກຢູ່ຕ່າງປະເທດ. ເຈົ້າໜ້າທີ່ຍັງຄວບຄຸມ ກິດຈະກຳຂອງອົງການສັງຄົມອິດສະຫຼະ. ເຖິງແມ່ນວ່າປະເທດລາວ ຈະໄດ້ເປັນເຈົ້າພາບກອງປະຊຸມ ປະຈຳປີຂອງ ອາຊຽນ ໃນເດືອນກັນຍາ ທີ່ຜ່ານມາ, ແຕ່ທາງລັດຖະບານ ບໍ່ຍອມເປັນເຈົ້າພາບຈັດກອງ ປະຊຸມປະຊາຊົນອາຊຽນ ທີ່ຄວບຄູ່ກັນ. ສະນັ້ນ ກອງປະຊຸມຂອງກຸ່ມອົງການສັງຄົມໃນພາກພື້ນນີ້ ຈິ່ງ ຕ້ອງໄດ້ໄປຈັດທີ່ຕີມໍ ເລສເຕ ແທນ, ແລະຜູ້ເຂົ້າຮ່ວມໄດ້ລາຍງານວ່າ ຜູ້ແທນລາວ ແມ່ນໄດ້ຖືກເລືອກ ແລະກົດດັນຈາກລັດຖະບານລາວ ເພື່ອຈຳກັດການໂຈມຕີປະຫວັດຂອງຕົນ.

ປະເທດລາວ ຖືກຈັດຢູ່ໃນອັນດັບ 123 ຈາກ 176 ປະເທດໃນດັດສະນີຄວາມສໍ້ລາດບັງຫຼວງ ຂອງ ອົງການ Transparency

123

ຈາກ

176

ປະເທດ

ອັນດັບ ປະເທດລາວ ໃນດັດສະນີຄວາມສໍ້ລາດບັງຫຼວງ ຂອງ ອົງການ Transparency

ຫມາຍ​ເຫດ​: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”. 

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ອີງຕາມດັດສະນີການຮັບຮູ້ຄວາມສໍ້ລາດບັງຫຼວງຂອງອົງການ Transparency International ປີ 2016, ປະເທດລາວໄດ້ຖືກຈັດຢູ່ໃນອັນດັບທີ 123 ຈາກ 176 ປະເທດທີ່ຖືກປະເມີນ, ໂດຍແມ່ນຕົວເລກ ຍິ່ງໃຫຍ່ ຍິ່ງສະແດງເຖິງຄວາມສໍ້ລາດບັງຫຼວງສູງ.

ປະເທດທີ່ນຳໜ້າລວມມີເດັນມາກ, ນິວ ຊີແລນ, ແລະຟິນແລນ, ແລະທີ່ນຳຫຼັງແມ່ນເກົາຫຼີ ເໜືອ, ຊູດານ ໃຕ້, ແລະໂຊມາເລຍ.

ສປປ ລາວ ໄດ້ຄະແນນ 30 ເຊິ່ງຖືວ່າໄດ້ດີກວ່າປີ 2015 ແລະ 2014 ທີ່ຜ່ານມາ ເຊິ່ງຢູ່ທີ່ 25 ຄະແນນ. ອັນດັບຂອງປະເທດອື່ນໃນພາກພື້ນລວມມີ:

  • ສິງກະໂປ: ອັນດັບ 7 (ດ້ວຍຄະແນນ 84)
  • ມາເລເຊຍ: 55th (49)
  • ຈີນ: 79th (40)
  • ອິນໂດນີເຊຍ: 90th (37)
  • ໄທ: 101st (35)
  • ຟິລິປິນ: 101st (35)
  • ຫວຽດນາມ: 113th (33)
  • ພະມ້າ: 136th (28)
  • ກຳປູເຈຍ: 156th (21)

ກະລຸນາສັງເກດວ່າ ດັດສະນີນີ້ ແມ່ນຈັດຈາກການຮັບຮູ້ກ່ຽວກັບຄວາມສໍ້ລາດບັງຫຼວງ ທີ່ໄດ້ມາຈາກຫຼາຍ ແຫຼ່ງ, ແລະຕົວເລກທີ່ວັດແທກໄດ້ບາງອັນ, ແຕ່ບໍ່ແມ່ນການວັດແທກທີ່ຖືກຕ້ອງຖາວອນ.

ປະເທດລາວ ຖືກຕັດສິນວ່າ “ເກືອບບໍ່ມີເສລີພາບເລີຍ” ໃນດ້ານເສລີພາບທາງເສຖະກິດ

ອັນດັບ

123

ຈາກ

180

ປະເທດ

ປະເທດລາວ ໃນດັດສະນີເສລີພາບທາງເສຖະກິດ (economic freedom) ຂອງມູນິທິມໍລະດົກ (Heritage Foundation)

ຫມາຍ​ເຫດ​: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”. 

