ໂດຍທີ່ບໍ່ມີຂໍ້ສົງໄສ ທີ່ສາມາດເວົາໄດ້ເລີຍວ່າ ເຫດການນີ້ແມ່ນເປັນເຫດການປະຫວັດ ຍິ່ງໃຫຍ່ທີ່ສຸດຂອງອົງການຈັດຕັ້ງທາງສັງຄົມທີ່ເຄີຍຈັດຢູ່ໃນສປປລາວ ແລະຖືວ່າເປັນກອງປະຊມຸ AEPF ທີ່ປະສົບຜົນສຳເລັດທີ່ສຸດຈົນຮອດປະຈບຸນັ. ຢູ່ໃນບັນທຶກເຫດການນັ້ນ, ພວກເຮົາທີ່ເປັນສະມາຄົມບໍ່ຫວັງຜົນກໍາໄຮ (NPA) ຂອງລາວ ແລະຄູ່ຮ່ວມງານການຈັດງານທີ່ເປັນອົງການຈັດຕັ້ງ ທາງສັງຄົມ iNGO ຂອງກອງປະຊມຸ AEPF9 ມີຄວາມພູມໃຈທີ່ຈະແລກປ່ຽນແລະແບ່ງປັນຖະແຫຼງການສຸດທ້າຍຂອງກອງປະຊມຸ AEPF9 ນີ້ ແລະຫວັງວ່າຈະໄດ້ຮັບການຮ່ວມມືກັບທ່ານອີກໃນການປະຕິບັດຕົວຫນ້າທີ່ຕິດຕາມທີ່ກ່ຽວຂ້ອງຄືນ.
ຈາກ ຖະແຫຼງການກອງປະຊຸມເວທີປະຊາຊົນເອເຊຍ-ເອີຣົບ ຄັ້ງທີ 9 ຈັດຢູ່ວຽງຈັນ, ສປປ ລາວ ໃນວັນທີ 16-19 ຕຸລາ 2012.


“ຜູ້ນໍາອາຊຽນຕ້ອງເນັ້ນການປັບປຸງການສຶກສາໃນພາກພື້ນເພື້ອສ້າງເສີມໃຫ້ເກີດປະຊາຄົມທີ່ມີພະລັງສ້າງສັນ”
ຊີວິດໃນໄວເດັກຂອງ ສົມບັດ ສົມພອນ ຢູ່ທ່າມກາງຄວາມບໍ່ແນ່ນອນແລະຄວາມສັບສົນວຸ້ນວາຍຍ້ອນ ປະເທດ ລາວໃນຕອນນັ້ນໄດ້ຖືກຮຸກຮາມຈາກສົງຄາມອິນດູຈີນ. ສົມບັດລອດພົ້ນອອກຈາກເຫດການເຫຼົ່າ ນັ້ນໄດ້ຍ້ອນ ສອບເສັງຍາດໄດ້ທຶນການສຶກສາເພື່ອໄປຮຽນຢູ່ມະຫາວິທະຍາໄລຮາວາຍ (University of Hawaii) ແລະ ໄດ້ຮັບໃບປະກາດໃນດ້ານການສຶກສາແລະດ້ານກະສິກໍາ. ໃນປີ 1980 ສົມບັດໄດ້ກັບໄປ ບ້ານເກີດຂອງຕົນເອງ ອີກຄັ້ງໜຶ່ງ ແລະ ໃນປີດຽວກັນໄດ້ຊ່ວຍຈັດຕັ້ງໂຄງການການປູກເຂົ້າແບບປະສົມ ປະສານ (Rice-Based Integrated Farm System Project) ເພື່ອຊ່ວຍໃຫ້ຊາວນາບັນລຸ ຄວາມໝັ້ນຄົງ ດ້ານອາຫານ. ຫຼາຍປີຕໍ່ມາ ໄດ້ເຮັດໃຫ້ ສົມບັດກ້າວເຂົ້າສູ່ໂລກຂອງຊົນນະບົດໃນລາວ ແລະ ສູ່ອຸປະສັກທີ່ ສະຫຼັບຊັບຊ້ອນໃນໝູ່ບ້ານທີ່ ກະຈັດກະຈາຍໃນເຂດຫ່າງໄກສອກຫຼີກ ທີ່ກຳລັງລໍຖ້າ ນັກພັດທະນາທັງຫຼາຍເຂົ້າໄປຫາ.


