ອັນດັບ
151
ຈາກ
165
ອັນດັບ ສປປ ລາວ ໃນ Freedom House‘s “ບົດລາຍງານສາກົນດ້ານເສລີພາບ ປີ 2017”
ຫມາຍເຫດ: ນີ້ແມ່ນອີກໜຶ່ງໃນຊຸດຫົວຂໍ້ວ່າດ້ວຍ “ປະເທດລາວ ໃນດ້ານຕົວເລກ”.
ພວກເຮົາຍິນດີຮັບຄຳເຫັນ ແລະຄຳແນະນຳ.
ໃນ ບົດລາຍງານສາກົນດ້ານເສລີພາບ ປີ 2017, Freedom House ໄດ້ໃຫ້ ສປປ ລາວ 12 ຄະແນນ ເຊິ່ງຕົກເປັນປະເພດຕ່ຳທີ່ສຸດ ເອີ້ນວ່າ “ບໍ່ເສລີ.”
ໃນດັດສະນີຍ່ອຍ 2 ອັນ: ສິດດ້ານການເມືອງ ແລະເສລີພາບພົນລະເຮືອນ, ປະເທດລາວ ໄດ້ຖືກຈັດຢູ່ ອັນດັບທີ 7/7 ແລະ 6/7, ແລະໄດ້ຄົງຢູ່ທີ່ອັນດັບນີ້ນັບແຕ່ປີ 2010.
ອັນດັບເຫຼົ່ານີ້ ຈັດ ສປປ ລາວ ຢູ່ເກືອບທີ່ສຸດທ້າຍຂອງດັດສະນີ ຄືອັນດັບ 151 ຈາກ 165 ປະເທດ, ແລະ ເປັນອັນດັບຕ່ຳທີ່ສຸດໃນອາຊີຕາເວັນອອກສຽງໃຕ້. ຄະແນນ (ແລະອັນດັບ) ຂອງປະເທດເພື່ອນບ້ານອື່ນ ໃນພາກພື້ນມີຄື:
- ຈີນ: 15 ຄະແນນ (ອັນດັບ 143)
- ຫວຽດນາມ: 20 (137)
- ກຳປູເຈຍ: 31 (118)
- ໄທ: 32 (116)
- ພະມ້າ: 32 (114)
- ສິງກະໂປ: 51 (90)
- ຟິລິປິນ: 63 (72)
- ອິນໂດນີເຊຍ: 65 (63)
ບາງສ່ວນຈາກພາກສະເໜີກ່ຽວກັບ ສປປ ລາວ ຂອງ Freedom House ມີຄື:
ປະເທດລາວ ເປັນລັດທີ່ມີພັກດຽວ ກໍ່ຄືພັກປະຊາຊົນປະຕິວັດລາວ ທີ່ປົກຄອງດ້ານການເມືອງ ແລະ ລັດຖະບານໃນທຸກດ້ານ ແລະຈຳກັດເສລີພາບພົນລະເຮືອນຢ່າງໜັກ; ບໍ່ມີຝ່າຍຄ້ານທີ່ເປັນທາງການ ຫຼື ອົງການທາງສັງຄົມທີ່ມີອິດສະຫຼະໂດຍແທ້ຈິງ. ການລາຍງານຂ່າວທົ່ວປະເທດຍັງມີຈຳກັດ ຍ້ອນຄວາມ ຫ່າງໄກຂອງບາງຂົງເຂດ, ການຄວບຄຸມສື່ພາຍໃນ, ແລະຄວາມບໍ່ໂປ່ງໃສຂອງລະບົບການປົກຄອງ. ການພັດທະນາເສດຖະກິດ ໄດ້ພາໃຫ້ມີການຂັດແຍ່ງກ່ຽວກັບທີ່ດິນ ແລະບັນຫາສິ່ງແວດລ້ອມ ເພີ່ມຂຶ້ນ, ລວມເຖິງການສໍ້ລາດບັງຫຼວງ ແລະການຂະຫຍາຍຕົວຂອງເສດຖະກິດຜິດກົດໝາຍ. ຄວາມຂັດແຍ່ງດັ່ງ ກ່າວ ໄດ້ນຳໄປສູ່ຄວາມຮຸນແຮງຢູ່ຫຼາຍຄັ້ງ, ເຊິ່ງລວມເຖິງການໃຊ້ກຳລັງປ້ອງກັນ.
ລັດຖະບານລາວ ໄດ້ສືບຕໍ່ຮັດແໜ້ນການຄວບຄຸມການຄັດຄ້ານພາຍໃນ ໃນປີ 2016, ສ່ວນໜຶ່ງແມ່ນ ດ້ວຍການຕິດຕາມກິດຈະກຳຂອງພົນລະເມືອງທາງສື່ສັງຄົມອອນລາຍ. ໃນສາມກໍລະນີຫຼັງ, ຝ່າຍບຸກຄົນ ໄດ້ຖືກຈັບກຸມ ຍ້ອນຂໍ້ຄວາມທີ່ໄດ້ຂຽນລົງ ໃນລະຫວ່າງທີ່ເຮັດວຽກຢູ່ຕ່າງປະເທດ. ເຈົ້າໜ້າທີ່ຍັງຄວບຄຸມ ກິດຈະກຳຂອງອົງການສັງຄົມອິດສະຫຼະ. ເຖິງແມ່ນວ່າປະເທດລາວ ຈະໄດ້ເປັນເຈົ້າພາບກອງປະຊຸມ ປະຈຳປີຂອງ ອາຊຽນ ໃນເດືອນກັນຍາ ທີ່ຜ່ານມາ, ແຕ່ທາງລັດຖະບານ ບໍ່ຍອມເປັນເຈົ້າພາບຈັດກອງ ປະຊຸມປະຊາຊົນອາຊຽນ ທີ່ຄວບຄູ່ກັນ. ສະນັ້ນ ກອງປະຊຸມຂອງກຸ່ມອົງການສັງຄົມໃນພາກພື້ນນີ້ ຈິ່ງ ຕ້ອງໄດ້ໄປຈັດທີ່ຕີມໍ ເລສເຕ ແທນ, ແລະຜູ້ເຂົ້າຮ່ວມໄດ້ລາຍງານວ່າ ຜູ້ແທນລາວ ແມ່ນໄດ້ຖືກເລືອກ ແລະກົດດັນຈາກລັດຖະບານລາວ ເພື່ອຈຳກັດການໂຈມຕີປະຫວັດຂອງຕົນ.
0 Comments