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ມູນິທິມໍລະດົກ (Heritage Foundation) ໄດ້ຈັດອັນດັບໃຫ້ ສປປ ລາວ ເປັນທີ 123 ຈາກ 180 ປະເທດໃນດັດຊະນີ ເສລີພາບທາງເສຖະກິດ.

ຄະແນນທີ່ໄດ້ແມ່ນ 54 ເຊິ່ງຈັດເປັນປະເພດ “ເກືອບບໍ່ມີເສລີພາບເລີຍ.” ປະເພດອື່ນໆລວມມີ: ເສລີພາບ, ເສລີພາບສ່ວນ ຫຼາຍ, ເສລີພາບສ່ວນໜຶ່ງ, ແລະອະເສລີພາບ. ຄະແນນຂອງລາວ ຖືວ່າຄົງທີ່ຕະຫຼອດປະຫວັດສິບປີທີ່ມີດັດຊະນີ ນີ້ມາ.

ດັດຊະນີນີ້ ນຳໃຊ້ຕົວຊີ້ວັດດ້ານ ລະບຽບກົດໝາຍ, ຂະໜາດຂອງລັດຖະບານ, ປະສິທິພາບຂອງນິຕິກຳ, ແລະຄວາມເປີດ ຂອງຕະຫຼາດ. ຮ່ອງກົງ ຂຶ້ນອັນດັບຕົ້ນຂອງລາຍການ, ແລະເກົາຫຼີເໜືອ ຢູ່ອັນດັບທ້າຍ.

ອັນດັບ ແລະຄະແນນຂອງປະເທດເພື່ອນບ້ານມີດັ່ງນີ້:

  • ໄທ: ອັນດັບ 55 (66.2)
  • ກຳປູເຈຍ: 94 (59.5)
  • ຈີນ: 111 (57.4)
  • ພະມ້າ: 146 (52.5)
  • ຫວຽດນາມ: 147 (52.4)

ສ່ວນໜຶ່ງຂອງບົດກ່າວຂອງມູນິທິມໍລະດົກ ມີດັ່ງນີ້:

ເສຖະກິດຂອງລາວ ໄດ້ສະແດງໃຫ້ເຫັນເຖິງຄວາມສາມາດໃນການປັບຕົວ, ໂດຍການຂະຫຍາຍຕົວທີ່ສູງກວ່າ 7 ສ່ວນ ຮ້ອຍ ຕໍ່ປີ ໃນໄລຍະຫ້າປີຜ່ານມາ. ປະເທດລາວ ຍັງສືບຕໍ່ປັບຕົວໃຫ້ເຂົ້າກັບລະບົບການຄ້າ ແລະການລົງທຶນສາກົນ ຢ່າງ ເຕັມຕົວ. ລະບົບການຄຸ້ມຄອງການຄ້າ ມີຄວາມໂປ່ງໃສຂຶ້ນ, ແລະໄດ້ມີຄວາມກ້າວໜ້າໃນການພັດທະນາການບໍລິຫານ ການເງິນຂອງລັດ.

ສິ່ງທ້າທາຍໃຫຍ່ໆ ຍັງຄົງມີຢູ່, ໂດຍສະເພາະໃນການຈັດຕັ້ງປະຕິບັດການປະຕິຮູບລະບົບ ແລະສະຖາບັນຢ່າງແທ້ຈິງ ທີ່ ເປັນຈຸດສຳຄັນໃນການສ້າງຄວາມກ້າວໜ້າໃຫ້ກັບເສລີພາບທາງເສຖະກິດ. ສິດດ້ານອະສັງຫາລິມະຊັບ ທີ່ຍັງອ່ອນ, ການ ສໍ້ລາດບັງຫຼວງທີ່ຍັງແຜ່ຫຼາຍ, ແລະການປົກຄອງແບບໃຊ້ອຳນາດຜູ້ໃຫຍ່ ທີ່ສ້າງຄວາມຫຍຸ້ງຍາກ, ບວກກັບການແຊກແຊງ ແລະລະບຽບຄວບຄຸມຈາກລັດຖະບານ ຍັງສືບຕໍ່ຫຼຸດຜ່ອນຄວາມຄ່ອງຕົວຂອງການໄຫຼເຂົ້າດ້ານການລົງທຶນ ແລະ ປະສິທິພາບຂອງເສຖະກິດໂດຍລວມ.

ປະເທດລາວ ຖືກຢູ່ໃນອັນດັບທີ 138 ໃນດັດສະນີການພັດທະນາມະນຸດ ຂອງອົງການສະຫະປະຊາຊາດເພື່ອການ ພັດທະນາ

ອັນດັບ

138

ຈາກ

188

ປະເທດ

ປະເທດລາວ ໃນດັດສະນີການພັດທະນາມະນຸດ ຂອງອົງການສະຫະປະຊາຊາດເພື່ອການ ພັດທະນາ

ຫມາຍ​ເຫດ​: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”. 

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ດຍອີງຕາມຄວາມເຊື່ອທີ່ວ່າການພັດທະນາ ບໍ່ຄວນວັດກັນແຕ່ໃນດ້ານເສຖະກິດເທົ່ານັ້ນ, ດັດສະນີການພັດທະນາມະນຸດ ຫຼື Human Development Index (HDI) ຈິ່ງໄດ້ລວມເອົາດ້ານສຸຂະພາບ (ອາຍຸໄຂ), ຄວາມຮູ້ (ການສຶກສາພາກບັງຄັບ) ແລະມາດຖານການດຳລົງຊີວິດ (ລາຍຮັບລວມຂອງຊາດ ຕໍ່ຫົວຄົນ) ເຂົ້າມາວັດນຳ.

ນັບແຕ່ມີດັດຊະນີ ນີ້ໃນປີ 1990, ສປປ ລາວ ໄດ້ຄ່ອຍຫຍັບຂຶ້ນເປັນລຳດັບ ຈາກຄ່າ 0.397 ຫາ 0.586 ໃນປີ 2015, ເຊິ່ງ ຖືວ່າເປັນປະເທດທີ່ພັດທະນາຢູ່ໃນລະດັບກາງ (ລະດັບອື່ນລວມມີ ສູງຫຼາຍ, ສູງ, ແລະຕ່ຳ).

ປະເທດລາວ ຖືກຈັດຢູ່ໃນອັນດັບທີ 138 ຈາກ 188 ປະເທດທີ່ຢູ່ໃນລາຍການ. ໃນອາຊີຕາເວັນອອກສຽງໃຕ້, ປາປົວ ນິວ ກີນີ ຢູ່ໃນອັນດັບຕ່ຳທີ່ສຸດ, ທີ່ 154 (0.516), ພະມ້າ ທີ່ 145 (0.556), ແລະກຳປູເຈຍ ທີ່ 143 (0.563). ຫຍັບອັນດັບຂຶ້ນ ມາໜ້ອຍໜຶ່ງແມ່ນ ຕີມໍ ເລສ໌ເຕ ທີ່ 133 (0.605), ຟີລິປິນ ທີ່ 116 (0662), ຫວຽດນາມ ທີ່ 115 (0.683), ອິນໂດນີເຊຍ ທີ່ 113 (0.689). ປະເທດໄທ ຢູ່ທີ່ 87 (0.740), ມາເລເຊຍ ທີ່ 59 (0.789), ບຣູໄນ ທີ່ 30 (0.865), ແລະສິງກະໂປ ທີ່ 5 (0.925).

ແຕ່ເມື່ອພິຈາລະນາເຖິງຄວາມບໍ່ສະເໝີພາບ, ດັດຊະນີຂອງປະເທດລາວ ຫຼຸດລົງມາຢູ່ 0.427, ກາຍເປັນທີ່ 106 ໃນ 151 ປະເທດ ໃນດັດຊະນີການພັດທະນາມະນຸດ ທີ່ປັບຄ່າຄວາມບໍ່ສະເໝີພາບໃສ່, ຫຼື Inequality-adjusted Human Development Index (IHDI). ໃນອາຊີຕາເວັນອອກສຽງໃຕ້, ມີພຽງແຕ່ ຕີມໍ ເລສ໌ເຕ ເທົ່ານັ້ນທີ່ຢູ່ໃນອັນດັບຕ່ຳກວ່າ, ທີ່ 108 (0.416).

ບົດລາຍງານລະອຽດ ສາມາດອ່ານໄດ້ທີ່ UNDP website.

ປະເທດລາວ ຖືກຢູ່ໃນອັນດັບທີ 170 ຈາກ 180 ປະເທດ ໃນດ້ານເສລີພາບຂອງສື່

ອັນດັບ

170

ຈາກ

180

ປະເທດ

ປະເທດລາວ ໃນດັດສະນີເສລີພາບຂອງສື່ (press freedom) ຂອງອົງການຜູ່ສື່ຂ່າວບໍ່ມີພົມແດນ (Reporters without Borders)

ຫມາຍ​ເຫດ​: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”. 

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ອົງການຜູ່ສື່ຂ່າວບໍ່ມີພົມແດນ (Reporters without Borders) ຈັດອັນດັບປະເທດລາວ ຢູ່ໃນອັນດັບເກືອບຕ່ຳສຸດໃນ ດັດຊະນີເສລີພາບຂອງສື່ໂລກ (World Press Freedom Index), ໂດຍໃຫ້ຄະແນນ 66.41. ປະເທດນໍເວ ໄດ້ອັນດັບ ສູງທີ່ສຸດ ດ້ວຍຄະແນນ 7.60, ແລະເກົາຫຼີເໜືອ ອັນດັບຕ່ຳທີ່ສຸດ ດ້ວຍຄະແນນ 84.98.

 ເກນທີ່ໃຊ້ປະເມີນໃນແບບສອບຖາມລວມມີ ການມີຫຼາຍຝ່າຍ, ເສລີພາບຂອງສື່, ສະພາບແວດລ້ອມຂອງສື່ ແລະການ ກວດກາ, ກອບນິຕິກຳ, ຄວາມໂປ່ງໃສ, ແລະຄຸນະພາບຂອງໂຄງລ່າງພື້ນຖານ ທີ່ຊ່ວຍໃນການຜະລິດຂໍ້ມູນ ແລະ ຂ່າວສານ.

 ໃນປີ 2016, ປະເທດລາວ ຖືກຈັດຢູ່ໃນອັນດັບທີ 173, ແລະໄດ້ຄະແນນ 71.58. ໃນຕອນທີ່ດັດຊະນີ ຖືກສ້າງຂຶ້ນໃໝ່ໃນ ປີ 2002, ຄະແນນຂອງລາວແມ່ນ 89.00. ຕົວເລກນີ້ໄດ້ຂຶ້ນສູງເຖິງ 92.00 ໃນປີ 2009 ແລະຄ່ອຍເລື່ອນລົງມານັບແຕ່ ນັ້ນ.

ຫວຽດນາມ ແລະຈີນ ໄດ້ອັນດັບຕ່ຳກວ່າໜ້ອຍໜຶ່ງ ທີ່ 175 (73.96) ແລະ 176 (77.66) ຕາມລຳດັບ. ປະເທດໄທ ໄດ້ ອັນດັບທີ 142 (44.69), ກຳປູເຈຍ ທີ 132 (42.07), ແລະພະມ້າ ທີ 131 (41.82). ປະເທດທີ່ໄດ້ອັນດັບສູງທີ່ສຸດໃນ ອາຊີຕາເວັນອອກສຽງໃຕ້ແມ່ນ ອິນໂດນີເຊຍ ທີ່ 124 (39.93). ອົງການຜູ່ສື່ຂ່າວບໍ່ມີພົມແດນ ອະທິບາຍກ່ຽວກັບເສລີ ພາບຂອງສື່ໃນລາວ ດັ່ງນີ້:

 ພັກປະຊາຊົນປະຕິວັດລາວ ຄວບຄຸມສື່ ໂດຍສິ້ນເຊີງ. ໂດຍສຳນຶກເຖິງການຈຳກັດດ້ານສື່ທີ່ເປັນທາງການ ແລະການກວດ ກາສື່, ຄົນລາວຈິ່ງຫັນຫາສື່ສັງຄົມອອນລາຍ. ແຕ່ການຂະຫຍາຍຕົວຂອງຂ່າວ ແລະຖານຂໍ້ມູນອອນລາຍ ກໍ່ຖືກຂົ່ມຂູ່ ໂດຍ ດຳລັດຂອງປີ 2014 ທີ່ລະບຸວ່າຜູ່ຊົມໃຊ້ອິນເຕີເນັດ ທີ່ວິຈານລັດຖະບານ ແລະພັກປະຊາຊົນປະຕິວັດລາວ ມາກເລນິນ ອາດຖືກກັກຂັງ. ມີພຽງແຕ່ 3 ໃນປະມານ 40 ສະຖານີໂທລະພາບ ເປັນສະຖານີເອກະຊົນ, ເຊິ່ງຖືວ່າຕ່ຳຫຼາຍໃນການແກ້ ໄຂ ການຂາດຄວາມມີຫຼາຍຝ່າຍດ້ານສື່ໃນລາວ. ດຳລັດທີ່ອອກໂດຍນາຍົກລັດຖະມົນຕີ ໃນເດືອນມັງກອນ ປີ 2016 ອະນຸມັດໃຫ້ສື່ຕ່າງປະເທດ ຕັ້ງສຳນັກງານໃນລາວໄດ້ ໂດຍຕ້ອງສົ່ງເນື້ອຫາເຂົ້າໃຫ້ພັກປະຊາຊົນປະຕິວັດລາວ ກວດກາ ກ່ອນ.

ປະເທດລາວ ນຳໜ້າອາຊຽນ ໃນດ້ານການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ ຕໍ່ຫົວຄົນ

ອັນດັບ

53

ຈາກ

155

ປະເທດ

ປະເທດລາວ ໃນດ້ານການຊ່ວຍເຫຼືອ ດ້ານການ ພັດທະນາຢ່າງເປັນທາງການ ຕໍ່ຫົວຄົນ

ຫມາຍ​ເຫດ​: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”. 

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ສປປ ລາວ ຖືກຈັດຢູ່ໃນອັນດັບທີ 53 ຈາກ 155 ປະເທດ ໃນດ້ານການຊ່ວຍເຫຼືອດ້ານການພັດທະນາ ຢ່າງເປັນທາງການ (ODA) ຕໍ່ຫົວຄົນ, ເຊິ່ງ ໝາຍຄວາມວ່າ ເປັນປະເທດທີ່ໄດ້ຮັບການຊ່ວຍເຫຼືອ ຫຼາຍທີ່ສຸດໃນອາຊີຕາເວັນອອກສຽງໃຕ້, ແລະໃນ ອາຊຽນ ໂດຍລວມ.

ODA ຖືເປັນການວັດແທກການຊ່ວຍເຫຼືອດ້ານການ ພັດທະນາ ເຊິ່ງລວມເອົາທັງການຊ່ວຍເຫຼືອລ້າ ແລະ ການສຳປະທານກູ້ຢືມ. ນິຍາມລະອຽດ ແມ່ນສາມາດ ອ່ານໄດ້ ທີ່ນີ້.

ໃນປີ 2014, ODA ທີ່ໃຫ້ຕໍ່ປະເທດລາວ ລວມເປັນ ເງິນ 70.62 ໂດລາ ຕໍ່ຫົວຄົນ, ເຊິ່ງຖືເປັນຈຳນວນ 1 ສ່ວນ 3 ສູງກວ່າປະເທດອາຊຽນ ອື່ນໆ. ODA ທີ່ ປະເທດອາຊຽນອື່ນໆ (ທີ່ໄດ້ຮັບການຈັດອັບດັບ) ໄດ້ ຮັບລວມມີ: ກຳປະເຈຍ = US$ 52.15 (ອັນດັບ 66), ຫວຽດນາມ = US$ 46.49 (ອັນດັບ 73), ພະມ້າ = US$25.83 (ອັນດັບ 100), ໄທ = US$ 5.19 (ອັນດັບ 133), ສິງກະໂປ = US$ 4.73 (ອັນ ດັບ 135), ມາເລເຊຍ = US$ 0.40 (ອັນດັບ 148), ອິນໂດນີເຊຍ = US$ -1.53 (ອັນດັບ 151).

ODA ໄດ້ເພີ່ມຂຶ້ນເຈັດເທົ່າ ໃນສາມທົດສະວັດທີ່ ຜ່ານມາ, ຈາກ US$ 10.05 ໃນປີ 1984 ມາເປັນ US$ 45.16 ໃນປີ 1994, ແລະ US$ 47.69 ໃນປີ 2004.

ບົດຫຍໍ້ກ່ຽວກັບການຊ່ວຍເຫຼືອຕ່າງປະເທດຕໍ່ລາວ ໂດຍອົງການ Mekong Watch ແມ່ນສາມາດອ່ານ ໄດ້ ທີ່ນີ້.

ປະເທດລາວ ຍັງຈັດຢູ່ໃນແຖວທ້າຍໃນການຈັດ “ອັນດັບຄວາມເປັນປະຊາທິປະໄຕ” ຂອງວາລະສານ The Economist

ອັນດັບ

151

ຈາກ

167 

ປະເທດ

ປະເທດລາວ ຈາກການຈັດ “ອັນດັບຄວາມເປັນ ປະຊາທິປະໄຕ“ ຂອງໜ່ວຍຂ່າວກຣອງ ຂອງ ວາລະສານ The Economist ປີ 2016

ຫມາຍ​ເຫດ​: ນີ້ແມ່ນຫົວຂໍ້ທີສອງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”. 

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ປະເທດລາວ ຈັດຢູ່ໃນອັນດັບ 151 ຈາກ 167 ປະເທດ ໃນການຈັດ “ອັນດັບຄວາມເປັນປະຊາ ທິປະໄຕ” ຂອງໜ່ວຍຂ່າວກຣອງ ຂອງວາລະສານ The Economist ປີ 2016. ການຈັດອັນດັບນີ້ ຮວມເອົາ 60 ກຸ່ມຕົວຊີ້ວັດ ເຂົ້າເປັນຫ້າປະເພດ, ເຊິ່ງມີຄະແນນ ຈາກ 0 ຫາ 10 ສຳລັບແຕ່ລະປະເພດ

  • 8.00 ຫາ 10.00 = ປະຊາທິປະໄຕເຕັມຕົວ
  • 6.00 ຫາ 8.00 = ປະຊາທິປະໄຕທີ່ມີຂໍ້ ບົກພ່ອງ
  • 4.00 ຫາ 6.00 = ລະບອບການປົກຄອງ ແບບປະສົມປະສານ
  • 0.00 ຫາ 4.00 = ລະບອບການປົກຄອງ ແບບຜະເດັດການ

ຄະແນນລວມຂອງ ສປປ ລາວ ແມ່ນ 2.37 ເຊິ່ງເຮັດ ໃຫ້ປະເທດລາວ ຈັດຢູ່ໃນລະບອບການປົກຄອງ ແບບຜະເດັດການ:

ລະບອບການປົກຄອງແບບຜະເດັດການ ແມ່ນ ປະເທດທີ່ ການເມືອງແບບຫຼາຍຝ່າຍ ໄດ້ຫາຍ ສາບສູນໄປ ຫຼືມີຈຳກັດທີ່ສຸດ. ປະເທດເຫຼົ່ານີ້ ມັກຈະ ເປັນຜະເດັດການສົມບູນ, ອາດມີສະຖາບັນປະຊາ ທິປະໄຕ ຕາມທຳນຽມ ແຕ່ບໍ່ມີຄວາມສຳຄັນ, ການ ລະເມີດເສລີພາບພົນລະເຮືອນ ແມ່ນມີເປັນປົກກະຕິ, ການເລືອກຕັ້ງ (ຖ້າໄດ້ຈັດ) ແມ່ນບໍ່ມີເສລີພາບ ແລະ ບໍ່ເປັນທຳ, ສື່ ມັກຈະຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ຫຼືຄວບຄຸມໂດຍກຸ່ມທີ່ມີສ່ວນກ່ຽວຂ້ອງກັບລະບອບທີ່ ປົກຄອງຢູ່, ລະບົບຕຸລາການ ແມ່ນບໍ່ມີອິສະຫຼະ, ແລະມີການກວດສອບຢູ່ທຸກຢ່າງ ແລະມີການ ປາບປາມການວິຈານລັດຖະບານ.

ປະເພດທັງຫ້າ, ແລະຄະແນນຂອງປະເທດລາວ ມີຄື:

  • ຂະບວນການເລືອກຕັ້ງ ແລະຄວາມມີຫຼາຍ ພັກ = 0.83
  • ການເຮັດວຽກຂອງລັດຖະບານ = 2.86
  • ການມີສ່ວນຮ່ວມດ້ານການເມືອງ = 1.67
  • ວັດທະນະທຳການເມືອງ = 5.00
  • ເສລີພາບພົນລະເຮືອນ = 1.47

ມີພຽງແຕ່ສິບ ໃນ 167 ປະເທດ ເທົ່ານັ້ນ ທີ່ຈັດຢູ່ ອັນດັບຕ່ຳກວ່າປະເທດລາວ ໃນດ້ານເສລີພາບ ພົນລະເຮືອນ, ແລະມີພຽງສອງ ປະເທດທີ່ຕ່ຳກວ່າໃນ ດ້ານການມີສ່ວນຮ່ວມດ້ານການເມືອງ.

ໃນຂະນະທີ່ເກົາຫຼີເໜືອ ຖືກຈັດຢູ່ໃນອັນດັບຕ່ຳທີ່ສຸດ ໃນລາຍການ, ປະເທດລາວ ຖືກຈັດຢູ່ໃນອັນດັບຕ່ຳ ທີ່ສຸດໃນປະເທດອາຊີຕາເວັນອອກສຽງໃຕ້. ອັນດັບ ຂອງປະເທດເພື່ອນບ້ານ (ພ້ອມຄະແນນ) ລວມມີ:

  • ຈີນ = ອັນດັບ 136 (3.14)
  • ຫວຽດນາມ = ອັນດັບ 131 (3.38)
  • ພະມ້າ = ອັນດັບ 113 (4.20)
  • ກຳປູເຈຍ = ອັນດັບ 112 (4.27)
  • ໄທ = ອັນດັບ 100 (4.92)

ຄະແນນຂອງປະເທດລາວ ມີການປ່ຽນແປງໜ້ອຍ ຫຼາຍ ນັບແຕ່ໄດ້ມີການຈັດອັນດັບໃນປີ 2006. ຕັ້ງແຕ່ປີນັ້ນ ຈົນເຖິງ 2011 ຄະແນນຂອງປະເທດ ຄົງ ຢູ່ທີ່ 2.10. ໃນປີ 2012, ໄດ້ຫຍັບຂຶ້ນເປັນ 2.32 ກ່ອນທີ່ຈະຕົກລົງໄປທີ່ 2.21 ໃນປີ 2015, ແລ້ວຫຍັບ ຂຶ້ນມາເປັນ 2.36 ໃນປີ 2016.

ປະເທດລາວ ຈັດຢູ່ໃນແຖວທ້າຍ ຂອງລາຍການ “ປະເທດທີ່ດີທີ່ສຸດສຳລັບທຸລະກິດ” ຂອງວາລະສານ Forbes

ອັນດັບ

134

ຈາກ

139

ປະເທດ

ປະເທດລາວ ຈາກການຈັດອັນດັບ “ລາຍການ ປະເທດທີ່ດີທີ່ສຸດສຳລັບທຸລະກິດ” ຂອງວາລະສານ Forbes ປີ 2017

ຫມາຍ​ເຫດ​: ນີ້ແມ່ນຫົວຂໍ້ທໍາອິດໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”

ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.

ວາລະສານ Forbes ໄດ້ຈັດອັນດັບປະເທດລາວ ເກືອບຕ່ໍາສຸດໃນລາຍການ ປະເທດທີ່ດີທີ່ສຸດສຳລັບ ທຸລະກິດ ສຳລັບປີ 2017. ມີແຕ່ເວເນຊູເອລາ, ຢີເມັນ, ໄຮຕິ, ແກມເບຍ, ຊາດ ເທົ່ານັ້ນທີ່ຖືກຈັດຢູ່ຕ່ຳ ກວ່າ. ປະເທດເພື່ອນບ້ານຄື ກຳປູເຈຍ ຖືກຈັດຢູ່ທີ 123, ຈີນ ຢູ່ທີ 102, ຫວຽດນາມ ທີ່ 98, ແລະໄທ ທີ່ 67. ສະວີເດັນ, ນິວ ຊີແລນ, ແລະຮ່ອງກົງ ຖືກຈັດຢູ່ ສູງທີ່ສຸດ.

ປະເທດລາວ ຍັງຖືກຈັດຢູ່ໃນອັນດັບຕ່ຳຫຼາຍ ທາງ ດ້ານຕົວຊີ້ວັດຮອງ ໃນດ້ານເສລີພາບການຄ້າ (ອັນດັບ 124), ເທັກໂນໂລຈີ (ອັນດັບ 120), ລະບຽບລັດ (ອັນດັບ 123), ການປົກປ້ອງນັກລົງທຶນ (ອັນດັບ 127), ການສໍ້ລາດບັງຫຼວງ (ອັນດັບ 127), ແລະເສລີພາບສ່ວນບຸກຄົນ (ອັນດັບ 128). ອັນດັບ ທີ່ລາວ ໄດ້ຖືກຈັດສູງທີ່ສຸດແມ່ນດ້ານຜົນໄດ້ຮັບທາງ ການຕະຫຼາດ, ທີ່ອັນດັບ 87.

ເນື້ອໃນກ່ຽວກັບປະເທດ ທີ່ປະກອບໃສ່ໃນການຈັດ ອັນດັບມີຄື:

ລັດຖະບານລາວ, ໜຶ່ງໃນປະເທດຄອມມູນິສ໌ ພັກດຽວ ທີ່ເຫຼືອບໍ່ພໍເທົ່າໃດປະເທດ, ໄດ້ເລີ່ມຫັນຈາກການ ຄຸ້ມຄອງແບບລວມສູນ ແລະສົ່ງເສີມທຸລະກິດ ເອກະຊົນ ໃນປີ 1986. ການຂະຫຍາຍຕົວເສຖະກິດ ສະເລ່ຍຢູ່ທີ່ 6% ຕໍ່ປີ ໃນຊ່ວງປີ 1988-2008 ຍົກ ເວັ້ນໃນຊ່ວງຕົກຕ່ຳໄລຍະສັ້ນ ທີ່ມີສາເຫດມາຈາກ ວິກິດການເງິນເອເຊຍ ທີ່ເລີ່ມໃນປີ 1997. ການ ຂະຫຍາຍຕົວຂອງປະເທດລາວ ໃນຊ່ວງຫຼັງນີ້ ຖືວ່າ ເປັນອັນໜຶ່ງທີ່ໄວທີ່ສຸດໃນເອເຊຍ ແລະສະເລ່ຍ ເກືອບ 8% ຕໍ່ປີ ໃນທົດສະວັດຜ່ານມານີ້. ເຖິງແນວ ນັ້ນ, ປະເທດລາວ ຍັງຄົງເປັນປະເທດທີ່ມີການ ພັດທະນາໂຄງລ່າງພື້ນຖານຕ່ຳ, ໂດຍສະເພາະໃນ ເຂດຫ່າງໄກ. ມີລະບົບຫົນທາງແບບພື້ນຖານ ເຊິ່ງ ກຳລັງໄດ້ຮັບການປັບປຸງ, ແລະມີສາຍໂທລະຄົມ ພາຍໃນ ແລະຕ່າງປະເທດທີ່ຈຳກັດ. ໄຟຟ້າສະໜອງ ໃຫ້ໄດ້ 83% ຂອງປະຊາກອນ. ກະສິກຳ ທີ່ກວມເອົາ ການປູກເຂົ້າໃນພື້ນທີ່ຮາບພຽງເປັນສ່ວນຫຼາຍ ນັບ ເປັນປະມານ 25% ຂອງຜະລິຕະພັນພາຍໃນ ແລະ 73% ຂອງວຽກ. ເສຖະກິດລາວ ອີງໃສ່ການສົ່ງອອກ ຊັບພະຍາກອນທຳມະຊາດທີ່ຕ້ອງໃຊ້ການລົງທຶນສູງ. ເສຖະກິດຂອງປະເທດ ໄດ້ປະໂຫຍດຈາກການລົງ ທຶນໂດຍກົງຈາກສາກົນທີ່ມີຊື່ສຽງໂດ່ງດັງ ໃນດ້ານ ເຂື່ອນໄຟຟ້າຕາມລຳແມ່ນ້ຳຂອງ, ການຂຸດຄົ້ນທອງ ແດງ ແລະຄຳ, ການຕັດໄມ້, ແລະການກໍ່ສ້າງ. ແຕ່ ບາງໂຄງການເຫຼົ່ານີ້ ໄດ້ຮັບການວິຈານກ່ຽວກັບຜົນ ກະທົບທາງສິ່ງແວດລ້ອມ. ປະເທດລາວ ໄດ້ຮັບ ສະຖານະ ຄວາມສຳພັນດ້ານການຄ້າປົກກະຕິ ກັບ ສະຫະລັດ ໃນປີ 2004 ແລະໄດ້ຍື່ນຂໍຮ່ວມ Generalised System of Preferences ໃນປີ 2013 ພາຍຫຼັງທີ່ໄດ້ຖືກຮັບເຂົ້າເປັນສະມາຊິກຂອງ ອົງການການຄ້າໂລກ. ປະເທດລາວ ໄດ້ເລີ່ມເປັນ ປະທານອາຊຽນ ໃນເດືອນມັງກອນ 2016. ປະເທດ ລາວ ກຳລັງຢູ່ໃນຂະບວນການຈັດຕັ້ງປະຕິບັດລະບົບ ພາສີມູນຄ່າເພີ່ມ. ລັດຖະບານ ເບິ່ງຄືຈະເອົາໃຈໃສ່ຕໍ່ ການຍົກລະດັບຊື່ສຽງຂອງປະເທດ ຕໍ່ໜ້ານັກລົງທຶນ ຕ່າງປະເທດ ແລະໄດ້ສ້າງເຂດເສຖະກິດພິເສດທີ່ ເຕັມໄປດ້ວຍອັດຕາພາສີທີ່ໜ້າດຶງດູດ, ແຕ່ກຳລັງ ແຮງງານທີ່ມີໜ້ອຍ ຍັງຄົງເປັນອຸປະສັກຕໍ່ການລົງ ທຶນ. ປະເທດລາວ ຍັງສືບຕໍ່ມີປັນຫາ ດ້ານສິ່ງແວດ ລ້ອມທຸລະກິດ ເຊິ່ງລວມມີການຂຶ້ນທະບຽນທຸລະກິດ ທີ່ຍາກລຳບາກ, ຊ່ອງຫວ່າງລະຫວ່າງນິຕິກຳ ກັບ ການຈັດຕັ້ງປະຕິບັດ, ແລະລະບຽບການແກ້ໄຂຂໍ້ ຂັດແຍ່ງທີ່ບໍ່ຈະແຈ້ງ.